ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 17, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ທີ່ມາ: ເອື້ອຍ ພາວິໄລເລົ່າສູ່ຟັງ ອິອິອິ

       

ທ້າວ ບາຈຽງ ແລະ ນາງ ມະໂລງ ຄືຕຳນານຮັກສາມເສົ້າປະຈຳແຂວງຈຳປາສັກທີ່ເລົ່າຂານກັນມາແຕ່ດົນນານ. ກ່ອນດວງຕາເວັນຈະຕົກ ຢາກຊວນເຈົ້າມານັ່ງຄີມຝັ່ງຂອງ, ສຳພັດສາຍນະທີທີ່ລ່ອງໄຫຼເປັນນິລັນດອນ, ສາຍລົມອ່ອນໆເໜືອທ້ອງຟ້າ ລອຍໄລ່ຈາກພູຜາສູ່ວາທີ ບອກເລົ່າຕຳນານຮັກອັນແສນຂົມ, ແຕ່ກ່ອນມີໜຸ່ມລາວລຸ່ມຄົນໜຶ່ງອອກມາລ່າສັດ ແລ້ວເກີດພາດທ່າເສຍທີ່ກຳລັງຢູ່ໃນອັນຕະລາຍ ໂຊກດີມີໜຸ່ມລາວເທິງມາຊ່ວຍໄວ້ໄດ້ທັນ, ສອງໜຸ່ມຕົກລົງກັນໄວ້ວ່າ: ຖ້າພາຍພາກໜ້າສອງຝ່າຍຫາກມີລູກຊາຍ ຫຼື ລູກສາວ ກໍ່ຈະໃຫ້ຜູກສ່ຽວ ເປັນສະຫາຍຮັກກັນ ແຕ່ຖ້າຝ່າຍ1 ໄດ້ລູກຊາຍ, ຝ່າຍ1ໄດ້ລູກສາວ ກໍ່ຈະໃຫ້ມາແຕ່ງງານກິນດອງເປັນທອງແຜ່ນດຽວກັນ. ວັນເວລາຜ່ານໄປ ໜຸ່ມລາວລຸ່ມໄດ້ມີລູກສາວທີ່ແສນສວຍງາມ ຊື່: ນາງ ມະໂລງ, ຝ່າຍໜຸ່ມລາວເທິງໄດ້ລູກຊາຍກຳຍຳລຳສັນ, ໜ້າຕາບໍ່ຫຼໍ່ ຊື່: ທ້າວບາຈຽງ, ແຕ່ວາສະໜາທັງສອງຈະບໍ່ໄດ້ຄອງຄູ່ ເພາະ ນາງມະໂລງ ມີຄົນຮັກຢູ່ແລ້ວຊື່ ທ້າວຈຳປາສັກ ເຊິ່ງເປັນໜຸ່ມລາວລຸ່ມດ້ວຍກັນ ທັງຫຼໍ່ ທັງລວຍ, ເມື່ອມີຄົນຮັກແສນດີຢູ່ແລ້ວ ນາງ ມະໂລງ ຈິ່ງທຳໃຈ ບໍ່ໄດ້ວ່າຕ້ອງອອກເຮືອນໄປກັບທ້າວບາຈຽງຕາມຄຳສັນຍາຂອງຄົນລຸ້ນພໍ່, ທ້າວ ຈຳປາສັກຮູ້ເລື່ອງກໍ່ຊວນໃຫ້ນາງມະໂລງ ໂຕນໜີ, ຫຼັງຈາກນາງມະໂລງໄປນອນຄິດ.
     ໃນທີ່ສຸດທັງຄູ່ກໍ່ຕັດສິນໃຈໜີຕາມກັນ, ຂະນະນັ້ນທ້າວບາຈຽງກຳລັງຍົກຂັນມາກມາສູ່ຂໍກໍ່ຮູ້ເລື່ອງ ກໍ່ເຈັບຊ້ຳນ້ຳໃຈເຫຼືອຫຼາຍ ຈິ່ງເທເຄື່ອງຂັນມາກ ໂດຍສະເພາະຕົ້ມໄກ່ ແລະ ເຫຼົ້າ ຖີ້ມທັງໝົດ ກ່ອນຈະຂ້າຕົວຕາຍ ທ້າວບາຈຽງສາບແຊ່ງ: ບໍ່ໃຫ້ທ້າວຈຳປາສັກ ແລະ ນາງ ມະໂລງ ສົມຫວັງ ໃນຄວາມຮັກ, ຄຳສາບແຊ່ງຂອງທ້າວບາຈຽງຮຸນແຮງຫຼາຍ ທ້າວຈຳປາສັກ ກັບ ນາງ ມະໂລງ ເສຍຊີວິດຊ່ວງໜີຕາມກັນ ກາງມະຫານ ທີ່ ສີ່ພັນດອນ. ໂຊກຄະນາດຕະກຳຄວາມຮັກເລື່ອງນີ້ຖີ້ມຮ່ອງຮອຍໄວ້ເປັນຊື່ສະຖານທີ່ຕ່າງໆ ໃນເມືອງປາກເຊ ໂດຍສວ່ນຫຼາຍຈະເປັນພູ ບໍ່ວ່າຈະເປັນພູມະໂລງ(ນາງມະໂລງນອນຄິດ), ພູບາຈຽງ(ທ້າວບາຈຽງນອນຕາຍ), ພູກອງໄກ່(ເທໄກ່ຖີ້ມ), ພູສ່າເຫຼົ້າ(ເທເຫຼົ້າຖີ້ມ) ແລະ ນ້ຳຕົກແສນສວຍງາມ ຊື່ ຕາດຜາສວ້ມ (ເປັນຫ້ອງຂອງຄູ່ບ່າວສາວທີ່ທ້າວບາຈຽງສ້າງໄວ້ໃຫ້ນາງມະໂລງ) ແຕ່ຈາກຕອນນັ້ນມາຕອນນີ້ ບໍ່ໄດ້ມີຮ່ອງຮອຍຂອງນາງ, ທ້າວບາຈຽງ ນອນຖ້າທີ່ຜາສວ້ມ ແຕ່ນາງມະໂລງ ລັບຫາຍໄປກັບມະຫານທີ່ສີ່ພັນດອນ ຊົ່ວນິລັນດອນ.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 4, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ແຕ່ງເອງ: ຜິດພາດ ຂໍອະໄພ ອິອິອິ

