ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 16, 2009 | ມີ 11 ຄຳເຫັນ ແລະ 0 trackback(s)

1. ກອນນອນເວັນ ປະມານ 20 ນາທີ ຫຼັງກິນເຂົ້າທ່ຽງ ຈະຊ່ວຍເພີ່ມພະລັງໃຫ້ຮ່າງກາຍ ແລະ ຈິດໃຈ ໄດ້ຫຼາຍ ເພາະວ່າເປັນໄລຍະຂອງການຖົດຖອຍຂອງພະລັງງານ ແລະ ສະມາທິ

2. ເມັດຖົ່ວຂຽວ ເມື່ອເກີດເປັນຖົ່ວງອກແລ້ວຈະມີວິຕາມິນ C ເພີ່ມຂື້ນ ເຖິງ 600 ເທົ່າ

3. ການຫວີຜົມເປັນປະຈຳ ອາດເຮັດໃຫ້ຜົມມັນ ແລະ ຫຼົ່ນໄດ້

4. ການກິນຊີ້ນສັດສີແດງເປັນປະຈຳ ຈະເຮັດໃຫ້ລຳໄສ້ເຮັດວຽກໜັກ ສ່ຽງຕໍ່ການເປັນໂຣກມະເຮັງໄດ້

5. ການກິນແກງໃບຂີ້ເຫຼັກ ຊ່ວຍບຳລຸງຮ່າງກາຍ ເຮັດໃຫ້ນອນຫຼັບດີ ແລະ ແກ້ອາການຖອກທ້ອງໄດ້

6. ຜູ້ທີ່ກຳລັງຫຼຸດນ້ຳໜັກຄວນຫຼົບຫຼີກການກິນໄຂ່ຈືນ ແລະ ໄຂ່ດາວ ເພາະມັນມີພະລັງງານຈາກນ້ຳມັນເຖິງ 210 ແຄຣໍຣີ

7. ໝາກນາວມີວິຕາມິນສູງ ຊ່ວຍປ້ອງກັນການຕິດເຊື້ອ, ແກ້ອາການເຈັບຄໍ ແລະ ບາດແຜໃນຊ່ອງປາກໄດ້

8. ໃນໝາກເຊີຣີມີສານທີ່ເຮັດໃຫ້ຄົນເຮົາຮູ້ສຶກມີຄວາມສຸກ ແລະ ຫຼຸດອາການໂສກເສົ້າໄດ້ອີກດ້ວຍ

9. ຄວນທຳຄວາມສະອາດອຸປະກອນຈຳພວກໂທລະສັບ ຫຼື ປຸ່ມກົດລິບ ເປັນປະຈຳ ເພາະອຸປະກອນເຫຼົ່ານີ້ ມັກເຕັມໄປດ້ວຍເຊື້ອໄວຣັດ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 4, 2009 | ມີ 14 ຄຳເຫັນ ແລະ 0 trackback(s)

