![]() |
![]() |
![]() |
![]() |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
![]() ຜູ່ໃດມີວິທີຮັກສາໃບຫນ້າດີໆເດັດໆ ເຮັດໃຫ້ຫນ້າສົດໃສ ອອ່ນກ່ອນໄວ ຂໍໃຫ້ເອົາມາບອກມາເຫລົ່າສູ່ກັນຟັງແດ່ເດີ. "ໄກ່ງາມຍ້ອນຂົນ ຄົນງາມຍ້ອນແຕ່ງ" ແຕ່ງບ່ອນໃດ? ກະແຕ່ງທີ່ຫນ້າຕາຫັນລະເນາະ! ເອົາບເວົ້າກັນຫລາຍສາຍຍາວເນາະ!ເຮົາມາເຂົ້າວິທີຮັກສາໃບຫນ້າກັນເລີຍ. ¤ວິທີເຮັດໃຫ້ໃບຫນ້າຂາວສົດໃສ¤ ສູດຂອງມັນງ່າຍບຍາກມີຄື: -ກ້ວຍໄຂ່ 1 ຫນ່ວຍ -ແອບເປີນ 1 ຫນ່ວຍ -ໂຍເກິດສູດນົມສົດ 1 ກ໋ອງ ທັງ 3 ຢ່າງນີ້ຫາຊື້ໄດ້ຕາມທ່ອງຕະຫລາດ ¤ ວິທີເຮັດ ¤ ປອກກາບກ້ວຍອອກແລ້ວປາດເປັນປ່ຽງ,ສ່ວນແອບເປີນບປອກກາບກະໄດ້ແຕ່ຕ້ອງປາດເປັນປ່ຽງຄືກັນ ແລ້ວເອົາໄປໃສ່ເຄື່ອງປັ່ນເທໂຍເກິດລົງ 2 ບ່ວງແກງແລ້ວປັ່ນໃຫ້ເຂົ້າກັນ. ¤ ວິທີຟອກຫນ້າ ¤ ກ່ອນຟອກເຮົາຕ້ອງລ້າງຫນ້າ ໃຫ້ສະອາດແລ້ວເຊັດນຳ້ອອກຈາກຫນ້າໃຫ້ແຫ້ງ. ຫລັງຈາກນັ້ນແລ້ວນຳເອົາຫມາກໄມ້ທີ່ເຮົາປັ່ນແລ້ວນັ້ນ ມາຟອກຫນ້າ ປະໄວ້ 15-20 ນາທີ ແລ້ວລ້າງອອກດ້ວຍນຳ້ສະອາດ (ນຳ້ອຸ່ນຍິ່ງດີ) ພຽງເທົ່ານີ້ເຮົາກຈະໄດ້ໃບຫນ້າທີ່ໃສ ປິ່ງໆ. ຖ້າທ່ານເຮັດອາທິດລະເທື່ອຍິ່ງດີ. ສ່ວນ ຂພຈ ແມ່ນ 2 ອາທິດຕເທື່ອ. ຊ່ວງນີ້ຮູ້ສຶກວ່າ ຫນ້າຕາດີ ອີ່ຫລີ.ຫິຫິ.... ![]() ![]() ![]() ![]() |
|
![]() ຂອບໃຈຂອບໃຈຫຼາຍໆເດີ |
|
![]() ໜ້າອອນກວ່າໄວຢູ່ແລ້ວ ອິອິ ![]() ![]() ![]()
There's a thin line between Life and Death, I wish for a Miracle to happen...