- ຖ້າຢາກມີໃໝ່.................ກໍ່ໄປຮັກເຂົາເຖີດນ໋າ

ຕັ້ງແຕ່ຄົບກັນມາ..............ກໍ່ຮູ້ວ່າເຈົ້າບໍ່ຈິງໃຈ

ຢາກຮັກກັບເຂົາ...............ເຈົ້າກໍ່ໄປຮັກເຂົາໄດ້

ບໍ່ຢາກຄົບຄົນຫຼາຍໃຈ......ຄົບກັນໄປກໍ່ໜັກອຸລາ

- ໄປດີເຖີດນ໋າ.................ບໍ່ມາຮັກອີກກໍ່ໄດ້

ບໍ່ຢາກຈະຊ້ຳຊວງໃນ........ຊັງຄົນຫຼາຍໃຈບໍ່ຢາກເອົາແລ້ວ

ຫາທາງເດີນໃໝ່..............ຫົວໃຈຄົງບໍ່ວົນແຊວ

ຈາກກັນໄປແລ້ວ..............ຄົງບໍ່ກິນແຫ້ວຕໍ່ໄປ

- ເກີດມາຊາດນີ້...............ບໍ່ມີກໍ່ໄດ້ແຟນຫຼາຍໃຈ

ຫາກຄົບກັນໄປ..............ຫົວໃຈຄົງແຕກສະຫຼາຍ

ເລີກລາດີກວ່າ................ຄົງສຸກ ແລະ ສະບາຍໃຈ

ເລີກຄົບກັນກັນໄດ້..........ຄົງສຸກໃຈແທ້ນໍຕົວເຮົາ

- ບໍ່ແມ່ນເນື້ອຄູ່...............ສູ້ໄປກໍ່ຄົງຜິດຫວັງ

ບໍ່ມີພະລັງ.....................ຈິງຈັງຮັກເຈົ້າຕໍ່ໄປ

ຂໍລາໄປແລ້ວ................ອ້າຍແກ້ວຈົ່ງມີໂຊກໄຊ

ຂໍລາໄປໄກ..................ຈາກຄົນຫຼາຍໃຈດີກວ່າ!!!!!!!!!!!!!!!!!        ຮາໆໆໆໆໆໆໆໆໆໆ

........................(ຈົບ).......................

ເປັນຈັ່ງໃດ? ບອກແນ່? !!!

