ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 15, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ດັ່ງທີ່ຫຼາຍໆຄົນຮູ່ເນາະຄົນເຮົາຖ້າເຈັບແຂ້ວເຫຼັ້ມໄດກໍ່ໄປລົກແຂ້ວແຫຼ້ມນັ້ນອອກ

ແລ້ວກໍ່ຈະບໍ່ເຈັບແຂ້ວເຫຼັ້ມນັ້ນອີດເລີຍ.

      ແລ້ວຖ້າເຈັບຫົວ ເດ ຕັດຫົວອອກ ຊິເຊົາເຈັບຫົວຕະຫຼອດຊິວິດບໍ່?

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 12, 2011 | ມີ 21 ຄຳເຫັນ ແລະ 0 trackback(s)

ທ່ຽງຄືນຂອງຄືນໜິ່ງຂ້ອຍຕື່ນຂື້ນມາດ້ວຍຄວາມຕົກໃຈຍ້ອນໄດ້ຍິສຽງ

ຄົນມາເຄາະປະຕູຫ້ອງເຊົ່າຂ້ອຍພໍລຸກມາເປີດກໍ່ເຫັນວ່າມີກອງຫຼອນບ້ານ

4ຄົນມານຳກັນເພີ່ນບອກວ່າຈະມາກວດຄົນພັກເຊົາຂ້ອຍກໍ່ໃຫ້ເຂົາໄປກວດ

ພໍກວດຫ້ອງຂ້ອຍແລ້ວກໍ່ໄປກວດຫ້ອງທາງຂ້າງເຊິ່ງມີນ້ອງສາວນັກສຶກສາ

ມາແຕ່ຕ່າງແຂວງມາເຊົ່າຢູ່. ກອງຫຼອນບ້ານໄດ້ຂໍກວດຄົນເອກະສານນຳລາວ

ລາວກໍ່ໃຫ້ຄວາມຮ່ວມມືເປັນຢ່າງດີ,ພໍກອງຫຼອນບ້ານກວດກາຄົບທຸກຫ້ອງ

ແລ້ວກໍ່ພາກັນກັບ. ອີກປະມານ 15 ນາທີກໍ່ໄດ້ຍິນສຽງຄົນມາເຄາະປະຕູ

ຫ້ອງທາງຂ້າງທີ່ນ້ອງສາວນັກສຶກສາຄົ້ນນັ້ນເຊົ່າຢູ່ອີກເທື່ອໜຶ່ງ. ແລ້ວກໍ່ໄດ້

ຍິນສຽງລົມກັນຄ່ອຍໆແຕ່ຂ້ອຍກໍ່ບໍ່ສາມາດຈັບເນື້ອຄວາມໄດ້ອີກປະມານ

10 ນາທີກໍ່ໄດ້ຍິນສຽງຜູ້ຍິງຮ້ອງໄຫ້ຢູ່ຫ້ອງທາງຂ້າງ. ທຸກຄົນທີ່ເຊົ່າຫ້ອງແຖວ

ຢູ່ແຕ່ລະຫ້ອງພາກັນລຸກຂື້ນມາເບິ່ງປະກົດວ່າແມ່ນນ້ອງສາວນັກສຶອກສາຄົນນັ້ນ

ນັ່ງໄຫ້ຢູ່ໃນຫ້ອງຄົນດຽວ.ພໍສອບຖາມລາວກໍ່ບອກວ່າ. ອ້າຍເສີດ ກອງຫຼອນບ້ານ

ລາວເຂົ້າມາຂົ່ມຂືນຂ້ອຍ.ລາວອັດປາກຂ້ອຍໃວ້ບໍ່ໃຫ້ຮ້ອງຄົນມາຊ່ວຍພໍລາວເຮັດ

ແລ້ວໆລາວກໍ່ແລ່ນອອກຈາກຫ້ອງໄປ.ມີຄົນແຖວນັ້ນເຫັນວ່າມີຜູ້ຊາຍແລ່ນອອກໄປ

ຈາກຫ້ອງນັ້ນແທ້. ມາຮອດປະຈຸບັນກອງຫຼອນບ້ານຄົນທີ່ຊື່ເສີດນັນກໍ່ຫາຍຕົວໄປ

ແບບບໍ່ມີຮ່ອງຮ້ອຍ.ໄປຖາມລູກຖາມເມຍກໍ່ບອກວ່າອອກໄປແຕ່ຄືນນັ້ນຍັງບໍ່ເຫັນ

ກັບຄືນມາເຮືອນ. 

