ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ກະທູ້ສຳລັບຄົນມັກກາບກອນ,ກະວີ,ຄຳຄົມ...

ໜ້າທີ່ 2 ຈາກທັງໝົດ 11 ໜ້າ <<<1234 ... 7891011>>>

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
++ເດືອນຫົກຟ້າຮໍ່າຮ້ອງ....................ບົງບອກລະດູຝົນ
ຊົນລະທາເລີ່ມລີນ............................ນອັ່ງອໍເຕັມທົ່ງ
ສຽງປົ່ງຄວາຍດັງກ້ອງ.........................ໄປທົ່ວທ້ອງທົ່ງນາ
ຍາມຄໍ່າຄ້ອຍລົງແລງມາ......................ກົບຂຽດພາກັນຮ້ອງສະນັ່ນກ້ອງທົ່ວທົ່ງນາ.
++ພັກປິດເທີມແລ້ວບໍ່ນ້ອງ...................ຄືນມາຫ້ອງທ້ອງຖີ່ນນາ
ມາຊ່ວຍຊາຍເຮັດນາ..........................ຄາດໄຖດົກກ້າ
ຊາຍນີ້ຄອງຄອຍຖ້າ...........................ສາວນາງມາດຳນາຊ່ວຍ
ມາເຮັດນາດ້ວຍກັນແລ້ວຮຽບຮ້ອຍ..........ນາງນ້ອຍຈີ່ງຕ່າວວຽງ.ອີກເໜີ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
++ນັບແຕ່ຈຳຈອນຍ້າຍ...........................ຈາກຖີ່ນເມືອງຊຳ
ຫລາຍເດືອນລ່ວງລໍ້າ.............................ຫລາຍປີພົ້ນຜ່ານ
ທີ່ຮຽມຈອນຈາກບ້ານ..............................ມານານເພື່ອຮຽນຮໍ່າ
ບາດນີ້ຈີ່ງໄດ້ຄືນສູ່ກໍ້າ.............................ເມືອງບ້ານຖີ່ນເດີມ.ເຮົາຫນໍ
++ດີໃຈຫລາຍຍາມເມື່ອມາເຫັນບ້ານ...........ເຮືອນຊານບ່ອນບ້ານເກົ່າ
ຕື່ນຕັ້ນໃຈຍາມໄດ້ມາພົບເຈົ້າ....................ວິດາມານດາເຮົານໍ້າຕາຫລັ່ງ
ໄດ້ຫວນຄືນອີກຄັ້ງ.................................ຄວາມຫລັງແຕ່ຄາວກ່ອນ
ຕອນນີ້ຂໍໂຈະກອນບ່ອນໄວ້........................ໃນມື້ຫນ້າຊິຕໍ່ກອນ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
++ງາມໃບຫນ້າ ...................... ໃຜເຫັນກໍ່ຕິດຕາ
ງາມກິລິຍາ ............................ ໃຜເຫັນກໍ່ຕິດໃຈ
ງາມວາຈາ ............................. ໃຜເຫັນກໍ່ຫລົງໄຫລ
ງາມຈິດໃຈ ............................. ໃຜໆກໍ່ປາຖາຫນາ.

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ຮັກແທ້,,,,,,,,,,,,,,,,,,,,,,ທຸກຄົນຕ້ອງການ
ຮັກຍາວນານ,,,,,,,,,,,,,,ທຸກຄົນໄຝ່ຫາ
ຮັກທີ່ແສນ,,,,,,,,,,,,,,,,,ຈະທຳມະດາ
ຄື,,,,,,,,,,,,,,,,,,,,,,,,,,,,,ຂ້ອຍຮັກເຈົ້າ ^_^
ແຕ່ງໃດ້ແຕ່ເທົ່ານີ້ແລະ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
++ບາງເທື່ອໄກກັນນັ້ນ..................ຄວາມສຳພັນຍີ່ງຫມັ້ນແກ່ນ
ບາງເທື່ອຄວາມຮັກແລ່ນໜີພ້ອມ......ກັບການຈາກລາໜີ
ບາງຄົນຫລາຍປີຍີ່ງຮັກຫມັ້ນ...........ຄວາມຮັກກັນຍັງຄືເກົ່າ
ບາງຄົນໄກກັນບໍ່ພໍມື້.....................ມີແລ້ວໃຫ່ມມາຊົມ.

