ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 25, 2014 | ມີ 12 ຄຳເຫັນ ແລະ 0 trackback(s)

ຊິເລົ່າ ເລື່ອງຂຳຂັນ ຕອນສະໄໝຢູ່ວຽງໄຊ ຫົວພັນ ( ດິນແດນສະຫງ່າງາມ )

ສະໄໝຮຽນມັດທະຍົມ ຂ້ອຍກັບເອື້ອຍຂ້ອຍໄປສວນມາ ຍ່າງມາກາງທາງແຄມໜອງ ແລ້ວເຫັນຜູ້ບ່າວຫຼໍ່ ( ຫຼໍ່ແທ້ໃດ) ລາວໄປສີເຂົ້າມາ ແລ້ວເອົາເປົາຮຳໃສ່ຫວ່າງລົດຖີບ ແລ້ວກໍຈູງຍ່າງມາຕາມທາງແຄມໜອງ ໃກ້ຊິກາຍຈຸຂ້ອຍໄປແລ້ວ ແຕ່ຈັກແນວໃດ ເປົາຮຳລາວລະຕົກອອກຈາກລົດຖີບກິ້ງລົງໜອງວັບໆ, ລາວກໍແລ່ນລົງເອົາເປົາຮຳລາວ ແຕ່ເປົາຮຳຂອງລາວຈຸ່ມລົງນ້ຳເຄິ່ງໜຶ່ງແລ້ວ, ລາວກໍຈັບເປົາຮຳຂອງລາວລາກຂຶ້ນມາເທິງບົກ. ຂ້ອຍກັບເອື້ອຍ ຫັນໄປເບິ່ງໜ້າກັນ ກໍບໍ່ແມ່ນຢາກຫົວຂວັນລາວ ແຕ່ມັນຕັ້ງຢາກຫົວອີ່ຫຼີ, ພາກັນອົດຫົວເອົາແທ້ເອົາວ່າ ຈົນວ່າຫົວອອກມາແຮງໆ, ທ້າວອັນນັ້ນກໍເຫັນຈຸຂ້ອຍຫົວໃດ ລາວກໍໄດ້ແຕ່ແນມຢູ່ເນາະ ຈັກຊິເຮັດແນວໃດ, ຈຸຂ້ອຍກໍຈັກຊິເຮັດແນວໃດ ຟ້າວຍ່າງກາຍໄປລະກະຫົວໄປກາງທາງໃຫ້ມັນແລ້ວສາ!!! ( ສະໄໝນັ້ນ ກຳລັງອາຍກັນ) ເປັນຕາຫົວຂະໜາດ...

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 30, 2013 | ມີ 7 ຄຳເຫັນ ແລະ 0 trackback(s)

ໄປວັງວຽງມາ ໄດ້ເລື່ອງຕະລົກມານຳ

 cheekyangry

ຂີ່ມາຮອດກາງທາງ ໝູ່ຜູ້ສາວຄົນໜຶ່ງລະປວດ ບ ເອົາ ເບົາ ແຮໆ, ລາວກໍ່ເລີຍຂໍໃຫ້ໂຊເຟີຈອດລົດ ແລ້ວລາວກໍ່ແລ່ນເຂົ້າແຖວປ່າ ສ່ວນຂ້ອຍກໍ່ແລ່ນນຳກົ້ນໄປ ເພື່ອເອົາຖົງຮາກໄປຖິ້ມ cheeky ພໍຮອດປ່າຄີມທາງ ຂ້ອຍກໍ່ໂຍນຖົງນັ້ນເຂົ້າປ່າ ສຽງດັງ ຊວາດໆ! ພໍແຕ່ທໍ່ນັ້ນລະ ທ່ານນາງໝູ່ເພິ່ນກຳລັງຈະທຳທຸລະສ່ວນຕົວ ແຕ່ຍັງບໍ່ທັນໄດ້ເລີ່ມ ກໍ່ແລ່ນອອກຈາກປ່າມາດ້ວຍຄວາມກັງວົນ ແລະ ຢ້ານກົວ, ຂ້ອຍກໍ່ເຫັນລາວຢູ່ ແຕ່ກໍ່ບໍ່ເຂົ້າໃຈວ່າລາວຕົກໃຈຫຍັງ ເຫັນຢ້ຽມໆຢ່ອງໆໄປທາງຖົງຮາກທີ່ຂ້ອຍຖິ້ມ ຂ້ອຍເລີຍຄິດອອກວ່າ: ຕື່ນຖົງຮາກແນ່ນອນ ຂ້ອຍເລີຍຫົວຂຶ້ນຢ່າງແຮງ ແລ້ວເວົ້າວ່າ: ເຮີຍ! ຂ້ອຍຖິ້ມຖົງຮາກນະ ຕົກໃຈຫຍັງເກາະ? ເພິ່ນຫາກໍ່ວ່າເຊົາຕົກໃຈ ຂ້ອຍຄິດໄປຄິດມາ ລະໂຄດວ່າຢາກຫົວ laugh

ຂຽນເມື່ອ ຂຽນເມື່ອ: ມ.ສ.. 3, 2013 | ມີ 6 ຄຳເຫັນ ແລະ 0 trackback(s)

