ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 27, 2013 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ກາຍຂ້ອນຄືນໄປແລ້ວ..

 

..
ຂຽນເມື່ອ ຂຽນເມື່ອ: ມ.ນ.. 1, 2013 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 27, 2013 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 27, 2013 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 26, 2012 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 2, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 23, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 22, 2012 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 22, 2012 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 10, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 8, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ຂໍມອບໄວ້ໃຫ້ແກ່ທຸກຄົນ!!
ໃນນາມ ຂາເຕົ່າ.

ເປັນກາພຍ໌ກອນແບບຜສົມ...

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 28, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ເປັນໂຄງເຈັດ, ຄວາມນຶກຄິດມາຈາກເສັ້ນທາງສາຍນັ້ນ ທີ່ໄດ້ໄປຜ່ານກາຍ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 28, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ເອົາມາແບ່ງປັນໃຫ້ອ່ານນຳ

ໃນນາມ ໝາມໄຜ່.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 21, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 21, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເປັນກາພຍ໌ກອນ ທີ່ພຍາຍາມຂຽນຂື້ນມາໃໜ່ໆ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 25, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ແມ່ນໂຄງ ມະຫາຈິຕລະດາໃ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 1, 2012 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 30, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເປັນກອນເເປດ ທີ່ແອບຂຽນໃໜ່ນຳທ່ານອາຈານຜູ່ຮູ້ຫຼັກການຂີດຂຽນ

ເປັນກອນປະເພດເກົ່າແກ່ຂອງລາວເຮົາ ທີ່ເອີ້ນວ່າ ກົລບົທ ມ້າທຽມຣົຖ!



ເຊີນຕິດຕາມອ່ານແລະຫາຄວາມອອນຊອນນຳສມັຍເກົ່າ

.

ຂຽນເມື່ອ ຂຽນເມື່ອ: ພ.ພ.. 24, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 22, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ແມ່ນຮຽນມານຳອາຈານ ຂຽດຂາຄຳ.
 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 19, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 1, 2012 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

khatao said...
ກົກຈໍາປາເກົ່ານັ້ນ..............ເຂົາຂຸດກົ່ນເລຂາຍ
ສົ່ງຂ້າມຂອງເປັນກວຽນ........ແຕ່ເໝືອເຖິງໃຕ້
ເງິນຄໍາແກ້ວ....................ເກິນຈໍາປາແສນຄ່າ
ໃຈລາວໃໜ່ເຂັ່ນຂ້າ............ຈໍາປາແກ້ວຄູ່ໃຈ.

ຍາມນີ້ບໍ່ແຕ່ຈໍາປາຫັ້ນ..........ຜັນຜາດເສັຍສີ
ພຣະກະຈາຍພຣະຫຼວງ.......ຂາດກະສຽນເສັຍສ້ຽງ
ໃສບາບໝາຝາຄັ້ງ.............ສັງບໍ່ມວນໃຫ້ມ້ວນມັ່ງ
ຊັງຄົນເຫັນແກ່ແຕ່ໄດ້..........ທໍາລາຍມ້າງຮີດຄອງ.

ເບິ່ງແມ ພວກພີ່ນ້ອງ............ບໍ່ກ້າວ່າຈາກັນ
ໃຜກະອໍາຄໍາໃຜ...............ຫວາດກົວເກັງຢ້ານ
ຫາກໃຜຫານຈາເວົ້າ..........ຄວາມຈິງເຄິຍເຫັນແຈບ
ຫຼືລ່ອງຂອງຟາດຟົ້ງ..........ຟູຂື້ນຢູ່ຫຼີ່ຜີ.

ອາດຍາໃຫຍ່ທຸກເຂດບ້ານ.....ພາກັນຮັກແພງຖນອມ
ແພງແຕ່ພຸງໂຕເອັງ.............ແລະເຜົ່າພັນພົງເຊື້ອ
ທີ່ອິງກັນປານໜໍ້................ໃນຊາມຕຼາດໃຫຍ່
ຂາຍກັນໜົດບໍ່ເຕື້ອງ...........ເຄືອງແຄ້ນແຕ່ຢ່າງໃດ.

ກົກຈໍາປາທີ່ກ່າວເວົ້າ..........ຍັງເຫັນເງົາມັນຫຼືບໍ່
ຫຼືຮາກຖອນກົ່ນປີ້ນ...........ຂາຍຂ້າມຝັ່ງຂອງ..ແຕ່ນານແລ້ວ!


June 14, 2011 6:24 AM
ຫຼັງມ່ານຮົ້ວເຫຼັກ, ໒໑.໑໒.໒໐໑໑.
ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

khataoJun 16, 2011 03:07 AM
ຍູງທັງຮີ້ນ.................ປີງເຂັມຄ້າວໃຫຍ່
ໝັງຄວາຍຄົນ..........ໜູ່ສັດເສືອຮ້າຍ
ພາກັນແຫ້ນ............ເຈາະໝັງດູດເລຶອດ...ມ່ອມເອີຍ
ເພື່ອສືບເຊື້ອ............ເຂົາໃຫ້ຢູ່ຍືນ.

ສັງວ່າຄວາຍລົງໜົ້ນ.................ຕົມເໜັນວ່າຊົ່ວ
ຄວາຍຊາດມັນຫາກແບບນັ້ນ....ໝີເວັ້ນໜູ່ແມງ

ປີງທີ່ມາຈັບຕ້ອງ.............ດູດເລຶອດພຽງໃດ
ຄວາຍກໍຝັງໂຕຈົມ..........ແຊ່ໃນຕົມນັ້ນ
ເພາະວ່າເປັນນິສັຍດັ້ງ....ເດີມດາມາແຕ່ເຊັ່ນ
ສາວໃດລົງຫຼີ້ນນ້ຳ ..........ກະສ່ຽງແທ້ແຂ້ປີງ.

ຫາກປຽບຄົນໃສ່ສັດເຊື້ອ...ຕ້ອຍຕ່ຳເກິນດິນ
ຄົນຢູ່ກິນນຳດິນ....................ຂີ້ຕົມສໜົມຫັ້ນ
ຂຸດຂົນຂີ້...............................ງົວຄວາຍມາເປັນຝຸ່ນ
ປູກຜັກເຂົ້າແລະໜາກໄມ້..ໃຫ້ຍາເຈົ້າພ່າງກິນ.