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
++ ຕອນລິເລີ່ມຮັກນັ້ນ............................ສຸດແສນຫວານຊາຍມາອ່ອຍ
ຫວານກ່ວານໍ້າຕານນໍ້າອ້ອຍ.....................ເພາະຊາຍມາອ່ອຍຫວັງກີນ
ປະໃຫ້ນາງນໍ້າຕາຫລັ່ງເປັນລີນ.................ເມື່ອງຊາຍສົມຫວັງແລ້ວ
ໃຈນາງກາຍເປັນແປ້ວ............................ລາຄີຂາວດຳດ່າງ.ແລ້ວໜໍ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
+ ກອນກາບກ້ອມ,,,,,,,,,,,,,,,,,,,,,,,,ອອມອີ່ມຫວານໃຈ
ໄຂຂອດຂານ,,,,,,,,,,,,,,,,,,,,,,,,,,,,,ກ່າວກັນກອດກ້ຽວ
ສ້ຽວສອດສ້ອຍ,,,,,,,,,,,,,,,,,,,,,,,,,,,ສານສື່ສົມສົງ
ປົງປົວແປງ,,,,,,,,,,,,,,,,,,,,,,,,,,,,,,,,ມ່ວນມັນມະໂນແມ້ງ....

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
++ເຊີນໃດເຊີນເຂົ້າມາຈາຕ້ານ...............ຂານຕອບກະວີວອນ
ຂຽນຄຳຄົມແລະກາບກອນ......................ເພື່ອລົມກັນວອນເວົ້າ
ເອົາຄຳກອນມາຈາຕ້ານ.........................ຕອບຂານມັນແສນມ່ວນ
ຊວນໃດຊາວພີ່ນ້ອງ.............................ປະຄອງຊ້ວນຊ່ວຍຊູ.ແດ່ເໜີ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາບັດນີ້---------------------------ເຈົ້າແຕ່ງກອນຫຼາຍ
ມັກແຕ່ງກອນບັນຍາຍ------------ກໍ່ຄັກຫຼາຍນໍເຈົ້າ
ແຕ່ງໃຫ້ຫາຍຄວາມເສົ້າ---------ຄວາມເຫົງາເກີດກໍ່
ແຕ່ງໄດ້ຫຼາຍມ່ວນແທ້-----------ແຕ່ງໂລດດີແລ້ວທ່ານເອີຍ :)

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ມາບັດນີ້---------------------------ເຈົ້າແຕ່ງກອນຫຼາຍ
ມັກແຕ່ງກອນບັນຍາຍ------------ກໍ່ຄັກຫຼາຍນໍເຈົ້າ
ແຕ່ງໃຫ້ຫາຍຄວາມເສົ້າ---------ຄວາມເຫົງາເກີດກໍ່
ແຕ່ງໄດ້ຫຼາຍມ່ວນແທ້-----------ແຕ່ງໂລດດີແລ້ວທ່ານເອີຍ :)

