ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 9, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ໃນໂອກາດ​ສະ​ເໜີ​ກົດໝາຍ​ໃໝ່​ ວ່າ​ດ້ວຍ​ສະຖິຕິ ຊຶ່ງ​ເປັນ​ກົດໝາຍ​ສະບັບ​ສຸດ​ທ້າຍ​ ໃນ​ຈຳ ນວນ 3 ສະບັບ ທີ່​ນຳ​ເຂົ້າ​ຜ່ານ ການ​ພິຈາລະນາ​ ຕໍ່ກອງ​ປະ ຊຸມ​ ສະ​ໄໝ​ສາມັນ​ເທື່ອ​ທີ 9 ຂອງ​ສະພາ​ແຫ່ງ​ຊາດ ໃນ​ຕອນ​ເຊົ້າ​ວັນ​ທີ 28 ມິຖຸນາ 20210, ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ລັດຖະມົນຕີ​ວ່າການ​ກະຊວງ​ແຜນການ ແລະ ການ​ລົງທຶນໄດ້​ຍົກ​ໃຫ້​ເຫັນ​ເຖິງ​ຜົນ​ປະ​ໂຫຍ​ດ ອັນ​ຕົ້ນຕໍ ທີ່​ຈະ​ໄດ້​ຮັບ​ຈາກ​ກົດໝາຍ ​ວ່າ​ ດ້ວຍ​ສະຖິຕິ ເປັນຕົ້ນກົດໝາຍ​ສະບັບ​ດັ່ງກ່າວ ​ເປັນ​ບ່ອນ​ອີງ​ທີ່​ໜັກ​ ແໜ້ນ​ ໃຫ້​ແກ່​ ການ​ເຄື່ອນໄຫວ ​ແລະ ຄຸ້ມ​ຄອງ​ວຽກ​ງານ​ສະຖິຕິ​ແຫ່ງ​ຊາດ, ​ເປັນ​ການ​ຍົກ​ລະດັບ​ທາງ​ດ້ານ​ນິຕິກ​ຳ ກ່ຽວກັບ​ ວຽກ​ງານ ​ສະຖິຕິ​ໃຫ້​ສູງ​ຂຶ້ນ​ ໃນ​ລະດັບ​ທີ່​ແນ່ນອນແລະໜັກ​ແໜ້ນ, ​ເປັນ​ບ່ອນ​ອີງ​ໃນ​ການ ​ປັບປຸງ​ ກົງຈັກ​ການຈັດຕັ້ງ ​ແຕ່​ສູນ​ກາງ​ລົງ​ ຮອດ​ທ້ອງ​ຖິ່ນ​ໃຫ້​ເປັນ​ລະບົບ ທີ່​ມີ​ປະສິດທິພາບ ​ແລະ ປະສິດ ທິ​ ຜົນ, ​ເປັນ ​ບ່ອນ​ອີງ​ໃນ​ການ​ປັບປຸງ ​ແລະ ສ້າງ​ຄວາມ ​ເຂັ້ມ​ແຂງ​ໃຫ້​ແກ່​ລະ ບົບ​ການ​ປະສານ ​ງານ​ສາຍຕັ້ງ ​ແລະ ສາຍ​ຂວາງ​ຂອງ​ວຽກ​ງານ​ສະຖິຕິ, ​ເປັນ​ພື້ນຖານ​ໃນ​ການ​ ເຊື່ອມ​ໂຍງ​ລະບົບ ​ສິຖິຕິ​ແຫ່ງ​ຊາດ ​​ເຂົ້າ​ກັບ​ພາກພື້ນ ແລະ ສາກົນ, ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ການ​ລະດົມ​ທຶນ ​ສະໜັບສະໜູນ​ ຈາກ​ອົງ ການ​ຈັດ ຕັ້ງສາກົນ​ຕ່າງໆ ບວກ​ ກັບ​ງົບປະມານ​ຂອງ​ລັດ ​ເພື່ອ​ບັນລຸ​ເປົ້າ​ໝາຍ ​ຂອງ​ ວຽກ​ງານ​ສະຖິຕິ ແລະ ຈະ​ໄດ້​ຮັບ​ຂໍ້​ມູນ​ທີ່​ຖື​ຕ້ອງ, ຊັດເຈນ ແລະ ​ເປັນ​ລະບົບ ​ເພື່ອ​ນຳ​ໃຊ້​ ເຂົ້າ​ໃນ​ແຜນ​ພັດທະນາ​ ເສດ​ຖະກິດ-ສັງຄົມ​ລະ ດັບ​ຊາດ ​ແລະ ຂະ​ແໜງ​ການ, ການ​ຕັດສິນ​ບັນຫາ​ທີ່​ສຳຄັນ​ ທາງ​ດ້ານ​ເສດຖະ ກິດ-ສັງ​ຄົມ ​ດ້ວຍ​ການ​ນຳ​ໃຊ້​ຂໍ້​ ມູນ ​ທາງ​ດ້ານ​ສະຖິຕິ.