 

ເລື້ອງນີ້ເປັນປະກົດການອັນຫຍໍ້ທໍ້ຂອງສັງຄົມທີ່ບໍ່ຄວນຈະເກີດຂື້ນເລີຍໃນສັງຄົມລາວ

ນັກສຶກສາຜູ້ຍິງທີ່ຈາກບ້ານຈາກເຮືອນມາເຊົ່າຫໍພັກຢູ່ຄົນດຽວບໍ່ມີຍາດພີ່ນ້ອງຕໍ່ໄປ

ຈະໄປເຜິ່ງໃຜໄດ້. ພໍ່ແມ່ຮູ້ເລື້ອງແລ້ວຈະຮູ້ສຶກແບບໄດ.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 11, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ທ້າວ. ເຜິ່ງ ເປັນລູກຊາຍໂທນ ພໍ່ກໍ່ຮັກແມ່ກໍ່ຮັກ ລ້ຽງດູຢ່າງດີ ມົດບໍ່ໃຫ້ໄຕ່ໄລບໍ່ໃຫ້ຕອດ ທຽວຮັບທຽວສົ່ງທຸກມືທີ່ ເຜິ່ງໄປໂຮງຮຽນ

ແຕ່ພໍ ເຜິ່ງ ຈົບ ມ3 ພໍ່ແມ່ກໍ່ຈຳເປັນຕ້ອງຍ້າຍໂຮງຮຽນໃຫ້  ເຜິ່ງ  ເພາະ ໂຮງຮຽນທີ່ເຜິ່ງຮຽນມີຮອດແຕ່ ມມັດທະຍົມຕົນ.

         ພໍເຜິ່ງຍ້າຍໂຮງຮຽນໃໝ່ ພໍ່ແມ່ກໍ່ໄດ້ຊື້ລົດ ໃຫ້ເຜິ່ງ ຂັບໄປໂຮງຮຽນດ້ວຍຕົວເອງ ເພາະຄິດວ່າລູກກໍ່ໃຫຍ່ແລ້ວ. ເມື່ອຍ້າຍໂຮງຮຽນ

ໃໝ່ ກໍ່ປະຕິເສດບໍ່ໄດ້ ທີ່ເຜິ່ງກໍ່ຕ້ອງມີໝູ່ໃໝ່ ໃນນັ້ນມີ ທ້າວ ຕໍ່ ມາຕີສະນິດສະໜົມກັບເຜິ່ງ ແລ້ ມັກຊວນເພິ່ງໄປນຳສະເໝີ.

       ມາຮອດມື້ໜຶ່ງ ຕໍ່ ໄດ້ຫາໃຫ້ ເຜິ່ງ ໃຫ້ພາໄປເຮືອນພີ່ນ້ອງ ເພິ່ງກໍ່ຕອບຮັບພາໄປເພາະ ຜ່ານມາ ເຜິ່ງ ກໍ່ເຄີຍ ພາ ຕໍ່ໄປເຮືອນນັ້ນມາຫຼາຍຄັ້ງ

ແລ້ວ ພໍໄປຮອດເຮືອນ ທີ່ ທ້າວ ຕໍ່ ວ່າເປັນເຮືອນພີ່ນ້ອງນັນກໍ່ເໝືອນທຸກຄັງ ຕໍ່ ໃຫ້ ເຜິ່ງ ນັ່ງຖ້າຢູ່ລົດ ແລ້ວຕໍ່ກໍ່ເຂົ້າໄປຫາເຈົ້າຂອງບ້ານ ໄດ້ປະມານ

