ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2009 | ມີ 12 ຄຳເຫັນ ແລະ 0 trackback(s)

ກ່ອນອື່ນ ຄົນທີ່ເຂົ້າມາໃນນີ້ ກະຄືສິຮູ້ຈັກ ຫລື ມີ iPod ເປັນຂອງຕົວເອງ, ແຕ່ຮູ້ແນ່ບໍ່ວ່າ iPod ນັ້ນບໍ່ແມ່ນ Apple ຫລື ຄົນໃນບໍລິສັດເປັນຕົ້ນຄວາມຄິດໄອເດຍ ດັ່ງກ່າວເລີຍ.

 alt

ເລື່ອງມັນມີຢູ່ວ່າ ສະໄຫມກ່ອນມີ ກະຕ່າຍ ກັບ ເຕົ່າ ເອີບໍ່ແມ່ນ ຊາວອັງກິດ ຊື່ວ່າ KANE Kramer  ຜູ່ທີ່ຕ້ອງອອກຈາກໂຮງຮຽນເມື່ອອາຍຸ 15 ປີ ແລະເມື່ອ 23 ປິ ເກີດໄອເດັຍຄິດເຖິງ ອຸປະກອນທີ່ສາມາດຟັງເພງ ຄວາມຍາວ 3ນາທີ 30 ວິ ມີຈໍສະແດງຜົນນ້ອຍໆ ປຸ່ມບັງຄັບການຫລິ້ນເພງ ປັບສຽງ ໃນອຸປະກອນທີ່ຂະຫນາດເທົ່າກັບ ບັດເຄຣດິດ ແລະ  ຈາກນັ້ນກໍໄດ້ ແຕ້ມແບບໄວ້ໃນເຈັ້ຍ ແລະ ເອີ້ນມັນວ່າ IXI ແລະ ຈົດລິຂະສິດໄປ.

alt       alt

ແລະ ເມື່ອເຖິງເວລາທີ່ຕ້ອງຕໍ່ລິຂະສິດໃນເວລາຕໍ່ມາ ຄ່າຕໍ່ລິຂະສິດສູງເຖິງ $120,000 ເຊິ່ງ Kramer ບໍ່ມີທຶນຕໍ່ອາຍຸສິດທິບັດ. ແລະ ຄວາມຄິດໄອເດັຍ IXI ຈຶ່ງຕົກເປັນ ສິດທິ ຂອງ ສາທາລະນະຊົນ ແລ້ວ Apple ກະເລີຍສອຍໄປ. . .

alt

 

ອົດເປັນ ມະຫາເສດຖີເອົາຊື່ໆ ແງ່ວ~

Source : Wikipedia, kanekramer.com, engadget

 

 

 

 

 

 

alt

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 7, 2009 | ມີ 19 ຄຳເຫັນ ແລະ 0 trackback(s)

ຫວ່າງການຂຽນໄດ ມາດົນ ມື້ນີ້ໄປຮວບຮວມປະຫວັດສິ່ງທີ່ຕົວເອງມັກມາຄືນ

ສະເກັດບອດ ເກີດຂື້ນໃນຊຸມປີ 1950 ຈາກນັກ Surfboard ທີ່ມີໄອເດຍຢາກເຊີບເທິງຖະຫນົນ. ບໍ່ມີໃຜຮູ້ແນ່ຊັດວ່າແມ່ນໃຜເຮັດສະເກັດບອດປັນຄົນທຳອິດ, ແຕ່ກັບເປັນວ່າພວກເຂົານັ້ນມີຄວາມຄິດຄືກັນທີ່ຈະເຊີບເທີງຖະຫນົນ, ສະເກັດບອດລຸ້ນທຳອິດທີ່ເຮັດອອກມານັ້ນເຮັດມາຈາກໄມ້ແປ້ນກັບຖານລໍ້ inline-skate (ອັນທີ່ຢູ່ຫລັກສີ່ແຕ່ກີ້ຫັ້ນນາ) ຢ່າງທີ່ທຸກຄົນຄິດມີຄົນເຈັບຈາກສະເກັດທີ່ບໍ່ໄດ້ມາດຕະຖານເຫລົ່ານັ້ນໃນແຖວປີທຳອິດ ເຮັດໃຫ້ພວກເຂົາຕ້ອງຄິດປະດິດສະເກັດຂື້ນໃຫມ່
ຫລາຍບໍລິສັດໄດ້ເປີດໂຕຂື້ນພ້ອມດ້ວຍການພັດທະນາຂື້ນເລັກຫນ້ອຍ, ໄມ້ທີ່ພວກເຂົາໃຊ້ເຮັດເປັນແຜ່ນນັ້ນມີຫລາຍຊັ້ນຈາກທີ່ຈະເຮັດຫນາແຕ່ເປັນຊັ້ນດຽວ. ສະເກັດຈື່ງເປັນສີ່ງຫນື່ງທີ່ໄວຫນຸ່ມສະໄຫມນັ້ນເຮັດຫລັງຈາກຫລີ້ນເຊີພ.
 

