ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 20, 2012 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ພໍ່ ກັບ ແມ່ ບໍ່ມີເງິນທອງ ຈະກອງໃຫ້

ຈົ່ງຕັ້ງໃຈ ພາກພຽນ ຮຽນໜັງສື

ຫາວິຊາ ຄວາມຮູ້ ເປັນຄູ່ມື

ເພື່ອຍຶດຖື ເປັນຫຼັກໜັ້ນ ຫຼໍ່ລ້ຽງກາຍ

 ພໍ່ ກັບ ແມ່ ມີແຕ່ຈະແກ່ເຖົ້າ

ຈະລ້ຽງເຈົ້າ ເລີຍໄປ ນັ້ນຢ່າໝາຍ

ໃຊ້ວິຊາ ຊ່ວຍຕົນ ໄປຈົນຕາຍ

ເຈົ້າສະບາຍ ພໍ່ກັບແມ່ ກໍສຸກໃຈ ...ທ່ານ ລູກທັງຫຼາຍເອີບ.

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 24, 2011 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

<!--[if gte mso 9]> Normal 0 false false false EN-US X-NONE TH MicrosoftInternetExplorer4 <![endif]--><!--[if gte mso 9]> <![endif]--><!--[if gte mso 10]> /* Style Definitions */ table.MsoNormalTable {mso-style-name:"Table Normal"; mso-tstyle-rowband-size:0; mso-tstyle-colband-size:0; mso-style-noshow:yes; mso-style-priority:99; mso-style-qformat:yes; mso-style-parent:""; mso-padding-alt:0cm 5.4pt 0cm 5.4pt; mso-para-margin:0cm; mso-para-margin-bottom:.0001pt; mso-pagination:widow-orphan; font-size:10.0pt; font-family:"Times New Roman","serif"; mso-bidi-font-family:"Angsana New";}<![endif]-->ບັນຍັດ​ພັນ​ລະ​ຍາ 10 ປະການ

1. ສາມີ​ອອກ​ບ້ານ​ມາ                 ຢ່າ​ຖາມ​ວ່າ​ໄປ​ໃສ

​ໃຫ້​ຖາມ​ຢ່າງ​ເຕັມ​ໃຈ                ​ເອົາ​ເງິນ​ໃຊ້ ຫຼື ບໍ່​ອ້າຍ.

2. ສາມີ​ເຂົ້າບ້ານ                     ຢ່າ​ໄດ້​ຂານ​ໄປ​ໃສ​ມາ

​ໃຫ້​ຖາມ​ດ້ວຍ​ຄຳ​ວ່າ                 ​ໂອ​ອ້າ​ຍຈ໋າ ​ເມືອ​ຍບໍ່​ອ້າ​ຍ.

3. ສາມີ​ເຂົາ​ດຸ​ດາ                     ຢ່າ​ທຳ​ໜ້າ​ເໝືອນ​ເໝັນ​ຄາວ

ຖ້າ​ຖຽງ​ກໍ່​ເລື້ອງ​ລາວ                 ຍອມຮັບ​ຜິດ​ແຕ່​ໂດຍ​ດີ.

4. ສາມີ​ໂມ​ໂຫມາ                     ​ໃຫ້​ຮີບ​ຈາກ​ໄປ​ທັນທີ

ກະ​ວາ​ສົມຄວນ​ດີ                   ຮີບ​ກັບ​ມາ​ຢ່າ​ຊ້າ​ນານ.

5. ສາມີ​ເມົາ​ເຫຼົ້າ​ມາ                    ຢ່າ​ໂກດ​ວ່າ​ດ່າ​ລະ​ລາມ

ຜ້າ​ເຢັນ ​ແລະ ອາຫານ              ຂອງຄາວ​ຫວານຄວນ​ເອົາ​ມາ

6. ສາມີ​ຂໍ​ເງິນ​ໃຊ້                     ຫ້າ​ບໍ່​ໃຫ້​ໄຕ​ຖາມ​ຫາ

​ເອົາ​ໄປ​ເຮັດ​ຫຍັງ​ໜາ                ​ໃຫ້​ຖາມ​ວ່າ​ເອົາ​ເທົ່າ​ໃດ.

