![]() |
![]() |
![]() |
![]() |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
![]() ເມືອງ ວຽງໄຊ, ແຂວງຫົວພັນ ເປັນສະຖານທີ່ ທີ່ຂ້ອຍເຕີບໃຫຍ່ໄດ້ 17 ປີປາຍ ( ທີ່ນີ້ຄວາມງາມທີ່ຝັງໃຈຂ້ອຍຕະຫຼອດໄປ) ຮູບນີ້ແມ່ນຮູບທີ່ຂ້ອຍຖ່າຍເອງ ຫຼັງຈາກທີ່ຈາກໄປ 6 ປີປາຍ ແລ້ວກັບມາຢາມ :) ![]() ![]() ![]() ![]() ![]() ![]() ![]() ![]() ![]() ຂໍລະບາຍຄວາມຄິດຮອດບ້ານເກີດເມືອງນອນ ຍາວໆນ້ອຍໜຶ່ງ ຜູ້ໃດໝັ່ນກໍ່ອ່ານໂລດ ອິອິອິອິອິ ເປັນພາບຄວາມຊົງຈຳທີ່ຝັງເລິກຢູ່ໃນໃຈ ບໍ່ມີສິ່ງໃດທົດແທນໄດ້ ຄວາມສຸກ ແຕ່ນ້ອຍຈົນໃຫຍ່ໄດ້ບັນທຶກໄວ້ໃນທີ່ນັ້ນ ພາບຄວາມງາມທັງໝົດໄດ້ບັນທຶກໄວ້ໃນໃຈ ບໍ່ມີວັນລືມໄລ ຕອນຍັງນ້ອຍພາກັນໄປລອຍຫຼິ້ນນ້ຳ ແຕ່ເຊົ້າຈົນຄ່ຳ ເຂົ້ານ້ຳບໍ່ຢາກ ອິອິ ພາກັນກັບໝູ່ໄປປີນຕົ້ນສີດາ ຍາມເດືອນ 8 ໝູ່ຕົກຕົ້ນໝາກສີດາຕາເຫຼືອກ ຕື່ນສວາຍປັ້ນເຂົ້າແລ່ນໄປໂຮງຮຽນ ຮາໆໆ ຕື່ນສວາຍແມ່ຮ້ອງຄັບບ້ານ ( ອາຍຜູ້ບ່າວເດ ຮາໆ) ຕອນນັ້ນຜູ້ບ່າວ ປິ໋ງໆຫຼາຍໆໃດ ແຕ່ບໍ່ໄດ້ລົມໃຜເປັນແຟນ ຮາໆໆ ( ຕາຫົວ) ໝູ່ພາໄປເກັບຜັກ ຫັກໜໍ່ໄມ້ ແຕ່ຂ້ອຍຫາບໍ່ໄດ້ຫຼາຍຄືໝູ່ ໝູ່ແບ່ງໃຫ້ຫຼາຍໆ ອິອິ ໝູ່ປີນຜາຫາເກັບຜັກຫວານເຕັ້ນຢູ່ເຄືອເຂົາເທິງຜາ ເອີ້ນຫາໝູ່ຢູ່ລຸ່ມ ໝູ່ຂ້ອຍມັນພະລາດເຄືອເຂົາເກືອບຕົກຜາ ແຕ່ຍັງມີອັນໃຫ້ຈັບໄວ້ລະບໍ່ເປັນຫຍັງ ຍາມຝົນຕົກທາກຫຼາຍຮ້ອງໂຮ່ທັງແລ່ນ ຍາມຮ້ອນໝູ່ພາໄປຫາຟືນ ກິນໝາກແຕງຫວານກາງໄຮ່ ຍາມຝົນນ້ຳລ່ອງໄຫຼຕາມທາງ ແກວ່ງເກີບອີ່ແຕະໃຫ້ໄຫຼແລ້ວໄລ່ນຳ ( ຕອນຍັງນ້ອຍໆ ດອກຫວາ) ນັ່ງຕ່ຳຫູກກັບເອື້ອຍທີ່ກີ່ຂ້າງເຮືອນ ແມ່ເປີດເທບໃຫ້ຟັງ ຄົນກາຍໄປໆມາໆກໍ່ແຊວຖາມ ຫົດນ້ຳສວນນ້ອງຊາຍໄລ່ນຳ ແລະ ຮ້ອງເພງ ຍາມຫວ່າງໆພາກັນໄປໃສ່ມອງ ຂວ້າງແຫ ຕຶກເບັດໃສ່ຍອດມັນຕົ້ນ ຫຼື ເອົາຂີ້ກະເດືອນໃສ່ເບັດ ຕຶກອ່ອຍເອົາປາ ອິອິ ຂີ່ເຮືອລ່ອງຫຼິ້ນ, ຍາມໄທບ້ານຂ່າງນາ ເຂົາເຈົ້າກໍ່ພາກັນຮ້ອງໄປຊ່ວຍກັນ ແລລ້ວກິນປາມັນ ຂ້າງຖຽງນາ ຍາມບຸນຊ່ວງເຮືອກໍ່ພາກັນໄປເຊຍອ້າຍນ້ອງແຖວບ້ານ ຕອນງານບຸນຕ່າງໆກໍ່ມີກິລາ ກໍ່ໄປເຊຍມ່ວນໆ ຕອນອາຍຸ 8 ປີ ໄປເບິ່ງພໍ່ເອົາປາທີ່ໜອງປາໃຫຍ່ ແຕ່ຂ້ອຍລອຍນ້ຳບໍ່ເປັນດີ ໄດ້ກິນນ້ຳຫຼາຍໆ ພໍດີອ້າຍອຳຂຽວຟ້າວແລ່ນມາຊ່ວຍເອົາຂ້ອຍປອດໄພ ໄປກິນນ້ຳຫວານຢູ່ເຮືອນບໍ່ໄດ້ລົດຊາດເລີຍ ແຮໆ ຕອນຮຽນລອຍນ້ຳ ຂ້ອຍດຶງຂາເອື້ອຍຂ້ອຍ ແມ່ຂ້ອຍຫຼຽວເຫັນຢ້ານເອື້ອຍຂ້ອຍຈົມນ້ຳ ເລີຍໄລ່ຕີຂ້ອຍອ້ອມໜອງ ອິອິ ຜູ້ບ່າວເຫັນບໍ່ກ້າເວົ້ານຳ ອິອິ ຕອນນັ້ນ ຮາໆ ຢູ່ບ້ານຂ້ອຍຄືວ່າມ່ວນໜັກໜາ ແຕ່ຍ້ອນຍ້າຍມາຮຽນໃນນະຄອນຫຼວງ ຄອບຄົວຈິ່ງຈຳເປັນຍ້າຍມາ ຂ້ອຍຢ້ານພໍ່ແມ່ຊິບໍ່ມີເງິນຕັ້ງເຮືອນ ຈິ່ງບອກພໍ່ແມ່ຂາຍເຮືອນທາງບ້ານ ດົນໆໄປໃຈຂ້ອຍມີແຕ່ຄິດຮອດທາງວຽງໄຊ ທີ່ຈາກໄປໄກ 6-7 ປີ ໄດ້ຕ່າວໄປຢາມເທື່ອ 1 ຄິດຮອດເດ ວຽງໄຊ ບ້ານເກີດເມືອງນອນຂອງຂ້ອຍ ຍາມຍັງນ້ອຍມ່ວນບໍ່ເຄີຍລືມ ຂ້ອຍນອນຝັນເຫັນແຕ່ຄວາມສຸກມ່ວນຊື່ນຕອນຢູ່ທາງນັ້ນ ມາໃນເມືອງມີແຕ່ສູ້ຊີວິດ ແຕ່ມີຄອບຄົວຈິດໃຈກໍ່ອົບອຸ່ນ ແຕ່ຂ້ອຍຄິດໆໆໆໆ ຝັນໆໆໆໆ ຫາແຕ່ເຮືອນເຄີຍຢູ່ ທຳມະຊາດເຄີຍເຫັນ ຂ້ອຍຄິດໄວ້ວ່າ ມື້ໜຶ່ງໃນອານາຄົດ ຂ້ອຍຢາກກັບໄປຊື້ເຮືອນຫຼັງເກົ່າທີ່ຂາຍໄປ ເພາະຄວາມສຸກໃນອາດີດຢູ່ໃນນັ້ນ ຂ້ອຍໄດ້ແຕ່ຝັນເຫັນແຕ່ທີ່ນັ້ນ ................... :) |
|
![]() ຄິດຮອດເດີ ຊຳເໜືອ ຊ່າງງາມເຫຼືອຈົນສຸດຂອບຟ້າ ອິອິ ( ວຽງໄຊເດີນີ້ ຫ່າງຊຳເໜືອປະມານ 28 ກິໂລແມັດ ອິອິ) ![]() ![]() ![]() |
|
![]() ຕອນຮຽນລອຍນ້ຳ ຂ້ອຍດຶງຂາເອື້ອຍຂ້ອຍ ແມ່ຂ້ອຍຫຼຽວເຫັນຢ້ານເອື້ອຍຂ້ອຍຈົມນ້ຳ ເລີຍໄລ່ຕີຂ້ອຍອ້ອມໜອງ ອິອິ ມັກຕອນນິຄິດໄດ້ແນວໃດ ຮາຮາ ![]() ![]() ![]() ![]() |
|
![]() ![]() ທຳມະຊາດໂຄດງາມເລີຍ ![]() ![]() ![]() ![]() |