ດຣ.ເຈຟຟ໌ ໄວສ໌ ແລະ ຄະນະຈາກມະຫາວິທະຍາໄລທູເລນ ໄດ້ທຳການວິໄຈກັບອາສາສະມັກ 55 ຄົນ, ອາຍຸລະຫວ່າງ 21-35 ປີໃຫ້ເຂົ້າຮ່ວມການທົດລອງ ໂດຍອາສາສະມັກເຄິ່ງໜື່ງຮັບສານສະກັດ ຈາກຜິວຂອງຕົ້ນກະບອງເພັດ ໂອປຸນເທຍ ຟິຄັສ ອິນດິຄາ (Opuntia ficus indica)  ກ່ອນດື່ມເຄື່ອງແອລກໍຮອລ໌ເປັນເວລາ 5 ຊົ່ວໂມງ, ສ່ວນອີກເຄິ່ງໜື່ງໄດ້ຮັບຢາຫລອກ ໂດຍທັງໝົດບໍ່ຮູ້ວ່າຕົນເອງໄດ້ຮັບສານສະກັດຂອງແທ້ ຫລື ຢາຫລອກ ຫລັງຈາກນັ້ນອີກ 1 ຊົ່ວໂມງຈຶ່ງໃຫ້ກິນອາຫານຄ່ຳ ແລ້ວອີກ 4 ຊົ່ວໂມງຕໍ່ມາຈຶ່ງໄດ້ດື່ມເຫລົ້າໃນປະລິມານທີ່ຈະເຮັດໃຫ້ເມົາຄ້າງ ຫລັງຈາກດື່ມແລ້ວ 1 ຊົ່ວໂມງ, ນັກວິໄຈຈຶ່ງໄດ້ທົດສອບລະດັບແອລກໍຮອລ໌ໃນເລືອດ ແລ້ວຈຶ່ງຂັບລົດໄປສົ່ງຢູ່ບ້ານພ້ອມກັບກຳຊັບໃຫ້ມາທົດສອບໃໝ່ໃນວັນຖັດໄປ ເຊົ້າຂອງວັນຕໍ່ມາອາສາສະມັກຕ້ອງຈັດອັນດັບຄວາມເມົາຄ້າງຂອງຕົນເອງ, ທັງໃນແງ່ຂອງອາການ ແລະ ສະພາບໂດຍລວມ ຫລັງຈາກນັ້ນອີກສອງອາທິດໃຫ້ມາທົດສອບຊ້ຳອີກຄັ້ງ ແຕ່ຄາວນີ້ສະລັບກຸ່ມກັນໂດຍໃຜບໍ່ໄດ້ຮັບສານສະກັດໃນຄັ້ງທຳອິດກໍ່ຈະໄດ້ຮັບໃນຄັ້ງນີ້.
    ຄະນະວິໄຈຂອງ ດຣ.ໄວສ໌ ພົບເຫັນວ່າກຸ່ມອາການເມົາຄ້າງ 3 ອາການຄື: ອາການຄື້ນໄສ້, ປາກແຫ້ງ ແລະ ບໍ່ຢາກອາຫານນັ້ນລົດລົງຢ່າງເຫັດໄດ້ຊັດ ເມື່ອອາສາສະມັກໄດ້ຮັບສານສະກັດຈາກຕົ້ນກະບອງເພັດ ເນື່ອງຈາກລະດັບໂປຣຕີນ ຊີ-ຣີແອຄທີຟ ທີ່ນັບຜະລິດອອກມານເມື່ອປະເຊີນຄວາມຄ້ຽດ ແລະ ການອັກເສບນັ້ນລຸດລົງເມື່ອໄດ້ຮັບສານສະກັດຈາກຕົ້ນກະບອງເພັດ.
    ຢ່າງໃດກໍ່ຕາມ ຜູ້ຊ່ຽວຊານດ້ານແອລກໍຮອລ໌ບອກວ່າຂໍ້ມູນນີ້ ເປັນປະໂຫຍດທາງການແພດຫລາຍກວ່າພຽງແກ້ອາການເມົາຄ້າທໍ່ນັ້ນ ແລະ ທີ່ສຳຄັນກໍ່ຄືຢ່າດື່ມຫລາຍເກີນໄປ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 29, 2009 | ມີ 16 ຄຳເຫັນ ແລະ 0 trackback(s)