ບໍ່ຖາມຫາຄ່າໜື້..................ດິນຕົມສໜົມມຶ່ນ
ທັງຂີ້ມ້ຽງ.............................ເໜັນຕື້ຕ່ອມດັງ


ຫາກວ່າສາວຫຼົງກົ້ວ...........ຕົມເໜັນແນວເໝົ່າ
ເພາະເຫດຜົນຢາກກົ້ວ......ເອົາຕົວໃຫ້ຕ່ຳຊາມ

ກໍເປັນຄຳປະນາມຖີ້ມ..........ຖົມທັບກະເໜາະສົມ..ບໍເດ
ຄວນຈະເພທາງຄິດ.............ຊ່ອຍຊູໃຫ້ນາງເວັ້ນ
ໝີໄພຮ້າຍ...........................ສັງຄົມຊາດຊົ່ວ
ກັບຫາຕົມກິ່ນກົ້ວ.................ຍາມດຳຈີ້ມເຂົ້າລົງ.

ໃຫ້ມັນສູງໃຫຍ່ຂື້ນ..............ເປັນໝໍ່ນາມດິນ
ທີ່ໃຫ້ຄວາມສົມດູນ..............ແກ່ພົງພັນເຊື້ອ
ອາສັຍພື້ນ.............................ດິນຕົມສໝົມເໝົ່າ
ປູກເຂົ້າແກ້ວ........................ຖຫວາຍໃຫ້ໃສ່ພາ..ແຫຼ້ວເອີຍ.
ເກັບມາໃຫ້ອ່ານຫຼີ້ນນຳກັນ!ເປັນກອນນື່ງທີ່ໃຊ້ຂາເຕົ່າເຄັ່ຍ!
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 22, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ນານບໍ່ໄດ້ມາຫາ..

ມອບໃຫ້ແກ່ທຸກຄົນທີ່ຍັງຮກກາພກອນລາວ...

 

ການຂີດຂຽນຂອງຂ້ອຍ...............ເໝືອນໄກ່ຂັນໄກ
ສຽງບໍ່ໃສຫອງໆ.......................ສອດປ່ອງແປວຝາແປ້ວ
ສຽງແຊວໆຊົມຊ້ອງ...................ໃຈພອງແພວຜ່ອງ
ທັງຄະນອງນັບມື້........................ຂຽນຂໍ້ໃຫ້ດັ່ງເຂາະ

ຄາວເມື່ອຍັງໜຸ່ມນ້ອຍ.................ທັບໄຂ່ຫວັງຂຽນໄຂ
ຕາມແຕ່ໃຈຕົນເອັງ.....................ເບັ່ງປານກະປູແປ້ງ
ບໍ່ມີເພັງບໍ່ມີແຜ້ວ.......................ແຖວສອງຫຼືແຖວສີ່
ຖິ້ມຄໍາພີປູ່ໄວ້..........................ເໝືອນມ້ອນໄກຫ່າງມອນ

ຕົກມາໃນປາງນີ້......................ຢາກຣັກຮ່ອມຮຽນຫຼັກ
ຫຼັກຂີດຂຽນຄໍາຄົມ..................ໃຫ້ຄ່ອງສົມສິສົ້ມ
ທັງຜ້າພົມສານແຮ້ວ.................ແພລາຍສີເຫຼຶອງຫຼ່າຍ
ຖ່າຍຖາກຖອນຈາກເຄົ້າ.............ບົດກອນກ້ຽວກໍ່ກຽວ

ມາພົບຜູ່ຮອບຮູ້......................ຫຼາຍຫຼາກແລະມີຫຼັກ
ພາກໃຫ້ເຫັນແນວທາງ..............ຖາກຖາງແປງເປັນທ້າງ
ພ້ອມພາກັນຫັດຜ້ຽນ.................ຂຽນນໍາກັນໜ່ໍາໆ
ຮັກສາຄໍາອີ່ແມ່ຂ້ອຍ..................ໃຫ້ຍຶນເຍື້ອຢູ່ເຍຶອ

ໃນຖິ່ນຖານບ້ານຊົ້ນ..................ຂົນຂວັ່ຍເປັນຂົດຂວັຍ
ຊ່ວຍເທິດທູນພາສາ..................ກ່າວຈາປານຄົນຈ້າ
ຂຽນຂີດຄໍາປະໄວ້...................ກາງໄພແກມໜາມໄຜ່
ໃຜບໍ່ຍົນຢ່ຽມຢ້ໍາ....................ພໍໃຫ້ບໍ່ຮ່ໍາໄຮ

ຈື່ງໃສ່ໃຈຂຽນຂໍ້...................ແບບແຫ່ງຄືຄໍາແພງ
ແປງລວດລາຍວາທີ...............ໃຫ້ຄ່ອງປານແຖນປັ້ນ
ແມ່ນປັນຍາມັນສ້ວຍ..............ພຽນເອົາຊອຍຊູຊ່ອຍ
ກ້າວໄປເທື່ອລະນ້ອຍ..............ບໍ່ໜີໜ້າໜ່າຍໜາ

ຫາກວ່າວາສນາຊ້ວນ............ບຸນສ່ວນໄປເຖິງສວນ
ມວນໝູ່ມາເຊີຍຊົມ..............ຮ່ໍາຮອນບໍ່ມີຮ້ອນ
ພໍໃຈແມ້ງ.........................ມະໂນໃນໄຄ່ເຄືອງໜ່າຍ
ພາກພູມໃຈປາດເປື້ອງ..............ໂຮມເຮົ້າຮ່ວມກັບເຮົາ...

ດ້ວຍໃຈ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 9, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເປັນກອນທີ່ຂຽນມື້ເຊົ້ານີ້ ຫວັງວ່າຄົງໃຫ້ຄວາມງາມຂອງພາສາລາວເຮົານຳບໍ່ໜ້ອຍ!

 

ກຸຫຼາບກາບດອກນີ..........ແດງໆ
 ແມ່ນນາງຮັກຄົນແພງ......ມອບໃຫ້
 ຄ້າຍວັນເກີດມາແຍງ........ເທື່ອໃໝ່
 ດອກແດງໆແຮ່ງໄດ້..........ງາມລ້ຳລື່ນດອກໃດ

 ຂອບໃຈຜູ່ໝາຍມອບ..........ແທນຂວັນ
 ຄິດຮ່ຳຫາເນື້ອນວນ...........ມິໜ່າຍ
 ມາຢາມຢ້ຽມເດິອວນ.........ເມື່ອກາຍ
 ຜ່ານເຂດຂ່າຍຈົ່ງໄດ້.........ແຫວ່ຢ້ຽມດື່ມກັນ!!!

