ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 25, 2014 | ມີ 3 ຄຳເຫັນ ແລະ 0 trackback(s)

ການຝຶກອົບຮົມຈະເນັ້ນໃສ່ ການກະຕຸ້ນໃຫ້ເກີດພະລັງທາງຄວາມຄິດ,

https://www.facebook.com/events/706576882764163/

ຮູ້ຈັກເປົ້າໝາຍໃນຊີວິດ, ສາມາດດຶງເອົາຂີດຄວາມສາມາດ ແລະ ຈຸດແຂງທີ່ບົ່ມຊ້ອນຢູ່ພາຍໃນຕົວອອກມາໃຊ້ໃຫ້ເກີດປະໂຫຍດສູງສຸດ, ຮູ້ຈັກວິທີຄິດບວກ, ຄິດນອກກອບ, ສ້າງໂອກາດຈາກຄວາມຫຼົມເຫຼວໃນຊີວິດ, ກໍາຈັດໂຣກແກ້ຕົວທາງຄວາມຄິດ, ການສ້າງຝັນໃຫ້ເປັນຈິງ ແລະ ການຮູ້ຈັກການໃຫ້ອະໄພ.

ສອນໂດຍ ທ່ານ ກາບແກ້ວ ທໍາມະວົງ, ນັກຂຽນປຶ້ມຂາຍດີ 5 ເຫຼັ້ມ ທີ່ໄດ້ຮັບລາງວັນນາກຄໍາເອັນເຕີເທັນເມັນ ປະເພດນັກຂຽນດີເດັ່ນ.

ດຳເນີນການໂດຍ: ທອງຄຳ ໂພໃບເງິນ ນັກສຳມະກອນດ້ານຄິດບວກ
ແລະ ຜູ້ມັກຮັກພັດທະນາຕົນເອງ ແລະ ແບ່ງປັນຕະລອດເວລາ
ຜູ້ຮ່ວມກໍ່ຕັ້ງ: ກຸ່ມ ມັກອ່ານ Book Lover Club Laos ແລະ ເພຈ໌
108 ຫັລກຄິດເພື່ອຊີວິດທີ່ດີກວ່າ
https://www.facebook.com/groups/bookloverclublaos/
https://www.facebook.com/GreatThoughts4Greatlife

ບັນຍາກາດໃນຫ້ອງສຳມະນາ:
- ຫ້ອງໂອ່ໂຖງແອເຢັນສະບາຍ ບັນຍາກາດແບບ VIP
- ມີອາຫານທ່ຽງຟຣີ
- Coffee Brake 2 ຄັ້ງ
- ບັນຍາກາດງານສຳມະນາທີ່ເຕັມໄປດ້ວຍພະລັງ
- ກິດຈະກຳສ້າງສັນ
ທີ່ຈະຈຸດປະປາຍຄວາມຄິດຂອງທ່ານໃຫ້ໂລດແລ່ນຕາມຄວາມຝັນຂອງທ່ານ..


ສົນໃຈຕິດຕໍ່ຈອງດ່ວນເພາະຮັບຈຳນວນຈຳກັດ ພຽງ 50 ທ່ານເທົ່ານັ້ນ
ໂອນເງິນເຂົ້າບັນຊີ: ທອງຄຳ ໂພໃບເງິນ
ເລກບັນຊີເງິນກີບ: 093-5-12-00-07036
ທະນາຄານການຄ້າຕ່າງປະເທດ

ໂອນແລ້ວ ໂພສໃບໂອນລົງໃນເຟສ ແລະ ຮັກສາໃບໂອນເພື່ອ
ແຈ້ງເຂົ້າງານ..
ພວກເຮົາຂໍອະນຸຍາດປິດຮັບທັນທີ່ຄົບ 50 ທ່ານ
ແລະ ຈະນັບສະເພາະທ່ານທີ່ໄດ້ໂອນເງິນມາແລ້ວເທົ່ານັ້ນ.