ນັກວິໄຈຂອງມະຫາວິທະຍາໄລເຟເດຣິໂກ 2 ເມືອງເນເປິລ ຄົ້ນຄວ້າພົບວ່າ ໝາກແອບເປິລມີສານທີ່ມີປະໂຫຍດຊ່ວຍປົກປ້ອງກະເພາະອາຫານໄດ້ຢ່າງດີ ເພາະມັນຊ່ວຍປົວແປງຄວາມເສຍຫາຍອັນເກິດຈາກພວກອະນຸມູນອິດສະຣະ ຊຶ່ງເປັນເຫດໃຫ້ເກິດຄວາມແກ່ຊະລາ ແລະ ເນື້ອຮ້າຍໃນກະເພາະຂື້ນໄດ້
ທີມນັກວິໄຈທີ່ມີຄາມິລໂລ ເດຊ ເວກຊິໂອ ບຣັງໂກ ເປັນຫົວໜ້າ ພົບເຫັນວ່າສານສະກັດຈາກແອບເປິລ, ທີ່ອຸດົມໄປດ້ວຍສານທີ່ມີສັບພະຄຸນເປັນຕົວລ້າງພິດ ເຊັ່ນ: ພວກຄາເຕຊົນ ແລະ ກົດໂຄຣໂຣຈີນິກ ສານສະກັດຈາກແອບເປິລກັບກົດໂຄລໂຣຈີນິກ ໄດ້ສະແດງໃຫ້ເຫັນວ່າຂັດຂວາງການເຕິບໃຫຍ່ຂອງເຊລມະເຮັງ ກະເພາະອາຫານໄດ້.
ລາຍງານການສຶກສາຊຶ່ງສະເໜີຢູ່ໃນວາລະສານວິທະຍາສາດວ່າດ້ວຍກະເພາະອາຫານ ແລະ ລຳໄສ້ ກ່າວແຈ້ງວ່າ ຂັ້ນຕໍ່ໄປຈະໄດ້ທົດລອງກັບຄົນ ເພື່ອວັດທົດສອບລິດຄວາມແຮງຂອງສານປະກອບຂອງແອບເປິລ ທີ່ເຮັດໜ້າທີ່ເປັນສານປ້ອງກັນກະເພາະ ແລະ ລຳໄສ້ຕໍ່ໄປ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 25, 2009 | ມີ 10 ຄຳເຫັນ ແລະ 0 trackback(s)

ນັກວິໄຈໄດ້ເຕືອນເຖິງບັນດາຜູ້ຊາຍອາຍຸສູງໃຫ້ລະວັງການເສຍຊີວິດ ເພາະການກິນໄຂ່ອາທິດລະ 7 ໜ່ວຍ ຫລື ຫລາຍກວ່ານັ້ນ ເຊິ່ງເຮັດໃຫ້ ມີໂອກາດເສຍຊີວິດດ້ວຍສາເຫດຕ່າງໆ ເຖິງ 23% ແຕ່ສຳຫລັບຜູ້ຊາຍທີ່ເປັນໂລກເບົາຫວານນັ້ນ ການກິນໄຂ່ບໍ່ວ່າຈະຈັກໜ່ວຍກໍ່ ເພີ່ມຄວາມ ສ່ຽງທີ່ຈະເສຍຊີວິດໃນທຸກສາເຫດ

ໃນລະຍະຫລັງໄດ້ມີການເວົ້າໂຈດກັນວ່າ ການກິນໄຂ່ຫລາຍໜ້ອຍພຽງໃດກໍ່ຖືວ່າບໍ່ເປັນອັນຕະລາຍ ຈົນໄດ້ມີຜົນການວິໄຈຂັດແຍ້ງກັນຫລາຍອັນ ທີ່ໃຫ້ທັງຄຸນ ແລະໂທດຈາກການກິນໄຂ່ ເຊິ່ງເປັນອາຫານທີ່ມີຄໍເລສເຕີຣອລສູງ ປະມານ 220 ມິລິກັມ ຊຶ່ງອາດເຮັດໃຫ້ມີຄໍເລສເຕີຣອລ ສູງໃນເລືອດ ແລະ ສ່ຽງຕໍ່ການເປັນໂລກຫົວໃຈ