|
![]() ໂອ...ສາວພາສຸກແຕ່ງລະຄອນສັ້ນໃຫ້ພ້ອມຄັກຫລາຍ....ອື່ມ!!!ຄິດຮອດຄືກັນເຖີງບໍ່ແມ່ນບ້ານເກີດແຕ່ກໍ່ເຄີຍມາ ຮຽນຢູ່ທີ່ວຽງໄຊ...ຄິດຮອດໝູ່ໆແລະຜູ້ສາວຢູ່ບ້ານຕີນຜາມ້ອນເດ...
ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?
|
|
![]() ![]()
ຮັກຈິງ ເຈັບຈິງ ຮັກຫລອກ ເຈັບຫລອກ ໆ
|
|
![]() ບໍ່ວ່າແຕ່ຕູ້ພາດອກ ຂ້ອຍກໍຄືກັນ ອ່ານບົດນີ້ເບິ່ງແມ້ |
|
![]() ບໍ່ໄດ້ອ່ານຊ້ຳ ແຕ່ຍາກໄປໆໆ
ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ |
|
![]() ງາມເນາະ ແຕ່ວ່າ ບ່ອນໃດກະມີແຕ່ຫວຽດກັບຈີນ ເອ໋ຕົກລົງມັນເມືອງຫວຽດຫລືເມືອງຈີນນິ
ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ
|
|
![]() ດີໆໆໆ ບໍ່ມີລົດແຫຍ້ ຢູ່ເຕັມທາງ
ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້
|
|
![]() ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ... ງາມເນາະ ແຕ່ວ່າ ບ່ອນໃດກະມີແຕ່ຫວຽດກັບຈີນ ເອ໋ຕົກລົງມັນເມືອງຫວຽດຫລືເມືອງຈີນນິຮວ້າຍ ບໍ່ຮູ້ເມືອງ ວຽງໄຊ ແຂວງຫົວພັນບໍ? ຍັງມາຖາມວ່າຈີນ ຫຼື ຫວຽດອີກ ໂອ໋ ![]() |
|
![]() ອ້າງເຖິງຂໍ້ຄວາມຈາກ gt701 ຂຽນວ່າ... ຕອນຮຽນລອຍນ້ຳ ຂ້ອຍດຶງຂາເອື້ອຍຂ້ອຍ ແມ່ຂ້ອຍຫຼຽວເຫັນຢ້ານເອື້ອຍຂ້ອຍຈົມນ້ຳ ເລີຍໄລ່ຕີຂ້ອຍອ້ອມໜອງ ອິອິມັກຕອນນິຄິດໄດ້ແນວໃດ ຮາຮາ ![]() ![]() ![]() ![]() |
|
![]() |
|
![]() ຂໍໃຫ້ເຮືອນຫຼັງເກົ່່າກັບມາເປັນຂອງເຈົ້າ ຈາກຄົນບ້ານດຽວກັນ!!!!! |
|
![]() ອ້າງເຖິງຂໍ້ຄວາມຈາກ aaawww ຂຽນວ່າ... ຂໍໃຫ້ເຮືອນຫຼັງເກົ່່າກັບມາເປັນຂອງເຈົ້າຈາກຄົນບ້ານດຽວກັນ!!!!! ຂອບໃຈ ![]() ![]() ![]() |
|
![]() ໄປມາແລ້ວງານແທ້ເດີເມືອງຊຳ |
|