ຂໍ້ມູນເພີ່ມເຕີມ 020 2231 9873 ຫລື

https://www.facebook.com/events/706576882764163/

http://punlao.com/album.php?user=LAOEXOTICAR&album_id=39046

ຂຽນເມື່ອ ຂຽນເມື່ອ: ກ.ລ.. 28, 2013 | ມີ 5 ຄຳເຫັນ ແລະ 0 trackback(s)

<!--[if gte mso 9]>Normal0falsefalsefalseEN-USX-NONETHMicrosoftInternetExplorer4<![endif]-->

<!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0in 5.4pt 0in 5.4pt;mso-para-margin-top:0in;mso-para-margin-right:0in;mso-para-margin-bottom:10.0pt;mso-para-margin-left:0in;line-height:115%;mso-pagination:widow-orphan;font-size:11.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;mso-bidi-language:AR-SA;}<![endif]-->

หลุมพรางความเชื่อ ຫລູມພາງຄວາມເຊື່ອ

ຖອດຈາກຫນັງສື ເດິ ທອບຊີເຄຣັດ(The Top Secret) ຂຽນໂດຍ: ທັນຕະແພດ ສົມ ສຸຈິຣາ

ເດິ ທອບຊີເຄຣັດ ເປັນຫນັງສືຫນັງທີ່ຂຽນຂຶ້ນທ່າມກາງກະແສຄວາມດັງລະດັບໂລກຂອງ ຫນັງສືຊື່ ເດິຊີເຄຣັດ (The Secret) ທີ່ຂຽນໂດຍ ນັກຂຽນຍິງຊາວອົດສຕຣາລີຊື່ ຣອນດາ ເບີນ ໃນປີ 2006 ເຊິ່ງເປັນຫນັງສືຕິດກະແສຫນັງສືຂາຍດີຕິດຕໍໍ່ກັນເຖິງສອງປີ ຫວັງວ່ານັກອ່ານຊາວລາວຫລາຍທ່ານຄົນໄດ້ເປັນເຈົ້າຂອງແລ້ວເນາະ.

ສຳລັບ ເດິ ທອບຊີເຄຣັດ ມີຍອດຂາຍກວ່າ 200,000 ເຫລັ້ມ ໄດ້ຖືກຂຽນໂດຍຜູ້ຂຽນຄົນດຽວກັນກັບ ຫນັງສືຂາຍດີກ່ອນຫນ້ານີ້ທີ່ຊື່ ໄອສຕາຍພົບ ພະພຸດທະເຈົ້າເຫັນ 1&2 ເຊິ່ງເຫມາະເຈາະກັບກະແສຄວາມດັງຂອງເດິຊີເຄຣັດ ແລະ ເນື້ອຫາທີ່ອະທິບາຍໄດ້ຢ່າງເລິກເຊິ່ງ ພ້ອມທັງໂຍງເຂົ້າກັບຫລັກຄຳສອນຂອງອົງພຣະສຳມາສຳພຸດທະເຈົ້າ ໄດ້ຢ່າງກົມກືນ ແລະເຂົ້າໃຈງ່າຍ ທັນກະແສ ທັນຍຸກສະໄຫມ ຈຶ່ງເຮັດໃຫ້ຫນັງສືທີ່ອອກມາຊຸດຫັລງໆຂອງທ່ານຖືກຈັບຕາແລະຖືກຕິດຕາມຈາກສື່ມວນຊົນຄໍນັກອ່ານອັນເຮັດໃຫ້ກາຍເປັນຫນັງສືຂາຍດີຕາມໆກັນມາ

ເດິ ທອບຊີເຄຣັດທີ່ຢູ່ໃນມືຂອງຂ້າພະເຈົ້າຕອນນີ້ ແມ່ນພິມຄັ້ງທີ່ 103 ປີ 2555. ເຊິ່ງຈະເຫັນວ່າ ກວ່ານັກຂຽນຄົນນຶ່ງຈະສາມາດຂຽນຫນັງສືຂາຍດີໄດ້ຂະຫນາດນີ້ ນັ້ນຍ່ອມບໍ່ເປັນເລື່ອງທຳມະດາ ແລະ ຄົງບໍ່ແມ່ນການຂຽນຕາມອາລົມ ນັ້ນຫມາຍຄວາມວ່າ ຜູ້ຂຽນເຂົ້າໃຈໃນເລື່ອງທີ່ຂຽນໄດ້ຢ່າງເລິກເຊິ່ງທາງດ້ານຈິດວິນຍານ, ດ້ານວິທະຍາສາດ ແລະ ທຳມະເພາະຜູ້ຂຽນເປັນ ທັນຕະແພດ ແລະ ໄດ້ສຶກສາປະຕິບັດທຳເຖິງລະດັບທີ່ແນ່ນອນ.