ໂອ!ຂໍຂອບໃຈໃດເຈົ້າ..............ທີ່ເວົ້າຍ້ອງຍໍເຮົາ
ແຕ່ງບໍ່ມ່ວນດອກເຈົ້າ..............ພຽງໃຈເຮົາມັກຊື່ໆ
ບໍ່ຫາກຄືດັ່ງເຈົ້າ....................ແຕ່ງໄດ້ເກັ່ງແລະມ່ວນຫລາຍ
ທັງມີຄວາມຫມາຍດີ................ວິທີການແສນຄ່ອງແຄ້ວ.ມ່ວນເດ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ ມາຍ້ອງເຮົາອີກແລ້ວ--------------ຍ້ອງແຂ່ງກັນໄປມາ
ປາກຫວານໃສ່ກັນຫັນນ໋າ--------------ປານວ່າສະໄໝກ່ອນກີ້
ແຕ່ມາຮອດບັດນີ້-----------------------ຂ້ອຍຂໍໄປຫົວກ່ອນ
ຂ້ອຍກໍ່ແຕ່ງມົ້ວໄປຊັ້ນລະ--------------ຄິດມາແລ້ວເປັນຕາຫົວ ແທ້ແລ້ວ :)

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ໂອ ມາຍ້ອງເຮົາອີກແລ້ວ--------------ຍ້ອງແຂ່ງກັນໄປມາ
ປາກຫວານໃສ່ກັນຫັນນ໋າ--------------ປານວ່າສະໄໝກ່ອນກີ້
ແຕ່ມາຮອດບັດນີ້-----------------------ຂ້ອຍຂໍໄປຫົວກ່ອນ
ຂ້ອຍກໍ່ແຕ່ງມົ້ວໄປຊັ້ນລະ--------------ຄິດມາແລ້ວເປັນຕາຫົວ ແທ້ແລ້ວ :)

+ບໍ່ໄດ້ເວົ້າວ່າຍ້ອງ.......................ເປີດປ່ອງແປຜັນ
ມາຊ່ວຍກັນຮັກສາ........................ວັດທະນາທຳລາວໄວ້
ຊາວລາວເຫນືອຮອດໃຕ້................ຮັກສາໄວ້ຊ່ວຍກັນ
ເຈົ້າກໍ່ໃນຫນື່ງນັ້ນ.........................ທີ່ຮັກຫໍ່ວັດທະນາທຳ.ແມ່ນບໍ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອເຈົ້ານີ້ຊ່າງມາເວົ້າຄ່ອງແຄ້ວ---------ເວົ້າຮອດເລື່ອງວັດທະນາທຳ
ກໍ່ແມ່ນແລ້ວດີງາມ------------------------ຄວນຮັກສາສັນເສີນໄວ້
ອານາຄົດລູກຫຼານລາວຈະໄດ້---------ຂະຫຍາຍເສີມເຕີມຕໍ່
ຈິ່ງຈະອຸດົມສົມບຸນດ້ວຍ-----------------ກະວີມາກຫຼາກຫຼາຍ ແທ້ແລ້ວ :)

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ໂອເຈົ້ານີ້ຊ່າງມາເວົ້າຄ່ອງແຄ້ວ---------ເວົ້າຮອດເລື່ອງວັດທະນາທຳ
ກໍ່ແມ່ນແລ້ວດີງາມ------------------------ຄວນຮັກສາສັນເສີນໄວ້
ອານາຄົດລູກຫຼານລາວຈະໄດ້---------ຂາຍຫຍາຍເສີມເຕີມຕໍ່
ຈິ່ງຈະອຸດົມສົມບຸນດ້ວຍ-----------------ກະວີມາກຫຼາກຫຼາຍ ແທ້ແລ້ວ :)

+ກໍ່ຫາກແມ່ນແທ້ໆ......................ດຽວດັ່ງເຮົາຈາ
ຖ້າວ່າເຮົາບໍ່ພາ..........................ກັນຮັກສາເອົາໄວ້
ແມ່ນໃຜເດຊິມາຊ້ວນ....................ຄວນຄຳຮໍ່າຮອດ
ເຫລັນຫລານຫລອດຊິບໍ່ຮູ້..............ກາບກອນນັ້ນແມ່ນຫຍັງ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອອຍ ກັນລະຢາກນອນເຮັ່ງແລ້ວ----------------ຫວ່າງມາຊິຈາໃໝ່ເດີ
ເກືອບນັ່ງນອນຝັນເພີ້-----------------------------ເພາະວ່າກັນຢາກນອນເຮັ່ງ
ວິນຫົວເມັ່ງໆນີ້-------------------------------------ອອຍ ປານໃດຊິໄດ້ນອນຕໍ່
ອີກ1ຊົ່ວໂມງຊິເລີກການແລ້ວ--------------------ຈິ່ງຊິໄດ້ເມືອເຮືອນຊັ້ນນ໋າ ຮາໆໆ