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 29, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ໝາກ ສົ້ມຜໍ່.....ມີໜາມໜໍ່....ມັນແທງ ປັກ
ເດ່ ມືຄວັກ........ໝາກງາມ....ເປັນພວງ ເອ້
ໜ່ວຍ.ນ້ອຍໆ....ສີໃສສຸກ.....ເຫຼືອງທຸກ ໜ່ວຍ
ກິນ ແລ້ວຫວານ..ແຊບຊ້ອຍ...ໃຈຍັງຄ້ອຍຄິດ ຖວິນ

ກົກ ມັນເກີດ........ຢູ່ຂ້າງ........ແຄມປ່າໜອງ ບົກ
ຍາມ ເຮົາ..........ໄປຍິງນົກ......ຂ້າງໂພນແຄມ ນ້ຳ
ປິນ ກົກຂື້ນ.........ເກັບໝາກກິນ..ຈົນຫົວ ປິ່ນ
ທັງ ໃສ່ຖົງໃຫ້ນ້ອງ...................ທີ່ຄອງຖ້າຢູ່ ຫຼັງ

ໜາມ ມີປົກປ້ອງ.....ເພື່ອໝາກໜ່ວຍ..ສວຍ ງາມ
ມື ເຮົາຊາວຊາມ.......ເອົາງ່າໃດກໍຢອງ ຢື້
ຈັບ ຈ່ອງດຶງທົກທື້ນ......ຍຶ່ນນົງນາງນ້ອງ ຮັບ
ໜ່ວຍ ງາມໆໜາບໃຫ້....ອວນນ້ອງຜູ່ ສວຍ

ສົ້ມ ຜໍ່ຫວານແຊບຊ້ອຍ.....ຊົມຊື່ນໃຈ ສົມ
ສາຍ ຕາຄົມນາງຮັກ..........ຍິ່ງຍາກໃນໃຈ ອ້າຍ
ສຽງ ວອນເວົ້າ..................ຄໍາຂອບໃຈຂ້າງຫູ ງ່ຽງ
ຟັງ ສຽງໃສນາດນ້ອງ.......ສົດຊື່ນລື່ນ ຫຼັງ

ໜາມ ສົ້ມຜໍ່ປັກອ້າຍ.......ເຈັບແສບນົງ ຣາມ
ຊ່ອຍ ລູບຄໍາແຜເປັນ.......ດ້ວຍຮິມສົບ ນ້ອຍ
ຄົງ ຫາຍກ້ຽງ...............ຄວາມເຈັບໜັງຄືນ ປົ່ງ
ອົມ ບາດແຜຂາດກົ້ງ......ໂອສົດນີ້ບໍ່ຂື່ນ ຂົມ

ປານ ນີ້ຟ້າປ່ຽນປີ້ນ.........ກົກຖົ່ມຖືກເຂົາ ຮານ
ສົ້ມ ຜໍ່ກໍຄົງຜານ............ຖືກຈູດເຜົາລາງ ລົ້ມ
ສັນ ຍາໃຈເຮົາກໍ້............ບໍ່ເຫຼືອຫຼໍໃຈ ສັ່ນ
ທັງ ກະສັນຮຽກຮ້ອງ......ຟອງໄງ້ເຫງົ້າເກົ່າ ຫຼັງ

ຫວັງ ໄດ້ຄືນຫາຫ້ອງ......ໄຕ້ກະບອງໄຫຼ ຫຼັ່ງ
ໄຫຼ ເຮືອໄຟຄຽງນາງ......ຄ່ຳຄືນຟ້າໝອງ ໄຮ້
ເລາະ ຄືນໄປຫາແກ້ວ......ແກ່ວຄໍາຫວານໜາມສົ້ມ ຜໍ່
ຄາວ ນ້ອງໂລມລູບໄລ້.......ແຂນອ້າຍທີ່ສັ່ນ ເທົາ..

໒໙.໑໐.໒໐໑໑.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄົນ ລາວນີ້.....................ມີພາສາຊາດຂອງ ຕົນ
ອັກ ສອນປົນບາລີ.....ຄູ່ວະຈີວິ ພາກ
ຄໍາ ຈາປາກເວົ້າ...........ແຕ່ເໜືອກາງໃຕ້ຕ່ຳ
ເປັນ ຄໍາລາວອ້ອຍຕ້ອຍ..ພາສາຂ້ອຍທ່ານ  ເຫັນ

ປາງ ນຶ່ງນັ້ນ....................ເກືອບສູນຊາດມໍຣະ ນັງ
ພາ ສາກໍເພພັງ.............ຈູດເຜົາຫວັງ ຂ້າ
ແພ ວາດຽວເຫຼືອໄວ້.....ແມ່ນສັດຕຣູລາກ ແກ່
ລາວ ບໍ່ສູນຊາດເຊື້ອ......ພາສາເກື້ອກອດ ເຮົາ

ຫຼາຍ ຄົນພານທົກທື້ນ...ມ້າງມຸ່ນທໍາ ລາຍ
ພາ ສາລາວກາຍເປັນ....ດັ່ງແຝງຝອຍ ມ້າ
ຂຽນ ຂີດຄໍາລາວກ້ຽວ...ນໍາສຽງຜັນ ປ່ຽນ
ເອົາ ຣັຖເປັນລັດທ້າງ.....ທາງເວີ້ງຫວ່າງ ຫາວ...

໒໖.໑໐.໒໐໑໑.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 21, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເຫັນຖນົນໄຜ່ໝາມຍາວຢຽດ...........ແສນງາມ
ບໍ່ຮູ້ເວນກັມອັນໃດ..........................ທີ່ຕ້ອງ
ມີຕົ້ນຈາກ ເລກີຮວງ.......................ຄືໃຜ?
ແຕ່ນ້ອຍເທົ້າໃຫຍ່.........................ບໍ່ເຄີຍໄດ້ງິນ

ຄົງເປັນໃຜທີ່ໃຫຍ່ໂຕ.....................ເກິນລາວ
ທີ່ກ້າວໝ້າພາໜູ່ຄົນ......................ນຳກົ້ນ
ຈັ່ງແມ່ນຮັກແມ່ນຫອມ....................ຊາດອື່ນ
ຄົນໂຕເອັງກ້ຳກືນ..........................ບໍ່ຝືນຊ່ອຍ...ເຫັນໃຈລາວໄຜ່ໝາມ.

ປານແຖບໃຕ້.............ເມືອງສວັນ
ພໍ່ກະດວດຫັ້ນ............ບໍ່ເດັ່ນ
ບາດລູງໂຫ້................ພັດເປັນ
ພະເອກແສນເຂັນ.......ແຫ່ງເມືອງສວັນ!!

ບໍ່ເຈັບໃຈບໍ່ແສບໃຈ.....ແຕ່ສັງເວດ
ໃນປະເທດທີ່ເຫັນ......ຄົນອື່ນດີ
ກວ່າຄົນຕົນ..............ໃຫ້ຢູ່ນຳກົ້ນ
ບໍ່ອາຍໃຈຕົນ..............ໝໍຄົນຜູ່ນຳພາ!!

