ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 30, 2009 | ມີ 23 ຄຳເຫັນ ແລະ 0 trackback(s)

ພໍດີມື້ນີ້ໄປກວດອີເມລໃນ msn ເຊິ່ງບໍ່ໄດ້ໃຊ້ສົ່ງເມລຕາມປົກະຕິ (Junk mail ເຕັມເກົ້າຮ້ອຍກວ່າສະບັບ ເຮີ່ໆ)

 

ບໍ່ເວົ້າຍາວເບິ່ງກັນເລີຍ

alt

ຊ່ວຍແນ່!!!!!!

 

alt

ບໍ່ມີໃຜຊ່ວຍເລີຍ

alt

ຮືໆ ຕື່ນແມ້....

alt

ຮືໆໆ ເຮັດຈັ່ງໃດດີ ຕື່ນແມ້

alt

ເຮີ້ຍໆ ຖ່າຍຫລາຍ ພາໄປໂຮງຫມໍໝາແນ່ ອ້າຍ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 2, 2008 | ມີ 50 ຄຳເຫັນ ແລະ 0 trackback(s)

ຫລາຍຄົນອາດຈະໄດ້ ເຫັນໃນ inbox ອີເມລ ຂອງ ຕົວເອງ

 

 

ແຕ່ສຳລັບ ຄົນທີ່ ຍັງບໍ່ໄດ້ເບິ່ງ ແລະ ຢາກເບີ່ງ ກົດລົງໄປລຸ່ມໆ (ຄົນຂວັນອ່ອນ, ເດັກຕ່ຳກວ່າ 12 ປີ, ແມ່ມານຖືພາ ບໍ່ຄວນເບີ່ງ)

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 




alt

FW : ໃນບັນດາ ນັກການຄ້າ ໃນກວາງຕົງ ກຳລັງຕື່ນເຕັ້ນກັບ ນ້ຳແກງເດັກນ້ອຍທາລົກ ທີ່ພຽງແຕ່ທ່ານຈ່າຍເງິນ 3,500 ຢວນ (Renminbi) ສະກຸນເງິນຈີນ ເຣດເງິນຕອນນີ້ ທຽບໃສ່ ເງິນ ດອລລ່າ ອະເມລິກາ 1 $ ກະປະມານ 6.81 (ຫາກໍໄປແຕກຫວ່າງກີ້ນີ້) ທ່ານກໍສາມາດ ຮັບປະທານນ້ຳແກງ ທີ່ໃຊ້ ເດັກນ້ອຍ ທີ່ຍັງຢູ່ໃນ ຄັນມານດາ ຊື່ງອາຍຸຫາກໍ 6-7 ເດືອນ ຫນື່ງຫມໍ້ ນັກການຄ້າຄົນນັ້ນກ່າວວ່າ  ມັນມີ ຄຸນະສົມບັດພິເສດ ໃນການ ປຸກສະມັດຕະພາບທາງເພດຂອງ ຜູ້ຊາຍ


ນັກການຄ້າທີ່ ກວາງຕົງ ແຊ້ຫວາງ ບອກວ່າ ຕົນເອງນັ້ນ ເປັນຂາປະຈຳຂອງນ້ຳແກງນັ້ນ " ເດັກນ້ອຍໃນຄັນ ອາຍຸບໍ່ພໍເທົ່າໃດເດືອນ ຕົ້ມກັບ ຢາສະຫມຸນໄພຈີນບາງຊະນິດ(Angelica, ຫມາກຮຶນ, ຫມາກຍໍ, ຂິງ, Codonopsis herb) ແລະ ຊີ້ນໄກ່ ກັບ ກະດູກ ຫມູ ຕົ້ມອີກ ແປດຊົ່ວໂມງ ສາມາດບຳລຸງເລືອດໄດ້ດີ "

 

ປ້າຍທຳອິດທີ່ໄປ ເຂົາພານັກຂ່າວໄປທີ່ເມືອງ ຝໍຊານ, ກວາງຕົງ ຫາຮ້ານທີ່ກິນແກງນີ້ເປັນປະຈຳ ແຕ່ຄາດບໍ່ເຖິງວ່າ ພໍ່ຄົວຂອງຮ້ານຈະບອກວ່າ ຕອນນີ້ບໍ່ມີ ກະດູກຫມູ (ຫມາຍເຖິງເດັກນ້ອຍໃນຄັນ)

 

ພໍ່ຄົວບອກວ່າ ຫາກຢາກຈະກິນແກງນັ້ນອີຫລີ "ມີພະນັກງານ ຜົວເມັຍຈາກຕ່າງແດນມາເຮັດວຽກຢູ່ນຳ ກຳລັງຖືພາໄດ້ ແປດເດືອນ ເນື່ອງຈາກ ຖືພາ ສອງເທື່ອທຳອິດ ເປັນລູກຜູ້ຍິງ ກຳລັງໃຊ້ນ້ຳເກືອເລັ່ງໃຫ້ເກີດລູກໄວ ຖ້າໄດ້ລູກສາວອີກ ເຖິງເວລານັ້ນ ກໍນຳມາເຮັດກິນໄດ້" (ສະແດງວ່າ ລູກສາວ ສອງຄົນກ່ອນ ... ເຮີ່ໆ)