7. ສາມີ​ກັບ​ບ້ານ​ເດີກ                  ຢ່າ​ທັກ​ທຶກ​ຖາມ​ອັນ​ໃດ

ຜ້າຜ່ອນ​ທ່ອນ​ສະ​ໃບ                 ກຽມພ້ອມ​ໄວ້​ທັງ​ເຂົ້າປາ.

8. ສາມີ​ເງິນ​ເດືອນ​ອອກ                ຢ່າ​ໄດ້​ບອກ​ອອກປາກ​ວ່າ

ຮັບ​ໄດ້​ຫຼາຍ​ບໍ່​ອ້າຍ                  ​ໃຫ້​ຖາມ​ວ່າ​ພໍ​ໃຊ້​ບໍ່​ອ້າຍ.

9. ສາມີ​ຂໍ​ຮ່ວມ​ເພດ                    ປະຕິ​ເສດ​ຍ່ອມ​ບໍ່​ໄດ້

ຕ້ອງ​ສະໜອງ​ທຸກ​ຄັ້ງ​ໄປ              ໄດ້ທຸກເມື່ອທຸກເວລາ.

10.       ບັນຢັດ 10 ປະການ            ໃຫ້ນົງຄານພັນລະຍາ

ຢຶດຖືເທິດບູຊາ                   ດຸດັ່ງວ່າຄອງຫົວໃຈ.

( ອ່ານແລ້ວຊ່ວຍໃຫ້ຄຳຄິດເຫັນແດ່ ເພື່ອຈະໄດ້ປັບປຸງ )

ຂຽນເມື່ອ ຂຽນເມື່ອ: ກ.ພ.. 22, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

<!--[if gte mso 9]> Normal 0 false false false EN-US X-NONE TH MicrosoftInternetExplorer4 <![endif]--><!--[if gte mso 9]> <![endif]--><!--[if gte mso 10]> /* Style Definitions */ table.MsoNormalTable {mso-style-name:"Table Normal"; mso-tstyle-rowband-size:0; mso-tstyle-colband-size:0; mso-style-noshow:yes; mso-style-priority:99; mso-style-qformat:yes; mso-style-parent:""; mso-padding-alt:0in 5.4pt 0in 5.4pt; mso-para-margin:0in; mso-para-margin-bottom:.0001pt; mso-pagination:widow-orphan; font-size:10.0pt; font-family:"Times New Roman","serif"; mso-bidi-font-family:"Angsana New";}<![endif]-->

ຮັກ​ເມຍ !

·        ຮັ​ກ​ເມຍ​ຕ້ອງ​ອົດທົນ      ຕ້ອງ​ເປັນ​ຄົນ​ເຄົາລົບ​ເມຍ

·       ຮັກ​ເມຍ​ຕ້ອງ​ສົງ​ເສຍ           ຢ່າ​ໃຫ້​ເມຍ​ຕ້ອງ​ສົງ​ໃສ

·       ຮັກ​ເມຍ​ຕ້ອງ​ຮັກ​ດຽວ           ຢ່າ​ໄດ້​ທ່ຽວ​ໄປ​ຮັກ​ໃຜ

·       ຮັກ​ເມຍ​ຕ້ອງ​ຍອມ​ເມຍ     ​ເພາະວ່າ​ເມຍ​ບໍ່​ຍອມ​ໃຜ

·       ຮັກ​ເມຍ​ຕ້ອງ​ທຳ​ໃຈ            ​ເປັນ​​ແນວ​ໃດ​ຂ້ອຍ​ກໍ່​ເມຍ

·       ຮັກ​ເມຍ​ຢ່າ​ໄດ້​ທ່ຽວ​ເດິກ     ກັບ​ໄປ​ເດິກ​ຢູ່​ກັບ​ເມຍ

·       ຮັກ​ເມຍ​ຕ້ອງ​ທຳ​ໃຈ            ບໍ່​ມີ​ໃຜ​ໃຫຍ່​ເທົ່າ​ເມຍ

               ຮັກ​ເມຍ​ເປັນ​ຂອງ​ສ່ວນ​ຕົວ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 21, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

