ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 20, 2010 | ມີ 22 ຄຳເຫັນ ແລະ 0 trackback(s)

      ຫຼາຍໆຄົນອາດໄດ້ຍິນຂ່າວຄາວກ່ຽວກັບເບີຜີ ແຕ່... ບາງຄົນກໍ່ຄິດກະວົນກະວາຍກ່ຽວກັບຂ່າວລືດັ່ງກ່າວ ແລະກໍ່ມີຫຼາຍໆຄົນຕັ້ງຄຳຖາມວ່າມັນແມ່ນຄວາມຈີງແທ້ບໍ? ເບີຜີ...ມີແທ້ບໍ? ໄປທາງໃດກໍ່ມີຄົນຖາມ ແລະ ໄດ້ຍີນຂ່າວລືໄປທົວ່ ເລື່ອງນີ້ມັນຈະໄປກັນໃຫ່ຍແລ້ວ ບໍ່ວ່າຈະເປັນເດັກນ້ອຍ ຜູ້ໃຫ່ຍຈົນຮອດໄວແກ່ສະລາກໍ່ເຊື່ອກັນ ຖ້າຫາກມີເບີງາມໆໂທມາຖ້າໃຜຮັບກໍ່ຈະຕາຍ ທັນທີ ຫຼື ວ່າຊ້ອກໄປເລີຍ . ຊ່າລືໄດ້ຢັ້ງຢືນວ່າ ມີຄົນຢູ່ ເມືອງຄຳ ແຂວງ ຊຽງຂວາງ ເສຍຊີວິດຍ້ອນເບີຜີ ແລະມີໄວໝຸ່ຫຼາຍກ່ວາສີບຄົນຢູ່ບັນດາແຂວງທາງພາກເໜືອ ເສຍຊິວິດຍ້ອນເບີຜີເຊັ່ນກັນ.

      ເອົາລະ ! ວາລະສານມະຫາຊົນຄົງຕ້ອງມອງຂ້າມເລື່ອງນີ້ບໍໄດ້ເສຍແລ້ວ. ດັ່ງນັ້ນວາລະສານມະຫາຊົນສະບັບນີ້ ຈື່ງນຳເອົາຂ່າວຄາວກ່ຽວກັບເລື່ອງດັ່ງກ່າວມາໄຂຂໍ້ຄ້າງໃຈ ແລະ ໄດ້ນຳເອົາບົດສຳພາດຈາກລາຍການ ລົມເລື່ອງຂ່າວ ໃນຄືນຂອງວັນທີ 28 ທັນວາ 2009 ກ່ຽວກັບບັນຫາດັ່ງກ່າວມານຳສະເໜີໃຫ້ຮູ້ກ່ຽວກັບຄວາມຈີງ ຄິວ່າເລື່ອງດັ່ງກ່າວອາດຈະສາມາດຕອບຄຳຖາມໃຫ້ແກ່ຜູ້ອ່ານໂດຍສະເພາະແມ່ນຜູ້ສົ່ງໃສກ່ຽວກັບເລື່ອງດັ່ງກ່າວ. ຈົ່ງເຮັດໃຈດີໆໄວ້ ໄປຟັງເບີ່ງວ່າ ເບີຜີ...ມີແທ້ບໍ? ຈາກບົດສຳພາດທາງວິທະຍຸ ຈາກລາຍການລົມເລື່ອງຂ່າວ ກັບທ່ານ ຫມໍ ບຸນເພັງ ທ່ານໝໍປະຈຳໂຮງໝໍເມືອງຄຳ ແຂວງຊຽງຂວາງ ທ່ານໝໍ ບຸນເພັງ ກ່າວວ່າ:

              ເມື່ອວັນທີ 20 ທັນວາ 2009 ມີສອງອ້າຍນ້ອງ(ອ້າຍແລະນ້ອງສາວ). ຜູ້ເປັນອ້າຍໄປງັນເຮືອນດີຈົນຊອດແຈ້ງ ແລະ ຮູ້ສືກວ່າອິດເມື່ອຍ. ພໍເມື່ອຕົກມາຮອດຕອນແລງ ໂທລະສັບແມ່ນບັງເອີນໂທມາຈາກວຽງຈັນ ເບີໂທແມ່ນໍXXX44113 (ຂໍສະງວນເລກຫຼັກ) ເຊີ່ງແມ່ນເບີໂທຂອງທ້່າວ ໂຕ້ ຢູ່ບ້ານໜອງທາ (ຕາມການໂທສອບຖາມເບີດັ່ງກ່າວ). ທ້າວໂຕ້ ວ່າຊິໂທຫາຜູ້ສາວ ແຕ່ບັງເອີນພັດກົດຫຼົງ ບັງເອີີນໂທໄປຫານາງຜູ້ເປັນນ້ອງສາວເລີຍບໍ່ກ້າຮັບສາຍ. ໂທມາສອງສາມເທື່ອກໍບໍ່ຮັບ ຈາກນັ້ນຜູ້ເປັນອ້າຍກໍ່ມາຮັບແທນ ແລະ ຍ້ອນວ່າໄດ້ຍີນຂ່າວລືວ່າມີໂທລະສັບເບີຈັ່ງຊີ້ຈັ່ງຊັ້ນ ມາກ່ອນແລ້ວ ພໍຮັບແລ້ວລາວຮູ້ສືກວ່ເມື່ອຍອອກຮ້ອນຕາມຕົນໂຕ ຮູ້ສືກຫງຸດງີດ ແລະຫັນໄຈບໍ່ອີ່ມ ຫາຍໃຈຝືດ. ຈາກນັ້ນຜູ້ເປັນນ້ອງສາວກໍ່ຮູ້ສືກເມື່ອຍໄປຕາມໆກັນ ຫຼັງຈາກນັ້ນທັງສອງກໍ່ຖືກນຳສົ່ງໄປໂຮງໝໍເມືອງຄຳ  ພໍຮອດໂຮງໝໍ ທ່ານໝໍກໍ່ກວດເບີ່ງອາການທັງສອງ ກໍ່ພົບວ່າຜູ້ເປັນອ້າຍອາຍຸ 23 ປີ ມີອາການອິດເມື່ອຍເນື່ອງຈາກບໍ່ໄດ້ຫຼັບໄດ້ນອນໝົດຄືນ ບວກກັບການດື່ມຊາ, ການເຟ ແລະຫຼີ້ນໄພ້ ຈື່ງເຮັດໃຫ້ມີອາການອິດເມື່ອຍຍ້ອນພັກຜ່ອນບໍ່ພຽງພໍ ແລະ ຢ້ານກົວຕໍ່ຂ່າວລືເລື່ອງເບີຜີ  ສ່ວນຜູ້ເປັນນ້ອງສາວ ອາຍຸ 19 ປີ ແມ່ນເປັນໂລກຫົວໃຈ ທີ່ຮູ້ຂ່າງຄາວກ່ຽວກັບເລື່ອງດັ່ງກ່າວ ກໍ່ເລີຍຮູ້ສືກຢ້ານໄປນຳຜູ້ເປັນອ້າຍ ແລະ ທ່ານໝໍຍັງກ່າວອີກວ່າ ຍ້ອນຜູ້ກ່ຽວມີຄວາມຢ້ານໂພດ ແລະ ບວກກັບຄວາມອິດເມື່ອຍອ່ອນເພຍຂອງຕົນ ຈື່ງເຮັດໃຫ້ເກີດອາການແບບນີ້ຂື້ນ  ປະຈຸບັນນີ້ທັງສອງອ້າຍນ້ອງກໍ່ຫາຍດີ ແລະກັບບ້ານແລ້ວ. ຈາກຂ່າວລື ວ່າກັນວ່າ ມີຄົນເສຍຊີວິດຈາກການຮັບເບີແປກໆງາມໆ ຫຼືເວົ້າວ່າເບີຜີນັ້ນແມ່ນເລື່ອງສ້າງຂື້ນແລະບໍແມ່ນຄວາມຈີ່ງ ດັ່ງທ່ານໝໍ ບຸນເພັງ ໄດ້ໃຫ້ການສຳພາດຕໍ່ລາຍການລົມເລື່ອງຂ່າວຕອນທ້າຍໆວ່າ : ເລື່ອງນີ້ບໍມີຄວາມຈີ່ງແລະ ຢັ້ງຢືນວ່າ ປະຈຸບັນນີ້ບໍ່ມີຄົນເສຍຊີວິດຍ້ອນເບີຜີຄືກັບຂ່າວລື .

            ເປັນແນວໃດ໋ ຫຼັງຈາກອ່ານບົດສຳພາດຂ້າງເທີງນັ້ນ ຄົງຈະເຮັດໃຫ້ຜູ້ອ່ານສະບາຍໃຈຂື້ນ ແລະ ຄົງເຂົ້າໃຈແລ້ວວ່າ ມັນບໍ່ເປັນຄວາມຈີ່ງກ່ຽວກັບຂ່າວລືທົ່ວບ້ານທົ່ວເມືອງວ່າເບີຜີ... ທຸກຄົນຕ້ອງລະວັງການປ່າວຂ່າວແບບຂີ້ຕົວະຫຼອກລວງເຮັດໃຫ້ສັງຄົມວຸ້ນວາຍຂອງກຸ່ມຄົນບໍ່ດີ!    ຢຸດຄິດໄດ້ແລ້ວ ມັນບໍ່ມີຄວາມຈີງດອກ ມັນມີແຕ່ເບີຜີຂີ້ຕົວະເທົ່ານັ້ນຫຼະ!​

” ຄວາມຢ້ານກວົເກີນໄປ ກໍ່ຈະພາຊີວິດໄປສູ່ຄວາມຕາຍໄດ້”

  •  ຂອບໃຈຂໍ້ມູນຈາກລາຍການ ລົມເລື່ອງຂ່າວ ແລະ ວາລະສານມະຫາຊົນ ທີ່ ຂ້າພະເຈົ້າໄດ້ກ໊ອບປີ້ມາ....ແຮແຮແຮ!!!
Delicious Digg Fark Twitter