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 17, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ຕອນຫຼັງໆມານີ້ ມັກຂຽນໂຄງຫ້ານີ້ສຸດໃຈ!!

ມາອ່ານຫຼີ້ນນຳກັນນໍ!

ນັບແຕ່ມື້..................ອື່ນໄປ
ຈະບຸກເບີກ...........ຖາງຖາກ
ຂຸດກົ່ນໄງ້................ຫົວປູ່
ທີ່ເຊື່ອງຮາກ............ຄິດຝັງ

ປັນຍາປູ້.................ປູ່ເຕືອນ
ຜຍາຂັງ.................ຕວງໄຕ້
ເຮົາບໍ່ເອື້ອນ............ອາຈຮັບ
ຮູ້ເຫັນໄດ້................ດັ່ງໃຈ

ໃນຫົວພັບ...............ປູ່ຂຽນ
ເຮົາພຽນໄຂ............ເທື່ອກາບ
ມັນເໝືອນສ້ຽນ........ແທງທັ່ງ
ບໍ່ເຄີຍຊາບ...............ຊື້ງເລີຍ

ຫາຫຍັງຮູ້...............ຍາກນັກ
ຄໍາຄົມເອີຍ..............ປູ່ຂ້າ
ເກັບຂັງປັກ...............ຊ້ອນເຊື່ອງ
ເໝືອນດັ່ງຟ້າ...........ຄ່ຽນສີ

ຍາມນຶ່ງເຕື້ອງ.........ຫວນຄິດ
ຄືພືພີ....................ເຫັນແຈ້ງ
ກັບເປັນຜິດ............ຄິດຄ່ຳ
ຜຍາແກ້ງ..............ປ່ຽນໄປ

ທົນກາກກ້ຳ.............ກໍາກືນ
ນັບຕົ້ນໄປ...............ແຕ່ເຊົ້າ
ມື້ອື່ນຂື້ນ................ເຂດຂ່າຍ
ຈະພຽນເຝົ້າ.......ຮ່ຳຮຽນ

ວິ່ງວອນໃຫ້............ປູ່ຫັ້ນ
ຄວາມພາກພຽນ.....ເຂັ໋ດນີ້
ໄຂເປັນຂັ້ນ..............ເຫັນຮ່ອມ
ແກ່ຫຼານພີ້................ພຽງໜ້ອຍ....ແນ່ໜາ.

ທ.ຄຳແສນ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 26, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ໃນໂລກໃນພິພົບ...........ເຮົານີ້

ທຸກສິ່ງຢ່າງກໍມີ..............ພຽບພ້ອມ

ສ້າງສັນທັງຂະຍີ້..........ປີ້ປົ່ນ

ຊີວີດຄົນສາກກ້ອມ.......ລະຄອນກ້ຽວກ່າຍກອງ

ຊີວີດນຶ່ງກໍເກີດ............ນຶ່ງຕາຍ

ເໜືອນທານນ້ຳທີ່ໄຫຼ.....ໄກກ້ຳ

ຕົ້ນຕໍບໍ່ທີ່ໃຫ້.................ໃຕ້ຕ່ຳ

ສຸດຣະກັມເມື່ອເຕື້ອງ.....ຄວນຄ່ຳຮ່ຳຮອນ.


ເພື່ອນຮັກຈອນຈາກແລ້ວ......ທາງດຽວ

ເຄີຍລຳບາກເຄີຍທຽວ..........ຮຽກເອີ້ນ

ຫາຄວາມຫວັງກົມກ້ຽວ.......ໝ່ຽວວອນ

ເທວາອ້ອນຊ່ອຍເທີ້ນ...........ນຳທາງໃຫ້ລ່ວງເຖິງ


ແຕ່ສຸຣິດາວນັ້ນ.................ຢຸດຢູ່

ປ່ອຍໃຫ້ເຮົາໜູ່ຄູ່..............ເສົ້າສ້ອຍ

ຍັງພຽງຫ່ວງອົດສູ.............ຄູ່ໃຈ

ຂໍເພື່ອນໄດ້ສູ່ດອຍ.............ດາວະດຶງ....ເຖີດເອີຍ.


ແດ່ດວງວິນຍານຂອງ ສຸຣິດາວ ຈຸລມະນີ ຜູ່ທີ່ຈາກພາກໄປ...

໒໗.໐໙.໒໐໑໑.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 17, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ແມ່ນຜີສາງຕົນໃດ........ເດໝໍ

ມາສັບສໍ່ກໍ່ການ.............ໂກດແຄ້ນ

ພາກຮັກຈາກຫໍຫ້ອງ......ໝ້າໝ່າຍ

ປ່ອຍເຮົາໃຫ້ແສນເສົ້າ.....ເຝົ້າຫ່ວງຫານາງ


ທຽນມອດລົງນານແລ້ວ.....ມຶດມິດ

ຍັງເມິ່ມອງຄິດຫາ..............ພາບຮັກ

ຍາມເຄີຍຢູ່ຊິດແນບ...........ເນື້ອອຸ່ນ

ທີ່ລະມຸນປັກຊື້ງ.................ສິງຊ້ອນບໍ່ຫາຍ


ແມ່ນດາວເດືອນນວນແຈ້ງ.....ພຽງໃດ

ຄວາມຄິດຄອງໃຈເຮົາ..........ເຜົາໂລກ

ແສນວິໂຍກໃຈແທ້................ໂຖເອີຍ

ເໜືອນວ່າໃນໂລກນີ້...............ມີໃຫ້ຢູ່ດຽວດາຍ.

 

ຄືນນັ້ນທີ່ຂາດນາງ...໑໗.໐໙.໒໐໑໑.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 5, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ມື້ນີ້ເອົາກອນວິຊຊຸມາລີທີ່ຂຽນມາໃຫ້ອ່ານຫຼີ້ນນຳກັນ!