ຜູ້ຊ່ຽວຊານຫລາຍທ່ານໄດ້ເວົ້າວ່າ: ໄດ້ມີການຂະຫຍາຍເລື່ອງຄວາມສ່ຽງເຫລົ່ານີ້ຫລາຍເກີນຄວາມເປັນຈິງ ເພາະຄົນທີ່ມີສຸຂະພາບດີເກືອບ ທຸກຄົນ ສາມາດກຳຈັດທາດຄໍເລສເຕີຣອລຈາກອາຫານໄດ້ເອງຕາມທຳມະຊາດຢູ່ແລ້ວ ແຕ່ຢ່າງໃດກໍ່ຕາມ ດຣ. ລຸກ ຈູສ ແລະ ດຣ. ເຈ ໄມເຄິລ ກາເຊຍໂນ ຈາກໂຮງໝໍຍິງບຣິກແຣມ ແລະ ຄະນະແພດສາດ ມະຫາວິທະຍາໄລຮາຣ໌ວາດ ໄດ້ວິເຄາະຜົນການສຶກສາທາງການແພດ ຈາກຜູ້ຊາຍ ຈຳນວນ 21,327 ຄົນ ເປັນເວລາ 20 ປີ ແລະ ພົບວ່າປະລິມານການກິນໄຂ່ແມ່ນມີຜົນຕໍ່ສຸຂະພາບທີ່ດີໄດ້

ຄະນະນັກວິໄຈກ່າວໃນລາຍງານທີ່ຕີພິມໃນ ວ່າ: ການກິນໄຂ່ອາທິດລະ 6 ໜ່ວຍ ບໍ່ໄດ້ເພີ່ມຄວາມສ່ຽງຕໍ່ການເສຍຊີວິດດ້ວຍໂລກໃດໆ ແຕ່ການກິນໄຂ່ອາທິດລະ 7 ໜ່ວຍ ຫລື ຫລາຍກວ່ານັ້ນ ຈະເຮັດໃຫ້ມີໂອກາດເສຍຊີວິດເພີ່ມຂື້ນ ເຖິງ 23%

ຢ່າງໃດກໍ່ຕາມ ໃນກຸ່ມຜູ້ຊາຍທີ່ເປັນໂລກເບົາຫວານ ການກິນໄຂ່ຈະເພີ່ມໂອກາດເສຍຊີວິດໄດ້ທຸກສາເຫດ ແລະ ມີແນວໂນ້ມທີ່ຈະເຮັດໃຫ້ ເປັນໂລກຫົວໃຈ ແລະ ໂລກເສັ້ນເລືອດສະໝອງ, ນັກວິໄຈໄດ້ເນັ້ນວ່າ: ຜົນການສຶກສານີ້ບໍ່ໄດ້ໝາຍເຖິງປະຊາກອນທົ່ວໄປ ເພາະນັກວິໄຈ ບໍ່ຮູ້ວ່າ ພວກຄົນເຫລົ່ານັ້ນໄດ້ກິນອາຫານປະເພດໃດແດ່ ແລະ ມີວິທີການປຸງໄຂ່ແນວໃດ