![]() ອັນວ່າຄິດຮອດບ້ານເກີດເມືອງນອນ ໃຜໆກໍ່ຄິດຮອດຫມົດທຸກໆຄົນຫັນແລວ ຂ້ອຍກໍ່ຜູ້ຫນື່ງທີ່ເປັນແບບນັ້ນ ຂ້ອຍກັບໄປຢາມບ້ານແຕ່ລະເທື່ອ ຂ້ອຍຕ້ອງໄດ້ອອກໄປທົ່ງນາ ທຸກໆເທື່ອ ເວລາທີ່ຂ້ອຍໄປເຫັນບ່ອນທີ່ເຄີຍລ້ຽງງົວລ້ຽງຄວາຍ ຫນອງນ້ຳທີ່ເຄີຍຫລີ້ນ ເມື່ອຕອນຍັງນ້ອຍ ເຫັນແລ້ວ ນ້ຳຕາຂ້ອຍເກືອບໄຫລ (ມັນເປັນຕາຄ້ອຍ) ແຕ່ຊິເຮັດຈັງໃດໄດ້ ເພາະວ່າຊີວິດຄົນເຮົາຕ້ອງກ້າວໄປຂ້າງຫນ້າ ຄິດສະວ່າ ອາດີດມັນກະຄືອາດີດ ເຮົາກັບໄປເປັນເດັກນ້ອຍຄືເກົ່າບໍ່ໄດ້ອີກແລ້ວ ຈາກແຕ່ກ່ອນບໍເຄີຍຄິດຫຍັງຫລາຍ ຂໍແຕ່ໃຫ້ໄດ້ກິນອີ້ມໃນແຕ່ລະຄາບກໍ່ພໍ ແຕ່ມາໃນປະຈຸບັນ ຈັກຄິດຫຍັງ ຢ່າຄິດຫຍັງ ສາລະພັດແນວຄິດ |
|
![]() ^ ^ ^ ປະຢັດ ພິທັກໄພບູນ ນ້ຳຕາເກືອບໄຫລ (ມັນເປັນຕາຄ້ອຍ) ອິອິອິ ![]()
_______________________________________________
![]() |
|
![]() ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ... ງາມເນາະ ແຕ່ວ່າ ບ່ອນໃດກະມີແຕ່ຫວຽດກັບຈີນ ເອ໋ຕົກລົງມັນເມືອງຫວຽດຫລືເມືອງຈີນນິຮວ້າຍ ບໍ່ຮູ້ເມືອງ ວຽງໄຊ ແຂວງຫົວພັນບໍ? ຍັງມາຖາມວ່າຈີນ ຫຼື ຫວຽດອີກ ໂອ໋ ![]() ອ່ານນນນນນ ດີດີກ່ອນປ້າສຸກເອີ້ຍ ຂ້ອຍເວົ້າວ່າ ຢູ່ບ່ອນໃດ ກະມີແຕ່ຫວຽດມີແຕ່ເຈັກ ........ ຫມາຍຖຶງທົ່ວທຸກຫົນແຫ່ງຂອງປະເທດ ລາວວວວວວວວວວວ
ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ
|
|
![]() ໂອ້ຍເນາະຕັ້ງແມ່ນຊຶ້ງ ![]() |
|
![]() ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ... ງາມເນາະ ແຕ່ວ່າ ບ່ອນໃດກະມີແຕ່ຫວຽດກັບຈີນ ເອ໋ຕົກລົງມັນເມືອງຫວຽດຫລືເມືອງຈີນນິຮວ້າຍ ບໍ່ຮູ້ເມືອງ ວຽງໄຊ ແຂວງຫົວພັນບໍ? ຍັງມາຖາມວ່າຈີນ ຫຼື ຫວຽດອີກ ໂອ໋ ![]() ອ່ານນນນນນ ດີດີກ່ອນປ້າສຸກເອີ້ຍ ຂ້ອຍເວົ້າວ່າ ຢູ່ບ່ອນໃດ ກະມີແຕ່ຫວຽດມີແຕ່ເຈັກ ........ ຫມາຍຖຶງທົ່ວທຸກຫົນແຫ່ງຂອງປະເທດ ລາວວວວວວວວວວວ ມີຫັ້ນລະ ເປັນຫຍັງລະ? ![]() |
