ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 22, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຈຸເຈົ້າ  ຈຸເຈົ້າ ໃຜເຫັນແຟນຂ້ອຍແດ່ 

ໃຜເຫັນຢູ່ໃສບອກຂ້ອຍແດ່ເດີ່

ຂຽນເມື່ອ ຂຽນເມື່ອ: ກ.ລ.. 18, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ມີບາງຄົນເວົ້າວ່າ:

ຜູ້ຊາຍ:  ສ່ວນຫຼາຍມັກໃຊ້ເຫດຜົນເພື່ອຈະຮັກ ຫຼື ເຊົາຮັກ

ຜູ້ຍິງ:   ສ່ວນຫຼາຍມັກໃຊ້ ຄວາມຮູ້ສຶກທີ່ຈະຮັກ ຫຼື ຈະເລີ່ກ

ຜູ້ຊາຍ: ລືມໃສ່ໃຈຄວາມຮູ້ສຶກຈົນກາຍເປັນເຢັນຊາ ແລະ ເລີ່ກໃສ່ໃຈຄວາມຮູ້ສຶກ.

ຜູ້ຍິງ: ຈະມັກລືມໃສ່ໃຈເຫດຜົນ ຈົນກາຍເປັນຄົນເຈົ້າອາລົມ.

ຂຽນເມື່ອ ຂຽນເມື່ອ: ມ.ສ.. 2, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

               ຜູ້ຊາຍສ່ວນຫຼາຍທີ່ໃຊ້ເວລາໄລຍະທຳອິດໃນການຄົບກັບຜູ້ສາວ ເຂົາຈະສັງເກດຫາສັນຍານວ່າ :  ນີ້ຈະເປັນນາລົກ ຫຼື ບໍ່  ໂດຍການສັງເກດທາງພຶດຕິກຳຂອງຜູ້ຍິງດັ່ງນີ້:

- ໂທໆຫາຕະຫຼອດ

               ຜູ້ຊາຍຈະເຊື່ອວ່າຜູ້ຍິງຄົນນັນຄິດເຖິງເຂົາຢູ່ຕະຫຼອດເວລາເມື່ອຄົນຮັກໂທຫາເຂົາກໍ່ມີຄວາມຮູ້ສຶກວ່າ ຕົນເອງຖືກສະກົດລອຍຕາມ ທີ່ຮ້າຍແຮງໄປກວ່ານັ້ນຍັງຮູ້ສຶກວ່າເໝືອນຖືກລ່າມ

ໂດຍສະເພາະເວລາຢູ່ຕໍ່ໜ້າໝູ່.

- ວາງເຄື່ອງຂອງບໍ່ເປັນລະປຽບ

              ພໍຍິງສາວເຮັດຕິລືມເສື້ອໃວ້ໃນບ້ານອງພວກຜູ້ຊາຍ ເຂົາກໍ່ຈະສຳນຶກວ່າ:

                         1/. ຍິງຄົນນີ້ກຳລັງຫາຂໍ້ອ້າງທີ່ຈະກັບມາເຮືອເຂົາອີກ

                        2/. ຍິງຄົນນີ້ກຳລັງສ້າງອານາເຂດຂອງຕົນເອງ ຖ້າຄວາມສຳພັນຍັງບໍ່ທັນຈິງຈັງເຄື່ອງຂອງກໍ່ບໍ່ຄວນໄປລືມໃວ້ເຮືອນຂອງຄົນອື່ນ,

- ບໍ່ມັກວົນນຳວຽກບ້ານວຽກເຮືອນຊວນແຕ່ໄປຫຼີ້ໄປທ່ຽວ

              ຜູ້ຊາຍຈະສັງເກດເວລາໄປຫາຢູ່ເຮືອນຫຼືວ່າເວລາໄປບ້ານຄົນອື່ນວ່າເຄີຍຈະຊ່ວຍຈັບນັ້ນຈັບນີ້ຊ່ວຍຄົນອື່ນຫຼືບໍ່,ສົນໃຈກັບອາຫານການກິນຫຼືບໍ່,ເຮືອນຊານບ້ານຊ່ອງ ເປັນລະບຽບຮຽບຮ້ອຍຫຼືບໍ່

- ສະແດງຄວາມເປັນເຈົ້າຂອງ

            ຜູ້ຍິງບາງຄົນກໍ່ຫຼີ້ນໂຕເອົາແທ້ເອົາວ່າກວ່າຈະເຮັດໃຫ້ເພີ່ນມັກ ເຊິ່ງນັ້ນກໍພໍເທົ່າທີ່ພໍສົມຄວນບໍ່ແມ່ນວ່າເວລາອອກໄປນອກຈະຈຸກຈິກເກີນເຫດ ເຮັດໃຫ້ຜູ້ຍິງຄິດວ່າເຂົາເປັນສົມບັດຂອງຜູ້ບິງຄົນນັ້ນ.

- ຄວາມສຳພັນກ້າວໄປໃວເກີນເຫດ

           ເວົ້າເຖິງຄວາມສຳພັນຜູ້ຊາຍເຄື່ອນໃຫວຢູ່ສອງລະດັບຄື: ຊ້າ ກັບ ຢຸດ ເຂົາເຈົ້າຕ້ອງການການຊຸກຍູ້ ແຕ່ບໍ່ແມ່ນຊຸກກັນເຕັມແຮງທັນທີ ຕົວບົ່ງບອກທີ່ເຫັນໆກໍ່ຄື ເລື້ອງຄວາມຜູກພັນ ແລະ ອີກເລື້ອງ

ທີ່ເຮັດໃຫ້ຜູ້ຊາຍຂັວນເສຍກໍ່ຄືການພາເຂົ້າໄປຫາພໍ່ກັບແມ່ຕອນເຫັນໜ້າກັນພຽງຄັ້ງທີສອງທີສາມ.

 

 

                                                                              (ກ່າຍມາຈາກວາລະສານ ເອົາມາປັນໝູ່ອ່ານ  ຂອບໃຈສຳລັບວາລະສານວັດທະນະທຳ)