alt

ໃນປີ 1963 ຄວາມນິຍົມສະເກັດນັ້ນຂະຫຍາຍຂື້ນຢ່າງໄວວາ ມີການແຂ່ງຂັນກັນທີ່ເອີ້ນວ່າ Free Style ທີ່ຄ້າຍໆເຕັ້ນ Ballet ເທິງ ສະເກັດ ເຊີ່ງຕ່າງກັບດຽວນີ້ລິບລັບ. ແຕ່ສອງປີຕໍ່ມາ ປີ 1965 ຄວາມຮຸ່ງເຮືອງຂອງສະເກັດນັ້ນດີ່ງລົງເຫວ ເນື່ອງຈາກມີຄົນລົ້ມແລ້ວຕາຍອະນາດດັບຊີບຢູ່ໂຮງຫມໍ ບໍລິສັດສະເກັດສະໄຫມນັ້ນຈື່ງໄດ້ທະຍອຍ
ປິດໂຮງງານກັນໄປເປັນແຖວ.

ແຕ່ຄົນກໍຍັງຫລີ້ນຢູ່ ເຖິງວ່າອຸປະກອນສະເກັດນັ້ນຈະຫາຍາກແລະແຜ່ນນັ້ນກໍເຮັດເອົາເອງ. ພວກເຂົາລອງປ່ຽນຜະລິດລໍ້ດ້ວຍຢາງຊະນິດໃຫມ່ທີ່ຫນຽວຂື້ນເປັນພິເສດ ທີ່ເປັນອັນຕະລາຍຍີ່ງຂື້ນແລະຍາກຕໍ່ການຄວບຄຸມ. ມາໃນປີ 1972 Frank Nasworthy ໄດ້ປະດິດລໍ້ຈາກຢາງ ຢູຣິເທນ (urethane) ເຊີ່ງໃກ້ຄຽງກັບລໍ້ທີ່ໃຊ້ຢູ່ໃນປັດຈຸບັນ. ບໍລິສັດຂອງລາວຊື່ Cadillac Wheels ແລະໄດ້ຜະລິດຫລາຍສີ່ງທີ່ເປັນຈຸດປະກາຍການຜະລິດສະເກັດແກ່ຜູ້ຫລີ້ນແລະນັກເຊີບ.

alt

ໃນປີ 1976 Alan Ollie Gelfand ກໍໄດ້ປ່ຽນໂຊມຫນ້າການຫລີ້ນສະເກັດດ້ວຍທ່າໂດດ ໂດຍຕັ້ງຊື່ທ່າຈາກຊື່ກາງຂອງຕົນ ແມ່ນທ່າທີ່ໃຊ້ຕີນຫລັງຢຽບລົງແລ້ວໃຊ້ຕີນຫນ້າປັດແຜ່ນໄປທາງຫນ້າ
ເຮັດໃຫ້ສະເກັດນັ້ນລອຍຕົວຈາກນັ້ນກໍລົງພື້ນໂດຍຫຍໍ້ໂຕເລັກນ້ອຍ, ດ້ວຍເຫດຄັ້ງນັ້ນມີຫລາຍຄົນທີ່ຫລີ້ນສະເກັດໄດ້ຄິດຄົ້ນທ່າຕ່າງໆຕໍ່ຈາກ Ollie. Rodney Mudlen
ກໍເປັນຫນື່ງໃນນັ້ນເຂົາໄດ້ຄິດຄົ້ນທ່າ kickflip, heelflip, 360 flip ເຊີ່ງເປັນທ່າຫມູນສະເກັດແລ້ວກັບມາຢຽບຄືນເຮັດໃຫ້ຄວາມນິຍົມສະເກັດກັບມາສູ່ຄົນທົ່ວໂລກ
ທີ່ມັກສະເກັດ.
 

alt

ມາໃນປີຫລັງໆສະເກັດໄດ້ພັດທະນາຕົວເອງເປັນຂັ້ນໆ ລວມທັງທ່າຕ່າງໆທີ່ໂປຣສະເກັດໄດ້ຄິດຂື້ນເຮັດໃຫ້ສະເກັດນັ້ນກ້າວສູ້ຄວາມນີຍົມ ຕາມການລາຍງານຂອງ American Sports Data ປີ 2002 ໄດ້ເວົ້າວ່າມີຄົນຫລີ້ນສະເກັດທົ່ວໂລກ 12.5 ລ້ານຄົນ 80%ນັ້ນແມ່ນຜູ້ຫລີ້ນອາຍຸນ້ອຍກວ່າ 16 ແລະ 74% ເປັນຜູ້ຊາຍ.

ແຜ່ນ (deck)

alt

ເພົາເຫລັກແກນກາງ (Truck)
alt
ລໍ້ (Wheel)
alt
ລູກປືນ (bearing)
alt
ກະດາດຊາຍ (grip tape)
alt

ທຸກມື້ນີ້ ຫລາຍຄົນອ່ານເຄີຍເຫັນຜ່ານຕາ ຫຍີ່ຫໍ້ : DC, Etnies, Zero, Vans, Circa.. ຫຍີ່ຫໍ້ພວກນີ້ແມ່ນຫຍີ່ຫໍ້ກະແມ່ນຫຍີ່ຫໍ້ສະເກັດ


:) ໃຜມີຄຳຖາມເລື່ອງສະເກັດກະຖາມໄດ້ເດີ້

 

Source : Wikipedia, Transworld skateboarding, American Sports Data