ການສະ​ເໜີ​ຮ່າງ​ກົດໝາຍ​ສະບັບ​ນີ້ ຕໍ່​ທີ່​ປະ​ຊຸມ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານນາງ​ ປານີ ຢາ​ທໍ​ຕູ້, ຮອງ​ປະທານ ສະພາ​ແຫ່ງ​ຊາດ ​ໃນຕອນ​ເຊົ້າ​ຂອງ​ວັນ ​ດັ່ງ ກ່າວ. ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ແຜນການ ແລະ ການ​ລົງທຶນ​ ຍັງ​ໄດ້​ເນັ້ນອີກ​ວ່າ: ກົດໝາຍວ່າ​ສະຖິຕິ ແມ່ນ​ມີຄວາມ​ຈຳ​ເປັນ​ທີ່​ສຸດ ທັງ​ເປັນ ຄວາມ​ຮຽກ ຮ້ອງ​ຕ້ອງການ​ອັນ​ຮີບ​ດ່ວນ​ ສຳລັບ​ປະ​ເທດ​ເຮົາ ​ເພາະ​ເປັນ​ເຄື່ອງມື​ທາງ​ດ້ານ​ນິຕິ​ກຳ ​ທີ່​ເປັນ​ບ່ອນ​ອີງ​ອັນ​ໜັກ​ແໜ້ນ​ ໃນ​ການ​ສ້າງຂໍ້​ມູນ​ສະຖິຕິ ເພື່ອ​ຢັ້ງຢືນ ​ຜົນສຳ ​ເລັດ​ຢ່າງ​ເປັນ​ເອກະ​ພາບ​ ຂອງ​ການ ຈັດຕັ້ງປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ​ຄັ້ງທີ VII, ການ​ບັນລຸ​ສະຫັດ​ສະວັດ​ດ້ານ​ການ​ພັດ ທະນາ​ໃນ​ປີ 2015 ແລະ ຫລຸດ​ພົ້ນ​ອອກ​ຈາກ​ປະ​ເທດ​ດ້ອຍ​ພັດທະນາ​ໃນ​ປີ 2020. ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສະ ຖິຕິ​ປະກອບ​ມີ 10 ພາກ 67 ມາດຕາ​ ​ໃນ​ນັ້ນພາກ​ທີ I ໄດ້​ລະບຸ​ໄວ້​ ເຖິງ ​ບັດ​ບັນຍັດ​ທົ່ວ​ໄປ, ພາກ​ທີ II ປະ​ເພດ​ສະຖິຕິ, ພາກ​ທີ III ການ​ສ້າງ​ສະຖິຕິ, ພາກ​ທີ IV ການ​ເຜີຍ​ແຜ່ ແລະ ການ​ນຳ​ໃຊ້, ພາກ​ທີ V ການຈັດຕັ້ງ ສະຖິ​ແຫ່ງ​ຊາດ, ພາກ​ທີ VI ຂໍ້​ທ້າ​ມ, ພາກ​ທີ VII ການ​ຄຸ້ມ​ຄອງ​ ແລະ ​ການ​ກວດກາວຽກ​ງານ​ສະຖິຕິ, ພາກ​ທີ VIII ແຫ​ລ່ງ ທຶນ, ​ເຄື່ອງ ໝາຍ, ​ເຄື່ອງ​ແບບ ​ແລະ ຕາ​ປະ​ທັບ, ພາກ​ທີ IX ນະ​ໂຍບາຍ​ຕໍ່​ຜູ້​ມີ​ຜົນງານ ແລະ ມາດ​ຕາ​ການ​ຕໍ່​ຜູ້​ລະ​ເມີດ ​ແລະ ພາກ​ທີ X ບົດ​ບັນ​ຍັດ​ສຸດ​ທ້າຍ.

