ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 23, 2009 | ມີ 4 ຄຳເຫັນ ແລະ 0 trackback(s)

alt

ການຫຼິ້ນກີລາ ເປັນການຫຼິ້ນເພື່ອສຸຂະພາບ ແລະ ມິດຕະພາບ ຖ້າຈະເວົ້າກໍເປັນຮູບແບບໜຶ່ງແຫ່ງການແລກປ່ຽນທາງ ການ ທູດ ເປັນການລອງແຮງໃນ ການໃຊ້ຄວາມສາມາດດ້ານຕ່າງໆທີ່ບົ່ງບອກຕາມປະເພດກີລາ ການຫຼິ້ນກີລາແມ່ນ ການ ຫຼິ້ນ ຢູ່ໃນບ່ອນທີ່ມີຄົນເບິ່ງ ຖ້າມີຄົນເບິ່ງແນ່ນອນຕ້ອງມີຄົນເຊຍ ມີ ຄົນເຊຍຢູ່ຂ້າງໜຶ່ງ ຍ່ອມຈະຕ້ອງມີຄົນເຊຍ ຢູ່ອີກ ຂ້າງໜຶ່ງ ທັງນີ້ກໍເພື່ອເປັນການສ້າງຂວັນກໍາລັງໃຈໃຫ້ຜູ້ເຂົ້າແຂ່ງຂັນໄດ້ບຸກໜ້າບືນຕົວໃຊ້ທຸກກຳລັງແຮງ ແລະ ຫົວຄິດປະດິດ ສ້າງ ເພື່ອນໍາເອົາໄຊຊະນະມາສູ່ຕົນເອງ ໝູ່ຄະນະ ແລະ ປະເທດຊາດ.

"ມິດຕະພາບຕ້ອງມາກ່ອນ ໄຊຊະນະກໍສໍາຄັນ" ເປັນຄຳຂວັນໜຶ່ງທີ່ນັກກີລາຕ້ອງເອົາໃຈໃສ່ສະເໝີ ເພາະທັງໃຫ້ໄດ້ຄວາມ ສາມັກຄີ ມິດຕະພາບກັບ ປະເທດໃນພາກພື້ນ ແລະ ທັງໃຫ້ໄດ້ໄຊຊະນະ ດັ່ງນັ້ນ ຕ້ອງຄໍານຶງເຖິງ 2 ຢ່າງ ຄື: ຈະຕ້ອງ ເຝິກຊ້ອມໃຫ້ດີໃຫ້ເກັ່ງ ທັງຮູ້ຈັກຈຸດຢືນຂອງມິດຕະພາບ ເໝືອນກັນ ໂດຍສະເພາະການແຂ່ງຂັນຊີເກມເຊິ່ງລາວເຮົາ ເປັນ ເຈົ້າພາບຄັ້ງທໍາອິດນີ້ ຈະຕ້ອງມຸ່ງເນັ້ນເຖິງໄຊຊະນະ ເພື່ອເປັນຂອງຕ້ອນແກ່ຊາວລາວ ເຊັ່ນດຽວກັນກໍໃຫ້ໄດ້ມິດຕະພາບ ເພື່ອດູດດຶງນັກກີລາ ແລະ ຜູ້ຄົນໃນປະເທດພາກພື້ນນີ້ໄດ້ເດີນທາງມາທ່ອງທ່ຽວຢ້ຽມຢາມ ຫຼື ເຮັດທຸລະກິດນໍາກັນ ຕ່າງ ຝ່າຍຕ່າງມີຜົນຄືເຮັດກັນມາແລ້ວ ຍ້ອນແນວນັ້ນ ກອງເຊຍກໍເປັນສ່ວນໜຶ່ງທີ່ຊ່ວຍກະຕຸ້ນຄວາມແຂງແກ່ນຂອງນັກກີລາ ໃຫ້ສູ້ຈົນເຖິງທີ່ສຸດ ການເຊຍລາວ ສູ່ໄຊຊະນະ ເປັນບັນຫາສໍາຄັນ ມັນສະແດງອອກເຖິງຈິດໃຈຮັກຊາດ ແຕ່ບໍ່ຄວນເຊຍ ກາຍເຖືອດ ຫຼື ຮັກຊາດແບບຄັບແຄບ ນັ້ນເຫັນວ່າບໍ່ເາະສົມ ຄວນເຊຍຕາມເກມ ແລະ ໃຫ້ກຽດຄູ່ແຂ່ງຂັນ ບໍ່ຄວນເວົ້າ ເປື້ອນ ເວົ້າສົມທຽບ ຫຼື ສະແດງອອກເຖິງການຍຸແຍ່ກໍ່ກວນ ເຮັດໃຫ້ນັກກີລາເກີດອາລົມປະທະ ຫຼື ຫຼິ້ນນອກເກມໃສ່ກັນ ຕ້ອງເຊຍແບບຜູ້ໃຫຍ່ ແບບຄົນມີຄວາມສີວິໄລ ແຕ່ບໍ່ແມ່ນເຊຍໃຫ້ປະຫັດປະຫານຈົນເຖິງຂັ້ນ ສອງຝ່າຍຕ້ອງຮັບຄວາມ ເຈັບປວດ ຕາມໆກັນໄປ ນັ້ນເຫັນວ່າບໍ່ເາະສົມ ໃນສາຍຕາຂອງປະເທດອື່ນ ແລະ ສາກົນ ທີ່ບໍ່ມີສ່ວນກ່ຽວຂ້ອງ ຖ້າເຂົາເບິ່ງດ້ວຍສາຍຕາແຫ່ງຄວາມເປັນກາງ ກໍຈະເຫັນຈະຮູ້ວ່າໃຜຜິດໃຜຖືກ.

