![]() |
![]() |
![]() |
![]() |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
![]() ຂ້ອຍບໍ່ຮ້ລົງທຶນດອກ ຮູ້ແຕ່ຈ່າຍ ![]() |
|
![]() ມີເງິນສອງແສນຈະເຮັດຫຍັງໄດ້ແດ່ເພາະວ່າປະຈຸບັນນີ້ໂຄງການໜຶ່ງກໍ່ລົງທືນເປັນສາມລ້າໂດລາຂື້ນໄປ |
|
![]() ຟັງນັກລົງທຶນມືອາຊີບສຳລັບຜູ້ທີ່ມີທຶນສອງແສນກີບ ຊິແນະນຳໃຫ້: ໃຫ້ໄປເກັບເອົາກ້ອນຫີນພູ ແປງໜ້າມັນກ້ຽງໆ ແລ້ວເລາະໄປຮັບຈ້າງຝົນມີດ ຝົນພ້າ ລົງທຶນບໍ່ຫຼາຍ ແຕ່ໄດ້ກຳໄລມະຫາສານ ຊົ່ວຫີນຝົນຊິຫ້ຽນ. |
|
![]() ສອງປີຜ່ານໄປຂ້ອຍໄດ້ລົງທຶນຊື້ດິນສອງຕອນແຕ່ບໍ່ທັນໄດ້ຂາຍຄາດວ່າກຳໄລພໍມີ ![]()
ໂຈນຫ້າຮ້ອຍສອງເທື່ອເປັນພັນ
|
|
![]() ເຈັດປີຜ່ານໄປຂ້ອຍຍັງມີທຶນ50,000ພັນດອນໃຜແດ່ມີແນວຄິດດີໆຊ່ອຍບອກວິທີແດ່
ໂຈນຫ້າຮ້ອຍສອງເທື່ອເປັນພັນ
|
|
![]() ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ... ມີສອງແສນ..ເອົາໄວ້ໄປຊື້ຫຸ້ນໄຟຟ້າລາວຊ່ະ..ປິໜ້າຕະຫຼາດຫຸ້ນກະເປິດແລ້ວ.. ຫຸ້ນໄຟຟ້າຮັບຮອງແຈ່ມກວ່າເບຍລາວອີກ.. ![]() ![]() ຂພຈ ເຫັນດີນຳ ເລື່ອງຊື້ຫຸ້ນໄຟຟ້ານະ ເພາະວ່າຕົນເອງກໍ່ສົນໃຈ ແຮະແຮະ. ແຕ່ວ່າ ຖ້າຈະໃຫ້ແນະນໍາເລື່ອງທຸລະກິດສຳລັບເງິນ 200 000 ອື່ມມມມມ ... ຄິດອອກແຕ່ປູກຜັກນິລະ ສົ່ງໃຫ້ຕະຫລາດ,ໂຮງແຮມ,ຮ້ານອາຫານ,ບ້ານພັກ,ລີສອດ....ນິກາໄດ້ ຖ້າໂຕເຈ້າຢູ່ນະຄອນຫລວງ ແຕ່ບໍ່ຮູ້ຈະສົ່ງຜັກໃຫ້ໃຜ ຊັ້ນກໍ່ເອົາມາຂາຍໃຫ້ ຂພຈ ກໍ່ໄດ້. ເດ໋ ມີບ່ອນຮອງຮັບວັດຖະດິບແລ້ວເດ. ອ້ອ ມີອີກຢ່າງ1 ຄືວ່າ ຖ້າບ້ານເຈ້າຢູ່ຕ່າງແຂວງ ເຄື່ອງດື່ມສະປອນເຊີ ຕ້ອງການຕົວແທນຈໍາຫນ່າຍເກາະ (ສົງໃສຈະຍາວກວ່ານິ້ ຖ້າສົນໃຈ ຈື່ງວ່າກັນໃຫມ່ຊະເນາະ) |
|
![]() ອຸ໋ຍ ມີທືນ50 000 ພັນດອນຫວາ 555 ຂພຈ ຍັງອ່ານບໍ່ທັນຈົບຫມົດ ພັດໄປຕອບກ່ອນ ແຮະແຮະ. |
|
![]() ເຮັດກ່ຽວກັບກະເສດ ດີທີ່ສູດ |
|
![]() ມີເງິນຕັ້ງ ຫ້າມຶ່ນໂດລາຄິດບໍ່ອອກຈະໄປຕໍ່ຍອດແນວໃດກະບໍ່ຊ່າງຊິວ່າລະເນາະ ແຕ່ ຂພຈ ຍັງງຶດທ່ານວ່າມີປັນຍາຫາເງິນກ້ອນນີ້ມາໄດ້ຈັ່ງໃດນໍ ຊ່ວຍຊີ້ແນະແດ່ທ້ອນ. |