ເຖິງ​ຢ່າງ​ໃດ​ກໍ​ດີ ໃນ​ກການ​ຄົ້ນຄວ້າ ພິຈາ ລະນາ​ຮ່າງ​ກົດ ໝາຍ​ສະບັບ​ນີ້ ທ່ານ​ປະທານ​ກອງ​ປະຊຸມ ​ໄດ້​ໃຫ້​ຄຳ​ເຈາະ​ຈີ້ມ ຕໍ່​ເນື້ອ​ໃນ​ຂອງ​ຮ່າງ​ກົດໝາຍ​ໂດຍ​ສະ​ເໜີ​ໃຫ້​ບັນດາ​ສະມາຊິກ​ສະພາ​ທຸກ​ເຂດ​ເລືອກ​ຕັ້ງ ໄດ້​ດຳ​ເນີນ ​ການ​ຄົ້ນຄວ້າຕາມ​ ລະບຽບ​ການ, ຂັ້ນ ຕອນການ​ຄົ້ນຄວ້າ ​ແລະ ສ້າງ​ນິຕິ​ກຳ ຕາມ​ລະບຽບ​ການ​ຮ່າງ​ກົດໝາຍ​ທີ່​ສະພາ​ວາງ​ອອກ, ​ເນື້ອ​ໃນຂອງ​ຮ່າງ​ກົດໝາຍ ສະ ບັບ​ ດັ່ງກ່າວ ໂດ​ຍພື້ນຖານ​ມີ​ຄວາມ​ຄົບ​ຖ້ວນ​ສົມບູນ, ກົມກຽວ​ ແລະ ສອດຄ່ອງ​ກັບ​ສະ ພາບ ​ແລະ ລະດັບ​ການ​ພັດທະນາ​ເສດຖະກິດ- ສັງ ຄົມ​ ຂອງ​ປະ ​ເທດ ​ເຮົາ​ໃນ​ປະຈຸ​ບັນ ແລະ ຕໍ່ໜ້າ ​ແລະ ​ໃນ​ໂອກາດ​ດຽວ​ກັນ ທ່ານ​ລັດຖະມົນຕີ​ກະຊວງ​ດັ່ງ​ກ່າວ ​ໄດ້​ສະ​ເໜີ​ໃຫ້ບັນດາ​ທ່ານ​ສະມາຊິກ​ສະພາ ​ແຫ່ງ​ຊາດ​ຈົ່ງ​ຊ່ວຍ​ປະ ກອບ ​ຄຳ​ຄິດ​ຄຳ​ເຫັນ​ ເພື່ອ​ເຮັດ​ໃຫ້​ກົດໝາຍ​ສະ ບັບ​ນີ້ ຄົບ​ຖ້ວນ​ສົມບູນ ແລະ ຖືກ​ພິຈາລະນາ​ຮັບຮອງ​ເອົາ​ໃນ​ຂັ້ນຕໍ່​ໄປ.

ທີ່ມາ ; www.Mahasan.Com

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 15, 2009 | ມີ 12 ຄຳເຫັນ ແລະ 0 trackback(s)

alt

ໃນຕອນບ່າຍຂອງວັນທີ 1 ຕຸລານີ້ ທ່ານ ພອນເພັດ ຄິວລະວົງ ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 16 ປະທານຄະນະຮັບຜິດຊອບຕ້ານໄພພິບັດ ແຂວງເຊກອງ ໄດ້ລົງກວດກາຄວາມເສຍຫາຍຈາກໄພນ້ຳຖ້ວມຢູ່ເທດສະບານ ເມືອງກະລຶມ ຊຶ່ງຄາດຄະເນຄວາມເສຍຫາຍໃນເບື້ອງຕົ້ນ ປະມານ 10 ຕື້ກວ່າກີບ ປະຊາຊົນ ແລະ ພະນັກງານຜູ້ທີ່ປະສົບ ເຄາະຮ້າຍ ຂາດທີ່ຢູ່ອາໄສ ແລະ ຂາດອາຫານການກິນຫຼາຍກວ່າ 100 ຄົນ.

ທ່ານ ນີສອນ ວີອິນຢາວ ເຈົ້າເມືອງກະລຶມ ລາຍງານໃຫ້ຮູ້ວ່າ: ເລີ່ມແຕ່ເວລາ 15 ໂມງ ຫາ 23 ໂມງ ຂອງວັນທີ 29 ກັນຍາຜ່ານມາ ນ້ຳເຊກອງໄດ້ຍື່ງຂື້ນ ຄາດຄະເນວ່ານາໜື່ງຕໍ່ 3 ແມັດ ຈົນກາຍລະດັບອັນຕະລາຍ ຊຶ່ງນ້ຳໄດ້ຖ້ວມ ແລະ ພັດຊຸເຮືອນຂອງປະຊາຊົນ ສະເພາະໃນເທດສະບານເມືອງ ຈຳນວນ 2 ບ້ານ ຄື: ບ້ານແກ້ງກຸຍ ແລະ ບ້ານແກ້ງກຽນ ເສຍຫາຍ ຈຳນວນ 27 ຫຼັງ ແລະ ເສຍຫາຍທີ່ພໍໃຊ້ການໄດ້ 19 ຫຼັງ ພິເສດອາຄານຫ້ອງການ ໂຮງຮຽນ ໂຮງໝໍ ເຮືອນ ພັກໂສດຂອງພະນັກງານເສຍຫາຍຈຳນວນ 11 ຫຼັງ ສິ່ງທີ່ຫຼໍ່ແຫຼມແມ່ນອາຄານຂອງໂຮງໝໍ ນອກຈາກບໍ່ຄົງຄວາມສະພາບ ເດີມແລ້ວ ອຸປະກອນການແພດ ຢາປົວພະຍາດຖືກກະແສນ້ຳພັດໄປຈົນໝົດ ປະເມີນຄວາມເສຍຫາຍໃນເບື້ອງຕົ້ນຫຼາຍກວ່າ 10 ຕື້ກີບ.

