ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 17, 2012 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

<!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0in 5.4pt 0in 5.4pt;mso-para-margin:0in;mso-para-margin-bottom:.0001pt;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->

- ຈົ່ງເຂັ້ມແຂງ       ພ້ອມທີ່ຈະເປີດເຜີຍຄວາມໃນໃຈ

- ຈົ່ງອ່ອນແອ        ພ້ອມທີ່ຈະຮັບຄວາມຜິດຫວັງ

- ຈົ່ງໃຈກວ້າງ       ພ້ອມທີ່ຈະຍອມຮັບຄວາມຈິງທຸກຢ່າງ

- ຈົ່ງສະຫລາດ       ພ້ອມທີ່ຈະຮູ້ວ່າເຮົາບໍ່ໄດ້ຮູ້ທຸກສິ່ງ

- ຈົ່ງໂງ່            ພ້ອມທີ່ຈະເຊື່ອໃນປາຕິຫານ

- ຈົ່ງເຕັມໃຈ         ພ້ອມທີ່ຈະແບ່ງປັນຄວາມສຸກຂອງຕົນໃຫ້ກັບຜູ້ອື່ນ

- ຈົ່ງເຕັມໃຈ         ພ້ອມທີ່ຈະແບ່ງຮັບຄວາມທຸກຈາກຜູ້ອື່ນ

- ຈົ່ງມີເຫດຜົນ       ພ້ອມທີ່ຈະໃຫ້ອະໄພແກ່ຄົນຮັກ

- ຈົ່ງເບິ່ງພຽງແຕ່ບາດຍ່າງຖັດໄປ ພ້ອມທີ່ຈະສ້າງໃຫ້ວັນໃຫມ່ໆສົດໃສສວຍງາມສະເຫມີ

- ຈົ່ງຮັກຄົນທີ່ຮັກທ່ານ ແລ້ວມື້ຫນຶ່ງເຂົາຈະເຫັນໃຈທ່ານ

- ສິ່ງສຳຄັນ...        ຈົ່ງເປັນໂຕຂອງເຮົາເອງ ນັ້ນລະດີທີ່ສຸດ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 17, 2012 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

<!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0in 5.4pt 0in 5.4pt;mso-para-margin:0in;mso-para-margin-bottom:.0001pt;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->

<!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0in 5.4pt 0in 5.4pt;mso-para-margin:0in;mso-para-margin-bottom:.0001pt;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->

 ອ່ານບົດສຸພາສິດ

-    ເປັນຄົນຕ້ອງເປັນຄົນແທ້ ປາກ-ໃຈ ຊື່ບໍລິສຸດ

ທຳການງານສຸດຈະລິດ ຈິ່ງຈະເລີນເມືອຫນ້າ

-    ມີວາຈາເປັນທີ່ຕັ້ງ ຄຸນນະທຳເສີມສົ່ງ

ເຖິງຈະຕົກຟາກຟ້າ ບໍ່ມີມື້ຫມົ່ນຫມອງ

-    ສົມບັດຫາມາໄດ້ ບໍ່ລັກໂລບຂອງໃຜ

ຫາມາດ້ວຍແຮງຕົນ ເຕົ້າໂຮມມາເລື້ອຍ

-    ກຳເວນນັ້ນ ມີຈິງໃນໂລກ

ເຖິງຈະຫນີໃຫ້ພົ້ນ ເວນນັ້ນກໍໄລ່ຕາມ

-    ເກີດເປັນຄົນ ຈະພົບເຫັນຮ້ອຍແປດ

ທັງດີ ແລະ ຮ້າຍ ໂຮມເຂົ້າໃຫ້ຮໍ່າຮຽນ

-    ພຽງແຕ່ເອົາໃຈສູ້ ຂຸດພູບໍ່ໄຫວຫວັ່ນ

ຖົມທະເລກໍໄດ້ ເພາະໃຈກ້າກັ່ນແຂງ

 

<!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0in 5.4pt 0in 5.4pt;mso-para-margin:0in;mso-para-margin-bottom:.0001pt;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->

ອ່ານສຸພາສິດ-ຄຳຄົມ

 

- ຢູ່ໃນກຸ່ມຄົນທີ່ເຈົ້າເຫັນວ່າຊົ່ວ ອາດມີບາງຄົນເປັນຄົນດີທີ່ສຸດເຂົາຊົ່ວເພາະຖືກກັ່ນແກ້ງ

- ຂອງດີຍ່ອມມີປະໂຫຍດແກ່ຜູ້ທີ່ຮູ້ຈັກໃຊ້

- ນິໄສຄົນພານ ຍ່ອມບໍ່ຮູ້ຈັກກະຕັນຍູ

- ຄວາມລະແວງສົງໄສ ເປັນບໍ່ເກີດແຫ່ງຄວາມແຕກແຍກ

- ເຮັດວຽກຢູ່ກັບນາຍບໍ່ດີ ເຫມືອນຢູ່ກັບຜີກັບເຜດ

- ຄົນສະຫລາດຍ່ອມຕ້ອງການສິ່ງຈຳເປັນສຳລັບຊີວິດຫລາຍກວ່າສິ່ງຂອງປະດັບກາຍ

- ຄວາມຕ້ອງການທີ່ບໍ່ຮູ້ສິ້ນສຸດ ຍ່ອມນຳມາເຊິ່ງຄວາມເດືອດຮ້ອນ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 17, 2012 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

<!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0in 5.4pt 0in 5.4pt;mso-para-margin:0in;mso-para-margin-bottom:.0001pt;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->

 

                        -ຄຸນຄ່າຂອງຄົນຢູ່ທີ່ຜົນຂອງງານ

-ຢ່າເປັນຄົນຫນ້າເນື້ອໃຈເສືອ ( ຫນ້າໄຫວ້ຫລັງຫລອກ)

-ຢ່າຢຽບເຮືອສອງແຄມ

-ຕາມໃຈປາກລຳບາກແກ່ທ້ອງ

-ຢ່າຕຳຫນິນາຍຈະໄດ້ພາຍຖົງຫນີ

-ໄປໃຫ້ເບິ່ງທີ່ ຫນີໃຫ້ເບິ່ງບ່ອນ

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

Divider

ບົນເສັ້ນທາງວຽງຈັນ-ຊຽງຂວາງ ທີ່ຜ່ານສາມແຍກພູຄູນ ໂດຍແລ່ນມາຕາມເສັ້ນທາງສູງຊັນຄົດລ້ຽວ ຜ່ານບັນດາບ້ານທີ່ຂຶ້ນກັບແຂວງຫຼວງພະບາງ ແລະ ແຂວງຊຽງຂວາງ ເຊັ່ນ: ບ້ານພູວຽງນ້ອຍ ພູວຽງໃຫຍ່ ພູສູງ ກີ່ວພູ ແລະ ບ້ານຕ່າງໆ ຊຶ່ງຕັ້ງງອຍຢູ່ແຄມພູ ໃນທີ່ສຸດ ພວກເຮົາກໍແລ່ນລົດລົງຄ້ອຍ ຫຼຸດລະດັບຄວາມສູງລົງ ມຸ່ງໜ້າສູ່ບ້ານ ຕ່າງໆຂອງເມືອງພູກູດ ແຂວງຊຽງຂວາງ ເມື່ອຜ່ານບ້ານເມືອງສຸ້ຍ ບ້ານຈອມສີ ແລະ ບ້ານອີກຈຳນວນໜຶ່ງ ແລ້ວກໍລ້ຽວຂວາ ແລະ ແລ່ນໄປອີກໄລຍະໜຶ່ງ ກໍສາມາດເຂົ້າ ເຖິງຖ້ຳພະ ຊຶ່ງຕັ້ງຢູ່ບໍລິເວນບ້ານຊຽງງາ ເມືອງພູກູດ ໄກຈາກເທດສະບານແຂວງ ໂພນສະຫວັນ 49 ກິໂລແມັດ.

ຖ້ຳພະແຫ່ງນີ້ ໄດ້ຖືກການຈັດຕັ້ງກ່ຽວຂ້ອງຂອງແຂວງ ຈັດຕັ້ງໃຫ້ເປັນແຫຼ່ງທ່ອງທ່ຽວທີ່ສຳຄັນຂອງແຂວງ ໂດຍມີການປັບປຸງ ຈັດສັນການບໍລິການຕ່າງໆ ຄົບຖ້ວນ ນັບແຕ່ ປະຕູເຂົ້າ-ອອກ ບ່ອນຂາຍປີ້ ຮ້ານກິນດື່ມ ຫ້ອງນ້ຳ ມີໄຟຟ້າເຍືອງທາງໃນຖ້ຳ ຊຶ່ງນັບວ່າເປັນຄວາມເອົາໃຈໃສ່ດີສົມຄວນ.

ຖ້ຳພະດັ່ງກ່າວ ຕາມການເລົ່າຂານ ວ່າເປັນຖ້ຳສັກສິດ ຖືກຄົ້ນພົບມາຫຼາຍເຊັ່ນຄົນ ມີພະພຸດທະຮູບໃຫຍ່ 2 ອົງ ປະດິດສະຖານໄວ້ອົງລະຫ້ອງ ອ້ອມລ້ອມດ້ວຍພະອົງ ນ້ອຍ ຈຳນວນຫຼາຍ ແລະ ໃນຖ້ຳກໍມີຫ້ອງຕ່າງໆ ບາງຫ້ອງກໍເຂົ້າເຖິງ ບາງຫ້ອງຜູ້ສົນໃຈລອດໄປເບິ່ງກໍໄດ້ ຕາມການເລົ່າຍັງໃຫ້ຮູ້ວ່າ ຖ້ຳແຫ່ງນີ້ ໃນສະໄໝສົງຄາມ ໄດ້ມີ ປະຊາຊົນເຂົ້າມາອາໄສຢູ່ ເພື່ອຫຼົບຫຼີກການປອງຮ້າຍຂອງໂຈນອາກາດ ແລະ ອາດເປັນໂຮງໝໍນ້ອຍອີກແຫ່ງໜຶ່ງກໍໄດ້ ເພາະປະກົດວ່າ  ມີຕຽງນອນຄົນເຈັບເຫຼືອຢູ່ໃນ ຫ້ອງອີກດ້ວຍ ຕາມການສັງເກດໂດຍທົ່ວໄປ ເຫັນວ່າມີຜູ້ຄົນມາຊົມ ແລະ ສັກກາລະບູຊາບໍ່ຂາດ ເພື່ອເປັນສີລິມຸງຄຸນແກ່ຊີວິດ ດັ່ງຈະເຫັນໄດ້ຈາກຮ່ອງຮອຍການບູຊາ ດອກໄມ້ ທູບທຽນ ການສ່ຽງຊີ ເປັນຕົ້ນ.

ເວົ້າລວມແລ້ວ ໂດຍອີງຕາມການຈັດສັນ ການຕົບແຕ່ງອັນພໍດ້າມພໍດີນັ້ນ ບວກກັບຄວາມສະອາດ ຈຶ່ງເຫັນສົມຄວນວ່າຖ້ຳແຫ່ງນີ້ ມີຄວາມເໝາະສົມແກ່ການໄປທ່ຽວ ເຖິງ ຈະອ່າວໄກ ແຕ່ກໍບໍ່ມີບັນຫາ ເພາະນອກຈາກຊົມສິ່ງເປັນມຸງຄຸນແລ້ວ ຍັງຈະໄດ້ຊົມທີວທັດສວຍງາມ ສູບດົມອາກາດສົດໆ ຊຶມຊັບກັບອາຍເຢັນຂອງຖ້ຳ ແລະ ຢູ່ກ້ອງຮົ່ມ ເງົາຕົ້ນໄມ້ໃຫຍ່ ໃນທ່າມກາງແວດລ້ອມຂອງພູເຂົາລຳເນົາໄພ ທີ່ໃຫ້ຄວາມຜ່ອນຄາຍທາງດ້ານຮ່າງກາຍ ແລະ ຈິດໃຈ.

ໂດຍ: ດອກຊ້ອນ ດອນໄຂງ


ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

Divider

ເວລາຖືກເຊີນໄປຮ່ວມງານລ້ຽງຕ່າງໆ ມັນກໍບໍ່ແມ່ນເລື່ອງແປກ ທີ່ຕ້ອງມານັ່ງຄິດໃຫ້ມັນເຈັບສະໝອງແມ່ນບໍ ? ແຕ່ບາງທີສິ່ງເລັກໆນ້ອຍໆ ທີ່ຄິດວ່າງ່າຍໆໃນເບື້ອງຕົ້ນນັ້ນ ມັນກໍພາໃຫ້ເຮົາບໍ່ສະບາຍໃຈ ໂດຍສະເພາະ ໃນຍາມທີ່ຕ້ອງຢູ່ທ່າມກາງ ກັບຫຼາຍໆຄົນດ້ວຍຄວາມລຳບາກ ຈົນມີຄຳຢອກຫຼິ້ນໃນພາສາຂອງຄົນຮູ້ໃຈວ່າ: ກິນເຂົ້າກັບນາຍ ຟ້ອນລຳວົງກັບເມຍ ຈັ່ງແມ່ນມັນເພຍຫົວໃຈ... ຄືຈັ່ງວ່າ ! ມັນບໍ່ເປັນທຳມະຊາດ ຫຼື ຂາດສີສັນ ແລະ ຫຼົດຊາດຈັ່ງໃດຈັ່ງໜຶ່ງ ຈັ່ງຊັ້ນລະ ! ເພື່ອບໍ່ໃຫ້ທ່ານຮູ້ສຶກອຶດອັດ ຈົນ ຕ້ອງກິນເຂົ້າບໍ່ແຊບ ຫຼື ກິນບໍ່ອີ່ມ ຈົນຕ້ອງກັບມາຈ້ຳແຈ່ວປາແດກຢູ່ເຮືອນນັ້ນ ຂໍຍົກເອົາບາງບັນຫາມາແລກປ່ຽນດັ່ງນີ້:

- ເມື່ອຖືກເຊີນ ຄວນມາກົງເວລາ ເພື່ອຈະໄດ້ທຳຄວາມຮູ້ຈັກ ສະພາບຂອງງານໄດ້ຢ່າງລະອຽດ.

- ບໍ່ຄວນລຸກອອກໄປຫັ້ນມາໜີ້ ໂດຍບໍ່ຈຳເປັນ ລະວັງການໄອ ຈາມ ຫາວ ແລະ ເບະສົບທີ່ບໍ່ຕັ້ງໃຈ.

-ບໍ່ຄວນອ່ານໜັງສື ຫຼື ຈົດໝາຍ ຍົກເວັ້ນລາຍການອາຫານ ແລະ ກິດຈະກຳທີ່ເຈົ້າພາບຢາຍໄວ້.

-ບໍ່ຄວນກາງສອກ ເດ່ແຂນ ຄືກັບຕີມວຍ ອັນເປັນການກີດຂວາງຄົນ ທີ່ນັ່ງຢູ່ທາງຂ້າງ.

- ເວລາຍົກນ້ຳ ເບຍ ຫຼື ຍໍເຫຼົ້າດື່ມ ບໍ່ຄວນຍົກສູງຈົນໄດ້ແຫງນຄໍໃສ່.

- ບໍ່ຄວນໃຊ້ມືກ້ຳຊ້າຍຈັບຈອກ ຖ້ວຍ ຫຼື ເຄື່ອງໃຊ້ທີ່ເພິ່ນຈັດວາງໄວ້ ໃຫ້ສຳລັບຄົນແຮງກ້ຳຂວາ.

- ເວລາຕັກອາຫານ ຄວນລະວັງ ບໍ່ໃຫ້ເຮ່ຍ ຫຼື ຕົກໂຢດຊະຊາຍ ເຊິ່ງພາໃຫ້ບໍ່ງາມຕາ.

- ຖ້າບັງເອີນເຮົາເຮັດສິ່ງໃດສິ່ງໜຶ່ງຜິດ ກໍຈົ່ງວາງທ່າເສີຍເປັນທຳມະຊາດ ຢ່າແກ້ຕົວ.

- ບໍ່ຈັບບາຍ ຫຼິ້ນບ່ວງ ອົມສ້ອມ ແລະ ແພເຊັດປາກ ບໍ່ຄວນຍື່ນມືຢິບເອົາເຄື່ອງໃຊ້ຂອງຄົນອື່ນ.

- ຕ້ອງໃຈໃຫຍ່ ຊ່ວຍເຫຼືອຜູ້ທີ່ຢູ່ທາງຂ້າງ ໂດຍສະເພາະແມ່ຍິງ ໃນການບໍລິການເຂົ້າປາອາຫານ.

- ບໍ່ຄວນຕັກຈົນລົ້ນ ກິນຄຳໃຫຍ່ ບໍ່ຫຍ້ຳອາຫານໃຫ້ມີສຽງດັງ ແລະ ອາຫານທີ່ຕັກມາ ຄວນກິນໃຫ້ໝົດ.

- ບໍ່ໃຊ້ມີດສຽບຕັກອາຫານໃສ່ປາກ ບໍ່ຍົກບ່ວງ ຫຼື ສ້ອມສູງເກີນໄປ ບໍ່ເວົ້າລົມເມື່ອອາຫານຢູ່ປາກ.

- ບໍ່ຄາກຖົ່ມກ້າງ ກະດູກ ເມັດ ແກ່ນ ອອກຈາກປາກ ຄວນໃຊ້ຜ້າ ຫຼື ເຈ້ຍອະນາໄມຮອງຮັບ.

- ບໍ່ເອົາຜ້າເຊັດປາກ ເໜັບໃສ່ບ່ອນໃດບ່ອນໜຶ່ງ ແຕ່ຄວນພືອອກ ພາດໄວ້ກົກຄາ ໜັາຕັກ ຫຼື ໜ້າໂຕະ.

- ຢ່າພັບ ຫຼື ມ້ຽນຜ້າເຊັດມື ຄວນປະຕາມທຳມະຊາດ ຄືກັບຜ້າທີ່ເປື້ອນແລ້ວ.

ອາຫານທຸກປະເພດ ຖ້າເຮົາບໍ່ທັນເຄີຍສັນ ກໍຢ່າຟ້າວກິນ ຄວນສັງເກດຄົນຢູ່ທາງຂ້າງ ແລ້ວຈຶ່ງຄ່ອຍຮັບປະທານຊ້າໆ ບໍ່ຟ້າວບໍ່ຝັ່ງ ສຳລັບເມຍທີ່ຍິ້ມຢູ່ທາງຂ້າງນັ້ນ ໃຫ້ຄິດ ສາວ່າ ເປັນຄົນຮັກໃໝ່ ທີ່ເຮົາຫາກໍຮູ້ຈັກ ແລະ ຢາກຟ້ອນນຳຈົນໃຈຈະຂາດ ຖ້າເຮັດໄດ້ຊ່ຳນີ້ແລ້ວ ຍັງບໍ່ມີຄວາມສຸກ ກໍບໍ່ຄວນມີຄວາມຮັກ...

ໂດຍ: ສາຍດາຣາ


ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2011 | ມີ 0 ຄຳເຫັນ ແລະ 0 trackback(s)


Divider

ຕະຫລາດ​ຊື້-ຂາຍ​ ນັກ​ເຕະ​ຮອບ​ສອງ​ໃນ​ເດືອນ​ມັງກອນ​ທີ່​ຜ່ານ​ມາ​ປິດ​ໄປ​ແລ້ວ ຄາວ​ນີ້​ຄຶກຄັກ​ບໍ່​ໜ້ອຍ ​ໂດຍ​ສະ​ເພາະ​ໃນ​ພຣີ​ເມຍ​ລີກ ບັນດາ​ນາຍໜ້າ​ນັກ​ເຕະ ​ແລະ  ສະ​ໂມ​ສອນຕ່າງໆ ​ ວິ່ງ​ເຕັ້ນ​ກັນ​ຈົນ​ເຖິງ​ວິນາທີ​ສຸດ​ທ້າຍຂອງ​ຕະ ຫລາດ.

      ​ທີ່​ຮື​ຮາ​ທີ່ສຸດ​ໃນ​ການ​ຍ້າຍ​ທິມຄັ້ງ​ນີ້ ຄົງ​ໜີ​ບໍ່ພົ້ນ ​ເຟນານ​ໂດ ຕໍ​ເຣສ ກອງ​ໜ້າ​ຊາວ​ແອັດ​ສະ​ປາຍ​ຂອງ​ລີ​ເວີ​ພູນ ​ທີ່​ບໍ່​ຄ່ອຍ​ມີ​ຄວາມສຸກ​ໃນ​ຖິ່ນ​ແອນ​ຟິວປານ​ໃດ ສຸດ​ທ້າຍ​ກໍ​ໄດ້​ຍ້າຍ​ໄປ​ຢູ່​ເຊ​ວຊີ​ສົມ​ໃຈ​ຢາກ.

ຄ່າ​ຕົວ​ມະຫາສານ 50 ລ້ານ​ປອນ ​ເປັນ​ສະຖິຕິ​ຄ່າ​ຕົວ​ການ​ຍ້າຍ​ທິມທີ່​ແພງ​ທີ່​ສຸດ​ໃນ​ບັນດາ​ນັກ​ເຕະ​ພຣີ​ເມຍ​ລີກ.

​ເປັນອັນ​ດັບ 4 ຂອງ​ໂລກ ຮອງ​ຈາກ​ຄຣິສ​ເຕຍ​ໂນ່ ​ໂຣນັນ​ໂດ ຂອງຣິວ ມາດຣິດ ທີ່​ມີຄ່າ​ຕົວ 80 ລ້ານ​ປອນ ຊະລາ​ຕັນ ອິບຣາ​ໂມ​ວິຊ ຕອນ​ຍ້າຍ​ຈາກ​ອິນ​ເຕີ ມິ​ລານ ​ໄປ​ບາ​ເຊ​ໂລ​ນ່າ 56,5 ລ້ານ​ປອນ, ກາ​ກ້າ ຈາກ​ເອຊີ ມິ​ລານ ​ໄປຣິວ ມາດຣິດ 56 ລ້ານ​ປອນ.  ນອກຈາກ​ນີ້​ ເຊ​ວຊີຍັງ​ໄດ້​ດາ​ວິດ ລູອິຊ ກອງ​ຫລັງ​ຈາກ​ເບ​ນຟີ​ກາ​ເພີ່ມ​ອີກ​ຄົນ.

ດ້ານ​ລີ​ເວິ​ພູນ ​ເຖິງ​ແມ່ນ​ຈະ​ເສຍ​ຕໍ​ເຣສ​ໄປ ກໍ​ຍັງ​ໄດ້ 2 ດາວ​ດັງ​ມາ​ເສີມ​ທິມ ຊະນິດ​ທີ່​ວ່າ​ສົມ​ນ້ຳ​ສົມ​ເນື້ອ ​ໄດ້​ທັງ ຫລຸຍ ຊົວ​ເຣສ ດາວ​ຍິງ​ອຸຣຸກວັຍ ຈາກ​ອາ​ແຈັກ ຄ່າ​ຕົວ 22,8 ລ້ານ​ປອນ ​ແລະ ​ແອນ​ດີ ຄາ​ໂຣ ສູນ​ໜ້າ​ຕົວ​ເກັ່ງ​ຈາກ ນິວຄາ​ສ​ເຊິ​ນ 35 ລ້ານ​ປອນ.

ຂະນະ​ທີ່​ທັອດ​ແນມ ຮອສ​ເປີ ພະຍາຍາມ​ດຶງ 2 ນັກ​ເຕະ​ດັງ​ຂອງ​ແອດ​ເລ​ຕິ​ໂກ ມາດຣິດ ຢ່າງ​ດິ​ເອ​ໂກ ຟໍລັນ ​ແລະ ​ເຊີ​ຈິ​ໂອ ອະ​ເກ​ວ​ໂຣ່ ສຸດ​ທ້າຍ​ກໍ​ພາດ​ຫວັງ ນອກຈາກ​ນີ້​ຍັງ​ພະຍາຍາມ​ຈະ​ຊື້​ຊາລີ ອະ​ດຳ ຫົວໜ້າ​ທິມ​ແບ​ລກພູນອີກ​ຄົນ ​ແຕ່​ກໍ​ພາດ​ໃນ​ວິນາທີ​ສຸດ​ທ້າຍ.

ຝັ່ງ​ແອັດ​ສະ​ປາຍ ປີ​ນີ້ຈະບໍ່ຄ່ອຍຄຶກຄັກປານໃດ.

ຂະນະທີ່ກັນໂຊ ຊີຣີເອ ອີຕາລີເອຊີ ມິລານ ໄດ້ນັກເຕະມາເສີມທິມຫລາຍກວ່າທິມອື່ນ ໄດ້ທັງມາກ ຟານ ບອມເມວ ຈາກບາເຢິນ ມິວນິກ ແລະ ຈາມເປົາໂລ ປາຊຊີນີ ກອງໜ້າຈາກຊາມໂດເຣຍ ແລະ ໄດ້ນິໂກລ່າ ເລກຣັອດ ຕາກລີ ກອງຫລັງຈາກຢູເວນຕຸສ.

ຂະນະທີ່ຢູເວນຕຸສ ດຶງອະເລສຊານໂດຣ ມາຕຣີ ໂດຍຢືມຈາກກາຢາຣີ່.

ຫລັງຈາກນີ້ໄປ ເປັນໄລຍະເວລາຂອງການພິສູດຜົນງານການຊື້-ຂາຍໃນຮອບນີ້ !


ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2011 | ມີ 0 ຄຳເຫັນ ແລະ 0 trackback(s)


Divider

ຄາ​ໂລ ອັນ​ເຊ​ລັອດຕິ ຜູ້​ຈັດການ​ໃຫຍ່​ທິມ​ເຊ​ວຊີ ກົ້ມ​ໜ້າ​ຮັບ​ສະພາບ​ໃນ​ນັດ​ທີ່​ເສຍ​ໄຊ​ໃຫ້​ລີ​ເວີ​ພູນ 0-1 ​ເມື່ອ​ຄືນ​ວັນ​ອາທິດ​ທີ 6 ກຸມພາ​ຜ່ານ​ມາ ຊີ້​ແຈງ​ວ່າ​ແນວ​ຮັບ​ລີ​ເວີ​ພູນ​ໜຽວ​ແໜ້ນ ສົ່ງຜົນ​ໃຫ້​ລູກ​ທິມຂອງ​ເຂົາ​ບໍ່​ມີ​ປັນຍາ​ຫາ​ຊ່ອງ​ທາງ​ເຂົ້າ​ໄປ​ຍິງ​ປະຕູ​ ໄດ້​ເລີຍ.

ຄາ​ໂລ ອັນ​ເຊ​ລັອດຕິ ຜູ້​ຈັດການ​ທິມຈອມ​ປະສົບ​ການ​ຂອງ​ເຊ​ວຊີ ສະ​ໂມ​ສອນ​ຊັ້ນ​ແນວ​ໜ້າ​ແຫ່ງ​ເສິກ​ພຣີ​ເມຍ​ລີກ ອັງກິດ ອອກ​ມາ​ເປີດ​ເຜີຍ​ວ່າ ລູກ​ທິມຂອງ​ເຂົາ​ສ້າງ​ຜົນງານ​ໄດ້​ບໍ່​ດີ ​ໃນ​ເກ​ມ​ເສຍ​ໃຫ້​ລີ​ເວີ​ພູນ ທີ່​ສະໜາມສະ​ແຕມ​ຟອດ ບຣິດ 0-1 ​ເມື່ອ​ຄືນ​ວັນ​ອາທິດຜ່ານ​ມາ ພ້ອມ​ກົ້ມ​ໜ້າຍ​ອມຮັບ​ກັບ​ຄວາມ​ປະລາ​ໄຊ​ໃນ​ນັດ​ນີ້.

“ ລີ​ເວີ​ພູນ ”​ ໄດ້ປະຕູ​ໄຊ​ຈາກ​ຝີ​ຕີນ​ຂອງ ຣາອູ​ນ ​ເມຍຣາ​ເລ​ສ ກອງ​ກາງ​ຕົວ​ເກັ່ງ ສົ່ງ​ຜົນ​ໃຫ້​ຄວ້າ 3 ຄະ​ແນນ​ກັບ​ບ້ານ​ໄດ້​ສຳ​ເລັດ ສ່ວນ​ຄວາມ​ປະລາ​ໄຊ​ຂອງ​ເຊ​ວຊີ ສົ່ງ​ຜົນ​ໃຫ້​ພວກ​ເຂົາ​ຍັງ​ຄົງ​ຕາມ​ຫລັງ​ແມນ​ເຊ​ສ​ເຕີ ຢູ​ໄນ​ເຕັດ ທິມອັນ​ດັບ 1 ​ຂອງ​ຕາຕຕະລາງ​ເຖິງ 10 ຄະ​ແນນ.

ຄາ​ໂລ ອັນ​ເຊ​ລັອດຕິ ກ່າວ​ເຖິງ​ຈັງຫວະ​ທີ່​ເຊ​ວຊີ​ພາດ​ໄດ້​ຈຸດ​ໂທດ 2 ຄັ້ງ​ວ່າ “ ຂ້ອຍ​ຄິດ​ວ່າ​ຈັງຫວະ ສະກັດ​ໃສ່ (ບຣານິສລາ​ຟ) ອິວາ​ໂນ​ວິຊ ມັນ​ຕ້ອງ​ເປັນ​ຈຸດ​ໂທດ ​ແຕ່​ເຮົາ​ຕ້ອງ​ຍອມຮັບ​ວ່າ​ເຮົາ​ຫລິ້ນ​ໄດ້​ບໍ່​ດີ​ຈິງໆ ​ເຮົາ​ຕ້ອງ​ຕັດສິນ​ຜົນງານ​ຂອງ​ກຳມະການ ​ແລະ ຂອງ​ເຮົາ​ດ້ວຍ ​ເຮົາ​ຫລິ້ນ​ໄດ້​ບໍ່​ດີ​ພໍ​ທີ່​ຈະ​ຄວ້າ​ໄຊຊະນະ​ໃນ​ເກ​ມນີ້ ພວກ​ເຂົາ​ຫລິ້ນ​ເກ​ມຮັບ​ໄດ້​ດີ​ຫລາຍ ​ແລະ ​ເຮົາ​ບໍ່​ສາມາດ​ຫາ​ພື້ນ​ທີ່​ເພື່ອ​ເປີດ​ເກ​ມບຸກ​ເລີຍ ”.

ສຳລັບ​ປະຕູ​ທີ່​ເສຍ​ໄປ ​ເປັນຈັງ​ຫວະ​ນິ້ງກັນ​ລະຫວ່າງ ປີ​ເຕີ ​ເຊັກ ຜູ້​ຮັກສາ​ປະຕູ ກັບ ອິວາ​ໂນ​ວິຊ ​ໂດຍ ອັນ​ເຊ​ລັອດຕິ​ໃຫ້​ຄວາມ​ເຫັນ​ວ່າ “ ມັນ​ເປັນຄວາມ​ຜິດພາດ​ຈາກ​ທັງ​ສອງ​ຄົນ ບໍ່​ມີ​ປະຕິກິລິຍາ​ທີ່​ດີ​ໃນ​ຈັງຫວະ​ການ ​ໂດ່​ງບານ​ທາງ​ແຄມ​ເສັ້ນ ຂ້ອຍ​ຄິດ​ວ່າ​ຜົນ​ສະ​ເໝີ​ເໝາະ​ສົມ​ທີ່​ສຸດ ​ແຕ່​ເຮົາ​ຕ້ອງ​ເຂົ້າ​ໃຈ​ວ່າ ການ​ຫລິ້ນ​ເພື່ອ​ໃຫ້​ໄດ້​ໄຊຊະນະ ​ເຮົາ​ຕ້ອງ​ສ້າງ​ຜົນງານ​ໃຫ້​ດີກ​ວ່າ​ນີ້ ”.

ຄັດ​ຈາກ​ເວັບ​ໄຊ www.siamsport.co.th


ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2011 | ມີ 0 ຄຳເຫັນ ແລະ 0 trackback(s)
 
 
Divider

ໂຈ​ເຊ່ ມູຣິນ​ໂຢ່ ຜູ້​ຈັດການ​ທິມ ຣິວ ມາດຣິດ ຫວັງ​ດຶງ ສະຕີ​ເວ່ນ ​ເຈີຣາດ ຫົວໜ້າ​ທິມລີ​ເວີ​ພູນ ​ໄປ​ເຂົ້າ​ຖິ່ນ​ຊານ​ຕິ​ອາ​ໂກ ​ເບີ​ນາ​ເບ​ວ​ໃນ​ລະດູ​ການ​ນີ້ ຫລັງ​ຕາມ​ໃຫ້​ຄວາມ​ສົນ​ໃຈ​ມາ​ດົນ​ນານ​ແລ້ວ ຄາດ​ວ່າ​ພ້ອມ​ຍື່ນ​ເງິນ ຈຳນວນ 25 ລ້ານ​ປອນ ​ໃຫ້​ລີ​ເວີ​ພູນ​ພິຈາລະນາ.

ຣິວ ມາດຣິດ ທິມຍິ່ງ​ໃຫຍ່​​ແຫ່ງ​ເສິກ​ລາ ລີ​ກາ ​ແອັດ​ສະ​ປາຍ ພ້ອມ​ທີ່​ຈະ​ຍື່ນ​ຂໍ້​ສະ​ເໜີ 25 ລ້ານ​ປອນ ຄວ້າ​ຕົວ ສະຕີ​ເວ່ນ ​ເຈີຣາດ ກອງ​ກາງ​ຫົວໜ້າ​ທິມລີ​ເວີ​ພູນ ມາ​ຮ່ວມ​ທິມ​ໃນ​ລະດູ​ການ​ໜ້າ ຕາມ​ລາຍ​ງານຈາກ  “ ​ເດິະ ພີ​ເພິ​ລ ” ໜັງສືພິມ​ລາຍ​ວັນ​ເຫລັ້ມ​ດັງ​ແຫ່ງ​ເກາະ​ອັງ​ກິດ ​ເມື່ອ​ວັນ​ອາທິດ​ທີ 6 ກຸມພາ​ທີ່​ຜ່ານ​ມາ.

​ໂຈ​ເຊ່ ມູຣິນ​ໂຢ່ ຜູ້​ຈັດການ​ທິມຊາວ​ປອກຕຸຍ​ການ​ຂອງຣິວ ມາດຣິດ ປະ​ທັບ​ໃຈ ​ແລະ ຊື່ນ​ຊົມ​ຟອມການ ຫລິ້ນ​ຂອງ​ເຈີຣາດ​ເປັນ​ການ​ສ່ວນ​ຕົວ​ຢູ່​ແລ້ວ ​ແລະ ​ເຄີ​ຍພະຍາຍາມ​ຈະ​ຄວ້າ​ຕົວ​ມາ​ຮ່ວມ​ທິມ​ໂດຍ​ຕະຫລອດ ບໍ່​ວ່າ​ຈະ​ສະ​ໄໝ​ທີ່​ຄຸມ​ເຊ​ວຊີ ຫລື ອິນ​ເຕີ ມິ​ລານ ​ແຕ່​ບໍ່​ປະສົບ​ຄວາມ​ສຳ​ເລັດ.