|
|
![]() ເຮົາຫມັ່ນລ້າງນ້ຳລ້າໆ ມັນກະບໍ່ມີແລ້ວ ພະຍາຍາມບໍ່ໃຫ້ຫນ້າມັນ ຮັບຮອງ100% |
|
![]() ໜ້າເຖົ້າຄືເຮົາ ຖ້າເຮັດຕາມແບບສູດນີ້ກະຊິກັບມາອອ່ນປານໜ້າອ້າຍບ່າວນ້ອຍຢູ່ບໍເນາະ ![]()
-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ |
|
![]() ເອົາໝາກຂາມປຽກມາປົນກັບນຳ້ຜິ້ງລະມາທາໜ້າກະໃດ້ຜົນເດີ ທີ່ສຳຄັນເຮັດໃຫ້ໃບໜ້າເຕັ່ງຕິງນຽນໃສນຳອີກ
ຄວາມຮັກຂອງສອງເຮົາເປັນແນວນິຫວາ
![]() |
|
![]() ອ້າງເຖິງຂໍ້ຄວາມຈາກ lovelybo ຂຽນວ່າ... ເອົາໝາກຂາມປຽກມາປົນກັບນຳ້ຜິ້ງລະມາທາໜ້າກະໃດ້ຜົນເດີ ທີ່ສຳຄັນເຮັດໃຫ້ໃບໜ້າເຕັ່ງຕິງນຽນໃສນຳອີກໜ້າຫຍາບໆດ້ານໆ ກະເຕັ່ງຕຶ່ງນຳເພີ່ນຢູ່ຫວາ ໂບ ![]()
-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ |
|
![]() ອ້າງເຖິງຂໍ້ຄວາມຈາກ lovelybo ຂຽນວ່າ... ເອົາໝາກຂາມປຽກມາປົນກັບນຳ້ຜິ້ງລະມາທາໜ້າກະໃດ້ຜົນເດີ ທີ່ສຳຄັນເຮັດໃຫ້ໃບໜ້າເຕັ່ງຕິງນຽນໃສນຳອີກນຳ້ເຜິ້ງ ມັນຫາຍາກອາຫລີເດີສາວ ທຸກມີນີ້ແຫງມີແຕ່ຂອງປອນ. ຖ້າມີນຳ້ເຜິ້ງ ຂ້ອຍມີສູດເຮັດຢາອາຍຸຍືນ,ແລະນຳ້ເຜິ້ງມັນກະດີຫລາຍຢ່າງໃດ ເນາະສາວ. ![]() |
|
![]() ອ້າງເຖິງຂໍ້ຄວາມຈາກ ETarBank ຂຽນວ່າ... ໜ້າເຖົ້າຄືເຮົາ ຖ້າເຮັດຕາມແບບສູດນີ້ກະຊິກັບມາອອ່ນປານໜ້າອ້າຍບ່າວນ້ອຍຢູ່ບໍເນາະ ![]() ສ່ວນຫນ້າເຖົ້າໆແກ່ໆ ມີແຕ່ຂໍແນະນຳວ່າເຂົ້າວັດ ປຶກສາທັມະດ່ວນ 555 ເວົ້າຢອກຊື່ໆເດີບ່າວ (ຢ່າໄປເຮັດ ສັນຍາກຳໃດຈັກຫນ່ອຍຊິເສຍໂຊມ) ເຮົາກະບໍຮູ້ໃດສ່ວນຫນ້າເຖົ້ານີ້ຫນາ ແຕ່ຖ້າເປັນຫອຍຕີນກາ ຂໍແນະນຳວ່າ ໃບບົວບົກປະສົມນຳ້ເຜິ້ງ ເຮັດໃຫ້ມຸ່ນ ແລ້ວເອົາມາໂປະໃສ ປະໄວ້ 15 ນາທີ, ແລ້ວລ້າງອອກ(ເຮັດເປັນປະຈຳ)ໄດ້ຜົນແນ່ນອນ. ![]() |
|
![]() ໂອ ສາລະສາລະ ![]() ![]() ![]() ![]() ![]() |
|
![]() ອ້າງເຖິງຂໍ້ຄວາມຈາກ ETarBank ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ lovelybo ຂຽນວ່າ... ເອົາໝາກຂາມປຽກມາປົນກັບນຳ້ຜິ້ງລະມາທາໜ້າກະໃດ້ຜົນເດີ ທີ່ສຳຄັນເຮັດໃຫ້ໃບໜ້າເຕັ່ງຕິງນຽນໃສນຳອີກໜ້າຫຍາບໆດ້ານໆ ກະເຕັ່ງຕຶ່ງນຳເພີ່ນຢູ່ຫວາ ໂບ ![]() ຍັງໜ້າເຫຼື້ອມອີກເດີເຈົ້ານະ ອີ່ຕາແບ້ງ ![]()
