ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 12, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ອ່ານຈາກວາລະສານອັບເດດ

 

ທ້າວນ້ອຍຄົນໜຶ່ງກຳລັງຮຽນປໍ1 ຖືກອາຈານຖາມວ່າ:

“ບິດາ ມານດາແມ່ນຫຍັງ?“

ທ້າວນ້ອຍຕອບວ່າ: “ຮຽນອາຈານນ້ອງຕອບບໍ່ໄດ້

ອາຈານເວົ້າວ່າ: “ໄປຖາມພໍ່ແມ່ເບິ່ງເດີ ວ່າ ບິດາມານດາແມ່ນຫຍັງ ແລ້ວມື້ໜ້າມາຕອບອາຈານເດີ!

ທ້າວນ້ອຍຕອບວ່າ: “ໂດຍອາຈານ“

ທ້າວນ້ອຍເລີກຮຽນຮອດບ້ານແລ້ວເຫັນພໍ່ກຳລັງກິນເຫຼົ້າເມົາຢູ່ ທ້າວນ້ອຍເລີຍຖາມພໍ່ວ່າ:

 “ພໍ່ ໆ  ບິດາ ມານດາແມ່ນຫຍັງ ? “

ພໍ່ ເພິ່ນຕອບດ້ວຍສຽ ງແຮງໆ ວ່າ:

“ບິດາກະແມ່ນກູນີ້ເດ! ມານດາກະແມ່ນແມ່ມຶງຫັ້ນເດ “

ມື້ຕໍ່ມາທ້າວນ້ອຍໄປໂຮງຮຽນສາວຄູກໍ່ຖາມວ່າ:

“ທ້າວນ້ອຍ ມື້ນີ້ຕອບອາຈານໄດ້ແລ້ວບໍ່ ວ່າ: ບິດາມານດາແມ່ນຫຍັງ? “

ທ້າວນ້ອຍລຸກຂຶ້ນຕອບ:

“ຮຽນອາຈານນ້ອງຂໍຕອບ: ບິດາກະແມ່ນກູນີ້ເດ,  ມານດາກະແມ່ນແມ່ມຶງຫັ້ນເດ“

ຈົບ ແຮໆ

Delicious Digg Fark Twitter