 ຊາຍຝຣັ່ງບຸກບ້ານນອກຕາມຫາໝູ່ແລ້ວເຂົ້າໄປເຮືອນໝູ່ ພົບແມ່ຍິງຄົນໜຶ່ງແລ້ວຖາມວ່າ:
ຝຣັ່ງ: Who are u?
ແມ່ຍິງນັ້ນ: I am The Mia of Mr. Lamphone
ຝຣັ່ງ: The Mia? What is the Mia? ok, Where is Mr.Lamphone
ແມ່ຍິງຄົນນັ້ນ: Mr. Lamphone is in the chicken (ຄວາມຈິງເພິ່ນຊິວ່າ kitchen )

ຂຽນເມື່ອ ຂຽນເມື່ອ: ມ.ນ.. 24, 2013 | ມີ 3 ຄຳເຫັນ ແລະ 0 trackback(s)

 ຕອນຍັງນ້ອຍຕັ້ງວ່າຢ້ານຝຣັ່ງ-ອາເມລິກາ ເພາະຜູ້ໃຫຍ່-ຜູ້ເຖົ້າຜູ້ແກ່ຍວະໃຫ້ຢ້ານ

ເຂົາວ່າ: ຖ້າໃຫ້ເຂົາເຈົ້າຖ່າຍຮູບແລ້ວ ເຂົາເຈົ້າຊິໄປເຈາະຫູ ເຈາະຕາໃນຮູບ 
ແລ້ວຜູ້ຖ່າຍຮູບຈະເຈັບເປັນເຫັນຮ້າຍວ່າຊັ້ນ
ມີນັກທ່ອງທ່ຽວໄປຫຼິ້ນບ້ານເກີດ (ວຽງໄຊ, ຫົວພັນ)
ມີເທື່ອໜຶ່ງຂ້ອຍໄປຫາຟືນນຳໝູ່ ແລ້ວໄປເຫັນຝຣັ່ງຍິ້ມໃສ່ ແລ້ວເພິ່ນກໍ່ຈັບກ້ອງຖ່າຍຮູບມາຖ່າຍ, ຂ້ອຍທັງເປ້ຟືນ ທັງຮ້ອງທັງແລ່ນ ( ຮາໆ )
ມີອີກເທື່ອໜຶ່ງ (ຄິດຮອດແລ້ວຕະລົກສຸດໆ )
- ຂ້ອຍກັບໝູ່ໄປສວນ, ແລ້ວກໍ່ຍ່າງຜ່ານທາງຄີມໜອງມາຮອດແຖວຖ້ຳແມ່ໝ້າຍ ມີນັກທ່ອງທ່ຽວຫຼາຍໆຄົນກາຍໄປແຖວນັນ ທັງຄົນລາວ ຄົນຕ່າງປະເທດ
ຜູ້ຄົນລາວຖາມວ່າ: ນ້ອຍໆຂໍຖ່າຍຮູບແດ່! 
ຕອນທຳອິດກໍ່ໄປຢືນລຽນແຖວກັບໝູ່ຄັກແນ່ແລ້ວໃດ
ບຶດໜຶ່ງຂ້ອຍກໍ່ຮ້ອງແລ້ວກໍ່ແລ່ນໜີປະໝູ່, ໝູ່ກໍ່ໄຫ້ແລ່ນນຳກົ້ນ
ພວກນັ້ນບໍ່ທັນຖ່າຍຮູບຊ້ຳ ( ໂອຍຢາກຫົວ )
ຂຽນເມື່ອ ຂຽນເມື່ອ: ມ.ນ.. 14, 2013 | ມີ 2 ຄຳເຫັນ ແລະ 0 trackback(s)

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 13, 2013 | ມີ 4 ຄຳເຫັນ ແລະ 0 trackback(s)

 ໃນຫ້ອງຮຽນ ອາຈານເອີ້້ນ ທ. ກ ຂຶ້ນຕອບບົດຮຽນ:
ທ. ກ ຕອບອາຈານເບິ່ງດູວ່າ: ກະຊວງການເງິນ ພາສາອັງກິດວ່າແນວໃດ?
- ທ. ກ ກໍ່ໄດ້ລຸກຂຶ້ນແລ້ວເວົ້າວ່າ: ຮຽນອາຈານນ້ອງຂໍຕອບ ກະຊວງການເງິນໃນພາສາອັງກິດເວົ້າວ່າ: Ministry Of Money 
ອາຈານເວົ້າວ່າ: ຟ້າເອີຍ!

ຂຽນເມື່ອ ຂຽນເມື່ອ: ພ.ພ.. 18, 2012 | ມີ 12 ຄຳເຫັນ ແລະ 0 trackback(s)

 ເລື່ອງເລົ່າ:

ຜົວເມຍຄູ່ໜຶ່ງອາໄສຢູ່ແຖວຊົນນະບົດ ບໍ່ເຄີຍມີໝໍມາປະສົມພັນທຽມງົວໃຫ້ຈັກເທື່ອ

 

ຕໍ່ມາ ໝໍຢູ່ໃນເມືອງຊິລົງມາປະສົມພັນທຽມງົວ

 

ຜົວໄດ້ກຽມເຄື່ອງໄປນາ ສ່ວນເມຍຢູ່ເຮືອນຜູ້ດຽວ

 

ຜົວກຽມເຄື່ອງຂອງ ແລະ ງົວໄວ້ໃຫ້ທ່ານໝໍລົງມາປະສົມພັນທຽມໃຫ້

 

ຜົວເພິ່ນໄດ້ມັດງົວແມ່ໄວ້ຂ້າງຮົ້ວ ແລະ ຕອກເຫຼັກກະປູໃສ່ຮົ້ວໄວ້

 

ເມຍຖາມວ່າ: ງົວຜູ້ຄືບໍ່ເອົາມາມັດໃສ່? ແລ້ວເຫຼັກກະປູນີ້ຕອກໄວ້ເຮັດຫຍັງ?

