![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ກ.ພ.. 12, 2012
| ມີ
11 ຄຳເຫັນ
ແລະ
0 trackback(s)
ຕາມອ່ານພົບມີຫຼາຍໆກະທູ້ທີ່ສະມາຊິກພັນລາວໄດ້ຍິບຍົກບັນຫາສິ່ງຫຍໍ້ຖໍ້ທີ່ເກີດຂື້ນຈາກຊາວຕ່າງດາວທີ່ເຂົ້າມາດໍາລົງຊີວິດຫາກິນໃນປະເທດລາວ...
ເຊັ່ນວ່າບາງກະທູ້ກໍ່ຍິບຍົກບັນຫາຊາວຫວຽດນາມເຂົ້າມາລາວແລ້ວເຮັດແນວສິ່ງບໍ່ດີໃນສັງຄົມບ້ານເມືອງຂອງລາວ...ເຊັ່ນມາຊື້ເຫຼັກເສດ ຂີ້ລັກ ຊູຊີຂາຍເຄື່ອງໃນສະຖານທີ່ຕ່າງໆ ອຶ່ນໆ....
ມີບາງກະທູ້ກໍ່ຍິບຍົກນໍາເອົາຮູບພາບຄວາມຈະເລີນຂອງປະເທດຈີນ...ມາເອກອ້າງຈູງໃຈ...ໃຫ້ຄົນລາວເຮີ່ຕາມ ສັງຄົມຄວາມສີວິໄລຂອງຊາດເຂົາ.....
ຄິດວ່າແນວຄວາມຄິດຂອງເພື່ຶອນໆພັນລາວຄິດວ່າບຸກຄົນເຫຼົ່ານັ້ນຕັ້ງກະທູ້ແບບມີແນວຄິດແອບແຝງໃຫ້ຄົນລາວມີທ່າອ່ຽງແນວໃດຕໍ່ບັນດາເພື້ອນບ້ານຂອງເຮົາ...
ຄິດວ່າຜູ້ຕັ້ງກະທູ້ມີແນວຄິດຈັ່ງໄດຕໍ່ປະເທດລາວ...ໃຜທີ່ຈິງໃຈຊ່ວຍລາວໂດຍບໍ່ຫັວງປະໂຫຍດແອບແຝງຍັງມີອີກບໍ່...
ຊ່ວຍໃຫ້ຄວາມເຫັນແດ່ເພື່ອນພັນລາວ