(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
![]() |
|
![]() ບໍ່ມີເວລາເຮັດດອກ ເຮັດຕາຍແຕ່ວຽກ
ຈົ່ງທຳຕົນດັ່ງຕົ້ນໄມ້ທີ່ຢຽດຕົງແລະເຕີບໂຕ
|
|
![]() ອ້າງເຖິງຂໍ້ຄວາມຈາກ KaTaeNoi ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ ETarBank ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ lovelybo ຂຽນວ່າ... ເອົາໝາກຂາມປຽກມາປົນກັບນຳ້ຜິ້ງລະມາທາໜ້າກະໃດ້ຜົນເດີ ທີ່ສຳຄັນເຮັດໃຫ້ໃບໜ້າເຕັ່ງຕິງນຽນໃສນຳອີກໜ້າຫຍາບໆດ້ານໆ ກະເຕັ່ງຕຶ່ງນຳເພີ່ນຢູ່ຫວາ ໂບ ![]() ຍັງໜ້າເຫຼື້ອມອີກເດີເຈົ້ານະ ອີ່ຕາແບ້ງ ![]() ສົງໃສອ້າຍແບ້ງໃຊ້ຄຣີມໜາເກີນໄປ ຈຶ່ງເຮັດໃຫ້ໜ້າເຫລື້ອມ ອິອິ ເທບຫລາຍໆໆເນາະອ້າຍແບ້ງນິ ໜ້າໃບດຽວແຕ່ວ່າສາມາດເປັນຫຍັງໄດ້ຫລາຍໆຢ່າງ ອິອິ ອິອິ ![]() ![]() ![]()
There's a thin line between Life and Death, I wish for a Miracle to happen...
|
|
![]() ລະຫວັງ ບາດມັນແຫ່ວມາຊິບໍເປັນທ່າໃດຫັນ. ຫິຫິ... ![]() |
|
![]() ອ້າງເຖິງຂໍ້ຄວາມຈາກ ETarBank ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ lovelybo ຂຽນວ່າ... ເອົາໝາກຂາມປຽກມາປົນກັບນຳ້ຜິ້ງລະມາທາໜ້າກະໃດ້ຜົນເດີ ທີ່ສຳຄັນເຮັດໃຫ້ໃບໜ້າເຕັ່ງຕິງນຽນໃສນຳອີກໜ້າຫຍາບໆດ້ານໆ ກະເຕັ່ງຕຶ່ງນຳເພີ່ນຢູ່ຫວາ ໂບ ![]() ລອງເຮັດເບີ່ງອ້າຍແບັງລະຈະຮູ້ ອິອິ
ຄວາມຮັກຂອງສອງເຮົາເປັນແນວນິຫວາ
![]() |
|
![]() ອ້າງເຖິງຂໍ້ຄວາມຈາກ kitaarnundra ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ lovelybo ຂຽນວ່າ... ເອົາໝາກຂາມປຽກມາປົນກັບນຳ້ຜິ້ງລະມາທາໜ້າກະໃດ້ຜົນເດີ ທີ່ສຳຄັນເຮັດໃຫ້ໃບໜ້າເຕັ່ງຕິງນຽນໃສນຳອີກນຳ້ເຜິ້ງ ມັນຫາຍາກອາຫລີເດີສາວ ທຸກມີນີ້ແຫງມີແຕ່ຂອງປອນ. ຖ້າມີນຳ້ເຜິ້ງ ຂ້ອຍມີສູດເຮັດຢາອາຍຸຍືນ,ແລະນຳ້ເຜິ້ງມັນກະດີຫລາຍຢ່າງໃດ ເນາະສາວ. ແມ່ນລະຜູ້ບ່າວນຳ້ຜິ້ງຂໍ້ດີຫັ້ນມີຫລາຍກົ່ວຂໍ້ເສຍ ຄົນທີ່ເປັນກະເພາະກິນນຳ້ຜິ້ງສົດກະເຊົາຄືກັນ ແມ່ນຄວາມເຈົ້າທຸກມຶ້ນີ້ຫານຳ້ຜິ້ງສົດຍາກ ທີ່ມີຂາຍກະປົນຫລາຍ ເປັນສົດກະແພງ ເຮີເຮີ ກະດົນໆກະເຮັດເອົາເດີ ອິອິ
