ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 10, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ຊຽນໄກ່ສອງຄົນສົນທະນາກັນເລື້ອງໄກ່ຈີ:

ຊຽນຜູ້ທີ່1 : ສ່ຽວໂຕເອົາຫຍັງເກືອໄກ່ໂຕຄືມາຕີເກັ່ງແທະ?

ຊຽນຜູ້ທີ2: ກໍ່ບໍ່ໄດ້ເອົາອາຫານວິເສດຫຍັງເກືອມັນດອກ! ພຽງແຕ່ເຮົາຊື້ໄກ່ຕີທີ່ຕົ້ມສຸກເປັນໂຕ ໄປວາງໃວ້ຕໍ່ໜ້າມັນ

                  ແລ້ວກໍ່ບອກມັນວ່າ " ຖ້າມຶງຕີບໍ່ແພ້ມຶງກໍ່ຈະເປັນແບບນີ້ແຫຼະ "

 

 

( ຂອບໃຈ )  ກ່າຍນຳເຂົາເຈົ້າມາປັນໝູ່ອ່ານນຳຊື່ໆ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 16, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ທ້າວ. ເຜິ່ງ  ຫຼັງຈາກເລີ່ກວຽກກໍ່ໄດ້ອອີກໄປກິນເບຍນຳກັນກັບໝູ່ຢູ່ຮ້ານ ເມົາບໍ່ເລີ່ກ

ຫຼັງຈາກກິນເມົາກຳລັງໄດ້ທີ່ໝູ່ຄູ່ກໍ່ພາກັນກັບໄປຮັບລູກຮັບເຕົ້າເຫຼືອແຕ່ ເຜິ່ງ . ກຳລັງລົງຂາ

ກໍ່ເລີຍຂີ່ລົດໄປແວ່ກິນເບຍຢູ່ຮ້ານຄາລາໂອເກະ ປີ້ງເປັດນາໄຊ  ເມື່ອເຜິ່ງເຂົ້າໄປນັ່ງສາວຫຽດ

ກໍ່ໄດ້ມາບໍລິການເຫງັ້ນເບຍໃຫ້ທ້າວເຜິ່ງ ພໍກິນໄປສອງສາມແກ້ວທ້າວ ຜິ່ງ ກໍ່ເລີ່ມເມົາ ກິນບໍ່ໄດ້

ກະເລີຍລັກຖອກເບຍຖິ້ມ ສາວຫວຽດເຫັນ ເຜິ່ງເຫງັນຖິ້ມຫຼາຍເທື່ອເລີຍຢາກຮ້າຍ ກໍ່ເລີຍເົ້າອອກມາ

ວ່າ . ອ້າຍໆ ກິນດີໆແມະອ້າຍ ອ້າຍກິນບໍ່ດີລະຖືກຕີນນ້ອງໄດ.  ເຜິງໄດ້ຍິນກໍ່ຢາກຮ້າຍວ່າສາວຫຽດ

ເວົ້າໃສ່ເຜິ່ງເລີຍຖາມແບບນັກເລງເກົ່າວ່າ ອ້າຍກິນບໍ່ດີລະເປັນຫຍັງ ສາວຫຽດກະຕອບວ່າ ອ້າຍເບິ່ງຕີນ

ນ້ອງແມະ ຶ້າຍກິນບໍ່ດີລະຖອກເບຍຖືກຕີນນ້ອງປຽກໝົດ.

 

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 7, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

ຕອນເດິກຂອງຄືນໜຶ່ງ ຄູບາໄດ້ໂທແຈ້ງຕໍາຫຼວດວ່າມີ ຂະໂມຍມາລັກເອົາເງິນຢູ່ວັດ

ເຈົ້າໜ້າທີ່ຖາມ: ເງິນເສຍຫຼາຍປານໄດລະຄູບາ

ຄູບາຕອບ:      ເສຍ 20 ບາດ

ເຈົ້າໜ້າທີ່: ໂອ້ຍ......ຄູບາເອີ້ຍເງິນເສຍ 20 ບາດ ກະແຈ້ງເນາະຢ່າມັນເທາະເດິກແລ້ວ  (ຕໍາຫຼວດຢາກຮ້າຍເພາະກຳລັງນອນແຊບໆໆ)

                       ພໍຮຸ່ງເຊົ້າຂອງມື້ຕໍ່ມາຄູບາກໍ່ໄປຫາຕໍາຫຼວດແຕ່ເຊົ້າບອກວ່າພໍ່ອອກເອີ້ຍໄປເບິ່ງໃຫ້ແດ່ນ່າ...ເງິນຢູ່ວັດເສຍແທ້ໄດ,ຕໍ່ຫຼວດຂັດບໍ່ໄດ້ກໍ່ເລີຍ

ນຳກັງລົງໄປເບິ່ງພໍໄປຮອດວັດຍາພໍ່ກໍ່ພາເຂົ້າໄປໃນຫ້ອງທີ່ເກັບເງິນມ້ຽນແລ້ວຊີ້ໃສ່ບາດ 20 ໜ່ວຍ ພໍ່ອອກເບິ່ງດຸຫັ່ນເຈົ້າວ່າຈັກປີຊົ່ວຊິທ້ອນເງິນໄດ້ເຕັມ

ບາດ 20 ໜ່ວຍ  ພໍ່ອອກວ່າເງິນ ດ້າມໜ້ອຍຊັ້ນເບາະ.