 

ຜົວຕອບວ່າ: ເຂົາບໍ່ໃຊ້ງົວຜູ້ດອກ.... ອັນເຫຼັກກະປູນັ້ນແມ່ນຕອກໄວ້ໃຫ້ທ່ານໝໍເກາະໂສ້ງ 

 

( ຜົວເພິ່ນເຂົ້າໃຈຜິດໜັກໃດຫັ້ນເນາະ ວ່າບໍ)

ຂຽນເມື່ອ ຂຽນເມື່ອ: ພ.ພ.. 3, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

ລອງຂຽນໄປເບິ່ງຕາມຄວາມຄິດ ອິອິ

ບໍ່ໝັ້ນໃຈບໍ່ ວ່າຊິແມ່ນກາບກອນບໍ່ຫັ້ນນະ ເລີຍໃສ່ໝວດຕະລົກສາ ອິອິ 

 

ຕື່ນແຕ່ເຊົ້າ...............ຟ້າວຮີບເຂົ້າ............ເຝົ້າໜ້າຄອມ

ຈົນເດິກດື່ນ................ກໍ່ບໍ່ຍອມ..................ໄກອອກຫ່າງ

ບໍ່ເຮັດແນວຕ່າງ........ມີແຕ່ເຝົ້າ..................ເຂົ້າຫຼິ້ນເນັດ

ບໍ່ຍອມເບັດ...............ໄປທາງໃດ................ນອກຈາກຄອມ

ບໍ່ໄດ້ຍອມ.................ວ່າຊິເມື່ອຍ................ເໜື່ອຍຫົວໃຈ

ແຊັດເຂົ້າໄປ..............ເອົາເຕັມທີ່...............ເຮົາມື້ນີ້

ຢ່າໃຫ້ຫວ່າງ..............ຈະມານັ່ງ.................ບໍ່ໃຫ້ຫ່າງ

ຫັນໄປທາງໃດ..........ບໍ່ມີໃຜ......................ທຳທ່າເຊັງ

ຖ້າຫ່າງໄປໄກ...........ໂອຍຄິດຮອດ............ຢູ່ບໍ່ເປັນ

ຢ່າໃຫ້ເຫັນ................ເດີອິນເຕີເນັດ............ຊິອອນລາຍ ຢູ່ບໍ່ແລ້ວ ອິອິ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 8, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

 ທີ່ມາ: http://webboard.sanook.com/forum/?topic=3548303

 

ຢ່າເບິ່່ງເດີ ອາຍນະ!
ອູຍອາຍເດ
 
ຂຽນເມື່ອ ຂຽນເມື່ອ: ທ.ວ.. 21, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ທີ່ມາ:

http://webboard.sanook.com/forum/?topic=3528867
 























ຂຽນເມື່ອ ຂຽນເມື່ອ: ທ.ວ.. 14, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ທີ່ມາ:

http://webboard.sanook.com/forum/?topic=3527944





































 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 12, 2011 | ມີ 15 ຄຳເຫັນ ແລະ 0 trackback(s)

ທີ່ມາ

http://webboard.sanook.com/forum/?topic=3529146




















 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 20, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ຢູ່ບ້ານແຖບຊົນນະບົດແຫເງໜຶ່ງ ລູກໄພ້ຖືພາ, ພໍ່ປູ່ປ່ວຍໄຂ້ ວ່າຊິເອົາຍ່ຽວໄປກວດ

ລູກໄພ້ເລີຍໄປເຕະຊວດຍ່ຽວຄ້ວາມຕົກ, ເລີຍຍ່ຽວໃສ່ແທນ ພໍພໍ່ຕູ້ໄປກວດມາວ່າຜົນກວດຖືພາ ເລີຍຕົກໃຈແຮງ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 19, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

ທີ່ມາ: http://webboard.sanook.com/forum/?topic=3433517






































 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 19, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ທີ່ມາ: http://webboard.sanook.com/forum/?topic=3429360















 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 12, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ອ່ານຈາກວາລະສານອັບເດດ

 

ທ້າວນ້ອຍຄົນໜຶ່ງກຳລັງຮຽນປໍ1 ຖືກອາຈານຖາມວ່າ:

“ບິດາ ມານດາແມ່ນຫຍັງ?“

ທ້າວນ້ອຍຕອບວ່າ: “ຮຽນອາຈານນ້ອງຕອບບໍ່ໄດ້

ອາຈານເວົ້າວ່າ: “ໄປຖາມພໍ່ແມ່ເບິ່ງເດີ ວ່າ ບິດາມານດາແມ່ນຫຍັງ ແລ້ວມື້ໜ້າມາຕອບອາຈານເດີ!