10 ນາທີ ຕໍ່ກໍ່ຢ່າງອອກມາ ແລ້ວກໍ່ຊວນເຜິ່ງກັບບ້ານ ພໍເຜິ່ງຈະຂັບລົດກັບບ້ານນັ້ນເອງທັນທີທັນໄດ ຕໍາຫຼວດ ກໍ່ໄດ້ຈູ່ໂຈມເຂົ້າໄປຄວບຄຸມຕົວ ທ້າວ ເຜິ່ງ

ແລະ ກໍ່ທ້າວ ຕໍ່  ພ້ອມດ້ວຍເຈົ້າຂອງບ້ານ ຫຼັງຈາກນັນຄົ້ນກະເປົາປື້ມທີ່ ຕໍ່ ພາຍຢູ່ນັນ ພົບຢາບ້າ 5.000 ເມັດ . ຕໍ່ໄດ້ໃຫ້ການກັບຕໍາຫຼວດວ່າ ໄດ້ມາຮັບ

ເອົາຢາບ້າ ນຳເຈົ້າຂອງເຮືອນຫຼັງດັ່ງກ່າວຜ່ານມາ 4 ຄັງແລ້ວໂດຍຮ່ວມກັນກັບ ເຜິ່ງ ທຸກຄັງ ແລ້ວເອົາໄປຂາຍໃຫ້ໝູ່ ທີ່ຕິກຢາ ນຳກັນ .ເ7ົາຂອງບ້ານ

ຄົນທີ່ຂາຍຢາໃຫ້ ຕໍ່ ກໍ່ໃຫ້ ການວ່ານ ໄດ້ ຂາຍຢາໃຫ້ ຕໍ່ ກັບ ເຜິ່ງ ມາແລ້ວ 4 ຄັ້ງ ທຸກຄັ້ງທັງສອງຄົນຈະມາຮັບຢານຳກັນເໝືອນດັ່ງຄັ້ງນິີ້ , ສ່ວນທ້າວເຜິ່ງ

ໄດ້ໃຫ້ການປະຕິເສດ ເຊິ່ງໃຫ້ການວ່າ ໄດ້ເຄີຍພາ ຕໍ່ ມາເຮືອນນີ້ຫຼາຍຄັ້ງ ແຕ່ບໍ່ຮູ້ວ່າ ຕໍ່ ມາເອົາຢາໄປຂາຍ ທຸກຄັ້ງທີ່ມາ ຕໍ່ກໍ່ໃຫ້ຖ້າຢູ່ ລົດ ແລ້ວຕໍ່ ກໍ່ເຂົ້າໄປ

ຄົນດຽວ ແລ້ວກໍ່ອອກມາຊວນເມືອ ແລ້ວກໍ່ພາໄປລ້ຽງເບຍເພື່ອຕອບແທນ.

 

                              ( ມາຮອດນິພໍກ່ອນເນາະ ເອົາໄວ້ມື້ໜ້າຈິ່ງອ່ານຕໍ່ ວ່າຊິວິດ ເຜິ່ງຈະໄດ້ຮັບໂທດແບບໄດ )

 

                   ຂອບໃຈທຸກຄົນທີ່ສະລະເວລາອ່ານ  ຫວັງວ່າເລື້ອງນີ້ ຈະເປັນ ອຸທາຫອນ ອຸທາເຫົ້າ ໃຫ້ຫຼາຍຄົນ ກ່ອນທີ່ຈະ ເລື່ອກຄົບໃຜ

 

                                                                    ຂໍຂອບໃຈ    ຂອບຮູບບໍ່ເອົາເດີ່ ເອົາແຕ່ຂອບໃຈ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 3, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ເລື້ອງທີຂ້າພະເຈົ້າຈະເລົ່ນໃນຕໍ່ໄປນີ້ແມ່ນຊີວິດຈິງຂອງເດັກຊາຍຄົນໜຶ່ງ

   ທີ່ນະຄອນຫຼວງວຽງຈັນມີ ຊາຍໜຸ່ມແລະ ຍິງສາວ ຄູ່ໜຶ່ງເປັນ ຄົນມາຈາກຕ່າງແຂວງ ໄດ້ມາຄົບຮັກກັນທີ່ນະຄອນຫຼວງວຽງຈັນ ຈາກນັ້ນທັງຄູ່ກໍ່ໄດ້ແຕ່ງງານກັນ