   (ບົດຄວາມນີ້ກ່າຍມາຈກວາລະສານ ອັບເດດເຮົານິແລ້..)

ຂຽນເມື່ອ ຂຽນເມື່ອ: ມ.ສ.. 4, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

   ໃນຂະນະທີ ພໍ່,ແມ່ ແລະ ລູກສາວກຳລັງກິນເຂົ້າຢູ່

ນາງແກ້ວຜູ້ເປັນລູກສາວ ອາຍຸ 18 ປີ ອາລົມດີກໍ່ທັງຮ້ອງເພງໄປນຳກິນເຂົ້າໄປນຳ

ຜູ້ເປັນພໍ່ລຳຄານໃຈເລີຍເວົ້າວ່າ ລູກເອີ້ຍ...ລູກຢ່າຮ້ອງເພງແມ້...ຍາມກິນເຂົ້ານະ

ບູຮານເພີ່ນວ່າ ຊິໄດ້ຜົວເຖົ້າໄດ!

     ນາງແກ້ວ ກໍ່ຮູ້ດີວ່າພໍ່ເວົ້າຕົວະ ນາງຈຶ່ງເວົ້າສວນຄືນວ່າ " ຊັ້ນຕອນອີ່ແມ່ຍັງນ້ອຍເພີ່ນຕ້ອງມັກຮ້ອງເພງໃນຕອນກິນເຂົ້າ,ແມ່ນບໍ່ອີ່ພໍ່ "

ຂຽນເມື່ອ ຂຽນເມື່ອ: ມ.ນ.. 31, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ຍິງຄົນໜຶ່ງເຂົ້າໄປແຈ້ງຄວາມກ່ຽວກັບເລື້ອງຂໍຢ່າຮ້າງຈາກຜົວ.

ສານຖາມ        ເປັນຫຍັງຈຶ່ງຕ້ອງການຢ່າຮ້າງຈາກຜົວ?

ຍິງຄົນນັ້ນຕອບ  ກໍ່ເພາະຜົວຂອງຂ້ອຍນອກໃຈຂ້ອຍຫັ້ນຕີ່...

ສານຖາມ    ແລ້ວເຈົ້າຮູ້ໄດ້ແນວໄດວ່າຜົວນອກໃຈເຈົ້າ?

ຍິງຄົນນັ້ນຕອບ   ກໍ່ເພາະລູກຂອງຂ້ອຍເກີດມາແຕ່ລະຄົນໜ້າຕາບໍ່ຄືພໍ່ມັນຈັກຄົນເລີຍ

 

(ເລື້ອງນີ້ຢືມມາຈາກວາລະສານສະບັບໜຶ່ງ)

ຂຽນເມື່ອ ຂຽນເມື່ອ: ມ.ນ.. 25, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

      ສອງຜົວເມຍຄ່ໜຶ່ງ ອາຍຸ 60 ປີ ກຳລງັສະຫຼອງວັນຄົບຮອບແຕ່ງງານ ຄົບຮອບ 25ປີ ໃນງານສິລິມຸງຄຸນນັ້ນໄດ້ມີນາງຟ້າ ອົຝໜຶ່ງປະກົດ8ື້ນມາເພື່ອໃຫ້ພອນແກ່ຜົວເມຍ

ທີ່ຮັກກັນມາດົນ.ນາງຟ້າໃຫ້ໂອກາດທັງສອງຜົວເມຍແຕ່ລະຄົນມີສິດຂໍພອນໄດ້1ຂໍ້

ຜ່າຍເມຍຂໍ   ຂ້ານ້ອຍຢາກໄປທ່ຽວທົ່ວໂລກ  ແລະແລ້ວນາງຟ້າ ກໍ່ເສກ ປິ້ງ   ຜູ້ເມຍໄດ້ປີຍົນມາ 1ປີ້

ຜູ້ຜົວຂໍ      (ນຶກເຖິງສາວນ້ອຍຢູ່)  ຜູ້ຂ້າຢູ່ກັບເມຍມາກໍຫຼາຍປີແລ້ວ ຂໍໃຫ້ຜູ້ຂ້າໄດ້ເມຍທີ່ອາຍຸໜ້ອຍກວ່າຜູ້ຂ້າ 30ປີ  ທັນທີນັ້ນ ນາງຟ້າກໍ່ເສກ ປິງ  ໃຫ້ຜູ້ຜົວ ກາຍເປັນຜູ້ຊາຍເຖົ້າທີ່ມີອາຍຸ 90 ປີ