ທ້າວນ້ອຍຕອບວ່າ: “ໂດຍອາຈານ“

ທ້າວນ້ອຍເລີກຮຽນຮອດບ້ານແລ້ວເຫັນພໍ່ກຳລັງກິນເຫຼົ້າເມົາຢູ່ ທ້າວນ້ອຍເລີຍຖາມພໍ່ວ່າ:

 “ພໍ່ ໆ  ບິດາ ມານດາແມ່ນຫຍັງ ? “

ພໍ່ ເພິ່ນຕອບດ້ວຍສຽ ງແຮງໆ ວ່າ:

“ບິດາກະແມ່ນກູນີ້ເດ! ມານດາກະແມ່ນແມ່ມຶງຫັ້ນເດ “

ມື້ຕໍ່ມາທ້າວນ້ອຍໄປໂຮງຮຽນສາວຄູກໍ່ຖາມວ່າ:

“ທ້າວນ້ອຍ ມື້ນີ້ຕອບອາຈານໄດ້ແລ້ວບໍ່ ວ່າ: ບິດາມານດາແມ່ນຫຍັງ? “

ທ້າວນ້ອຍລຸກຂຶ້ນຕອບ:

“ຮຽນອາຈານນ້ອງຂໍຕອບ: ບິດາກະແມ່ນກູນີ້ເດ,  ມານດາກະແມ່ນແມ່ມຶງຫັ້ນເດ“

ຈົບ ແຮໆ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 26, 2010 | ມີ 12 ຄຳເຫັນ ແລະ 0 trackback(s)

ທີ່ມາ: ຈາກ ອ່ານປື້ມ(ຈັກປື້ມຫຍັງ ລືມລະ ອິອິ) ^^ ໂທດເດີ ຈື່ບໍ່ໄດ້

 

ຊາຍຄົນໜຶ່ງ ເລີກການຊ້າເພາະວຽກຫຼາຍ (ຊິເລົ່າແບບວ່າ: ເລົ່າແທນຊາຍຄົນນັ້ນເດີ)


ຫຼັງຈາກທີ່ ເຄຣຍວຽກຮຽບຮ້ອຍແລ້ວ ຂ້ອຍກໍ່ຮີບຈັບເອົາເອກະສານທັງຫຼາຍທີ່ ມະຍຸມະຍະເຕັມໄປໝົດແລ່ນອອກຈາກຫ້ອງການ ເພາະວ່າ: ຄົນໃນຫ້ອງການເລີກວຽກໝົດແລ້ວ ເຫຼືອແຕ່ຂ້ອຍຜູ້ດຽວ, ຂ້ອຍອູ້ມເອົາເອກະສານແລ່ນອອກໄປທີ່ລະບຽງດ້ວຍຄວາມຟ້າວຟັ່ງ, ຂ້ອຍຕົກໃຈວູບ ນີ້ມັນມືດແລ້ວ, ບໍ່ມີໃຜເຫຼືອຢູ່ຫ້ອງການຈັກຄົນ, ສຽງງຽບຊະງັດ, ຂ້ອຍຈະຕ້ອງຂີ່ລິບລົງໄປຊັ້ນລຸ່ມສຸດພຽງຄົນດຽວ, ພຽງແຕ່ຄິດ ຂົນໜາວກໍ່ແຕກວູບໆ, ແຕ່ເຖີງຢ່າງໃດກໍ່ຕາມຂ້ອຍກໍ່ຕັດສິນໃຈຫອບເອກະສານແລ່ນເຂົ້າລິບ, ກ່ອນທີ່ຈະກົດປຸ່ມລິບໃຫ້ເລື່ອນລົງ ຂ້ອຍຮູ້ສຶກວ່າມີສຽງແລ່ນເຂົ້າມານຳຂ້ອຍໃນລິບ: ຂ້ອຍຫັນໄປເບິ່ງແມ່ນແມ່ຍິງນຸ່ງຊຸດຂາວ, ຜົມຍາວ, ເຮັດຜົມປົກໜ້າ, ຂ້ອຍຄິດໃນໃຈວ່າ: ຕ້ອງແມ່ນແທ້ໆ ຜີແທ້ໆ, ຕ໋າຍ!! ຊິເຮັດແນວໃດດີບາດນີ້???? ຄວາມຮ້ອນອົບເອົ້າໃນຕົວຂ້ອຍໄດ້ເກີດຂຶ້ນ ເຮັດໃຫ້ຂ້ອຍເຫື່ອຍ້ອຍເຕັມຕົວ, ບຶດໜຶ່ງກໍ່ມີກິ່ນເໝັນເນົ່າໂຮຍມາໆໆ, ໂອ໋ຍ!!!! ຂ້ອຍຄິດວ່າຕ້ອງແມ່ນແທ້ໆ ຈົນວ່າເໝັນເນົ່າແລ້ວ, ຄວາມເໝັນອັນຮຸນແຮງໄດ້ກະຈາຍໄປທົ່ວລິບ, ຂ້ອຍເລີ່ມຫາຍໃຈບໍ່ອອກ, ມັນແໜ້ນແຄ້ນໄປໝົດ, ຕໍ່ມາກໍ່ໄດ້ຍິນສຽງຫົວດັງຂຶ້ນຄ່ອຍໆ ອິກໆໆໆ, ສຽງຫົວນັ້ດັງກ້ອງໄປໝົດ, ຂ້ອຍຄິດໃນໃຈວ່າ: ຫຼືວ່າຂ້ອຍກຳລັງຈະຕາຍແລ້ວ? ບຶດໜຶ່ງປະຕູລິບກໍ່ຄ່ອຍໆເປີດອອກມາ, ສຽງຫົວຂອງສາວຜູ້ນັ້ນຍິ່ງດັງແຮງຂຶ້ນ ຮາໆ ແລ້ວລາວກໍ່ເວົ້າຂຶ້ນວ່າ: ຂໍໂທດເດີອ້າຍ! ຄືວ່າ: ນ້ອງຕົດອອກ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 24, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

ທີ່ມາ:

http://webboard.sanook.com/forum/3259557

 




ດ້ານນອກຂອງຫ້ອງນ້ຳ

**************************************





ດ້ານໃນຂອງຫ້ອງນ້ຳ
 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 3, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

ທີ່ມາ:

http://webboard.sanook.com/forum/?topic=3223218

 


















 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 2, 2010 | ມີ 22 ຄຳເຫັນ ແລະ 0 trackback(s)

ຈາກ:

http://webboard.sanook.com/forum/3210654

 

ຫາກຜິດພາດປະການໃດຂໍອະໄພ.