ເລີ່ມຈາກການຢູ່ເຮືອນຫໍຫ້ອງເຊົ່າ ພວກເຂົາທັງຄູ່ໄດ້ສ້າງເນື້ອສ້າງຕົວຈົນສາມາດຊື້ດິນແລະປຸກເຮືອນເປັນຂອງຕົວເອງໄດ້ໜຶ່ງຫຼັງເຖິງຈະບໍ່ໃຫຍ່ແຕ່ກໍ່ເປັນນ້ຳເຮື່ອ

ນ້ຳແຮງທີ່ທັງຄູ່ສ້າງຮ່ວມກັນມາ. ຫຼັງນັ້ນທັງຄູ່ກໍ່ຕັດສິນໃຈທີ່ຈະມີສາຍຍາດເອົາໃວ້ສືບພັນ ປະກົດວ່າທັງຄູ່ໄດ້ລູກຊາຍຄົນໜຶ່ງ ມີນາມວ່າ ທ້າວ ຮ  (ນາມສົມມຸດ)

ພໍທ້າວ ຮ ອາຍຸໄດ້ 5 ປີ ພໍ່ແລະແມ່ກໍ່ພາໄປຮຽນຢູ່ໂຮງຮຽນປະຖົມ ປ  (ນາມສົມມຸດຂອງໂຮງຮຽນ)  ແຕ່ໃນຂະນະທີ່ ທ້າວ ຮ ໄປຮຽນໄດ້ປະມານ 2 ເດືອນ ແມ່ຂອງ

ທ້າວ ຮ  ກໍ່ໄດ້ລົ້ມປ່ວຍ ດ້ວຍໂລກ ມະເຮັງ ເຕົ້ານົມ  ແລະແລ້ວກໍ່ເສຍຊີວິດລົງ . ພໍເປັນຢ່າງນັ້ນ ພໍ່ ຂອງ ທ້າວ ຮ ກໍ່ ແບກຮັບພາລະລ້ຽງລູກຄົນດຽວ ຈົນວັນໜຶ່ງລາວໄດ້

ມາເຈີຍິງສາວຄົນໜຶ່ງ ຊື່ ນາງ ເປດ  (ນາມສົມມຸດ) ທີ່ໄດ້ຮັບປາກຮັບຄຳວ່າຈະດູແລລ້ຽງດູ ທ້າວ ຮ ໄປຊ່ວຍກັນກັບລາວ.ດ້ວຍຄວາມທີ່ຕົນເອງກໍ່ເປັນພະນັກງານລັດຖະກອນ

ຄົນໜຶ່ງ  (ຕໍາຫຼວດ) ເຊິ່ງບາງຄັ້ງກໍ່ຖືກປະຈຳການອາດຈະບໍ່ມີເວລາຢູ່ກັບລູກ ສະນັ້ນ ຈຶ່ງໄດ້ຕັດສິນໃຈ ແຕ່ງາງນ ກັບ ນາງ  ເປດ  .ພໍແຕ່ງານກັນໄປ ນາງ ເປດເອງກໍ່ໄດ້

ດູແລເອົາໃຈໃສ່ ທ້າວ ຮ  ຊ່ວຍລາວເປັນຢ່າງດີ ແລະ ທ່້າວ ຮ ກໍ່ເປັນເດັກດີ ຕັ້ງໃຈຮ້ຳຮຽນຈນໄດ້ເປັນທີ່ 1 ຂອງຫ້ອງເປັນປະຈຳ. ແຕ່ແລ້ວ ໂຊກຮ້າຍກໍ່ເກີດຂື້ນກັບ ຄອບຄົວຂອງ

ທ້າວ ຮ ອີກຄັ້ງ ພໍ່ ຂອງທ້າວ ຮ ໄດ້ຮັບ ອຸປະຕິເຫດ ຈາກ ການປະຕິບັດໜ້າທີ່ ຈົນເສຍຊິວິດ. ເຫຼືອພຽງ ນາງເປດ (ແມ່ລ້ຽງ) ໃຫ້ຢູ່ກັບ ທ້າວ ຮ ພຽງສອງຄົນ...ພໍພໍ່ຂອງທ້າວ ຮ