ຈາກ​ສະຖານ​ະການ​ຂອງ ລີ​ເວີ​ພູນ ທີ່​ສໍ່​ແວວ​ບໍ່​ໄດ້​ໄປ​ຫລິ້ນ ຢູຟ່າ ​ແຊັມປຽນ ລີກ ​ເປັນ​ປີ​ທີ​ສອງ​ຕິດ​ຕໍ່​ກັນ​ໃນ​ລະດູ​ການ​ໜ້າ ລວມທັງ​ຫາ​ກໍ​ປ່ອຍ​ເຟີ​ນານ​ໂດ ຕໍ​ເຣສ ຫົວ​ຫອກ​ທິມຊາດ​ແອັດ​ສະ​ປາຍ​ໄປ​ໃຫ້​ເຊ​ວຊີ ດ້ວຍ​ຄ່າ​ຕົວ​ເປັນ​ສະຖິຕິ​ສູງ​ສຸດ​ຂອງ​ເກາ​ະອັງກິດ 50 ລ້ານ​ປອນ ​ເມື່ອ​ເດືອນ​ມັງກອນ​ທີ່​ຜ່ານ​ມາ ​ເຮັດ​ໃຫ້​ມູຣິນ​ໂຢ່ ຫວັງ​ໃຊ້​ໂອກາດ​ນີ້​ຍື່ນ​ຂໍ້​ສະ​ເໜີ 25 ລ້ານ​ປອນ ຄວ້າ​ຕົວ​ມາ​ຮ່ວມ​ຖິ່ນ ຊານ​ຕິ​ເອ​ໂກ ​ເບ​ນາ​ເບ​ວຕໍ່​ໄປ.

ຄັດ​ຈາກ​ເວັບ​ໄຊ www.siamsport.co.th

ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2011 | ມີ 0 ຄຳເຫັນ ແລະ 0 trackback(s)
 
 
Divider

ສະ​ໂມ​ສອນ​ແມນ​ເຊ​ສ​ເຕີ ຢູ​ໄນ​ເຕັດ, ​ແມນ​ເຊ​ສ​ເຕີ ຊີ​ຕີ ​ແລະ ລີ​ເວີ​ພູນ ກຽມ​ເປີດ​ເສິກ​ໄລ່​ລ່າ​ແອ​ຊລີ ຢັງ ​ມາ​ເສີມ​ທິມ​ໃນ​​ໄລຍະ​ພັກ​ຮ້ອນ​ນີ້ ຫລັງ​ທັງ 3 ທິມຕ່າງ​ລົ້ມ​ເຫ​ລວ​ໃນ​ການ​ຄວ້າ​ຕົວ​ດາວ​ເຕະ ​ແອ​ສຕັນ ວິນ​ລາ ​ໃນ​ໄລຍະ 6 ​ເດືອນ​ຜ່ານ​ມາ ຄາດ​ວ່າ​ອະດີດ​ນັກ​ເຕະ​ວັດ​ຟອດ ໜ້າ​ຈະ​ມີຄ່າ​ຕົວ​ໃນ​ການ​ຍ້າຍ​ທິມປະມານ 12,5 ລ້ານ​ປອນ.

​ສຳລັບ​ແມນຯ​ຊີ​ຕີ ​ໄດ້​ພະຍາຍາມ​ຄວ້າ​ດາວ​ເຕະ​ໄວ 25 ປີ ມາ​ເສີມ​ທັບ​ໃນ​ໄລຍະ​ເວລາ 48 ຊົ່ວ​ຖ​ໂມງ ກ່ອນ​ເສັ້ນ​ຕາຍ​ຕະຫລາດ​ຊື້-ຂາຍ​ເດືອນ​ມັງກອນ​ທີ່​ຜ່ານ​ມາ ​ແຕ່​ກໍ​ບໍ່​ປະສົບ​ຄວາມ​ສຳ​ເລັດ ຂະນະ​ທີ່​ແມນຯ​ຢູ​ໄນ​ເຕັດ ຫວັງ​ໃຊ້​ສາຍສຳພັນສ່ວນ​ຕົວ​ທີ່​ມີ​ຢູ່​ກັບ​ນາຍ​ໜ້າ​ຄົນ​ຫລ້າ​ສຸດ​ຂອງ​ນັກ​ ເຕະ ​ໃນ​ການ​ຄວ້າ​ຕົວ​ກອງ​ກາງ​ທິມ ຊາດ​ອັງກິດ ​ເຂົ້າ​ມາສູ່​ຖິ່ນ​ໂອ​ແທຣບຟອດ ​ເພື່ອ​ມາ​ເປັນ​ຕົວ​ແທນ​ໄລຍະ​ຍາວ​ຂອງ ​ໄຣອັນ ກິກ ຕໍ່​ໄປ.

ທັງ​ນີ້ ອະດີດ​ນັກ​ເຕະ​ຂອງ​ວັດ​ຟອດ ຊຶ່ງ​ເປັນ​ນັກ​ເຕະ​ຄ່າ​ເມື່ອຍ​ສູງ​ສຸດ​ຂອງ​ແອ​ສຕັນ ວິນ​ລາ ດ້ວຍ​ຈຳນວນ 65.000 ປອ​ນຕໍ່​ສັບປະດາ ພາຍ​ໃຕ້​ສັນຍາ​ທີ່​ເຫລືອ​ຢູ່​ອີກ 18 ​ເດືອນ ຄາດ​ວ່າ​ຈະ​ມີຄ່າ​ຕົວ​ໃນ​ການ​ຍ້າຍ​ທິມປະມານ 12,5 ລ້ານ​ປອນ​ດ້ວຍ​ກັນ.

ຄັດ​ຈາກ​ເວັບ​ໄຊ www.soccersuck.com

ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2011 | ມີ 0 ຄຳເຫັນ ແລະ 0 trackback(s)
 
 
Divider

ການ​ກັບ​ມາ​ແບບສຸດຊ໊ອກຂອງ​ນິວຄາ​ສ​ເຊິ​ນ ຢູ​ໄນ​ເຕັດ ທີ່​ໄລ່​ຍິງ​ອາ​ເຊ​ນອນ 4 ປະຕູ​ລວດ ຈົນ​ໄດ້ຜົນ​ສະ​ເໝີ 4-4 ​ໃນ​ທ້າຍ​ທີ່​ສຸດກາຍ​ມາ​ເປັນ​ເລື່ອງ ​ເມື່ອ​ຕຳຫລວດ​ສາກົນ ກຳລັງ​ຈະ​ເຂົ້າ​ມາກ​ວດສອບ​ເລື່ອງ​ນີ້.

France State TV ​ໄດ້​ລາຍ​ງານ​ວ່າ​ຕຳຫລວດ​ສາກົນ​ໄດ້​ເບິ່ງ​ເຫັນ​ເລື່ອງ​ຜິດ​ປົກກະຕິ ຈາກ​ລາຄາ​ການ​ຮັບ​ແທງ​ຂອງ​ບ່ອນ​ການ​ພະນັນ ​ໂດຍ​ການ​ສືບສວນ​ຄັ້ງ​ນີ້​ຈະ​ພຸ່ງ​ໄປ​ທີ່​ຟິວ ດາວ ຜູ້​ຕັດສິນ​ໃນ​ເກ​ມດັ່ງກ່າວ ​ແລະ ​ໂທ​ມັສ ​ໂຣຊິກ​ກີ ກອງ​ກາງຂອງ​ອາ​ເຊ​ນອນ.

ຟິວ ດາວ ​ແຈກ​ໃບ​ແດງ​ໃຫ້​ກັບ​ອາ​ບູ ດິຢາ​ບີ້ ​ແລະ ​ເປົ່າ 2 ຈຸດ​ໂທດ​ໃຫ້​ກັບ​ທາງ​ນິວຄາ​ສ​ເຊິ​ນ ສ່ວນ​ໂຣຊິກ​ກີ​ນັ້ນ ກໍ​ເປັນ​ຄົນ​ເຮັດ​ຜິດ​ກະຕິ​ກາ ຈົນ​ເຮັດ​ໃຫ້​ອາ​ເຊ​ນອນ​ຕ້ອງ​ເສຍ​ຈຸດ​ໂທດ​ດ້ວຍ.

ຄາດ​ວ່າ​ທາງ​ອາ​ເຊ​ນອນ ຈະ​ອອກ​ຖະ​ແຫລ​ງການ​ເຖິງ​ຂ່າວ​ນີ້​ໃນ​ວັນ​ອັງຄານ​ທີ 8 ກຸມພາ​ນີ້.

ຄັດ​ຈາກ​ເວັບ​ໄຊ www.soccersuck.com

ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

Divider

ທ່ານ ຣາມ່ອນ ກັນ​ເດຣ່ອນ ອະດີດ​ຫົວໜ້າ​ໃຫຍ່ ຣິວ ມາດຣິດ ຕັ້ງໜ້າ​ວິຈານ​ການ​ບໍລິຫານ​ງານ​ຂອງ ທ່ານ ຟລໍ​ເຣນຕິ​ໂນ ​ເປ​ເຣຊ ປະທານ​ຄົນ​ປັດຈຸບັນ ນຳ​ແຕ່​ບັນຫາ​ຫລວງຫລາຍ​ເຂົ້າ​ມາ​ໃນ​ຖິ່ນ​ຊານ​ຕິ​ອາ​ໂກ ​ເບ​ນາ​ເບ​ວ ຊີ້​ແຈງ​ວ່າ​ສະຖານະ​ການ​ພາຍ​ໃນ​ທິມຣິວ ມາດຣິດ ສຸກ​ງອມ​ເຕັມ​ແກ່ ພ້ອມ​ລະ​ເບີດ​ຂຶ້ນ​ມາ​ທຸກ​ເວລາ ຊ້ຳ​ບໍ່ພໍ​ ຍັງສາບ​ແຊ່ງ​ໂຈ​ເຊ່ ມູຣິນ​ໂຢ່ ຖືກ​ຈ້າງ​ມາ​ເປັນ​ໂຄ໊ຊ ບໍ່​ແມ່ນ​ເອົາ​ແຕ່​ຈົ່ມ​ກຳມະການ​ເໝືອນ​ທີ່​ເປັນ​ຢູ່.

ຣາມ່ອນ ກັນ​ເດຣ່ອນ ອະດີດ​ປະທານ​ສະ​ໂມ​ສອນ ຣິວ ມາດຣິດ ຍອດ​ທິມ​ແອັດ​ສະ​ປາຍ ອອກ​ມາ​ວິຈານ​ການ​ບໍລິຫານ​ງານ​ພາຍ​ໃນ​ຂອງ​ສະ​ໂມ​ສອນ​ໃນ​ປັດຈຸບັນ ​ໂດຍ​ລະບຸ​ວ່າ ສະຖານະ​ການ​ຕ່າງໆ​ເໝືອນ​ກັບ​ຖັງ​ບັນຈຸ​ລະ​ບີ​ດທີ່​ກຳລັງ​ລໍຖ້າ​ວັນ​ລະ​ເບີດ​ ຕູມ​ຕາມ​ອອກ​ມາ ຈາກ​ລາຍ​ງານ​ເມື່ອ​ວັນ​ພຸດ​ທີ 2 ກຸມພາ​ທີ່​ຜ່ານ​ມາ.

ຄວາມ​ສຳພັນ​ຕຶງ​ຄຽດ​ລະຫວ່າງ​ທ່ານ ຮໍ​ເກ ວັນ​ດາ​ໂນ່ ຜູ້ອຳນວຍການ​ທົ່ວ​ໄປ ​ແລະ ​ໂຈ​ເຊ່ ມູຣິນ​ໂຢ່ ຜູ້​ຈັດການ​ທິມຊາວ​ປອກຕຸຍ​ການ ນຳ​ໄປ​ສູ່​ກະ​ແສ​ຂ່າວ​ອື້​ສາວ​ຫລວງຫລາຍ​ໃນ​ໄລຍະ​ຫລັງ ຊຶ່ງ​ອາດ​ເປັນສາ​ເຫດທີ່​ເຮັດ​ໃຫ້ອະດີດ​ນາຍ​ໃຫຍ່ ອິນ​ເຕີ ມິ​ລານ ຕັດສິນ​ໃຈ​ອຳ​ລາ​ຖິ່ນ ຊານ​ຕິ​ອາ​ໂກ ​ເບີ​ນາ​ເບ​ວ ​ໃນ​ໄລຍະ​ພັກ​ຮ້ອນ​ນີ້.

ຣາມ່ອນ ກັນ​ເດຣ່ອນ ທີ່​ເຄີ​ຍນັ່ງ​ຕຳ​ແໜ່​ງປະທານ​ໃຫຍ່ ຣິວ ມາດຣິດ ລະຫວ່າງ​ປີ 2006-2009 ກ່າວ​ວ່າ “ ຣິວ ມາດຣິດ ” ​ເບິ່ງ​ເໝືອນ​ຖັງບັນຈຸໝື້​ທີ່​ພ້ອມ​ລະ​ເບີດ​ອອກ​ມາ ສະຖານະ​ການ​ເຂົ້າ​ຂັ້ນ​ຈະລາຈົນ ​ແລະ ມີ​ການ​ປະ​ເຊີນ​ໜ້າ​ທີ່​ບໍ່​ຈຳ​ເປັນ​ຫລວງຫລາຍ ນະ​ໂຍບາຍ​ຂອງ​ປະທານ​ຄົນ​ປັດຈຸບັນ (ຟລໍ​ເຣນຕິ​ໂນ່ ​ເປ​ເຣຊ) ພິສູດ​ໃຫ້​ເຫັນ​ວ່າ ​ເຂົາ​ສະຫລາດ ສະຫງ່າ​ງາມ ​ແລະ ​ເຈົ້າຊູ້​ກວ່າ​ໃຜ​ໃນ​ການ​ນຳ​ບັນຫາ​ຕ່າງໆ​ເຂົ້າ​ມາ ”.

“ ​ຟລໍ​ເຣນຕິ​ໂນ່ ບໍ່​ໄດ້​ຊ່ວຍຂ້ອຍ​ເລີຍ​ລະຫວ່າງ​ເຮັດ​ວຽກ ​ເຂົາ​ວາງ​ແຜນ​ແຍ່ງ​ຕຳ​ແໜ່​ງຂອງ​ຂ້ອຍ​ມາ​ຕະຫລອດ ຕອນ​ນີ້​ເຂົາ​ຈະ​ຮູ້​ວ່າ ມັນ​ເປັນ​ເລື່ອງ​ຍາກ​ລຳບາກ​ທີ່​ຈະ​ສະ​ແດງ​ໃຫ້​ເຫັນ​ວ່າ​ເຂົາ​ກຳລັງ​ເຮັດ​ ຫຍັງ​ຢູ່ ​ເຂົາ​ຈ່າຍ​ເງິນ​ໄປ 400 ລ້ານ​ເອີ​ໂຣ ຊຶ່ງ​ແນ່ນອນ​ວ່າ​ບໍ່​ແມ່ນ​ເງິນຂອງ​ເຂົາ​ເອງ ”

ຕໍ່​ກໍລະນີ​ອະນາຄົດ​ຂອງ​ໂຈ​ເຊ່ ມູຣິນ​ໂຢ່ ທ່ານ​ກັນ​ເດຣ່ອນ ກ່າວ​ວ່າ “ ມູຣິນ​ໂຢ່ ມາ​ທີ່​ນີ້​ເພື່ອ​ຄວ້າ​ແຊັມ ” ບໍ່​ແມ່ນ​ການ​ຈົ່ມ​ວ່າ​ຜູ້​ຕັດສິນ​ທີ່​ເຮັດ​ໜ້າ​ທີ່​ບໍ່​ດີ ນັ້ນ​ບໍ່​ແມ່ນ​ບົດບາດ​ຂອງ​ໂຄ໊ຊ ”.

ສຸດ​ທ້າຍ​ມື​ບໍລິຫານ​ເລືອດ​​ແ​ອັດສະ​ປາຍ ກ່າວ​ຍົກ​ຍ້ອງ​ ບາ​ເຊ​ໂລ​ນາ ຄູ່​ຕໍ່ກອນ​ສຳຄັນ​ທີ່​ໃກ້​ຈະ​ຄວ້າ​ແຊັມ 3 ສະ​ໄໝ​ຊ້ອນ​ເຕັມທີ​ວ່າ “ ຂ້ອຍ​ຈົດ​ຈຳ​ບໍ່​ໄດ້​ວ່າ​ເຄີຍ​ເຫັນ​ທິມທີ່​ສົມບູນ​ແບບ​ຂະໜາດ​ນີ້ ບາ​ເຊ​ໂລ​ນາ ​ເປັນ​ຕົວ ຢ່າງສຳລັບ​ໂຄງ​ສ້າງ​ນີ້​ນັບ​ຕັ້ງ​ແຕ່​ການ​ມາ​ຂອງ ​ໂຢຮັນ ຄຣັບ ”.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

Divider

ມື້ກ່ອນ ແນວລາວ ມີໂອກາດນັ່ງລົມກັບໝູ່ຄູ່ ເພື່ອນຝູງເກົ່າຫຼາຍຄົນ ໃນຫົວຂໍ້ ພັນທະຂອງພໍ່ແມ່ຕໍ່ລູກ ເຊິ່ງມີຫຼາຍຄຳເຫັນທີ່ແຕກຕ່າງກັນ ແຕ່ແລ້ວກໍມາລົງເອີ່ຍກັນ ຢູ່ບ່ອນ ວ່າ: ຄວນສ້າງໃຫ້ເຂົາໄດ້ມີຄວາມຮູ້ ໄດ້ຮ່ຳຮຽນ ຕ່ຳສຸດກໍແມ່ນຂັ້ນ ປະລິນຍາຕີ ໃນສາຂາວິຊາໃດໜຶ່ງ ຕາມເງື່ອນໄຂຂອງແຕ່ລະຄອບຄົວ.

ການປຸກເຮືອນໃຫ້ລູກ ຊື້ລົດຍົນ ຕັ້ງບໍລິສັດ ເພື່ອສ້າງພື້ນຖານຮອງຮັບທຸລະກິດ ຫຼື ຊີວິດການເປັນຢູ່ຂອງລູກຫຼານ ໃນພາຍພາກໜ້ານັ້ນ ກໍເຫັນວ່າໜ້າຍົກຍ້ອງ ສຳລັບຜູ້ມີ ຖານະຮັ່ງມີນໍ ? ແຕ່ຫຼາຍຫາງສຽງກໍວ່າ ຢາກໃຫ້ມີເພດານແດ່ ! ເພາະວ່າຕ້ອງໃຫ້ເຂົາຮູ້ສ້າງຕົວດ້ວຍເຂົາເອງ ບໍ່ຊັ້ນເຂົາກໍຈະມີແຕ່ແບມືໃສ່ພໍ່ແມ່ຕະຫຼອດ ບໍ່ເປັນເຈົ້າຕົນ ເອງ.

ຄຳເຫັນກ່າວຕື່ມວ່າ: ຫາກໃນສັງຄົມໜຶ່ງ ມີແຕ່ເຫັນແຕ່ລູກເຕົ້າ ສ່ວນຕົວ ຄອບຄົວແລ້ວ ຄົນຮັ່ງມີ ຄົນມີຖານະໃນສັງຄົມ ຈະມີຂໍ້ສະດວກຫຼາຍຢ່າງ ໃນການສ້າງເງື່ອນໄຂ ແລະ ທຶນຮອນແກ່ລູກ-ຫຼານຂອງຕົນ ຫຼືວ່າ ວົງສາຄະນາຍາດຂອງຕົນ ຮັ່ງມີແຕ່ລູກ-ຫຼານ ວົງສາຄະນາຍາດຂອງຕົນກໍດີ ແຕ່ຢ່າງລືມວ່າໃນສັງຄົມນີ້ ມີຜູ້ຄົນຮ່ວມຢູ່ນຳກັນ ຄັນແມ່ນໄລຍະຫ່າງລະຫວ່າງ ຂົ້ວຮັ່ງ ແລະ ຂົ້ວທຸກ ຫຍັບອອກໄກກັນຫຼາຍທໍ່ໃດ ປະກົດການຫຍໍ້ທໍ້ກໍເປັນເງົາຕາມຕົວ ສັງຄົມກໍບໍ່ສະຫງົບ ແລ້ວຮັ່ງມີກໍບໍ່ສາມາດດຳລົງຊີ ວິດຢ່າງມີຄວາມສຸກໄດ້.

ສະນັ້ນ ການທີ່ຄອບຄົວຮັ່ງຜູ້ດຽວ ດຳລົງຊີວິດລື່ນຄົນອື່ນ ມີຖານະໃນສັງຄົມລື່ນຄົນອື່ນ ກໍຫາກດີ ຄັນແມ່ນລາຍຮັບນັ້ນ ໄດ້ມາດ້ວຍຄວາມຊື່ສັດ ແຕ່ໃນສັງຄົມລາວພວກ ເຮົາ ສັງຄົມທີ່ພວກເຮົາພ້ອມກັນສ້າງ ເພື່ອກ້າວສູ່ຈຸດໝາຍສັງຄົມນິຄົມ ຕາມທິດນຳຂອງພັກເຮົານັ້ນ ພັດແມ່ນການກໍ່ສ້າງສັງຄົມ ໃຫ້ມີຄວາມສະຫງົບ ຍຸຕິທຳ ແລະ ພ້ອມ ກັນຮັ່ງມີ ຈາກຈຸດນີ້ ພວກເຮົາລອງມາສົມທຽບເບິ່ງວ່າ ມັນເໝາະສົມຫຼືບໍ່ ?.

ລູກໃຜ ໃຜກໍຮັກ ? ຫຼານໃຜ ໃຜກໍຮັກ ອັນນີ້ແມ່ນກົດເກນຂອງສັງຄົມມະນຸດ ແຕ່ເມື່ອມີຖານະໃນສັງຄົມ ມີເງື່ອນໄຂທາງການເງິນແລ້ວ ຈະຕາມໃຈພວກເຂົາໝົດທຸກຢ່າງ ກໍບໍ່ຄວນ... ຕ້ອງໃຫ້ພວກເຂົາ ສາມາດຢືນຢູ່ດ້ວຍລຳແຄ່ງຂອງເຂົາເອງ ແລະ ຄວນຄິດເຖິງສັງຄົມສ່ວນໃຫຍ່... ຄິດເຖິງພີ່ນ້ອງຮ່ວມຊາດ ທີ່ຍັງທຸກຍາກຂາດເຂີນ ຢູ່ເຂດ ຫ່າງໄກສອກຫຼີກ... ຄວນບິແບ່ງຊັບສິນ ຊ່ວຍເຫຼືອຜູ້ທຸກຍາກຂາດເຂີນນໍ ?.

ແນວລາວກໍເຫັນດີນຳຄວາມເຫັນພວກເພິ່ນ ແຕ່ໃນນາມສ່ວນຕົວ ຢາກຮຽກຮ້ອງເຖິງບັນດາທ່ານ ຄອບຄົວທີ່ມີເງື່ອນໄຂສູງແດ່ ລອງບໍລິຈາກດ້ວຍຮູບການໃດໜຶ່ງ ? ເຊັ່ນວ່າ ງານແຕ່ງດອງລູກຫຼານ ມອບເງິນຊອງໃຫ້ແກ່ມູນນິທິໃດໜຶ່ງ ເພື່ອຊ່ວຍເຫຼືອຄົນທຸກຍາກ ຫຼື ວ່າໄປຊ່ວຍດ້ວຍຄອບຄົວຂອງຕົນເອງ ເປັນຕົ້ນ ການຂຸດນ້ຳບໍ່ ກໍ່ສ້າງ ສະລາ ຄິດວ່າຄົງຈະເປັນບຸນກຸສົນອັນຍິ່ງໃຫຍ່.


ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2011 | ມີ 0 ຄຳເຫັນ ແລະ 0 trackback(s)
  
Divider

ຄົນເຮົານີ້ ຕ້ອງດຳລົງຊີວິດໄປຕາມກົດເກນ ຫຼື ເອີ້ນວ່າ ວົງວຽນຊີວິດ ເຊິ່ງມີ: ເກີດ ແກ່ ເຈັບ ຕາຍ ໂດຍບໍ່ມີໃຜສາມາດຫຼີກອອກຈາກກົດເກນນີ້ໄດ້ ສະນັ້ນ ກ່ອນຈະລາ ຈາກໂລກນີ້ໄປ ກໍຄວນສ້າງຄວາມດີ ເພາະວ່າມີແຕ່ຄວາມດີທໍ່ນັ້ນ ທີ່ຍັງເຫຼືອຢູ່ໃຫ້ລູກຫຼານ ໄດ້ຊື່ນຊົມຍິນດີ.

ຄົນດີ ຫຼື ວ່າຄົນຜູ້ມີຄຸນສົມບັດ ແລະ ສິນທຳປະຕິວັດນັ້ນ ແມ່ນຢູ່ບ່ອນວ່າ ເຂົາໄປຢູ່ບ່ອນໃດ ກໍສາມາດປັບຕົວເຂົ້າສະພາບບ່ອນນັ້ນ ແລ້ວດັດແກ້ສິ່ງທີ່ບໍ່ດີຂອງບ່ອນນັ້ນ ໃຫ້ເປັນສິ່ງທີ່ດີ ຄັນແມ່ນຜູ້ໄດ້ຮຽນທິດສະດີແລ້ວ ຈະກຳໄດ້ ເພາະວ່າຕາມປັດຊະຍາແລ້ວ ຄົນເຮົາເກີດມາ ແມ່ນມີໜ້າທີ່ອອກແຮງງານ ຜະລິດຜົນ ເພື່ອລ້ຽງຕົນເອງ ຢາກ ອອກແຮງງານຜະລິດຜົນໃຫ້ໄດ້ຫຼາຍ ແລະ ດີນັ້ນ ຄົນເຮົາບໍ່ພຽງແຕ່ຮູ້ທຳມະຊາດ ແຕ່ຕ້ອງຮູ້ກົດເກນຂອງທຳມະຊາດ ຮູ້ດັດແກ້ທຳມະຊາດ ໃຫ້ໄປໃນທາງທີ່ເປັນປະ ໂຫຍດແກ່ສັງຄົມ ແກ່ຄົນໃນສັງຄົມ ເພາະຄົນໃນສັງຄົມ ກໍແມ່ນທຳມະຊາດອັນໜຶ່ງ ຕົວເຮົາເອງກໍແມ່ນທຳມະຊາດອັນໜຶ່ງຄືກັນ ຢາກດັດແກ້ຄົນໃຫ້ເປັນຄົນຮູ້ຜູ້ດີ ກໍຕ້ອງຮູ້ ຈຸດດີ ແລະ ຈຸດອ່ອນຂອງຄົນເຫຼົ່ານັ້ນ ສິ່ງຈະລົບລ້າງຈຸດອ່ອນ ແລະ ເສີມຂະຫຍາຍຈຸດດີຢູ່ໃນຄົນ ມັນແມ່ນຫົວສະໝອງ ແລະ ແນວຄິດ.

ອັນນັ້ນ ແມ່ນຍົກໃຫ້ເຫັນເຖິງການສ້າງຕົນໃຫ້ເປັນຄົນດີນໍ? ບາດນີ້ ລອງມາສົມທຽບເບິ່ງວ່າ ໃນສັງຄົມເຮົາດຽວນີ້ ຂະບວນການກໍ່ສ້າງຕົນເອງ ໃຫ້ກາຍເປັນຄົນດີ ກໍມີ ຫຼາຍແທ້ໆ... ການຕໍ່ສູ້ລະຫວ່າງຫົວສະໝອງ ແລະ ແນວຄິດຂອງຄົນໃນສັງຄົມ ກໍນັບມື້ດຸເດືອດ ເປັນຕົ້ນແມ່ນ ສຽງຮຽກຮ້ອງຂອງໝາກຫົວໃຈສ່ວນຕົວ ແລະ ພາລະກິດ ສ່ວນລວມຂອງສັງຄົມ ແລະ ປະເທດຊາດ... ຜູ້ມີຖານະ ມີບົດບາດໃນສັງຄົມ ຈະຖືກຕຳໜິວິຈານ ແລະ ກ່າວຂວັນທັນທີ ຫາກມີພຶດຕິກຳທີ່ປະຕິບັດຕົນ ສ່ວນຕົວເກີນໄປ ສະໜອງຄວາມຮຽກຮ້ອງຂອງໝາກຫົວໃຈ ເກີນໄປ.

ເຊັ່ນດຽວກັບພຶດຕິກຳ ສວຍໃຊ້ກາລະໂອກາດ ສ້າງຮັ່ງຄູນມີໃຫ້ແກ່ຕົນເອງ ແລະ ຄອບຄົວ ແບບບໍ່ຖືກຕ້ອງ ບໍ່ເໝາະສົມກັບວຽກງານ ແລະ ລາຍຮັບຂອງຕົນເອງ ມີເຮືອນ ຫຼາຍຫຼັງ ມີລົດຫຼາຍຄັນ ມີເມຍຫຼາຍຄົນ ທັງໆທີ່ລາຍຮັບຂອງຕົນ ກໍບໍ່ຫຼວງຫຼາຍປານໃດ ? ອາໄສການສວຍໂອກາດທຸກໆເງື່ອນໄຂ ສ້າງຄວາມຮັ່ງມີຂຶ້ນ ໂດຍບໍ່ຄຳນຶງເຖິງ ຜົນເສຍຫາຍຂອງປະເທດຊາດບ້ານເມືອງ ແລະ ຢາດນ້ຳຕາຂອງຜູ້ທຸກຍາກລຳບາກ... ພຶດຕິກຳເຫຼົ່ານີ້ ຄວນຖືກແກ້ໄຂ ແລະ ຕີຖອຍໃຫ້ໝົດຈາກສັງຄົມລາວເຮົາໄປ ຢ່າງໝົດສິ້ນ !.

ຄົນລາວເປັນຄົນອ່ອນນ້ອມ ຫາຢູ່ຫາກິນຕາມເງື່ອນໄຂ ແລະ ຊື່ສັດ ບໍ່ມັກສໍ້ໂກງ ລັກໂລບເອົາຂອງເພິ່ນມາເປັນຂອງໂຕ ບໍ່ມັກໃຊ້ອຳນາດບາດໃຫຍ່ ຂົ່ມຂູ່ຄົນອື່ນ ! ຫາກ ໃຜມີພຶດຕິກຳບໍ່ສອດຄ່ອງກັບແນວຄິດຂອງຄົນລາວ ສ່ວນໃຫຍ່ແລ້ວ ກໍຄວນແຍງແວ່ນເບິ່ງຕົນເອງຄືນໃໝ່ ແລະ ຟ້າວດັດແປງແກ້ໄຂ ເພາະເວລາຍັງລໍຖ້າ ?...

ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2011 | ມີ 0 ຄຳເຫັນ ແລະ 0 trackback(s)


ເວລາໄດ້ຮັບບັດເຊີນໄປຮ່ວມດອງ ສິ່ງທຳອິດ ກໍແມ່ນດີໃຈນຳເຈົ້າບ່າວເຈົ້າສາວ ທີ່ສົມຫວັງກັບຄວາມຮັກ ແລະ ມີຄວາມສຸກນຳໝູ່ ເພາະຢ່າງໜ້ອຍກໍຮູ້ວ່າ ເທວະດາ ເພິ່ນ ບໍ່ໄດ້ຫຼົງປັ້ນເຮົາໃຫ້ເກີດມາຄີກ ຈົນຮູ້ສຶກດຽວດາຍ ໄລຍະຫຼັງໆມານີ້ ໄປງານດອງ ຈະເຫັນຮູບເຈົ້າບ່າວເຈົ້າສາວແຜ່ນໃຫຍ່ ໃສ່ຊຸດປະຈຳຊາດ ຕັ້ງເດັ່ນສະຫງ່າ ໃຫ້ແຂກ ໄດ້ຊື່ນຊົມຍິນດີ ຢູ່ໃນໜ້າເວທີຂອງງານດອງ ອັນນີ້ແມ່ນເປັນໜ້າຊົມເຊີຍແທ້ໆ ແຕ່ສິ່ງທີ່ໜ້າເສຍດາຍ ກໍແມ່ນຮູບຈຳລອງຂອງເຈົ້າສາວເຈົ້າບ່າວ ທີ່ຢູ່ໃນຊອງບັດເຊີນ ຍັງບໍ່ ຖືກໃສ່ໃຈ ຫຼຽວແລພໍປານໃດ ເຄີຍສັງເກດແດ່ບໍ ?.