 

 



























 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 28, 2010 | ມີ 16 ຄຳເຫັນ ແລະ 0 trackback(s)

ທີ່ມາ:

http://webboard.sanook.com/forum/3187085

 

 

 

q*003

 

q*003

q*003

q*003

q*003

 

q*003

q*003

q*003

 

q*003

 

q*003




ຂຽນເມື່ອ ຂຽນເມື່ອ: ສ.ຫ.. 24, 2010 | ມີ 13 ຄຳເຫັນ ແລະ 0 trackback(s)

ທີ່ມາ:

http://webboard.sanook.com/forum/3174424

 

ໃນຕອນແລງວັນໜື່ງຄູຈຽບໄດ້ເອີ້ນເດັກນັກຮຽນອະນຸບານມາຫຼິ້ນເກມໃນເວລາຫວ່າງ


ຄູຈຽບ    :  ເດັກໆໆນ້ອຍເອີຍ!!! ມາທາງນີ້ ຄູມີຫຍັງມວ່ນໆໃຫ້ຫຼິ້ນ!


ເດັກນ້ອຍ        :  .................................(ບໍ່ມີສຽງຕອບຮັບຫຍັງເລີຍ)


ຄູຈຽບ    :  ມາໄວໆ ໃຜມາຮອດກ່ອນຄູມີເຂົ້າໜົມໃຫ້ເດີ


 ເດັກນ້ອຍ           :  ............................................................
 


ຄູຈຽບແປກໃຈເລີຍຍ່າງໄປເບິ່ງ ແລ້ວກໍ່ເຫັນເດັກນ້ອຍລວມກັນຢູ່

 

ເຊິ່ງກຳລັງເບິ່ງສິ່ງໃດສິ່ງໜື່ງຢ່າງນ້າສົນໃຈ.


 



ຄູຈຽບ                       :  ເບິ່ງຫຍັງກັນນໍ!!(ສຽງສູງ)


ເດັກນ້ອຍຊື່ ອາລົມ:     :  ຢ່າຟ້າວສຽງດັງເດີຄູ ດຽວຈັກໜ້ອຍມັນຊິຕົກໃຈ.


ຄູຈຽບ:                       ແມ່ນຫຍັງ?.... ແມ່ນຫຍັງຕົກໃຈ?


ເດັກນ້ອຍຊື່ ພອຍ :       ຄັນຄາກຕົກໃຈເດີ..ເປັນຄັນຄາກທີ່ມີນ້ຳໃຈດ້ວຍເດີ!!!!


ຄູຈຽບ                      : ໃສໆ??? ມີນ້ຳໃຈແນວໃດ?


ເດັກນ້ອຍຊື່ ຕົ້ນກ້າ      :  ນີ້ເດ ມັນແບກນ້ອງຕົວນ້ອຍໆໄວ້ທາງຫຼັງ
 

ຄູຈຽບເບິ່ງເດັກນ້ອຍຊີ້ມືກໍ່ເຫັນພາບນີ້:........ ແລ້ວສຽງສູງ! ອູ໋ຍຍຍຍຍຍຍ!!!!!!!!


ເດັກນ້ອຍຊື່ ທ້າວອາລົມ  :  ມັນມີນ້ຳໃຈເດີນ້ອງມັນຕົວນ້ອຍເວລາຍ່າງຈະເມື່ອຍ ອ້າຍມັນເລີຍແບກນ້ອງໄວ້.


ເດັກນ້ອຍຊື່ເອີນ:               ມັນແບກແຕ່ດົນແລ້ວບໍ່ຈົ່ມເລີຍເດີຄູ ມີນ້ຳໃຈຫຼາຍໆເນາະ.


ຄູຈຽບ:                            ໂດຍ!!! ມີນ້ຳໃຈກໍ່ມີນ້ຳໃຈ!!!!!!!! ເຮີ່!!!! ເດັກເອີຍ ເດັກນ້ອຍ!!!!!!!


 


ຂຽນເມື່ອ ຂຽນເມື່ອ: ມ.ສ.. 29, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ຕອນໄປເຝິກງານພ້ອມກັບໝູ່ 30 ກວ່າຄົນ,​ ອາຈານໃຫ້ເຮັດ ກິດຈະກຳ ຂຸດຂຸມສ້າງ ສຳຫຼວດແຮ່, ຜູ້ຊາຍທັງຫຼາຍເປັນຜູ້ຂຸດ ປ່ຽນກັນລົງເທື່ອລະຄົນ, ສ່ວນຜູ້ຍິງຊ່ວຍກັນດຶງດິນຂື້ນມາ, ບາດນີ້ ຮອດຜຽນ ທ. ຊ ລົງຂຸດບາດນີ້, ເພິ່ນຂຸດໄປເມື່ອຍໄປ ລະຕົດອູ໋ດໃສ່ເພິ່ນເອງ, ກິ່ນມັນຮຸນແຮງຈົນເພິ່ນອົດບໍ່ໄດ້ຕີ, ເພິ່ນ ຮີບກະໂດດ ຕີລັງກາ ຂື້ນມາຈາກຂຸມສ້າງ ຂື້ນມາຮອດປາກຂຸມສ້າງ ເພິ່ນກໍ່ນັ່ງກ່າງຂາອ້າຢູ່ ພ້ອມຫາຍໃຈເມື່ອຍ, ປ໋າດທີໂທເອີຍ! ອ້ອງໂສ້ງເພິ່ນ ຂາດໆໆ ວົງກວ້າງຈົນເກືອບໝົດໂສ້ງ, ພວກຂ້ອຍພາກັນຫົວຈົນເຈັບທ້ອງ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 28, 2010 | ມີ 30 ຄຳເຫັນ ແລະ 0 trackback(s)