ຂຽນເມື່ອ ຂຽນເມື່ອ: ກ.ພ.. 19, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

1. ເວົ້ານ້ອຍ ແຕ່ເຮັດຫຍັງໄດ້ ຫຼາຍຢ່າງ.

2. ບໍ່ລຳໄລ ເລື່ອງ ເລັກໆ ນ້ອຍໆ(ຖ້າບໍ່ສຳຄັນ).

3. ບໍ່ ຂີ້ຕວະ ຂີ້ໂມ້ ອວດອົ່ງ, ໜ້າໄວ້ຫຼັງຫຼອກ.

4. ມີຄວາມຈິງໃຈ, ບໍ່ເຮັດໃຫ້ຄົນອື່ນເສຍຄວາມຮູ້ສຶກ.

5. ຮັກຄອບຄົວ, ມີຄວາມຮັບຜິດຊອບຕໍ່ຕົນ ແລະ ຄົນອ້ອມຂ້າງ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2010 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ມີຊາຍຄົນໜື່ງຮູ້ຈັກກັບຂ້ອຍທາງເນັດ ແລ້ວ ມື້ໜຶ່ງເວລາຫວ່າງກະນັດພົບລາວ, ແຕ່ຂ້ອຍກະເອົາເອື້ອຍໄປນຳ, ຫຼັງຈາກພົບກັນແລ້ວ ກະລົມໂທລະສັບກັບລາວ ໆກະໜ້າຕາດີ ແລະ ເວົ້າມ່ວນຢູ່ໃດ ແລ້ວ ກະລົມທາງໂທລະສັບຄືຊິຮັກເຮົາ ແລະ ເປັນແຟນເຮົານີ້ລະ, ຕໍ່ມາກະມາບອກວ່າສົນໃຈເອື້ອຍຂອງເຮົາ. ຖ້າແມ່ນເພື່ອນໆ ຈະເຮັດແນວໃດ? ຂ້ອຍລະຊັງລາວແຮງ ແລະ ບອກເອື້ອຍບໍ່ຕ້ອງມັກລາວໆ ຄົນຫຼາຍໃຈ, ຂ້ອຍກະບອກໃຫ້ລາວໄປມັກຜູ້ອື່ນ ມັກໃຜກະໄປມັກໂລດ ຢ່າມາຫຍຸ້ງກັບຂ້ອຍ ແລະ ເອື້ອຍຂ້ອຍ, ຜູ້ຊາຍແບບນີ້ຊິເອົາຈັ່ງໃດແທ້, ຖາມໄປຖາມມາລະວ່າມັກໝົດສອງເອື້ອຍນ້ອງ, ໂທ໋ໆໆໆໆ ຄືຊິມັກຫຼາຍ ແທ້ ? ດ່າລາວໄປຫຼາຍຊຸດ ກະເຮັດຄືຫູບໍ່ຍິນ, ຕາຍໆໆໆ ຜູ້ຊາຍລະເປັນຈັ່ງຊັ້ນ, ເພິ່ນວ່າ ເອື້ອຍນ້ອງໜ້າຮັກທັງສອງ ໂທ໋ໆໆໆໆ ຍ້ອງກະບໍ່ດີໃຈດອກ ໂຄດຊັງມັນເລີຍລະ. ອິໆໆໆໆໆ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 30, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

 