ຕາມຂໍ້ມູນ ຜູ້ຊາຍກຸ່ມທີ່ກິນໄຂ່ຫລາຍທີ່ສຸດມັກຈະເປັນພວກທີ່ມີອາຍຸຫລາຍ, ຕຸ້ຍ, ດື່ມແອລກໍຮໍ, ສູບຢາ ແລະ ຂາດການກຳລັງກາຍ ປັດໄຈ ເຫລົ່ານີ້ລ້ວນເພີ່ມໂອກາດສ່ຽງຕໍ່ອາການຫົວໃຈວາຍ ແລະ ເສຍຊີວິດຕໍ່ຜົນວິໄຈດັ່ງກ່າວ, ນັກໂພຊະນາການ ວິຕໍເຣຍ ເທຍ໌ເລີຣ໌ ແຫ່ງມູນນິທິ ໂລກຫົວໃຈຂອງອັງກິດ ບອກວ່າ: ຂໍ້ຈຳກັດຂອງການສຶກສາເລື່ອງນີ້ກໍ່ຄື: ບໍ່ມີຂໍ້ມູນວ່າພວກໝໍທີ່ຖືກສຶກສານັ້ນ ກິນອາຫານຢ່າງອື່ນບໍ່? ສະນັ້ນ, ເຮົາຍັງຄົງຕ້ອງແນະນຳວ່າ ຄົນເຮົາສາມາດກິນໄຂ່ຫລາຍຊຳເທົ່າໃດກໍ່ບໍ່ຈຳກັດ, ເຮົາປະຊາສຳພັນໃຫ້ປະຊາຊົນຫລຸດການບໍລິໂພກໄຂມັນ ອິ່ມໂຕຫລາຍກວ່າຄໍເລສເຕີຣ໌ຣອລໃນອາຫານ.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 21, 2009 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄວາມເຊື່ອໃນບາບບຸນຄຸນໂທດ ຫຼື ທຳດີໄດ້ດີ-ທຳຊົ່ວໄດ້ຊົ່ວ ອັນເປັນຫຼັກທຳມະຂອງພຸດທະສາດສະໜານັ້ນ
ແມ່ນເກີດຂຶ້ນເປັນຈິງໃນຊີວິດຂອງສັງຄົມແລ້ວດົນນານ ຜູ້ໃດເຮັດຜິດກົດໝາຍຜູ້ນັ້ນຍ່ອມໄດ້ຮັບໂທດກຳຕາມກົດໝາຍວາງ
ໄວ້ ຜູ້ໃດສ້າງບຸນຍ່ອມໄດ້ຮັບບຸນ ຜູ້ໃດສ້າງບາບຍ່ອມຮັບບາບກຳໄປຕາມໆກັນ... ອັນນີ້ບໍ່ແມ່ນຂຶ້ນຫົວບົດ ແລ້ວຈະບັນຍາຍ
ທຳມະປານເປັນເຈົ້າອາວາດແຕ່ຢ່າງໃດດອກ ພຽງແຕ່ຢາກໃຫ້ຄົນເຮົາເຈົ້າຂ້ອຍເບິ່ງກົດເກນ ເບິ່ງການກະທຳ ສິ່ງໃດຄວນ
ສິ່ງໃດບໍ່ຄວນ ແລະ ຄວນຢັບຢັ້ງສັ່ງໃຈຕົນເອງໃຫ້ໄດ້... ບາງຄັ້ງການກະທຳຂອງຄົນບໍ່ເທົ່າໃດຄົນ ພັດເຮັດໃຫ້ຮ້ອຍຄົນ-ພັນ
ຄົນ ຫຼື ຄົນທັງໂລກທໍລະມານຍ້ອນ ກໍຫຼາຍ.
               ນັບແຕ່ຊຸມປີ 80 ຂອງສະຕະວັດແລ້ວເປັນຕົ້ນມາ ເກີດມີການກ່າວຂານຢ່າງກວ້າງຂວາງເຖິງການອະນຸຮັກທຳ
ມະຊາດ ການປ້ອງກັນສິ່ງແວດລ້ອມ ການເສື່ອມໂຊມຂອງຊັ້ນໂອໂຊນ ຜົນຮ້າຍຂອງສານ CFC ການສະສົມຄາບອນໄດ
