ຂຽນເມື່ອ: ມ.ນ.. 21, 2009
| ມີ
6 ຄຳເຫັນ
ແລະ
0 trackback(s)
ຄວາມເຊື່ອໃນບາບບຸນຄຸນໂທດ ຫຼື ທຳດີໄດ້ດີ-ທຳຊົ່ວໄດ້ຊົ່ວ ອັນເປັນຫຼັກທຳມະຂອງພຸດທະສາດສະໜານັ້ນ
ແມ່ນເກີດຂຶ້ນເປັນຈິງໃນຊີວິດຂອງສັງຄົມແລ້ວດົນນານ ຜູ້ໃດເຮັດຜິດກົດໝາຍຜູ້ນັ້ນຍ່ອມໄດ້ຮັບໂທດກຳຕາມກົດໝາຍວາງ
ໄວ້ ຜູ້ໃດສ້າງບຸນຍ່ອມໄດ້ຮັບບຸນ ຜູ້ໃດສ້າງບາບຍ່ອມຮັບບາບກຳໄປຕາມໆກັນ... ອັນນີ້ບໍ່ແມ່ນຂຶ້ນຫົວບົດ ແລ້ວຈະບັນຍາຍ
ທຳມະປານເປັນເຈົ້າອາວາດແຕ່ຢ່າງໃດດອກ ພຽງແຕ່ຢາກໃຫ້ຄົນເຮົາເຈົ້າຂ້ອຍເບິ່ງກົດເກນ ເບິ່ງການກະທຳ ສິ່ງໃດຄວນ
ສິ່ງໃດບໍ່ຄວນ ແລະ ຄວນຢັບຢັ້ງສັ່ງໃຈຕົນເອງໃຫ້ໄດ້... ບາງຄັ້ງການກະທຳຂອງຄົນບໍ່ເທົ່າໃດຄົນ ພັດເຮັດໃຫ້ຮ້ອຍຄົນ-ພັນ
ຄົນ ຫຼື ຄົນທັງໂລກທໍລະມານຍ້ອນ ກໍຫຼາຍ.
ນັບແຕ່ຊຸມປີ 80 ຂອງສະຕະວັດແລ້ວເປັນຕົ້ນມາ ເກີດມີການກ່າວຂານຢ່າງກວ້າງຂວາງເຖິງການອະນຸຮັກທຳ
ມະຊາດ ການປ້ອງກັນສິ່ງແວດລ້ອມ ການເສື່ອມໂຊມຂອງຊັ້ນໂອໂຊນ ຜົນຮ້າຍຂອງສານ CFC ການສະສົມຄາບອນໄດ
ອອກໄຊ ປະກົດການເຮືອນແກ້ວ ການຕັດໄມ້ທຳລາຍປ່າ ແລະ ອື່ນໆ ຊຶ່ງເປັນໄພຕໍ່ສິ່ງແວດລ້ອມຢ່າງໜັກໜ່ວງ ສິ່ງທີ່ກ່າວ
ມານີ້ເກີດຂຶ້ນ ແລະ ເປັນມາແຕ່ຫົວແຖວ ເຖິງຫາງແຖວ ຄືປະເທດອຸດສາຫະກຳໃຫຍ່ລະດັບ (G) ຈົນເຖິງປະເທດດ້ອຍພັດ
ທະນາ ກໍມີສ່ວນຮ່ວມທຳລາຍສິ່ງແວດລ້ອມນຳກັນທັງນັ້ນ ເພື່ອປາກທ້ອງ ແລະ ຄວາມຮັ່ງມີໃຫ້ແກ່ຕົນເອງ ໃນນັ້ນ ມີທັງ
ຖືກກົດໝາຍ ແລະ ບໍ່ຖືກກົດໝາຍ.
ບັນດາປະເທດໃຫຍ່ທີ່ຈະເລີນເຕີບໂຕທາງດ້ານອຸດສາຫະກຳ ຫຼື ຈະເອີ້ນວ່າ ອຸດສາຫະກຳທັງສະໄໝນັ້ນຕ່າງ
ພາກັນປ່ອຍແກັດພິດຂຶ້ນສູ່ບັນຍາກາດ (ອາກາດເປື້ອນ) ຄາບອນໄດອອກໄຊ ແລະ ສານອື່ນໆທຳລາຍຊັ້ນໂອໂຊນ ບັນດາ
ເນື້ອທີ່ປ່າທີ່ອຸດົມສົມບູນດ້ວຍຊີວະນາໆພັນຖືກຫຼຸດຄວາມອ້ວນ ໃຫ້ເປັນທົ່ງຫຍ້າລ້ຽງສັດ ເປັນທົ່ງປູກເຂົ້າ ສາລີ ພືດພັນຕ່າງ
ຕ່າງ ເພື່ອເປັນອາຫານຄົນ ເປັນບ່ອນສ້າງສະໜາມກ໋ອບ ລີສອດ ເດີ່ນບິນ ສ້າງເຂື່ອນ ແລະ ອື່ນໆ ສ່ວນປະເທດດ້ອຍພັດ
ທະນາກໍ່ຫຼຽວເຫັນແຕ່ປ່າໄມ້ ຂຸດຄົ້ນໄມ້ອອກຂາຍເປັນຕື້ໆແມັດກ້ອນ ເພື່ອໃຫ້ໄດ້ມາຊຶ່ງເງິນຕາ ສ້າງສາພັດທະນາກະສິກຳ
ເພື່ອໃຫ້ໄດ້ມາຊຶ່ງພືດພັນທັນຍາຫານປ້ອງກັນໄພອຶດຫິວ ສ້າງເຂື່ອນໄຟຟ້າ ປູກຕົ້ນໄມ້ອຸດສາຫະກຳໃສ່ປ່າທຳມະຊາດ ແລະ
ອື່ນໆ.
