ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 4, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

 

        ຄວາມຮູ້ມື້ນີ້ເປັນຂອງເວັບໄຊແມ່ຍິງຄົນຫນຶ່ງທີ່ຢາກຝາກເຕືອນແມ່ຍິງທຸກໆຄົນນັ້ນ

ກໍ່ຄືພະຍາດມະເຮັງທີ່ປາກມົດລູກເຊິ່ງເປັນພະຍາດຕົວຮ້າຍທີ່ບໍ່ຢາກໃຫ້ເກີດກັບທຸກຄົນອີກ,

ມະເຮັງປາກມົດລູກບໍ່ຈຳເປັນຕ້ອງມີເພດສຳພັນເທົ່ານັ້ນຈິ່ງຈະເປັນໄດ້ແຕ່ມັນສາມາດເກີດຂຶ້ນ

ຈາກການໃຊ້ເຈ້ຍອະນາໄມໃນເວລາເຮັດຄວາມສະອາດໃນຫ້ອງນ້ຳໂດຍມັນຈະເກີດເປັນເຊື້ອ

ລານ້ອຍໆຈາກນັ້ນ ມັນຈະ ຄ່ອຍຂະຫຍາຍກວ້າງອອກຈົນເກີດເປັນມະເຮັງຕົວຮ້າຍໄດ້.

 

       ໃນເຈ້ຍອະນາໄມມີສານເຄມີຕົວຮ້າຍຖ້າເມື່ອໃດທີ່ໃຊ້ເຈ້ຍອະນາໄມເປັນເວລາດົນຕິດຕໍ່

ກັນຈະເຮັດໃຫ້ເກີດເປັນເຊື້ອລາໃນຊ່ອງຄອດໄດ້, ຫມໍຈະແນະນຳວ່າ:ຫລັງຈາກສຳເລັດເຮັດກິດ

ຈະວັດນຫ້ອງ ນ້ຳແລ້ວໃຫ້ໃຊ້ເຈ້ຍອະນາໄມຊັບແທນການເຊັດແລະທີ່ສຳຄັນຄວນຈະຊັບພຽງ

ເທື່ອດຽວບໍ່ເກີນ 10 ວິນາທີບໍ່ຄວນຊັບຊ້ຳໄປຊ້ຳມາຫລາຍເທື່ອເພາະວ່າເຈ້ຍອ່ອນ ແລະ ອາດ

ເຮັດໃຫ້ເສດຂອງເຈ້ຍ ຫລຸດຂາດໄປຕິດຕາມອະໄວຍະວະຂອງທ່ານໄດ້ເຊິ່ງວິທີນີ້ສາມາດຫລີກ

ເວັ້ນການເກີດເປັນເຊື້ອລາໄດ້ເຖິງ 50%.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 3, 2012 | ມີ 8 ຄຳເຫັນ ແລະ 0 trackback(s)
 

 

   ໃນ​ໄລ­ຍະ​ສົ່ງ​ທ້າຍ​ປີ​ເກົ່າ ຕ້ອນ­ຮັບ​ປີ​ໃຫມ່ 2012 ນະ­ຄອນຫລວງ​ວຽງ​ຈັນ ຫລື ນວ

ມີ​ອຸ­ບັດເຫດ​ເກີດ​ຂຶ້ນ​ທັງ​ຫມົດ  44 ເລື່ອງ ຫລຸດ​ລົງ 5 ເລື່ອງ​ມີ​ຍອດ​ຜູ້​ເສຍ ຊີ­ວິດ 5 ລາຍ

ເພີ່ມ​ຂຶ້ນ​ຈາກ​ປີ​ກາຍ 1 ລາຍ ໃນ​ນັ້ນ ​ຕົວ​ເລກ​ອຸ­ບັດ­ເຫດເມືອງ​ຈັນ­ທະ​ບູ​ລີ, ໄຊ​ເສດ​ຖາ ແລະ

ຊ​ທາ­ນີ​ຫລາຍກວ່າ​ເມືອງ​ອື່ນໆ​ຂະ­ນະ​ທີ່​ເມືອງສັງທອງ ຕົວ​ເລກ​ອຸ­ບັດ­ເຫດ​ຢູ່​ສູນ.

   ທ່ານ ພັນ​ໂທ ພົມ­ມະ­ຈັນ ສວນບຸນ​ມາ ຮອງ​ຫ້ອງ​ຕຳ­ຫລວດ​ວ່າ ການ​ຫົວ­ຫນ້າ​ຈະ­ລາ­ຈອນ​ນະຄອນ​ຫລວງ​ເຜີຍ

​ຍອດ​ຕົວ​ເລກ​ອຸບັດ​ເຫດ 9 ຕົວ​ເມືອງ​ໃນ​ນະ­ຄອນຫລວງ ແຕ່​ວັນ​ທີ 29 ທັນ­ວາ 2011-1 ມັງ­ກອນ 2012 ໃຫ້​ຮູ້ວ່າ:

ມີ​ອຸ­ບັດ­ເຫດ​ເກີດ​ຂຶ້ນ​ທັງ​ຫມົດ 44 ເລື່ອງລວມ​ພາ­ຫະ­ນະ 88 ຄັນ ໃນ​ນີ້​ພາ­ຫະ­ນະ​ເປ່​ເພ​ເລັກນ້ອຍ 30 ຄັນ,

ສົມ­ຄວນ 57 ຄັນ ແລະໃຊ້​ການ ​ບໍ່​ໄດ້ 1 ຄັນ ເຊິ່ງ​ມີຜູ້​ໄດ້​ຮັບ​ບາດ­ເຈັບ​ທັງ​ຫມົດ 28 ລາຍ, ບາດ­ເຈັບ​ສົມ­ຄວນ 31 ລາຍ,

ສາ­ຫັດ 11 ລາຍ ແລະ ເສຍ​ຊີ­ວິດ 5 ລາຍ.

   ສຳ­ລັບ​ປີ​ນີ້ ເມື່ອ​ທຽບ­ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ­ຜ່ານ­ມາ​ຍອດອຸ­ບັດ­ເຫດ​ຫລຸດ​ລົງ 5 ເລື່ອງ ຈາກ 49 ເລື່ອງ

ໃນ​ປີ​ກາຍ​ແຕ່​ຜູ້​ເສຍຊີ­ວິດ​ກັບ​ມາ​ເພີ່ມ​ຂຶ້ນ 1 ລາຍ​ຂອງຈຳ­ນວນ​ຜູ້​ເສຍ​ຊີ­ວິດ 5 ລາຍ.

   ແນວ­ໃດ​ກໍ່​ດີ​ສະ­ເພາະ​ເມືອງສັງ​ທອງ​ຖື​ເປັນ​ເມືອງ​ປອດ​ອຸ­ບັດເຫດ​ໃນ​ປີ​ ນີ້. ສ່ວນ​ເມືອງ​ທີ່​ມີ​ອຸ ບັດ​ເຫດ​ຫລາຍ​ທີ່​ສຸດ

​ມີ 3 ເມືອງຄື: ເມືອງ​ໄຊ​ເສດ​ຖາ, ໄຊ​ທາ­ນີ ​ແລະ ຈັນ­ທະ​ບູ​ລີ ເມືອງ​ລະ 7 ລາຍ.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 13, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

 

ໃຜທີ່ມັກຫຍ້ຳຊີງອົ້ມເມື່ອຫຍ້ຳໄປແລ້ວກໍ່ມັກເປົ່າເປັນປຸມເປົ້າໂຊໃຫ້ຄົນອື່ນເຫັນວ່າຕົນເອງມີຄວາມສາມາດ,

ແຕ່ຖ້າຖາມຜູ້ເຖົ້າ ຫລື ພໍ່ແມ່ແລ້ວ ວ່າການເຮັດພຶດຕິກຳແບບນີ້ເພິ່ນຈະມັກບໍ່ເພາະຖືວ່າເປັນພຶດຕິກຳທີ່ບໍ່

ເຫມາະສົມປານໃດ, ແຕ່ສຳລັບເຍົາວະຊົນຫລືໄວຫນຸ່ມແລ້ວພວກເຂົາຈະຄິດທັນທີວ່າໃຜທີ່ມັກເວົ້າແລະ

ມັກຫ້າມການຫຍ້ຳຊີງອົ້ມໃນທີ່ສາທາລະນະຫລືສະຖານທີ່ຕ່າງໆກໍ່ຕາມນັ້ນຖືວ່າເປັນເລື່ອງຫນ້າເບື່ອຫນ່າຍ

ຫລາຍສ ຳລັບພວກເຂົາ.