ປະຈຸບັນ ເມືອງກະລຶມຕ້ອງການຊ່ວຍເຫຼືອ ຄື: ເຂົ້າກິນ ອາຫານ ນ້ຳດື່ມ ເຄື່ອງນຸ່ງຫົ່ມ ອຸປະກອນການແພດ ຢາປົວ ພະຍາດ ຜ້າເຕັ້ນ ແລະ ພາຫະນະຂົນສົ່ງ ຊຶ່ງຈຳນວນທີ່ວ່ານີ້ທາງແຂວງເຊກອງໄດ້ຕອບສະໜອງສ່ວນໜື່ງແລ້ວ ຊຶ່ງໄດ້ ຂົນສົ່ງເຂົ້າສານໜຽວ ແກັດມີ່ ນ້ຳດື່ມ ເກືອ ປາກະປ໋ອງ ແລະ ອື່ນໆຈຳນວນ 3 ຖ້ຽວບິນ ແລະ ມອບເງິນສົດ 10 ລ້ານກີບ ເພື່ອຊ່ວຍບັນເທົາໃນເບື້ອງຕົ້ນ.

ເຈົ້າເມືອງກະລຶມ ລາຍງານຕື່ມວ່າ: ໃນ 2 ມື້ຜ່ານມາ ທາງຄະນະພັກຄະນະປົກຄອງເມືອງໄດ້ແກ້ໄຂເບື້ອງຕົ້ນ ເຊັ່ນ: ແຕ່ລະຫ້ອງການໃຫ້ພະນັກງານພຽງແຕ່ 1 ຄົນ ປະຈຳການ ສ່ວນໂຮງຮຽນແມ່ນໃຫ້ຢຸດການຮຽນ-ການສອນໝົດອາທິດ ໂດຍສຸມກຳລັງ ເພື່ອຊ່ວຍຄອບຄົວຜູ້ປະສົບໄພ ນອກນີ້ກໍໄດ້ແກ້ໄຂເຂົ້າກິນໂດຍກູ້ຢືມເອົາເຂົ້າມາແຈກຢາຍກ່ອນ ສະເພາະ ຄອບຄົວຜູ້ທີ່ປະສົບໄພຮ້າຍແຮງ ສະເພາະໃນວັນທີ 2 ຕຸລາ ຈະມີແຜນແຈກຢາຍ 2 ກຳລັງລົງກວດກາຄວາມເສຍຫາຍ ຢູ່ດ້ານເທິງ ແລະ ດ້ານລຸ່ມຂອງເມືອງ ຊຶ່ງຄາດຄະເນວ່າ ຈະມີເຖິງ 11 ບ້ານໄດ້ຮັບຜົນເສຍຫາຍຈາກໄພນ້ຳຖ້ວມໃນຄັ້ງນີ້ ໃນນີ້ ບ້ານທີ່ເປັນຈຸດຫຼໍ່ແຫຼມດ້ານເທິງຂອງເມືອງມີ 3 ບ້ານຄື: ບ້ານກລຸງ ບ້ານບາກ ແລະ ບ້ານຕະຫວາງໃໝ່ ສ່ວນດ້ານ ລຸ່ມຂອງເມືອງກໍມີ 3 ບ້ານຄື: ບ້ານຕຼາກ ບ້ານປາກໄຕຼ ແລະ ບ້ານຫາດແປ້.

ທ່ານ ຄໍາພັນ ວົງດາລາ ຮອງເລຂາພັກເມືອງກະລຶມ ໄວອາຍຸ 61 ປີ ເວົ້າສູ່ຟັງວ່າ ນັບແຕ່ເກີດມາບໍ່ເຄີຍເຫັນປະກົດການ ເຊັ່ນນີ້ມາກ່ອນ ນີ້ເປັນຄັ້ງປະຫວັດສາດທີ່ກໍ່ໃຫ້ເກີດຄວາມເສຍຫາຍ ເມື່ອຖາມວ່າ ສັດລ້ຽງຂອງປະຊາຊົນເສຍຫາຍຈຳນວນ ເທົ່າໃດ? ທ່ານຕອບວ່າ ບໍ່ທັນໄດ້ຂໍ້ມູນລະອຽດເທື່ອ ສະເພາະຄອບຄົວຂອງຂ້າພະເຈົ້າມີງົວ 9 ໂຕ ມັດໄວ້ໃນຄອກເສຍຫາຍ ທັງໝົດ.

* ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ 6-10-2009