ອູບບາງທ້ອງຖິ່ນຫົວພັນເດີນີ້

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອອຍ ກັນລະຢາກນອນເຮັ່ງແລ້ວ----------------ຫວ່າງມາຊິຈາໃໝ່ເດີ
ເກືອບນັ່ງນອນຝັນເພີ້-----------------------------ເພາະວ່າກັນຢາກນອນເຮັ່ງ
ວິນຫົວເມັ່ງໆນີ້-------------------------------------ອອຍ ປານໃດຊິໄດ້ນອນຕໍ່
ອີກ1ຊົ່ວໂມງຊິເລີກການແລ້ວ--------------------ຈິ່ງຊິໄດ້ເມືອເຮືອນຊັ້ນນ໋າ ຮາໆໆ

ອູບບາງທ້ອງຖິ່ນຫົວພັນເດີນີ້ [/
+ ກັນກັບເທົາ......................................ສອງຄົນເຮົາໄທດຽວກັນແທ້
ໄປລະແມນອນໄດ້.................................ຕາມໃຈສະຫາຍສ່ຽວ
ນອນບຶດດຽວກະຮອດແລ້ວ.......................ເວລາເລີກວຽກ
ໂຮງຮຽນຮ້ອງຮຽກແລ້ວ...........................ນອກໂມງການໄປຮຽນຕໍ່.ດີຫລາຍ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ຫາກວ່າມັກຍິ່ງແທ້...................ນຳແນບກະວີວອນ
ຍິນອອນຊອນຈິດໃຈ.................ແຝງໃຝ່ນຳແນນິ້ງ
ຍາມຫລິງອ່ານກອນເພິ່ນ............ພາຈິດເພີນຊ້ອຍຊື່ນ
ແສນລື່ນເລິງມ່ວນແມ້ງ..............ພາກັນແຕ່ງມ່ວນຫລາຍ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ຫາກວ່າມັກຍິ່ງແທ້...................ນຳແນບກະວີວອນ
ຍິນອອນຊອນຈິດໃຈ.................ແຝງໃຝ່ນຳແນນິ້ງ
ຍາມຫລິງອ່ານກອນເພິ່ນ............ພາຈິດເພີນຊ້ອຍຊື່ນ
ແສນລື່ນເລິງມ່ວນແມ້ງ..............ພາກັນແຕ່ງມ່ວນຫລາຍ

ອືມ ວັກກອນນີ້ຍັງວ່າມ່ວນແມ້ງ-------------ທຽບໃສ່ບົດທ່ອງເບື່ອຍເຈົ້າມື້ກີ້
ພໍໄດ້ຫົວອິອິອິຍ້ອນ--------------------------ເພາະກາບກອນເຈົ້າຫ້າວເບື່ອຍຫັ້ນ
ບໍ່ເປັນຫຍັງເດີນັ້ນ---------------------------ພໍໄດ້ອ່ານຫົວມ່ວນ
ຊວນໃຈເບີກບານຍ້ອນ---------------------ບໍ່ໜ້ອຍກໍ່ຫຼາຍ ແທ້ແລ້ວ :)