 

ດຣ. ໂຈເອລຊະເກລຊິງເກີ  ແພດດ້ານສັນຍະກຳໃນໂອມາຮາເປີດເຜີຍວ່າ: ສັງເກດເຫັນລູກຄ້າຫລືຄົນປ່ວຍທີ່ມາຍົກ

ຫນັງຫນ້າໃຫ້ເຄັ່ງຕຶງນັ້ນ ສ່ວນຫລາຍແລ້ວມີນິດໄສມັກຫຍ້ຳຊີງອົ້ມເປັນຊິວິດຈິດໃຈແລະສາວໆເຫລົ່ານີ້ກໍ່ຈະມີຮອຍ

ແຫ່ວຍານໃຫ້ເຫັນຢ່າງຊັດເຈນເທິງໃບຫນ້າບໍລິເວນປາກ ດັ່ງນັ້ນຂໍແນະນຳວ່າການຫຍ້ຳຊີງອົ້ມຕິດຕໍ່ກັນຕັ້ງແຕ່ 5-20

ນາທີເປັນປະຈຳທຸກມື້ຈະເປັນອັນຕະລາຍຕໍ່ຄວາມງາມແລະຄວາມເຄັ່ງຕຶງເທິງໃບຫນ້າ ຫລາຍ.

ຢ່າງໃດກໍ່ຕາມຂໍ້ມູນບໍ່ໄດ້ໃຫ້ຮູ້ເຖິງຄົນທີ່ຢ້ຳຊີງອົ້ມໃນບາງໂອກາດຫລືຄົນທີ່ຫຍ້ຳຊີງອົ້ມເພື່ອດັບກິ່ນປາກໃນບາງເວລາ,

ແຕ່ກ່າວເຖິງກຸ່ມ ຄົນທີ່ຕື່ນນອນມາກໍ່ຕ້ອງຫຍ້ຳໃນປາກແລະຕະຫລອດເວລາບໍ່ວ່າຈະຢູ່ໃນສະຖານທີ່ໃດກໍ່ຕາມລະວັງ

ທ່ານຈະໄດ້ເສຍເງິນເພື່ອປິ່ນປົວຄວາມແຫ່ວຍານເ ທິງໃບຫນ້າຫລາຍກວ່າຄົນປົກກະຕິທົ່ວໄປ.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 13, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ມື້ນີ້ຈະມາເວົ້າເຖິງພິດໄພຂອງການຮັບປະທານຊີ້ນຫລາຍຈົນເກີນໄປເພາະຈະເປັນອັນ

                                        ຕະລາຍຕໍ່ສຸຂະພາບແບບທີ່ທ່ານຄາດບໍ່ເຖິງ.

 

   ຊີ້ນສັດທີ່ອຸດົມໄປດ້ວຍໂປຣຕີນເຊິ່ງໃຫ້ພະລັງງານແກ່ຮ່າງກາຍຖ້າຮັບປະທານໃນປະລິມານຫລາຍເກີນ

ຄວາມຈຳເປັນໂປຣຕີນສ່ວນເກີນຈະຖືກປ່ຽນເປັນໄຂມັນສະສົມຕາມຮ່າງກາຍຈົນເຮັດໃຫ້ນ້ຳຫນັກເພີ່ມຂຶ້ນ

ຢ່າງວ່ອງໄວທີ່ສຳຄັນຖ້າຮ່າງກາຍມີປະລິມານໂປຣຕີນຫລາຍຕັບແລະຫມາກໄຂ່ຫລັງຕ້ອງໄດ້ເຮັດວຽກຫນັກ