alt

 

ຍົກຕົວຢ່າງໃນບາງກໍລະນີທີ່ເຫັນໃນຂ່າວເຕະບານຂອງປະເທດເອີຣົບ ຖ້າຜູ້ເຊຍປ້ອຍດ່າ ແຖມຍັງແກ່ວງວັດຖຸໃສ່ນັກກີລາ ຫຼື ທຸບຕີນັກກີລາ ເພິ່ນ ກໍຈະລົງໂທດທິມທີ່ເປັນຕົ້ນຕໍ ໂດຍຖ້າເຕະບານ ກໍເຕະບານບໍ່ໃຫ້ຄົນເຂົ້າເບິ່ງ ຖ້ານັກກີລາຄົນໃດຖືກ ຂາເຊຍອີກຝ່າຍໜຶ່ງຍົວະເຍົ້າແກ່ວງວັດຖຸໃສ່ ແຕ່ຜູ້ ເປັນກໍລະນີອົດບໍ່ໄດ້ ແລ້ວແກ່ວງສິ່ງນັ້ນໃສ່ຜູ້ຊົມໂດຍບໍ່ຮູ້ວ່າມາຈາກ ໃສຄືນ ກໍຍິ່ງເປັນໂທດ ໃຫ້ ແລະ ລົງແຂ່ງຂັນຫຼາຍຄັ້ງຕາມຄວາມຜິດໜັກເບົາ.

ໃນຖານະກອງເຊຍຂອງປະເທດເຈົ້າພາບ ແນ່ນອນການເຊຍລາວສູ່ໄຊຊະນະມີຄວາມຈໍາເປັນ ດັ່ງນັນ ຕ້ອງເຊຍໆເຖິງທີ່ສຸດ ແຕ່ເຊຍໃຫ້ຖືກຕ້ອງ ບໍ່ໃຫ້ມີ ຜົນກະທົບຕໍ່ນັກກີລາ ບໍ່ໃຫ້ເສຍກຽດສັກສີຂອງຄໍາວ່າ: ເຈົ້າພາບ ແນ່ນອນຜົນສຳເລັດກໍຕ້ອງ ໄດ້ທັງສອງດ້ານ ຄື: ໄຊຊະນະການແຂ່ງຂັນ ໄດ້ທັງຈິດໃຈ ມິດຕະພາບ ລະຫວ່າງປະຊາຊາດໃນພາກພື້ນອາຊຽນອີກດ້ວຍ.

* ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ 22-10-2009

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 15, 2009 | ມີ 12 ຄຳເຫັນ ແລະ 0 trackback(s)

alt

ໃນຕອນບ່າຍຂອງວັນທີ 1 ຕຸລານີ້ ທ່ານ ພອນເພັດ ຄິວລະວົງ ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 16 ປະທານຄະນະຮັບຜິດຊອບຕ້ານໄພພິບັດ ແຂວງເຊກອງ ໄດ້ລົງກວດກາຄວາມເສຍຫາຍຈາກໄພນ້ຳຖ້ວມຢູ່ເທດສະບານ ເມືອງກະລຶມ ຊຶ່ງຄາດຄະເນຄວາມເສຍຫາຍໃນເບື້ອງຕົ້ນ ປະມານ 10 ຕື້ກວ່າກີບ ປະຊາຊົນ ແລະ ພະນັກງານຜູ້ທີ່ປະສົບ ເຄາະຮ້າຍ ຂາດທີ່ຢູ່ອາໄສ ແລະ ຂາດອາຫານການກິນຫຼາຍກວ່າ 100 ຄົນ.

ທ່ານ ນີສອນ ວີອິນຢາວ ເຈົ້າເມືອງກະລຶມ ລາຍງານໃຫ້ຮູ້ວ່າ: ເລີ່ມແຕ່ເວລາ 15 ໂມງ ຫາ 23 ໂມງ ຂອງວັນທີ 29 ກັນຍາຜ່ານມາ ນ້ຳເຊກອງໄດ້ຍື່ງຂື້ນ ຄາດຄະເນວ່ານາໜື່ງຕໍ່ 3 ແມັດ ຈົນກາຍລະດັບອັນຕະລາຍ ຊຶ່ງນ້ຳໄດ້ຖ້ວມ ແລະ ພັດຊຸເຮືອນຂອງປະຊາຊົນ ສະເພາະໃນເທດສະບານເມືອງ ຈຳນວນ 2 ບ້ານ ຄື: ບ້ານແກ້ງກຸຍ ແລະ ບ້ານແກ້ງກຽນ ເສຍຫາຍ ຈຳນວນ 27 ຫຼັງ ແລະ ເສຍຫາຍທີ່ພໍໃຊ້ການໄດ້ 19 ຫຼັງ ພິເສດອາຄານຫ້ອງການ ໂຮງຮຽນ ໂຮງໝໍ ເຮືອນ ພັກໂສດຂອງພະນັກງານເສຍຫາຍຈຳນວນ 11 ຫຼັງ ສິ່ງທີ່ຫຼໍ່ແຫຼມແມ່ນອາຄານຂອງໂຮງໝໍ ນອກຈາກບໍ່ຄົງຄວາມສະພາບ ເດີມແລ້ວ ອຸປະກອນການແພດ ຢາປົວພະຍາດຖືກກະແສນ້ຳພັດໄປຈົນໝົດ ປະເມີນຄວາມເສຍຫາຍໃນເບື້ອງຕົ້ນຫຼາຍກວ່າ 10 ຕື້ກີບ.

ປະຈຸບັນ ເມືອງກະລຶມຕ້ອງການຊ່ວຍເຫຼືອ ຄື: ເຂົ້າກິນ ອາຫານ ນ້ຳດື່ມ ເຄື່ອງນຸ່ງຫົ່ມ ອຸປະກອນການແພດ ຢາປົວ ພະຍາດ ຜ້າເຕັ້ນ ແລະ ພາຫະນະຂົນສົ່ງ ຊຶ່ງຈຳນວນທີ່ວ່ານີ້ທາງແຂວງເຊກອງໄດ້ຕອບສະໜອງສ່ວນໜື່ງແລ້ວ ຊຶ່ງໄດ້ ຂົນສົ່ງເຂົ້າສານໜຽວ ແກັດມີ່ ນ້ຳດື່ມ ເກືອ ປາກະປ໋ອງ ແລະ ອື່ນໆຈຳນວນ 3 ຖ້ຽວບິນ ແລະ ມອບເງິນສົດ 10 ລ້ານກີບ ເພື່ອຊ່ວຍບັນເທົາໃນເບື້ອງຕົ້ນ.