ເນື້ອຫາໂດຍລວມຂອງຫນັງສືເຫລັ້ມນີ້ ແມ່ນການອະທິບາຍຄືນ ໃນເນື້ອຫາຂອງຫນັງສື ເດິຊີເຄຣັດ ໂດຍນຳເອົາຫັລກທຳຄຳສອນຂອງພຣະພຸດທະເຈົ້າມາອະທິບາຍໄດ້ຢ່າງລະອຽດທີ່ສຸດໂດຍສະເພາະ ໃນຫມວດ ເຈຕະສິກ ແລະ ກ່ຽວກັບຈິດໃຕ້ສຳນຶກ ເຊິ່ງເຫມາະກັບນັກອ່ານທີ່ສົນໃຈດ້ານທຳມະປະຍຸກເປັນຢ່າງດີທີ່ສຸດ ແຕ່ກໍ່ມີຜູ້ອ່ານບາງກຸ່ມທີ່ບໍ່ຄ່ອຍມັກຫນັງສືປະເພດ Wording ຫລືມີເນື້ອຫາແລະຕົວອັກສອນຫລາຍປານໃດ, ແຕ່ຂ້າພະເຈົ້າຂໍຮັບປະກັນວ່າ ບໍ່ວ່າທ່ານຈະມັກຫນັງສືແນວໃດ ຖ້າຕັ້ງໃຈອ່ານແລ້ວທ່ານຈະວາງບໍ່ລົງເລີຍລະ.

ເວົ້າມາຕັ້ງຍາວ ຄົງຈະບໍ່ຕ້ອງສາທະຍາຍຫຍັງເພິ່ມເຕີມເພາະຫນັງສືເພິ່ນຂາຍດີຢູ່ແລ້ວ ຈະຂໍຍົກບາງບົດທີ່ກ່າວເຖິງ ຫລຸມພາງຂອງຄວາມເຊື່ອ ທີ່ເພິ່ນໄດ້ສະຫລຸບແລະໄຈ້ແຍກເປັນຂໍ້ໆດັ່ງນີ້

1.   ຄວາມເຊື່ອຄື ຄວາມສັດທາ ຄວາມຫມັ້ນໃຈ ພະລັງແຫ່ງຄວາມສັດທາມີສ່ວນສຳຄັນໃນໃນການສ້າງແຮງບັນດານໃຈແລະເປັນກຳລັງໃຈໃນການຂັບເຄື່ອນໄສູ່ການຄິດ ເວົ້າ ກະທຳ ທີ່ມີພະລັງ ແລະ ນຳໄປສູ່ຄວາມສຳເລັດ

2.   ຄວາມເຊື່ອ ແມ່ນກົງກັບຫັລກເກນ ຂໍ້ 2 ໃນ ເດິ ຊີເຄຣັດ ຄື: ຂໍ ເຊື່ອ ຮັບ ເປັນພະລັງທີ່ມີອະນຸພາບມາກມາຍ ຖ້າຮູ້ຈັກນຳມາໃຊ້ຢ່າງຖືກຕອ້ງ.

3.   ໃນທາງພຣະພຸດທະສາສນາ ພຣະພຸດທະເຈົ້າໄດ້ສອນບໍ່ໃຫ້ເຊື່ອອັນໃດໂດຍງ່າຍແຕ່ໃຫ້ລົງມືປະຕິບັດແລະພິສູດດ້ວຍຕົນເອງເພື່ອຈະໄດ້ຮູ້ຜົນແລະປະຈັກແຈ້ງດ້ວຍຕົນເອງ