ຈົນອະໄວຍະວະດັ່ງກ່າວເກີດຄວາມເຄັ່ງຄຽດສົ່ງສັນຍານທີ່ສັງເ ກດໄດ້ຄືອ່ອນເພຍງ່າຍ,ຂາດຄວາມສົດ

ຊື່ນເນື່ອງຈາກຕັບຈະສ້າງເກືອແອມໂມເນຍກ່ອນຈະປ່ຽນເປັນຢູເຣຍສົ່ງໃຫ້ຫມາກໄຂ່ຫລັງຂັບອອກເປັນ

ຍ່ຽວ ຖ້າທຽວຍ່ຽວຫລາຍເທື່ອອາດເຮັດໃຫ້ຮ່າງ ກາຍຂາດນ້ຳ.

   ການກຳຈັດໂປຣຕີນສ່ວນເກີນໃນຂັ້ນຕອນຂອງຫມາກໄຂ່ຫລັງການຂັບຍ່ຽວນັ້ນຈະເຮັດໃຫ້ແຄລຊຽມຊຶມ

ອອກມາປົນກັບຍ່ຽວ ແລະ ເປັນສາເຫດຫນຶ່ງທີ່ກໍ່ໃຫ້ເກີດພະຍາດກະດູກຜ່ອຍ. ນອກຈາກນີ້ຊີ້ນສັດ

ຍັງມີຟອສຟໍຣັສມີຜົນກະຕຸ້ນຕ່ອມພາຣາໄທຣອຍໃຫ້ຫລັ່ງຮໍໂມນລະລາຍແຄລຊຽມໃຫ້ລອຍໃນກະແສ

ເລືອດກ່ອນຈະໄປຈັບຕົວຕາມຂໍ້ຕີນ, ສະໂພກ, ຂໍ້ສັນຫລັງເປັນທີ່ມາ ຂອງພະຍາດຂໍ້ກະດູກເສື່ອມ.

   ອາຫານການກິນຖ້າຮັບປະທານແຕ່ຊີ້ນຫລາຍ, ອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ:

ເປັນການເພີ່ມຄວາມສ່ຽງເຈັບດ້ວຍພະຍາດຫົວໃຈ ແລະ ມະເຮັງທັງເຮັດໃຫ້ອາຍຸສັ້ນ.        

   ເຊິ່ງສອດຄ່ອງກັບລັກສະນະການກິນຂອງຊາວເອສກິໂມທີ່ເນັ້ນຮັບປະທານແຕ່ຊີ້ນກັບໄຂມັນຈິ່ງເຮັດໃຫ້ຮ່າງ

ກາຍເສື່ອມໂຊມ, ເຖົ້າໄວ, ອາຍຸໄຂສະເລ່ຍຢູ່ທີ່ 27 ປີ. ຂະນະທີ່ຜູ້ຄົນທີ່ຮັບປະທານ ພວກພືດຜັກກັບມີອາຍຸຍືນ.

   ສິ່ງທີ່ຫລາຍຄົນຄວນຮູ້ຄືຄົນເຮົາເກີດມາມີເຊລຢູ່ທົ່ວຮ່າງກາຍ 50 ລ້ານລ້ານເຊລ, ແຕ່ລະເຊລສາມາດແບ່ງຕົວ

ໄດ້ 50 ເທື່ອ(ເທື່ອຫນຶ່ງມີອາຍຸ 2 ປີ) ສະເພາະຮ່າງກາຍນັ້ນອາຍຸໄຂຂອງຄົນເຮົາ ສາມາດຢູ່ໄດ້ເຖິງ 100 ປີແຕ່ທຸກມື້ນີ້ພຶດຕິກຳການກິນ, ການຢູ່ທີ່ບໍ່ເຫມາະສົມໄດ້ທຳລາຍເຊລນັ້ນຈິ່ງເຮັດໃຫ້ຄົນມີອາຍຸໄຂສັ້ນລົງເລື້ອຍໆ.