<!--[if gte mso 9]> Normal 0 false false false EN-US X-NONE TH MicrosoftInternetExplorer4 <![endif]--><!--[if gte mso 9]> <![endif]--><!--[if gte mso 10]> /* Style Definitions */ table.MsoNormalTable {mso-style-name:"Table Normal"; mso-tstyle-rowband-size:0; mso-tstyle-colband-size:0; mso-style-noshow:yes; mso-style-priority:99; mso-style-qformat:yes; mso-style-parent:""; mso-padding-alt:0in 5.4pt 0in 5.4pt; mso-para-margin:0in; mso-para-margin-bottom:.0001pt; mso-pagination:widow-orphan; font-size:10.0pt; font-family:"Times New Roman","serif"; mso-bidi-font-family:"Angsana New";}<![endif]-->

ຄະຕິເຕືອນໃຈ

Ø ​ໃຜ​ຮັກ                  ​ໃຜ​ຊັງ             ຊ່າງ​ເຖີດ

Ø ​ໃຜ​ເຊີດ                 ​ໃຜ​ຊູ              ຂອບ​ໃຈ

Ø ​ໃຜ​ດ່າ                  ​ໃຜ​ຈົ່ມ             ທົນ​ເອົາ

Ø ​ໃຈ​ເຮົາ                 ຮົ່ມ​ເຢັນ            ​ເປັນ​ພໍ

Ø ສັດຕູ​ຄື​ສັດ​ຕີ              ນາລີ​ຄື​ຢາ​ພິດ

Ø ສິ່ງ​ທີ່​ຄິດ​                ຄື​ເງີ​ນຕາ

Ø ຍອດ​ປາ​ຖະໜາ           ຄື​ຄວາມສຸກ

Ø ໝົດ​ທຸກ                 ​ເມື່ອຕາຍ

Ø ສົມບັດ​ສິ້ນ​ສຸດ​ທ້າຍ         ຄື​ຫລຸມ​ຝັງ​ສົບ

Ø ​ເມົາ​ລາບ​                ລືມ​ຍົດ

Ø ​ເມົາ​ຍົດ​                 ລືມຕາຍ

Ø ​ເມົາ​ກາຍ                ລືມ​ແກ່

Ø ​ເມົາ​ຜົວ​ເມຍ             ລືມ​ພໍ່​ລືມ​ແມ່

Ø ​ເມົາ​ໄຮ່​ເມົາ​ນາ            ລືມ​ປູ່​ລືມ​ຕາ

Ø ​ເມົາ​ອຳນາດ             ລືມ​ສາສະໜາ

Ø ​ເມົາ​ຕັນຫາ              ຫູໜວກ​ຕາບອດ

Ø ​ເມົາ​ເພດ                ໝົດ​ລາຄາ

Ø ​ເມົາ​ສຸລາ                ໝົດ​ຄວາມ​ສຳຄັນ

Ø ​ເມົາ​ການ​ພະນັນ           ໝົດ​ຊັບ​ສິນ

Ø ​ເມົາ​ນຳ​ຄວາມ​ຫລິ້ນ         ພາ​ໃຫ້​ເຮືອນ​ຮົ່ວ

Ø ​ເມົາ​ນຳ​ຜູ້​ຊົ່ວ              ໝົດ​ຄວາມ​ເຫລື້ອມ​ໃສ

Ø ​ເມົາ​ນຳ​ການ​ປູກຝັງ​ລ້ຽງສັດ   ພາ​ໃຫ້​ລ້ຳ​ລວຍ

Ø ​ເມົາ​ນຳ​ໄພ້​ນຳ​ຫວຍ         ພາ​ໃຫ້​ຊວຍ​ຕະຫລອດ.

 