+ ແມ່ນແລ້ວມາຂຽນຫລີ້ນ....................ພໍຄາຍຄວາມເມື່ອຍ
ຂຽນກາບກອນໄປເລື້ອຍ......................ໂຕ້ຕອບຂານໄຂ
ໃນວາຈາວາດກອນ...........................ສຸດແສນອອນຊອນແທ້
ມາແມຊ່ວຍກັນສັນສ້າງ.......................ແປງທາງໃຫ້ກອນແລ່ນ.ທ່ານເອີຍ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະຈັ່ງວ່າລະຫັ້ນ---------------ມາແຕ່ງຫຼິ້ນພໍເພີນ
ມາເຫັນບໍ່ເມີນໜີ---------------ມາແຕ່ງຟຣີຈັກໜ້ອຍ
ບໍ່ຫວານມ່ວນລະຫ້ອຍ--------ປານນ້ຳອ້ອຍຫວານກ່ອມ
ຍັງພໍປະກອບສ່ວນເຂົ້າ-------ນຳເຈົ້າຜູ້ແຕ່ງກອນ ແທ້ເດ :)

໐ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ມາອ່ານກອນ

໐ ກະທູ້
໘໖ ໂພສ
ຂາປະຈຳເວັບບອດ
ຄິດທຸກຢ່າງທີ່ເຮັດ ບໍ່ແມ່ນເຮັດທຸກຢ່າງທີ່ຄິດ ແລ້ວຊີວິດຈະກ້າວໜ້າ

Bad boy

໐ ກະທູ້
໘໖ ໂພສ
ຂາປະຈຳເວັບບອດ
ຄວາມຮັກບໍ່ມີວັນຈົບ ຂຸມຝັງສົບຄືຈຸດຈົບຂອງຄວາມຮັກ

Bad boy

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ກໍ່ຢາກຄິດຂຽນແຕ້ມ.........................ໃຫ້ມັນມ່ວນອອນຊອນ
ແຕ່ພອນສະຫວັນບໍ່ໃຫ້......................ເລື່ອງກະວີແຕ້ມແຕ່ງ
ໄດ້ແຕ່ພຽງຄົນອ່ານ.........................ການສານສ້າງແມ່ນບໍ່ເປັນ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ກໍ່ຢາກຄິດຂຽນແຕ້ມ.........................ໃຫ້ມັນມ່ວນອອນຊອນ
ແຕ່ພອນສະຫວັນບໍ່ໃຫ້......................ເລື່ອງກະວີແຕ້ມແຕ່ງ
ໄດ້ແຕ່ພຽງຄົນອ່ານ.........................ການສານສ້າງແມ່ນບໍ່ເປັນ

+ແມ່ນບໍ່ໜໍ!ວ່າພອນສະຫວັນບໍ່ໃຫ້-------------------ເຫັນເຕັມໄປແຕ່ກອນເພີ່ນ
ອ່ານແລ້ວເພີນໃຈຂ້ອຍ-------------------------------ຄອງຄອຍຢາກອ່ານຕໍ່
ມາໃດມາຕໍ່ເຕີມແຕ່ງແຕ້ມ----------------------------ແປງປ່ອງກອນຂານ
ມາຊ່ວຍສານສົ່ງເສີມ---------------------------------ວາດກະວີໃຫ້ຄົງຫມັ້ນ.ດີແລ້ວ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ກໍ່ຢາກຄິດຂຽນແຕ້ມ.........................ໃຫ້ມັນມ່ວນອອນຊອນ
ແຕ່ພອນສະຫວັນບໍ່ໃຫ້......................ເລື່ອງກະວີແຕ້ມແຕ່ງ
ໄດ້ແຕ່ພຽງຄົນອ່ານ.........................ການສານສ້າງແມ່ນບໍ່ເປັນ

ອ້າວຄືມີແຕ່ສາມແຖວນະເຈົ້າ------------------ມັນບໍ່ໄດ້ຄົບບາດ
ເພາະວ່າໃນໜຶ່ງບາດ---------------------------ຈະມີ 4 ແຖວໃດຫັ້ນ
ຫຼື ວ່າຂີ້ຄ້ານແຕ່ງແລ້ວ--------------------------ບຶດຫ້າ ບຶດສາມແຖວດອກ
ຫຼື ເຈົ້າຊິມາຢອກຫຼິ້ນ-----------------------------ຫຼັກການກ້ຳປ່ຽນໄປແມ່ນບໍນໍ