ຂໍວິ່ງວອນເທພໄທ້................ບົນສວງ
ໂຮມຄວາມເປັນບ້າປ່ວງ.......ມາເຕົ້າ
ໃຫ້ເກິດມີເປັນຮວງ.............ເໜືອນດອກ
ງອກງາມກິ່ນອົບເອົ້າ...........ດົງດ້າວດ່ານລາວ

ວອນເທວາມາໂຜດ.............ປະທານ
ຄວາມນຶກຄິດໄຝ່ຝັນ..........ເກີດໄດ້
ໃຫ້ແຜ່ນດິນແມ່ຫັ້ນ...........ຫາຍຂື່ນ
ສົດຊື່ນດັ່ງດອກໄມ້.............ພວມແຍ້ມກີບບານ

ວານວອນອົງອາຣັກ...........ພັກໄສ
ຄວາມອັບປີຈັ່ງໄຮ..............ຫ່າງເວັ້ນ
ໃຫ້ພີ່ນ້ອງເໝືອໃຕ້............ຢູ່ທ່າງ
ຕ່າງຢູ່ດີຮົ່ມເຢັນ................ຫາຍຮ້ອນຮ່ຳຮອນ

ຕື່ນມືນຕາທຸກເຊົ້າ.............ສົດໃສ
ດຸດດັ່ງຫຍ້າຟ້າໃໜ່...........ທົ່ວກັນ
ພົບສີໝ້າແຈ່ມໃສ.............ທຸກແຫ່ງ
ແພງຮັກຫໍ່ພົງພັນ..............ພີ່ນ້ອງລາວນີ້ຢ່າຄາຍ.

໐໕.໐໙.໒໐໑໑.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 31, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຕຼອດເວລາທີ່ຜ່ານ..............ເຫັນຫຼາຍວັນຫຼາຍຄືນ
ໝາວຮ້ອນຂົມຂື່ນ..............ຊື່ນເສົ້າສຸຂສົມ
ຄານຍ່າງຜ່າງແລ່ນ.............ເງີຍໂງກລຸກລົ້ມ
ຫຼາຍໆຄັ້ງກໍກົ້ມ..................ສູດດົມອາຍດິນ.....ທີ່ສີ້ນພິດໄພ

ຄາບເລືອດທີ່ແຫ້ງ...............ຫາຍເຫືອດຄວາມແດງໄປ
ກິ່ນຄາວຄາບຍັງບໍ່ຫາຍ........ໝີ້ແທນບໍ່ທົນໃຊ້
ຊັບໃນດິນສິນໃນນ້ຳ.............ໝ່ຳໆຂົນໃຫ້ບໍ່ໝ່າຍ
ໃນທົ່ງນາປ່າໄມ້...................ນອງເນຶອງດ້ວຍຣະເບີດຝັງ

ປ່ຽນຮູບປັ້ນທຸກແຈບ້ານ........ເປັນເຂົ້າໜ່າເກຶອຫຼານ...ດີບໍ?
ລູກເຫຼັນລາວທີ່ຍັງຫີວ..........ຫອດເຕັມເຂົາເຈີ້ຍ
ບໍ່ເຫັນຄືຄຳເວົ້າ....................ຄວາມຈະເຣີນປະກາດກ່າວ
ເຜົ່າພົງພັນພີ່ນ້ອງ.................ຜູ່ເຂົາຢັ້ງຢູ່ຫ່າງເມືອງ

ດອກດາວເຮືອງຢູ່ກາງດ້າວ.....ເຫຼືອງອ່ອນອອນຊອນ
ພູເຂົາສູງແຊມພັນ................ເນດເນຶອງໝາໄມ້
ກາຍເປັນພູຫົວໂຫຼ້ນ..............ເຂົາມາຂົນຕັດໄມ້ປ່າ
ເພື່ອປູກຢາງພາລາ ....ປ່າໝາຖາງບັ່ນຖີ້ມ ... ເໜືອນຄົນຈ້າເປົ່າປັນຍາ

ສອງສາມປີມານີ້....................ນ້ຳລົ້ນປ່າພະຍຸດົກ
ແນວປ່າຮົກບໍ່ກັກຂັງ...............ທັງກຳບັງລົມເຍີ້ນ
ທັງຄວາມຮ້ອນ.......................ອົບເອົາເອົ້າເຫຼືອກ່າວ
ປ່າວປະກາດຮຽກຮ້ອງ.............ພາກັນປ້ອງປູກພຶກສາ

ປ່ຽນສາເດແນວໂນ້ມ..............ນະໂຍບາຍແນວຄິດໃໜ່
ແກ້ຄວາມຜິດໃນສັນຍາ..........ໃຫ້ເປັນສັນຍາແທ້
ປ່ຽນເພື່ອລາວຈະຍືນຍັ້ງ..........ຄົງນານຢູ່ນຳໜູ່
ໃຜຫາກຈະເຂັນຂູ່ຂ້າ.............ໃຫ້ຟັງຖ້ອຍກ່ອນປະຫານ....ທ່ານເອີຍ.

To whom it may concern!

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 5, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ


ເອົາຮູບຄ້ອງ.................ເຂົ້າໃສ່ແທນໂຕ
ທີ່ບໍ່ງາມພາໂລ...............ອ່ວນອາຍເອົາໝ້າ
ຕົນລົງໃຫ້....................ຄົນເຫັນຢ້ານເຂົາໝ່າຍ
ເອົາຄ້ອງເກົ່າມາຕາງ....ເອົາເປັນພາງສຽບໝ້າ..ຍັງວ່າໄດ້ດີກວ່າເຮົາ

ແຕ່ສະໄໜກ່ອນກີ້.........ຄ້ອງດັງຄ່ອງສຽງຫອງ
ຈາກສີມືຄົນລາວ..........ຈາກແດນໃດກໍ້
ພໍໆສູ້........................ເສັງກັນຍາມບຸນໃຫຍ່
ບຸນບັ້ງໄຟແຂ່ງຄ້ອງ........ທັງກອງເຂົ້າໃສ່ກັນ

ຄ້ອງທອງເຫຼືອງໝ່ວຍນີ້....ໄດ້ມາຈາກສາຣະວັນ
ດິນແດນຄົນເຂົາຮັກ........ຫວ້ານຂອງທັງລຳຮ້ອງ
ສາຣະວັນເສົ້າ................ຫາເອົາມາຂາຍສົ່ງ
ຄ້ອງທີ່ຝັງເຊຶ່ອງໄວ້...........ຄາວກີ້ກ່ອນປະຖົມ

ຄວາມອຶດຫິວນຳມາຂ້າ.......ເອົາແພວາໜົດທຸກຢ່າງ
ຫາເລາະຂາຍເພື່ອສຶບສ້າງ...ຄອບຄົວນ້ອຍໃຫ້ຢູ່ຍືນ

ເປັນບັ້ນນຶ່ງທີ່ແສນເສົ້າ.........ປະຫວັດລາວແສນໝ່າຍ
ຕ້ອງໄດ້ຫາທຽວຂາຍ..........ຄ້ອງມູນມັງເຄົ້າ
ອີກສາວໆຍັງນ້ອຍໆ............ກະທຽວຂາຍຂອງເກົ່າ
ເວົ້າຂື້ນມາແລ້ວເຮັ່ງຮ້ອນ......ໃຈນີ້ປວດກະສັນ

ພາກັນຂົນເອົາຄ້ອງ..............ສຽງຫອງປານສຽງເອກ
ມາຈ່າວຂາຍ......................ເຊື່ອງຄວາມອາຍໄວ້
ບາດວ່າທາງການຄ້າ............ຂົນຂອງຄ້ອງຕ່າງ
ສຽງປານພ່າງໜໍ້ແຕກຫັ້ນ......ດຳປີ້ດັ່ງຂີ້ເຈັຍ

ແຕ່ພາກັນຍໍຍ້ອງ.............ເປັນຂອງຈາກແດນຈະເຣີນ
ເອົາມາຂາຍຖົມຂອງ..........ທີ່ບ້ານຕົນດີແທ້
ທັງຄູບາອາດຍາເຈົ້າ..........ກະພາກັນສະອອນກ່າວ
ບາດສຽງມັນແຕກຍ້າວ......ຟັງແລ້ວປວດຫູ..

