ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 19, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ເຫັນອ້າຍຈາກ             ນ້ຳຕານ້ອງລີນໄຫຼນອງ

ຮັກເຮົາສອງ                 ຕ້ອງໄດ້ໄກກັນ

ໄຫ້ຫາພາບຄວາມຫຼັງ    ຝັງຈິດຕິດອຸລາ    

ໂອຮັກນີ້ນາ                   ເປັນຫຍັງຕ້ອງຈາກກັນ

ອ້າຍຂື້ນລົດດ່ວນ         ຫຼວງພະບາງ-ວຽງຈັນ

ຫົວໃຈນ້ອງແທບສະຫຼາຍ       ຮ້ອງໄຫ້ຫາ

ຫຼຽວເບິ່ງອ້າຍ               ຈົນລັບສຸດສາຍຕາ

ທີ່ຮັກ..........                   ອ້າຍຢ່າໄປຈາກນ້ອງເລີຍ

ຢາກຈະແລ່ນຕາມອ້າຍ    ຢ້ານອ້າຍໄປເຖິງໃສກໍ່ບໍ່ຮູ້

ຖີ້ມນ້ອງໄປຜູ້ໃດກັນ              ທີ່ເຊັດນ້ຳຕາ

ຄວາມຮັກນີ້ນາ                  ເປັນຫຍັງຕ້ອງທຸກໃຈ.

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 19, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ເກັບນ້ຳຝົນ                           ທີ່ລົ່ນລົງຈາກຟ້າ

ເກັບນ້ຳຕາ                           ທີ່ລົ່ນໃນໃຈສາວຜູ້ໜ້າສົງສານ

ຄວາມສຳພັນຂອງເຮົາ          ສີ້ນສຸດລົງພຽງທໍ່ນີ້

ເຈົ້າເຮັດໃຫ້ເຈັບ                    ດ້ວຍການມາຫຼອກກັນ

ທັ້ງໆທີ່ຂ້ອຍ                        ດີກັບເຈົ້າຕະຫຼອດມາ

ຈຳໄດ້ບໍ່                               ວັນທຳອິດທີ່ເຈິຂ້ອຍ

ເຈົ້າຊື້ສຳພັນ                        ດ້ວຍຮອຍຍີ້ມສົ່ງໃຫ້  

ເຈົ້າເຂົ້າມາຊວນເວົ້າຊວນລົມ   ຈົນຂ້ອຍຍອມມອບໃຈ

ແຕ່ສຸດທ້າຍ                          ເຈົ້າມາຫຼອກກັນ

ເຈົ້າຈົ່ງຈຳໄວ້                        ສິ່ງທີ່ເຈົ້າເຮັດໃນວັນນີ້

ຫາກກຳມີ                           ອາດສະໜອງເຈົ້າກັບຄືນ

ບໍ່ໄດ້ແຊ່ງ                             ແຕ່ຢາກໃຫ້ເຈົ້າຮູ້ໄວ້ຊື່ໆພໍ່ຕົວດີ

ຂໍໃຫ້ເຈົ້າສ້າງຄວາມດີ             ແຕ່ນີ້ຕໍ່ໄປ.

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 18, 2011 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ກະວີບົດນີ້                   ມີໄວ້ໃຫ້ເຂົາອ່ານ      

ຂຽນຈາກໃຈຍີງ           ທີ່ແສນທໍລະມານ  

ມາກໍ່ຫຼາຍປີ                  ອາດເປັນເພາະ       

ຮູບຊົ່ວຕົວຂີ້ຮ້າຍ         ອີກຍັງດຳປິດປີ            

ໜ້າຕາກໍ່ບໍ່ງາມ           ເຮັດວຽກມາຫຼາຍປີ              

ກໍ່ບໍ່ມີແຟນ                   ຈັກຄົນ  

ຫຼີ້ນນຳຜູ້ໃດ                 ເຂົາກໍ່ເອີ້ນເອື້ອຍ          

ຈີ້ບບ່າວທັ້ງທີ              ບໍ່ມີຜູ້ໃດສົນ           

ເພາະເຮົາບໍ່ລວຍ          ກົ້ມໜ້າຫາເງີນຄຳ     

ຫວັງຈີ້ບຈອງ               ອ້າຍບ່າວຄົນລວຍ

ຈັ່ງແມ່ນດວງເຮົາເຖິງຄາວຊວຍ        ອ້າຍບ່າວຄົນຫຼໍ່ລວຍ     ບໍ່ມັກຄົນຈົນ.