ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 20, 2013 | ມີ 12 ຄຳເຫັນ ແລະ 0 trackback(s)

 ມື້ນີ້ໄປຫຼິ້ນທາງຕາດຍາວ ( ເມືອງນາຊາຍທອງ ), ຮອດສາມແຍກປ້າຍທາງເຂົ້າຕາດຍາວ, ລ້ຽວຊ້າຍລົງໄປໜ້ອຍໜຶ່ງ, ຍັງບໍ່ທັນມີປ້າຍ ເຂົາເຈົ້າເຮັດເປັນແບບຄອບຄົວ, ຂ້ອຍເອີ້ນເອງວ່າ: ສວນອຸທິຍານອັດສະຈັນ :) ພໍແຕ່ໄປຮອດກໍ່ກິນປີ້ງປານິນ, ປາດຸກ, ປາບູ່ໃຫຍ່ ເຂົາເຈົ້າປີ້ງໄວ້ແລ້ວ, ແກງໜໍ່ໄມ້ ທີ່ຫາມາຈາກບ່ອນນັ້ນ, ກິນເບຍໜ້ອຍໜຶ່ງ ເພາະກິນຫຼາຍບໍ່ໄດ້ ຢ້ານເມົາ ແຮໆ, ໄປນຳເອື້ອຍຮັກ, ໝູ່ຂອງເພິ່ນຕ້ອນຮັບຢ່າງດີ, ເປັນກັນເອງ ແລະ ເຮັດໃຫ້ຮູ້ສຶກດີທີ່ສຸດ, ຫຼັງຈາກກິນເຂົ້າແລ້ວຂ້ອຍກໍ່ຍ່າງລົງໄປເລາະເບິ່ງແຖວລຸ່ມ, ມີໜອງປາ ມີປາຫຼາຍໆ, ມີຄືຕາດນ້ອຍໆ ນ້ຳໄຫຼຜ່ານຫີນ, ມີໄກ່, ໄກ່ຕັອກ, ມີເປັດ, ນົກກະທາ, ສະອອນປາຫຼາຍໆລອຍເປັນຝູງໄປມາ, ນ້ຳໃສໆ, ຂ້ອຍຍ່າງໄປຕໍ່ ອ້າວ! ມີນົກຍາງຢູ່ຄີມໜອງ ແຕ່ເປັນນົກຍາງປັ້ນງາມໆ, ຂ້ອຍປະທັບໃຈຫຼາຍ, ຂ້ອຍຫຼຽວເບິ່ງທີ່ຕູບທີ່ງົດງາມ ມີດອກໄມ້ອ້ອມໄປໝົດ, ຂ້ອຍແອບຖ່າຍຮູບເອົາໂຕເປັດສອງ-ສາມໂຕທີ່ຍ່າງໄປມາເທິງຕູບອັນງົດງາມ ປານພະລາດຊະວັງຂອງມັນ ອິອິ, ຂ້ອຍຍ່າງໄປອີກ ເຫັນຊ້າງນ້ອຍປັ້ນ, ເຫັນກວາງປັ້ນ, ຂ້ອຍຍ່າງເລາະລົງໄປແຖວປ່າໃກ້ກວາງປັ້ນ ຂ້ອຍເຫັນຕໍຕົ້ນໄມ້ໃຫຍ່ຕົ້ນໜຶ່ງ ໂດກແລ້ວ ເຫຼືອແຕ່ຕໍ ຂ້ອຍຍ່າງເຂົ້າໄປຢ້ຽມເບິ່ງກາງຕໍ ມີດອກໄມ້ງາມປົ່ງຂຶ້ນກາງຕໍໄມ້ນັ້ນ ແຕ່ເອະ ຂ້ອຍແປກໃຈ ຂ້ອຍເຫັນໄຂ່ໜ່ວຍໜຶ່ງສ່ຳໄຂ່ໄກ່ ວາງຢູ່ກາງຕໍໄມ້, ບຶດໜຶ່ງຂ້ອຍກໍ່ຂ້າມຂົວໄປເບິ່ງນົກກະທານ້ອຍ ໜ້າຮັກ ໜ້າຮັກ ມີໂຕຂາວ ໂຕລາຍ ແລະ ມີໄຂ່ນຳອີກ, ຂ້ອຍຍ່າງກັບມາເລົ່າສູ່ເຂົາເຈົ້າຟັງ, ເຂົາເຈົ້າເວົ້າວ່າ: ອໍ ໄຂ່ນັ້ນແມ່ນເປັນບິນຂຶ້ນໄປໄຂ່ໃສ່ :), ແຕ່ກີ້ແຕ່ກ່ອນບ່ອນນັ້ນເປັນປ່າດົງ ບໍ່ເປັນຕາຢູ່ດອກ ເບິ່ງຄືເປັນຕາຢ້ານ ແຕ່ຍ້ອນເຫື່ອແຮງຜົວເມຍຕຳຫຼວດບຸກເບີກຂຸດແປງ, ຕົບແຕ່ງຈົນງາມເກືອບວ່າປານອຸທິຍານໃນຝັນ, ຕອນນີ້ຍັງບໍ່ທັນຂຶ້ນປ້າຍເທື່ອ ຖ້າຂຶ້ນປ້າຍຊິບອກວ່າສວນຫຍັງ, ບອກໄດ້ວ່າໄປທາງຕາດຍາວ ຢູ່ໃກ້ປ້າຍສາມແຍກ ແຕ່ຕອນນີ້ເຂົາເຈົ້າເຮັດເປັນແບບຄອບຄົວ ( ບອກໄດ້ວ່າຂ້ອຍປະທັບໃຈຫຼາຍກັບທີ່ນີ້ ບໍ່ຕ້ອງໄປທ່ຽວໄກ ແຕ່ກໍ່ປະທັບໃຈໄດ້ ) ຖາມເຈົ້າຂອງສວນວ່າ: ຖ້າພາຫຼາຍຄົນມາທ່ຽວຈະມີການຂາຍເຄື່ອງແບບໃດ? ເພິ່ນຕອບວ່າ: ສ່ວນຫຼາຍເຂົາເຈົ້າກໍ່ຈະກຽມເຄື່ອງຂອງມາເອງ ແລ້ວທາງເຮົາກໍ່ຈະລົງເອົາປາໃຫ້ ຂາຍເປັນກິໂລລະສິບຫ້າພັນກີບ ( ຖືກດີ ເປັນປາທຳມະຊາດ ແຊບດີ :)

ຍ້ອນການອອກແຮງສູ້ຊົນຂອງຄອບຄົວນີ້ຈິ່ງເຮັດໃຫ້ໄດ້ຮັບການຍ້ອງຍໍເປັນຄອບຄົວແບບຢ່າງຈາກ ພັກ-ລັດ ແລະ ກົມກອງ :)
 
Delicious Digg Fark Twitter