|
![]() |
|
![]() ອ້າງເຖິງຂໍ້ຄວາມຈາກ SoneTBS ຂຽນວ່າ... ໂອ...ສາວພາສຸກແຕ່ງລະຄອນສັ້ນໃຫ້ພ້ອມຄັກຫລາຍ....ອື່ມ!!!ຄິດຮອດຄືກັນເຖີງບໍ່ແມ່ນບ້ານເກີດແຕ່ກໍ່ເຄີຍມາຮຽນຢູ່ທີ່ວຽງໄຊ...ຄິດຮອດໝູ່ໆແລະຜູ້ສາວຢູ່ບ້ານຕີນຜາມ້ອນເດ... ຜູ້ສາວຢູ່ບ້ານຕີນຜາມ້ອນເອົາຜົວປະລະບໍ? ອິອິ |
|
![]() ອ້າງເຖິງຂໍ້ຄວາມຈາກ YAD ຂຽນວ່າ... ອັນວ່າຄິດຮອດບ້ານເກີດເມືອງນອນ ໃຜໆກໍ່ຄິດຮອດຫມົດທຸກໆຄົນຫັນແລວຂ້ອຍກໍ່ຜູ້ຫນື່ງທີ່ເປັນແບບນັ້ນ ຂ້ອຍກັບໄປຢາມບ້ານແຕ່ລະເທື່ອ ຂ້ອຍຕ້ອງໄດ້ອອກໄປທົ່ງນາ ທຸກໆເທື່ອ ເວລາທີ່ຂ້ອຍໄປເຫັນບ່ອນທີ່ເຄີຍລ້ຽງງົວລ້ຽງຄວາຍ ຫນອງນ້ຳທີ່ເຄີຍຫລີ້ນ ເມື່ອຕອນຍັງນ້ອຍ ເຫັນແລ້ວ ນ້ຳຕາຂ້ອຍເກືອບໄຫລ (ມັນເປັນຕາຄ້ອຍ) ແຕ່ຊິເຮັດຈັງໃດໄດ້ ເພາະວ່າຊີວິດຄົນເຮົາຕ້ອງກ້າວໄປຂ້າງຫນ້າ ຄິດສະວ່າ ອາດີດມັນກະຄືອາດີດ ເຮົາກັບໄປເປັນເດັກນ້ອຍຄືເກົ່າບໍ່ໄດ້ອີກແລ້ວ ຈາກແຕ່ກ່ອນບໍເຄີຍຄິດຫຍັງຫລາຍ ຂໍແຕ່ໃຫ້ໄດ້ກິນອີ້ມໃນແຕ່ລະຄາບກໍ່ພໍ ແຕ່ມາໃນປະຈຸບັນ ຈັກຄິດຫຍັງ ຢ່າຄິດຫຍັງ ສາລະພັດແນວຄິດ ຄ້ອຍໃຈຈົນນ້ຳຕາຊິຍ້ອຍບໍ ອິອິ |
|
![]() |
|
![]() ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ SoneTBS ຂຽນວ່າ... ໂອ...ສາວພາສຸກແຕ່ງລະຄອນສັ້ນໃຫ້ພ້ອມຄັກຫລາຍ....ອື່ມ!!!ຄິດຮອດຄືກັນເຖີງບໍ່ແມ່ນບ້ານເກີດແຕ່ກໍ່ເຄີຍມາຮຽນຢູ່ທີ່ວຽງໄຊ...ຄິດຮອດໝູ່ໆແລະຜູ້ສາວຢູ່ບ້ານຕີນຜາມ້ອນເດ... ຜູ້ສາວຢູ່ບ້ານຕີນຜາມ້ອນເອົາຜົວປະລະບໍ? ອິອິ ກະຄິດວ່າຈັ່ງຊັ້ນລະເພາະຕອນນັ້ນຍັງບໍ່ມີໂທລະສັບ...ມີແຕ່ຂຽນຈົດຫມາຍຫາກັນດົນໄປກະມິດຈ້ອຍ ບໍ່ຮູ້ຂ່າວຮູ້ຄາວເລີຍ...ໄປຢູ່ໃສແລ້ວນໍ...ເອົາລູກເອົາຜົວລະບໍ...ສາວ...ສັ້ນ???????? ![]() ![]() ![]() ![]() ![]() ![]()
ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?