ບາງເທື່ອກໍມີຄວາມຮູ້ສຶກວ່າ ຕົນເອງນີ້ເກີດມາໂຊກດີໂພດບໍ ? ທີ່ມີຄົນອ້ອມຂ້າງ ເອື້ອເຟື້ອເພື່ອແຜ່ ຄິດຕາງທັງໝົດ ເຄື່ອງໃຊ້ສອຍອັນໃດ ກໍມີຄົນອື່ນຜະລິດສຳເລັດຮູບ ມາໃຫ້ໃຊ້ ຫຼຽວເບິ່ງອັນໃດ ກໍເກືອບບໍ່ແມ່ນຂອງໂຕ ຈົນບາງເທື່ອ ກໍເຮັດໃຫ້ພວກເຮົາກາຍເປັນຄົນມັກສະບາຍໄປນຳ ໄລຍະນີ້ ໄດ້ຮັບບັດເຊີນຖີ່ແດ່ ຈັບເບິ່ງແລ້ວ ກໍຮູ້ສຶກ ພູມໃຈ ກັບຄວາມງາມຂອງການອອກແບບ ລວດລາຍ ສີສັນ ດວງດອກໄມ້ ຄຳເວົ້າງາມໆ ທີ່ມີຫຼາກຫຼາຍ ມີກິ່ນຫອມຫວນ ດຶງດູດຈິດໃຈ ນັ້ນແມ່ນການພັດທະນາໄວ ຕາມກົນໄກເສດຖະກິດຕະຫຼາດ ຊຶ່ງຕິດພັນກັບວິຖີຊີວິດ-ວັດທະນະທຳອັນດີງາມ ໄດ້ຈັບແລ້ວ ແມ່ນບໍ່ຢາກວາງ ການເລືອກສີ ແລະ ຮູບແບບບັດເຊີນ ແມ່ນຂຶ້ນກັບຄວາມ ມັກ ແລະ ຖານະເສດຖະກິດຂອງແຕ່ລະຄົນ ແຕ່ສິ່ງທີ່ຢາກຍົກຂຶ້ນມາແລກປ່ຽນນຳກໍແມ່ນ ຮູບເຈົ້າບ່າວເຈົ້າສາວ ທີ່ຖືກອອກແບບສຳເລັດຮູບ ພິມລົງໃນທາງໜ້າ ແຈ ຫຼື ຂ້າງຂອງຊອງບັດເຊີນ ປະກົດວ່າ ເປັນສີແປກໆຕາບໍ່ໜ້ອຍ ມີຄວາມທັນສະໄໝເກີນໄປໂພດບໍ ? ທີ່ວ່າແປກກໍຍ້ອນວ່າການນຸ່ງຖືໃນຮູບແຕ້ມ ຫຼື ຮູບພິມນັ້ນ ມັນບໍ່ແມ່ນປະ ເພນີລາວ ເປັນຫຍັງບໍ່ເອົາຮູບແມ່ຍິງລາວເກົ້າຜົມ ບ່ຽງແພມາພິມໃສ່ໃນຊອງບັດເຊີນ ? ສ່ວນຫຼາຍກໍແມ່ນຢາກອອກໄປທາງຕາຕາເວັນຕົກ ຫຼື ເອີຣົບພຸ້ນ ຫຼາຍອີ່ຫຼີ ຄວາມ ຈິງມັນກໍທັນສະໄໝດີ ແລະ ໜ້າຮັກຢູ່ດອກ ແຕ່ສິ່ງທີ່ເປັນຫ່ວງ ຈົນກິນບໍ່ແຊບນອນບໍ່ຫຼັບ ກໍແມ່ນຢ້ານວ່າ ແບບຢ່າງການນຸ່ງຖື ທີ່ຕິດຢູ່ໃນບັດເຊີນນັ້ນ ມັນຈະກາຍເປັນມາດ ຖານໃນອະນາຄົດ ຈະຄ່ອຍໆກືນກິນ ແລະ ຕີຖອຍແບບແຜນການນຸ່ງຖືອັນດີງາມ ກ້າວໜ້າ ທີ່ລຸ້ນພໍ່ແມ່ ອາວອາ ແລະ ລູກຫຼານພວກເຮົາ ເຄີຍປະຕິບັດກັນມາ ຮູບນັ້ນ ມັນຢາກເຂີນກັບປະເພນີຕົວຈິງ ທີ່ຄົນລາວພວກເຮົານິຍົມໃຊ້ກັນໃນສູ່ມື້ນີ້ ຕາມການສອບຖາມບັດເຊີນຢູ່ບ້ານເຮົາ ສ່ວນຫຼາຍແມ່ນນຳເຂົ້າຈາກຕ່າງປະເທດ ເຖິງແນວໃດກໍ ຕາມ ຢາກໃຫ້ທາງຮ້ານ ສັ່ງໂຮງພິມເພິ່ນໃຫ້ພິມຮູບແບບ ທີ່ເປັນເອກະລັກຂອງລາວໆ ລົງໄປຕື່ມແດ່ ຄິດວ່າໜ້າຈະດີ ຄົງບໍ່ເຫຼືອບ່າກ່ວາແຮງປານໃດ ເພາະແນວໃດ ເຮົາ ກໍເສຍເງິນໃຫ້ແລ້ວ ກໍຄວນມີສິດເລືອກຕາມໃຈຜູ້ຈ່າຍນຳແດ່ບໍ ? ຊ່ວຍເອົາຮູບນຸ່ງຖືແບບລາວໆ ຄືກັບນາງສາວລາວ ຜູ້ສຸພາບອ່ອນໂຍນ ລົງໂຄສະນານຳຕື່ມ ແນໃສ່ສົ່ງ ເສີມປະເພນີ ມູນມໍລະດົກອັນດີງາມຂອງຄົນລາວພວກເຮົາ ໄວ້ດົນໆ ໃຫ້ຫຼາຍໆຄົນໄດ້ຮູ້.

ຄວາມສະບາຍ ມັກງ່າຍ ແລະ ບໍ່ໃສ່ໃຈ ບາງຄັ້ງກໍພາໃຫ້ເສຍຄວາມເປັນຕົນໂຕຂອງພວກເຮົາ ເວົ້າສະເພາະແມ່ນ ເສຍຄວາມເປັນເອກະລັກຂອງຊາດ ນັ້ນເອງ ຮັກຄົນລາວ ! ຮັກແມ່ຍິງລາວ ! ເກີດຊາດໃດກໍໃຫ້ໄດ້ນຸ່ງສີ້ນລາວ.

ໂດຍ: ສາຍດາຣາ



ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2011 | ມີ 0 ຄຳເຫັນ ແລະ 0 trackback(s)
Divider

ກ່ອນ​ໜ້າ​ນີ້​ມີ​ກະ​ແສ​ຂ່າວ​ວ່າ ​ເຊີ ອະ​ເລັກ ​ເຟີ​ກູ​ສັນ ຜູ້​ຈັດການ​ໃຫຍ່​ຊາວ​ສະ​ກັອດ​ແລນ ພະຍາຍາມ​ສຸດ​ລິດ​ທີ່​ຈະ ຖ່ວງ​ເວລາ​ໃຫ້ ​ແກ​ຣີ ​ເນ​ວິວ ຢູ່​ຊ່ວຍ​ງານ​ແມນຯ​ຢູ​ໄນ​ເຕັດ​ໄປ​ຈົນ​ເຖິງ​ສິ້ນ​ສຸດ​ລະດູ​ການ 2010/2011 ​ແຕ່​ວ່າ​ຫລ້າ​ສຸດ​ອະ ດີດ​ແບັກ​ຂວາທິມຊາດ​ອັງກິດ ​ໄດ້​ຕັດສິນ​ໃຈ​ຫັນ​ຫລັງ​ໃຫ້​ວົງ​ການ​ເຕະບານອາຊີບ​ແລ້ວ ດ້ວຍ​ໄວ 35 ປີ.

      ​ໂດຍ​ແກຣີ ​ເນ​ວິວ ຊຶ່ງ​ອາຍຸ​ຈະ​ຄົບ 36 ປີ​ບໍລິບູນ​ໃນ​ໄລຍະ​ທ້າຍ​ເດືອນ​ກຸມພາ ​ໄດ້​ເປີດ​ເຜີຍ​ຜ່ານ​ເວັບ​ໄຊ​ຢ່າງ​ເປັນ ທາງ​ການ​ຂອງ​ແມນຯ​ຢູ​ໄນ​ເຕັດ​ວ່າ ” ຂ້ອຍ​ຍັງ​ເປັນ​ກອງ​ເຊຍ​ທິມ​ແມນຯ​ຢູ​ໄນ​ເຕັດ​ໄປ​ຕະຫລອດ​ຊີວິດ ທີ່​ຜ່ານ​ມາ​ຂ້ອຍ​ສາມາດ​ເຕີມ​ເຕັມ​ທຸກ​ຄວາມ​ຝັນ​ໃຫ້​ຕົວ​ເອງ​ແລ້ວ ​ແນ່ນອນ​ຂ້ອຍ​ຜິດ​ຫວັງ​ທີ່​ມາ​ເຖິງ​ວັນ​ປິດ​ສາກ​ອາຊີບ​ຄ້າ​ຝີ​ຕີນ ຢ່າງ​ໃດ​ກໍ​ຕາມ ​ເລື່ອງ​ແບບ​ນີ້​ຕ້ອງ​ມາ​ຫາ​ເຮົາ​ທຸກ​ຄົນ ​ແລະ ຕອນ​ນີ້​ມັນ​ກໍ​ເຖິງ​ເວລາ​ຂອງ​ຂ້ອຍ ”.

      ” ທີ່​ຜ່ານ​ມາ ຂ້ອຍ​ໄດ້​ຫລິ້ນ​ກິລາ​ເຕະບານ​ໃຫ້​ຍອດ​ທິມ​ບານ​ເຕະ (​ແມນຯ​ຢູ​ໄນ​ເຕັດ) ຮ່ວມ​ຫລິ້ນ​ກັບ​ສຸດ​ຍອດ​ນັກ​ເຕະ​ຂອງ​ໂລກ ຫລື​ບໍ່​ກໍ​ຕ້ອງ​ປະ​ເຊີນໜ້າ​ກັບ​ຄູ່​ແຂ່ງ​ທີ່​ໂດດ​ເດັ່ນ ຂ້ອຍ​ໂຊກ​ດີ​ເຫລືອ​ຫລາຍ​ທີ່​ປະສົບ​ຄວາມ​ສຳ​ເລັດ​ຮ່ວມ​ກັບ​ສະ​ໂມ​ສອນ ມີ​ຫລາຍ​ຄົນ​ທີ່​ຂ້ອຍ​ຕ້ອງ​ຂອບ​ໃຈ ​ແນ່ນອນ​ລຳດັບ​ຕົ້ນໆ​ຕ້ອງ​ມີ ​ເຊີ ອະ​ເລັກ ​ເຟີ​ກູ​ສັນ ຜູ້​ຊຶ່ງ​ໃຫ້​ໂອກາດ​ແກ່​ຂ້ອຍ​ຫລວງຫລາຍ ສະໜັບສະໜູນ​ຂ້ອຍ​ມາ​ຕະຫລອດ​ໃນ​ໄລຍະ 20 ປີຜ່ານມາ​ນີ້ ​ເຂົາ​ຄື​ໜຶ່ງ​ໃນ​ສຸດ​ຍອດ​ຜູ້​ຈັດການ​ທິມ ​ແລະ ຂ້ອຍ​ກໍ​ຢາກອບ​ໃຈ​ເຂົາ​ຈິງໆ ” ​ແກຣີ ​ເນ​ວິວ ກ່າວ​ປິດ​ທ້າຍ​.

      ສຳລັບ​ແກຣີ ​ເນ​ວິວ ​ເປັນ​ນັກ​ເຕະ​ຝຶກ​ຫັດ​ຂອງ​ສະ​ໂມ​ສອນ​ແມນຯ​ຢູ​ໄນ​ເຕັດ ລົງ​ສະໜາມ​ຊ່ວຍ​ຕົ້ນ​ສັງກັດ​ໃນ​ທິມ ຊຸດ​ໃຫຍ່​ໄປ​ທັງ​ໝົດ 602 ນັດ ຕິດ​ທິມຊາດ​ອັງກິດ 85 ຄັ້ງ ​ແຕ່​ໃນ​ໄລຍະ 2 ລະດູ​ການ​ຫລັງ​ມາ​ນີ້ ດາວ​ເຕະ​ຕົວ​ເກັ່ງ​ປະສົບ​ບັນຫາ​ບາດ​ເຈັບ​ຈົນ​ບໍ່​ສາມາດ​ລົງ​ສະໜາມ​ໄດ້​ຢ່າງ​ ຕໍ່​ເນື່ອງ ​ໂດຍ​ນັດ​ສຸດ​ທ້າຍ​ຂອງ​ແກຣີ ​ເນ​ວິວ ​ໄດ້​ແກ່​ການ​ນຳ​ທິມ​ໄປ​ຄວ້າ​ໄຊ​ເໜືອ ​ເວສບຣອມວິຊ ອັນ​ບຽນ ​ເມື່ອ​ໄລຍະ​ວັນ​ປີ​ໃໝ່ຜ່ານ​ມາ.


ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
Divider

ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຄ.ສ 2010ແລະ ຕ້ອນຮັບປີໃໝ່ ຄ.ສ 2011ນີ້ ຖືເປັນໂອກາດດີອັນໜຶ່ງທີ່ທຸກຄົນ ໂດຍສະເພາະນັກຮຽນ-ນັກສຶກສາ ຄວນຫວນຄິດ ຕຶກຕອງ ສຳຫຼວດຕົນເອງຄືນໃໝ່ ວ່າປີຜ່ານມາ ຕົນເອງໄດ້ເຮັດຫຍັງແດ່ ສິ່ງທີ່ຕົນໄດ້ ເຮັດລົງໄປນັ້ນ ມີຄຸນປະໂຫຍດຫຍັງ ? ໃຫ້ກັບຕົນເອງ ບຸກຄົນອ້ອມຂ້າງ ຫຼື ສັງຄົມ ໂດຍສະເພາະ ໃນຄອບຄົວເຮືອນຊານຕົນເອງ ເປັນຄືແນວໃດ ? ຖ້າສິ່ງໃດທີ່ເຮັດໄປ ເຫັນວ່າມີຜົນດີ ມີຄຸນປະໂຫຍດ ກໍຄວນສືບ ຕໍ່ເສີມຂະຫຍາຍ ມູນເຊື້ອອັນດີ ງາມດັ່ງກ່າວ ແຕ່ຫາກສິ່ງໃດທີ່ກະທຳລົງໄປແລ້ວ ເຫັນວ່າບໍ່ດີບໍ່ມີຄຸນປະໂຫຍດແກ່ສັງຄົມ ກໍຄວນຫັນທິດ ປັບປຸງແກ້ໄຂ ຖືເປັນການສຳຫຼວດກວດຄືນ ຈຸດດີຈຸດອ່ອນ ແລະ ຂໍ້ຄົງຄ້າງ ໃນປີເກົ່າຜ່ານມາ.

ການທີ່ຮູ້ຕົວເອງວ່າອັນໃດດີ ອັນໃດອ່ອນນັ້ນ ເປັນເລື່ອງທີ່ດີສົມເປັນຜູ້ທີ່ມີຄວາມຮູ້ ມີການສຶກສາສູງ ແລະ ຖືເອົາໂອກາດປີໃໝ່ 2011 ນີ້ ເປັນການເລີ່ມຕົ້ນໃນສິ່ງທີ່ດີ ສ່ວນນິໄສຄວາມຄິດ ຂີ້ຄ້ານ ມັກງ່າຍ ກໍປະລະໄປນຳປີເກົ່າ ມາເລີ່ມຕົ້ນໃໝ່ ຖືວ່າການເລີ່ມຕົ້ນເຮັດໃນສິ່ງທີ່ດີ ບໍ່ມີຄຳວ່າຊ້າເກີນໄປ.

ສຳລັບນັກຮຽນ-ນັກສຶກສາ ມາເຖິງປັດຈຸບັນ ກໍຖືວ່າຢູ່ໃນກາງພາກຮຽນ ສົກຮຽນ 2010-2011ແລ້ວໂອກາດທີ່ຈະປັບປຸງແກ້ໄຂ ກໍຍັງຖືວ່າມີໂອກາດຢູ່ ເພາະຜົນການ ຮຽນ ເຖິງແມ່ນວ່າຈະຜ່ານໄປເຄິ່ງສົກຮຽນແລ້ວ ແຕ່ຖ້າຫາກຈະບຸກບືນ ຄົ້ນຄ້ວາຮ່ຳຮຽນຂຶ້ນຕື່ມ ກໍຄົງຈະບໍ່ມີບັນຫາ ທີ່ສຳຄັນ ໄລຍະນັບຈາກນີ້ຕໍ່ໄປ ຄວນມີສະຕິ ຕັ້ງໜ້າ ເຕືອນຕົວເອງຕະຫຼອດ ເພາະບັນດາບຸນ ເທດສະການ ທັງພາຍໃນ ແລະ ສາກົນ ກໍນັບມື້ນັບຫຼາຍຂຶ້ນ ຖ້າຫາກຂາດສະຕິ ແລ່ນນຳແຕ່ການຫຼິ້ນການກິນ ມ່ວນຊື່ນແບບ ຟຸມເຟືອຍ ກັບເທດສະການຕ່າງໆ ໃນແຕ່ລະວັນ ຮັບຮອງວ່າ ການສຶກສາທີ່ຜ່ານມາ ກໍຄົງສູນຫາຍໄປ.

ອີກປະການໜຶ່ງ ບັນດານ້ອງນັກຮຽນ-ນັກສຶກສາ ລວມທັງຄູ-ອາຈານ ກໍຕ້ອງມີການຕິເຕືອນ ໃຫ້ຄຳແນະນຳ ຊີ້ທິດເຍືອງທາງ ຢ່າງເປັນປົກກະຕິ ຕໍ່ນັກຮຽນ-ນັກສຶກສາ ໃຫ້ ມີສະຕິຕໍ່ສັງຄົມ ຕໍ່ຮີດຄອງປະເພນີ ລວມເຖິງບຸນ ຫຼື ເທດສະການຕ່າງໆ ທີ່ຈະມີຂຶ້ນໃນຕໍ່ໜ້າ ເພາະສັງເກດເຫັນວ່າ ໃນປັດຈຸບັນ ສັງຄົມບ້ານເຮົາ ໃນກຸ່ມຂອງຊາວໜຸ່ມ ນັກຮຽນ-ນັກສຶກສາ ມັນຈະແລ່ນນຳກະແສຂອງສັງຄົມ ບໍ່ວ່າຈະເປັນການນຸ່ງຖື ການຫຼິ້ນກິນ ລວມໄປເຖິງພຶດຕິກຳບາງຢ່າງ ທີ່ປະກົດໃຫ້ເຫັນກັນໃນກຸ່ມຂອງໄວໜຸ່ມ ເຊິ່ງຈຳນວນຫຼວງຫຼາຍ ກໍຕົກຢູ່ໃນກຸ່ມຊາວໜຸ່ມ-ໄວໜຸ່ມນັກຮຽນ-ນັກສຶກສາ.

ດັ່ງນັ້ນ ຈົ່ງຖືເອົາໂອກາດປີໃໝ່ 2011ນີ້ ເປັນການຫັນແນວຄິດຈິດໃຈໃໝ່ ເພື່ອກ້າວໄປສູ່ຈຸດປະສົງ ຄວາມມຸ່ງມາດປາຖະໜາອັນແຮງກ້າ ຂອງການສຶກສາ ເຮັດແນວໃດ ເພື່ອໃຫ້ມີຄວາມຮູ້ ຄວາມສາມາດ ພຽບພ້ອມໄປດ້ວຍຄຸນສົມບັດ ສິນທຳປະຕິວັດ ສືບທອດພາລະກິດປະຕິວັດຂອງຊາດ ຕາມແນວທາງນະໂຍບາຍຂອງພັກ-ລັດ ວາງອອກ ໃຫ້ບັນລຸຜົນຕາມລະດັບຄາດໝາຍ.

ໂດຍ: ແວ່ນຂາວ


ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2011 | ມີ 1 ຄຳເຫັນ ແລະ 0 trackback(s)
Divider

ຟີ​ຟ່າຈັດ​ອັນ​ດັບ​ໂລກ​ ທິມຊາດ​ຍີ່ປຸ່ນ ​ແຊັມການ​ແຂ່ງຂັນ​ເຕະບານ​ເອຊຽນ ຄັບ 2011 ພຸ່ງ​ຂຶ້ນ​ມາ​ຢູ່​ທີ 17 ສ່ວນ​ທິມຊາດ​ລາວ​ຫຍັບ​ສູງ​ຂຶ້ນ​ອີກ 2 ອັນ​ດັບ ຢູ່​ທີ 169.

     ​ເມື່ອ​ວັນ​ພຸດ​ທີ 2 ກຸມພາ​ທີ່​ຜ່ານ​ມາ ສະຫະພັນ​ເຕະບານນານາ​ຊາດ ຫລື ຟີ​ຟ່າ ​ໄດ້​ຈັດ​ອັນ​ດັບ​ໂລກ​ໃໝ່ ປະກົດ​ວ່າທິມຊາດຍີ່​ປຸ່ນ ເຊິ່ງຫາກໍຄວ້າແຊັມເຕະບານເອຊຽນ ຄັບ 2011 ມາໃໝ່ໆ ໄດ້ອັນດັບພຸ່ງຂື້ນມາຢູ່ທີ 17 ຂອງໂລກ ສ່ວນທິມຊາດລາວຂອງພວກເຮົາມີອັນດັບສູງຂຶ້ນກວ່າການຈັດອັນດັບຄັ້ງຜ່ານມາ 2 ອັນດັບ ຢູ່ທີ 169 ຂອງໂລກ.

      ສະຫລຸບຜົນການຈັດອັນດັບທິມຊາດຂອງສະຫະພັນເຕະບານນານາຊາດ (ຟີຟ່າ)

  1. ​ແອັດ​ສະ​ປາຍ        1,887 ຄະ​ແນນ
  2. ​ໂຮ​ນລັງ                  1,723 ຄະ​ແນນ
  3. ​ເຢຍລະ​ມັນ          1,485 ຄະ​ແນນ
  4. ​ເບຣຊິນ            1,446 ຄະ​ແນນ
  5. ອາກຊັງ​ຕິນ          1,367 ຄະ​ແນນ
  6. ອັງກິດ             1,195 ຄະ​ແນນ
  7. ອູ​ຣຸກ​ວັຍ            1,152 ຄະ​ແນນ
  8.  ປອກຕຸຍ​ການ       1,090 ຄະ​ແນນ
  9. ​ ໂຄຣ​ເອ​ເຊຍ        1,075ຄະ​ແນນ
  10. ​ ເກ​ຣກ             1,016ຄະ​ແນນ
  11.  ນອກ​ແວ            995 ຄະ​ແນນ
  12.  ຣັດ​ເຊຍ             982ຄະ​ແນນ
  13.  ອີ​ຕາ​ລີ              965ຄະ​ແນນ
  14.  ຊີ​ລີ                 947ຄະ​ແນນ
  15.  ກາ​ນາ               940 ຄະ​ແນນ
  16.  ສະ​ໂລ​ວີ​ເນຍ          897ຄະ​ແນນ
  17.  ຍີ່ປຸ່ນ             882 ຄະແນນ  (ຈາກອັນດັບທີ 29 ເມື່ອຄັ້ງກ່ອນ)
  18.  ສະຫະລັດອາເມຣິກາ    869 ຄະແນນ
  19.  ຝຣັ່ງ                867ຄະແນນ
  20.  ສະໂລວາເກຍ         854 ຄະແນນ

  169. ລາວ             64 ຄະ​ແນນ  (ຈາກ​ອັນ​ດັບ 171 ​ເມື່ອ​ຄັ້ງ​ກ່ອນ)


ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
Divider

ຍັງ​ບໍ່ພໍ ! ” ​ເສດຖີຣັດ​ເຊຍ ” ທ່ານ​ໂຣມັນ ອະບຣາ​ໂມ​ວິຊ ​ເຈົ້າ​ຂອງ​ທິມ​ເຊ​ວຊີ ປະກາດ​ວ່າ ພຽງ​ແຕ່​ເຟນານ​ໂດ ຕໍ​ເຣສ ກັບ ດາ​ວິດ ລູອິຊ ຍັງ​ບໍ່ພໍ ພັກ​ຮ້ອນ​ປີ​ນີ້​ຈະ​ທຸ່ມ​ເທ​ງົບປະມານ​ຕື່ມ​ອີກ ​ເອົາ​ທັງ​ເກ​ກໍຣີ ຟານ ​ເດີ ວິວ, ອະ​ເລັກ​ຊິ​ສ ຊານ​ເຊ​ສ, ​ເອ​ເດນ ຮາ​ຊາດ ​ແລະ ອິສ​ເມຍ ​ເບ​ໂກ​ວິຊ.

      ​ເຖິງ​ແມ່ນ​ວ່າ​ຫາ​ກໍ​ຈະ​ສ້າງ​ຄວາມ​ຮື​ຮາ​ໃນ​ການ​ທຸ່ມ​ເທເງິນ​​ຊື້​ນັກ​ເຕະ ​ໃນ​ວັນ​ສຸດ​ທ້າຍ​ຂອງ​ຕະຫລາດ​ຊື້-ຂາຍ​ຮອບ ສອງກວ່າ 70 ລ້ານ​ປອນ ​ໃນ​ການ​ດຶງ​ຕົວ ​ເຟນານ​ໂດ ຕໍ​ເຣສ ຈາກ​ລີ​ເວີ​ພູນ ​ແລະ ດາ​ວິດ ລູອິຊ ຈາກ ​ເບ​ນຟີ​ກາ ​ແຕ່​ວ່າ​ຫລ້າ​ສຸດ ​ເດິະ ກາ​ດຽນ ສື່​ດັງ​ຂອງ​ອັງກິດ​ລາຍ​ງານ​ວ່າ ​ເຊ​ວຊີ ຍັງ​ຄົງ​ວາງ​ແຜນ​ທີ່​ຈະ​ດຶງ​ນັກ​ເຕະ​ມາ​ເສີມ​ທິມອີກຈຳ ນວນຫລາຍ​ຄົນ​ໃນ​ໄລຍະ​ພັກ​ຮ້ອນ​ປີ​ນີ້.

      ​ໂດຍ​ລາຍ​ງານ​ລະບຸ​ວ່າ ​ໂຣມັນ ອະບຣາ​ໂມ​ວິຊ ນັ້ນ ຈະ​ມີ​ການ​ທຸ່ມ​ເທ​ເງິນ​ດຶງ​ນັກ​ເຕະ​​ເຂົ້າມາ​ເສີມ​ທິມ ​ເພື່ອ​ຊ່ວຍ​ໃຫ້ ຄາ​ໂລ ອັນ​ເຊ​ລັອດຕິ ມີ​ນັກ​ເຕະ​ເລືອກ​ໃຊ້​ໃນ​ການ​ສູ້​ກັບ​ແມນ​ເຊ​ສ​ເຕີ ຊີ​ຕີ ​ແລະ ​ແມນ​ເຊ​ສ​ເຕີ ຢູ​ໄນ​ເຕັດ ຕໍ່​ໄປ ​ເຖິງ​ແມ່ນ​ວ່າ​ຫາ​ກໍ​ໄດ້​ນັກ​ເຕະ​ໃໝ່​ມາ​ເສີມ​ແລ້ວ 2 ຄົນ ຢ່າງ​ຕໍ​ເຣສ ​ແລະ ລູອິຊ.

      ສຳລັບ​ບັນຊີ​ລາຍ​ຊື່​ນັກ​ເຕະ​ໃໝ່​ຂອງ​ເຊ​ວຊີ​ນັ້ນ ມີ​ຊື່​ຂອງ ​ເກ​ກໍຣີ ຟານ ​ເດິ ວິວ ​ແບັກ​ຂວາ​ທິມຊາດ​ໂຮ​ນລັງ​ຂອງ ອາ​ແຈັກ ອຳ​ສະ​ເຕີ​ດຳ ​ເປັນອັນ​ດັບ​ທຳ​ອິດ ສ່ວນ​ໃນ​ຄົນ​ຕໍ່ໆ​ມາ​ນັ້ນ​ປະກອບ​ດ້ວຍ ອະ​ເລັກ​ຊິ​ສ ຊານ​ເຊ​ສ ປີກ​ທິມຊາດ​ຊີ​ລີ ຂອງ​ອູ​ດີ​ເນ​ເຊ​ດ ​ເອດ​ເນ ຮາຊາດ ກອງ​ກາງ​ດາວ​ຮຸ່ງ​ຂອງ​ລິວ ​ແລະ ​ໂຣມິ​ໂອ ລູກາ​ຄູ ກອງ​ໜ້າ ​ເຈົ້າ​ຂອງ​ສົມຍາ​ນາມ ດຣອກບາ 2 ຂອງ​ອັນ​ເດີ​ເລ​ຊ.

      ຢ່າງ​ໃດ​ກໍ​ຕາມ ​ເຊ​ວຊີ​ກໍ​ຍັງ​ມີ​ລາຍ​ຊື່​ທີ່​ຈະ​ປ່ອຍ​ຖິ້ມ ຫລື​ລໍຖ້າ​ຮັບ​ຂໍ້​ສະ​ເໜີ​ຂອງ​ທິມອື່ນໆ​ທີ່​ຈະ​ມາ​ດຶງ​ໄປ​ດ້ວຍ​ເຊັ່ນ​ກັນ ​ເຊັ່ນ ​ໂຊ​ເຊ ​ໂບຊິງ​ວາ, ​ເປົາ​ໂລ ​ເຟີ​ໄຣຣາ ​ໃນ​ຕຳ​ແໜ່​ງ​ແບັກ​ຂວາ, ຢູຣີ ​ເຊ​ຄອຟ ​ແບັກ​ຊ້າຍ​ຂາວຣັດ​ເຊຍ ທີ່​ບໍ່​ສາມາດ​ບຽດ​ແຍ່ງ​ຕົວ​ຈິງ​ຂອງ ​ແອ​ຊລີ ​ໂຄ​ໄດ້ ລວມ​ເຖິງ​ດາ​ນຽວ ສະ​ເຕີຣິດ ກອງ​ໜ້າ​ທີ່​ສົ່ງ​ໃຫ້​ໂບຕັນ​ຢືມ​ຕົວ​ໃນ​ເວລາ​ນີ້.

      ນອກຈາກ​ນີ້ ຈອນ ​ເທີຣີ ຫົວໜ້າ​ທິມ​ເຊ​ວຊີ ກໍ​ອອກ​ມາ​ຄຸຍ​ໂມ້​ວ່າ ການ​ເສີມ​ທິມ​ໃນ​ຄັ້ງ​ນີ້ ​ເປັນ​ສິ່ງ​ທີ່​ດີ ສ້າງ​ໃຫ້​ບັນຍາກາດ​ໃນ​ທິມກັບ​ມາ​ຄຶກຄັກ ​ແລະ ສາມາດ​ຂົ່ມ​ຂວັນ​ຄູ່​ຕໍ່ສູ້​ໄດ້​ຢ່າງ​ຫລວງຫລາຍ​ອີກ​ດ້ວຍ.


ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2011 | ມີ 1 ຄຳເຫັນ ແລະ 0 trackback(s)
Divider

ເມື່ອເອີ່ຍເຖິງໄຫຫີນ ແລະ ທົ່ງໄຫຫີນແລ້ວ ບໍ່ວ່າແຕ່ຄົນພາຍໃນປະເທດເທົ່ານັ້ນ ແມ່ນແຕ່ຄົນຕ່າງປະເທດຈຳນວນໜຶ່ງ ກໍຮູ້ດີ ຍ້ອນຊື່ສຽງປູຊະນິຍະສະຖານເກົ່າແກ່ ສະ ໄໝເຈືອງ ຊຶ່ງການຈັດຕັ້ງກ່ຽວຂ້ອງ ພວມດຳເນີນການຕາມຂັ້ນຕອນ ເພື່ອກ້າວຂຶ້ນໄປສູ່ການຈົດທະບຽນ ເປັນມໍລະດົກໂລກ ໃນອະນາຄົດ ແລະ ອີກປະການໜຶ່ງ ກໍແມ່ນຊື່ ສຽງແຫ່ງການເປັນສະໜາມຮົບໃຫຍ່ແຫ່ງໜຶ່ງ ຂອງສົງຄາມອິນດູຈີນ ລະຫວ່າງກຳລັງປະຕິວັດ ແລະ ຝືນປະຕິວັດ ໂດຍມີຈັກກະພັດອາເມລິກາໜູນຫຼັງ ສະໜາມຮົບດັ່ງ ກ່າວ ເລີ່ມແຕ່ປີ 1962-72ຊຶ່ງຈັກກະພັດໄດ້ປີນຂັ້ນໄດສົງຄາມ ປາບປາມປະຊາຊົນຊາວຊຽງຂວາງ ດ້ວຍຍຸດທະສາດສາມກ້ຽງ ຄື: ຂ້າກ້ຽງທຳລາຍກ້ຽງ ດັບສູນກ້ຽງ ຜົນ ຂອງການຕໍ່ສູ້ຮົບ ກໍຄືການທຳລາຍ ກົນອຸບາຍອັນປ່າເຖື່ອນຂອງສັດຕູ ໃຫ້ປະລາໄຊຢ່າງສິ້ນເຊີງ ແລະ ເປັນເງື່ອນໄຂເຮັດໃຫ້ກຳລັງພວກເຂົາອ່ອນເພຍ ແລະ ເສຍຫາຍ ໜັກໜ່ວງ ສ້າງຄວາມຄືບໜ້າໃຫ້ແກ່ການປົດປ່ອຍ ໝົດທົ່ວປະເທດຂອງກຳລັງປະຕິວັດ.

ດັ່ງນັ້ນ ທົ່ງໄຫຫີນ ຈຶ່ງມີຊື່ສຽງທາງປະຫວັດສາດຍາວນານ ເວົ້າສະເພາະກ່ອນຈະມີໄຫຫີນໄດ້ ກໍຍ່ອມມາຈາກການຜະລິດໄຫຫີນ ຊຶ່ງພົບວ່າມີຫຼາຍບ່ອນທົ່ວແຂວງຊຽງ ຂວາງ ເຊັ່ນ: ບ້ານພູເກັ້ງ ເມືອງແປກ ຫ່າງຈາກເທດສະບານເມືອງ 21 ກິໂລແມັດ ບ່ອນຜະລິດໄຫຫີນຊຽງດີ ເມືອງຜາໄຊ ສ່ວນທົ່ງໄຫຫີນທີ່ພົບໃຫຍ່ສຸດ ກໍມີຢູ່ບ້ານນາ ໂອ ບ້ານຜາແກ້ວ (ບ່ອນໃຫຍ່ສຸດ) ເມືອງແປກ ນອກຈາກນີ້ ກໍມີຢູ່ຫຼາຍແຫ່ງ ເປັນຕົ້ນ: ໄຫຫີນພູຊ້າງ ໄຫຫີນນ້ຳຮົ່ມ ເມືອງຄຳ ໄຫຫີນບ້ານໄຜ່ ເມືອງຄູນ ໄຫຫີນນາໂຄ້ ໄຫຫີນບ້ານຊຽງດີ ເມືອງຜາໄຊ ໄຫຫີນບ້ານສອງຮັກ ໄຫຫີນບ້ານສັກສອດ ເມືອງພູກູດ ແລະ ອື່ນໆ.

ການຄົ້ນພົບບ່ອນຜະລິດໄຫຫີນ ທົ່ງໄຫຫີນໃຫຍ່ນ້ອຍຕ່າງໆ ເປັນສັນຍາລັກໃຫ້ຮູ້ເຖິງຄວາມເກົ່າແກ່ ສະໄໝຫີນ ແລະ ຢັ້ງຢືນເຖິງການສ້າງຕັ້ງຖິ່ນຖານຊຸມຊົນ ຊຶ່ງເປັນ ຕົ້ນກຳເນີດເຜົ່າພັນພວກເຮົາ ແລະ ຢັ້ງຢືນເຖິງຄວາມມີຫົວຄິດປະດິດສ້າງ ນຳເອົາສິ່ງທີ່ມີໃນທຳມະຊາດມາຮັບໃຊ້ຕົນເອງ ເຖິງວ່າຄວາມປານິດຈະມີນ້ອຍ ແຕ່ກໍເປັນການ ບົ່ງບອກເຖິງການເລີ່ມຕົ້ນ ຂອງການໃຊ້ຄວາມຄິດຂອງສະໝອງສ່ວນໜ້າ ຂອງຄົນເຮົານັ້ນເອງ ດັ່ງນັ້ນ ການໄປທ່ຽວທົ່ງໄຫຫີນ ຈຶ່ງເປັນກິດຈະກຳຫຼັກ ຂອງການໄປທ່ຽວ ແຂວງຊຽງຂວາງ ໄປເບິ່ງຮອຍອະດີດຂອງບັນພະບູລຸດ ສ້າງໄວ້ແຕ່ຄາວກ່ອນໆແລ້ວ ກໍຈະເຫັນພາບສະທ້ອນ ພິກແຜ່ນດິນ ປີ້ນແຜ່ນຟ້າ ຢາກເຫັນໜ້າ ຕ້ອງເບິ່ງຫຼັງລະນໍ.