ເຈົ້າເມືອງກະລຶມ ລາຍງານຕື່ມວ່າ: ໃນ 2 ມື້ຜ່ານມາ ທາງຄະນະພັກຄະນະປົກຄອງເມືອງໄດ້ແກ້ໄຂເບື້ອງຕົ້ນ ເຊັ່ນ: ແຕ່ລະຫ້ອງການໃຫ້ພະນັກງານພຽງແຕ່ 1 ຄົນ ປະຈຳການ ສ່ວນໂຮງຮຽນແມ່ນໃຫ້ຢຸດການຮຽນ-ການສອນໝົດອາທິດ ໂດຍສຸມກຳລັງ ເພື່ອຊ່ວຍຄອບຄົວຜູ້ປະສົບໄພ ນອກນີ້ກໍໄດ້ແກ້ໄຂເຂົ້າກິນໂດຍກູ້ຢືມເອົາເຂົ້າມາແຈກຢາຍກ່ອນ ສະເພາະ ຄອບຄົວຜູ້ທີ່ປະສົບໄພຮ້າຍແຮງ ສະເພາະໃນວັນທີ 2 ຕຸລາ ຈະມີແຜນແຈກຢາຍ 2 ກຳລັງລົງກວດກາຄວາມເສຍຫາຍ ຢູ່ດ້ານເທິງ ແລະ ດ້ານລຸ່ມຂອງເມືອງ ຊຶ່ງຄາດຄະເນວ່າ ຈະມີເຖິງ 11 ບ້ານໄດ້ຮັບຜົນເສຍຫາຍຈາກໄພນ້ຳຖ້ວມໃນຄັ້ງນີ້ ໃນນີ້ ບ້ານທີ່ເປັນຈຸດຫຼໍ່ແຫຼມດ້ານເທິງຂອງເມືອງມີ 3 ບ້ານຄື: ບ້ານກລຸງ ບ້ານບາກ ແລະ ບ້ານຕະຫວາງໃໝ່ ສ່ວນດ້ານ ລຸ່ມຂອງເມືອງກໍມີ 3 ບ້ານຄື: ບ້ານຕຼາກ ບ້ານປາກໄຕຼ ແລະ ບ້ານຫາດແປ້.

ທ່ານ ຄໍາພັນ ວົງດາລາ ຮອງເລຂາພັກເມືອງກະລຶມ ໄວອາຍຸ 61 ປີ ເວົ້າສູ່ຟັງວ່າ ນັບແຕ່ເກີດມາບໍ່ເຄີຍເຫັນປະກົດການ ເຊັ່ນນີ້ມາກ່ອນ ນີ້ເປັນຄັ້ງປະຫວັດສາດທີ່ກໍ່ໃຫ້ເກີດຄວາມເສຍຫາຍ ເມື່ອຖາມວ່າ ສັດລ້ຽງຂອງປະຊາຊົນເສຍຫາຍຈຳນວນ ເທົ່າໃດ? ທ່ານຕອບວ່າ ບໍ່ທັນໄດ້ຂໍ້ມູນລະອຽດເທື່ອ ສະເພາະຄອບຄົວຂອງຂ້າພະເຈົ້າມີງົວ 9 ໂຕ ມັດໄວ້ໃນຄອກເສຍຫາຍ ທັງໝົດ.

* ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ 6-10-2009

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 20, 2009 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ໄລຍະຈໍາພັນສາ 3 ເດືອນ ຂອງພະສົງສາມະ​ເນນ ຍັງມີບຸນປະ ເພນີອີກຢ່າງໜຶ່ງຖັດຈາກ “ບຸນເຂົ້າ ປະດັບດິນ” ນັ້ນຄື: “ບຸນ ເຂົ້າ ສະ ຫລາກ” ​ເຊິ່ງຈັດ​ຂຶ້ນ​ທຸກໆ​ ປີ​ໃນເດືອນ 10 ເພັງ 15 ຄ່ຳ ແລະ ປີ​ນີ້​ກໍ​ກົງ​ກັບ​ວັນ​ສຸກ​ ທີ 4 ກັນຍາ 2009.
ການ​ຄົບງັນ​ ບຸນ​ເຂົ້າ​ສະຫລາກ​ມີ​ຫລາຍໆ​ຢ່າງ​ທີ່​ຄ້າຍຄື​ກັບ​ບຸນ​ສິນ​ກິນ​ທານ​ທາງ​ພຸດທະ​ສາສະໜາອື່ນໆ ເຊັ່ນ: ການ​ຫໍ່​ເຂົ້າ​ຕົ້ມ
ເຂົ້າຫນົມ, ​ໃສ່​ບາດ​ຢາດ​ນ້ຳ ອຸທິດ ​ບຸນ​ ກຸສົນ​ເຖິງ ຜູ້ທີ່​ໄດ້​ລ່ວງ​ລັບ​ໄປ​ແລ້ວ, ​ຟັງ​ເທດ​ຟັງ​ທຳ ​ແລະ ວຽນທຽນ​ ເພື່ອ​ຄວາມ​
ເປັນ​ສິລິ​ມຸງ ຄຸນ​...ແຕ່ ບຸນ ເຂົ້າສະຫລາກ ກໍມີຈຸດພິເສດແຕກຕ່າງຈາກບຸນອື່ນ ເພາະບຸນນີ້ ຫມາຍເຖິງ ພາອາຫານ ຫລື ພາເຂົ້າ ທີ່ຂຽນຊື່ມູນສັດທາ ໃສ່ພາເຂົ້ານັ້ນ ແລະ ຊື່ອີກໃບໜຶ່ງກໍ້ ຫລື ພັບລົງໃສ່ຂັນສະຫລາກ ເພື່ອ ໃຫ້ພະສົ ງສາມະ ເນນຈົກເອົາ ຖືກສະ ຫລາກຂອງຜູ້ໃດ ເພິ່ນກໍເອົາພາເຂົ້າ ແລະ ກະທໍ (ຄຸ) ໄປເຄນໃຫ້ອົງນັ້ນໂລດ ເພື່ອອຸທິດ ຫາພໍ່ແມ່ ຍາດພີ່ນ້ອງທີ່ໄດ້ ລ່ວງລັບໄປແລ້ວ ເອີ້ນ ວ່າ:“ສະຫລາກ ຫລື ພາເຂົ້າສະຫລາກ” ເຊິ່ງແຕ່ລະຫລັງຄາເຮືອນຈະມີພາເຂົ້າ
ເຮືອນລະ ພາ ແລະ ມີກະທໍ ທີ່ໃສ່ເຄື່ອງຢູ່ຂອງ ກິນ ເຄື່ອງສົ້ມ ຂອງຫວານ ຂ່າ ຂີງ ຢາສູບ ຫມາກ ພູ ປູນ ແລະ ອື່ນໆ​ເອົາ​ໄປ​ວັດ​ ເຮັດ​ສະ ຫລາກ ​ໄວ້.

ການ​ເຮັດບຸນ​ເຂົ້າ​ສະຫລາກ​ມີ​ເລື່ອງ​ເລົ່າ​ສືບ​ທອດ​ກັນ​ມາ​ວ່າ: “ມີ​ລູກ​ຊາຍ​ຂອງກະດຸມ ພີ​ ຄົນ​ ໜຶ່ງ ພໍ່​ໄດ້​ຕາຍ​ປະ​ຍັງ​ເຫລືອ
ແຕ່​ແມ່, ພໍ​ໃຫຍ່ ​ກ້າ ສົມຄວນ​ສ້າງ​ຄອບຄົວ ​ແມ່​ຈຶ່ງ​ຊອກ ​ຫາ​ເມຍ​ໃຫ້ ເພື່ອ​ສືບ​ເຊື້ອ​ວົງ​ຕະກຸນ. ແຕ່​ເມຍ​ທີ່​ແມ່​ຫາ​ໃຫ້​ນັ້ນ
ເປັນ​ໝັນ ບໍ່​ສາມາດ​ມີ​ ລູກ ​ໄດ້, ຜູ້​ເປັນ ​ແມ່​ຈຶ່ງ​ຊອກ​ຫາ​ຍິງ​ອື່ນ​ໃຫ້ເປັນ​ເມຍ​ນ້ອຍ. ເມຍ​ກົກ ຢ້ານກົວວ່າ ເມຍນ້ອຍ ຈະໄດ້ຮັບມູນມໍລະດົກຂອງຕະກຸນນີ້ ຕົນເອງຈະຖືກປະ ປ່ອຍ ໄຮ້ຄວາມ ຫມາຍ ຈຶ່ງຄິດກົນອຸບາຍເພື່ອຂ້າເມຍນ້ອຍນັ້ນຖີ້ມ.
ເມຍຫລວງ ເວົ້າກັບເມຍ ນ້ອຍ ນັ້ນວ່າ: “ຖ້ານ້ອງຖືພາເມື່ອໃດ ຂໍໃຫ້ ນ້ອງ ຈົ່ງໃຫ້ເອື້ອຍຮູ້ ເພື່ອເອື້ອຍຈະໄດ້ຊ່ວຍ ແລະ ໃຫ້ຄຳແນະນຳ”. ເມຍນ້ອຍກໍຮັບປາກ ພໍຖືພາ ເທື່ອ ທີ ໜຶ່ງ, ເທື່ອທີສອງ ເມຍຫລວງ ກໍ ໃຫ້ເມຍນ້ອຍ ກິນຢາຂ້າລູກໃນ
ທ້ອງຖີ້ມເສຍ, ເທື່ອທີ ສາມ ນາງ ເມຍນ້ອຍບໍ່ບອກ ແລະ ຫລົບ ຫນີໄປຢູ່ບ້ານພີ່ນ້ອງ, ເມຍ ຫລວງ ຮູ້ກໍ ນຳໄປບັງຄັບ
ເມຍນ້ອຍໃຫ້ກິນຢາ ເນື່ອງຈາກລູກໃນທ້ອງແກ່ເກີນຄວນ ລູກຈຶ່ງບໍ່ ຫລຸ ອອກ ຊ້ຳຍັງຕາຍຂວາງ ແລ່ນອັດຕັນຫົວໃຈ.