   ດັ່ງນັ້ນນັບແຕ່ມື້ນີ້ໄປໃນແຕ່ລະຄາບເຂົ້າຄວນຈະມີຜັກເປັນສ່ວນປະກອບຫລາຍກວ່າຊີ້ນຖ້າໃຜບໍ່ມັກຮັບປະທານ

ຜັກກໍ່ສາມາດຮັບປະທານຫມາກໄມ້ໃຫ້ຫລາຍໆແທນຜັກກໍ່ໄດ້ເພື່ອເປັນການ ລະບາຍຂັບຖ່າຍສະດວກ..

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 13, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

ແມ່­ຍິງ​ຫລາຍ​ຄົນ​ທີ່​ທົນ​ໃສ່ ເກີບ​ທີ່​ມັນ​ກັດ​ຕີນ​ເປັນ​ຫຍັງ​ແມ່ຍິງ​ເຫລົ່າ­ນັ້ນ​ຈິ່ງ​ຍອມ​ທົນ​ໃສ່

ເກີບ​ແບບ​ນັ້ນ​ຢູ່​ຈົນ​ເກີດ​ເປັນ​ບາດ ທີ່​ຕີນ​ຂະ­ຫນາດ​ມັນ​ກັດ​ຕີນ​ປານນັ້ນ­ແລ້ວ

ຍັງ​ທົນ​ໃສ່​ເກີບ​ຄູ່​ນັ້ນ​ຕໍ່ໄປ​ສາ­ເຫດ​ທີ່​ແມ່­ຍິງ​ຫລາຍ​ຄົນທົນ​ໃສ່​ເກີບ​ ຄູ່​ນັ້ນ​ແມ່ນ​ມີ​ດັ່ງ­ນີ້:

 

 

   1ຄວາມ​ງາມ, 2ກໍ່​ຊື້​ມາແລ້ວ​ແນວ­ໃດ​ກໍ່​ຕ້ອງ​ໃສ່, 3ເຖິງເກີບ​ຈະ​ກັດ​ຕີນ​ຈົນ​ເກີດ​ເປັນ​ບາດ

ແຕ່​ຫລາຍ​ຄົນ​ຄິດ​ວ່າ​ມື້­ຫນຶ່ງ​ມັນ ຈະ​ເຊົາ​ກັດ​ເອງ, 4ມີ​ວິ­ທີ​ປ້ອງກັນ​ບໍ່​ໃຫ້​ເກີບ​ກັດ​ຕີນ​ເຖິງ​

ແມ່ນວ່າ​ຈະ​ບໍ່​ໄດ້­ຜົນ​ຫລາຍ​ ກໍ່​ຕາມ ຖ້າເປັນ​ບາດ​ກໍ່​ເອົາ​ພລາ​ສ​ເຕີ​ມາ​ຕິດດຽວ​ມັນ​ກໍ່​ເຊົາ,

5ບໍ່​ຍອມ​ເອົາເກີບ​ຄູ່​ນີ້​ໃຫ້​ໃຜ​ດອກເພາະ​ຊື້​ເສຍເງິນ​ແລ້ວ​ເລື່ອງ​ຫຍັງ​ຈະ ​ຍອມໃຫ້​ຄົນ​ອື່ນ​

ເອົາ​ໄປ​ໃສ່​ລ້າ, 6ບໍ່​ສົນໃຈ​ວ່າ​ຄົນ​ອື່ນ​ຈະ​ເບິ່ງ​ທ່ານ​ເປັນຄົນ​ແບບ​ໃດ ຖ້າ​ໃສ່​ເກີບ​ຄູ່​ນີ້​ແລ້ວ

ມີ​ຄວາມ​ຫມັ້ນ​ໃຈ​ວ່າ​ງາມ​ກໍ່​ພໍ­ໃຈແລ້ວ, 7ມີ​ເກີບ​ຫລາຍ​ຄູ່​ທີ່​ຊື້​ມາໃສ່​ແລ້ວ​ກັດ​ຕີນ ແຕ່​ເຮົາ​