ໂດຍ: ຊຽງກະເລນ


ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄວາມປິຕິແຫ່ງພຸດທະ

 

ຖ້າວ່າສິ່ງທັງປວງເປັນອະນິດຈັງ ເປັນທຸກ ແລະ ເປັນສິ່ງບໍ່ແມ່ນຕົວຕົນ ແລະແລ້ວສິ່ງໃດເປັນສິ່ງບົ່ງບອກສະພາວະທັມນັ້ນ? ມີຊາຍຄົນໜຶ່ງ ກຳລັງສັງເກດເບິ່ງສາຍນ້ຳໄຫຼ ຖ້າຫາກວ່າລາວບໍ່ປາດຖະໜາໃຫ້ນ້ຳໄຫຼຕາມທຳມະຊາດຂອງມັນ ເພື່ອປ່ຽນແປງທຳມະຊາດທີ່ບໍ່ອາດຢຸດນິ້ງໄດ້ ເຂົາຈະຕ້ອງເປັນທຸກຢ່າງມະຫັນ. ອີກຊາຍຄົນໜຶ່ງເຂົ້າໃຈວ່າ ທຳມະຊາດຂອງນ້ຳຈະຕ້ອງໄຫຼຢູ່ຢ່າງນັ້ນ ບໍ່ວ່າລາວຈະມັກ ຫຼືບໍ່ມັກໃຫ້ມັນໄຫຼ ໂດຍເຫດນີ້ ລາວຈິ່ງບໍ່ທຸກ. ເພື່ອຢາກຮູ້ສະພາວະດັ່ງກະແສນ້ຳນີ້ ຄວາມບໍ່ທ່ຽງຂອງຄວາມສຸກ ຄວາມບໍ່ມີຕົວຕົນ ຈຳເປັນຕ້ອງສະແຫວງຫາສິ່ງທີ່ທ່ຽງແລະປາສະຈາກທຸກ ເພື່ອສະແຫວງຫາຄວາມສຸກທີ່ແທ້ຈິງໃນໂລກ.



"ເມື່ອນັ້ນ", ອາດມີບາງຄົນຖາມວ່າ,"ຄວາມໝາຍຂອງຊີວິດແມ່ນຫຍັງ?"ອາຕະມາບໍ່ສາມາດບອກທ່ານໄດ້. ເປັນຫຍັງທ່ານຕ້ອງກິນ? ທ່ານກິນກໍ່ເພື່ອຈະບໍ່ໄດ້ກິນອີກ ທ່ານເກີດມາເພື່ອວ່າຈະບໍ່ຕ້ອງເກີດອີກ.



ເມື່ອເວົ້າເຖິງສະພາວະຄວາມເປັນຈິງຂອງສິ່ງທັງປວງ ຄວາມຫວ່າງເປົ່າ ຫຼື ສຸນຍະຕາ ມັນຍາກທີ່ຈະອະທິບາຍ ເມື່ອເວລາຟັງເທດແລ້ວ ເຮົາຈະຕ້ອງປະຕິບັດເພື່ອເຂົ້າໃຈ. ເປັນຫຍັງເຮົາຈິ່ງຕ້ອງປະຕິບັດ ຖ້າບໍ່ມີຄຳວ່າ ເປັນຫຍັງ ເຮົາກໍຈະພົບຄວາມສຸກ. ຄວາມທຸກກໍ່ຈະບໍ່ຕິດຕາມບຸກຄົນຜູ້ປະຕິບັດໄດ້ເຊັ່ນນີ້.



ຂັນທັງ ໕ ເປັນເໝືອນຂ້າຕະກອນ ຫາກເມື່ອໃດຢຶດຕິດກັບຮ່າງກາຍ ພວກເຮົາຈະເກີດອຸປະທານທີ່ໃຈ ແລະໃນທາງກັບກັນ. ພວກເຮົາຈະຕ້ອງຢຸດຟັງຄວາມໃຈຂອງເຮົາ ໃຊ້ສີນເພື່ອຂົ່ມໃຈ ເພື່ອສັງວອນລະວັງ ແລະເພື່ອສະຕິທີ່ຕັ້ງໝັ້ນ. ແລ້ວທ່ານກໍ່ຈະເຫັນການເກີດຂື້ນຂອງຄວາມສຸກ ແລະຄວາມທຸກ ແລະພະຍາຍາມບໍ່ຄ້ອຍຕາມທັງສອງຢ່າງນີ້ ຮູ້ແຈ້ງວ່າ ສັບພະສິ່ງເປັນອະນິດຈັງ ເປັນທຸກ ແລະເປັນຂອງບໍ່ມີຕົວຕົນ. ຮຽນຮູ້ຄວາມສະມະຖະ(ຄວາມທຸ່ນທ່ຽງ, ຄວາມນິ້ງແຫ່ງຈິດ) ໃນຄວາມສະມະຖະນີ້ກໍ່ໃຫ້ເກີດຄວາມປິຕິສຸກແຫ່ງພຸດທະ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

 ອຸບາຍ ເພື່ອອາຍຸຍືນ 10 ຢ່າງ

            ກົດນີ້ ນັກວິດທະຍາສາດທາງການແພດຄະນະໜຶ່ງ ໃນປະເທດອະເມຣິກາ ເຊີ່ງມີຄວາມສາມາດທີ່ສຸດໃນປະເທດນັ້ນ ໄດ້ຮ່າງໄວ້ສຳຫຼັບຜູ້ຢາກມີສຸຂະພາບອະນາໄມດີ ແລະ ອາຍຸຍືນຈະໄດ້ປະຕິບັດຕາມ ຄື
1.ຈົ່ງເຮັດຫ້ອງທີ່ທ່ານຢູ່ໃຫ້ມີອາກາດເຂົ້າໄດ້ຮອບຂ້າງ
2.ຈົ່ງເຮັດງານພາຍນອກບ້ານແລະອອກກຳລັງກາຍ
3.ຈົ່ງພະຍາຍາມນອນກາງແຈ້ງ               4.ຈົ່ງຫັນໃຈເຂົ້າ-ອອກ ຍາວໆ
5.ຢ່າກິນອາຫານໃຫ້ອີ່ມຈົນເກີນໄປ
6.ຢ່າກີນອາຫານຂອງເຜັດຮ້ອນ ຈົນເກີນໄປ
7.ຈົ່ງກິນອາຫານແຕ່ຊ້າໆແລະຄ້ຽວໃຫ້ລະອຽດ     
8.ຕ້ອງຖ່າຍອຸດຈາຣະທຸກໆວັນ 9.ຈົ່ງເຮັດໃຫ້ລຳຕົວຊື່ຕົງ ເວລາຢືນ ເດີນ ນັ່ງ

10.ຈົ່ງຮັກສາແຂ້ວ ເຫງືອກ ແລະ ລີ້ນ ໃຫ້ສະອາດ(ດ້ວຍການໃຊ້ແປງຖູແຂ້ວທຸກໆວັນ)   11.ຢ່າໃຫ້ພິດ ຫຼື ຈຸລິນຊີ ເຂົ້າໄປໃນຮ່າງກາຍເປັນອັນມາກ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 6, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ວິທີນັ່ງສະມາທິ(ຫຍໍ້)
ການໄປສົມໂພດພຣະມີການນິຍົມກັນຢ່າງແຜ່ຫຼາຍ ແລະເປັນຍອດປາຖນາຂອງຍາດໂຍມລາວທຸກ ຄົນ ເພາະຖືວ່າເປັນການທໍາບຸນທີ່ບັນດານຜົນສໍາເລັດຫຼາຍປະການ (ຕາມຄວາມເຊື່ອສັດທາຂອງແຕ່ລະ ຄົນ) ບາງທ່ານກໍມີຄວາມປາຖນາໄວ້ໃນໃຈວ່າໃນຊີວິຕໜຶ່ງ ຄວນຈະຫາໂອກາດໄປຮ່ວມງານສົມໂພດໃຫ້ ໄດ້ ບາງຄົນກໍຕັ້ງໃຈວ່າ ຄວນຈະຫາໂອກາດໄປຮ່ວມງານສົມໂພດ 9 ຄັ້ງ, ບາງທ່ານຄວນຈະໃຫ້ໄດ້ເຖິງ 11 ຄັ້ງ, ມີບາງຄົນມີຄວາມຕັ້ງໃຈໝັ້ນ 1 ຕ້ອງໄປຮ່ວມສົມໂພດໃຫ້ ໄດ້ເຖິງ 9 ວັດ ຫຼື 11 ວັດ ແລະມີຫຼາຍຄົນກໍປະຕິບັດໄດ້ດັ່ງນັ້ນຫຼ ວງຫຼາຍ ສົມຕາມມະໂນເຈຕະນາຂອງ
ການໄປຮ່ວມສົມໂພດພຣະພຸດທະຮູບນັ້ນ ນອກຈາກໃຫ້ທານ ຄືໄດ້ຖວາຍປັຈຈັຍດ້ວຍລັກສະນະ ຕ່າງໆແລ້ວ, ຍັງໄດ້ຮັກສາສີນ 5 ຫຼືສີລ 8 ຕະຫຼອດຄືນ ແລະໄດ້ຟັງທັມມະເທສນາ ແລະໄຫວ້ອີກ ທີ່ສໍາ ຄັນກໍຄືການນັ່ງສະມາທິນັ້ນເອງ.
ການນັ່ງສະມາທິນັ້ນ ນັ່ງແບບໃດຈຶ່ງຖືກຕ້ອງ, ໃຫ້ເຂົ້າໃຈງ່າຍໆ ດັ່ງນີ້ ຄື:
- ຜູ້ຊາຍ: ນັ່ງຂັດຖະໝາດ(ຂັດສະມາທິ) ເອົາຂາຂວາເຕັງຂາຊ້າຍ ແລ້ວເອົາມີຂວາມເຕັງມືຊ້າຍ ໃຫ້ຫົວໂປ້ມືຈຸກັນ, ທໍາຕົວໃຫ້ກົງ ຕັ້ງຫົວໃຫ້ຊື່ສໍາພັນກັບກະດູກສັນຫຼັງບໍ່ໃຫ້ກະດູກສັນຫຼັງງໍ ຫຼືບ້ຽວ ຈະບໍ່ໄດ້ເຈັບຫຼັງງ່າຍ.
- ສໍາລັບຜູ້ຍິງໃຫ້ເຮັດຄືຜູ້ຊາຍ ແຕ່ມີບາງທ່ານບໍ່ກ້ານັ່ງຂັດຖະໝາດ, ກໍໃຫ້ນັ່ງຂັດຖະໝອບກໍໄດ້ ແຕ່ໃຫ້ເຮັດເໝືອນຜູ້ຊາຍທຸກຢ່າງ.
- ການກໍານົດລົມຫາຍໃຈ: ຫາຍໃຈເຂົ້າວ່າ “ພຸດ” ຫາຍໃຈອອກວ່າ “ໂທ” ຫລື ຫາຍໃຈເຂົ້າວ່າ “ຍຸບໜໍ” ຫາຍໃຈອອກວ່າ “ພອງໜໍ” ຕາມລົມເຂົ້າ ແລະຕາມລົມອອກສະໝໍ່າສະເໝີ ຫົວລົມຢູ່ທີ່ປາຍດັງ, ທ້າຍລົມຢູ່ທີ່ທ້ອງນ້ອຍຫຼືສາຍບື , ລົມເຂົ້າຍາວກໍໃຫ້ຮູ້ວ່າຍາວ ສະໝໍ່ສະເໝີ ບໍ່ໃຫ້ບັງຄັບລົມຫາຍໃຈ ໃຫ້ປ່ອຍຕາມຄວາມເປັນຈິງ ເຮັດໄປເລື້ອຍໆ ແຕ່ໃຫ້ຮູ້ການ ເຄື່ອນໄຫວຂອງຮ່າງກາຍຂອງເຮົາທຸກໄລຍະ ຄືໃຫ້ກໍານົດຮູ້ ວ່າມີຫຍັງເກີດຂຶ້ນ ຖ້າມັນເກີດຂຶ້ນ ກໍ ໃຫ້ກໍານົດຮູ້ສາ ຢ່າຝືນ ຢ່າຕິດ ແຕ່ຈົ່ງຕາມກໍານົດຮູ້ວ່າສິ່ງທີ່ເກີດນັ້ນ ບໍ່ນານມັນກໍຈະປ່ຽນແປງໄປ ເປັນຢ່າງອື່ນ ບໍ່ຄົງທົນ.
- ຮູບ, ສຽງ, ກິ່ນ, ຣົສ, ໂຜສຖັພພະ, ທັມມາຣົມ ທີ່ເກີດຂຶ້ນ, ມັນຈະກະທົບກັບອິນຊີທັງ 6 ພາຍໃນອັນຄື ຕາ, ຫູ, ດັງ, ລິ້ນ ກາຍ ແລະໃຈ ໃຫ້ກໍານົດຮູ້ ແລະຕັດຖິ້ມສາ ທໍາຈົນໃຈສະຫງົບ ຫລືສິ່ງນີ້ບໍ່ເກີດຂຶ້ນ ຮຽກວ່າ “ເປັນສະມາທິ” ຫລື “ໄດ້ສະມາທິ”.
- ຈົ່ງເຂົ້າໃຈວ່າ: ການນັ່ງສະມາທິ ຄືການສະຫງົບໃຈ ກໍາຈັດອາສາວະທີ່ມັນມາພົວພັນກັບໃຈລົງໄດ້ ຈົນເກີດຊານ ຍານ ແລະປັນຍາຕາມລໍາດັບ ແລ້ວດັບສັພພະອັນຕະຣາຍລົງ ກໍເກີດ ປິຕິ ກະເສີມ ແລະສຸຂ ໃນອິຣິຍາບົດຕ່າງໆ.
ເປົ້າໝາຍຂອງການສົມໂພດພຣະ
- ເປົ້າໝາຍຂອງການສົມໂພດພຣະ ກໍຄື
1. ເປັນການທໍາບຸນຊະນິດໜຶ່ງ,
2. ເຮັດໃຫ້ພຣະສັກສິດ ເປັນທີ່ຂາບໄຫວ້ສັກກາຣະບູຊາຂອງຄົນ ແລະເທວະດາທັງໝົດທັງປວງ, 3. ເປັນການທໍາສະມາທິອົບຮົມ ຈິດໃຫ້ຢູ່ໃນຄວາມສະຫງົບຄາຍຈາກກິເລສ(ໂລບ, ໂກດ, ຫຼົງ).
- ສະນັ້ນອານິສົງຂອງການສົມໂພດພຣະຈຶ່ງ ມີຫຼາຍຄື:
1. ໄດ້ບຸນ ປາຖະໜາເອົາມະນຸດສົມບັດ, ສະຫວັນສົມບັດ ແລະພະນິພພານສົມບັດ.
2. ກໍາຈັດບາບເຄາະທັງໃນອະດີດ ແລະປັດຈຸບັນໄດ້.
3. ລ້າງບາບ ແລະສະເດາະເຄາະອັນໃຫຍ່ຫຼວງລົງ.
4. ຮັກສາ ຫຼືບົວພະຍາດບາງຊະນິດໄດ້(ຫາກທໍາສະມາທິໄດ້, ເນັ້ນໜັກຕ້ອງທໍາສະມາທິໄດ້).
5. ກໍາຈັດຄວາມງົມງາຍ ແລະຫຼົງໃນລາບ ຍົດ ກຽດ ແລະຊື່ສຽງລົງໄດ້, ແລ້ວໃຫ້ມີລາບ ຍົດ ກຽດ ແລະຊື່ສຽງມາປະດັບຊີວິຕ.
6. ປົກປ້ອງ ແລະສົ່ງເສີມພຣະພຸດທະສາສນາໃຫ້ໝັ້ນຄົງຕາບເທົ້າຫ້າພັນພຣະວັດສາ.
7. ແລະອື່ນໆ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 6, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ
ຄົນຈະດີ ຫຼືຊົ່ວໄດ້ຕ້ອງມີເຫດ ແລະປັດໄຈ ຄຸນສົມບັດຂອງຄົນດີ ຈຶ່ງມີວິທີການ ຫຼືສູດສຳເລັດຢູ່ ໗ ປະການ ເຊິ່ງຮຽກວ່າ "ສູດ ໕ ຮ" ນັ້ນເອງ ດັ່ງນີ້:

໑। ຮູ້ເຫດແຫ່ງຄວາມເສື່ອມ ເຫດແຫ່ງຄວາມຈະເຣີນ।
໒। ຮູ້ຜົນ ຄື ຮູ້ສຸກເກີດຈາກເຫດອັນນັ້ນ ທຸກກໍຕ້ອງເກີດຈາກເຫດອັນນີ້।
໓। ຮູ້ຈັກຕົນເອງ ຄືວ່າຮູ້ວ່າຕົນມີຄວາມຮັບຜິດຊອບ ແລະມີໜ້າທີ່ອັນໃດ ? ທີ່ຕ້ອງປະຕິບັດແຕ່ລະວັນ।
໔। ຮູ້ຈັກປະມານໃນການໃຊ້ຈ່າຍ ການກິນ ການນອນ ການເວົ້າ।
໕। ຮູ້ຈັກໃຊ້ເວລາໃຫ້ຖືກຕ້ອງ ແລະເໝາະສົມກັບໜ້າທີ່ການງານ।
໖। ຮູ້ຈັກສັງຄົມ ວ່າສັງຄົມນັ້ນເປັນຢ່າງໃດ ? ສັງຄົມນີ້ເປັນຢ່າງໃດ ?
໗। ຮູ້ຈັກບຸກຄົນ ວ່າເຂົາເປັນເຊັ່ນໃດ ມີໜ້າທີ່ຫຍັງ ຖ້າເປັນຄົນດີຄວນຄົບ ຖ້າເປັນຄົນຊົ່ວຄວນເວັ້ນເສັຍ ດັ່ງນີ້ເປັນຕົ້ນ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 6, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ການເດີນທາງຮວ່ມກັນຂອງເຮົາໃນວັດຕະສົງສານ ມີທັງຮັກກັນ ຊັງກັນ ທຳດີແນ່ ທຳຊົ່ວແນ່

ເຫຼົ່ານີ້ ຄື ກັມ ທີ່ກະທຳກັນ ຊ້ຳໆ ຊາກໆ ກັມດີ ຫຼື ນິໄສທີ່ດີ ເປັນການສ້າງປາຣະມີ ກັມຊົ່ວ

ນິໄສທີ່ບໍ່ດີ ສະສົມເປັນອາສະວະ ກິເລສ

ການທີ່ເຮົາເກີດມາໃນທ້ອງແມ່ ຖືເປັນກັມເກົ່າ ຜົນຂອງກັມເກົ່າທີ່ສ້າງສົມໄວ້ ປຽບເໝືອນ ເມັດພືດ ການຮັບຮູ້ທາງຕາ ຫູ ດັງ ລິ້ນ ກາຍ ໃຈ ແລະ ການລ້ຽງດູຂອງພໍ່ແມ່ ເປັນປັດໄຈ ຫຼື ປຽບເໝືອນ ຜຸຍ ດິນ ນ້ຳ ແສງແດດ ທີ່ຊວ່ຍບຳລຸງລ້ຽງເມັດພືດໃຫ້ງົດງາມ.

 

ຢ່າງໃດກໍຕາມ ເດັກນ້ອຍເກີດໃໝ່ທຸກຄົນ ຄືຜູ້ບໍລິສຸດ ການລ້ຽງດູຂອງພໍ່ແມ່ດວ້ຍຄວາມຮັກຄວາມເມຕຕາ ຈິງເປັນປັດໄຈສຳຄັນທີ່ສຸດທີ່ຈະຊວ່ຍໃຫ້ລູກເຕີບໃຫຍ່ຂື້ນ ຢ່າງມີຄວາມສຸກ ກັງກັນຂ້າມ ເດັກນ້ອຍທີ່ເກີດມາຢ່າງຂາດຄວາມຮັກ ຄວາມອົບອຸ່ນໃນຄອບຄົວ ຍາກທີ່ຈະມີຈິດໃຈທີ່ດີໄດ້ ມັກມີບັນຫາທາງໃຈ ເປັນຄົນຂື້ນ້ອຍໃຈ ຂື້ອິດສາລິດສະຫຍາ ຂີ້ຢ້ານ ຂີ້ໂມໂຫ ຯລຯ ເອີ້ນວ່າຈິດໃຈບໍ່ສົມບູນ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 6, 2011 | ມີ 1 ຄຳເຫັນ ແລະ 0 trackback(s)

100 ຂໍ້ ກົດແຫ່ງຄວາມຈະເລີນຮຸ່ງເຮືອງ ຂອງທ່ານຖ້າເຮັດໄດ້

ຮ້ອຍສີ່ງດີໆ ກັ່ນຈາກຄຳສອນຂອງພຮະພຸດທະເຈົ້າ ອ່ານແລ້ວມີກຳລັງໃຈສູ້ຕໍ່ວັນຂ້າງໜ້າ

ທຸກໆທ່ານ ແມ່ອອກພໍ່ອອກທີ່ໄດ້ມີໂອກາດ
ອ່ານບົດຄວາມລຸ່ມນີ້ ອາຕະມາຮັບຮອງວ່າ ຖ້າທ່ານອ່ານໝົດແລ້ວ
ນຳໄປປະຖິບັດຈະເກິດປະໂຫຍດຢ່າງມະຫາສານ ແລະຊີວິດປ່ຽນແນ່ນອນ

1. ເອົາໃຈເຂົາມາໃສ່ໃຈເຮົາ
2. ເຊື່ອໝັ້ນໂຕເອງ
3. ຢ່າເບິ່ງຄົນອື່ນຢູ່ແຕ່ໜ້າຕາຢ່າງດຽວ
4. ກ້າຄິດ, ກ້າເວົ້າ ແລະ ກ້າເຮັດ
5. ເມື່ອມີບັນຫາ ຈົ່ງໝັ່ນປຶກສາຄົນອື່ນທີ່ເຮົາໄວ້ໃຈ
6. ແລະກໍ່ເປັນທີ່ປຶກສາໃຫ້ຜູ້ອື່ນນໍາ
7. ຢ່າຂີ້ຕົວະໃນເລື່ອງທີ່ເຈົ້າຄິດວ່າຜິດ
8. ໄວ້ໃຈບຸກຄົນທີ່ສົມຄວນໄວ້ໃຈ
9. ເປີດໃຈໃຫ້ກວ້າງ
10. ເບິ່ງການໄກ
11. ວາງແຜນອະນາຄົດ
12. ຢ່າໂທດໂຕເອງ
13. ມີຄວາມຮັບຜິດຊອບ
14. ຕອບແທນເມື່ອໄດ້ຮັບ
15. ໃຫ້ໃນສິ່ງທີ່ຜູ້ອື່ນຢາກໄດ້ ແລະ ບໍ່ມີ ໂດຍບໍ່ໃຫ້ເຮົາເອງເດືອດຮ້ອນ
16. ຢ່າໃຊ້ແຕ່ອາລົມ ແຕ່ຈົ່ງໃຊ້ຄວາມຄິດ
17. ຄິດເຖິງສ່ວນລວມໃຫ້ຫຼາຍໆ
18. ເບິ່ງແຍງຕົນເອງໃຫ້ເປັນ
19. ຮູ້ຜິດ, ຖືກ, ຊົ່ວ, ດີ
20. ຢ່າປະໃຫ້ເວລາເສຍໄປລ້າໆ
21. ຢ່າເຫັນຄ່າສິ່ງທີ່ຢູ່ກັບເຮົາເມື່ອເຮົາເສຍມັນໄປແລ້ວ
22. ຮູ້ຈັກໂຕເອງຢູ່ສະເໝີວ່າຕອນນີ້ກໍາລັງເຮັດຫຍັງ
23. ສິ່ງທີ່ເຮົາເຮັດຢູ່ມີຜົນດີ, ຜົນເສຍ ຫຼື ບໍ່ມີປະໂຫຍດເລີຍ

24. ຢ່າໃຫ້ງົວເສຍແລ້ວຈຶ່ງເຮັດຄອກຂັງໄວ້
25. ໃຫ້ອະໄພແກ່ຕົນເອງ ແລະ ຜູ້ອື່ນ
26. ຢ່າເກັບເອົາອາດີດມາທໍາລາຍຕົນເອງ ແຕ່ຈົ່ງຮຽນຮູ້ຈາກມັນ
27. ຄົນທີ່ບໍ່ເຄີຍເຮັດຜິດຄືຄົນທີ່ບໍ່ເຄີຍເຮັດຫຍັງເລີຍ
28. ໄດ້ໜ້າຢ່າລືມຫຼັງ
30. ເຈົ້າບໍ່ແມ່ນເທວະດາ ຢ່າໄປຄິດສ້ອມແປງຄວາມຄິດ ແຕ່ຈົ່ງຄິດທີ່ຈະເບິ່ງແຍງມັນ
31. ຢ່າອ່ານຂໍ້ຄວາມທີ່ມີປະໂຫຍດແບບຜ່ານໄປຊື່ໆ
32. ອ່ານແລ້ວຄິດ, ຄິດແລ້ວເຮັດ, ໝັ່ນພັດທະນາຕົນເອງ
33. ສ້າງປະໂຫຍດໃຫ້ແກ່ສ່ວນລວມແດ່
34. ຢ່າເຫັນແກ່ໂຕ
35. ຢ່າລໍຖ້າໃນສິ່ງທີ່ຍັງມາບໍ່ເຖິງ
36. ຢ່າຢ້ານໃນສິ່ງທີ່ຕົນເອງສາມາດສູ້ ແລະ ປ່ຽນແປງມັນໄດ້
37. ກໍາລັງໃຈເປັນສິ່ງທີ່ສໍາຄັນ ໝັ່ນຕື່ມໃຫ້ຄົນອື່ນແນ່ ແລ້ວເຂົາຈະກັບມາຕື່ມໃຫ້ເຈົ້າເຊັ່ນກັນ
38. ໝູ່ເພື່ອນບໍ່ຈໍາເປັນຕ້ອງພົບໜ້າກັນ ແຕ່ກໍ່ລົມກັນໄດ້
39. ຢ່າຄິດວ່າເຂົາບໍ່ໂທມາ ຖ້າເຈົ້າກໍ່ບໍ່ໂທໄປ
40. ຈົ່ງເປັນຝ່າຍໃຫ້ຫຼາຍກວ່າເປັນຝ່າຍຮັບ
41. ເບິ່ງແຍງພໍ່ແມ່ໃຫ້ດີເມື່ອເຈົ້າມີໂອກາດ ກ່ອນທີ່ຈະບໍ່ມີໂອກາດເບ່ິງແຍງເພິ່ນ
42. ຢ່າເສຍໃຈກັບສິ່ງທີ່ບໍ່ດີ ຫຼືສູນເສຍໄປແລ້ວ ມັນບໍ່ມີທາງກັບມາ ແຕ່ເຈົ້າສາມາດເຮັດມັນໃໝ່ ຫຼືຮຽນຮູ້ຈາກມັນ
43. ຄໍາເວົ້າເມື່ອເວົ້າໄປແລ້ວ ບໍ່ສາມາດເອົາກັບຄືນມາໄດ້ ດັ່ງນັ້ນຈົ່ງຄິດກ່ອນເວົ້າ
44. ຢ່າທຸ່ມເທໃນສິ່ງທີ່ບໍ່ມີປະໂຫຍດ
45. ຄໍາເວົ້າໃຫ້ກໍາລັງໃຈໄດ້, ປອບໃຈໄດ້, ຍຸແຍ່ໃຫ້ຄົນຜິດກັນຫຼື ຂ້າກັນໄດ້, ເຮັດໃຫ້ເສຍຄວາມຮູ້ສຶກໄດ້ ດັ່ງນັ້ນຈົ່ງຮູ້ທີ່ຈະເວົ້າຄໍາໃດໃນເວລາໃດ
46. ຊີວິດບໍ່ແມ່ນເກມ, ພາດໄປແລ້ວບໍ່ສາມາດຈະກົດເລີ່ມໃໝ່ ຫຼື ໂຫຼດໃໝ່ໄດ້
47. ຫາຈຸດໝາຍໃຫ້ແກ່ຊີວິດ
48. ຄຽດໄດ້ ແຕ່ຄຽດໃຫ້ເປັນ
49. ຖ້າງົງ ຂຽນໜັງສືໄດ້ ແຕ່ຂຽນໃຫ້ເປັນພາສາ
50. ມື້ໜຶ່ງໆ ເຈົ້າເຮັດຫຍັງແດ່ ທີ່ບໍ່ແມ່ນ ກິນ, ນອນ ລະກະ ຫຼິ້ນ
51. ບໍ່ມີໝໍຄົນໃດທີ່ຈະຖ້າໃຫ້ຄົນປ່ວຍໃກ້ຈະຕາຍແລ້ວຈຶ່ງຊ່ວຍ
52.ເພື່ອນເຈົ້າກໍ່ຄືກັນຢ່າປະໃຫ້ເຂົາຕາຍແລ້ວຈຶ່ງໄປຖາມຫາຫຼືເບິ່ງແຍງ
53. ຮ່າງກາຍຄົນບໍ່ແມ່ນເຄື່ອງຈັກ ໃຫ້ມັນພັກຜ່ອນແດ່
54. ເຈົ້າຊື້ໂມງໄດ້ ແຕ່ເຈົ້າບໍ່ສາມາດຊື້ເວລາໄດ້
55. ຕອນນີ້ມີໃຜບາງຄົນຖ້າເຈົ້າຢູ່ຫຼືບໍ່ ຖ້າມີກໍ່ຈົງກັບໄປຫາເຂົາສາ
56. ຕອນນີ້ເຈົ້າກໍາລັງລໍຖ້າໃຜບາງຄົນບໍ ແລ້ວຈະລໍຖ້າແບບນີ້ໄປດົນປານໃດ ພະຍາຍາມເຮັດອັນອື່ນແນ່
57. ຢ່າເວົ້າຄໍາວ່າຂໍໂທດດຸຫຼາຍ ເພາະມີອີຫຍັງດີໆຕັ້ງຫຼາຍຢ່າງໃຫ້ເຮັດແລ້ວບໍ່ຕ້ອງຕາມໄປຂໍໂທດ
58. ຕອນເຈົ້າທຸກຍາກລໍາບາກເຈົ້າຄິດຮອດໃຜ ເຈົ້າຢາກໃຫ້ໃຜຊ່ວຍເຫຼືອ?
59. ຕອນນີ້ເຈົ້າກໍາລັງສະບາຍຢູ່ ແລ້ວຄົນທີ່ເຈົ້າຂໍຄວາມຊ່ວຍເຫຼືອຈາກເຂົາເດ ໝົດປະໂຫຍດແລ້ວບໍ?
60. ເຮັດຫຍັງກໍ່ໄດ້ໃຫ້ຕົນເອງມີຄວາມສຸກ ແຕ່ບໍ່ແມ່ນຢູ່ເທິງຄວາມທຸກຂອງຄົນອື່ນ
61. ຕອນນ້ີເຈົ້າກໍາລັງອ່ານປະໂຫຍກນີ້ ແລະ ຈົ່ງຈໍາໄວ້ວ່າເຈົ້າເປັນຄົນ ແລະ ຍັງມີຊີວິດຢູ່
62. ແມ່ນໃຜເປັນຄົນເຮັດໃຫ້ເຈົ້າມີຊີວິດ ຕອບແທນເຂົາແລ້ວຫຼືຍັງ
63.ບໍ່ຕ້ອງລໍຖ້າຮອດວັນພິເສດໃດໆພຽງແຕ່ເຂົ້າໄປບອກຄໍາວ່າຮັກກໍ່ພຽງພໍແລ້ວ
64. ຢ່າຖ້າໃຫ້ຮອດວັນເກີດໝູ່ ແລ້ວຈຶ່ງລົມກັນຫຼືໃຫ້ຂອງຂວັນ
65. ບໍ່ມີກົດໝາຍໃດຫ້າມບໍ່ໃຫ້ຂອງຂວັນໃນວັນທໍາມະດາ
66. ຖ້າເປັນເຈົ້າ ຢູ່ດີໆໝູ່ເອົາເຂົ້າໜົມມາໃຫ້ຈະຮູ້ສຶກດີບໍ ຫຼື ຈະເບິ່ງທີ່ລາຄາເຂົ້າໜົມນັ້ນ
67. ເຫຼົ້າເຮັດໃຫ້ເຈົ້າລືມໄດ້ແຕ່ຕອນເມົາແຕ່ເພື່ອນເຮັດໃຫ້ເຈົ້າລືມເລື່ອງບໍ່ດີໄດ້ຕະຫຼອດຊີວິດ
68.ຢ່າຄິດວ່າຕົນເອງເປັນຄົນໂຊກຮ້າຍທີ່ສຸດແລະຢ່າຄິດວ່າຕົນເອງເປັນຄົນໂຊກດີທີ່ສຸດ
69.ຢ່າເວົ້າວ່າເພິ່ນບໍ່ມາເປັນເຮົາບໍ່ຮູ້ດອກຖ້າເປັນແນວນັ້ນເຈົ້າກໍ່ບໍ່ຮູ້ເລື່ອງຂອງເຂົາຄືກັນ
70. ຖ້າເມື່ອຍຫຼາຍກໍ່ຢຸດພັກແນ່
71. ຢ່າຄິດວ່າຄົນດີບໍ່ມີໃນສັງຄົມ ເພາະເຈົ້າກໍ່ເປັນຄົນພຽງແຕ່ເຈົ້າຍັງບໍ່ໄດ້ເຮັດອີຫຍັງເທົ່ານັ້ນ
72.ປິດສະໜາໃນເກມເຈົ້າແກ້ໄດ້ແຕ່ເປັນຫຍັງປິດສະໜາໃນຊີວິດເຈົ້າແກ້ບໍ່ໄດ້ ໃນເມື່ອບົດສະຫຼຸບມັນຢູ່ໃນໂຕເຈົ້າ
73. ເຈົ້າເບິ່ງເພັດຢູ່ຄວາມງາມພາຍໃນ ຫຼື ປ້າຍລາຄາທາງນອກ
74. ຖ້າເຈົ້າກິນອາຫານເຫຼືອ ລອງຄຶດເຖິງເດັກນ້ອຍທີ່ບໍ່ມີຫຍັງກິນແດ່
75. ມີເລື່ອງຫຼາຍເລື່ອງທີ່ບໍ່ໄດ້ຂຽນໃນໜັງສືລອງຄົ້ນຄວ້າເບິ່ງແລ້ວຈະຮູ້
76.ລູກທະນູທີ່ປ່ອຍອອກຈາກໜ້າໄມ້ຍັງອັນຕະລາຍໜ້ອຍກວ່າຫອກທີ່ແທງມາຈາກທາງຫຼັງ
77. ການຖືກຫັກຫຼັງເປັນສິ່ງທີ່ເຈັບປວດ ຢ່າໃຫ້ມັນເກີດ
78. ຈະປະໃຫ້ຂີ້ລັກຂຶ້ນບ້ານແລ້ວຈຶ່ງໄປເບິ່ງປະຕູຮົ້ວບໍ?
79. ທໍາໃຈກັບສິ່ງຕ່າງໆລ່ວງໜ້າໄວ້ແດ່ກໍ່ດີ
80. ສົມມຸດຄົນທີ່ເຈົ້າຮັກຈາກເຈົ້າໄປໃນຕອນນີ້ ເຈົ້າຄິດວ່າເຈົ້າໄດ້ເຮັດຫຍັງໃຫ້ເຂົາແດ່ແລ້ວ ຫຼືວ່າບໍ່ມີເລີຍ
81. ຢ່າຕອບວ່າ ເຮັດແນວໃດກໍ່ຕອບແທນບໍ່ໝົດ ຂໍຖາມແດ່ວ່າເຮັດຄັ້ງສຸດທ້າຍຕອນໃດ?
82. ເຈົ້າທໍາໃຈໄດ້ແລ້ວບໍ ຖ້າມັນເກີດຂຶ້ນ ເຈົ້າໄປຮ້ອງໄຫ້ຂ້າງງານສົບ ແນວໃດເຂົາກໍ່ບໍ່ໄດ້ຍິນ
83. ໂຕຂອງເຈົ້າມີຄ່າຢູ່ແລ້ວ ຢູ່ທີ່ວ່າເຈົ້າຮູ້ຈັກດຶງມັນອອກມາໃຊ້ຫຼືບໍ?
84. ຮຽນເວົ້າກັບໂຕເອງແດ່ ແລ້ວເຈົ້າຈະຮູ້ວ່າມັນມີຫຍັງຕັ້ງຫຼາຍຢ່າງທີ່ເຈົ້າຍັງບໍ່ຮູ້
85. ເຈົ້າໃຊ້ຮ່າງກາຍມາຈັກປີແລ້ວ ໝັ່ນເບິ່ງແຍງມັນແດ່ ຫຼືວ່າເອົາໄວ້ໃຫ້ວິນຍານມີບ່ອນສິງສະຖິດຢູ່ຊື່ໆ
86. ການໃສ່ເສື້ອຜ້າງາມໆ ບໍ່ໄດ້ຊ່ວຍໃຫ້ຮ່າງກາຍດີຂຶ້ນດອກ ທີ່ດີຂຶ້ນເປັນບຸກຄະລິກກະພາບເທົ່ານັ້ນ
87. ຫາຄວາມສຸກຂອງໂຕເອງໃຫ້ພົບ ຮຽນມີຄວາມສຸກແນ່
88. ລອງເຮັດແບບບ້າໆບ໋ອງແດ່ກໍ່ດີຢ່າຍຶດຕິດກັບອີຫຍັງຫຼາຍເກີນໄປ
89.ສິ່ງທີ່ເຈົ້າປ່ອຍຜ່ານໆໄປໃນຊີວິດຫຼືເລື່ອງທີ່ເຈົ້າເຫັນວ່າມັນບໍ່ສໍາຄັນ ກັບມາເບິ່ງບ່ອນນັ້ນແດ່ກໍ່ດີ
90. ຢ່າໄວ້ໃຈໃຜຫຼາຍເກີນໄປ ບໍ່ໄດ້ສອນໃຫ້ລະແວງບໍ່ໄວ້ໃຈໃຜ ແຕ່ລະວັງແດ່ກໍ່ດີ
91. ຢ່າຕາມເພື່ອນທີ່ມັກກິນເຫຼົ້າ, ຫຼິ້ນໄພ້ ແລະ ມັກຫຼິນສາວ(ບ່າວ) ຫຼາຍຈົນເກີນໄປ
92. ຢາເສບຕິດທຸກຊະນິດຢ່າຄິດຈະລອງເດັດຂາດ
93. ຢ່າເຮັດຕາມໝູ່ເພາະຮ່າງກາຍເຂົາກັບເຮົາມັນຕ່າງກັນແນ່ນອນຈິດໃຈກໍ່ຕ່າງກັນ
94. ຜູ້ຊາຍຈັ່ງໃດກໍ່ເປັນຜູ້ຊາຍ ຜູ້ຍິງຈັ່ງໃດກໍ່ເປັນຜູ້ຍິງ
95. ບາງຄັ້ງກາຍຢູ່ຄົນດຽວກໍ່ບໍ່ໄດ້ເລວຮ້າຍສະເໝີໄປ
96. ບໍ່ມີມິດຖາວອນແລະສັດຕູທີ່ແທ້ຈິງ
97.ຈົ່ງເຮັດມື້ນີ້ໃຫ້ດີທີ່ສຸດ ເພື່ອຕົວເຮົາເອງ ຄົນທີ່ເຮົາຮັກ ແລະ ຄົນທີ່ຢູ່ອ້ອມຂ້າງເຮົາ
98. ຢ່າຄິດວ່າຕົນເອງຖືກຕະຫຼອດ
99. ຢ່ານ້ອຍໃຈເກີນເຫດ ເພາະອີຫຍັງທີ່ເກີນໆມັນບໍ່ຄ່ອຍຈະດີ
100.ຢ່າຄິດວ່າຕົນເອງບໍ່ມີໝູ່ ຫຼື ບໍ່ມີໃຜ ຢ່າງໜ້ອຍຖ້າເຈົ້າໄດ້ອ່ານຂໍ້ຄວາມນີ້
(ຂໍຂອບໃຈ ຂໍ້ມູນຈາກ ພຸດທະສາວົກ)
ຂຽນເມື່ອ ຂຽນເມື່ອ: ກ.ພ.. 6, 2011 | ມີ 4 ຄຳເຫັນ ແລະ 0 trackback(s)