ໄດ້ເສຍຊີວິດລົງ  ນາງ ເປດ ກໍ່ ເລີ່ມອອກລາຍ ດ້ວຍທີ່ໂຕເອງກໍ່ຍັງສາວຍັງງານຢູ່ ແລະພໍ່ຂອງທ້າວ ຮ ກໍ່ພໍມີເງິນເກັບເຫຼືອໃວ້ໃຫ້ຈຳນວນໜຶ່ງ. ນາງ ເປດ ກໍ່ ເລີ່ມອອກທ່ຽວຫຼີ້ນ

ກິນຟຸມເຟີຍ ໂດຍບໍ່ໄດ້ສົນໃຈໄຍດີກັບ ທ້າວ ຮ ວ່າຈະຢູ່ຈະກິນແນວໄດ.ບາງຄັ້ງກັບມາກໍ່ດ່າກໍ່ຕີ ທ້າວ ຮ ຈົນ ຊາວບ້ານໄດ້ໄປທົດເອົາ.ແຕ່ເຖິງຈະເກີເຫດການແບບນັ້ນຂື້ນ

ກັບຊິວິດຂອງ ທ້າວ ຮ ທ້າວ ຮ ກໍ່ຍັງໄປໂຮງຮຽນເປັນປົກກະຕິ  ແຕ່ ທາງໂຮງຮຽນ ກໍ່ໄດ້ສັງເກດເຫັນວ່າ ການຮຽນຂອງ ທ້າວ ຮ ເລີ່ມ ອ່ອນລົງ  ແລະ ທ້າວ ຮ ກໍ່ ມີອາການ ຊຶມເຊົ້າ

ພໍສັງເກດເຫັນເປັນຢ່າງນັ້ນດ້ວຍຄວາມທີ່ທາງໂຮງຮຽນກໍ່ມີທຶນຊ່ວຍເຫຼືອຈາກອົງການໃຈກ່າຂອງບີ່ປຸ່ນແລະທ້າວ ຮ ເອງກໍ່ເປັນຄົນໜຶ່ງທີ່ເຄີຍໄດ້ຮັບທຶນນັ້ນຈຶ່ງໄດ້ແຕ່ງຄູປະຈຳຫ້ອງ

ຂອງທ້າວ ຮ ຕິດຕາມເບິ່ງພຶດຕິກຳຂອງທ້າວ ຮ ຈົນໄດ້ໄປເຫັນວ່າ ນ ເປດ ຜູ້ເປັນແມ່ລ້ຽງນັ້ນໄດ້ເອົາຜົວໃໝ່ເຂົ້າມາຢູ່ເຮື່ອນ ແລະ ໄດ້ ກົດຂີ່ຂົ່ມເຫັງທ້າວ ຮ ເໝືອນ ໝາ ຕົວໜຶ່ງທີ່

ລ້ຽງໃວ້ໃນບ້ານ  ນ ເປດ ແລະ ຜົວໃໝ່ ບ່າງມື້ກໍ່ບໍ່ໃຫ້ທ້າວ ຮ ກິນເຂົ້າ ຈົນກວ່າຈະຊັກເຄື່ອງໃຫ້ຕົວເອງແລະຜົວແລ້ວ ບາງມື້ກໍ່ຂັບໄລ່ໃຫ້ອອກໄປນອນນອກບ້ານ. ມື້ໜຶ່ງ ດ້ວຍຄວາມ

ຢາກຮຽນ ແຕ່ບໍ່ມີເງິນຊື້ອຸປະກອນຮຽນ ທ້າວ ຮ ຈຳເປັນຕ້ອງໄດ້ຕັດສິນໃຈໄປນຳຂໍທານ ນຳເດັກນ້ອຍ...ທີ່ເຮືອນຢູ່ໄກ້ຄຽງກັນພໍຈະໄດ້ເອົາເງິນມາຊື້ປື້ມຊື້ສໍ ,ວັນນັ້ນ ທ້າວ ຮ ກໍ່ຂໍທານ