ກ່ອນເມຍນ້ອຍ ຈະສິ້ນໃຈ ຕາຍ ນາງໄດ້ຜູກເວນໄວ້ ກັບເມຍຫລວງວ່າ: “ຊາດໜ້າຂໍໃຫ້ ລ້າງແຄ້ນຄືນ”. ສ່ວນ ເມຍ ຫລວງນັ້ນ ຖືກຜົວທຸບຕີທໍລະມານຈົນເຖິງແກ່ ຄວາມຕາຍ ແລ້ວເກີດເປັນ ແມ່ໄກ່, ສ່ວນເມຍນ້ອຍ ເກີດເປັນແມວຢູ່ໃນ ຄອບຄົວຕະກຸນນັ້ນ ພໍໄກ່ໄຂ່ ເທື່ອທີໜຶ່ງ ເທື່ອທີສອງ ແມວກໍລັກກິນໄຂ່ໄກ່ນັ້ນ, ເທື່ອທີສາມ ແມວກໍຫັກຄໍກິນທັງໄກ່ ແລະ ໄຂ່, ກ່ອນຈະສິ້ນໃຈຕາຍ ແມ່ ໄກ່ໄດ້ສາບ ແສ່ງ ແມວ ພໍຕາຍໄປ ແມວກ ໍເກີດ ມາເປັນນາງເນື້ອ, ສ່ວນໄກ່ເກີດເປັນ
ເສືອ. ເມື່ອນາງເນື້ອ ເກີດລູກ ເສືອກໍ ມາລັກກິນລູກ, ກ່ອນຮອດ ເທື່ອທີສາມ ເສືອກໍຫັກ ຄໍກິນທັງລູກ ແລະ ແມ່. ກ່ອນນາງ ເນື້ອຈະສິ້ນໃຈຕາຍ ກໍໄດ້ສາບແຊ່ງ ໃຫ້ເສືອນັ້ນເຊັ່ນກັນ.

ນາງເນື້ອຕາຍ ໄປ ເກີດ ເປັນນາງຍັກຂີນີ ສ່ວນນາງເສືອ ເກີດເປັນທິດາ ຢູ່ໃນ ນະຄອນສາວະຖີ ພໍຈະ ເລີນ ໄວໄດ້ແຕ່ງງານກັບຊາຍໜຶ່ງ ເມື່ອເກີດລູກເທື່ອ ທີໜຶ່ງ ທີສອງ ນາງ ຍັກຂີນີ ກໍປອມຕົວເປັນເພື່ອນສະຫາຍ ຂອງນາງມາພັກເຊົານຳ, ໄດ້ໂອກາດ ກໍຈັບເອົາ ລູກນັ້ນກິນເສຍທັງສອງ ເທື່ອ. ເທື່ອທີສາມ ນາງພ້ອມຜົວ ຈະໄປຢູ່ບ້ານ ຂອງປູ່ຍ່າ, ພໍເຖິງກາງທາງແດດຮ້ອນ ນາງຈຶ່ງມອບລູກໃຫ້ຜົວ ແລ້ວລົງໄປ ອາບນ້ຳ ຕ່າງຝ່າຍຕ່າງຜັດປ່ຽນກັນ. ຜົວກຳລັງອາບນ້ຳຢູ່ ນາງເມຍກໍເອົາ ລູກກິນນົມ ຈຶ່ງຫລຽວເຫັນ ນາງ ຍັກຂີນີ ກຳລັງມຸ່ງຫນ້າມາໃສ່ ຈຶ່ງ ຮ້ອງໃສ່ຜົວວ່າ: “ຂຶ້ນມາໄວໆ! ນາງ ຜູ້ນັ້ນມາແລ້ວ” ທັງສອງຜົວເມຍ ຟ້າວແລ່ນມຸ່ງຫນ້າສູ່ ວັດພະເຊດຕະວັນ ມະຫາວິຫານ. ຂະນະ ນັ້ນ ພະພຸດທະເຈົ້າ ກຳລັງສະແດງທຳມະເທດສະໜາ ທ່າມ ກາງ ພຸດທະບໍລິສັດທັງ 4.