ອອກໄຊ ປະກົດການເຮືອນແກ້ວ ການຕັດໄມ້ທຳລາຍປ່າ ແລະ ອື່ນໆ ຊຶ່ງເປັນໄພຕໍ່ສິ່ງແວດລ້ອມຢ່າງໜັກໜ່ວງ ສິ່ງທີ່ກ່າວ
ມານີ້ເກີດຂຶ້ນ ແລະ ເປັນມາແຕ່ຫົວແຖວ ເຖິງຫາງແຖວ ຄືປະເທດອຸດສາຫະກຳໃຫຍ່ລະດັບ (G) ຈົນເຖິງປະເທດດ້ອຍພັດ
ທະນາ ກໍມີສ່ວນຮ່ວມທຳລາຍສິ່ງແວດລ້ອມນຳກັນທັງນັ້ນ ເພື່ອປາກທ້ອງ ແລະ ຄວາມຮັ່ງມີໃຫ້ແກ່ຕົນເອງ ໃນນັ້ນ ມີທັງ
ຖືກກົດໝາຍ ແລະ ບໍ່ຖືກກົດໝາຍ.
               ບັນດາປະເທດໃຫຍ່ທີ່ຈະເລີນເຕີບໂຕທາງດ້ານອຸດສາຫະກຳ ຫຼື ຈະເອີ້ນວ່າ ອຸດສາຫະກຳທັງສະໄໝນັ້ນຕ່າງ
ພາກັນປ່ອຍແກັດພິດຂຶ້ນສູ່ບັນຍາກາດ (ອາກາດເປື້ອນ) ຄາບອນໄດອອກໄຊ ແລະ ສານອື່ນໆທຳລາຍຊັ້ນໂອໂຊນ ບັນດາ
ເນື້ອທີ່ປ່າທີ່ອຸດົມສົມບູນດ້ວຍຊີວະນາໆພັນຖືກຫຼຸດຄວາມອ້ວນ ໃຫ້ເປັນທົ່ງຫຍ້າລ້ຽງສັດ ເປັນທົ່ງປູກເຂົ້າ ສາລີ ພືດພັນຕ່າງ
ຕ່າງ ເພື່ອເປັນອາຫານຄົນ ເປັນບ່ອນສ້າງສະໜາມກ໋ອບ ລີສອດ ເດີ່ນບິນ ສ້າງເຂື່ອນ ແລະ ອື່ນໆ ສ່ວນປະເທດດ້ອຍພັດ
ທະນາກໍ່ຫຼຽວເຫັນແຕ່ປ່າໄມ້ ຂຸດຄົ້ນໄມ້ອອກຂາຍເປັນຕື້ໆແມັດກ້ອນ ເພື່ອໃຫ້ໄດ້ມາຊຶ່ງເງິນຕາ ສ້າງສາພັດທະນາກະສິກຳ
ເພື່ອໃຫ້ໄດ້ມາຊຶ່ງພືດພັນທັນຍາຫານປ້ອງກັນໄພອຶດຫິວ ສ້າງເຂື່ອນໄຟຟ້າ ປູກຕົ້ນໄມ້ອຸດສາຫະກຳໃສ່ປ່າທຳມະຊາດ ແລະ
ອື່ນໆ.
               ພໍຮອດທ້າຍຊຸມປີ 90 ເປັນຕົ້ນມາ ໄພຈາກການທຳລາຍທຳມະຊາດ ແລະ ສິ່ງແວດລ້ອມເລີ່ມອອກລິດຢ່າງ
ເປັນຕົນເປັນໂຕຂຶ້ນໃຫ້ປະກົດເຫັນໃນທົ່ວໂລກ ໂດຍສະເພາະຊັ້ນໂອໂຊນທີ່ຂາດເປັນວົງກວ້າງຫຼາຍກິໂລແມັດນັ້ນ ໄດ້ເປັນ
ປ່ອງຜ່ານໃຫ້ແສງອຸນຕຣາວິໂອເລ (UV) ລົງມາຫາໂລກເກີນຄວາມຕ້ອງການ ບວກກັບພິດຮ້າຍຂອງແກັດຕ່າງໆຂອງໂຮງ
ງານ ການຈູດປ່າ ແລະ ອື່ນໆ ເຮັດໃຫ້ບັນຍາກາດໂລກຮ້ອນຂຶ້ນຢ່າງບໍ່ເຄີຍມີມາກ່ອນ ແລະ ກາຍເປັນສາເຫດໃຫ້ນ້ຳກ້ອນ
