ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 20, 2012 | ມີ 14 ຄຳເຫັນ ແລະ 0 trackback(s)

ວັນທີ່ 19 ກຸມພາ ເວລາ ປະມານ 19:30 ຂັບລົດມາແຕ່ໂພນໂຮງຕອນເຂົ້າເມືອງພໍດີລ້ຽງຊ້າຍມາຕາມເສັ້ນທາງດົງນາທອງ , ພໍມາຮອດເຂົ້າຂັບມາໄດ້ປະມານ 2ກມ ເປັນເຂດທີ່ມືດຫລາຍ ແລະ ກໍ່ມີລົດສອງສາມຄັນແລ່ນອອກຫນ້າ ຫ່າງການປະມານ 20 ຫາ 30ມ ທຸກຄັນກໍ່ແລ່ນໄປເຫມືອນບໍ່ມີຫັຍງເກີດຂື້ນ ແລະ ບໍ່ມີໃຜຈອດ. ແຕ່ພໍໄຟລົດຂ້ອຍຊວາດໄປ, ພາບບໍ່ຄາດຝັນກໍ່ປະກົດຂື້ນແຕ່ກະບໍໄດ້ຕົກໃຈຫລາຍເພາະມີສະຕິ;

ພາບທີ່ເຫັນຄືລົດຈັກກຳລັງທັບຂາຊາຍຄົນນຶ່ງ, ເຊິ່ງເບິ່ງຈາກລົດແລ້ວລາວກຳລັງຫມົດສະຕິຢູ່, ບໍ່ຄິດຫຍັງຫລາຍ ເບກລົດທັນທີເປີດໄຟລ້ຽວເຂົ້າແຄມທາງ ລົດຈອດຫ່າງຈາກບ່ອນເກີດເຫດປະມານ 20ມ. ແລ້ວກະລົງລົດທັນທີແລ່ນໄປຍົກລົດອອກຈາກຂາຂອງຊາຍເຄາະຮ້າຍທັນທີພ້ອມຖາມວ່າ ເຈັບຫລາຍບໍ່ອ້າຍ, ລຸກໄດ້ບໍ່ ແຕ່ບໍ່ມີສຽງຕອບ. ຈະປະຄອງລາວຂື້ນແຕ່ກະຍັງບໍ່ກ້າ, ຫລຽວຫນ້າຫລັງກະບໍ່ເຫັນໃຜ ( ມີສຽງເອີ້ນມາຂ້າງໆ ວ່າ : ເຂົ້າຊິບໍ່ວ່າເຮົາຕຳບໍ່) ....

ບໍ່ໄດ້ຄິດຫຍັງຫລາຍ, ຄິດແຕ່ພຽງວ່າຄົນເຈັບຕ້ອງໄປໂຮງຫມໍ ... ພໍດີມີລົດຈັກຄັນນື່ງທີ່ແລ່ນສວານທາງມາ ຈອດເບີ່ງ ເຊີ່ງຕອນນັ້ນຂອ້ຍກໍ່ແລ່ນໄປລົດແລ້ວຕ່າວລົດວ່າຊີມາເອົາຄົນເຈັບໄປໂຮງຫມໍ ແຕ່ພໍຕ່າວລົດໄດ້ກໍ່ມີຊາຍ 2 ຄົນຈອດລົດມາຊ່ວຍພະຍຸງຄົນເຈັບຂຶ້ນນັ່ງ ເຊີ່ງລາວຫາກໍ່ເລີ່ມໄດ້ສະຕິ.

ຂະນະດຽວກັນກໍ່ໄດ້ຍິນຊາຍຄົນນື່ງເວົ້າວາ ລົດຖືກດືງກະເປົາ ຂ້ອຍເຫັນເຂົາດຶງກະເປົາແລະ ລາກຜູ້ຍິງຄົນຈີນໄປນຳ, ເຊິ່ງຂ້ອຍໍ່ຍັງງົງໆຄືກັນ ເພາະ ຫລຽວບໍ໋ເຫັນຜູ້ຍິງ.

ປະມານ 5ນທ ຕໍ່ມາເຫັນຜູ້ຍິງຄົນນຶ່ງຍ່າງມາ ກັບສະພາບທີ່ມີຮອຍແຜຕາມ ຕິນແລະ ຂາ ພ້ອມຫອບກະເປົາໄວ້.

ຖາມໄດ້ໃຈຄວາມວ່າ ລາວຖືກລາກໄປຍ້ອນບໍຍອມວາງກະເປົາ ໄປປະມານ 50 ມ ແຕ່ບໍ່ໄດ້ກະເປົາເພາະຜູ້ເສຍຫາຍບໍ່ຍອມວາງ ພໍດີມີລົດຈັກສວານມາກ່ອນ.

ຜູ້ບາດເຈັບເປັນຊາຍໄວ 40 ກວ່າໆ , ສ່ວນຜູ້ຍິງເປັນຄົນຈີນທີ່ເວົ້າພາສາລາວໄດ້ຊັດເຈນ ເຊິ່ງທັງສອງອາດຈະເຮັດວຽກຢູ່ບໍລິສັດດຽວກັນ, ຂະນະກຳລັງສົນລະວົນກໍ່ມີ ຊາຍ-ຍິງຄູ່ນື່ງມາຂັບ ຟໍຈູນເນີມາຮັບໄປໂຮງຫມໍ ແລະ ກໍ່ມີພົນລະເມືອງດີທີ່ມາເຫັນເຫດການນຳກັນແລ່ນໄປແຈ້ງ ປກສ ກຸ່ມບ້ານມາຮັບລົດຈັກໄປມ້ຽນ.

ສ່ວນຂ້ອຍກໍ່ພາລູກກັບເມຍຂຶ້ນລົດກັບບ້ານ.

ຄະຕິສຳຫລັບກໍລະນີນີ້ ທີ່ຂອ້ຍຄິດໄດ້ຕາມພາຍຫັລງຄື:

1. ຂ້ອຍບໍ່ຄວນໃຫ້ລູກແລະເມຍຂອງລົງຈາກລົດເພາະອາດຈະເກີດອັນຕະລາຍທີ່ບໍ່ຄາດຄິດ.

2. ຂ້ອຍຄວນຈະຈອດລົດຢູ່ໄກ້ໆ ແລ້ວ ເປີດໄຟຂໍຄວາມຊ່ວຍເຫລືອກ່ອນ ມີຄົນມາແລ້ວຈື່ງລົດລົດໄປເພື່ອປ້ອງກັນອັນຕະລາຍ.

 

ສຸດທ້າຍ, ກໍ່ຫວັງວ່າຜູ້ເຄາະຮ້າຍທັງສອງປອດໄພໂດຍສະເພາະ ອ້າຍທີ່ຖືກລົດທັບຢູ່, ສ່ວນ ຄົນຮ້າຍທີ່ກໍ່ເຫດ ກໍ່ຂໍໃຫ້ໄປສູ່ສຸກຂະຕິໃນມືຂອງເຈົ້າຫນ້າທີ່ໂດຍໄວ. ຂອບໃຈນຳພົນລະເມືອງດີ ທ່ານອື່ນໆ ທີ່ລົງລົດມາຊ່ວຍກັນ. ຫວັງວ່າເຫດການນີ້ຈະເປັນອຸມາຫອນອິກເຫດການ ທີ່ຈະຊ່ວຍເຕືອນສະຕິແຕ່ ພົນເມືອງພັນລາວ.