ກ່ອນແຕ່ງງານ ໃຫ້ອ່ານແຕ່ເທິງນີ້ລົງລຸ່ມ:

ຊາຍ: ແມ່ນແລ້ວໃນທີ່ສຸດກໍ່ເຖີງເວລາທີ່ຂ້ອຍລໍຖ້າບໍ່ໄຫວແລ້ວ.

ຍິງ:   ເຈົ້າຄິດຈະເລີກກັບຂ້ອຍບໍ່?

ຊາຍ: ບໍ່ ແນ່ນອນ!! ຢ່າ ແມ່ນແຕ່ຈະຄິດ.

ຍິງ:   ເຈົ້າຍັງຮັກຂ້ອຍຢູ່ບໍ່?

ຊາຍ: ແນ່ນອນ.

ຍິງ:   ເຈົ້າເຄີຍຄິດຈະເອົາປຽບຂ້ອຍບໍ່?

ຊາຍ: ບໍ່ມີທາງ! ເປັນຫຍັງເຈົ້າຈິ່ງຖາມແບບນັ້ນ

ຍິງ:   ເຈົ້າຈະຈູບຂ້ອຍບໍ່?

ຊາຍ: ໄດ້ແທ້

ຍິງ:    ເຈົ້າຈະທຳຮ້າຍຂ້ອຍບໍ່?

ຊາຍ: ບໍ່ມີທາງ ຂ້ອຍບໍ່ແມ່ນຄົນແບບນັ້ນ

ຍິງ:   ຂ້ອຍໄວ້ໃຈເຈົ້າ

ທ່ານຜູ້ຊົມເອີຍ!!! ຫຼັງແຕ່ງງານແລ້ວໃຫ້ອ່ານແຕ່ລຸ່ມຂື້ນເທີງເດີ ຮາໆໆໆໆໆໆໆໆ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 3, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

 

ຍາມໜາວສາວນອນຄົດ...........ຕົດໃນມຸ້ງຍຸງບິນໜີ...

ຍາມໄດ້ຕົດແສນສົດຊື່ນ..............ລະລື່ນຕູດ

ຍາມໄດ້ສູດກິ່ນຕົດ.....................ຊ່າງສົດໃສ

ຍາມຢາກຕົດ ບໍ່ໄດ້ຕົດ...............ຫົດຫູ່ໃຈ

ໂທ້ ອຸ໋ຍຕາຍ ເຜີຕົດແຮງ...........ຂີ້ແຕກເລີຍ

ຄິດຮອດເຈົ້າ.............................ຕອນຂ້ອຍຕົດ

ຂ້ອຍແທບອົດ..........................ຕົດກັ້ນບໍ່ໄຫວ

ເຈົ້າໄດ້ຍິນສຽງ.........................ແລ້ວຍ່າງຈາກຂ້ອຍໄປ

ຂ້ອຍແທບຂາດໃຈ....................ນັ່ງດົມຕົດຢູ່ຄົນດຽວ.

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 1, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

ໃນລົດເມທີ່ຄັບແຄບ ກໍ່ມີສຽງຕົດດັງຂື້ນ ປາດ!!!! ປາດ!!!! ພ້ອມດ້ວຍກິ່ນເໝັນ ຮືງມາ ປານຊົບເນົ່າ, ຜູ້ໂດຍສານທຸກຄົນພາກັນອັດດັງ ແລ້ວ ເວົ້າວ່າ: ໃຜຕົດຫວາ, ທັງແອດ ລົດກໍ່ອົດບໍ່ໄດ້ ຈິ່ງເວົ້າວ່າ: ໃຜຕົດລົງທີ ປ້າຍລົດເມເດີ, ບໍ່ພໍຄາວໜື່ງ ກໍ່ມີແມ່ຕູ້ຄົນໜື່ງ ພາຍຖົງມະລຸງຄຸງຄັງຍ່າງອອກມາປາກປະຕູລົດແລ້ວເວົ້າວ່າ: ຈອດເດີ ຊິລົງ

ແອດລົດເລີຍເວົ້າວ່າ: ແນໆ ແມ່ຕູ້ຕົດແມ່ນບໍ່?

ແມ່ຕູ້ຕອບວ່າ: ບໍ່ນ໋າ ບໍ່ໄດ້ຕົດ

ແອດລົດເວົ້າວ່າ: ບໍ່ເຊື່ອນະ ທຳມະດາ ແມ່ຕູ້ຍັງບໍ່ລົງນ໋າ, ປ້າຍລົດເມກະຍັງບໍ່ຮອດ.