|
|
![]() ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ YAD ຂຽນວ່າ... ອັນວ່າຄິດຮອດບ້ານເກີດເມືອງນອນ ໃຜໆກໍ່ຄິດຮອດຫມົດທຸກໆຄົນຫັນແລວຂ້ອຍກໍ່ຜູ້ຫນື່ງທີ່ເປັນແບບນັ້ນ ຂ້ອຍກັບໄປຢາມບ້ານແຕ່ລະເທື່ອ ຂ້ອຍຕ້ອງໄດ້ອອກໄປທົ່ງນາ ທຸກໆເທື່ອ ເວລາທີ່ຂ້ອຍໄປເຫັນບ່ອນທີ່ເຄີຍລ້ຽງງົວລ້ຽງຄວາຍ ຫນອງນ້ຳທີ່ເຄີຍຫລີ້ນ ເມື່ອຕອນຍັງນ້ອຍ ເຫັນແລ້ວ ນ້ຳຕາຂ້ອຍເກືອບໄຫລ (ມັນເປັນຕາຄ້ອຍ) ແຕ່ຊິເຮັດຈັງໃດໄດ້ ເພາະວ່າຊີວິດຄົນເຮົາຕ້ອງກ້າວໄປຂ້າງຫນ້າ ຄິດສະວ່າ ອາດີດມັນກະຄືອາດີດ ເຮົາກັບໄປເປັນເດັກນ້ອຍຄືເກົ່າບໍ່ໄດ້ອີກແລ້ວ ຈາກແຕ່ກ່ອນບໍເຄີຍຄິດຫຍັງຫລາຍ ຂໍແຕ່ໃຫ້ໄດ້ກິນອີ້ມໃນແຕ່ລະຄາບກໍ່ພໍ ແຕ່ມາໃນປະຈຸບັນ ຈັກຄິດຫຍັງ ຢ່າຄິດຫຍັງ ສາລະພັດແນວຄິດ ຄ້ອຍໃຈຈົນນ້ຳຕາຊິຍ້ອຍບໍ ອິອິ ກະແມ່ນແທ້ ມັນເປັນຕາຄ້ອຍ ອີກຢ່າງເຮົາກະບໍ່ຄິດວ່າເວລາມັນຊິຜ່ານໄປໄວປານນີ້ ນີ້ກະຄືຄາວດຽວຫນື່ງ ບາດມາເບິ່ງເຮົາຕອນນີ້ບາດຊິເຖົ້າລະ |
|
![]() ເວົ້າມາແລ້ວຢາກໄປທ່ຽວເມືອງຊຳ ແລ້ວດື່ມເບຍແບບບໍ່ຕ້ອງໃສ່ນຳກ້ອນ 555 555 55 |
|
![]() ງາມເນາະ ບ້ານ ສາວ ພາສຸກ ບ້ານ ເຮົາ ລະແປນ ເອີດເຕິດ ພູໜວ່ຍ 1 ກະບໍ່ ມີ ໃຫ້ ເບີ່ງ
ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ
|
|
![]() ຢາກກົດ Like ໃຫ້ທຸກຄົນທີ່ມາເມັ້ນເດ ອອນຊອນນຳ ອິອິ ![]() ![]() ![]() |