o   ອັນ​ລ້ຳ​ລວຍ​ທີ່​ສຸດ​ຂອງຊີວິດ           ຄື​ສຸຂະພາບ​ທີ່​ແຂງ​ແຮງ

o   ບາບກຳ​ໃຫ່ຍຫລວງ​ທີ່​ສຸດ​ຂອງ​ຊີວິດ     ຄື​ບໍ່​ມີ​ຄວາມ​ກະຕັນຍູ

o   ຄື​ໂງ່​ທີ່​ສຸດ​ຂອງ​ຊີວິດ                ຄື​ເມົາ​ຢາ​ເສບ​ຕິດ​ໃຫ້​ໂທດ

o   ຄວາມ​ຜ່າ​ຍ​ແພ້​ໃຫ່ຍທີ່​ສຸດ​ຂອງ​ຊີວິດ    ຄື​ການ​ອວດອົ່ງ​ທະ​ນົງ​ຕົວ

o   ສິ່ງ​ມີຄ່າ​ທີ່​ສຸດ​ຂອງ​ຊີວິດ              ຄື​ການ​ໃຫ້​ອະ​ໄພ

o   ຄວາມ​ປາ​ໄຊ​ທີ່​ສຸດ​ຂອງ​ຊີວິດ           ຄື​ການ​ຂົ່ມ​ເຫັງ​ຜູ້​ອື່ນ

o   ຄວາມ​ພາດ​ຝັ່ງ​ໃຫ່ຍທີ່​ສຸດ​ຂອງ​ຊີວິດ     ຄື​ຕິດ​ການ​ພະນັນ

o   ການ​ລົ້ມ​ລະລາຍ​ທີ່​ສຸດ​ຂອງ​ຊີວິດ        ຄື​ຄວາມ​ສິ້ນ​ຫັວງ

o   ຄວາມສຸກ​ຫລາຍ​ທີ່​ສຸດ​ຂອງ​ຊີວິດ        ຄື​ການ​ຊ່ວຍ​​ເຫລືອ​ຜູ້​ອື່ນ​”

 

ü ຮຽນ​ຄິດ​ແຕ່​ດ້ານ​ບວກ          ​ແລ້ວ​ຈະ​ຮູ້​ວ່າ​ມີ​ແຕ່​ສິ່ງ​ທີ່​ເປັນ​ໄປ​ໄດ້

ü ຮຽນ​ຝັນ                    ​ແລ້ວ​ຈະ​ຮູ້​ວ່າ​ໂລກ​ນີ້​ໜ້າ​ຢູ່

ü ຮຽນ​ເວົ້າ​ແຕ່​ດ້ານ​ບວກ         ​ແລ້ວ​ຈະ​ຮູ້​ວ່າ​ຍັງ​ມີ​ຄົນ​ຫລາກ​ຫລາຍ​ທີ່​ຮັກ​ເຮົາ

ü ຮຽນ​ຍິ້ມ​ໄວ້                 ​ແລ້ວ​ຈະ​ຮູ້​ວ່າ​ ເຮົາຄື​ຄົນ​ທີ່​ເປັນ​ຮັກ

ü ຮຽນ​ຜ່າ​ຟັນ​ກັບ​ອຸປະສັກ        ​ແລ້ວ​ຈະ​ຮູ້​ວ່າ ​ເຮົາ​ຄື​ຄົນ​ທີ່​ເຂັ້ມ​ແຂງ

ü ຮຽນພາກ​ພຽນ               ​ແລ້ວ​ຈະ​ຮູ້​ວ່າ ​ເຮົາອົດທົນ​ຍິ່ງ​ກວ່າ​ໃຜ

ü ຮຽນ​ຄິດ​ວ່າ​ຕ້ອງ​ຊະນະ         ​ແລ້ວ​ຈະ​ຮູ້​ວ່າ ​ເຮົາ​ສາມາດ​ເອົາ​ຊະນະ​           ຕົນ​ເອງ​ໄດ້​ບໍ່​ຍາກ

ü ຮຽນ​ຄິດ​ໃໝ່​                 ​ແລ້ວ​ຈະ​ຮູ້​ວ່າ ​ເຮົາ​ມີ​ຄວາມ​ສາມາດ​            ຢ່າງ​ປະຫລາດ​ໃຈ​

ü ຢ່າ​ນຳ​ເອົາ​ຄວາມ​ຜິດ​ຫັວງ​ໃນ​ເມື່ອ​ວານ    ມາ​ເຜົາ​ຜານ​ຄວາມ​ຫັວງມື້​ຕໍ່ໜ້າ

ü ​ໂລບ​ຫລາຍ​ຈະ​ເປັນ​ທຸກ        ຜົນ​ປະ​ໂຫຍ​ດຫລາຍ​ຈະ​ເປັນ​ໄພ​              ຈົດ​ຈຳ​ໄວ້​ເປັນ​ການ​ດີ!

