ຄົນລາວຕົກເປັນຂີ້ຂ້າມ້າໃຊ້ໃຫ້ຕ່າງຊາດມາຫຼາຍເຊັ່ນຄົນ...
ເພາະສະນັ້ນປະຈຸບັນແມ້ປະເທດລາວຈະໄດ້ຮັບການປົດປ່ອຍມາສາມສິບກ່ວາປີແລ້ວ...
ແຕ່ຈິດສໍານຶກຂອງຄົນລາວສ່ວນຫຼາຍຍັງຄົງຝັງເລິກໃນສາຍເລືອດ.ຍັງຄົງສິ້ນເຄີຍແລະພໍໃຈກັບການເປັນຂີ້ຂ້າມ້າໃຊ້ ໃຫ້ຄົນຊາດອຶ່ນມາຂົ່ມເຮັງ.ແລະໃຊ້ແຮງງານ...
ເປັນຫັຍງຈິ່ງເວົ້າຈັ່ງຊີ້???....
ຄົນລາວເພື່ອນຮ່ວມຊາດ ທີ່ໜ້າສົງສານເອີຍ....ຕື່ນສາ...ຕື່ນຈາກການລັບໄຫຼ....
ຕື່ນສາ ຕື່ນຂື້ນມາກ່ອນວັນເວລາຈະສາຍເກີນໄປ....
ຕື່ນສາ ຄົນລາວທີ່ເປັນທີ່ເພິ່ງຂອງຄົນລາວທັງຊາດ...ຕື່ນມາຊ່ວຍຊູ ແກ່ດຶ່ງເອົາ ຄົນລາວ ອີກຫຼາຍໆເຜົ່າຊົນຫຼາຍໆຊີວິດ ທີ່ອ່ອນແຮງ ລໍຖ້າທ່ານຊ່ວຍຊູເພື່ອຈະກ້າວເດີນໄປດ້ວຍກັນ...
-ຄົນລາວ ທີ່ພຽບພ້ອມດ້ວຍສິດອໍານາດ ກຽດຕິຍົດຊື່ສຽງທີ່ ເປັນຕົວແທນຂອງຄົນທັງຊາດເອີຍ...ທ່ານພໍໃຈແລ້ວບໍ ທີ່ທ່ານມີຊີວິດທີ່ດີ ແຕ່ພີ່ນ້ອງຮ່ວມຊາດ
ຮ່ວມສາຍເລືອດ ຂຶ້ນຊື່ວ່າເປັນຄົນລາວຄືກັນ ກັບທ່ານ ກັບຈົມຢູ່ໃຕ້ກົ້ນເຫວ ແສນເລືກ ຄອຍໃຫ້ຕ່າງຊາດມາຂູດຫີດແຮງງານຕາມໂຮງຈັກໂຮງງານ ນິຄົມຮ້າງຮ້ານ...
-ຄົນລາວທີ່ພຽບພ້ອມດ້ວຍສິດອໍານາດ ກຽດຕິຍົດຊື່ສຽງ...ທ່ານພໍໃຈແລ້ວບໍ ທີ່ທ່ານສາມາດເດີນ ເຫີນໄດ້ດ້ວຍກໍາລັງແຮງທີ່ສຸກດັນຈາກປວງຊົນທັງຊາດ...
ແຕ່ທ່ານກັບບໍ່ຍອມຫຼຽວຫັຼງມາຊ່ວຍຊ້ວນຊູເອົາຄົນເລົ່ານັ້ນທີ່ຂື້ນຊື່ວ່າຄົນລາວ ສາຍເລືອດລາວ ເດີນໄປຄຽງບ່າຄຽງໄລ່ກັບທ່ານ...
ສຸພາສິດບູຮານລາວກ່າວເອົາໄວ້ວາ(ໄມ້ລໍາດຽວລ້ອມຮົ້ວບໍ່ໄຂ່ວ ໃຜ່ບໍ່ພ້ອມ ສ້າງບ້ານບໍ່ເຮືອງ.)
ເລີ້ມຕົ້ນແຕ່ວັນນີ້ສາ...ເລີ້ມຕົ້ນຫຼຽວຫັຼງມາ...ແນມເບິ່ງແມ...ຜືນແຜນດິນຂອງປະເທດລາວແສນກ້ວາງໃຫ່ຍແລະອຸດົມສົມບູນ...ຖ້າທຽບໃສ່ພົນລະເມືອງລາວທີ່ມີບໍ່ພໍເທົ່າໃດລ້ານຄົນ...
-ສົ່ງເສີມຄົນລາວດ້ວຍກັນໃຫ້ເຂົາເຈົ້າເປັນນາຍຊີວິດຂອງເຂົາເຈົ້າແມ....ດີກວ່າຈະສົ່ງເສີມໃຫ້ຄົນລາວເປັນຂີ້ຂ້າກໍາມະກອນ ໝາຮັບໃຊ້ຄົນຊາດອຶ່ນ...