ຂົ້ວໂລກເໜືອ Œຂົ້ວໂລກໃຕ້ເປື່ອຍ ສ້າງໃຫ້ລະດັບນ້ຳທະເລສູງຂຶ້ນ.
               ຄຽງຄູ່ກັນນັ້ນ ກໍເກີດມີເຫດການຕ່າງໆທາງທຳມະຊາດປະກົດຂຶ້ນຄື: ພາຍຸລົມ ພາຍຸຝົນ ເກີດນ້ຳຖ້ວມເປັນ
ວົງກວ້າງ ເກີດໄພແລ້ງ ແຜ່ນດິນໄຫວ ໄຟໄໝ້ປ່າ ແລະ ອື່ນໆ ອັນເຮັດໃຫ້ມີຄົນຕາຍ-ຄົນເຈັບ ການເສຍຫາຍທັງຊັບສິນ
ຢ່າງມະຫາສານ ການກະທຳໂດຍປາສະຈາກການຄົ້ນຄິດຮີ່ນຕອງຂອງມະນຸດ ໂດຍບໍ່ເບິ່ງຜົນກະທົບຕໍ່ສິ່ງແວດລ້ອມແລ້ວ
ເຂົ້າຂ້າງຕົນເອງວ່າມີວິໄສທັດທີ່ດີນັ້ນ ຍ່ອມເປັນສິ່ງອ້າງເຫດຜົນຢ່າງຟັງບໍ່ຂຶ້ນ ໂລກມະນຸດຖ້າບໍ່ມີຈິດສຳນຶກຮ່ວມກັນໃນ
ການປົວແປງ ຮຳບາດແຜ ຕາບຈູນສິ່ງທີ່ເສຍໄປນັ້ນ ກໍຊ່ຳກັບວ່າ ເປັນການທຳລາຍອະນາຄົດ ເພື່ອຄວາມສຸກສະບາຍຂອງ
ຄົນປັດຈຸບັນ ຫຼື ຂາຍອະນາຄົດໃຫ້ຄົນປັດຈຸບັນມີຄວາມສຸກນັ້ນເອງ.
               ຄືດັ່ງຮູ້ກັນດີແລ້ວວ່າ ໃນປັດຈຸບັນ ໄປທາງໃດກໍມີແຕ່ຄົນຈົ່ມວ່າຮ້ອນ ແຫ້ງແລ້ງ ອຶດນ້ຳ ໄຟໄໝ້ປ່າ ຝົນບໍ່ຕົກ...
ແຕ່ພຶດຕິກຳສ້າງຈິດສຳນຶກໃນການຮັກສາ ແລະ ປູກຝັງຍັງມີໜ້ອຍ ຫຼື ເຮັດກໍບໍ່ທັນຕັ້ງໜ້າພໍເທົ່າໃດ ບັດນີ້ທຸກສິ່ງທຸກຢ່າງ
ຊຶ່ງເປັນບາບກຳຂອງການປ້ຳໄມ້ທຳລາຍປ່າ ຈູດປ່າເຫຼົ່ານັ້ນ ໄດ້ກັບມາສະໜອງກຳໃຫ້ເຫັນດັ່ງຊຸມເຮົາເຈົ້າຂ້ອຍປະສົບພົບ
ພໍ້ຄືດັ່ງທຸກວັນນີ້... ໂລກຮ້ອນ...ໃຜໆກໍວ່າໂລກຮ້ອນ ແຫ້ງແລ້ງ ໃຜກໍວ່າແຫ້ງແລ້ງແທ້ໆ ນີ້ຄືບາບກຳທີ່ບໍ່ຕ້ອງລໍພິສູດຮອດ
ຊາດໜ້າ ພຽງແຕ່ 20 ກ່ວາປີມານີ້ເທົ່ານັ້ນ ເຮົາໆທ່ານໆກໍພົບເຫັນແລ້ວ... ມັນສະເລ່ຍໄປໃສ່ຫົວຄົນເທົ່າກັນໝົດໄດ້ ເປັນ
ແນວນີ້ພວກເຮົາຄວນເຮັດແນວໃດ ວິໄສທັດດີໆຖ້າມີຂຶ້ນໄດ້ ກໍຄືການປູກຕົ້ນໄມ້ ແລະ ຫຼຸດຜ່ອນອາຍແກັດທີ່ທຳລາຍຊັ້ນບັນ
ຍາກາດເທົ່ານັ້ນ.