ແມ່ຕູ້ຕອບວ່າ: ກູບອກວ່າບໍ່ໄດ້ຕົດກະບໍ່ໄດ້ຕົດຕີ,  ກູຂີ້ແຕກນະ.

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 27, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

ໃນຫ້ອງຮຽນຂອງນັກຮຽນມໍ 1, ອາຈານໄດ້ຖາມນັກຮຽນຍິງຄົນໜື່ງວ່າ: ນາງ ນ້ອຍ: ນ້ຳເຊື້ອແມ່ນຫຍັງ?

ນາງນ້ອຍ: ກໍ່ຮີບລຸກຂື້ນຕອບວ່າ: ຮຽນອາຈານນ້ອງຂໍຕອບ: ນ້ຳ ເຊື່ອ ແມ່ນນ້ຳຍ່ຽວ, ສຽງຫົງໂຫ່ຮ້ອງຂອງນັກຮຽນດັງຂື້້ນທົ່ວຫ້ອງ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 5, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ມື້ນັ້ນເຂົາເຈົ້າກິນເຂົ້າກິນເບຍນຳກັນ. ໃນນັ້ນກໍ່ມີເມນູໄກ່ນຳ, ອ້າຍ(ກ) ເລີຍເວົ້າວ່າ: ຂ້ອຍກິນໄກ່ບໍ່ໄດ້ເດີ ຂ້ອຍເປັນປະດົງ, ທ. (ຂ) ເລີຍຮ້າຍໃຫ້ລາວວ່າ: ກິນເຂົ້າຢູ່ເຮືອນແທ້ໆ ຍັງເວົ້າວ່າ: ປ່າດົງ ປ່າດົງຢູ່ ບໍ່ມີປ່າດົງນ໋າ ແຖວນີ້, ແລ້ວລາວກໍ່ຫຼຽວເຫັນເຄື່ອງນຸ່ງອ້າຍ(ກ) ເຮ່ຍລົງພື້ນແລ້ວເວົ້າວ່າ: ເອ໋ ຂອງເຈົ້າຕົກໃດຫັ້ນ, ທ. (ຂ) ກໍ່ເລີຍຮ້າຍໃຫ້ລາວວ່າ: ຂອງຂ້ອຍກະຢູ່ນຳຂ້ອຍຕວະ ມັນຊິໄປເຮ່ຍຢູ່ໃສ. ພວກຂ້ອຍກໍ່ພາກັນຫົວຮາໆໆໆໆ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 27, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ກ່ອນອື່ນໝົດຂໍຖາມແດ່: ຂຽນໄດຮສາດີ່ຫຼາຍ ບໍ່ເປັນຫຍັງຫວາ? ຍັງມີອີກຫຼາຍເລື່ອງເລົ່າໃດ?
ຂ້ອຍມີໝູ່ຜູ້ຊາຍຜູ້ໜື່ງເລົ່າໃຫ້ຟັງວ່າຕອນຍັງນ້ອຍ: ລາວແອບປິ໋ງສາວຜູ້ໜຶ່ງແຮງໆ, ຫຼົງມັກແຮງໆວ່າຊັ້ນສ໋າ, ມື້ໜື່ງລາວໄດ້ໄປຂີ້ໃສ່ ຫວ້ຍ , ພໍເອີນສາວຄົນນັ້ນຍ່າງມາກັບໝູ່ພໍດີ, ລາວຫຼຽວເຫັນກໍ່ເລີຍຄິດໃນໃຈວ່າ: ຕາຍກູ ໆໆໆໆ ຊິເຮັດແນວໃດດີ, ຫຼັງຈາກນັ້ນລາວກໍ່ທຳທ່າງົມໄປງົມມາ ລອຍໄປລອຍມາ,​ ພໍດີຜູ້ສາວກໍ່ມາຮອດ, ລາວກໍ່ຮີບຫຼຽວໄປເບິ່ງຜູ້ສາວ ແລ້ວເວົ້າຂື້ນວ່າ: ຂ້ອຍງົມປາເດີ , ທັງທີ່ພວກຜູ້ສາວບໍ່ໄດ້ຫັນມາຖາມເພິ່ນເລີຍ, ຮາໆໆໆໆ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 27, 2010 | ມີ 3 ຄຳເຫັນ ແລະ 0 trackback(s)
ຕອນຮຽນມໍປາຍຢູ່ ມສ ອານຸ ເມືອງວຽງໄຊ ເມືອງແຫ່ງປະຫວັດສາດຖ້ຳທ່ານຜູ້ນຳ, ມີຖ້ຳໜຶ່ງຊື່ຖ້ຳແມ່ໝ້າຍ, ເຊິ່ງຕອນນີ້ປ່ຽນຊື່ມາເປັນຖ້ຳຜາທ້າວແລ້ວ, ຖ້ຳນີ້ໄດ້ຖືກກ່າວຂານເລົ່າລືມາວ່າ: ແຕ່ກີ້ແຕ່ກ່ອນເຄີຍມີໜໍ່ຄຳ. ມື້ໜື່ງຕອນພັກຜ່ອນເຂົ້າຫ້ອງຮຽນນັ້ນ, ໝູ່ພວກຂ້ອຍຫຼາຍຄົນພາກັນຍ່າງໄປຫຼິ້ນຖ້ຳແຫ່ງນັ້ນ ອ່າວມືດໜ້ອຍໜື່ງຕອນນັ້ນບໍ່ທັນໄດ້ໃສ່ດອກໄຟ, ໝູ່ຜູ້ໜື່ງເລີຍຮ້ອງໂວຍວາຍມາໃສ່ພວກຂ້ອຍວ່າ ໂອຍຂ້ອຍຢຽບໜໍ່ຄຳ, ພວກຂ້ອຍເລີຍເວົ້າວ່າ: ໃສໆ, ບຶດໜື່ງກິ່ນເໝັນໄດ້ໂຮຍມາ, ແລ້ວເພິ່ນກໍ່ເວົ້າວ່າ: ເຮີຍກູຢຽບຂີ້, ພວກຂ້ອຍກໍ່ພາກັນແລ່ນໜີປະເພິ່ນເພາະກິ່ນເໝັນຫຼາຍ, ເພິ່ນກໍ່ແລ່ນນຳກົ້ນພວກຂ້ອຍແລ້ວພາກັນຫົວຈົນເຈບທ້ອງ. (ແຕ່ຄວາມຈິງເມືງວຽງໄຊເປັນແຫຼ່ງທ້ອງທ່ຽວທີ່ສວຍງາມຝັງໃຈບໍ່ລືມເລືອນໃດ). ສ່ວນໜໍ່ຄຳທີ່ເວົ້ານີ້ເຂົາເຈົ້າອານາໄມສະອາດໝົດແລ້ວ.
ຂຽນເມື່ອ ຂຽນເມື່ອ: ມ.ກ.. 27, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