ຄວາມຮັກຂອງສອງເຮົາເປັນແນວນິຫວາ
![]() |
|
![]() ໜ້າຕາດີຢູ່ແລ້ວຂ້ອຍ ຖ້າດີກວ່ານີ້ລະຊິອຸກໃຈ |
|
![]() ຂອບໃຈເດີ້ທີ່ບອກເຄັດບໍລັບ
ຄົນຄິດຮອດບ້ານ
|
|
![]() ອ້າງເຖິງຂໍ້ຄວາມຈາກ lovelybo ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ kitaarnundra ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ lovelybo ຂຽນວ່າ... ເອົາໝາກຂາມປຽກມາປົນກັບນຳ້ຜິ້ງລະມາທາໜ້າກະໃດ້ຜົນເດີ ທີ່ສຳຄັນເຮັດໃຫ້ໃບໜ້າເຕັ່ງຕິງນຽນໃສນຳອີກນຳ້ເຜິ້ງ ມັນຫາຍາກອາຫລີເດີສາວ ທຸກມີນີ້ແຫງມີແຕ່ຂອງປອນ. ຖ້າມີນຳ້ເຜິ້ງ ຂ້ອຍມີສູດເຮັດຢາອາຍຸຍືນ,ແລະນຳ້ເຜິ້ງມັນກະດີຫລາຍຢ່າງໃດ ເນາະສາວ. ແມ່ນລະຜູ້ບ່າວນຳ້ຜິ້ງຂໍ້ດີຫັ້ນມີຫລາຍກົ່ວຂໍ້ເສຍ ຄົນທີ່ເປັນກະເພາະກິນນຳ້ຜິ້ງສົດກະເຊົາຄືກັນ ແມ່ນຄວາມເຈົ້າທຸກມຶ້ນີ້ຫານຳ້ຜິ້ງສົດຍາກ ທີ່ມີຂາຍກະປົນຫລາຍ ເປັນສົດກະແພງ ເຮີເຮີ ກະດົນໆກະເຮັດເອົາເດີ ອິອິ ດົນໆເຮັດເອົາເດີ ແມ່ນເຮັດຫຍັງຫັນ? ເຮັດນຳ້ເຜິ້ງຫັນຫວາ? ![]() |
|
![]() ໜ້າອ່ອນແຕ່ບໍ່ແມ່ນໄກ່ອອ່ນນຳຕິ.... ![]() ![]() |
|
![]() ໜ້າເຫຼື້ອມໜ້າມືນກະຮັກສາໄດ້ຢູ່ຫວານະ ![]() ![]() |
|
![]() ກຳລັງຊິເວົ້າ ນູ່ມາເວົ້າກ່ອນຊ້ຳ ![]() ແບບວ່າເປັນເອງຕາມທຳມະຊາດ ![]() ![]() |
|
![]() ຊິບອກສູດກະໄດ້ ໃບໝາກຍໍ ນົມ ໄຂ່ ປັ່ນໃສ່ກັນ ມາພອກໜ້າ໒໐ນາທີ ແລ້ວລ້າງອອກ ເຮັດທິດລ່ະ໓ ເທື່ອ ![]() |
|
![]() ອ້າງເຖິງຂໍ້ຄວາມຈາກ NouSssys ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ KaTaeNoi ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ ETarBank ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ lovelybo