 
ຄູ່​ຮັກ
ຝັນ​ເຫັນ​ຄູ່​ຮັກ​ຫລືຄົນ​ຮັກ ໄດ້​ມີ​ການ​ກອດ​ຮັດ​ເວົ້າຈາ​ກັນ​ໃນ​ຝັນ ທາຍ​ວ່າ​ຈະ​ຕ້ອງ​ພັດ​ຄູ່​ຈາກ​ກັນ ຫລື​ມີ​ອຸປະສັກ​ມາ​ຂັດ​ຂວາງ​ທາງ​ຮັກ​ບໍ່ໃຫ້​ສົມ​ປາດຖະຫນາ ຖ້າ​ໃນ​ຝັນ​ເປັນ​ຄົນ​ແປກ​ຫນ້າທີ່​ບັງ​ເອີນ​ໄປ​ພົບ​ກັນ ທາຍ​ວ່າ​ຈະ​ມີ​ສັດຕູ​ທີ່​ເປັນ​ເພດ​ກົງກັນຂ້າມ​ປອງ​ຮ້າຍ
55 66 33 335 366 784 633

ຈູບ
ຝັນ​ວ່າ​ໄດ້​ກອດ​ຈູບ​ເດັກ​ນ້ອຍ​ທາຍ​ວ່າ​ຈະ​ໄດ້​ລາບ​ຫລື​ສິ່ງ​ຂອງ​ ເປັນ​ຂອງ​ກຳ​ນັນ ຖ້າ​ໄດ້​ຈູບ​ຄົນ​ສູງ​ອາ​ຍຸ​ນ້ອຍ​ກວ່າ ທາຍ​ວ່າ ຈະ​ໄດ້​ລາບ​ຈາກ​ຜູ້ໃຫຍ່​ຖ້າ​ຈູບ​ສັດ​ລ້ຽງ​ຫລືຄົນ​ຮັກ ທາຍ​ວ່າ ຈະ​ໄດ້ຮັບ​ເຄາະ​ນ້ອຍ​ໆ ນ້ອຍ​ໆ ຈາກ​ຄົນ​ໃນ​ເຮືອນ​ຫລືຄົນ​ຮັກຫລື​ມິດສະຫາຍ​ໃກ້​ຊິດ

ຊາວ​ເຂົ້າ
ຝັນ​ວ່າ​ຕົນເອງ​ຊາວ​ເຂົ້າ​ຕຽມ​ຈະ​ຫຸງ​ເຂົ້າ ຫລື​ຝັນ​ເຫັນ​ເຂົ້າ​ແຊ່​ຢູ່ໃນ​ນ້ຳ​ໃນ​ພາ​ຊະນະ​ຫຸງ​ຕົ້ມ ຖ້າ​ເປັນ​ຍິງ ທາຍ​ວ່າ​ຈະ ໄດ້ຮັບ​ຂ່າວ​ດີ ຫລື​ມີ​ໂຊກລາບ​ທາງ​ຫນ້າທີ່​ການ​ງານ ຖ້າ​ເປັນ​ຊາຍ​ຈະ​ໄດ້ຮັບ​ຂ່າວ​ດີ​ຈາກຄົນ​ຮັກຫລື​ເມຍ​ຫລື​ລູກ​ສາວ
21 23 25 251 253

ດັກ​ນົກ
ຝັນ​ເຫັນ​ເຄື່ອງ​ດັກ​ນົກ ຫລື​ເຄື່ອງ​ດັກ​ຈັບ​ສັດ​ຕ່າງໆ ທາຍ​ວ່າ ຂອງ​ທີ່​ຫາຍ​ໄປ​ຈະ​ໄດ້​ກັບ​ຄືນ ຫລືຄົນ​ຮັກທີ່​ຈາກ​ໄປ​ຈະ​ກັບ​ມາ ຄືນ​ດີ ແຕ່​ຖ້າ​ຂອງ​ຫາຍ​ໄດ້​ກັບ​ຄືນ​ມັນ​ຈະ​ປະ​ສົບ​ເຄາະ​ຕາມ​ຫລັງ
ຍັງ​ບໍ່​ຢູ່ໃນ​ເກນ​ສ່ຽງ

ຖ້ຳ
ຝັນ​ໄດ້​ເຂົ້າໄປ​ໃນ​ຖ້ຳ​ມືດ ພົບ​ທາງ​ຕັນ​ຫລື​ຫາ​ຫົນ​ທາງ​ອອກ​ບໍ່​ໄດ້ ທາຍ​ວ່າ​ຈະ​ປະ​ສົບ​ເຄາະ ຫລື​ມີ​ອັນ​ໃຫ້​ທະ​ເລາະ​ກັບ​ຍາດ​ມິດ​ຫລືຄົນ​ຮັກ ຖ້າ​ໃນ​ຝັນ​ໄດ້​ພົບ​ພະ​ພຸ​ດທະ​ຮູບ​ຫລື​ພະ​ຄັງ​ມະຫາ​ສົມບັດ​ຂອງ​ພະ​ເຈົ້າ​ ແຜ່ນດິນ ທາຍ​ວ່າ​ຈະ​ໄດ້ຮັບ​ໂຊ​ກລາບ​ຈາກ​ການ​ສ່ຽງ.
67 08 83 607 863 870

ຮິມ​ສົບ
ຝັນ​ເຖິງ​ຮິມ​ສົບ ຫລື​​ປາກ​ຕົນເອງ​ຖືກ​ສັດ​ຮ້າຍ​ຕອດ​ຫລື​ເປັນ​ແຜ​ບາດ​ເຈັບ ທາຍ​ວ່າ ຈະ​ເກີດ​ຄວາມ​ເດືອດ​ຮ້ອນ​ຂຶ້ນ​ແກ່​ເມຍ​ຫລືຄົນ​ຮັກ ຖ້າ​ເປັນ​ຍິງ​ຝັນ ທາຍ​ວ່າ ຈະ​ເສຍຄົນ​ຮັກຫລື​ຜົວ
ຍັງ​ບໍ່​ຄວນ​ສ່ຽງ

ລະ​ຄອນ
ຝັນ​ວ່າ​ເບິ່ງ​ລະ​ຄອນຫລື​ຕົວ​ເອງ​ຫລິ້ນ​ລະ​ຄອນ ທາຍ​ວ່າ ຈະ​ຖືກ​ຄົດ​ໂກງ​ຫັກ​ຫລັງ ຫລື​ຄົນ​ໃນ​ເຮືອນ​ມັກ​ຈະ​ກໍ່​ຄວາມ​ຫຍຸ້ງຍາກ​ເດືອດ​ຮ້ອນ​ໃຈ​ຜູ້​ທີ່​ກຳ​ລັງ​ ມີຄົນ​ຮັກຫລື​ແຕ່ງ​ງານ​ໃໝ່​ໆ ຈະ​ຖືກຄົນ​ຮັກນອກ​ໃຈ​ຫລື​ຂັດ​ໃຈ​ກັນ
ຍັງ​ບໍ່​ຄວນ​ສ່ຽງ

ຫວີ​ຜົມ
ຝັນ​ວ່າ​ຫວີ​ຜົມ​ຕົນເອງ​ໃສ່​ນ້ຳ​ມັນ ຖ້າ​ຝັນ​ໃນ​ຕອນ​ກາງເວັນ ທາຍ​ວ່າ ຈະ​ເຄາະ​ຮ້າຍ​ເຖິງ​ເລືອດ​ຕົກ​ຢາງ​ອອກ ຖ້າ​ຝັນ​ໃນ​ເວລາ​ກາງ​ຄືນ ທາຍ​ວ່າ ຄົນ​ຮັກຫລື​ຜົວ​ຫລື​​ເມຍຈະ​ນອກ​ໃຈ
ບໍ່​ຄວນ​ສ່ຽງ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 6, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

<!--[if !mso]>v\:* {behavior:url(#default#VML);}o\:* {behavior:url(#default#VML);}w\:* {behavior:url(#default#VML);}.shape {behavior:url(#default#VML);}<![endif]--><!--[if gte mso 9]>Normal0falsefalsefalsefalseEN-USX-NONETH<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->


     ຢູ່ໃນ​ທົ່ວ​ໂລກມີມະຫາວິທະຍາໄລຫຼາຍລ້ານ​​ແຫ່ງມີບາງແຫ່ງ​ທີ່​ສ້າງຕັ້ງມາໄດ້​ຫຼາຍສະຕະວັດແລ້ວ​ໂດຍ​ສະ​ເພາະ​ແມ່ນ​ມະຫາວິທະຍາ​ໄລ​ຢູ່​ໃນ​ບັນດາ​ປະ​ເທ​ດທີ່​ພັດທະນາ​ແລ້ວ,ບວກ​ກັບ​ການ​ສື​ກສາ​ທີ່​ນັບ​ມື້​ນັບ​​ເຕີບ​ໃຫຍ່​ຂະຫຍາຍຕົວ​ໃນ​ປັດຈຸບັນ​ນີ້​ຫຼາຍໆຄົນ​ມີ​ຄວາມ​ໄຝ່ຝັນ​ທີ່​ຈະ​ໄດ້​ສຶກ ສາໃນສະຖາບັນ​ທີ່​ໄດ້​ມາດຕະຖານແລະມີຄວາມສະດວກສະບາຍ,​ຄຽງຄູ່ກັນນັ້ນກໍມີຫຼາຍ ມະຫາ ວິທະຍາໄລທີ່​ມີຄ່າໃຊ້​ຈ່າຍ​ທີ່​ແພງພໍສົມຄວນ​ດັ່ງ​ທີ່​ພວກ​ເຮົາຈະສະເໜີ​ຕໍ່​ໄປ​ນີ້​ຄື 10 ອັນດັບມະ ຫາວິທະຍາໄລ​ທີ່​ແພງ​ທີ່​ສຸດໃນໂລກ:

1. ສະຫະລັດ​ອາເມລິກາ : George Washington University, Washington ຄ່າຮຽນຕໍ່ປີ $60,963
 

2.ສະຫະລັດ​ອາເມລິກາ : Sarah Lawrence College, New York - $60,851

3.ສະຫະລັດ​ອາເມລິກາ : Kenyon College, Ohio - $60,685


4.ສະຫະລັດ​ອາເມລິກາ : Vassar College, New York - $60,640

 

5.ສະຫະລັດ​ອາເມລິກາ : Bucknell University, Pennsylvania - $59,799

 

6 ສະ​ວິດເຊີແລນ : Franklin College - $49,918

 

7.ຝຣັ່ງ : American University of Paris - $49,164

 

8.ອັງກິ​ດ : Imperial College London - $41,925

 

9 ສິງກະໂປ : National University of Singapore - $36,194

 

10 ອົດສະຕາລີ : University of Melbourne - $30,463

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 27, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

<!--[if !mso]>v\:* {behavior:url(#default#VML);}o\:* {behavior:url(#default#VML);}w\:* {behavior:url(#default#VML);}.shape {behavior:url(#default#VML);}<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]--><!--[if gte mso 9]><![endif]--><!--[if gte mso 9]><![endif]-->

 

http://app01.laopdr.gov.la:8080/fckeditor_ePortal/image/bvong_laos_luang_prabang_001.jpgພົນລະເມືອງລາວ ສ່ວນໃຫຍ່ເຊື່ອຖືພຸດທະສາສະໜາ ຊິ່ງເປັນສາສະໜາ
ດັ້ງເດີມມີຜູ້ເຊື່ອຖືທັງໝົດກວມເອົາ 66,8%  ຂອງພົນລະເມືອງ.   ສາ
ສະໜາເຢຊູຄຣິດ ມີຜູ້ເຊື່ອຖືປະມານ 1,5%.  ສ່ວນສາສະໜາອິດສະລາມ
ແລະ ບາຮາຍ ມີຜູ້ເຊື່ອຖືໜ້ອຍກວ່າ 1%.   ນອກຈາກເຊື່ອຖື ສາສະໜາ
ແລ້ວຍັງມີຜູ້ເຊື່ອຖືບັນພະບູລຸດ (ເຊື່ອຖືຜີ) ທີ່ເປັນຄວາມເຊື່ອອັນເກົ່າແກ່
ຂອງ ຄົນລາວມາແຕ່ບູຮານ ແລະ ເຊື່ອຖືອື່ນໆ ປະມານ 30,9%
(
ສະຖິຕິສຳຫຼວດພົນລະເມືອງ ປີ 2005).  ສິດທິທາງດ້ານສາສະໜາ ຫຼື
ຄວາມເຊື່ອປະຊາຊົນລາວ ບັນດາເຜົ່າມີສິດເສລີພາບ  ໃນການເຊື່ອຖື ຫຼື
ບໍ່ເຊື່ອຖືສາສະໜາ, ເຊິ່ງສິດດັ່ງກ່າວໄດ້.
ສະແດງອອກ ແລະ ຄ້ຳປະກັນ ໂດຍລັດຖະທຳມະນູນ ມາດຕາ9 ແລະ
ມາດຕາ43. ນອກຈາກນີ້, ຍັງມີບັນດາບັນຍັດ,ລະບຽບ -

ກົດໝາຍ. ໂດຍສະເພາະ ແມ່ນດຳລັດຂອງນາຍຍົກລັດຖະມົນຕີ ເລກທີ 92/ນຍ ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການ
ເຄື່ອນໄຫວສາສະໜາ ຢູ່ ສປປ ລາວ ເຊິ່ງເປັນການປົກປ້ອງ ແລະ ຄຸ້ມຄອງການເຄື່ອນໄຫວ ທີ່ຖືກຕ້ອງຕາມກົດໝາຍ ຂອງ
ບັນດາອົງການສາສະໜາ ແລະ ສາສະນິກະຊົນຂອງສາສະໜາຕ່າງໆ ໃນ ສປປ ລາວ. ສິດເສລີພາບໃນການເຊື່ອຖືສາສະໜາ
ນອກຈາກຈະລະບຸໄວ້ໃນລັດຖະທຳມະນູນ, ດຳລັດແລະ ລະບຽບກົດໝາຍແລ້ວ ລັດຖະບານ ສປປ ລາວ
ຍັງມີນະໂຍບາຍ 4 ຂໍ້ໃຫຍ່ ຕໍ່ສາສະໜາ:

-
ເຄົາລົບສິດເສລີພາບໃນການເຊື່ອຖື ຫຼື ບໍ່ເຊື່ອຖືສາສະໜາ ຂອງພົນລະເມືອງລາວ, ບໍ່ອະນຸຍາດໃຫ້ມີການຊື້ຈ້າງຈອບອອຍ ຫຼື
ບີບບັງຄັບໃດໆ ໃຫ້ພົນລະເມືອງເຊື່ອຖືສາສະໜາໃດໜື່ງ ຫຼື ໃຫ້ປະຊາຊົນປະລະການເຊື່ອຖືສາສໜາ.
-
ເຄົາລົບ ແລະ ປົກປ້ອງການເຄື່ອນໄຫວສາສະໜາຖືກຕ້ອງຕາມກົດໝາຍ,ປຸກລະດົມສົ່ງເສີມພະສົງ - ສາມະເນນ ແລະ ການ
ບວດ ຂອງສາສະໜາຕ່າງໆ ໃຫ້ເຂົ້າຮ່ວມໃນການເຄື່ອນໄຫວ ທີ່ເປັນປະໂຫຍດແກ່ປະເທດຊາດ ແລະ ປະຊາຊົນ, ຫ້າມທຸກ
ການກະທຳທີ່ເປັນການແບ່ງແຍກສາສະໜາ ແລະ ແບ່ງແຍກປະຊາຊົນ.
-
ສາສະນິກະຊົນ ແລະ ສາສະໜາຕ່າງໆ ມີສິດ ແລະ ພັນທະຂອງພົນລະເມືອງເທົ່າທຽມກັນ, ສາມັກຄີກັນເຮັດ ໜ້າທີ່ປົກປັກ
ຮັກກສາ ແລະ ສ້າງສາພັດທະນາປະເທດຊາດ.

-
ເອົາໃຈໃສ່ສົ່ງຄວາມຮູ້ທາງດ້ານວິທະຍາສາດ ທໍາມະຊາດ ແລະ ສັງຄົມ ໃຫ້ແກ່ປະຊາຊົນເຜົ່າຕ່າງໆ, ຂົນຂວາຍ ແລະ ຊັກ
ຊວນໃຫ້ເຂົາເຈົ້າຄ່ອຍໆ ປະລະຮີດຄອງອັນຫຼ້າຫຼັງ ທີ່ສົ່ງຜົນສະທ້ອນບໍ່ດີເຖິງຄວາມສາມັກຄີ, ການຜະລິດ ແລະ ການດຳລົງ
ຊີວິດຂອງເຜົ່າຕ່າງໆ ກໍ່ຄືຂອງຊາດ, ສ້າງຄວາມສີວິໄລທາງດ້ານຈິດໃຈເທື່ອລະກ້າວ. ຍ້ອນການປະຕິບັດສິດສະເໝີພາບ ແລະ
ສິດເສລີພາບ ໃນການເຊື່ອຖື ຫຼື ບໍ່ເຊື່ອຖືສາສະໜາໄດ້ດີ, ໃນປັດຈຸບັນຢູ່ ສປປ ລາວ ມີ 4 ສາສະໜາຄື:1) ພຸດທະສາສະໜາ
2)
ສາສະໜາເຢຊູຄຣິດ ປະກອບມີ 2 ນິກາຍຄື:1. ກາໂທລິກ 2.   ໂປຣແຕັດສະຕັງປະກອບມີ 2ນິກາຍຍ່ອຍຄື: ຄຣິສຕະຈັກ
ຂ່າວປະເສີດຄຣິສຕະຈັກຄະນະວັນເສົາ 3)  ສາສະໜາບາຮາຍ 4)  ສາສະໜາອິດສະລາມ.

ໃນປະຈຸບັນເຫັນໄດ້ວ່າ ມີຜູ້ເຊື່ອຖືສາສະໜາຕ່າງໆ ເພີ່ມຂື້ນ, ເຊິ່ງສະແດງອອກໃນສະຖິຕິຕົວເລກທີ່ ເກັບກຳໄວ້ໄດ້ໃນປີ 2008
ມີດັ່ງນີ້:ສາສະໜາພຸດ ມີຜູ້ເຊື່ອຖືປະມານ 66,8% ຂອງພົນລະເມືອງທັງໝົດ, ມີພະສົງສາມະເນນທັງໝົດ ຈຳນວນ 20,608
ອົງ, ມີວັດຈຳນວນ 4,860 ວັດ, ມີພໍ່ຂາວ-ແມ່ຂາວ ທັງໝົດຈຳນວນ 465 ຕົນ. ນອກຈາກນັ້ນ ຍັງມີພຸດທະສາສະໜານິກາຍ
ມະຫາຍານຜູ້ເຊື່ອຖືສ່ວນຫຼາຍແມ່ນພີ່ນ້ອງຊາວຫວຽດນາມ ແລະ ຊາວຈີນທີ່ດຳລົງຊີວິດ ແລະ ທຳມາຫາກິນຢູ່ ສປປລາວ, ພຸດ
ທະສາສະໜາກາຍມະຫາຍານ ມີວັດທັງໝົດທົ່ວປະເທດຈຳນວນ 8 ວັດ. ນອກຈາກການເຊື່ອຖືພຸດທະສາສະໜາ ແລະ ສາສະ
ໜາອື່ນໆ ແລ້ວປະຊາຊົນລາວບັນດາເຜົ່າ ຍັງເຊື່ອຖືບັນພະບູລຸດ(ເຊື່ອຖືຜີ) ປະມານ 30,9%.ສາສະໜາເຢຊູຄຣິດ: ນິກາຍກາ
ໂທລິກ ມີຜູ້ເຊື່ອຖືທັງໝົດ 43,721 ຄົນ, ຍິງ 20,289 ຄົນ, ມີນັກບວດ (ຄຸນພໍ່-ຄຸນແມ່) 293ອົງ, ຍິງ 9 ຄົນ, ມີໂບດ 91
ແຫ່ງ, ມີບ່ອນນະມັດສະການ 77 ແຫ່ງ. ນິກາຍຄະນະວັນເສົາ ມີຜູ້ເຊື່ອຖືທັງໝົດ 1,694 ຄົນ, ຍິງ852 ຄົນ,ມີຄູສອນສາສະ
ໜາ 17 ຄົນ, ຍິງ 1 ຄົນ,ມີໂບດ 3 ແຫ່ງ ແລະ ບ່ອນນະມັດສະການ 4 ແຫ່ງ. ສາສະໜາ ບາຮາຍ ມີຜູ້ເຊື່ອຖືທັງໝົດ
2,449
ຄົນ,ຍິງ 1,477 ຄົນ,ມີຄູສອນສາສະໜາ 48 ຄົນ,ຍິງ 17 ຄົນ,ມີຫໍທຳມະສະ ພາ 5 ແຫ່ງ.ສາສະໜາອິດສະລາມ ມີ
ຜູ້ເຊື່ອຖືທັງໝົດ 400 ຄົນ, ຍິງ 300 ຄົນ, ມີຄູສອນສາສະໜາ 12 ຄົນ, ຍິງ 0 ຄົນ, ມີສຸເຫຼົາ 2 ແຫ່ງ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 27, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

<!--[if !mso]>v\:* {behavior:url(#default#VML);}o\:* {behavior:url(#default#VML);}w\:* {behavior:url(#default#VML);}.shape {behavior:url(#default#VML);}<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->

http://www.sansouk.com/Editor/assets/98116-attachment.jpg

 

           1. “ນ້ອງຢາກ​​ເຮັດ.... (ອັນໃດອັນໜຶ່ງ)... ບໍ

           ປະ​ໂຫຍກ ຄຳ​ຖາມ​ເຊີນ​ຊວນ​ເຮັດ​ນັ້ນ ເຮັດ​ນີ້​ແບບ​ນີ້​ ບໍ່ແມ່ນ​ພຽງ​ການສະແດງ​ຄວາມ​ສຸ​ພາບ​ເທົ່າ​ນັ້ນ ແຕ່​ຍັງ​ສະແດງ​ໃຫ້​ເຫັນ​ວ່າ​ໜຸ່ມໆ ພ້ອມ​ຈະ​ເອົາ​ອົກ​ເອົາ​ໃຈ​ຍິງ​ສາວ​ຂອງ​ພວກເຂົາ​ພຽງໃດ ແລະ​ການ​ໃຫ້​ກຽດ​​​​ແມ່ຍິງ​ເປັນ​ຝ່າຍ​ເລືອ​ກວ່າ​ຢາກ​ເຮັດຫຍັງ​ນີ້​ແຫລະ​ຄື​ສິ່ງ​ທີ່​ຍິງ​ສາວ ຕ້ອງ​ການ​ຫລາຍ​ເຖິງ​ຫລາຍ​ທີ່ສຸດ

 

          2. “ອ້າຍໄດ້​ຄົ້ນ​ພົບ​ອີ່ຫຍັງໆ ໃນ​ຕົວ​ນ້ອງ​ທີ່​ເຮັດໃຫ້​ອ້າຍ​ມັກ​ນ້ອງ​ຫລາຍ​ຂຶ້ນ​ທຸກ​ມື້​ໆ

          ບໍ່ວ່າ​ຜູ້​ສາວ​ແບບ​ໃດ ​ເຊີ້ໆ ຫວານໆ ສົ້ມໆ ຫ້າວ​ໆ ກໍ​ລະ​ລາຍ​ໄດ້​ຍ້ອນ​ປະ​ໂຫຍ​ກ​ແບບ​ນີ້ ຄິດ​ເບິ່ງ​ຕີວ່າ​ນາງ​ຈະ​ປື້ມ​ອົກ​ປຶ້ມ​ໃຈ​ສ່ຳ​ໃດ ​ຖ້າ​ໄດ້ຍິນ​ຊາຍ​ໜຸ່ມ​ສາລະພາບ​ອອກມາ​ກົງໆ ວ່າ​ໃນ​ຕົວ​ນາງ​ມີ​ຫຍັງ​ດີໆ ຊ່ອນ​ຢູ່​ຫລວງຫລາຍ​ເຖິງ​ຂັ້ນ​ເຮັດໃຫ້​ຜູ້​ຊາຍ​ຕົກ​ຂຸມ​ຮັກ​ນາງ​ໄດ້​ຫລາຍ​ຂຶ້ນ​ທຸກ​ມື້ ທີ່​ສຳຄັນ​ຖ້າ​ຜູ້​ຊາຍ​ຮູ້ສຶກ​ແບບ​ນີ້​ແທ້ໆ ກໍ​ແປ​ວ່າ​ຄວາມ​ສຳພັນ​ຂອງ​ທ່ານຈະ​ແໜ້ນ​​ແຟ້ນ​ບໍ່​ຈືດ​ຈາງ​ງ່າຍໆ

 

          3. “ອ້າຍ​ບໍ່​ເຄີຍ​ພົບ​ໃຜ​ຄື​ນ້ອງ​ເລີຍ

          ຜູ້​ສາວ​ຮ້ອຍ​ທັງ​ຮ້ອຍ​ຕ້ອງ​ການ​ຄຳ​ຊົມ ແລະ​ຍິ່ງ​ຖ້າ​ເປັນ​ຄຳ​ຊົມ​ທີ່​ສະແດງ​ວ່າ​ຕົວ​ເອງ​ເປັນ​ຄົນ​ພິເສດ ແລະ​ບໍ່​ຄື​ຍິງ​ຄົນ​ໃດ​ໆ ໃນ​ໂລກ​ທີ່​ເຂົາ​ຄົນ​ນັ້ນ​ເຄີຍພົບ​ມາ ຮັບຮອງ​ປື້ມ​ທຸກ​ຄົນ ແຕ່​ໜຸ່ມໆ ຢ່າ​ລືມ​ວ່າ​ປະ​ໂຫຍກ​ນີ້​ຕ້ອງ​ຈົບ​ຢູ່ນີ້​ເທົ່າ​ນັ້ນ ຢ່າ​ໄດ້​ເຜີ​ຕໍ່ໄປ​ວ່າ ບໍ່ຄືແຟນ​ເກົ່າ​ຂອງ​ອ້າຍ ທີ່... ເພາະ​ຈາກ​​ເລິກຈະ​ກາຍ​ເປັນ​ເລື່ອງ​ທັນ​ທີ ເພາະ​​ແມ່ຍິງ​ກຽດຊັງ​​ເລື່ອງ​ຖືກ​ປຽບທຽບ​ກັນ​ເອງທີ່​ສຸດ.

 

          4. “ເລົ່າ​ໃຫ້​ຟັງ​ຈັກ​ໜ້ອຍ​ຕີ ມື້​ນີ້​ເປັນ​ຈັ່ງ​ໃດ​

​          ແມ່ນເລີຍ ຜູ້​ສາວ​ມັກ​ລົມ ແລະ​ມີ​ຄວາມ​ສາມາດ​ພິເສດ​ໃນ​ການ​ເລົ່າເລື່ອງ​ໄດ້​ເປັນ​ສາກໆ ເພາະ​ສະ​ນັ້ນ ສິ່ງ​ທີ່​ດີ​ທີ່ສຸດ​ສຳລັບ​ແມ່ຍິງ​ກໍ​ຄື... ເປີດ​ໂອ​ກາດ​ໃຫ້​​ເຂົາ​ເຈົ້າ​ໄດ້​ເລົ່າ ເລົ່າ ແລະ​ເລົ່າ

 

           5. “ອ້າຍ​ຮັກ​ນ້ອງ​ໃນ​ທຸກ​ອະລິຍາບົດ​ທີ່​ນ້ອງ​ເປັນ

           ຫາກ​ໜຸ່ມ​ຄົນ​ໃດ​ຄົ້ນ​ພົບ​ກິ​ລິ​ຍາ​ທ່າ​ທີ​ແບບໃດ ກໍ​ຕາມ​ທີ່​ເຮັດໃຫ້​ນາງ​ເບິ່ງ​ໜ້າ​ຮັກ ເບິ່ງ​ເຊັກ​ຊີ່​ເປັນ​ພິເສດ​ໃນ​ສາຍ​ຕາ ກໍ​ຢ່າ​ລີ​ລໍ​ທີ່​ຈະ​ເປີດ​ເຜີຍ​ໃຫ້ຜູ້​ສາວ​ຂອງ​ເຮົາ​ໄດ້ຮັບ​ຮູ້ ອາດຈະ​ຍົກ​ຕົວ​ຢ່າງ​ໄປ​ນຳ​ເພື່ອ​ໃຫ້​ເຫັນ​ພາບ (ແຕ່​ຕ້ອງ​ຮູ້ສຶກ​ຈັ່ງຊັ້ນ​ແທ້ໆ) ເຊັ່ນ ອ້າຍມັກ​ທ່າ​ຕອນ​ທີ່​ນ້ອງຍົກ​ກາ​​ເຟ​ຂຶ້ນ​ຈິບ” “ອ້າຍມັກ​ທ່າ​ທາງ​ຂອງ​ນ້ອງ​ຕອນ​ມັດ​ຜົມຫລື ອ້າຍ​ມັກ​ຕອນ​ເຈົ້າ​ຫົວ​​ຈົນ​ຫຼັບຕາແລະອື່ນໆ ເພື່ອ​ຢືນຢັນ​ໃຫ້​ຍິງ​ສາວ​ສະບາຍ​ໃຈ​ວ່າ​ຊາຍ​ໜຸ່ມ​ຂອງ​ນາງ​ຍອມ​ຮັບ​ໃນ​ແບບ​ທີ່​ນາງ​ເປັນ

 

            6. “ນ້ອງ​ຈະ​ກະລຸນາ​ຊ່ວຍອ້າຍ​ແດ່​ໄດ້​ບໍ

            ໂດຍ ທຳມະຊາດ ​ແມ່ຍິງ​ເປັນ​ເພດ​ໃຈ​ດີ​ມັກ​ໃຫ້​ຄວາມ​ຊ່ວຍເຫລືອ ເພາະ​ນາງ​ມີ​ສັນ​ຊາດຕະ​ຍານ​ຄວາມ​ເປັນ​ແມ່​ຢູ່ໃນ​ຕົວ ດັ່ງ​ນັ້ນ ການ​ທີ່​ຜູ້​ຊາຍ​ມາ​ຂໍ​ຄວາມ​ຊ່ວຍເຫລືອ​ຈາກ​ນາງ ບໍ່​ໄດ້​ໝາຍ​ເຖິງ​ຄວາມ​ອ່ອນແອ ແຕ່​ມັນ​ສະແດງ​ໃຫ້​ເຫັນ​ວ່າ​ພວກເຂົາ​ຍອມ​ຮັບ​ໃຫ້​ນາງ​ເຂົ້າໄປ​ເປັນ​ສ່ວນຫນຶ່ງ​ຂອງ​ຊີວິດ ເພາະ​ສະ​ນັ້ນ ຍິງ​ສາວ​ຈະ​ມີ​ຄວາມ​ສຸກ​ທີ່​ສຸດ​ເລີຍ ຖ້າ​ຍອມ​ໃຫ້​ນາງ​ໄດ້​ເຮັດຫຍັງ​ເພື່ອ​ຊາຍ​ໜຸ່ມ​ທີ່​ນາງ​ຮັກ​ນຳ​ແດ່... ອ໊ະ​ໆ ແ​ຕ່ຍົກ​ເວັ້ນ​ເລື່ອງ​ຂໍ​ຢືມ​ເງິນ​ເດີ!!!