ຕອນຍັງນ້ອຍມັກປີນຕົ້ນສີດາຍາມເດືອນ8ຂື້ນໄປເພາະໄດ້ກິນໝາກສີດາຫຼາຍ, ພາກັນປີນຂື້ນໄປບັກຫຼາຍໆຄົນທັງຍິງທັງຊາຍ, ກະພາກັນເວົ້າວ່າ: ຢ່າຢ້ຽມໃດ ລະວັງໃດ, ພາກັນຍືນປິດໝາກສີດາ ງ່ານັ້ນໄປຫາງ່ານີ້,​ ໝູ່ບາງຄົນກະພາກັນຖ້າຢູ່ລຸ່ມໃຫ້ໝູ່ຢູ່ເທິງປິດລົງມາໃຫ້ກິນ,​ ມີໝູ່ຜູ້ຊາຍຄົນໜຶ່ງ ເພິ່ນອ້າງວ່າປີນຕົ້ນໄມ້ເກັ່ງນີ້ລະ ເພິ່ນກໍ່ໄດ້ເຕັ້ນຂະເຍົ່າ ຕົ້ນສີດາ ແລ້ວເວົ້າວ່າ: ແປງຮ່າງ ໂຈເລັນເຈີ(ທຳທ່າສິກາຍເປັນຄົນເຫຼັກນີ້ລະ) ພໍດີຕົ້ນສີດາງ່ານັ້ນພັດຫັກ ຄວກຄາກລົງມາ, ເພິ່ນຈັບເອົາຫຍັງບໍ່ທັນ ກໍ່ເລີຍ ຕົກເປັກ ລົງມາພື້ນດິນ ມືມຸບແອວຢູ່ ແລ້ວຄາງໂອຍໆ ຕີແອວໃຫ້ແດ່ຕີແອວໃຫ້ແດ່? ຕອນນັ້ນໃຜກໍ່ພາກັນຕົກໃຈດອກ ແລ້ວ ເຫດການແລ້ວໄປແລ້ວ ພາກັນເລົ່າຄືນ ແລ້ວຫົວຂວັນເພິ່ນ,​ ລູກສາວລຸງ ເປັນຄົນອ້ວນໆ ກໍ່ຕົກຕົ້ນສີດາຄືກັນ ພໍເອີນຕົກລົງມາກໍ່ນັ່ງຢູ່ພື້ນດິນເລີຍ ແຕ່ຕົກຈາກທີ່ສູງເຮັດໃຫ້ແຄ້ນເວົ້າຫຍັງບໍ່ໄດ້ ຕາກໍ່ເລືອກ ແຕ່ລາວຈັບເອົາໝູ່ຢູ່ຂ້າງ, ໝູ່ຜູ້ນັ້ນເຫັນຕາລາວເລືອກ ເລີຍຕົກໃຈຮ້ອງໄຫ້ຂື້ນມາຢ່າງແຮງ. (ຄິດວ່າເປັນຜີແລ້ວ) ອິອິອິ ຊິຕາຍຍ້ອນຢາກກິນໝາກສີດາ ຕອນນັ້ນກະມ່ນໃດ....


 
ຂຽນເມື່ອ ຂຽນເມື່ອ: ມ.ກ.. 26, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ຕອນຮຽນຢູ່ມໍປາຍ ໝູ່ຂຽນຄຳທວາຍແລ້ວພັບເຈ້ຍ ຖີ້ມມາໃຫ້ ເຮົາກໍ່ເປີດອ່ານ ແລະ ມີຄຳຖາມຢູ່ໃນຫັ້ນວ່າ:​ ໝາ 3 ຂາ ແມ່ນຫຍັງ? ເຮົາກໍ່ເລີຍຂຽນ ຕອບເພິ່ນໄປວ່າ:  ກະແມ່ນ ໝາຂາກຸດ ແມ່ນບໍ່? ເພຶ່ນກະຂຽນ ພັບໃສ່ເຈ້ຍມາໃຫ້ວ່າ: ຜິດ ບໍ່ແມ່ນໃດ ໝາ 3 ຂາ ແມ່ນໝາຍ່ຽວ. ຮາໆໆໆໆ