ໄດ້ເງິນມາ 20.000 ກີບ ຫຼັງຈາກໄດ້ເງິນມາດ້ວຍຄວາມອິດເມື່ອຍຈາກການຢ່າງຂໍທານ ຕາມ ເສັ້ນທາງໝົດມື້ ພໍມາຮອດເຮືອນ ນ ເປດ ກໍ່ໄດ້ ຮ້າຍຕີ ດ່າວ່າ ທ້າວ ຮ ວ່າໄປຫຼີ້ນຕາຍໃສ

ໝົດມື້ໝົດເວັນວຽກເຮື່ອນວຽກຊານກໍ່ບໍ່ເຮັດ ໃນຂະນະທີ່ ກະຊາກລາກດຶງທູບຕີທ້າວ ຮ ຢູ່ນັ້ນ ທັງຄູ່ກໍ່ໄດ້ເຫັນເງິນທີ່ ທ ຮ ຂໍທານມາໄດ້ 20.000ກີບ ແລ້ວໄດ້ສໍ້ໄດ້ຖາມຈົນ ຮູ້ໄດ້ວ່າ

ທ້າວ ຮ ໄປ ຂໍທານຈຶ່ງໄດ້ເງິນມາ.ພໍເຫັນແນວນັ້ນທັງສອງເຫັນວ່າທ້າວ ຮ ຍັງພໍມີປະໂຫຍດ ຢູ່ ກໍ່ ໄດ້ເອົາເຂົ້າໃຫ້ກິນ ແລະ ມື້ຕໍ່ມາກໍ່ໄດ້ບັງຄັບໃຫ້ໄປຂໍທານທຸກໆວັນເສົາທິດເພື່ອເອົາ

ເງີນມາໃຫ້ຕົນໂດຍອ້າງກັບ ທ້າວ ຮ ວ່າເປັນຄ່າກູລ້ຽງດູປູເສື່ອມຶງ.ເຖິງຈະເມື່ອຍແສນເມື່ອຍແຕ່ທ້າວ ຮກໍ່ບໍ່ເຄີຍ ຂາດ ຮຽນ ແຕ່ເນື່ອງຈາກວ່າ ໃນຂະນະນັ້ນທ້າວ ຮ ກໍ່ຍັງເປັນເດັກ

ຫາຈະຮຽນຢູ່ຫ້ອງ ປ 3 ດ້ວຍຄວາມຮູ້ເທົ່າບໍ່ເຖິງການຈຶ່ງຖືກໝູ່ຄູ່ທີ່ໄປຂໍທານຊັກຊວນໃຫ້ລອງເສບຢາໂດຍຕົວວ່າເປັນ ຊອກກໍແລດ ບອກວ່າ ເສບເຂົ້າໄປແລ້ວຈະເຊົາເມື່ອຍເຊົາພຽງ

ທຸກຢ່າງ.ທ້າວ ຮ ກໍ່ໄດ້ ຕິດແລະເສບນຳພວກເຂົາເຖິງແມ່ນວ່າ ທ້າວ ຮ ຈະເປັນຄົນດີປານໄດກໍ່ຕາມແຕ່ພິດຂອງຢາເສບຕິດກໍ່ໄດຄອບງຳເດັກຊາຍຄົນນັ້ນ. ຈົນມາວັນໜຶ່ງ  ທາງເຈົ້າໜ້າທີ່

ປກສ ໄດ້ເຂົ້າໄປກວດລ້າງກຸ່ມຢາເສດຕິດແລະທ້າວ ຮ ກໍ່ຕິດຢູ່ໃນກຸ່ມນັ້ນ.ຫຼັງຈາກນັ້ນທາງເຈົ້າໜ້າທີ່ໄດ້ປະສານໄປທາງຜູ້ປົກຄອງ ປະກົດວ່າ. ນ ເປດ ແລະ ຜົວໃໝ່ບໍ່ຢູ່ບ້ານມາຫຼາຍວັນ