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 27, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

<!--[if !mso]>v\:* {behavior:url(#default#VML);}o\:* {behavior:url(#default#VML);}w\:* {behavior:url(#default#VML);}.shape {behavior:url(#default#VML);}<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->


http://www.sansouk.com/Editor/assets/DLLM_plmpsvk09_g.jpg



        http://www.kpl.net.la/lao/data/arrowd%201.jpg
ສະ​ໄໝ​ລາຊະກາ​ ນຂອງເຈົ້າ​ສຸລິຍະ​ວົງສາ, ປີ ພສ 2183 (ຄສ 1631) ​ເຈົ້າ​ສຸລິຍະ​ວົງສາ ​ໄດ້​ຂຶ້ນຄອງ​ລາດ, ​ໃ​ນໄລຍະ 57 ປີ ຂອງກາ​ນປົກຄອງ​ ອາ ນາຈັກ​ລ້າ​ນຊ້າງ ​ແມ່​ນມີ​ຄວາມ​ສະຫງົບ​ຮົ່ມ​ເຢັນ, ຄວາມ​ຂັດ​ແຍ່ງ​ພາຍ​ໃ​ນຖືກ​ຊຳລະ​ສະ​ສາງ, ອິດ​ທິກຳລັງ​ພາຍ​ນອກ​ມີ​ຄວາມເກງ​ຂາມ ບໍ່​ກ້າ​ເຂົ້າ​ມາ​ ລ່ວງ​ລ້ຳ ​ແລະ ​ແຊກ​ແຊງ, ປະຊາຊົ​ນໄດ້​ຮັບ​ການ​ແບ່ງ​ດິນ ເພື່ອ​ທຳ​ມາ​ຫາ​ກິ​ນຢ່າງ​ເປັນ​ທຳ ​ແລະ ຫ້າວຫັນ​ໃນ​ກາ​ນຜະລິດ, ​ເຂົ້າ, ປາ​ອຸດົມສົມບູນ.

+ ​ ເຈົ້າ​ສຸລິຍະວົງສາ​ທຳ​ມິ​ກະລາດ ​ໄດ້​ສັ່ງ​ໃຫ້​ເສນາອາມາດ​ຜູ້​ໃຫຍ່​ພ້ອມ​ນັກປາດ​ອາຈານ​ແກ້​ໄຂ​ປ່ຽນ​ແປງ ​ແລະ ສ້າງ​ກົດໝາຍ​​ເພື່ອເປັ​ນຫລັກ​ ໃ​ນການ
​ປົກ​ຄອງ​ບ້ານ​ເມືອງ​​ໃຫ້​ມີ​ລະບຽບ​ແບບ​ແຜນ, ບ່າວ​ໄພ່​ລາຊະ​ດອນໄດ້​ຮັບ​ຄວາມ​ເປັນ​ທຳ ຜູ້​ລ່ວງ​ລະ​ເມີດ​ກໍ່​ຖືກ​ລົງ​ໂທດ​ໂດຍ​ບໍ່​ເລືອກ​ໜ້າ​ນັບ​ທັງ​ລູກ​ຊາຍ​
ຂອງ​ເພິ່ນ​ເອງ ກໍ່​ຖືກ​ສັ່ງ​ປະຫານ​ຊີວິດ​ ຖານ​ໂທດ​ຂົ່ມຂືນ​ເມຍ​ທະຫາ​ນອົງຄະລັກ​ຂອງ​ເພິ່ນ. ໄດ້​ເອົາ​ໃຈ​ໃສ່​ສ້າງ​ວັດວາອາ​ຮາມ, ສົ່ງ​ເສີມ​ກາ​ນສຶກສາ ຂະ
ຫຍາຍ​ໂຮງຮຽນ (ເວລາ​ນັ້ນແມ່​ນໂຮງຮຽນ​ວັດ) ສ້າງ​ນັກປາດ​ບັນດິດ, ປະດິດ​ຄິດ​ແຕ່ງ​ວັນນະຄະດີ, ນິທາ​ນພື້ນ​ເມືອງ, ສ້າງ​ຮີດ 12 ຄອງ 14, ​ແປ​ເທບ​ ນິຍາຍ​ຈາກ​ພາສາອິນ​ເດຍມາ​ເປັ​ນພາສາ​ລາວ.

+ ​ໄດ້​ອອກ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ຊຶ່ງ​ໄດ້​ກຳນົດ​ແຈ້ງວ່າ : ດິ​ນທີ່​ມອບ​ໃຫ້​ເຖິງ 3 ປີ ແລ້ວ ຫາກ​ບໍ່​ມີ​ກາ​ນນຳ​ໃຊ້​ແມ່​ນໃຫ້ຜູ້​ອື່ນ​ສາມາດ​ ມາ​ເອົາ​ໄປ​ນຳ​
ໃຊ້​ໄດ້​ ໂດຍ​ເຈົ້າ​ຂອງ​ເກົ່າ​ບໍ່​ມີ​ສິດ​ທວງ​ຖາມ​ເອົາ​ຄືນ​ອີກ. ດ້ວຍ​ເຫດ​ນັ້ນ​ຈິ່ງ​ເຮັດ​ໃຫ້​ປະຊາຊົ​ນມີ​ຄວາມເຊື່ອ​ໝັ້ນ ​ແລະ ດຸ​ໝັ່​ນໃນ​ການ​ຜະລິດ, ປູກ​ຄັ່ງ, ປູກ ​ຍານ​ເປັ​ນສິນຄ້າ.

+ ​​ ໄດ້​ຜູກ​ມິດ​ໄມຕີ​ກັບປະ​ເທດ​ໃກ້​ຄຽງ, ຕິດ​ຕໍ່​ຄ້າຂາຍ​ກັບ​ຕ່າງປະ​ເທດ, ວຽງ​ຈັ​ນເວລາ​ນັ້ນ​ໄດ້​ກາຍ​ເປັນ​ສູ​ນກາງ​ກາ​ນຄ້າ ຄັ່ງ ​ແລະ ຍານ ຈົນ​ມີ​ພໍ່ຄ້າ​ ຊາວ​ ໂຮ​ນລັງ ຊື່ ວັ​ນວຸດ​ສະ​ຕົບ ​​ເຊິ່ງ​ເປັນ​ຊາວ​ຕາ​ເວັນ​ຕົກ​ຄະນະ​ທຳ​ອິດ​ທີ່​ເຂົ້າ​ມາ​ວຽງ​ຈັນ​ໃນ​ປີ 1641 ​ເພື່ອ​ຊື້ຄັ່ງ ​ແລະ ຍານ. ​ໃນ​ປີ 1642 -1647 ມີ​ຄະນະ​ ຂອງ ຄຸ​ນພໍ່ ​ເລີ​​ເລຍ ​ແລະ ມາລີນີ​ ​ເຊິ່ງ​ເປັນ​ຊາວ​ອີ​ຕາ​ລີ ​ໄດ້​ເຂົ້າ​ມາ​ເຖິງ​ວຽງ​ຈັນ, ພວກ​ເພິ່​ນໄດ້​ຍ້ອງຍໍ​ວ່າ​ເມືອງ​ວຽງ​ຈັນ​ງົດ​ງາມ, ຫໍ​ປະສາດ​ລາຊະ​ວັງ ສະ ຫງ່າ​ ກວ້າງຂວາງ, ປະຊາຊົ​ນລາວ​ເປັ​ນຄົ​ນ ດີ​ບໍ່​ເອົາ​ປຽບ​ເອົາ​ລັດ​ກັນ, ຮັກ​ແພງ​ຄົນ​ຕ່າງປະ​ເທດ, ເປັນ​ຄົນ​ຊື່ສັດ ​​ເກັບ​ຂອງ​ ຕົກ​ເຮ່ຍ ​​ໄດ້ກໍ່​ຄືນເຈົ້າ​ຂອງ ​ໂດຍ ​ບໍ່​ຮຽກຮ້ອງ​ຄ່າ​ຮັກສາ​ແຕ່​ຢ່າງ​ໃດ. ພວກ​ເພີ່ນ​ຍັງ​ເວົ້າ​ວ່າ ບໍ່​ເຫັນ​ຄົນ​ລາວ​ຜິດ​ຖຽງກັນ ຄົນ​ລາວ​ມີ​ກົດໝາຍ​ພື້ນ​ເມືອງ​ດີ ແລະ ປະຕິບັດ​ເຄັ່ງ​ຄັດ ຜູ້​ໃດ​ທີ່ກະ ທຳ​ຜິດຜູ້​ໃດ​ໝິ່ນປະໝາດ​ຄົນ​ອື່​ນກໍ່​ລ້ວນ​ແຕ່​ຖືກ​ປັບ​ໃໝ.

http://www.kpl.net.la/lao/data/arrowd%201.jpgສັງ​ລວມ​ແລ້ວ​ຕະຫລອດ​ໄລຍະ 57 ປີ ທີ່​ເຈົ້າ​ສຸລະ​ຍິວົງສາ​ຂຶ້ນຄອງ​ລາດ ອານາຈັກ​ລ້ານ​ຊ້າງ​ຢູ່​ໃນ​ຄວາມ​ສະຫງົບ​ປາສະຈາກ​ເສິກ​ທາງ​ເໜືອ ​ເສືອທາງ​ ໃຕ້, ປະຊາຊົ​ນມີ​ຄວາມ​ຮົ່ມ​ເຢັນ, ການ​ສຶກສາ ​ໄດ້​ຮັບ​ການ​ພັດທະນາ, ນັກປາດ​ບັນ​ດິດ, ຄຳ​ພີ​ດີກາ ນິທານ​ພື້ນ​ເມືອງ ເທບ​ນິຍາຍ, ຮີດຄອງ​ປະ​ເພນີ​ ອັ​ນ ດີງາມ ທີ່​ສືບ​ທອດ​ມາ​ເຖິງ​ປະຈຸ​ບັ​ນກໍ່​ເກີດ​ຂຶ້ນ​ໃ​ນສະ​ໄໝ​ເຈົ້າ​ສຸລິຍະ​ວົງສາ​ ຄອງ​ເມືອງ; ​ເຮັດ​ໃຫ້​ຊາດ​ລາວ​ມີ​ມູນ​ເຊື້ອອັນ​ຈົບງາມ​ທາງ​ດ້າ​ນຮີດຄອງ​ ວັດທະ ນະທຳ, ​ເປັ​ນໄລຍະ​ ຮຸ່ງ​ເຮືອງ​ເຫລືອງ​ເຫລື້ອມດ້າ​ນວັດທະນະທຳ​ທີ່​ໂດດ​ເດັ່​ນທີ່​ສຸດ.

http://www.kpl.net.la/lao/data/arrowd%201.jpgເຈົ້າ ​ສຸລິຍະ​ວົງສາ ​ໄດ້​ສິ້ນພະ​ຊົນ​ໃນ​ປີ 1695 ພາຍຫລັງ​ຄອງ​ເມືອງ​ມາ​ໄດ້ 57 ປີ ລວມ ອາຍຸ​ໄດ້ 82 ປີ. ພາຍຫລັງ​ເຈົ້າ​ສຸລິຍະ​ວົງສາ​ສິ້ນພະ​ຊົນ, ອາ ນາຈັກ​ລ້າ​ນຊ້າງ​ໄດ້​ຕົກ​ເຂົ້າ​ສູ່​ວິ​ກິດ​ກາ​ນອັນ​ຮ້າຍ​ແຮງ​ອີກ​ເທື່ອ​ໜຶ່ງ ​ເຊິ່ງສາຍ​ເຫດ​ແມ່ນຍ້ອນ ຜູ້​ຂຶ້ນປົກຄອງ​ເມືອງ​ບໍ່​ແມ່ນ​ເຊື້ອກະສັດ, ພຽງ​ແຕ່​ໄລຍະ 36 ປີ (1698 - 1734) ມີ​ການ​ອະພິ​ເສກ​ສາມັ​ນຊົນຂຶ້​ນເປັນ​ເຈົ້າ​ຊີວິດ​ເຖິງ 4 ອົງ ໝາຍ​ຄວາມ​ວ່າ 9 ປີ​ໃດ ປ່ຽນ​ຖ່າຍ​ເຈົ້າ​ຊີວິດ​ເທື່ອ​ໜຶ່ງ ​ເຊິ່ງຜິດ​ກັບ​ກົດ​ ມົນ ທຽນ​ຂອງ​ສັກ​ດີນາ ສຳລັບ​ການ​ປົກຄອງ​ໃນ​ສະ​ໄໝ​ບູຮານ​ເພາະວ່າຕາມ​ກົດ​ມົນທຽນຂອງ​ສັກ​ດີ​ນາ​ ນັ້ນແມ່ນປະຕິບັດ ​ຕາມ​ລະບອບ​ລາຊະ​ທາຍາດ (ພໍ່ ຕາ​ຍລູກຂຶ້ນ​ແທນ) ແຕ່​ອານາຈັກ​ລ້າ​ນຊ້າງ​ມີ​ໄລຍະ​ໜຶ່ງ​ຂາດ​ຜູ້​ສືບ​ແທ​ນເຮັດ​ໃຫ້ ພວກ​ຂຸນນ​າງ​ທີ່​ບໍ່​ແມ່ນ​ເຊື້ອກະສັດ​ ຈິ່ງ​ຍາດ​ກັ​ນຂຶ້ນ​ເປັນ​ເຈົ້າ​ແຜ່​ນດິນ. ສະ​ນັ້ນຈິ່ງ​ເກີດ​ການ​ໂຄ່ນ​ລົ້ມ​ກັນ ຫລື ກໍ່​ການ​ກະບົດ ຫລື ​ແຍກ​ຕົວ​ເປັນ​ອິດສະຫລະ ອັນ​ເປັ​ນເຫດ​ໃຫ້​ອາ​ນາຈັກລ້າງ ຊ້າງ​ ຖືກ​ແບ່ງ​ອອກ​ເປັນ​ສາມ ​ອາ ນາຈັກ​ ຄື : ອານາຈັກ​ລ້ານ​ຊ້າງ​ວຽງ​ຈັນ, ອານາຈັກຫລວງ​ພະ​ບາງ ​ແລະ ອານາຈັກ​ຈຳປາ​ສັກ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 27, 2010 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

<!--[if !mso]>v\:* {behavior:url(#default#VML);}o\:* {behavior:url(#default#VML);}w\:* {behavior:url(#default#VML);}.shape {behavior:url(#default#VML);}<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->

 

http://www.sansouk.com/Editor/assets/2010_11_08_13542.jpg

 

            ພາຍ​ຫຼັງທີ່​ເຈົ້າອະນຸ​ໄດ້​ນຳ​ພາ​ທັບ​ລາວ​ໄປ​ຍຶດ​ເມືອງ​ຄອນ​ລາດ​ໄດ້ ​ແລະ​ສັ່ງ​ໃຫ້​ຊາວ​ຄົວ​ກະ​ກຽມພາຫະ​ນະ​ແລະ​ເຄື່ອງ​ຂອງ​ເພື່ອ​ກັບ​ຄື​ນວຽງ​ຈັນ​ເປັນ​ທີ່​ຮຽບຮ້ອຍ, ພໍ​ເຖິງ​ເວລາ​ອັນ​ເໝາະສົມ​ແລ້ວ ​ເຈົ້າອະນຸກໍ​ໄດ້​ສັ່ງ​ໃຫ້​ຄົນ​ຮັບ​ໃຊ້​ໄປ​ຈັດ​ຊາວ​ຄົວ​ອອກ​ເດິ​ນທາງ. ​ແຕ່ ຊາວ​ຄົວ​ທີ່​ໄດ້​ຮັບ​ການ​ເປົ່າ​ຫູ​ຈາກ​ຄົນ​ຂອງ​ພະຍາ​ພົມ​ພັກດີ​ກໍ​ຕົວະ​ວ່າ ຍັງ​ໄປ​ບໍ່​ໄດ້​ເພາະ​ລໍ້ກວຽນ​ເປ່​ເພ ​ແລະ​ສະບຽງ​ອາຫານ​ກໍ​ຍັງ​ບໍ່​ມີ. ​ເຈົ້າອະນຸ​ລໍ​ຖ້າ​ຈົນ​ເຖິງ​ເວລາ​ທີ່​ຄິດ​ວ່າ​ຄົບ​ຄັ່ນທຸກ​ປະການ​ແລ້ວ​ ຈຶ່ງ​ສັ່ງ​ໃຫ້​ຄົນ​ຮັບ​ໃຊ້​ໄປ​ຈັດ​ຊາວ​ຄົວ​ອອກ​ເດິ​ນທາງ​ເປັນ​​ເທື່ອ​ທີ​ສອງ, ​ເທື່ອ​ນີ້​ຊາວ​ຄົວ​ໄດ້​​ໂວ​ຍວາຍ​ຂຶ້ນ ​ແລະ​ຫາ​ເລື່ອງ​ໃສ່​ທະຫານ​ລາວ ພ້ອມ​ກັນນັ້ນກໍ​ໄດ້​ພາ​ກັນ​ຫຸ້ມ​ເຂົ້າ​ບຸ​ກ​ໂຈມ​ຕີ​ທະຫານ​ລາວ. ​ສະພາບ​ການ​ທົ່ວ​ເມືອງ​ຄອນ​ລາດ​ໄດ້​​ເກີດ​ສົນ​ລະ​ວົນ​ວຸ່ນວາຍ ຊາວ​ຄົວທີ່​ເປັນ​ຄົນ​ໄທ​ບ່ອນ​ໃດ​ກໍ​ລຸກຂຶ້ນຕ້ານ​ທະຫານ​ລາວ. ​ເມື່ອ​ເປັນ​ຈັ່ງ​ຊັ້ນ​ເຈົ້າອະນຸ​ຈຶ່ງ​ບອກ​ກັບ​ທະຫານ​ລາວ​ວ່າ​ບໍ່ຄວນ​ສູ້​ກັບ​ພວກ​ຊາວ​ຄົວ ​ໃຫ້​ພາ​ກັນ​ຍົກ​ຍ້າຍ​ທັບ​ໄປ​ຕັ້ງຢູ່ໜອງບົວ​ລຳ​ພູ​ກ່ອນ.

​            ພາຍ​ຫຼັງທີ່​ຊາວ​ຄົວ​ລຸກຂຶ້ນຕ້ານ​ກັບ​ທະຫານ​ລາວ ​ເຮັດ​ໃຫ້​ສະພາບ​ການ​ບ້ານ​ເມືອງ​ມີ​ຄວາມ​ວຸ່ນວາຍ, ພະຍາ​ພົມ​ພັກດີ​ຈຶ່ງ​ໄດ້​ລົງ​ໄປ​ລາຍ​ງານ​ບາງ​ກອກ ​ແລະ​ກຽມທັບ​ຕ່າວ​ໂຈມ​ຕີ​ທັບ​ລາວ​ທີ່​ຄ້າຍໜອງບົວ​ລຳ​ພູ. ພະຍາ​ພົມ​ພັກດີ​ພ້ອມ​ດ້ວຍ ພະຍາ​ຊຽງ​ສາ, ພະ​ລາຊະ​ສຸລິນ ​ແລະ​ພະຍາ​ນະ​ລິນ ​ໄດ້​ນຳ​ກຳລັງ​ສາມ​ພັນ​ກວ່າ​ຄົນ​ ​ເພື່ອ​​ໄປ​ບຸ​ກຄ້າຍໜອງບົວ​ລຳ​ພູ​ຂອງ​ທະຫານ​ລາວ. ກອງ​ທະຫານ​ພະຍາ​ພົມ​ພັກດີ​ໄປ​ຕາມ​ທາງ ພົບ​ຊາວ​ຄົວ​ລາວ​ທີ່ໜີອອກ​ຈາກ​ຄ້າຍ​ມູນ​ເດັ້ງ ພວກ​ເຂົາ​ກໍ​ຟັນ​ຂ້າ​​ເປັນ​ຈຳນວນ​ຫຼວງຫຼາຍ. ​ເມື່ອ​ພະຍາ​ພົມ​ພັກດີ​ໄປ​ເຖິງ​ຄ້າຍໜອງບົວ​ລຳ​ພູ​ແລ້ວ, ​ພວກ​ເຂົາ​ກໍ​ເອົາ​ກຳລັງ​ອ້ອມ​ໄວ້​ເຖິງ 7 ຊັ້ນ. ພາຍ​ໃນ​ຄ້າຍ​ແມ່ນ​ມີ​ຊາວ​ຄົວ​ທັງ​ລາວ​ແລະ​ຍວນ​ເຕັມ​ຢູ່​, ​ແຕ່​ໄທ​ກໍ​ໃຊ້​ກຳລັງ​ບຸ​ກ​ເຂົ້າທຸກ​ດ້ານ. ທະຫານ​ລາວ ​ແລະ​ຊາວ​ຄົວ​ວຽງ​ຈັນ​ສູ້​ບໍ່​ໄຫວ ຈຶ່ງ​ນຳ​ກຳລັງ​ຖອຍ​ຈາກໜອງບົວ​ລຳ​ພູ ​ແລະ​ຄ້າຍໜອງບົວ​ລຳ​ພູ​ຖືກ​ກອງ​ທັບ​ໄທ​ຍຶດ​ເອົາ​ໄດ້ ພວກ​ເຂົາ​ກໍ​ກວາດ​ເອົາ​ຊາວ​ຄົວ​ລາວ​ກັບ​ຄື​ນ​ເມືອໝົດ.

​            ເວລາ​ຜ່ານ​​ໄປ, ​ເຈົ້າອະນຸ​ເຫັນ​ວ່າ​​ເສິກ​ສົງຄາມ​ນີ້ຮຸນ​ແຮງ, ຊາວ​ຄົວ​ໄດ້​ລຸກຂຶ້ນທົ່ວ​ທຸກ​ບ່ອນ. ພະ​ອົງ​ຈຶ່ງ​ກັບ​ຄື​ນວຽງ​ຈັນ ​ແລ້ວ​ສັ່ງ​ກຳລັງ​ ​ແລະ​ເຮືອ​ແພ ​ເພື່ອ​ບັນທຸກ​ເອົາ​ເຄື່ອງ​ຂອງ​ແລະ​ຄອບ​ຄົວ​ໄປ​ເພິ່ງ​ເຈົ້າພູ​ຊູນ​ແຫ່ງ​ຫວຽດນາມ ພ້ອມ​ທັງ​ສັ່ງ​ໃຫ້​ປະຊາ​ຊົນຍົກ​ຍ້າຍໜີ. ຊາວ​ວຽງ​ຈັນ​ຈຳນວນໜຶ່ງ​ແມ່ນໜີຂຶ້ນ​ເມືອ​ຢູ່​ເມືອງ​ພວນ, ປະຊາຊົນ​ເມືອງ​ນະຄອນ​ພະນົມ​ຍົກ​ຍ້າຍໜີລົງ​ໄປ​ທາງ​ໃຕ້. ​​ໃນ​ໄລ​ຍະ​ນີ້ ນັບ​ແຕ່​ວຽງ​ຈັນ​ລົງ​ໄປ​ຮອດ​ນະຄອນ​ພະ​ນົມ​ແມ່ນ​ເປັນ​ບ້ານ​ຮ້າງ​ເມືອງ​ເປົ່າ​ເພາະ​ປະຊາຊົນ​ໜີ​ເສິກໝົດ. ​ສ່ວນກຳລັງ​ຂອງ​ເຈົ້າວັງໜ້າ​ແມ່ນ​ຍັງ​ຢູ່​ສຸວັນນະ​ພູມ​ເພື່ອ​ສືບ​ຕໍ່​ຕີ​ໄທຕໍ່​ໄປ​ ເພາະ​ບໍ່ຮູ້​ວ່າ​ເຈົ້າອະນຸໜີຈາກ​ວຽງ​ຈັນ​ໄປ​ແລ້ວ, ​ແຕ່​ທັບ​ຂອງ​ເຈົ້າວັງໜ້າກໍ​ສູ້​ການ​ລຸກຂຶ້ນຂອງ​ຊາວ​ຄົວ​ບໍ່​ໄດ້​ຈຶ່ງ​ຖອຍ​ທັບ​ໄປ​ເມືອງນະຄອນ​ພະນົມ ພໍ​ໄປ​ຮອດ​ກໍ​ເຫັນ​ແຕ່​​ເມືອງ​ຮ້າງ.

           ຍ້ອນ​ເຫຼັກຫຼາຍກວ່າ​ຖ່ານ ທະຫານ​​ໄທ​ຫຼາຍກວ່າ​ທະຫານ​ລາວ ຈຶ່ງ​ເຮັດ​ໃຫ້​ກອງທັບ​ຂອງ​ເຈົ້າອະນຸ​ສູ້ບໍ່​ໄຫວ, ນັບ​ມື້ທັບ​ໄທ​ຍຶດດິນ​ແດນ​ໄດ້ ຈຶ່ງ​ເຮັດ​ໃຫ້​ເຈົ້າອະ​ນຸຈຳ​ເປັນ​ຕ້ອງ​ໄດ້​ອົບ​ພະຍົບ​ໄປ​​ເພິ່ງ​ເຈົ້າພູ​ຊູນ ​ແຫ່ງ​ເມືອງ​ແກວ ​ເພື່ອ​ຈັດຕັ້ງກອງ​ກຳລັງ​ແລະ​ຮ່ວມ​ກັບ​ແກວ​ກັບ​ຄື​ນຍຶດ​ເອົາ​ເມືອງ​ລາວ​ຄື​ນ.

            ຈາກ​ເມືອງ​ກອງ​ແກ້ວ ​ເຈົ້າອະນຸ​ໄດ້​ເຂົ້າສູ່​ເມືອງ​ພູ​ຊູນ​ແຫ່ງ​ປະ​ເທດ​ແກວ. ພໍ​​ໄປ​ເຖິງ​ກໍ​ໄດ້ຮັບ​ການ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ​ຈາກ​ສາມ​ອົງ​ກວານ (ກວານ​ແມ່ນ​ພະຍາ ຫຼືຂຸນ​ນາງ) ພ້ອມ​ກັນນັ້ນ ກໍ​ໄດ້​ຈັດ​ເຄື່ອງ​ບັນນາການ​ມາ​ຖວາຍ​ພະ​ອົງ. ​ເຈົ້າຟ້າ​ໃຫຍ່​ຫໍຄຳ (​ເຈົ້າຊີ​ວິດ​ແກວ) ຊົມ​ຊື່ນ ​ແລ້ວ​ຈຶ່ງ​ຈັດ​ເອົາໝູ່​ແກວ​ມາ​ກໍ່​ສ້າງຫໍ​ໂຮງ ​ເປັນ​ບ່ອນ​ພັກ​ເຊົາ​ໃຫ້​ແກ່​ເຈົ້າອະນຸ ພ້ອມ​ທັງ​​ໂພຊະນາຫານ​ມາ​ລ້ຽງ​ດູ ​ແລະ​ຈັດ​ແຈງ​ກຳລັງ​ແກວ​ມາ​ເຝົ້າ​ທຸກ​ເຊົ້າຄ່ຳ​ວັນ​ຄື​ນ.

ຄັດ​ຈາກ: ພື້ນວຽງ ສະ​ໄໝ​ເຈົ້າອະນຸ, ຄະນະ​ຄົ້ນຄວ້າ ພາກ​ວິຊາ​ພາສາ​ລາວ-ວັນນະຄະດີ, ຄະນະ​ອັກສອນ​ສາດ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ, 2004:29-33.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 27, 2010 | ມີ 3 ຄຳເຫັນ ແລະ 0 trackback(s)

ความจำเป็นที่ทำให้เกิดการใช้งานระบบฐานข้อมูล
หลังจากที่มนุษย์เริ่ม รู้จักใช้คอมพิวเตอร์เพื่อการประมวลผลแล้วก็เริ่มมีการพัฒนาภาษาโปรแกรม สำหรับใช้ในการประมวลผลข้อมูล เช่น ภาษาฟอร์แทรน (FORTRAN) โคบอล (COBOL) พีแอลวัน (PL/I) เบสิก (BASIC) ปาสคาล (Pascal) และเริ่มพัฒนาแนวความคิดในการจัดเก็บข้อมูลเป็นแฟ้มข้อมูลประเภทต่างๆ แฟ้มข้อมูลมีข้อจำกัดในการใช้งานหลายประการ ในระบบฐนข้อมูลก็เนื่องมาจากเหตุผลดังนี้
1.การประมวลผลกับระบบแฟ้มข้อมูลยุ่งยาก
2. แฟ้มข้อมูลไม่มีความเป็นอิสระของข้อมูล
3. แฟ้มข้อมูลมีความซ้ำซ้อนมาก
4. แฟ้มข้อมูลมีความถูกต้องของข้อมูลน้อย
5. แฟ้มข้อมูลมีความปลอดภัยน้อย
6. ไม่มีการควบคุมจากศูนย์กลาง
ความหมาย ฐานข้อมูล
ฐาน ข้อมูล (database) หมายถึง กลุ่มของข้อมูลที่ถูกเก็บรวบรวมไว้ โดยมีความสัมพันธ์ซึ่งกันและกัน โดยไม่ได้บังคับว่าข้อมูลทั้งหมดนี้จะต้องเก็บไว้ในแฟ้มข้อมูลเดียวกันหรือ แยกเก็บหลาย ๆ แฟ้มข้อมูล
ความสำคัญของระบบฐานข้อมูล
การจัดข้อมูลให้ เป็นระบบฐานข้อมูลทำให้ข้อมูลมีส่วนดีกว่าการเก็บข้อมูลในรูปของแฟ้มข้อมูล เพราะการจัดเก็บข้อมูลในระบบฐานข้อมูล จะมีส่วนที่สำคัญกว่าการจัดเก็บข้อมูลในรูปของแฟ้มข้อมูลดังนี้