ນັກຂ່າວຍັງຕິດຕາມເຮັດຂ່າວຢູ່ຫລາຍອາທິດ ກໍມີແຕ່ຟັງເຂົາເຈົ້າມາ ຍັງບໍ່ເຫັນກັບຕາຕົວເອງ ຄຶດວ່າຈະຈົບ ຢູ່ພຽງແຕ່ ຄຳເວົ້າຂອງ ນັກການຄ້າ ແລະ ພໍ່ຄົວ, ຜ່ານໄປບໍ່ດົນ ນັກການຄ້າໂທມາວ່າ "ໄດ້ເຄື່ອງແລ້ວ" ເຂົາພານັກຂ່າວໄປທີ່ ຮ້ານດັ່ງກ່າວ . ພໍ່ຄົວນຳທຸກຄົນໄປທີ່ຫ້ອງຄົວ ເພື່ອເບີ່ງການ ເຮັດແກງເດັກນ້ອຍ, ນັກຂ່າວ ເຫັນເດັກນ້ອຍທາລົກ ຊຶ່ງໃຫຍ່ກວ່າ ແມວ ຫນ້ອຍດຽວ ວາງຢູ່ເທິງຂຽງ "ຫາກໍຫ້າເດືອນ ຍັງນ້ອຍໂພດ" ພໍ່ຄົວ ເວົ້າຢ່າງເສັຍໃຈ (ມັນບໍ່ໄດ້ເສັຍໃຈ ກັບສິ່ງທີ່ເຮັດໄປໃດ໋ນິ)


ພໍ່ຄົວ ບອກວ່າ ເດັກນ້ອຍທາລົກ ເພດຍິງນີ້ ເຂົາໄດ້ມາຈາກ ຫມູ່ຢູ່ບ້ານນອກ ເຂົາບໍ່ຍອມບອກວ່າ ຈ່າຍໃຫ້ ເທົ່າໃດ ເພື່ອໄດ້ເດັກນ້ອຍທາລົກນີ້ມາ ພຽງແຕ່ບອກວ່າ ລາຄານັ້ນ ຂື້ນກັບ ເດັກນ້ອຍ ອາຍຸ ຊ່ຳໃດ, ເປັນໆ ຫລື ຕາຍ.

 

ນັກຂ່າວນັ່ງຟັງ ພວກເຂົາລົມກັນ ສຳລັບເດັກໃນຄັນທີ່ຕາຍ ດ້ວຍວິທີ ເຮັດແທ້ງ ຄົນກາງກໍຈະຫໍ່ເງິນໃຫ້ ຫມໍຕຳແຍ ຫລາຍຮ້ອຍຢວນ ຫາກເປັນເດັກທີ່ເກືອບຈະຄົບເດືອນ ກໍຕ້ອງໃຫ້ ປະມານສອງພັນຢວນ ໃຫ້ກັບ ພໍ່ແມ່ເດັກ ຖື ວ່າຮັບຂະເຈົ້າມາລ້ຽງ ສຳລັບ ທາລົກທີ່ສົ່ງມາຮ້ານອາຫານ ກໍຕາຍແລ້ວທັງນັ້ນ ກ່ອນຈະມາຈະເປັນຫລືຕາຍ ກໍບໍ່ໄດ້ສົນໃຈ.

 

ນ້ຳແກງຫມໍ້ນີ້ ນັກຂ່າວບໍ່ກ້າຊິມ ຜ່ານການເບີ່ງໃນຫ້ອງຄົວ ບໍ່ອາດຈະກິນຫຍັງໄດ້ ຢູ່ດົນເຕີບ ເລີຍຕິວ່າບໍ່ສະບາຍ ລາກັບກ່ອນ



*ທີ່ພວກເຂົາກິນໄປນັ້ນກະແມ່ນ ທາລົກເພດຍິງ, ຜົນກະທົບ ມາຈາກ ນະໂຍບາຍ ມີລູກຄົນດຽວ ຂອງ ຈີນ ເຊີ່ງຂັດກັບ ຄວາມເຊື່ອ ຂອງ ພວກເຂົາທີ່ວ່າ ມີລູກຜູ້ຊາຍແມ່ນດີ*

 

 

 

ອ່ານເລື່ອງແລ້ວມາເບີ່ງຮູບບາດນິ

 

alt

 

alt

 

alt

 

alt

 

alt

 

alt

 

alt

 

alt

 

ໃຜຢາກກິນແນ່??