4.   ຄວາມເຊື່ອມີມາແຕ່ບູຮານມັກຈະມີເຫດຜົນ ເຊື່ອງໄວ້ເບື້ອງຫລັງສະເຫມີຄວນວິເຄາະໃຫ້ເຫນັເຖິງເຫດແລະຜົນຕາມຄວາມເປັນຈິງ ບໍ່ຄວນເຊື່ອຢ່າງງົມງາຍຫລືເຊື່ອຕາມໆກັນມາ(ເບິ່ງຫລັກ ກາລາມະສູດ 10) ເພິ່ມເຕີມ

5.   ຄວາມເຊື່ອຖ່າຍຖອດຕິດຕໍ່ກັນລະຫວ່າງບຸກຄົນໄດ້ງ່າຍ ພໍ່ແມ່ທີ່ເຊື່ອວ່າລູກເຮັດໄດ້ ລູກກໍ່ຈະເຊື່ອວ່າຕົນເອງເຮັດໄດ້

6.   ຄວາມເຊື່ອມີພະລັງຫລາຍກວ່າຄວາມຄິດ ການຄິດບວກອາດຈະຍັງບໍ່ສົ່ງຜົນຕໍ່ໍຊີວິດເຮົາໄດ້ຫລາຍປານໃດ ແຕ່ຖ້າມີຄວາມເຊື່ອໃນການຄິດບວກນັ້ນ ກໍ່ຈະສົ່ງຜົນໃຫ້ຄວາມຄິດເປັນຈິງໄດ້ພາຍໃນເວລາອັນສັ້ນ

ໃນມູມມອງຂອງຂ້າພະເຈົ້າເອງ ຫາກທ່ານຢາກຈະອ່ານຫນັງສືນີ້ໃຫ້ໄດ້ອັດຖະລົດແລະເຂົ້າໃຈໄດ້ຢ່າງຖ່ອງແທ້ຂໍແນະນຳວ່າ ທ່ານອາດເປັນຜູ້ທີ່ເຄີຍໄດ້ຝຶກປະຕິບັດກຳມະຖານຕິຕໍ່ກັນ ຢ່າງຫນ້ອຍ 7 ວັນຕິດຕໍ່ກັນ ເພາະຫນັງສືທຸກໆເຫລັ້ມຂອງຜູ້ຂຽນ ໄດ້ອະທິບາຍໂດຍອີງໃສ່ປະສົບການຈາກການຝຶກປະຕິບັດກຳມະຖານເປັນເວລາເຖິງ ສອງປີ, ບໍ່ດັ່ງນັ້ນ ກໍ່ຈະເຫມືອນດັ່ງທ່ານອ່ານສ່ວນປະສົມຂອງຢາ ແຕ່ທ່ານຈະບໍ່ຮູ້ສຶກຫຍັງຈາກລາຍການສານເຄມີທີປະກອບເປັນຢານັ້ນ.

 ໂປຣດຕິດຕາມ ເຄັດລັບກຸນແຈ 7 ດອກທີ່ຈະຊ່ວຍໄຂ ຫລຸມພາງທາງຄວາມເຊື່ອທີ່ຈະຫາເວລາມາພິມໃຫ້ອ່ານໃນໄວໆນີ້.

ລາຕີສະວັດ

ທອງຄຳ ໂພໃບເງິນ

28-7-2013 12:33 am

 

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 28, 2013 | ມີ 3 ຄຳເຫັນ ແລະ 0 trackback(s)

ສະບາຍດີ ສະມາຊິກ ພັນລາວ

ຂ້າພະເຈົ້າຂໍເຊີນ ບັນດາທ່ານເຂົ້າຮ່ວມໃນການເປັນສ່ວນນື້ງໃນການສ້າງປະຫວັດສາດແຫ່ງການຮຽນຮູ້

ຫາກທ່ານເປັນຄົນກ້າຄິດລິດເລີ່ມ

ຫາກທ່ານເປັນຄົນທີ່ມັກການຮຽນຮູ້ແລະ ພັດທະນາຕົນເອງ

ຫາກທ່ານເປັນຄົນມີເປົ້າຫມາຍແລະຄວາມໄຝ່ຝັນໃນໃນຊີວິດ

ຂໍເຊີນເຂົ້າຮ່ວມງານສຳມະນາດີໆ ທີ່ຈະຊ່ວຍປົດລັອກດ້ານຄວາມຄິດ

ໃຫ້ມີຄວາມສຸດ, ມີຄວາມຫມັ້ນໃຈ, ມີພະລັງໃນການເຮັດສິ່ງຕ່າງໆ  ດ້ວຍຫລັກສູດພັດທະນາຄວາມຄິດ