ແລ້ວ ສະນັ້ນເຈົ້າໜ້າທີ່ຈຶ່ງ ປະສານໄປທາງໂຮງຮຽນ ທາງໂຮງຮຽນຈຶ່ງໄດ້ເຂົ້າໄປຊ່ວຍເຫຼືອເພາະເຫັນວ່າ ທ້າວ ຮ ເຄີຍເປັນນັກຮຽນດີ ຫຼັງຈາກເສັດສິ້ນຄະດີ ຢ່າເສບຕິດແລ້ວ ທາງໂຮງຮຽນ

ໄດ້ໃຫ້ ເອື້ອຍຄູ ຊື່ ນ  ແກ້ວ  ແອບຕິດຕາມໄປເບິ່ງເຫັນວ່າທ້າວ ຮ ຖືກແມ່ລ້ຽງລັງແກຈົນເກີນກວ່າມະນຸດນ້ອຍໆຄົນໝຶ່ງຈະຮັບໃຫວ.ຈຶ່ງໄດ້ແອບຖ່າຍ ຄຣິບ ວີດີໂອ ມາໃຫ້ທາງໂຮງຮຽນເບິ່ງ

ແລະສະເໜີໃຫ້ ອົງການໃຈກ່າເຂົ້າຊ່ວຍເຫຼືອເນື່ອງຈາກ ທ້າວ ຮໍ ບໍ່ມີທີ່ຢູ່ເພາະກັບບ້ານບໍ່ໄດ້ຈຶ່ງໃຫ້ ພັກຢູ່ໂຮງຮຽນສ່ວນຄ່າລ້ຽງດູແມ່ນທາງໃຈກ່າຈະອອກໃຫ້ດ້ວຍຄວາມເຫັນໃຈແລະຄວາມ

ມີນ້ຳໃຈຂອງ ຄູ ແກ້ວ ຈຶ່ງໄດ້ຂໍເອົາ ທ້າວ ຮ ມາລ້ຽງດູເອງຢູ່ທີ່ ບ້ານ ເພາະເອື້ອຍຄູແກ້ວເອງກໍ່ບໍ່ທັນມີລູກ...ຈົນເຖິງປະຈຸບັນນີ້ ຄູ ແກ້ວ ກໍ່ໄດ້ເອົາໄປໂຮງຮຽນນຳທຸກວັນ ,ແຕ່ພຶດຕິກຳຂອງ ທ້າວ ຮ

ກໍ່ບໍ່ສົມ ບູນເໝືອນ ເດັກນ້ອຍ ທົ່ວໄປ ບາງຄັ້ງກໍ່ມີ ອາການສະລຶມສະເລີ.ແຕ່ດ້ວຍຄວາມເອົາໃຈໃສ່ຜົນການຮຽນກໍ່ກັບມາດີຄືນຄືເກົ່າ,ມີບາງຄັ້ງ ທ້າວ ຮ ກໍ່ລັກອອກໄປຫາໝູ່ກຸ່ມທີ່ເຄີຍເອົາຢາ

ໃຫ້ເສບພໍຈັບໄດ້ກໍ່ບອກວ່າ ຊອກໂກແລດໝູ່ເອົາໃຫ້. (ພາສາເດັກນ້ອຍ ອາຍຸ 8 ປີ ) ຊິວິດ ແລະ ອານາຄົດຂອງທ້າວ ຮ ຈະເປັນແນວໄດນັ້ນກໍ່ຄົງຕ້ອງຕິດຕາມອີກຕໍ່ໄປ 

    (ຂອບໃຈທຸກຄົນທີ່ສະລະເວລາມາອ່ານ , ຖ້າຜິດພາດໄປການໄດກໍ່ຊ່ວຍແນະນຳໄດ້ເດີ ເພາະຂ້າພະເຈົ້າກໍ່ບໍ່ແມ່ນນັກຂຽນ ຕອນຮຽນເສັງຫັດແຕ່ງສູງສຸດກໍ່ໄດ້ແຕ່6  ຂອບໃຈຫຼາຍໆໆ)