ຂຽນເມື່ອ ຂຽນເມື່ອ: ກ.ພ.. 21, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

<!--[if gte mso 9]> Normal 0 false false false EN-US X-NONE TH MicrosoftInternetExplorer4 <![endif]--><!--[if gte mso 9]> <![endif]--><!--[if gte mso 10]> /* Style Definitions */ table.MsoNormalTable {mso-style-name:"Table Normal"; mso-tstyle-rowband-size:0; mso-tstyle-colband-size:0; mso-style-noshow:yes; mso-style-priority:99; mso-style-qformat:yes; mso-style-parent:""; mso-padding-alt:0in 5.4pt 0in 5.4pt; mso-para-margin:0in; mso-para-margin-bottom:.0001pt; mso-pagination:widow-orphan; font-size:11.0pt; mso-bidi-font-size:14.0pt; font-family:"Calibri","sans-serif"; mso-ascii-font-family:Calibri; mso-ascii-theme-font:minor-latin; mso-fareast-font-family:"Times New Roman"; mso-fareast-theme-font:minor-fareast; mso-hansi-font-family:Calibri; mso-hansi-theme-font:minor-latin; mso-bidi-font-family:"Cordia New"; mso-bidi-theme-font:minor-bidi;}<![endif]-->

ສຸພາສິດບອກວ່າ

ເງິນຊື້ໂມງຖືໄດ້ ແຕ່ຊື້ເວລາບໍ່ໄດ້

ເງິນໄປຫາທ່ານໝໍໄດ້ ແຕ່ຊື້ຊີວິດບໍ່ໄດ້

ເງິນຊື້ SEX ໄດ້ ແຕ່ຊື້ຄວາມຮັບໍ່ໄດ້

ເງິນຊື້ເຮືອນໄດ້ ແຕ່ຊື້ທີຢູ່ທີອົບອຸ່ນບໍ່ໄດ້

​ແຕ່​ຖ້າ​ຂາດ​ເງິນ​ເຮົາ​ກໍ່ຢູ່​ບໍ່​ໄດ້ ​ແມ່ນ​ບໍ່?

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

<!--[if gte mso 9]> Normal 0 false false false EN-US X-NONE TH MicrosoftInternetExplorer4 <![endif]--><!--[if gte mso 9]> <![endif]--><!--[if gte mso 10]> /* Style Definitions */ table.MsoNormalTable {mso-style-name:"Table Normal"; mso-tstyle-rowband-size:0; mso-tstyle-colband-size:0; mso-style-noshow:yes; mso-style-priority:99; mso-style-qformat:yes; mso-style-parent:""; mso-padding-alt:0cm 5.4pt 0cm 5.4pt; mso-para-margin:0cm; mso-para-margin-bottom:.0001pt; mso-pagination:widow-orphan; font-size:10.0pt; font-family:"Times New Roman","serif"; mso-bidi-font-family:"Angsana New";}<![endif]-->                                               ມົງຄຸນ​ຊີວິດ

 