ກໍ່​ພະ­ຍາຍາມ​ຈະ​ໃສ່​ໃຫ້​ຄົບ​ທຸກ​ຄູ່ ຖ້າ​ເຮົາເຮັດ​ໃຫ້​ມັນ​ເຊົາ​ກັດ​ຕີນ​ບໍ່​ໄດ້​ເຮົາຕ້ອງ​ມາ​ເບິ່ງ­

ແຍງ​ຕົນ​ເອງ​ ແທນ, 8ພະ­ຍາ­ຍາມ​ຊອກ​ຫາ​ຄູ່​ໃຫມ່ແລ້ວ ແຕ່​ບໍ່​ຢາກ​ຊື້​ເກີບ​ລາ­ຄາແພງ​ກໍ່​

ເລີຍ​ຊື້​ເກີບ​ທີ່​ມີ​ລາ­ຄາ​ທຳມະ​ດາ​ມາ​ ໃສ່​ເກີບ​ທີ່​ມີ​ຄຸນ​ນະພາບ​ບໍ່​ດີ ເມື່ອ​ໃສ່​ແລ້ວ​ກໍ່​ມັກ​ຈະ

ກັດ​ຕີນ​ສະ­ເຫມີ, 9ຖ້າ​ເກີບ​ກັດເຮົາ​ຫລາຍໆ​ເຮົາ​ຈະ​ບໍ່​ໃສ່​ມັນ ແຕ່ເຮົາ​ຈະ​ບໍ່​ເອົາ​ເກີບ​ຖິ້ມ​

ຈະ​ຍັງ​ເກັບມັນ​ໄວ້​ຄື­ເກົ່າ​ບໍ່​ຍອມ​ເອົາ​ ໃຫ້​ໃຜລ້າໆ.

   ແຕ່​ແມ່­ຍິງ​ສ່ວນ​ຫລາຍ​ມັກຈະ​ເອົາ​ໄປ​ຂາຍ​ຕໍ່­ໃຫ້​ກັບ​ຫມູ່​ແຕ່ກໍ່​ບໍ່​ໄດ້​ ຫມາຍ​ຄວາມ​ວ່າ​ຫມູ່​ຈະ

ມັກ​ເກີບ​ແບບ​ດຽວ​ກັບ​ເຮົາ​ສະເຫມີ​ໄປ​ຈົນ​ບາງ​ຄັ້ງ​ ກໍ່​ຕ້ອງ​ເກັບໄວ້​ຄື­ເກົ່າ​ເພາະ​ຂາຍ​ບໍ່​ໄດ້​ໃສ່​ກໍ່

ເຈັບ​ຕີນ​ເກັບ​ໄວ້​ດີ​ ກວ່າ​ດົນໆ​ຈິ່ງເອົາ​ມາ​ໃສ່.

   ນິດ​ໄສ​ແມ່­ຍິງ​ຫລາຍ​ຄົນ​ມັກ ຈະ​ຊື້​ເກີບ​ມາ​ໄວ້​ຫລາຍ​ບາງ​ຄົນ ຊື້​ມາ​ໃສ່ 4-5 ເທື່ອ​ກໍ່​ບໍ່​ໃສ່​ແລ້ວ

ບາງ​ຄົນ​ຊື້​ມາ​ຫລາຍ​ຈົນ​ໃສ່​ບໍ່​ຄົບກໍ່​ມີ ຫລື ບາງ​ຄົນ​ຕອນ​ຢູ່​ໃນ​ຮ້ານມັກ ແຕ່​ເມື່ອ​ກັບ​ມາ​ຮອດ​ເຮືອນ

ກັບ​ຮູ້­ສຶກ​ວ່າ​ເກີບ​ທີ່​ຊື້​ມາ​ນັ້ນ​ໃສ່​ ບໍ່ສະ­ບາຍ​ຕີນ​ເລີຍ​ບໍ່​ມັກ​ແບບ​ນີ້​ກໍ່ມີ.