ຢ່າຄິດ ວ່າຄວາມຄິດຂອງຕົນບໍ່ສຳຄັນ,

ຍານອະວາກາດ, ເຮືອນຫລັງໃຫຍ່ , ລົດຄັນງາມ, ຕືກສູງ , ຂົວຂ້າມນ້ຳຂ້າມທະເລ ແລະ ສິ່ງປະດິດທີ່ປ່ຽນໂລກ ລ້ວນມີຈຸດເລີ່ມຕົນ

ຈາກຄວາມຄິດ.

ແຕ່ຄວາມຄິດທີ່ວ່າ ນັ້ນຕ້ອງເລີ່ມຈາກຄວາມຄິດທີ່ເປັນບວກ ທີ່ເຮັດໃຫ້ຜູ້ຄິດມີຄວາມສຸກເທົ່ານັ້ນ

ເຊີນມາຄົ້ນຫາຄວາມຈິງນຳກັນວ່າ ທ່ານກຳລັງຄິດຫຍັງທີ່ເປັນປະໂຫຍດແກ່ຕົວທ່ານເອງ, ສັງຄົມ ແລະຄົນທີ່ທ່ານຮັກ

ດາວໂລດເອກະສານໄດ້ທີ່:

https://docs.google.com/file/d/0B6TRsFODzZrWNDc3eVF5Z2tkREk/edit?pli=1

ຢ່າພາດ ການຄິດລິເລີ່ມເປັນສົມບັດຂອງຄົນທີ່ສຳເລັດ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 2, 2013 | ມີ 16 ຄຳເຫັນ ແລະ 0 trackback(s)

ແຈກແທ້ແຈກຈິງ ແຈກຟຣີ ບໍ່ມີຄ່າໃຊ້ຈ່າຍ
ປຶ້ມຄາຖາຊີວິດຂອງທ່ານ ວິກຣົມ ກົຣມມະດິດ ເສດຖີອະສັງຫາ ເຈົ້າຂອງ ອຳມະຕະນະຄອນ ແລະ ນັກຂຽນປື້ມຂາຍດີຂອງປະເທດໄທ ຈຳນວນ100 ຫົວ ຕອນນີ້ກຳລັງສັ່ງຈອງຢຸ່ ມາຮອດມື້ໃດຈະແຈ້ງໃຫ້ຊາບ
ແຈກໃຫ້ດ້ວຍໃຈ ບໍ່ມີຜົນປະໂຫຍດທັບຊ້ອນ
ວັດຖຸຸປະສົງ: ຢາກສ້າງນິດໄສແຫ່ງການໃຫ້ແກ່ຕົນເອງ ແລະ ຢາກມີສ່ວນຮ່ວມນ້ອຍໆໃນການສ້າງສັງຄົມການອ່ານໃນບ້ານເຮົາ
ໃຜຢາກໄດ້ ຈອງໄດ້ເລີຍ ທາງເຟດບຸກກໍ່ໄດ້ (ຈະຮັບ add ເປັນເພື່ອນຫລືບໍ່ກໍ່ໄດ້) ແລ້ວແຕ່ສະດວກ
ຕິດຕໍ່ມາທີ່ ຫັລງໄມກໍ່ໄດ້ ຫລື ຕິດຕໍ່ມາທີ 02059595051, 2231 9873 or Email: score_me4@hotmail.com
ຫມາຍເຫດ: ການແຈກຄັ້ງນ້ິບໍ່ມີສ່ວນກ່ຽວຂ້ອງຫຍັງກັບຜູ້ຂຽນ ແລະ ສຳນັກພິມ
ຄວນຫລືບໍ່ຄວນແນວໃດ ຂ້ານ້ອຍຂໍຮັບຜິດຊອບພຽງຜູ້ດຽວ

http://www.facebook.com/photo.php?fbid=10200723835836653&set=a.2312743456423.2140540.1184511445&type=1&relevant_count=1