*    ຖ້າ​ຢາກ​ເປັນ​ຄົນ​ງາມ            ຢ່າ​ວູ່​ວາ​ມຄຽດ​ງ່າຍ   

*    ຖ້າ​ຢາກ​ເປັນ​ຄົນ​ສະບາຍ          ຢ່າ​ເບື່ອໜາຍ​ຄວາມພຽນ

*    ຖ້າ​ຢາກ​ເປັນ​ຄົນ​ມີ              ຢ່າ​ເປັນ​ຄົນ​ດີ​ແຕ່​ຈ່າຍ

*    ຖ້າ​ຢາກ​ເປັນ​ຄົນ​ທັນ​ສະ​​ໃໝ        ຢ່າ​ທຳລາຍ​ວັດທະນາ​ທຳ

*    ຖ້າ​ຢາກ​ເປັນ​ຄົນ​ມີ​ກຽດ       ຢ່າ​ຫຍຽດຫຍາ​ມຜູ້​ອື່ນ

*    ຖ້າ​ຢາກ​ມີ​ຄວາມ​ຮູ້         ຢ່າ​ລົບ​ລູ່​ຄູ​ອາຈານ

*    ​ຖ້າ​ຢາກ​ຫາ​ຄວາມ​ສຳລານ        ຢ່າ​ລ້າງຜານ​ຊັບ​ສົມ​ບັດ

*    ຖ້າ​ຢາກ​ເປັນ​ຄົນ​ມີ​ອຳນາດ        ຢ່າ​ຂາດ​ຄວາມ​ຍຸຕິ​ທຳ

*    ຖ້າ​ຢາກ​ເປັນ​ຄົນ​ດັງ             ຢ່າ​ຫວັງ​ຄວາມ​ສະຫງົບ

*    ​ຖ້າ​ທ່ານ​ກະທຳ​ຕົວ​ແຂງ​ກັບ​ສັງຄົມ    ທາງ​ແຫ່ງ​ຄວາມ​ຫລົ້ມຈົມ​ກຳລັງ​ຕາມ​ມາ

*    ຖ້າ​ທ່ານ​​ເຮັດ​ວຽກ​ເຫັນ​ແກ່​ໜ້າ       ທ່ານ​ຈະ​ພົບ​ກັບ​ບັນຫາ​ເລື້ອຍໆ​ໄປ

*    ຖ້າ​ທຳ​ຕົວ​ເຫັນ​ແກ່​ໄດ້          ທ່ານ​ຢ່າ​ຫວັງ​ນຳ​ໃຈ​ຈາກ​ຜູ້​ອື່ນ

*    ຖ້າທ່ານ​ຢ້ານກົວ​ຈົນ​ເກີນ​ໄປ       ທ່ານ​ຈະ​ເຮັດ​ຫຍັງ​ບໍ່​ໄດ້​ຄວາມ

*    ຖ້າ​ທ່ານ​ກ້າ​ຈົນ​ເກີນ​ໄປ      ທ່ານ​ໄປ​ໃສ​ຈະ​ເດືອນ​ຮ້ອນ

*    ຖ້າ​ທ່ານ​ຂາດ​ຄວາມ​ພໍດີ      ທ່ານ​ຈະ​ເປັນ​ໜີ້​ເຂົາ​ຕະຫຼອດ​ໄປ

*    ຖ້າ​ທ່ານ​ຫາກ​ຫວັງ​ແຕ່​ຄວາມສຸກ    ທ່ານ​ຈະ​ທຸກ​ມະຫາສານ

*    ຖ້າ​ທ່ານ​ຂາດ​ຄວາມ​ຄິດ​ທີ່​ຖີ່​ຖ້ວນ    ຊີວິດ​ທັງ​ຊີວິດ​ຈະ​ໝົດ​ຄວາມ​ໝາຍ

*    ຖ້າ​ທ່ານ​ທຳ​ໃຈ​ໃຫ້​ສະຫງົບ        ທ່ານ​ຈະ​ພົບ​ກັບ​ຄວາມສຸກ​ທີ່​ເຍືອກ​ເຢັນ

 

v    ຢ່າ​ນອນ​ຕື່ນ​ສວາຍ           ຢ່າ​ອາຍ​ທຳ​ກິນ

v    ຢ່າໝິ່ນເງິນນ້ອຍ             ຢ່າຄອຍວາດສະໜາ

v    ຢ່າຜ່າໄຟແດງ              ຢ່າງແຊງທາງໂຄ້ງ

v    ຢ່າໂກງເຈົ້າໜີ້

v    ຢ່າເສວະນາຄົນຊົ່ວ           ຢ່າມົວອະບາຍຍະມຸກ

v    ຢ່າສຸກກ່ອນຫ້າມ            ຢ່າພຶມພາມກ່ອນທຳ

v    ຢ່າລຳກ່ອນເພງ             ຢ່າຂົ່ມເຫັງຜູ້ນ້ອຍ

v    ຢ່າຄອຍແຕ່ປະຈົບ           ຢ່າຄົບແຕ່ເສດຖີ

v    ຢ່າດີແຕ່ຕົວ                ຢ່າຊົ່ວແຕ່ຄົນອື່ນ

v    ຢ່າຟ່າຝຶນກົດລະບຽບ     ຢ່າເອົາປຽບສັງຄົມ

v    ຢ່າຊື່ນຊົນຄົນຜິດ            ຢ່າຄິດເອົາແຕ່ໄດ້

v    ຢ່າໃສ່ຮ້າຍຄົນດີ             ຢ່າກ່າວຮາວີມຸສາ

v    ຢ່ານິນທາພະເຈົ້າ            ຢ່າໂງ່ເຂົາເມື່ອມີທຸກ

v    ຢ່າສຸກຈົນລືມຕົວ            ຢ່າເກງກົວງານໝັກ

v    ຢ່າພິທັກທໍລະຊົນ            ຢ່າລືມຕົນເມື່ອຮັ່ງມີ.