ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 27, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ພໍ່ " ລູກເອີຍ! ດຽວນີ້ພໍ່ວຽກຫຼາຍ

ລູກຢາກໄດ້ຫຍັງເປັນຂອງຂວັນລະເລືອກເອົາໂລດເດີ

ແລ້ວພໍ່ຈັ່ງຊິໄປຈ່າຍໃຫ້ !"

ລູກ  " ລູກຂໍວິທະຍຸໜ່ວຍໜື່ງກໍ່ພໍແລ້ວ

ເອົາວິທະຍຸແບບທີ່ວ່າມີລົດເກງຫຸ້ມວິທະຍຸຢູ່ຫັ້ນເດີພໍ່ "

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 22, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ຫຼານຊາຍເຫັນປູ່ນັ່ງຕາກລົມຢູ່ເຊຍ

ຄ່າແອວລົງໄປບໍ່ມີຫຍັງປົກປິດເລີຍ

ຈື່ງຖາມຂື້ນວ່າ

" ປູ່ນັ່ງແກ້ສົ້ງຢູ່ເຮັດຫຍັງ?"

" ເອີກໍ່ອາທິດແລ້ວປູ່ນັ່ງຕາກລົມຢູ່ບ່ອນນີ້ແຫຼະ

ຄໍປູ່ມັນແຂງໄປເລີຍ

ນີ້ເປັນຄວາມຄິດຂອງຍ່າເພິ່ນ

ເພິ່ນວ່າຖ້າເຮັດຈັ່ງຊີ້

ອີຫຍັງມັນກະແຂງຂື້ນ"???????

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 22, 2011 | ມີ 19 ຄຳເຫັນ ແລະ 0 trackback(s)

  ສົ້ມ ຂີ້ໂມ້ໃສ່ໝູ່ວ່າ

"ໂຕຮູ້ບໍວ່າ ເຮົາເອງເດີ ທີ່ເຮັດໃຫ້ຜົວຂອງເຮົາເປັນເສດຖີຂື້ນມາ "

" ຫວາ " ໝູ່ທ້ວງຂື້ນ

ແລ້ວຕອນນັ້ນຜົວຂອງໂຕເປັນຫຍັງລະ?

ສົ້ມ ກໍ່ຕອບໄປດ້ວຍ

ຄວາມໝັ້ນໃຈວ່າ

" ຕອນນັ້ນຜົວເຮົາເປັນມະຫາເສດຖີ "