ແຕ່ກີ້ ແຕ່ກ່ອນ ມີທ້າວກຳພ້າຄົນໜຶ່ງ  ເຊິ່ງຍັງໂສດ ບໍ່ທັນມີເມຍ,​ ແຕ່ລະມື້ ລາວໄດ້ ອອກປ່າຫາແນວກິນ, ມີມື້ໜື່ງ ລາວໄດ້ ຮູ້ສຶກແປກໆ ເພາະກັບມາແຕ່ ປ່າລາວໄດ້ ເຫັນເຮືອນລາວສະອາດງາມຕາ, ມີາເຂົ້າຕັ້ງໄວ້ໃຫ້ພ້ອມ, ທຸກໆມື້ ແມ່ນລາວເຫັນແບບນັ້ນ, ມີມື້ໜື່ງລາວທຳທ່າ ອອກຈາກເຮືອນໄປວຽກ, ແຕ່ລາວໄດ້ຈອບເບິ່ງວ່າມີຫຍັງເກີດຂື້ນໃນເຮືອນລາວ, ຕໍ່ມາລາວກໍ່ໄດ້ເຫັນ ນາງຟ້າບິນລົງມາ 7 ນາງ ພໍມາຮອດເຮືອນລາວ ກໍ່ປົດປີກໄວ້ ແລ້ວເຂົ້າໄປໃນເຮືອນ ທ້າວ ກຳພ້າ, ລາວຈົນຕື່ນຕົກໃຈ ທີ່ເຫັນນາງຟ້າສຸດແສນງາມລົງມາເຮືອນລາວ, ເມື່ອທຸກມື້ລາວຈອບເບິ່ງ ລາວກໍ່ຫຼົງຮັກ ລາວສາວຫຼ້າ 1 ໃນນາງຟ້າ7ນາງ, ມື້ໜື່ງລາວໄດ້ວາງແຜນ ຈະລັກເອົາປີກ ນາງຟ້າ ລູກສາວຫຼ້າໄວ້ ເພື່ອເປັນຄູ່ຄອງຂອງຕົນ, ເມື່ອເຖິງຄ້າຍແລງຫຼັງຈາກນາງຟ້າທັງ7ທຳຄວາມສະອາດ ແລະ ແຕ່ງກິນໃຫ້ທ້າວກຳພ້າແລ້ວ ກໍ່ຈະບິນກັບ ແຕ່ພໍດີ ນາງສາວຫຼ້າຫາປີກບໍ່ເຫັນ ກຳພ້າກໍ່ພໍດີທຳທ່າອອກມາ, ນາງຟ້າທັງ 6 ໄດ້ບິນກັບເມືອງຟ້າ, ນາງສາວຫຼ້າກໍ່ທັງຮ້ອງໄຫ້ ແຕ່ ທ້າວກຳພ້າກໍ່ປອບໃຈໃຫ້ຢູ່ນຳລາວ ຈົນເປັນຜົວເມຍກັນ ຢູ່ນຳກັນໄດ້ຫຼາຍປີ ກໍ່ມີລູກຊາຍ ສອງຄົນ. ຕະຫຼອດເວລາຜ່ານມາ ນາງຟ້າຜູ້ເປັນເມຍ ໄດ້ພະຍາຍາມຊອກຫາປີກລາວ ເພື່ອກັບບ້ານ ແຕ່ ທ້າວກຳພ້າບໍ່ບອກ,​ ຈົນລູກຊາຍໃຫຍ່າກ້າໜ້າບານ, ພໍ່ກໍ່ເລົ່າເລື່ອງຕ່າງໃຫ້ລູກຊາຍຟັງ ຕອນທີ່ ນາງຟ້າຜູ້ເປັນແມ່ບໍ່ຢູ່ ກຳພ້າກໍ່ເລົ່າໃຫ້ລູກທັງສອງຟັງໝົດວ່າ: ແມ່ເປິນນາງຟ້າ ຕອນເປັນສາວ ພໍ່ໄດ້ລັກເອົາປີກລາວໄປເຊື່ອງໄວ້ ບ່ອນນັ້ນ ບ່ອນນີ້, ແລ້ວບອກລູກທັງສອງວ່າ: ຫ້າມບອກແມ່ເດີ. ລູກທັງສອງກໍ່ຮັບປາກ, ຕໍ່ມາແມ່ໄດ້ສໍ້ຖາມ ຜູ້ເປັນລູກເລື່ອງປີກ ເພາະສົນໃຈວ່າ:​ ລູກຕ້ອງຮູ້, ລູກຜູ້ເປັນອ້າຍເລີຍຫຼົງບອກແມ່, ລາວໄດ້ເອົາແຫວນໄວ້ໃຫ້ລູກຄົນລະວົງ, ເມື່ອລາວຮູ້ວ່າປີກຢູ່ໃສລາວກໍ່ໄປໃສ່ປີກ ແລ້ວບິນກັບເມືອງຟ້າ. ຢູ່ຕໍ່ມາກຳພ້າ ໄດ້ຈາກລູກໄປເພື່ອທຳມາຫາກິນ, ໃຫ້ລູກທັງສອງເຝົ້າເຮືອນ ໃນສວນຂອງກຳພາມີຕົ້ນ ໝາກໄມ້ຫຼາຍຊະນິດ, ແຕ່ລະມື້ໄດ້ມີ ນົກໃຫຍ່ຕົວໜຶ່ງ ບິນມາກິນໝາກໄມ້ ແລ້ວ ສອງອ້າຍນ້ອງກໍ່ໄລ່ຈັບມັນ ແລະ ຊິຂ້ານົກຕົວນັ້ນ ແຕ່ນົກຕົວນັ້ນໄດ້ຮ້ອງຂໍວ່າ: ຢ່າຂ້າຂ້ອຍເລີຍ, ຢາກໄດ້ຫຍັງກໍ່ບອກມາ ຊິເອົາມາໃຫ້: ສອງອ້າຍນ້ອງເລີຍບອກວ່າ:​ ຢາກໄປຫາແມ່ທີ່ເມືອງຟ້າ ພາພວກຂ້ອຍໄປໄດ້ບໍ່? ນົກຕົວນັ້ນ ຕອບວ່າໄດ້ ຂື້ນມາຫຼັງເຮົາ, ແຕ່ມີກົດຂໍ້ໜຶ່ງເດີ: ເວລາເຮົາບິນ ກົ້ນເຮົາຈະເໜັງ ຫ້າມເຈົ້າຫົວ ເດັດຂາດເດີ, ສອງອ້າຍນ້ອງກໍ່ຮັບປາກ, ບິນຂື້ນໄປຄາວໜື່ງ ກົ້ນນົກໂຕນັ້ນກໍ່ເລີ່ມເໜັງ, ຜູ້ເປັນອ້າຍອົດຫົວບໍ່ໄດ້ ກໍ່ຫົວຂື້ນຢ່າງດັງ ບໍ່ພໍຄາວໜື່ງ ລາວກໍ່ຕົກົງມາພື້ນ ດິນ, ສ່ວນ ຜູ້ເປັນນ້ອງກໍ່ໄດ້ ບິນຂື້ນຮອດເມືອງຟ້າ, ລາວໄດ້ຍ່າງນຳສາຍນ້ຳຫ້ວຍໄປ ແລ້ວເຫັນສາວສະໜົມຄົນໜຶ່ງມາຕັກນ້ຳໃຫ້ນາງຟ້າອາບ, ລາວກໍ່ເອົາແຫວນລັກປ່ອນໃສ່ຄຸສາວສະໜົມ, ເມື່ອສາວສະໜົມເອົານ້ຳໃຫ້ນາງຟ້າອາບ, ນາງຟ້າລູກຫຼ້າກໍ່ເຫັນແຫວນຂອງຕົນທີ່ໃຫ້ລູກ(ກໍ່ຮູ້ວ່າລູກົນເອງຕ້ອງມາ) ແລະ ລູກຂອງລາວເຂົ້າໃນວັງບໍ່ໄດ້ ມີແຕ່ທະຫານຍາມ, ລາວໄດ້ແຕ່ນັ່ງຮ້ອງໄຫ້. ພະລາຊາພໍ່ຂອງນາງຟ້າທັງ7ກໍ່ເລີຍອອກມາ ທ້າວ່າ: ຖ້າເຈົ້າແມ່ນລູກຂອງສາວຫຼ້ານາງຟ້າແທ້ ແມ່ນ ໃຫ້ເຈົ້າຊີ້ໃສ່ມືທັງ7 ທີ່ໃຫ້ນາງຟ້າໂຊແຕ່ມື, ວ່າມື ໃດແມ່ນມືແມ່ຂອງເຈົ້າ, ລາວກໍ່ໄດ້ແຕ່ຮ້ອງໄຫ້ອີກ ເພາະຢ້ານເດົາບໍ່ຖືກ, ແມງວັນວິເສດ ໄດ້ບິນມາຊິ່ມໃສ່ຫູວ່າ: ຂ້ອຍຊິບິນໄປຈັບມືແມ່ເຈົ້າເດີ ແລ້ວ ໃຫ້ເຈົ້າໄປຈັບນຳຂ້ອຍ, ລາວກໍ່ເຮັດຕາມແມງວັນບອກ ແລ້ວກໍ່ໄດ້ພົບແມ່. ແລ້ວ ແມ່ລູກທັງສອງກໍ່ກັບມາຫາ ທ້າວກຳພ້າ ແລ້ວ ລູກອີກຄົນໜື່ງທີ່ລໍຖ້າຢູ່ເຮືອນ, ແລ້ວນາງຟ້າກໍ່ເສກໃຫ້ເຮືອນຂອງກຳພ້າເປັນພະລາດຊະວັງທີ່ງົດງາມ.

<!--Session data-->