ຄ້ອງທອງເຫຼືອງໝ່ວຍນີ້.....ຍາມໄດ້ຟັງສຽງມ່ວນໆ
ສຽງຫ່ວນໆຍຶດເຍື້ອ....ນັບເຖິງສີບສຽງບໍ່ຫ້ວນ......ຫາຍກ້ຽງດອກທ່ານເອີຍ!

໐໕.໐໘.໒໐໑໑.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 26, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ


ເບິ່ງແມເຫຼຶອງອ້ອຍຊ້ອຍ................ດອກຂາມອ່ອນແດນຈຳປາ

ເປັນມາລາທີ່ສີສັນ..........................ບໍ່ປານຈຳປາໄດ້

ແຕ່ຫາກງາມເຫຼຶອເວົ້າ..................ຫວນຄິດເຫັນທັງຣົດກິ່ນ

ຍາມເຈົ້າຄິດຄ້ອຍໆ......................ນ້ຳລາຍຍ້ອຍຍ່າວໄຫຼ


ເປັນດອກນຶ່ງໃນຖ້ານ................ເຄີຍເກັບມາໃສ່ແກງຂຽດ

ທັງປາຄໍ່ກະພໍກັນ......................ສົ້ມພໍດີຫາທຽມໄດ້

ຍາມຄ່ຳຄືນມາຫັ້ນ....................ໜູ່ແມງຄະນູນມາຕູ້ມຕ່ອມ

ດົມດອກຫອມມ່ວນແມ້ງ..........ຄົງກິນພ້ອມອ່ອມໃຈ


ຍາມຢູ່ໄກເຂດຮົ້ວ...................ບ້ານອີ່ແມ່ໄດ້ແນມເຫັນ

ຄຸນຄ່າຂອງມາລາ..................ທີ່ບໍ່ເຄີຍສົນໃຈແມ້ງ

ບາດຕົກມາດຽວນີ້................ເຫັນທຸກສີມີຄ່າ

ຄ້ຳຊູໃຈໃຫ້ຜູ່ຂ້າ...................ຫວນເຕື້ອງຮ່ຳຄະນິງ


ຢາກກັບມາເກັບເຈົ້າ.................ຖວາຍມອບເອົາບຸນ

ຈະຊີ້ນຳແນວຄົນ......................ຕ່າງແດນໃຫ້ຫວນຮູ້

ນີ້ຄືບຸບຜາແກ້ວ.........................ແດນລາວເກີດທຸກຖິ່ນ

ຫອມແລະກິນກໍຫາກໄດ້............ໜາກໃບພ້ອມດອກງາມ....ທ່ານເອີຍ.

 

໒໖.໐໗.໒໐໑໑.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 5, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄັດເອົາກອນນີ້ມາຂື້ນຕົ້ນຕອນກັບມາຈາກການເດິນທາງຄາວແລ້ວ!

ເປັນຫ້ອງນອນຂອງລູກສາວຊອງໜູ່ຜູ່ທີ່ໃຫ້ຄວາມອົບອຸ່ນ,

ຫ້ອງນອນຂອງລູກສາວ, ກໍເພາະລູກໜູ່ຜູ່ນັ້ນ ປັດຈຸບັນແມ່ນມາເຮັດ ຝຶກຫັດ ທີ່ໂຮງໜໍມະໂຫສົດ!

ບາງຄຳອາຈເປັນຊື່ຂອງຄົນ!!

ເຊີນຕິດຕາມ.


ທີ່ເຮືອນທອງຢູ່ ເນິຍຢີແປລຊັງສ

ສຽງໄກ່ຂັນປຸກໃຫ້ຕື່ນ

ທັງນົກກາມາເຄາະຂອບປ່ອງອ້ຽມ

ເໜືອນເຕືອນໃຫ້ກຽມຕື່ນຈາກຝັນ

 

ໃນຫ້ອງນອນທີ່ເດັຍຣະດາດດ້ວຍຄວາມຫຼັງ

ເລັກໆນ້ອຍໆຈາກເສັ້ນທາງທີ່ໄປມາ

ເກັບຝັງໄວ້ທຸກບາດກ້າວທີ່ກາຍຜ່ານ

ເປັນຂອງຂວັນຫຼືດ້ວຍໃຈໃຜໃຫ້ມາ


ມີຮູບປັ້ນໂຕແມວແລະຮູບຖ່າຍ

ກັບເພື່ອນມິດ ແມ່ເຖົ້າກັບປູ່ຍ່າ

ກັບເພື່ອນຣັກສະເໝຫາ

ທັງຄວາມເສົ້າທີ່ຍັງຄາຄອງໂລກ


ທັງກາບກິ່ງດອກໄມ້ແຫ້ງແລະດວງດາວ

ທຸກສິ່ງແວວວາວບົ່ງບອກ

ຄວາມຫຼັງ

ທັງສະຕິທີ່ແສນສື່


ເຫັນພຣະຄຳພຳນັກເທິງຮ້ານ

ຈານແລະຂັນນ້ອຍໆຢັງຢາຍທົ່ວ

ເປັນທີ່ເພິ່ງປົກປັກຍາມໜອງມົວ

ຍາມຫວາດກົວຜວາຕື່ນຄືນຝັນຮ້າຍ


ຫ້ອງນ້ອຍໆທຸກຈອກແຈແອອັ່ງດ້ວຍ

ສິ່ງທີ່ສວຍໆໃນໃຈຂອງຜູ່ຢູ່

ງາມທຸກຢ່າງ ຢ່າງຕັ້ງຕາຄິດຮູ້

ເໜືອນຄວາມຝັນສີຊົມພູຢູ່ທຸກວັນ.

 

Neuilly Plaisance, 01/07/2011.