   ຖ້າ​ທ່ານ​ຮູ້­ສຶກ​ວ່າ​ໃສ່​ເກີບ ແລ້ວ​ບໍ່​ສະ­ບາຍ​ຕີນ​ກໍ່​ບໍ່​ຄວນ​ຈະຝືນ​ໃຈ​ໃສ່​ຕໍ່​ໄປ ເພາະ​ຖ້າ​ໃສ່​ໄປດົນໆ​

ຈະ​ເຮັດ​ໃຫ້​ຕີນ​ເປັນ​ບາດ ຖ້າ​ເກີດ​ການ​ອັກ­ເສບ​ຂຶ້ນ​ມາ​ຈະເຮັດ​ໃຫ້​ບາດ​ນ້ອຍໆ​ນັ້ນ​ແຜ່​ຂະຫຍາຍ​ລາມ​

ອອກ​ໄປ​ເປັນ​ບາດໃຫຍ່ ເຊິ່ງ​ຈະ​ເຮັດ​ໃຫ້​ຫຍຸ້ງ­ຍາກໃນ​ການ​ປິ່ນ­ປົວ​ຕື່ມ​ອີກ​ວິ­ທີ​ທີ່​ດີ​ຖ້າໃສ່​ ເກີບ

​ແລ້ວ​ມັນ​ກັດ​ຕີນ​ຄວນ​ເຊົາໃສ່​ເກີບ​ຄູ່​ນັ້ນ ຢ່າ​ໄປ​ເສຍ­ດາຍ​ເລີຍດຽວ​ຈະ​ເສຍ​ໃຈ ແລະ

ເສຍ​ເງິນເພີ່ມ​ພາຍ­ຫລັງ.

ຂຽນເມື່ອ ຂຽນເມື່ອ: ມ.ສ.. 3, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

 

ຊີວິດກໍ່ເໝືອນອາຫານ ບາງຊ້ວງຈືດ ບາງຊ້ວງຫວານ ບາງຄັ້ງກໍ່ເຄັມ, ເຜັດ

ທຸກລົດມີຄວາມໝາຍຂອງມັນ ເຮົາບໍ່ສາມາດທີ່ໃຊ້ຊີວິດທຸກຣົດໃນເວລາດຽວກັນໄດ້

ບາງຄັ້ງສຸກດ້ວຍຣົດຫວານຂອງຄວາມຮັກ ບາງທີ່ຂົມດ້ວຍຄວາມຜິດຫວັງ

ເຄັມດ້ວຍຢາດເຫື່ອຂອງຄວາມອົດທົນ ເຜັດດ້ວຍການທົດລອງເຮັດໃນສິ່ງທີ່ບໍ່ກ້າເຮັດມາກ່ອນ.

 

ຊີວິດເປັນການປັບຕົວໄປຕາມສະຖານະການ ຄວາມສຸກທີ່ເຮົາບໍ່ຮູ້ວ່າມີຫຍັງລໍເຮົາຢູ່ ການປຸງຣົດຊີວິດກ່ອນກໍເໝືອນບໍ່ທັນກິນອາຫານ ກໍ່ປຸງຣົດເປັນການໃຫຍ່ ຈະເຮັດຫຍັງກໍ່ວາງແຜນຢ່າງນັ້ນຢ່າງນີ້ລ່ວງໜ້ານານເປັນປີໆ ຈະຕ້ອງເປັນເສດຖີກ່ອນໄວ

ຈະມີແຟນເປັນຄົນແບບນັ້ນແບບນີ້.

 

ແຕ່ຄວາມຈິງແລ້ວຊີວິດບໍ່ເຄີຍສັ່ງການ ເມນູຊີວິດເປັນໜ້າກະດາດວ່າງເປົ່າທີ່ໃຫ້ເຮົາຂຽນເອງ

ບາງທີ່ຊີວິດອາດຈະໜ້າສະໜຸກສະໜານ ຫາກເຮົາລອງຊິມຣົດຂອງມັນໃຫ້ຄົບຣົດ

ເຂົ້າໃຈສະພາວະ ແລະຄຸນຄ່າຂອງແຕ່ລະຊ້ວງຊີວິດ.

 

ຈະຖຶກ ຫຼືຜິດນັ້ນ ແລ້ວແຕ່ຈະພິຈາລະນາ