ຢອກໆເດີ

+ໂອຍສາວພາ!ອາຈານເພີ່ນຟັ່ງຟ້າວ...................ໄປທຳເທດສະຫນາ
ເລົ່າເລີຍລະໄລກອນ......................................ແສນອອນຊອນແຕ່ງບໍ່ແລ້ວ
ຈັກຫນ້ອຍກອນກາບກ້ອມ.................................ຊິໄຫລຍາວບາດເພີ່ນແຕ່ງ
ຊ່ວຍມາແປງປ່ອງທ້າງ....................................ວາງວາດເຕີມເຕັມ.ທ່ານເອີຍ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

+ໂອຍສາວພາ!ອາຈານເພີ່ນຟັ່ງຟ້າວ...................ໄປທຳເທດສະຫນາ
ເລົ່າເລີຍລະໄລກອນ......................................ແສນອອນຊອນແຕ່ງບໍ່ແລ້ວ
ຈັກຫນ້ອຍກອນກາບກ້ອມ.................................ຊິໄຫລຍາວບາດເພີ່ນແຕ່ງ
ຊ່ວຍມາແປງປ່ອງທ້າງ....................................ວາງວາດເຕີມເຕັມ.ທ່ານເອີຍ

ອ້າວ ຄືເອີ້ນອາຈານ ເປັນຄູບາເບາະຫັ້ນ-----------------ເຈົ້າຄືຮູ້ຈັກຊັ້ນນະ
ໄປເທດສະໜາຢູ່ໃສ---------------------------------------ບໍ່ແມ່ນຢູ່ວັດໃດນໍເຈົ້າ
ຫຼື ຈະໄປເທດເຝົ້າ-----------------------------------------ອອກເປັນກອນເກາະກ່າຍ
ລ່າຍກອນລຳໃສ່ເຂົາເຈົ້າ---------------------------------ບາດວ່າເວົ້າສາທຸຢ່າບາບເດີ !

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...

ອ້າວ ຄືເອີ້ນອາຈານ ເປັນຄູບາເບາະຫັ້ນ-----------------ເຈົ້າຄືຮູ້ຈັກຊັ້ນນະ
ໄປເທດສະໜາຢູ່ໃສ---------------------------------------ບໍ່ແມ່ນຢູ່ວັດໃດນໍເຈົ້າ
ຫຼື ຈະໄປເທດເຝົ້າ-----------------------------------------ອອກເປັນກອນເກາະກ່າຍ
ລ່າຍກອນລຳໃສ່ເຂົາເຈົ້າ---------------------------------ບາດວ່າເວົ້າສາທຸຢ່າບາບເດີ !

+ໂອ!ຂ້ອຍກໍ່ຍັງບໍ່ຮູ້..............................ພຽງດູວາດເດົາໄປ
ຜິດບ່ອນໃດຂໍອາໄພ............................ທີ່ເວົ້າໄປໂດຍບໍ່ຮູ້
ພຽງແຕ່ດູວາດເວົ້າ.............................ມາເດົາດາໄປຊື່ໆ
ຫາກບໍ່ຄືຫລືຜິດຜ້ຽນ..........................ຜູ້ຂຽນນີ້ກ່າວອາໄພ.ກ່ອນເໜີ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ງາມເດນ້ອງ ສາວຊ່າສາວຊຳ
ງາມລື່ນຄຳ ກ່າວຂານຄົນເວົ້າ
ງາມຕອນເຈົ້າ ຂັບຮ້ອງໃສ່ແຄນ
ແອະແອ່ນພອນ ແສນສະອອນຍາມໃດ້ເບິ່ງ (.....)

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

ໜ້າທີ່ 2 ຈາກທັງໝົດ 11 ໜ້າ <<<1234 ... 7891011>>>