1 ลดการเก็บข้อมูลที่ซ้ำซ้อน
2.รักษาความถูกต้องของข้อมูล
3.การป้องกันและรักษาความปลอดภัยให้กับข้อมูลทำได้อย่างสะดวก
4.สามารถใช้ข้อมูลร่วมกันได้
5.มีความเป็นอิสระของข้อมูล
6.สามารถขยายงานได้ง่าย
7.ทำให้ข้อมูลบูรณะกลับสู่สภาพปกติได้เร็วและมีมาตรฐาน
ประโยชน์ของระบบจัดการฐานข้อมูล
ฐาน ข้อมูลจะช่วยสร้างระบบการจัดเก็บข้อมูลขององค์กรให้เป็นระเบียบ  แยกแยกข้อมูลตามประเภท ทำให้ข้อมูลประเภทเดียวกันจัดเก็บอยู่ด้วยกัน  สามารถค้นหาและเรียกใช้ได้ง่าย ไม่ว่าจะนำมาพิมพ์รายงาน นำมาคำนวณ  หรือนำมาวิเคราะห์  ซึ่งทั้งนี้ขึ้นอยู่กับการใช้ประโยชน์ขององค์กรหรือหน่วยงานนั้น ๆ
จากประโยชน์ของระบบฐานข้อมูลด้วยคอมพิวเตอร์ข้างต้น อาจกล่าวได้ระบบฐานข้อมูลมีข้อดีมากกว่าการเก็บข้อมูลในระบบแฟ้มข้อมูล  ดังนี้
1.  หลีกเลี่ยงความขัดแย้งของข้อมูลได้
2.  สามารถใช้ข้อมูลร่วมกัน
3.  สามารถลดความซ้ำซ้อนของข้อมูล
4.  การรักษาความถูกต้องเชื่อถือได้ของข้อมูล
5.  สามารถกำหนดความเป็นมาตรฐานเดียวกันได้
6.  สามารถกำหนดระบบรักษาความปลอดภัยให้กับข้อมูลได้
7.  ความเป็นอิสระของข้อมูล
ส่วนประกอบของตารางข้อมูลในฐานข้อมูล
โดย ทั่วไปแล้วตารางข้อมูลที่ใช้งานกันจะประกอบด้วย  แถว (Row)  และคอลัมน์(Column) ต่าง ๆ   แต่ถ้ามองกันในรูปแบบของฐานข้อมูลแล้ว เราจะเรียกรายละเอียดในแถวว่า  เรคอร์ด (Record) และเรียกรายละเอียดในแนวคอลัมน์ว่า ฟิลด์ (Field) 
ในฐานข้อมูล 1 ระบบ อาจประกอบด้วยตารางข้อมูลมากกว่า  1 ตาราง   ฐานข้อมูลที่มีตารางข้อมูลมากกว่า 1 ตาราง  และมีตารางตั้งแต่ 1 คู่ขึ้นไปที่มีความสัมพันธ์กันด้วยฟิลด์ใดฟิลด์หนึ่ง  เราเรียกฐานข้อมูลประเภทนี้ว่า  “ฐานข้อมูลเชิงสัมพันธ์”  หรือ  Relational Database
โครงสร้างของฐานข้อมูลประกอบด้วย
1.  Character   คือ   ตัวอักขระแต่ละตัว / ตัวเลข / เครื่องหมาย
2.  Field คือ   เขตข้อมูล / ชุดข้อมูลที่ใช้แทนความหมายของสื่อโครงสร้าง เช่น ชื่อของบุคคล ชื่อของวัสดุสิ่งของ
3.  Record           คือ  ระเบียน หรือรายการข้อมูล เช่น ระเบียนของพนักงานแต่ละคน
4. Table /File คือ  ตาราง หรือแฟ้มข้อมูล ประกอบขึ้นด้วยระเบียนต่างๆ เช่น ตารางข้อมูลของบุคคล ตารางข้อมูลของวัสดุสิ่งของ
5.  Database      คือ    ฐานข้อมูล ประกอบด้วยตาราง และแฟ้มข้อมูลต่างๆ ที่เกี่ยวข้องหรือมีความสัมพันธ์กัน
โครงสร้างของฐานข้อมูล
โครงสร้างของฐานข้อมูลประกอบด้วย
1.  Character   คือ   ตัวอักขระแต่ละตัว / ตัวเลข / เครื่องหมาย
2.  Field คือ   เขตข้อมูล / ชุดข้อมูลที่ใช้แทนความหมายของสื่อโครงสร้าง เช่น ชื่อของบุคคล ชื่อของวัสดุสิ่งของ
3.  Record           คือ  ระเบียน หรือรายการข้อมูล เช่น ระเบียนของพนักงานแต่ละคน
4. Table /File คือ  ตาราง หรือแฟ้มข้อมูล ประกอบขึ้นด้วยระเบียนต่างๆ เช่น ตารางข้อมูลของบุคคล ตารางข้อมูลของวัสดุสิ่งของ
5.  Database      คือ    ฐานข้อมูล ประกอบด้วยตาราง และแฟ้มข้อมูลต่างๆ ที่เกี่ยวข้องหรือมีความสัมพันธ์กัน
ชนิดของข้อมูลของเขตข้อมูลในตารางข้อมูล (โปรแกรม Microsoft Access)
ชนิดของข้อมูล (Data Type) แบ่งเป็นและมีความหมายดังนี้
1.  Text  เป็นข้อมูลชนิดตัวอักษร ขนาดความกว้าง 255 ตัว ปกติโปรแกรมกำหนด(Default)ไว้ 50 ตัว ใช้กำหนดให้ฟิลด์สำหรับเก็บข้อมูลเป็นอักขระ ได้แก่ ตัวอักษร ตัวเลข ช่องว่าง เครื่องหมายวรรคตอนหรือสัญลักษณ์อื่นๆ
2.  Memo ข้อมูลแบบข้อความใช้บันทึกรายละเอียดปลีกย่อยที่ไม่อาจกำหนดได้อย่างแน่นอน สามารถบันทึกข้อมูลได้ถึง 64,000 ตัว
3.   Number ใช้กำหนดให้ฟิลด์ที่เก็บข้อมูลเป็นตัวเลขที่คำนวณได้ เช่น ราคาสินค้า หรือจำนวนสิ่งของโดยฟิลด์ที่กำหนดด้วยชนิดของข้อมูลชนิดนี้จะรับ เฉพาะตัวเลขหรือจุดทศนิยมเท่านั้น ตัวเลขแบ่งออกเป็นตัวเลขต่างๆชนิด ซึ่งมีขนาดข้อมูลแตกต่างกัน ได้แก่ Byte Integer Long integer Single และ Double
  4. Data / Time ใช้กำหนดให้ฟิลด์ที่ต้องการเก็บข้อมูลประเภทวันที่ เวลา
        5.  Currency  ตัวเลขทางการเงิน ใช้กำหนดกับข้อมูลเกี่ยวกับสกุลเงินตราของประเทศต่างๆ
        6.  AutoNumber  ตัวเลขที่ใช้ในการนับระเบียน เป็นข้อมูลตัวเลขเรียงลำดับที่โปรแกรมกำหนดให้เองและจะเป็นตัวเลขที่ไม่ซ้ำ กัน ซึ่งถ้าผู้ใช้เลือกทำเป็น Primary Key จะมีรูปกุญแจนำหน้าชื่อฟิลด์
        7.  Yes/No  เก็บค่าข้อมูลทางตรรกศาสตร์มี 2 ค่า ใช้กำหนดให้ฟิลด์ที่ต้องการเก็บ ข้อมูล โดยใช้ตัวอักษรตัวเดียวที่แสดงค่าความจริงเป็นใช่ (Yes, True) หรือไม่ใช่ (No, False) ซึ่งฟิลด์ที่กำหนดด้วยชนิดของข้อมูลนี้จะรับค่า Y หรือ  y (Yes), N หรือ  n (N), T หรือ t (True) และ F หรือ f (false) โดยความยาวฟิลด์นี้กำหนดไว้เพียง 1 ตัวอักษรเท่านั้น
        8.  OLE Object  ใช้กำหนดให้กับฟิลด์ที่เก็บข้อมูลเป็นรูปกราฟิก
        9.  Hyperlink  ชนิดข้อมูลสำหรับเก็บที่อยู่ของไฟล์ หรือเว็บไซท์ที่อยู่ในอินเทอร์เน็ต
องค์ประกอบของระบบฐานข้อมูล
ระบบ ฐานข้อมูลโดยส่วนใหญ่แล้ว เป็นระบบที่มีการนำเอาคอมพิวเตอร์มาช่วยในกระบวนการจัดเก็บข้อมูล  ค้นหาข้อมูล  ประมวลผลข้อมูล เพื่อให้ได้สารสนเทศที่ต้องการแล้วนำไปใช้ในการปฏิบัติงานและบริหารงานของ ผู้บริหาร โดยอาศัยโปรแกรมเข้ามาช่วยจัดการข้อมูล  จากกระบวนการดังกล่าวนี้
        จากกระบวนการดังกล่าวนี้ระบบฐานข้อมูลจึงมีองค์ประกอบ  5  ประเภท คือ
        1.  ฮาร์ดแวร์(Hardware)
        2.  โปรแกรม ( Program หรือ Software) ซึ่งมีหน้าที่ควบคุมดูแลการสร้างฐานข้อมูล  การเรียกใช้ข้อมูล และ การจัดทำรายงาน เรียกว่า โปรแกรมระบบจัดการฐานข้อมูล (Database Management System : DBMS)
        3.  ข้อมูล (Data)  โปรดอ่านบทที่  1  เรื่อง ."ข้อมูล"
        4.  บุคลากร (Peopleware)  คือ  ผู้ใช้งาน (User)  พนักงานปฏิบัติการ (Operator)  นักวิเคราะห์และออกแบบระบบ (System Analyst)  ผู้เขียนโปรแรมประยุกต์ใช้งาน (Programmer)  และผู้บริหารฐานข้อมูล (Database Administrator : DBA)
        5.  ขั้นตอนการปฏิบัติงาน (Procedure)  เป็นขั้นตอนและวิธีการต่าง ๆ ในการปฏิบัติงาน  เพื่อการทำงานที่ถูกต้องและเป็นไปตามขั้นตอนที่ได้กำหนดไว้  จึงควรทำเอกสารที่ระบุขั้นตอนการทำงานของหน้าที่ต่าง ๆ ในระบบฐานข้อมูล ทั้งขั้นตอนปกติ และขั้นตอนในสภาวะที่ระบบเกิดปัญหา (Failure)

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 27, 2010 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

<!--[if !mso]>v\:* {behavior:url(#default#VML);}o\:* {behavior:url(#default#VML);}w\:* {behavior:url(#default#VML);}.shape {behavior:url(#default#VML);}<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->

 

http://1.bp.blogspot.com/_JDqvmV8U5_0/SHo4HbRvyTI/AAAAAAAAAgQ/y-MKE_I_byQ/s320/lao+old+map.jpg

ຊົນຊາດລາວມາຈາກໃສ ?

 

ເລື່ອງແຫຼ່ງກຳເນີດຂອງຊົນຊາດລາວນັ້ນ ເປັນທີ່ໜ້າສົນໃນ ແລະຄວນແກ່ການສືກສຳລັບນັກມະນຸດວິທະຍາ ແລະນັກປະວັດສາດເປັນ່າງຍິ່ງ ການສຶກສາເລື່ອງນີ້ນັກປະຫວັດສາດຂອງລາວບໍ່ວ່າຈະເປັນອູ່ຄຳ ພົມ ວົງສາ, ເຈົ້າຄຳໝັ້ນ ວົງກົດຣັດຕະນະ ແລະມະຫາສີລາ ວິຣະວົງກໍກ່າວເຖິງ, ນອກຈາກນັ້ນນັກປະຫວັດສາດ ຂອງໄທຍ໌ຫຼາຍທ່ານທັງອະດີດປັດຈຸບັນກໍໄດ້ກ່າວເຖິງ ທີ່ມາຂອງຊົນຊາດໄທ ຫຼືໄທລາວໃນລັກສະນະເໝືອນກັນ ນີ້ ຕະຫຼອດທັງນັກປະວັດສາດຕ່າງປະເທດ ກໍຄືຫຼັກການນີ້ສຶກສາທີ່ມາຂອງຊົນຊາດລາວ ແລະໄທຍ໌ໄວ້ໃນທຳ ນອງດຽວ ຈຶ່ງນັບວ່າເປັນບັນທັດຖານຂອງການຄົ້ນຄວ້າເຣື່ອງນີ້ເປັນຢ່າງຍິ່ງ ຫຼັກຖານທີ່ຈະກ່າວຕໍ່ໄປນີ້ ແມ່ ອິງ ຕາມຫຼັກຖານທາງບູຮານຄະດີ ເຊິ່ງສຶກສາກັນມາເຫິງສົມຄວນ ຈົນເຮັດໃຫ້ເກີດມີທິດສະດີວ່າດ້ວຍແຫ່ງ ກຳເນີດຂອງຄົນລາວມີກັນຢູ່ສອງທິດສະດີ ຄືທິດສະດີເກົ່າ ແລະທິດສະດີໃໝ່.

 

ທິດສະດີເກົ່າ:

 

ນັກມະນຸດວິທະຍາ ແລະນັກປະວັດສາດ ແລະມະນຸດວິທະຍາສັນນິດຖານວ່າຊົນຊາດລາວ ແຕ່ເດີມມີ ພູມລຳເນົາຢູ່ທາງຕເວັນອອກສ່ຽງໃຕ້ ແລະພາກໃຕ້ຂອງຈີນ ແຖບມົນທົນກວາງຕຸງຂອງຈີນປັດຈຸບັນນີ້ Dr. William Dodd ຄຸນພໍ່ສອນສາສນາ ໄດ້ສະເໜີຂໍ້ຄິດເຫັນດັ່ງກ່າວໄວ້ໃນໜັງສື "The Thai Face Elder Brother of the Chinese" ເຊິ່ງກົງກັບນັກປະວັດສາດຊາວເຍັຍຣະມັນຊື່ Wolfram Eberhard ທີ່ໄດ້ອາໄສຫຼັກ Cultural Anthropology ທີ່ວ່າຊົນຊາດ ໄທມີແຫ່ງກຳເນີດຢູ່ທາງຕາເວັນອອກຂອງມົນທົນ Shang ຢູ່ໃນບໍຣິເວນມົນທົນກວາງຕຸ້ງ ແລະມີນັກປະວັດສາດຂອງໄທຍ໌ ເຊັ່ຍ ຂຸນວິຈິຕຣ໌ວາທະກາຣ ກ່າວວ່າຊົນຊາດໄທຍ໌ນັ້ນ ແຕ່ເດີມມີຫຼັກແຫຼ່ງຢູ່ແຖບບໍຣິເວນພູເຂົາອັລໄຕ (Altai) ມີບາງທ່ານສັນນິດານວ່າ ເພາະມີຄຳລົງທ້າຍວ່າ Tai ເຊິ່ງທີ່ຈິງນັນ ຄຳວ່າອັລ ໄຕ (Altai) ເປັນພາສາມົງໂກລີ ແປວ່າຄຳພູເຂົາອັລໄຕ ຈຶ່ງຊື່ວ່າພູເຂົາຄຳບໍ່ແມ່ນຄຳວ່າອັລລວມກັບໄຕຢ່າທີ່ເຂົ້າໃຈກັນ.

 

ຕໍ່ມາເມື່ອ ໑໐໒໘ ປີກ່ອນຄຣິດຕະສັງກຣາດ ຫຼື ໔໘໕ ກ່ອນພຸເດທະສັງກຣາດ ຣາຊະວົງໂຈວ໌ ເຊິ່ງເປັນຈີນແທ້ໄດ້ໂຈມຕີຣາຊະວົງສາງສຳເຣັດ ຊົນຊາດໄທລາວຈຶ່ງໄດ້ ອົບພະຍົບລົງມາຕາມລຳນ້ຳແຢງຊີກຽງ ໄປຍັງມົນທົນເສສວນ ແລະຢູນານ ໂດນມີເມືອງ ສຳຄັນຈາຣືກໄວ້ໃນຈົດໝາຍເຫດຂອງຈີນ ຄື ເມືອງເສິນຕູ ແລະຄຸນມິງ ໃນສັດຕະວັດທີ ໑໓ ຊົນຊາດໄທລາວ ຈຶ່ງໄດ້ແຍກອອກໄປຢ່າງກະຈັດກະຈາຍໄປໃນທີ່ຕ່າງໆ ໃນແຄ້ວນຢູ່ ນານຂອງປະເທດຈີນປັດຈຸບັນ.

 

ສຳລັບເຣື່ອງແນວຄິດອົບພະຍົບລົງຈາກເສສວນ ຈົນເຖິງຢູນານນັ້ນໄດ້ເປັນທີ່ ຍອມຮັບຂອງ ດຣ. ຂະຈອນ ສຸຂພານິດ ນັກປະຫວັດສາດໄທຍ໌ ເຊິ່ງໄດ້ໃຊ້ເວລາສຶກສາ ແຫຼ່ງກຳເນີດຂອງຊົນຊາດໄທຍ໌ຫຼາຍປີ ທ່ານໄດ້ຂຽນໄວ້ໃນໜັງສືຊື່ຖິ່ນກຳເນີດ ແລະ ແນວການອົບພະຍົບ ຂອງເຜົ່າໄທຍ໌ນອກຈາກນັ້ນ ທ່ານເຣື່ອງເດດ ບັນເຂື່ອນຂິດ ກໍໄດ້ຂຽນໜັງສືພາສາຖິ່ນຕະກູນໄທຍ໌ກໍເຊັ່ນດຽວກັບນັກປະວັດສາດລາວ ເຊິ່ງ ທ່ານອູ່ຄຳ ພົມວົງສາ, ກໍເວົ້າເຖິງການກຳເນີດ ແລະການອົບພະຍົບຂອງຊົນຊາດ ອ້າຍລາວໃນໜັງສື ຂອງທ່ານ ໃນນັ້ນທ່ານມະຫາສີລາ ວິຣະວົງ ແລະເຈົ້າຄຳໝັ້ນ ວົງກົດຣັດຕະນະ ກໍໄດ້ມີຄວາມເຫັນເປັນເອກະສັນກັນໃນເຣື່ອງນີ້ ເຊິ່ງຖືວ່າກົງກັບ ຄວາມຂອງພຣະຍາອະນຸມານຣາຊະທົນ ຕະຫຼອດທັງນັກປະຫວັດສາດຮ່ວມສະໄໝກັບ ທ່ານຂອງໄທຍ໌ ໄດ້ມີຄວາມເຫັນເປັນໄປໃນທາງດຽວກັນ ແມ່ນແຕ່ທ່ານ Wolfram Eberhard ກໍມີຄວາມເຫັນເປັນໄປໃນທາງດຽວກັນ ນອກຈາກນັ້ນ ຍັງໄດ້ສະໜັບສະນູນການ ອົບຂອງຄົນອ້າຍລາວ(ໄຕລາວ) ໄດ້ຕັ້ງອານາຈັກໃນມົນທົນກວາງຕຸ້ງອີກ.

 

ຈາກສະຕະວັດ ທີ ໑໓-໑໕ ຊົນຊາດອ້າຍລາວ ສາມາດລວມຕົວກັນເປັນອານາຈັກ ຮຽກ ວ່າອານາຈັກນ່ານເຈົ້າ ເຊິ່ງແປວ່າເຈົ້າທິດໃຕ້ເຊິ່ງກໍໄດ້ສູນສິ້ນຊື່ລົງເມືອ່ປີ ຄ.ສ ໑໒໕໓ ເພາະ ຈັກກະພັດຈີນອົງແຮກໃນຣາຊະວົງຫຍວນ ຄືພຣະເຈົາກຸບໄລຂ່ານ ຜູ້ນຳຊາດມົງໂກລລີໄດ້ຍົກ ທັບມາຕີນ່ານເຈົ້າແຕກໄປ ຊົນຊາດອ້າຍລາວ ຊົນຊາດໄທຍຈຶ່ງຕ້ອງອົບພະຍົບລົງມາໃນດິນ ແດນສຸວັນນະພູມ ເຊິ່ງຕໍ່ມາໄດ້ສ້າງຕັ້ງອານາຈັກລາວຈົກ(ລາວຈັກກຣາດ) ມີເມືອງຊຽງແສນ ເປັນເມືອງສຳຄັນ, ໄຕລາວ ທີ່ທີ່ຮຽກຕົນເອງວ່າລາວຈັກກະຣາຊນີ້, ລົງໃນແຖບແມ່ນຳ້ຂອງ ໄດ້ຕໍ່ສູ້ກັບຊົນຊາດເດີມຄື ຂອມດຳ ເຊິ່ງໄດ້ແມ່ອິດທິພົນເໜືອຊົນຊາດ ລະວ້າ(ລວະ) ກ່ອນໜ້າ ນີ້ ຈຶ່ງເອົາຊະນະເຈົາຂອງຖິ່ນເດີມ ຄືຂອມແລະລະວ້າ ແລ້ວຂະຫຍາຍອຳນາດຂອງຕົນກວ້າງ ຂວາງອອກໄປຮອດແມ່ນຳ້ປິງ-ຍົມນ່ານ ຊົນຊາດໄທລາວຈົກກໍຕັ້ງອານາຈັກຂອງຕົນທີ່ແຄວ້ນ ຫາຣິພຸນໄຊ ເຊິ່ງມີຂອມແລະລະວ້າເປັນເຈົ້າຂອງເດີມສຳເຣັດ ພາຍລຸນມາຈຶ່ງໄດ້ຕັ້ງອານາຈັກ ລ້ານນາໃນໄລຍະຫຼັງ, ໄທລາວອີກພວກໜຶ່ງໄດ້ເຂົາຢຶດອພຳນາດຂອງຂອມທີ່ແຄວ້ນສຸໂຂໄທ ສະຖາປານາຕົນເປັນຣັດໄທ(ບໍ່ແມ່ນໄທຍ)ຈະແຈ້ງ, ອານາຈັກສຸໂຂໄທໄດ້ຕົກຢູ່ໃນອຳນາດຂອງ ຂອມລົບບູຣີ ເຊິ່ງເຊື່ອວ່າ ເຈົ້າຂອງດິນແດນລົບບູຣີນັ້ນແມ່ນອານາຈັກຂອງອ້າຍລາວພວກໜຶ່ງ ທີ່ອົບພະຍົບລົງມາກ່ອນໄທລາວ ແຕ່ຢູ່ພາຍໃຕ້ອຳນາດຂອງຂອມທີ່ຂະຫຍາຍອິດທິພົນຂຶ້ນມາ ເມື່ອຂອມຄ່ອຍໆເຊື່ອອຳນາດລົງໄທລາວກໍລວມຕົວກັນມີພະລັງເຂັ້ມແຂງ ກໍປະກາດຕົວເປັນ ອິດສະຫຼພ ມີເມືອງສຸໂຂໄທເປັນຣາຊະທານີ, ພວກໜຶ່ງກໍປະກາດຕົນເປັນອານາຈັກລາວຈັກ ຣາດລ້ານນາ ມີຊຽງໃໝ່ເປັນຣາຊະທານີ ເຊິ່ງມີລາວຈັກກະຣາດເຜົ່າຍວນ ກຳອຳນາດ ແລະ ມືໄຕລາວເຜົ່າອື່ນ ເປັນເມືອງບໍຣິວານ ສ່ວນເມືອງລົບບູຣີກໍກາຍເປັນເມືອງຮອງ ທີ່ໄຮ້ອຳນາດ ລົງ, ສ່ວນລາວອີກພວກໜຶ່ງໄດ້ລົງໄປຕາມແມ່ນ້ຳເຈົ້າພຣະຍາ ຕັ້ງບ້ານເຮືອນຂອງຕົນໃນດິນ ແດນຂອງສາມເທດ ຫຼືສຍາມເທດ ເຊິ່ງມີອຳນາດເຂັ້ມແຂງຢູ່ແຄວ້ນອາໂຍທະຍາ, ຊາວສຍາມ ນັ້ນສັນນິຖານວ່າ ເປັນຊົນເຜົ່າໜຶ່ງຂອງຂອມ ແຕ່ມີອຳນາດຕັ້ງຣັດຂອງຕົນໄດ້ ເມື່ອຄົນໄທລາວ ເຂົ້າໄປຕັ້ງບ້ານເຮືອນຢູ່ໃນອານາເຂດຂອງສຍາມ ເຣືອງເດດບັນເຂື່ອນຂິດ ໃຫ້ທັດສະນະວ່າລາວໄດ້ອົບພະຍົບລົງມາຢູ່ໃນດິນແດນຂອມສຍາມ ກໍໄດ້ກືນຊາດສຍາມ ທາງວັດທະນະທຳ, ສາຍເລືອດ ແລະພາສາ…” ເຮັດໃຫ້ຊົນຊາດສຍາມໄດ້ຮັບວັດທະນະທັມໄທລາວຫຼາຍຂຶ້ນ ການ ທີ່ລາວສາມາດກືນຊາດສຍາມດ້ວຍວັດທະນະທຳ, ພາສາ ແລະສາຍເລືອດໄດ້ນັ້ນ ທາງໜຶ່ງ ສັນນິຖານວ່າຄົນລາວມີຈຳນວນຫຼວງຫຼາຍກວ່າສຍາມ ເຊິ່ງໃນຂະນະນັ້ນສຍາມເອງ ກໍທຳ ສົງຄາມ ແລະເປັນຄູ່ອາຣິກັບຂອມຢູ່, ສຍາມຕ້ອງການກຳລັງພົນ ທີ່ຈະຕໍ່ສູ້ກັບຂອມ ສຍາມຈຶ່ງ ທຳຕົວເປັນມິດກັບຄົນໄທລາວຄັນການເວລາລ່ວງໄປ ລາວກໍໄດ້ເຂົ້າໄປມີບັດບາດໃນອຳນາດຣັດ ຂອງສຍາມ ແລ້ວກໍໄດ້ແຕ່ງງານກັບຄົນສຍາມຫຼາຍຂຶ້ນ ແລ້ວກໍເຜີຍແຜ່ພາສາ ແລະວັດທະນະ ທຳຂອງຕົນເໜືອສຍາມ ເຮັດໃຫ້ສຍາມດຳຣົງວັດທະນະທຳຂອງໄທຍລາວຢ່າງແຍກບໍ່ອອກ. ຈຶ່ງເຮັດໃຫ້ສຍາມບໍ່ໄດ້ລັງກຽດພວກລາວ ທີ່ອົບພະຍົບລົງໄປຢູ່ ໃນດິນແດນຂອງຕົນ.

 

ສ່ວນລາວອີກພວກໜຶ່ງລົງມາທາງນ້ຳຂອງຕອນກາງ ແລະຕອນໃຕ້ໄດ້ຕໍ່ສູ້ກັບຊົນຊາດ ຂອມເຜົ່າຊວາ ໄດ້ໄຊຊະນະແລ້ວກໍສ້າງຕັ້ງອານາຈັກຂອງຕົນທີ່ຊຽງດົງ ແລ້ວປ່ຽນຊື່ເມືອງຊຽງ ດົງເປັນຊຽງທອງ ຮຽກວ່າອານາຈັກລ້ານຊ້າງ, ສ່ວນອີກພກວໜຶ່ງລົງໄປຂັບໄລ່ຂອມອອກຈາກ ອານາຈັກຊາຍຟອງເຊິ່ງເປັນສູນກາງ ຂອງຂອມໃນລ້ອງແມ່ນຳ້ຂອງແລ້ວສ້າງອານາຈັກຂອງ ຕົນຂຶ້ນຊື່ວ່າອານາຈັກຈັນທະບູຣີແລ້ວລາວຈຳນວນໜຶ່ງກໍລົງໄປທາງໃຕ້ ໂດຍຢູ່ຮ່ວມກັບຊົນ ຊາດຂອງພວກໜຶ່ງໃນອານາຈັກສີໂຄຕະປຸຣະ ຈົນໃນທີ່ສຸດຂອງໃນອານາຈັກສີໂຄຕະປຸຣະກໍ ເສື່ອມອຳນາດລົງ ລາວຈຶ່ງເຂົ້າມີອຳນາດບົດບາດໃນເມືອງສີໂຄຕະປຸຣະ.

 

George Caedes ຊາວຝຣັ່ງເສດ ໄດ້ສະໜັບສະໜູນທິດສະດີນີ້ ສະຫຼຸບວ່າຊົນຊາດໄທ ອົບພະຍົບລົງໃຕ້ ໂດຍອາໄສແມ່ນຳ້ເປັນຫຼັກ ເປັນການົບພະຍົບຢ່າງຄ່ອນເປັນຄ່ອຍໄປ ເມື່ອອານາຈັກ ນ່ານເຈົ້າຖືກພວກມົງໂກລີຮຸກຮນານ ຄົນໄທຈຳນວນຫຼວງຫຼາຍອາໄສແມ່ນຳ້ສອງສາຍ ຄືລຳນ້ຳຂອງ ແລ້ວມາຕັ້ງຫຼັກແຫຼ່ງທີ່ອານາຈັກລ້ານຊ້າງ (ຫຼວງພຣະບາງ ແລະວຽງຈັນ) ແລະລ້ານນາ(ຊຽງແສນ, ຊຽງໃໝ່) ແລະສຸໂຂໄທ ສ່ວນທີ່ອົບພະຍົບໄປຕາລຳນ້ຳສາຣະວິນນັ້ນ ໄດ້ຕັ້ງຫຼັກແຫຼງເຖິງແຄວ້ນອັດສັມ ຂອງອິນເດັຍ ແລະຣັດສານຂອງພະມ້າກໍມີຫາກຖືເອົາຕາມຄວາມເປັນຈິງນີ ກໍເຮັດໃຫ້ຫຼັກຖານທາງ ວັນນະຄະດີລາວປະເພດຕຳນານພົ້ນເດັ່ນຂຶ້ນ ໃນຖານະທາງປະວັດສາດປະເພດຕຳນານ ໒ ເລື່ອງ ຄື ໜັງສືອຸຣັງຄະນິທານ ແລະໜັງສືຂຸນບູຣົມ ແລະເຮັດໃຫ້ວັດທະນະທຳຂອງບັນດາຊົນຊາດ ທີ່ຖືແຖນ ແລະນາກຄືພວກດຽວກັຍ ເຊັ່ນລາວລ້ານຊ້າງ ແລະລາວລ້ານນາ ອາດລວມເຖິງສຸໂຂໄທດ້ວຍ ນັບຖື ນາກແລະແຖນຄືຊົນຊາດດຽວກັນ, ທິດສະດີນີອາດຊິກ່ຽວຂ້ອງກັບຄ້ອງບັ້ງ ທີ່ບໍ່ຄຳເຊໂປນ ແລະເຄື່ອງ ແລະເຄື່ອງເງິນຄຳ ທີ່ບ້ານໜອງເຮືອທອງ ທີ່ລາວເຮົາຄົ້ນພົບໃນປີ ໒໐໐໘ ນີ້ດ້ວຍ.

 

ທິດສະດີໃໝ່.(ໂຜດຕິດຕາມຕໍ່ໄປ)(ຢາກໃຫ້ພີ່ນ້ອງມີຄວາມເຫັນ ແລະແກ້ໄຂຊ່ວຍໃນການຂຽນ ແລະເນື້ອໃນຕລອດທັງຫຼັກຖານອື່ນທີ່ອາດມີນຳ້ໜັກກວ່າ)ອ້າງອິງ
http://ulfasso.com/upload/actu/pdf/2085_qz8tamwkykAVVq5TSpGX.pdf?PHPSESSID=d9c1ef77b2ae76652c069c823005cfbc

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 26, 2010 | ມີ 1 ຄຳເຫັນ ແລະ 0 trackback(s)

<!--[if !mso]>v\:* {behavior:url(#default#VML);}o\:* {behavior:url(#default#VML);}w\:* {behavior:url(#default#VML);}.shape {behavior:url(#default#VML);}<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->


http://www.sansouk.com/Editor/assets/1635584.jpg

        ຫົວ​ພັນ: ຕັ້ງ​ຢູ່​ທາງ​ທິດ​ຕະເວັນ​ອອກ​ສຽງ​ເໜືອ​ຂອງ​ຊຽງ​ຂວາງ ປະຫວັດສາດ​ຂອງ​ສອງ​ແຂວງ​ນີ້​ມີ​ຄວາມ​ຄ້າຍ​ຄືກັນ ໃນ​ອະ​ດີດ​ຫົວ​ພັນ​ເຄີຍ​ຕົກ​ເປັນ​​ເຂດ​ປົດ​ປ່ອຍ, ປະຈຸບັນ​ມີ​ປະຊາກອນປະມານ 300,000 ຄົນ ພູ​ມິ​ປະເທດ​ເປັນ​ພູເຂົາ​ສະ​ຫລັບ​ຊັບ​ຊ້ອນ ພື້ນ​ທີ່​ສ່ວນ​ໃຫຍ່​ເປັນ​ປ່າ​ໄມ້ ອາ​ກາດ​ຂ້ອນ​ຂ້າງ​ໜາວ ປະກອບ​ດ້ວຍ​ຊົນ​ເຜົ່າ​ກຸ່ມ​ນ້ອຍ​ກວ່າ 20 ເຜົ່າ ໄດ້​ແກ່ ​​ໄຕ​ຂາວ ໄຕ​ແດງ ​ໄຕ​ດຳ ​ໄຕເໜືອ ໄຕ​ນ້ອຍ ມົ້ງ ຂະ​ໝຸ ສ່ວນ​ໃຫຍ່​ໃຊ້​ພາສາ​ຕະກູນ​​ໄຕ​-ລາວ.


ແຫລ່ງ​ທ່ອງ​ທ່ຽວ
ເມືອງ​ຊຳ​ເໜືອ ເປັນ ​ເມືອງ​ຫລວງ​ຂອງ​ແຂວງ​ຫົວ​ພັນ ມີ​ຊາຍແດນ​ຕິດ​ກັບ​ຫວຽດ​ນາມ ຕັ້ງ​ຢູ່​ທ່າມ​ກາງ​ຫຸບ​ພວກເຂົາ​ອັນ​ຂຽວ​ອຸ່ມ​ທຸ່ມ​ທີ່​ມີຄວາມ​ສູງ 1, 200 ແມັດ ເປັນ​ເມືອງ​ທີ່​ມີ​ວິວ​ທິວທັດ​ທີ່​ສວຍງາມ ຕະ​ຫລາດ​ໃນ​ເມືອງ​ຍາມ​ເຊົ້າ​ຈະ​ມີ​ປະຊາຊົນເຜົ່າ​ຕ່າງໆ ອອກ​ມາ​ຈັບ​ຈ່າຍ​ຊື້-ຂາຍກັນ​ ບ່ອນນີ້ເປັນ​ຕະ​ຫລາດ​ໃຫຍ່​ທີ່ສຸດ​ໃນ​​ເຂດ​ພາກ​ເໜືອ ມີ​ສິນ​ຄ້າ​ໃຫ້​ເລືອກ​ຫລາກ​ຫລາຍ ທັງ​ອາຫານ​ສົດ ອາຫານ​ແຫ້ງ ຂອງ​ຈາກ​ຈີນ ຫວຽດ​ນາມ​ແລະ​ໄທ ແລະ​​ແຜ່ນ​ແພ ຊຶ່ງ​ເປັນ​ສິນ​ຄ້າ​ທີ່​ຂຶ້ນ​ຊື່​ຂອງ​ລາວ ທີ່​ສົ່ງ​ໄປ​ຂາຍ​ຍັງ​ຫລວງ​ພະ​ບາງ​ແລະ​ວຽງ​ຈັນ​ ມີ​ລວດ​ລາຍ​ທີ່​ປະານີດ ສວຍງາມ

http://www.sansouk.com/Editor/assets/600498.jpg

 

http://www.sansouk.com/Editor/assets/awb_image2110255204030.jpg

 

http://www.sansouk.com/Editor/assets/4309200298_f14f0e1170.jpg

 

http://www.sansouk.com/Editor/assets/3802631521_2a57da628b.jpg

 

http://www.sansouk.com/Editor/assets/3802744177_cd0a617e52.jpg

 

http://www.sansouk.com/Editor/assets/3802657427_8bdbe691db.jpg

 

http://www.sansouk.com/Editor/assets/3802737937_1d6e2bda06.jpg


ວັດ​ໂພ​​ໄຊນາ​ລາມ ຖັດ ​ຈາ​ກຕະຫ​ລາດ​ກາງ​ເມືອງ​ມາ​ປະ​ມານ 2 ກິ​ໂລ​ແມັດ ຈະ​ເຖິງ​ວັດ​ໂພ​ໄຊ​ນາ​ລາມ ນັບ​ເປັນ​ສະຖານ​ທີ່​ສຳຄັນ​ທາງ​ສາດສະຫນາ​ພຽງ​ແຫ່ງ​ດຽວ​ຂອງ​ເມືອງ ສ້າງ​ເມື່ອ​ປີ ພ. ສ. 1989 ສ່ວນ​ທາງ​ທິດ​ຕາເວັນ​ຕົກ​ສຽງ​ເໜືອ​ຂອງ​ຕົວ​ເມືອງ ເປັນ​ທີ່​ຕັ້ງອະນຸ​ສາວະລີ​ເສ​ລີ​ພາບ ສ້າງ​ຂຶ້ນ​ມາ​ເພື່ອ​ສະຫລອງ​ເອກກະລາດ​ໃນ​ປີ 1989 ເປັນ​ຮູບ​ດາວ​ແດງ ຕັ້ງ​ຢູ່​ເທິງພູ​ເຂົາ ເປັນ​ຈຸດ​ທີ່​ສາມາດ​ຊົມ​ວິວ​ທິວທັດ​ຂອງ​ເມືອງ​ຊຳ​ເໜືອ​ໄດ້​ດ້ວຍ.

 http://www.sansouk.com/Editor/assets/3802367153_d1612fb04a.jpg 

 

http://www.sansouk.com/Editor/assets/3802399955_6b605751a1.jpg

 

http://www.sansouk.com/Editor/assets/3803208386_63f92d7088.jpg

 

http://www.sansouk.com/Editor/assets/3803486686_2a27e4f99e.jpg

 

http://www.sansouk.com/Editor/assets/3803404576_dfa334b910.jpg

 

http://www.sansouk.com/Editor/assets/4308446049_cc46d6eb18.jpg

 

http://www.sansouk.com/Editor/assets/4309185264_96ec401503.jpg

 

http://www.sansouk.com/Editor/assets/4309195676_1dce7424bc.jpg

 


ເມືອງ​ວຽງ​ໄຊ ອະ​ດີດ​ສູນ​ບັນ​ຊາ​ການ​ໃຫຍ່​ຂອງ​ກຸ່ມ​ຜູ້​ນຳ​ການ​ປະຕິວັດ​ລາວ ຫມູ່ບ້ານ​ຊົນ​ພື້ນ​ເມືອງ​ຫລາກ​ວັດທະນະທຳ ແລະ​ແຫລ່ງ​ຕ່ຳແຜ່ນ​ອັນ​ດັບ 1 ຂອງ​ລາວ​ຄື​ຊຳ​ເໜືອ ໂດຍ​ສະເພາະ​ທີ່​ມາ​ຈາກ​ເມືອງ​ຊອນ​ແລະ​ສົບ​ຮາວ​ຖື​ວ່າ​ຄຸນນະພາບ​ດີ​ທີ່ສຸດ.