ຜົວ ເມຍທັງສອງ ຈຶ່ງຜ່າຝູງຊົນເຂົ້າ ໄປ ມອບກາຍ ຖວາຍຊີວິດຕົນ ແລະ ລູກ ໄວ້ນຳພະພຸດທະເຈົ້າ, ສ່ວນ ນາງ ຍັກຂີນີ ບໍ່ສາ ມາດ ຈະເຂົ້າໄປ ໄດ້, ຈຶ່ງຄອຍຖ້າຢູ່ຂ້າງນອກ ພະພຸດ ທະເຈົ້າ ຈຶ່ງເອີ້ນເຂົ້າມາແລ້ວ ເທດ ສະໜາສັ່ງ ສອນ ວ່າ: “ບໍ່ໃຫ້ອາຄາດ ຈ່ອງເວນເຊິ່ງກັນ ແລະ ກັນ, ເວນ ຍ່ອມບໍ່ລະງັບ ດ້ວຍການຈອງເວນ ເຫມືອນໜູກັບແມວ, ງູກັບຈອນ
ຟອນ, ນົກເຄົ້າກັບກາ ແລະ ຫມີກັບໄມ້ຄໍ້ ດັ່ງນັ້ນເປັນຕົ້ນ” ແລ້ວພະອົງຈຶ່ງ ຕັດກັບຄູ່ຜົວເມຍ ວ່າ: “ຈົ່ງລ້ຽງນາງ ຍັກຂີນີຜູ້ນີ້” ຜົວເມຍຈຶ່ງພານາງຍັກ ຂີນີໄປໄວ້ໃນສະຖານທີ່ຕ່າງໆເຊັ່ນ: ຄົກມອງ, ອຸແອ່ງນ້ຳ, ຄີໄຟ, ສາຍ ຄາເຮືອນ, ກອງຂີ້ຝອຍ ໃກ້ປະຕູ ເຮືອນ ບ່ອນໃດນາງຍັກກໍເຫັນວ່າ ບໍ່ສະດວກ ຈຶ່ງໄປຢູ່ຫົວນາ ແລະ ພາຍລຸນມາ ຈຶ່ງເອີ້ນວ່າ: “ຜີຕາແຮກ”. ນາງ ຍັກ ໄດ້ ຮັບການລ້ຽງດູເປັນຢ່າງດີ ເພື່ອຕອບແທນບຸນຄຸນສອງຜົວເມຍຄູ່ນັ້ນນາງຍັກຈຶ່ງເຮັດຫນ້າທີ່
ເຝົ້າຕາກ້າໄຮ່ນາ ແລະ ຜົນລະປູກ ຕ່າງໆ ເພື່ອເປັນການທົດ ແທນ ຄຸນ”. ໃນເດືອນ 11 ເພັງ ຈຶ່ງມີປະເພນີ
ລ້ຽງຜີຕາແຮກຄຽງຄູ່ກັບການເຮັດບຸນເຂົ້າສະຫລາກ.

ໃນການລ້ຽງຜີຕາແຮກນັ້ນ, ຊາວນາທຸກໆຄອບ ຄົວໃຜໆ ກໍພາກັນ ເຮັດ ເຊິ່ງມີການຈັດພາເຂົ້າທີ່ມີອາຫານ ຫວານ ຄາວ ມາກມາຍກ່າຍກອງ ເມື່ອ ເປັນແນວນັ້ນ ຊາວບ້ານຈຶ່ງແບ່ງເອົາ ອາຫານການກິນໄປຖວາຍຢູ່ວັດ ຈຶ່ງພໍ.

* ຄັດຈາກ: ຫນັງສືພິມ ຂປລ, ສະບັບວັນທີ 16-09-2009