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 13, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຂໍກ່າວຄຳທົກທື້ນ.....................ແກມນຳ

ວ່າຖ້ອຍຄຳທີ່ຄັດ....................ມານີ້

ເປັນຄວາມເວົ້າຢາກດັດ..........ຢາກແພ່

ໃຫ້ທຸກຄົນທີ່ນີ້.......................ເຫັນຮູ້ຮ່ອງໄຖ.


ເຫັນບໍລະໂຕແບ້.....................ຄາວຫຼັງ

ຖຶກແກ່ດຶງດຶງໄປ......................ເພື່ອໃຫ້

ມັນອອກເຮຶ່ອທັງໄຮ້.................ກາຍກິ່ນ

ກ່ອນຈະຜານຊີບໄທ້...............ມັນມ້ວຍແຈບລົງ.


ຫາກວ່າແກມນຳແລ້ວ................ແກ່ວນັ້ນ

ບໍ່ຟາກເຫັນພຽງຂັນ.................ໜາກແກ້ວ

ທີ່ແມ່ຫອບມາປັນ...................ເພື່ອນຮັກ

ທີ່ເກຶອກຸນບໍ່ແລ້ວ....................ແນວນັ້ນແຕ່ປະຖົມ.


ຢາກມາແກມນຳເຈົ້າ..................ນວນນາງ

ທີ່ຝາກຮັກອຳພາງ......................ຫາຊູ້

ທີ່ເຫິນຫ່າງແຮມຮ້າງ.................ກັມຈ່ອງ

ຂັດຂິນຄອງພໍ່ຜູ້......................ເລຶອງລ້ຳກ່ວມກຳ..


ທາງຮັກຈຶ່ງຂາດສ້ອຍ................ສັບສົນ

ໃຈຮັກຄົນອື່ນກໍ.......................ໜອງໃໜ້

ເພາະຕ້ອງຟັງຄຳພໍ່...................ສອນສັ່ງ

ສຸດຄັ່ງແຄ້ນບໍ່ໄດ້......................ຫານກ້າລ່ວງເກິນ.


ຫາກໃຈເຈົ້າກ້າກ້ຳ.....................ເກິນກ່າຍ

ກໍຕ້ອງສັ່ງຊາໃຈ..........................ຄີດພໍ້

ພໍ່ແມ່ສອນສັ່ງໃຫ້........................ໃດວ່າ

ຈະຂິນຄຳບໍ່ງໍ້.............................ໝີໄດ້ຈັ່ງໃດ...

 

ຣັກ,

ແດ່ ພັນລາວທຸກຍາມທຸກລົມຫາຍໃຈ.

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 8, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ນານວັນຫັນໝ້າໝີຈາກ.....................ກັນໄກ

ບໍ່ແມ່ນໝ່າຍລືມຫຼົງ..........................ພັນນີ້

ພັນລາວຍັງຄົງໜັ້ນ..........................ກາງແກ່ນ

ແໝ້ນໃນດວງຣຶດີ...........................ຂ້ານີ້ບໍ່ຫາຍ.


ກັບຄືນຫາພາບແຜ່ນ....................ຄວາມຫຼັງ

ທີ່ປັກແໝ້ນຈຳຝັງ...........................ເພາະໄດ້

ຂຽນຂີດຄຳໄວ້ດັ່ງ...........................ໃຈປອງ

ຮຽກຮ້ອງຫາຂວັນໃຈ.......................ພີ່ນ້ອງພັນນີ້ທົ່ວແດນ.


ຂອບໃຈເຈົ້າຜູ່ສ້າງ...........................ພັນລາວ

ຂອບຟາກເຂົາແດນໃດ......................ທ່ອງເຖິງ

ກັນໄດ້ດັ່ງຝັນໄຝ່..............................ດັ່ງໃຈ

ຝາກຮັກຫວານຊາບຊື້ງ....................ໃຈຂ້າຜູ່ຢູ່ໄກ.


ຈົ່ງເປັນແນວນາມເຊື້ອ...................ພັນເຮົາ

ຢ່ານ້ອຍໝ້າໜູ່ເຂົາ........................ພັນອື່ນ

ໃຫ້ພັນລາວເຮົາເຝົ້າ...................ບຸກບືນ

ຂື້ນຫາແສງທີ່ໄສ............................ໃນໂລກແຫ່ງເສຣີ...


ຂອບໃຈ ຫຼານ ນິນ, ດ່ຽວ ແລະພັນລາວທຸກຖ້ວນໝ້າ.

ຫຼັງມ່ານເຫຼັກ.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 2, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ນາງບັນທຶກຄວາມຫຼັງເອົາໄວ້............ກ່ອນຈາກ

ພາກໂລກກວ້າງສູ່ແດນ......................ສວັນ

ທີ່ບໍ່ຫວນຄືນມາສູ່ແຄວ້ນ...................ແດນຄົນ

ຟ້າຫາກບັນດົນແຕ່ງປັ້ນ....................ຮອນຮ້າງຫ່າງໄກ.


ຊີວີດມັນກໍສັ້ນ................................ກວ່າເວລາ

ແສງອາທີດສ່ອງມາ........................ຟ້າໃໜ່

ແຕ່ຕົວນາງຫ່າງລາ.........................ປະໄວ້

ພຽງຄວາມອາລັຍ..........................ເອົາໄວ້ໃນໄດອະຣິ.


ໃນເນື້ອຫາສາຣະ..........................ວາດເຟັ້ນ

ໃຫ້ຜູ່ອ່ານໄດ້ເຫັນ.........................ຄວາມໃນ

ນາງສຸດເພີ້ຢາກເຢັນ......................ຫາຍໄດ້

ພະຍາດຮ້າຍປອງໜັ້ນ...................ຝັ້ນກໍ່ທຳລາຍ.


ແສງສີທີ່ສວຍເດັ່ນ.........................ທຸກວັນ

ເຂົາກັບຫັນຫຼັງຈາກ.....................ພາກໝີ

ຄົນທີ່ຖນອມເຄີຍຮັກ.....................ພັກດີ

ກັບຫາຍໝີຈາກຈອນ..................ໄປ່ພ່ຳວອນສັ່ງ.


ເຂົາບອກວ່າບໍ່ກ້າ.......................ຢູ່ຄ້ຳ

ເຫັນໂສມງາມຣະກຳ.................ແສນເຂັນ

ຈຶ່ງເອົາໂຕຊອກຊ້ຳ....................ຫ່າງເວັ້ນ

ກາຍເປັນຄົນລຳເຄັນ.................ໂຫດຮ້າຍໃຈອ່ອນ.