ຂຽນວ່າ... ເອົາໝາກຂາມປຽກມາປົນກັບນຳ້ຜິ້ງລະມາທາໜ້າກະໃດ້ຜົນເດີ ທີ່ສຳຄັນເຮັດໃຫ້ໃບໜ້າເຕັ່ງຕິງນຽນໃສນຳອີກໜ້າຫຍາບໆດ້ານໆ ກະເຕັ່ງຕຶ່ງນຳເພີ່ນຢູ່ຫວາ ໂບ ![]() ຍັງໜ້າເຫຼື້ອມອີກເດີເຈົ້ານະ ອີ່ຕາແບ້ງ ![]() ສົງໃສອ້າຍແບ້ງໃຊ້ຄຣີມໜາເກີນໄປ ຈຶ່ງເຮັດໃຫ້ໜ້າເຫລື້ອມ ອິອິ ເທບຫລາຍໆໆເນາະອ້າຍແບ້ງນິ ໜ້າໃບດຽວແຕ່ວ່າສາມາດເປັນຫຍັງໄດ້ຫລາຍໆຢ່າງ ອິອິ ອິອິ ![]() ![]() ![]() ໜ້າທົດສະກັນ 555555555555
-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ |
|
![]() ລອງເອົາເຫຼົ້າຂາວທາເບິ່ງເດີ ສາວສວນມອນ ![]()
-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ |
|
![]() ເຫຼົ້າຂາວຫວາ ລອງລະນ່າ ບໍ່ໄດ້ຜົນຊ້ຳ ແຮງມຶນກອ່ນເກົ່າອີກ ![]() ![]() |
|
![]() ອັນນີ້ກະຮັກສາໄດ້ເດີ ສູດມັນມີຄື: - ຟາມື ວີທີໃຊ້ ຕົບຫນ້າແຮງໆຈັກ2 ບາດ ຜົນອອກມາຊິເປັນແນວໃດນັ້ນກະບຮູ້ນຳເດີ! (ເຮົາເອງກະບເຄີຍລອງຈັກເທື່ອ ຄິດວາ່ຊິບລອງດອກ) ແຕ່ທ່າສາວສວນມອນ ຊິເອົາໄປລອງກັບຫນ້າຄົນອືນແລ້ວ ຂໍບອກເລີຍວ່າ ລອງແລ້ວຕ້ອງ ແລ່ນໄວໆແດ່ເດີ. ຖ້າບຢາກເຈັບໂຕນາ 555 ຕືດໆໆ. ![]() |
|
![]() ຖ້າໜັາມຶນໜ້າຫຍາບປານນັ້ນກະຊິໄດ້ໃຊ້ບ່ວງຂູດແລ້ວຊັ້ນນະ ![]()
-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ |
|
![]() ອ້າງເຖິງຂໍ້ຄວາມຈາກ kitaarnundra ຂຽນວ່າ... ອັນນີ້ກະຮັກສາໄດ້ເດີ ສູດມັນມີຄື: - ຟາມື ວີທີໃຊ້ ຕົບຫນ້າແຮງໆຈັກ2 ບາດ ຜົນອອກມາຊິເປັນແນວໃດນັ້ນກະບຮູ້ນຳເດີ! (ເຮົາເອງກະບເຄີຍລອງຈັກເທື່ອ ຄິດວາ່ຊິບລອງດອກ) ແຕ່ທ່າສາວສວນມອນ ຊິເອົາໄປລອງກັບຫນ້າຄົນອືນແລ້ວ ຂໍບອກເລີຍວ່າ ລອງແລ້ວຕ້ອງ ແລ່ນໄວໆແດ່ເດີ. ຖ້າບຢາກເຈັບໂຕນາ 555 ຕືດໆໆ. ເປັນຕາໄປລອງໃຊ້ສູດໂຕນິເບິ່ງເນາະ ຄືຊິບໍ່ຖ້າໄດ້ປັດແກັມ ເພາະແກ້ມຄືຊິອອກມາເປັນຂາວອົຊົມພູເອງ ![]() ![]() |
|
![]() ສູດນິຍັງບໍ່ໄດ້ລອງ ເດ໋ວຖ້າບອກເຂົາເຈົ້າໃຊ້ບວ່ງເງິນແທ້ຂູດເອົາ ຖ້າບ່ວງເງິນປອມເຂົ້າຂີ້ໝ້ຽງມາລະໜ້າຊິເປັນເຕັດຕານົດ ![]() |