(ເພາະທີ່ຜ່ານມາລາວບໍ່ຢາກສົ່ງເສີມລາວດ້ວຍກັນບໍ່ວ່າດ້ານໃດໆ)
-ສົ່ງເສີມປະຊາຊົນຄົນລາວທີ່ທຸກຈົນໃຫ້ໄດ້ຮັບການສຶກສາ...ມີອາຊີບການງານທີ່ໝັ້ນຄົງສາມາດລ້ຽງຊີບເຂົາເຈົ້າໄດ້...(ທີ່ຜ່ານມາເຫັນແຕ່ສົງເສີມລູກຫຼານຄົນລວຍ ຜູ໊ຮູ້ແຕ່ຈັບພວງມະໄລລົດ ຮູ້ຈັບແຕ່ຈອກເບຍ ...ແລ້ວເປັນແນວໃດ ຊີວິດເຂົາອຸດົມສົມບູນແລ້ວ ...ຈົບມາເຂົາຕັ້ງໃຈຜັນຂະຫຍາຍຄວາມຮູ້ຄວາມສາມາດ ປະກອບສ່ວນຄວາມຮູ້ຄວາມສາມາດຕາມບົດຮຽນທີ່ຮຽນມາບໍ???
-ຄວນເລືກເຟັ້ນສົ່ງເສີມບຸກຄະລາກອນຕາມເງື່ອນໄຂ...ຜູ້ທີ່ເຄີຍເປັນຄົນທຸກເຄີຍຈັບຈົກຈັບພ້າ ເຄີຍອອກແຮງານຫັຼງສູ່ຟ້າໜ້າສູ່ດິນກໍ່ຄວນສົ່ງເສີມຮໍ່າຮຽນວິຊາການ
ທີ່ເໝາະສົມກັບຄົນ...ຈົບມາເຂົາຈິ່ງເຮັດວຽກຢ່າງມີປະສິດທີ່ພາບ...ຜູ້ທີ່ບໍ່ເຄີຍອກແຮງານດ້ວຍຕືນມືກໍ່ຄວນສົ່ງເສີມເພີ້ມຄວາມຮູ້ວີຊາການດ້ານອື່ນທີ່ແທດເໝາະ...
-ດິນແດນລາວອອກກ້ວາງໃຫ່ຍແລະອຸດົມສົມບູນ...ຄວນຈັດສັນປັນແບ່ງ ຕັ້ງກຸ່ມຜະລິດປູກພືດ ລ໊ຽງສັດ ຕາມພື້ນທີ່...ເຂດເໝາະສົມລ້ຽງສັດກໍ່ສົ່ງເສີມລ້ຽງສັດ ເຂດເໝາະປູກຢາງ ປູກກາເຝ ກ້ວຍອ້ອຍ ຜັກມັນຕ່າງໆກໍ່ສ່ົງເສີມ ລົງທຶນ...ເພາະທີ່ຜ່ານມາເຫັນແຕ່ສົ່ງເສີມສະເພາະຜູ້ທີ່ມີເງິນ ມີຊັບສິນຄໍ້າປະກັນທະນາຄານຈິ່ງໃຫ້ກູ້...ພາກສ່ວນບໍ່ມີເງື່ອນໄຂກູ້ ກໍ່ຄວນຈັດຕັ້ງກອງທຶນ ຫຼືກຼ້ຢືມຈາກພາຍນອກມາ
ສົ່ງເສີມເປັນກົນຈັກຝຸ່ນປຸຍ ຊອກວິຊາການທີ່ຊ່ຽວຊານມາຊ່ວຍ ...ແລ້ວຄ່ອຍໄລ່ລຽງຜ່ອນຕາມພາຍຫັຼງຖ້າຢາກຊ່ວຍ
ອາດຈະດີກ່ວາໃຫ້ຄົນຕ່າງຊາດມາສໍາປະທານແລ້ວໃຫ້ຄົນລາວໃນພື້ນທີ່ຮັບຈ້າງຂາຍແຮງງານໃຫ້ເຂົາ....ຄົນຊາດອຶ່ນຂຶ້ນຮອດເດືອນຮອດດາວ ...ຄົນລາວຖ້າແມ້ແຕ່ເຂັມດວງດຽວ
ກໍ່ຍັງຄົງອາໃສຊາດອື່ນແລ້ວປານໃດລາວຈະພົ້ນຈາກຄວາມດ້ວຍພັດທະນາ...ຖ້າພົ້ນອອກຈາກຄວາມດ້ອຍພັດທະນາໄດ້ ກໍ່ພຽງໃນນາມ ແລ້ວຄົນລາວທັງຊາດພູມໃຈກັບມັນແລ້ວບໍ່???
ເຊື່ອວ່າ:ຖ້າເຮັດໄດ້ຄືເວົ້າ...ໄວໜຸ່ມຄົນລາວ ຫຼາຍສິບພັນຄົນຫຼາຍແສນຄົນ ຄົງຈະບໍ່ຫອບສັງຂານເຂົ້າໄປເປັນກູລີ ຕາມໂຮງຈັກໂຮງານໃຫ້ນາຍຈ້າງຕ່າງຊາດໜ້າເລືອດຂູດຮີດແຮງງານດອກ...
ເຊື່ອວ່າຄົນລາວຫຼາຍສິບພັນຄົນ ຄົງບໍ່ຫອບສັງຂານໄປຂາຍແຮງງານຢູ່ຕ່າງຊາດໃຫ້ເຂົາເອີ້ນວ່າແຮງງານເຖື່ອນ.ເປັນເຢື່ອຄ້າມະນຸດຂ້າມຊາດດອກ...
ຢ່າຫາວ່າສອນແຂ້ລອຍນໍ້າເລີຍ...ໃຫ້ຖືວ່າເປັນສຽງໝາຫອນຕອນຄົນລາວກໍາລັງລັບໄຫຼກໍ່ແລ້ວກັນ.....