ກັບຄົນຮັກສັນຍາໄວ້.................ໜັ້ນເໜາະ

ຈະຂໍຢູ່ຍາມຍາກ.......................ຍາມເຂັນ

ແຕ່ກັບອ່ອນໃຈພາກ..................ຢ້ານລຳເຄັນ

ເໜືອນຄົນເສັຍເສັ້ນ...................ໃຈດ້ານບໍ່ອ່ານທັມ.


ນາງຂຽນໄວ້ທຸກຄັ້ງ......................ນັ່ງດຽວດາຍ

ຫວັງໃຫ້ໃຜຢ່າໂທດ.....................ໂກດເຄືອງ

ຍາມນາງລ່ວງຈົ່ງໂຜດ..................ໂທດເຂົາ

ໂລກຂອງເຂົາເຂົາສ້າງ..................ຄົງມ້າງເອັງ.....ດອກໝາ.

 

ເປັນພຽງກອນອີກແບບ!

 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ


ຫາກຈະຂຽນເປັນກອນ...............ເປັນກາພ

ໃຫ້ທຸກຄົນໄດ້ຊາບ.......................ຊື້ງໃຈ

ແລະສັລເສີນທັງຮັບ.....................ຮູ້ຮ່ວມ

ບ່ອນເກາະກວມລາວໃຫ້............ພົບພໍ້ສັງສັນ.

ສົ່ງຂ່າວຄາວບອກໃຫ້..................ກັນຮູ້

ວ່າໃຜຢູ່ແດນໃດໄກ.....................ຫຼືໃກ້

ມາເປັນມີດຄູ່ໃຈ.......................... ຂຽນຂີດ

ດັ່ງເນຣະມີດໄດ້...........................ໄວໆກວ່າແສງ.

ພັນລາວໃໜ່ຕ້ອງໄດ້..................ຮຽນເພື່ອປ່ຽນໂລກ

ລືມທຸກໂສກຍາກເຂັນ...............ຄັບແຄ້ນໃຈ

ຊອກສືບຫາເຊົ້າເວັນ...............ເຢັນບ່າຍ

ໜູ່ຢູ່ໄກກາຍເປັນໃກ້.................ໃນພັນລາວ.

ຂໍສັລເສີນຜູ້ສ້າງ.........................ຄີດແຕ່ງມາ

ແຕ່ຍັງຫາຫຍັງຊ່ອຍ..................ບໍ່ໄດ້

ແມ່ນວັນນຶ່ງຟ້າພອຍ..................ເປັນໃຈ

ຄົງມາໄດ້ຊ່ອຍຊູ..........................ປູເສັ້ນທາງ.

ໃຫ້ເສາະໄສໃຫ້ກ້າວໄກ...........ໄປກວ່ານີ້

ໃຫ້ນ້ອງພີ່ປ້າລູງ...........................ກໍໃຊ້ເປັນ

ດັ່ງພັນລາວດັ່ງດວງດາວ...............ທີ່ໄສເດັ່ນ

ຊາດລາວຄົງຫຼີກເວັ້ນ..................ຄວາມດ້ອຍໝ້າແລະຫຼ້າຫຼັງ...ທ່ານເອີຍ.

໒໕.໐໑.໒໐໑໑.

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 15, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 ຝາກໃຫ້ຜູ່ທີ່ມີໃຈອ່ອນໄຫວນຳກັນ.

ເຫັນນາງເຫງົາແສນເສົ້າ.............ພາຫົວໃຈໄຫວຫວັ່ນ

ຢາກປະໂຊມກ່ອມຂວັນ..............ຊ່ອຍນາງໃຫ້ຫາຍພົ້ນ

ຄອງຄວາມເສົ້າ...........................ເຫງົາໃຈແທ້ອຸ່ນ

ແຕ່ບຸນເຮົາຫາກນ້ອຍ.................ນາງບໍ່ແຍ້ມຢາກຮ່ຳນຳ.


ໃຜຜູ່ທຳໃຫ້ນາງເກີ້...................ເຂົາກາຍໝີຫາຍຜ່ານ

ບໍ່ລ່ຳໄລຄາຍສຳພັນ..................ຈາກນາງໄປແລ້ວ

ຫວານກໍກາຍເປັນສົ້ມ...............ແນວຂອງດີເຂົາກິນກ່ອນ

ໄດ້ແຕ່ນອນກຽກກີ້ງ.................ກືນກ້ຳກ່ຳໃຈ.


ໃຜເດນໍກໍ່ໃຫ້ນ້ອງ....................ຄາດຄ່ອງເສັຍຂວັນ

ຫາກອວນຂໍອາສາ....................ຊ່ອຍໃຫ້ນາງຫາຍແຄ້ນ

ແມ່ນຄວາມຫຼັງມາກ້ຽວ............ເກາະໃຈຊາຍບໍ່ຮ່ຳ

ຈະຄ່ອຍຜັນເຫດຮ້າຍ...............ຈາກໃຈນ້ອງໃຫ້ຊ່ວງເຫງົາ.


ໃຫ້ນາງລືມຄວາມເສົ້າ.................ອັບເສົາຫາຍໂສກ

ເຫັນໂລກໂສພາງາມ.................ຫຼາກສີສວຍລ້ຳ

ເຫັນສາຍຮູ້ງ..............................ທຸກສີສັນງາມສງ່າ

ພາມ່ອມນາງທ່ຽວຊ້ອງ................ຫາເປື້ອງສາດສິລ.


ຈະພານາງໄປກ້ຳ.........................ເມືອງເຟືອງຫິນເຫີບ

ທົ່ງໄຫຫິນເມືອງຊຳ....................ຕາດຕະໂອຍແດນໃຕ້

ຈະພານາງລອຍຫຼີ້ນ...................ເຊກອງຄູ່ປາຄ່າ

ແລ້ວຊິພານາດນ້ອງ....................ໄປລຳກ້ຽວກ່ຽວເຂົ້າງັນ.


ແຕ່ໃຜເດຊິມາເປື້ອງ....................ປິ່ນໝ້າເບິ່ງຊາຍພອຍ

ແມ່ນເຫງົາຫງອຍພຽງໃດ...........ບໍ່ໃສ່ໃຈນຳອ້າຍ

ເພາະຍັງໜາຍໃຫ້ເຂົານັ້ນ...........ຄືນຫັນມາຢູ່ຮ່ວມ

ຄວາມຮັກເຂົາມາກລົ້ນ................ຄົນຢູ່ຂ້າງບໍ່ຄ່ອຍສົນ.....ໃນແຫຼ້ວ.

 

ຫຼັງຮົ້ວເຫຼັກໃນ, ໑໕.໐໑.໒໐໑໑.