ພໍຮອດທ້າຍຊຸມປີ 90 ເປັນຕົ້ນມາ ໄພຈາກການທຳລາຍທຳມະຊາດ ແລະ ສິ່ງແວດລ້ອມເລີ່ມອອກລິດຢ່າງ
ເປັນຕົນເປັນໂຕຂຶ້ນໃຫ້ປະກົດເຫັນໃນທົ່ວໂລກ ໂດຍສະເພາະຊັ້ນໂອໂຊນທີ່ຂາດເປັນວົງກວ້າງຫຼາຍກິໂລແມັດນັ້ນ ໄດ້ເປັນ
ປ່ອງຜ່ານໃຫ້ແສງອຸນຕຣາວິໂອເລ (UV) ລົງມາຫາໂລກເກີນຄວາມຕ້ອງການ ບວກກັບພິດຮ້າຍຂອງແກັດຕ່າງໆຂອງໂຮງ
ງານ ການຈູດປ່າ ແລະ ອື່ນໆ ເຮັດໃຫ້ບັນຍາກາດໂລກຮ້ອນຂຶ້ນຢ່າງບໍ່ເຄີຍມີມາກ່ອນ ແລະ ກາຍເປັນສາເຫດໃຫ້ນ້ຳກ້ອນ
ຂົ້ວໂລກເໜືອ ຂົ້ວໂລກໃຕ້ເປື່ອຍ ສ້າງໃຫ້ລະດັບນ້ຳທະເລສູງຂຶ້ນ.
ຄຽງຄູ່ກັນນັ້ນ ກໍເກີດມີເຫດການຕ່າງໆທາງທຳມະຊາດປະກົດຂຶ້ນຄື: ພາຍຸລົມ ພາຍຸຝົນ ເກີດນ້ຳຖ້ວມເປັນ
ວົງກວ້າງ ເກີດໄພແລ້ງ ແຜ່ນດິນໄຫວ ໄຟໄໝ້ປ່າ ແລະ ອື່ນໆ ອັນເຮັດໃຫ້ມີຄົນຕາຍ-ຄົນເຈັບ ການເສຍຫາຍທັງຊັບສິນ
ຢ່າງມະຫາສານ ການກະທຳໂດຍປາສະຈາກການຄົ້ນຄິດຮີ່ນຕອງຂອງມະນຸດ ໂດຍບໍ່ເບິ່ງຜົນກະທົບຕໍ່ສິ່ງແວດລ້ອມແລ້ວ
ເຂົ້າຂ້າງຕົນເອງວ່າມີວິໄສທັດທີ່ດີນັ້ນ ຍ່ອມເປັນສິ່ງອ້າງເຫດຜົນຢ່າງຟັງບໍ່ຂຶ້ນ ໂລກມະນຸດຖ້າບໍ່ມີຈິດສຳນຶກຮ່ວມກັນໃນ
ການປົວແປງ ຮຳບາດແຜ ຕາບຈູນສິ່ງທີ່ເສຍໄປນັ້ນ ກໍຊ່ຳກັບວ່າ ເປັນການທຳລາຍອະນາຄົດ ເພື່ອຄວາມສຸກສະບາຍຂອງ
ຄົນປັດຈຸບັນ ຫຼື ຂາຍອະນາຄົດໃຫ້ຄົນປັດຈຸບັນມີຄວາມສຸກນັ້ນເອງ.
ຄືດັ່ງຮູ້ກັນດີແລ້ວວ່າ ໃນປັດຈຸບັນ ໄປທາງໃດກໍມີແຕ່ຄົນຈົ່ມວ່າຮ້ອນ ແຫ້ງແລ້ງ ອຶດນ້ຳ ໄຟໄໝ້ປ່າ ຝົນບໍ່ຕົກ...
ແຕ່ພຶດຕິກຳສ້າງຈິດສຳນຶກໃນການຮັກສາ ແລະ ປູກຝັງຍັງມີໜ້ອຍ ຫຼື ເຮັດກໍບໍ່ທັນຕັ້ງໜ້າພໍເທົ່າໃດ ບັດນີ້ທຸກສິ່ງທຸກຢ່າງ
ຊຶ່ງເປັນບາບກຳຂອງການປ້ຳໄມ້ທຳລາຍປ່າ ຈູດປ່າເຫຼົ່ານັ້ນ ໄດ້ກັບມາສະໜອງກຳໃຫ້ເຫັນດັ່ງຊຸມເຮົາເຈົ້າຂ້ອຍປະສົບພົບ
ພໍ້ຄືດັ່ງທຸກວັນນີ້... ໂລກຮ້ອນ...ໃຜໆກໍວ່າໂລກຮ້ອນ ແຫ້ງແລ້ງ ໃຜກໍວ່າແຫ້ງແລ້ງແທ້ໆ ນີ້ຄືບາບກຳທີ່ບໍ່ຕ້ອງລໍພິສູດຮອດ
ຊາດໜ້າ ພຽງແຕ່ 20 ກ່ວາປີມານີ້ເທົ່ານັ້ນ ເຮົາໆທ່ານໆກໍພົບເຫັນແລ້ວ... ມັນສະເລ່ຍໄປໃສ່ຫົວຄົນເທົ່າກັນໝົດໄດ້ ເປັນ
ແນວນີ້ພວກເຮົາຄວນເຮັດແນວໃດ ວິໄສທັດດີໆຖ້າມີຂຶ້ນໄດ້ ກໍຄືການປູກຕົ້ນໄມ້ ແລະ ຫຼຸດຜ່ອນອາຍແກັດທີ່ທຳລາຍຊັ້ນບັນ
ຍາກາດເທົ່ານັ້ນ.