ແຫຼ່ງທ່ອງທ່ຽວທຳມະຊາດ ແຂວງຫົວພັນໄດ້ຊື່ວ່າເປັນແຂວງທີ່ອຸດົມສົມບູນດ້ວຍແຫ່ຼງທ່ອງທ່ຽວທຳມະຊາດເປັນຕົ້ນແມ່ນບັນດາຖ້ຳ ແລະນ້ຳຕົກຕາດ. ຖ້ຳປະຫວັດສາດໄດ້ແກ່ ຖ້ຳຜູ້ນຳຕ່າງໆ ເຊັ່ນ ຖ້ຳປະທານໄກສອນ ພົມວິຫານ, ຖ້ຳສະເດັດສຸພານຸວົງ, ຖ້ຳທ່ານຄຳໄຕ ສີພັນດອນ, ຖ້ຳທ່ານໜູຮັກ ພູມສະຫວັນ... ຍ້ອນເມືອງນີ້ອຸດົມໄປດ້ວຍຖ້ຳທີ່ໃຫຍ່ແລະກວ້າງຂວາງຈຶ່ງເປັນເງື່ອນໄຂສະດວກໃນການດຳເນີນການປະຕິວັດລາວ.

http://www.sansouk.com/Editor/assets/13.jpg

 

http://www.sansouk.com/Editor/assets/3802162419_37de268bf9.jpg

 

http://www.sansouk.com/Editor/assets/3802242713_b4db1dc710.jpg

 

 

http://www.sansouk.com/Editor/assets/3802874602_3b01d96f0f.jpg

 

http://www.sansouk.com/Editor/assets/3802998850_17febb1c52.jpg

 

http://www.sansouk.com/Editor/assets/3803147246_5d796e631b.jpg

 

http://www.sansouk.com/Editor/assets/3802076781_9d24e9b222.jpg

 

http://www.sansouk.com/Editor/assets/3802106987_b985c4d9ca.jpg

 

http://www.sansouk.com/Editor/assets/3803365730_2195562a31.jpg

 

http://www.sansouk.com/Editor/assets/3802883832_8648edcc75.jpg

 

http://www.sansouk.com/Editor/assets/DSC_6117.jpg

 

http://www.sansouk.com/Editor/assets/Inside_the_army_cave.jpg

 

http://www.sansouk.com/Editor/assets/3803365730_2195562a31.jpg

 

http://www.sansouk.com/Editor/assets/3803338178_3a647c848d.jpg

 

ທີ່​ພັກ-ຮ້ານ​ອາຫານ
ເມື່ອ​ກ່ອນທີ່​ພັກ​ສ່ວນ​ໃຫຍ່​ດັດ​ແປງ​ຈາກ​ເຮືອນ​ພັກ​ຂອງ​ຊາວບ້ານ​ຈະ​ເປັນ​ໃນ ​ຮູບ​ແບບ​ຂອງ​ເຮືອນ​ພັກ ​ແຕ່​ມາ​ຮອດ​ປັດຈຸບັນ​ນີ້​ໄດ້​ມີ​ໂຮງ​ແຮມ​ເກີດ​ຂຶ້ນຫຼາຍ​ແລ້ວ.
ຂອງຕ້ອນ ເນື່ອງຊາວແຂວງຫົວພັນເປັນຄົນທີ່ດຸໝັ່ນຂະຫຍັນພຽນ ມັກໃນການປູກຝັງລ້ຽງສັດ ດັ່ງນັ້ນ ຈຶ່ງເຮັດໃຫ້ເວລາທີ່ແຂກໄປໄທມາຈຶ່ງມີຂອງຕ້ອນຂອງຝາກເຕັມມື. ອາຫານການກິນທີ່ເປັນຂອງຕ້ອນຂອງຝາກທີ່ຂຶ້ນຊື່ຂອງແຂວງຫົວພັນໄດ້ແກ່ ໝາກໝັ້ນ, ໝາກຈອງ, ໝາກຄາຍ, ໝາກແຫ້ວ, ໜໍ່ຂົມ, ໜໍ່ຈ້າ, ໜັງແຊ່ເພ້ຍ, ແຈ່ວປາບ້ຳ, ຫົວຜັກບົ່ວຜັກທຽມ...

 

http://www.sansouk.com/Editor/assets/510px-Laos_Houaphan_svg.png

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 23, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

<!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->

ນ້ຳໃຈຄົນວຽງຈັນ

ນັບແຕ່ມື້ກໍ່ສ້າງ             ຮັກບໍ່ຫ່າງແຮມໄກ..ວຽງຈັນເອີຍ

ວຽງຈັນຄືດວງໃຈ            ເຜົ່າພົງພັນເຊື້ອ

ຄວາມຮັກເຝືອແຝງໄວ້        ແສນດວງໃຈຖວາຍຕໍ່

ພັນດວງໃຈຮ່ວມສ້າງກໍ່       ບໍ່ໃຫ້ວຽງໂສກເສົ້າເຫງົາຫງ່ວງປ່ວງລະທົມ

 

ຊາວວຽງກົ້ມໜ້າສູ້           ປ້ອງເຂດແດນດິນ

ຖີ່ນວຽງທອງທານີ           ບໍ່ໃຫ້ສີສູນເສົ້າ

ສ້າງແຜ່ນດິນວຽງເຮົາໃຫ້      ໃສງາມສົມຊ່າ

ເຜົ່າພົງລາວໃຕ້ລຸ່ມຟ້າ        ມາໂຮມເຕົ້າບໍ່ເກົ່າສີ..ແທ້ແລ້ວ

 

ແຕ່ອະດີດເຖືງມື້ນີ້           ວຽງສືບຕໍ່ສາຍແສງ

ເປັນແວ່ນແຍງມະໂນທຳ      ຜາບອະທຳໃຫ້ສູນສີ້ນ

ໃຫ້ຖີ່ນວຽງເຮົານີ້            ມີສີໃສສະຫງ່າ

ໃຫ້ປວງຊົນໃຕ້ລຸ່ມຟ້າ         ມີໃບໜ້າຊື່ນບານ

 

ຫລາຍຮ້ອຍປີຜ່ານຂ້າມ       ວຽງສະຫງ່າຣາສີ

ບາງໄລຍະມີໄພຣີ           ກໍ່ກວນວາຍວຸ້ນ

ຈູດເຜົາວຽງຈົນວ່າມູ້ນ        ເຫລືອພຽງເຖົ້າຖ່ານ

ລູກຫລານວຽງລຸກຂື້ນສູ້       ປະສົງກູ້ຊາດມາ

 

ສ້າງວຽງຈັນໃຫ້ແຈ່ມຟ້າ       ເມຄາເມກໃຫ້ເຫີຍຫາຍ

ສາຍໂສມແສງວຽງທອງ       ຮຸ່ງເຮືອງນະພາກວ້າງ

ໃຫ້ຄົນລາວປາງນີ້           ມີໃຈຊ່ອຍຊື່ນ

 

ໝື່ນປີບໍ່ໂສກເສົ້າ          ບໍ່ເຫງົາຫງ່ວງຕ່າງຫລັງ...ເຈົ້າເອີຍ (ຂຽນ ໂດຍ ລູກຊາຍເມືອງຄຳ)

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 23, 2010 | ມີ 2 ຄຳເຫັນ ແລະ 0 trackback(s)

<!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->


 

1.ລອງໄປເບິ່ງຕາເວັນຕົກດິນຢ່າງຕັ້ງໃຈຢ່າງນ້ອຍປີລະຫນື່ງຄັ້ງ.

2.
ຢ່າດູຖູກຄົນອື່ນ.

3.
ເວົ້າຄຳວ່າ*ຂອບໃຈ*ໃຫ້ຫລາຍໆ.

4.
ຊີວິດຢູ່ພາຍໃຕ້ຈຸດມຸ່ງຫມາຍຂອງຕົນເອງ.

5.
ປະຕິບັດນຳຄົນອື່ນຄືກັບຄົນອື່ນປະຕິບັດນຳຕົນເອງ.

6.
ບໍລິຈາກເລືອດ.

7.
ຄົບຫາເພື່ອນໃຫມ່ເເລະລຳລຶກເຖິງເພື່ອນເກົ່າສະເຫມີ.

8.
ຮູ້ຈັກເກັບຄວາມລັບ.

9.
ຍອມຮັບຄວາມຜິດພາດຂອງຕົນ.

10.
ຈົງສະເເດງຄວາມກ້າຫານເຖິງວ່າຈະບໍ່ໃດ້ເປັນຄົນກ້າຫານ.

11.
ຢ່າເປັນຄົນຂີ້ລັກ.

12.
ອ່ານຫນັງສືທຳມະຢ່າງຈິງຈັງຢ່າງນ້ອຍປີລະຫນື່ງຄັ້ງ.

13.
ຮຽນຮູ້ທີ່ຈະຟັງ.

14.
ຢ່າຫມົດຄວາມຫວັງກັບຊີວິດ.

15.
ຢ່າສວດມົນເພື່ອຂໍສິ່ງໃດ.

16.
ຮູ້ຈັກເກັບອາລົມເມື່ອໂມໂຫ.

17.
ມີບຸກຄະລິກທີ່ດີເມື່ອຢ່າງເຂົ້າຫ້ອງເຮັດວຽກ.

18.
ຍອມເສຍສິ່ງນ້ອຍໆເພື່ອຫວັງໃນສິ່ງທີ່ດີກ່ວາ.

19.
ຢ່າຄົບຫາກັບບຸກຄົນທີ່ບໍ່ເຄີຍສູນເສຍໃດໆເລີຍ.

20.
ຢ່ານິນທາຫລັບຫລັງ.

21.
ເມື່ອຜະເຊີນຫນ້າກັບງານຫນັກ ຈົ່ງປະຕິບັດກັບມັນຄືກັບວ່າເປັນໄປບໍ່ໃດ້ທີ່ມັນຈະຫລົ້ມເຫລວ.

22.
ຢ່າຄຶດວ່າຊີວິດນີ້ຈະຍຸດຕິທຳສະເຫມີໄປ.

23.
ຢ່າປະເມີນອຳນາດຂອງການໃຫ້ອະໄພຕໍ່າເກີນໄປ.

24.
ເລື່ອງຂອງມື້ນີ້ກໍ່ຕ້ອງເຮັດໃຫ້ເເລ້ວໃນມື້ນີ້.

25.
ບໍ່ຕ້ອງຍ້ານທີ່ຈະກ່ວາຄຳວ່າ*ຂໍໂທດ*.

26.
ບໍ່ຕ້ອງຍ້ານທີ່ຈະກ່ວາຄໍາວ່າເຮາ*ບໍ່ຮູ້*.

27.
ຂຽນເລື່ອງທີ່ເຮົາຢາກຮູ້ກ່ອນຕາຍ 25 ຂໍ້ ເເລະນຳມັນຕິດຕົວໄປຕະຫລອດ.

28.
ໂທລະສັບຫາ ພໍ່ເເມ່ ເເດ່ ບໍ່ເເມ່ນໂທຫາເເຕ່ຜູ້ສາວ....55555+++

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 23, 2010 | ມີ 2 ຄຳເຫັນ ແລະ 0 trackback(s)

<!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->


ແມ່ນ້ຳຂອງ​ສາຍ​ນີ້ ໃນພາສາລາວຮຽງວ່າ ແມ່ນ້ຳຂອງແຕ່ໄທຍຮຽກວ່າ ແມ່ນ້ຳໂຂງຕາມການສືບຄົ້ນ ສ່ວນ​ໃຫຍ່​ຈະ​ມີ​ຄວາມ​​ເຫັນເປັນ​ເອກ​ພາບກັນ​ກ່ຽວ​ກັບ​ຄຳ​ວ່ານ້ຳຂອງ​ແມ່​ຖືກຕ້ອງ​ຕາມ​ສຽງ​ພາສາ​ລາວ​ເດີມ. ຕາມ​ການຄົ້ນຄວ້າ ປາກົດ​ເຫັນວ່າ​ນ້ຳຂອງ​ເປັນ​ພາສາ​ບູຮານ​ລາວ​​ແທ້, ​​ເນື່ອງ​ຈາກ​ພົບ​ຫຼັກຖານ​ທາງ​ພາສາ​ມາ​ຫຼາຍ​ແຫ່ງ ຫຼາຍທີ່ ຄື:
1.
ຫຼັກຖານ​ທາງ​ພາສາ​ຂອງ​ກຸ່ມ​ຊົນ​ຕະກູນ​ໄຕ​ລາວ​ຢູ່​ນອກ​ປະ​ເທດ:
-
ຄົນ​ລ້າ​ນນ​າບູຮານ ກວາ​ມ​ເອົາ​ບໍຣິ​ເວນ​ພາກ​ເໜືອ​ຂອງ​ໄທ​ຍ໌​ໄດ້​ບັນທຶກ​ໃນ​ໜັງສື​ບູຮານ ​ເປັນ​ອັກສອນ​ທັມ​ຍວນ ຫຼື​ລ້ານ​ນາ ​ໃນ​ເຣື່ອງພຣະ​ເຈົ້າລຽບ​ໂລກ ວ່າແມ່ນ້ຳສາຍ​ນີ້​ວ່າ ຂະນະ​ນະທີ​​ໃນ​ໜັງສືສະບັບ​ດຽວ​ທີ່​ເປັນ​ສ່ວນ​ຂອງ​ສຳນວນ ພາສາ​ທ້ອງ​ຖິ່ນ​ວ່າ​ແມ່ນ້ຳຂອງ, ​ໄດ້​​ໄປ​ສຶກສາ​ປະຕິບັດ​ງານ​ທາງ​ພາກ​ເໜືອ​ຂອງ​ໄທຍ ກໍ​ເຫັນ​ຊາວ​ທ້ອງ​ຖິ່ນ​ວ່າ ​ແມ່ນ້ຳ ຂອງ​ເຊັ່ນ​ກັນ​ບໍ່​ໄດ້​ຮຽກ​ແມ່ນ້ຳ​ໂຂງ​ເລີຍ.
-
ຄົນ​ພະມ້າ​​ແຖວ​ທ່າ​ຂີ້​ເຫຼັກ ​ເຊື້ອສາຍ​ລາວ ຫຼື​ຕະກູ​ນ​ໄຕ​ຕ່າງໆ ຮຽກ​ແມ່ນ້ຳສາຍ​ນີ້​ວ່າ “​ແມ່ນ້ຳຂອງສະ​​ໄໝ​ໄປ​ທ່ຽວ ທ່າ​ຂີ້​ເຫຼັກ​ແລະ​ຊຽງ​ຕຸ​ງ ​ເວົ້າພສາລາວ​ລື້.
-
ຄົນ​ຈັງຫວັດ​ເລີຍ ​ແລະ​ເພັດ​ຊະ​ບູນ ຮຽກ​ແມ່ນ້ຳສາຍ​ນີ້​ວ່າ​ແມ່ນ້ຳຂອງ, ປີ 1998 ​ໄປ​ຢາມ​ໝູ່​ຢູ່​ອຳ​ເພີ​ນະຄອນ​ໄທຍ ​ຖາມ​ເຂົາ​ວ່າ ພວກ​ພີ່ນ້ອງ​ຮຽກ​ແມ່ນ້ຳຂອງ​ວ່າ​ແມ່ນ້ຳຫຍັງ ​ເຂົາ​ຕອບ​ວ່າ “​ແຕ່​ກີ້ຮຽກ​ວ່າ​ແມ່ນ້ຳຂອງຄົນ​ສະ​ໄໝ​ເກົ່າ ຮຽກ​ແມ່ນ້ຳຂອງ​ທັງ​ນັ້ນ, ກໍ​ໄດ້​​ໂລມ​ກັບ​ຜູ້ເຖົ້າອາຍຸ 50-80 ປີ 10 ຄົນ​ປາກົດ​ວ່າ​ເວົ້າ​ເປັນ​ສຽງ​ດຽວ​ກັນ​ວ່າ “​ແມ່ນ້ຳ ຂອງ​​ແຕ່​ປີ 2001-2005 ​ໄດ້​ໄປ​ອຳ​ເພີດ່ານ​ຊ້າຍ ປີ​ລະຄັ້ງສອງ​ຄັ້ງ ປາກົດ​ວ່າ ຊາວ​ອຳ​ເພີ​ດ່ານ​ຊ້າງ​ທຸກ​ຄົນ ຮຽກ​ແມ່ນ້ຳຂອງ ​ເວັ້ນ​ເສັຍ​ແຕ່​ເຂົາ​ເວົ້າພາສາ​ໄທຍຈຶ່ງ​ອອກ​ແມ່ນ້ຳ​ໂຂງ​ຕາມ​ໄທຍ໌ ​ເດັກນ້ອຍຣຸ້ນ​ໃໝ່​ຮຽກ​ແມ່ນ້ຳ​ໂຂງ​ໝົດ.
-
ປີ 2000 ​ໄປ​ແຖວ​ສີ​ຊຽງ​ໃໝ່ ​ໄດ້​ມີ​​ໂກ​ກາດ​ລົມ​ກັບ​ຄົນ​ເຖົ້າຄົນ​ໜຶ່ງ ​​ເປັນ​ເວລາ 1 ວັນ ​ເຂົາ​ຈະ​ເວົ້າປະຫວັດສາດ ​ແລະ​ພື້ນ​ວຽງ​ຈັນ​ເກ່ງ​ທີ່​ສຸດ ​ແລະ​ແມ້ນ​ຢຳ​ທີ່​ສຸດ​ເຂົາ​ກໍ​ຮຽກ​ວ່າ​ນ້ຳຂອງ​ເຊັ່ນ​ກັນ.
-
ປີ 1993 ​ໄປ​ນະຄອນ​ພະນົມ​ຊາວ​ນະ​ຄອນ​ພະນົມຣຸ້ນ​ເກົ່າ ຈະ​ຮຽກ​ແມ່ນ້ຳສາຍ​ນີ້​ວ່າ ນ້ຳຂອງ”.
-
ສ່ວນ​ມຸກດາ​ຫານ​ຍັງ​ບໍ່​ທັນ​ໄປ ​ແຕ່​ທາງ​ເມືອງ​ອຸບົນ, ວາຣິນຊຳລາບ, ພິມູນ, ສີຣິນທອນ, ​​ເຂັມ​ມະຣາຊ ຈະ​ຮຽກ​ແມ່ນ້ຳ ຂອງ​ທັງ​ນັ້ນ.
-
ສ່ວນ​ທາງ​ຮ້ອຍ​​ເອັດ​ມະຫາສາຣະຄາມ ​ເຂົ້າ​ໄປ​ໃນ ສ່ວນ​ໃຫຍ່​ຈະ​ຮຽກ​ວ່າ​ແມ່ນ້ຳ​ໂຂງ ສົງ​ໄສ​ວ່າ​ເຂົາ​ຢູ່​ໄກ​ແມ່ນ້ຳຂອງ ຄວາມ​ຜູກ​ພັນ​ກັບ​ແມ່ນ້ຳຂອງ ບໍ່​ຄ່ອຍ​ຈະມີ, ​ເມື່ອ​ຍິນ​ໄທຍ​ເວົ້າກໍ​ເວົ້າວ່າ​ນ້ຳຂອງ​ນຳ​ເຂົາ ກໍອາດ​ເປັນ​ໄດ້.
-
ຄົນ​ຊຽງ​ຮຸ່ງຮຽກ “​ແມ່ນ້ຳລ້ານ​ຊ້າງຕາມ​ພາສາ​ຈີນ ບາງ​ຄັ້ງກໍ​ຮຽກ​ວ່າ “​ແມ່ນ້ຳຂອງ​ໂດຍ​ສະ​ເພາະ​ຄົນ​ທີ່​ຕັ້ງບ້ານ​ເຮືອນ ຢູ່​ແຄມ​ນ້ຳສາຍ​ນີ້ (ພາສາ​ຈີນ​ວ່າ LANJIAN ​ແປ​ເປັນ​ພາສາ​ລາວ​ວ່າ ລ້ານ​ຊ້າງ).
-
ຄົນ​ຂະ​ເໝນ​ແຖວ ຊາຍ​ແດນ​ດ້ານ​ພະ​ວິຫານ ​ໃກ້ໆ​ກັບ​ບ້ານ​​ເກີດ ຜູ້​ຂຽນ (​ເມືອງ​ມະ​ໂນ​​ໄພ​ເດີມ ​ແຖວ​ທ່າ​ແກ່, ທ່ານ​ເປື້ອຍ, ທ່າ​ກະສັງ ​ເລີຍ​ເຂົ້າ​ໄປ​ຮອດ​ໃນ​ຈະ​ຮຽກ​​ແມ່ນ້ຳຂອງ​ຄື​ກັບ​ລາວ), ​ເມືອງ​ຊຽງ​ແຕງ​ຜູ້​ຂຽນ​ເຄີຍ ​ໄຊື້​ຄວາຍ​ຢູ່​ແຖວ ນັ້ນປະມານ​ປີ 1985, ​ເມື່ອ​ປີ 2001-2004 ກໍ​ເຄີຍ​ໄປ​ທ່ຽວ​ແຖວ​ນັ້ນ ຈົນ​ຮອດ​ກະ​ແຈະ, ​ເມືອງ​ທາຣາບໍຣິວັດ ຄົນ​ເຫຼົ່າ ນີ້ລ້ວນ​ແຕ່​ເວົ້າພາສາລາວ ພວກ​ເຂົາ​ກໍ​ຈະ​ຮຽກ​ແມ່ນ້ຳສາຍ​ນີ້​ວ່າ “​ແມ່ນ້ຳຂອງ”.
2.
ຊື່​ແມ່ນ້ຳຂ​ອງ​ໃນ​ພາສາ​ຕ່າງປະ​ເທດ.
-
ພາສາ​ຈີນ ລ້ານ​ຊ້າງ ຫລື​ລ້ານ​ຈຽງ (​ໂຕ ຊ ​ເປັນ ​ໂຕ ຈ ລານຈຽງ LANJIAN). ເຮົາອາດວິເຄາະໄປໄດ້ອີກວ່າ ຊື່​ອານາ​ຈັກ​ລ້ານ​ຊ້າງ ​ເດີມມີ​ຄວາມ​ໝາຍ​ວ່າ ມີ​ຊ້າງລ້ານ​ໂຕ ຫຼື​ອານາຈັກ​ທີ່​ເຕັມ​ໄປ​ດ້ວຍ​ຊ້າງແຕ່ຫາກເຮົາວິເຄາະ ຕາມສຳນຽງຂອງຈີນ ເຮົາອາດວິເຄາະວ່າ ລ້ານຊຽງອານາຈັກທີ່ມີເມືອງຂຶ້ນ ລ້ານເມືອງ ກໍຫາກເປັນໄປໄດ້.
-
ພາສາ​ຫວຽດນາມ ຮຽກວ່າ ທາງ​​ໃຕ້​ຮຽກ​ວ່າ ​ແມ່​ກົງ​ແຕ່​ພາສາ​ຫວຽດນາມ​ແທ້ໆ​ນັ້ນ ຮຽກ​ອີກ​ຢ່າ​ງໜຶ່ງ ​ໃຜ​ຮູ້ກະ ກະຣຸນາບອກ​ມາ​ແນ່ ຈະ​ເປັນ​ພຣະຄຸນ​ຍິ່ງ ​ແຕ່​ວ່າ​ຜູ້ຂຽນ​ເອງ ຈະ​ໄປ​ຫວຽດນາມ​​ໃຕ້ ວັນ​ທີ 15 ພຶດສະພາ 2007 ນີ້, ນັ່ງຣົດຈາກ​ເຊ​ກອງ​ໄປ ​ໃນຣາຄາ 145.000 ກີບ ຮອດ​ໄຊ​ງ່ອນ ສືບ​ໄດ້​ເຣື່ອງ​ແລ້ວ ຈະ​ນຳ​ມາ​ເລົ່າ​ຕໍ່.
-
ພາສາ​ຂະ​ເໝນ ຮຽກ​ວ່າ ຕົນ​ເລ​ສາດ, ​​ຖາມ​ຄົນ​ຂະ​ເໝນວ່າ “​ແມ່ນ້ຳຂອງຄົງ​ໝາຍ​ເຖິງ​ແມ່ນ້ຳ​ແຫ່ງ​ຊາດ ​ເຄີຍ​ຂີ່​ເຮືອຈາກ​ຊຽງ​ແຕງ​ ​ໄປ​ຮອດ​ກຳ​ປົງ​ຈາມ 5 ຄັ້ງ ​ແຕ່ໄປ​ຮອດ​ພະນົມ​ເປັນ 1 ຄັ້ງ ​ເມື່ອ​ປີ 2004 ​​ແມ່​ນ້ຳບ່ອນນີ້​ກວ້າງ​ໃຫຍ່​ຫລາຍ ຈະ​ແບ່ງ​ອອກ​ເປັນ​ແມ່ນ້ຳ 4 ສາຍ(ຕາມ​ພາສາ​ຂະ​ເໝນຮຽກ​ວ່າ ຈຕຸຣະມຸຂ ຄື​ແມ່ນ້ຳ 4 ໜ້າ)​ແມ່ນ້ຳ ຂອງຕໍ່​ໄປ​ຮອດ​ຫຽວດນາມ ຂະ​ເໝນຮຽກ​ວ່າ ຕົນເລກຣອມ, ​ແມ່ນ້ຳປາ​ສັກ(ອອກສຽງຕົນ​ເລ​ປາສັກ) ​ເຂົ້າ​ໄປ​ທະ​ເລ​ສາບ​ຮຽກຕົນ​ເລ​ເວັຍ​ສະ​ເລີຍ​ໄປ​ຮອດ​ທະ​ເລ​ສາບ​ແລ້ວ ອອກສຽງ ຕົນ​ເລ​ສະ​ສ່ວນ​ສາຍ​ແມ່ຂ​​ອງຂຶ້ນ​ມາ​ທາງ​ຊຽງ​ແຕງ ຫຼື​ທາງ​ຄອນ​ພຣະ​ເພງຂອງ​ລາວ​ເຮົາ ຍັງ​ຄົງ​ຮຽກວ່າ​ຕົນ​ເລ​ສະ​ເໝືອນ​ເດີມ, ບາງ​ຄົນ​ບອກ​ວ່າ​ສະ​ໄໝ​ບູຮານ ຮຽກ​ວ່າ​ຕົນ​ເລ​ຊຽງ​ແຕງ ຫຼື​ຕົນ​ຊຕຶງ​ແຕຣງ ບາງ​ຄັ້ງກໍ​ຮຽກ​ວ່າ ຕົນ​ເລ​ລຽວຖ້າ​ແປ​ເປັນ​ພາສາ​ລາວຮຽກ​ ທະ​ເລລາ​ວ”, ສຳລັບ​ແມ່ນ້ຳ​ເຊ​ກອງ​ນັ້ນ ທາງ​ຄົນ​ຊຽງ​ແຕງ-ຄົນ​ແສນ​ປາງ ​ເອງ​ກໍ​ຮຽກ​ວ່າ​ນ້ຳ​ເຊກອງ ​ແຕ່​ຄົນ​ຂະ​ເໝນຮຽກ​ວ່າ ​“ຕົນ​ເລ​​ແມ່ກົງ”.
-
​ໃນພາສາ​ອັງກິດ, ​ເນື່ອງຄົນ​ອັງກິດ​ເອງ ບໍ່​ໄດ້​ຕິດ​ພັນ​ກັບ​ແມ່ນ້ຳສາຍ​ນີ້ ຄົງ​ອິງ​ຕາມ​ພາສາ​ຖິ່ນ ທີ່​ຮຽກ​ແມ່ນ້ຳສາຍ​ນີ້ ວ່າ “​ແມ່​ຂອງ​ເມື່ອ​ທຽບ​ເປັນ​ພາສາ​ອັງກິດ​ແລ້ວຈຶ່ງ​ຂຽນ​ວ່າ MEA-KHONG ຫລື MEANM-KHONG ການ​ອ່ານ​ຄົງ​ອອກສຽງ​ວ່າ​ແມ່​ຂອງ ຫຼື​ບາງ​ຄົນ​ຂຽນ​ວ່າ MAEKONG ກໍ​ຄົງ​ອ່ານ​ວ່າ ​ແມ່​ຂອງ​ເຊັ່ນ​ກັນ ​​ແຕ່​ເມື່ອ​ງບາງ​ຄົນ​ອາດ​ອອກສຽງ​ວ່າ ​ແມ່​ໂຂງ ຫຼື​ແມ່​ກົງ ສຳ​ລັບ​ການ​ອອກສຽງ​ວ່າ​ແມ່​ກົງ ຄົງ​ຈະ​ບໍ່​ຖືກ ​ເພາະວ່າ​ມີ​ແມ່ນ້ຳສາຍ​ໜຶ່ງ ທີ່​ມາ​ຈາກ​ເຊ​ກອງ ​ອັດ​ຕະປື ລົງ​ໃສ່​ຊຽງ ​ແຕງ ບ່ອນ​ບ້ານ​ຫາງ​ໂຄນັ້ນ ​ມີ​ການ​ຂຽນ​​ເປັນ​ພາສາ​ອັງກິດ​ວ່າ ​NAMSEKONG ຫຼື NAMSEAKONG ຕາມ​ການສັນນິຖານ​ການ​ຂຽນ​ຊື່​ແມ່ນ້ຳຂອງ ຄົງ​ຈະສະກົດ​ດ້ວຍ KH ຫຼາຍ​ກວ່າ K ຊື່ໆ, ພາສາ​ຝຣັ່ງກໍ​ຂຽນ​ວ່າ MEANAM KHONG ​ແຕ່​ຕ້​ອງ​ໃສ່​ກຸບທີ່​ໂຕ O.
-
​ໃນ​ເມື່ອ​ເຮົາ​ຮູ້ທີ່​ມາ​ແບບ​ນີ້ ​ເຮົາ​ຈຶ່ງ​ມາ​ປຽບທຽບ​ ​ແລະ​ວິ​ເຄາະເບິ່ງ​ພາສາ​ໄທຍ໌ ​ໃນ​ບູຮານອາດ​ຊິ​ຮຽກ​ແມ່ນ້ຳຂອງ​ເໝືອນ​ລາວ, ​ແຕ່ຄົນ​​ໄທຍ໌​ເອງ ບໍ່​ຄ່ອຍ​ຈະ​ມີ​ຄວາມ​ຜູກ​ພັນ ​ແລະ​ຕິດ​ພັນ​ກັບ​ແມ່ນ້ຳຂອງ​ມາ​ແຕ່​ສະ​ໄໝ​ບູຮານ ​ເພາະ​ມີຫຼັກຖານ ໜຶ່ງ​ວ່າລາວ​ອົບ​ພະ​ຍົບລົງ​ມາ​ທາງ​ແມ່ນ້ຳຂອງ ​ແລະ​ແມ່ນ້ຳປິງ ຍົມ ນ່ານ, ສ່ວນ​ໄທ​ອົບ​ພະຍົບລົງ​ໄປ​ທາງ​ແມ່ນ້ຳ​ເຈົ້າພະຍາ​ແລະ​ຫຼັກ​ຖານ​ໜຶ່ງ​ຂອງ​ກອນ​ມະຫາ​ແກ້ວ​ຂຽນ​ບົດ​ທ່ອງ​ຂຶ້ນ​ໃຈ​ ​ໃນ​ແບບຮຽນ​ສະ​ໄໝ​ເກົ່າວ່າ ປະ​ເທດ​ຂ້ອຍ​ຊັ້ນຊື່​ເມືອງ​ລາວ ລວງ​ກວ້າງ​ຍາວ ສຸດ​ຕາ​ເຫຼືອ​ອ່ານ ນຳ​ຂອງ​ຜ່ານ​​ໄຫລ​ຜ່າ​ທາງ​ກາງ ມີ​ຫົນ​ທາງ​ຖນົນ​ສະ​ອາດ ປະ​ເທດ​ຊາດ ລາວ​ໃຫຍ່​ໄພ ສານ ​ເຮົາ​ລູກ​ຫຼານ​ເກີດ​ມາ​ພາຍຊ້ອຍ ​ຄວນ​ຊູ​ຊ່ອຍ​ສ້າງ​ບ້ານ​ເມືອງ​ລາວ ​ໃຫ້​ຢືດຍາວ​ຕໍ່​ໄປ​ພາຍ​ໜ້າ ຢ່າ​ໃຫ້​ຫຼ້າ​ເຂົາ​ແທ້ ໝູ່ລາວ (ສຳລັບ​ກອນ​ບົດ​ນີ້ ຜູ້​ຂຽນ​ໄດ້​ຈື່​ມາ​ຕັ້ງ​ແຕ່​ເດັກນ້ອຍ ອາດ​ມີ​ການ​ຜິດພາດ​ບາງ​ປະການ ຫາກ​ໃຜ​ຈື່​ໄດ້ ຫຼື​ເຫັນ​ວ່າ​ມີ ຜິດ​ບ່ອນ​ໃດ ກະຣຸນາ​ແກ້​ໄຂ​ໃຫ້​ແນ່), ​​ເມື່ອ​ເປັນ​ເຊັ່ນ​ນັ້ນ ຄົງ​ສັນນິຖານ​ວ່າ ຄຳ​ວ່າ​ “​ແມ່ນ້ຳ​ໂຂງ​ໃນພາສາ​ໄທຍນັ້ນ ອາດ​ແມ່​ເປັນ​ສຳນຽງ​ໃໝ່ ທີ່​ໄທຍກຳນົດ​ເອົາ​ຕາມ ສຳນຽງ​ຂອງ​ພາສາ​ຝຣັ່ງ-ອັງ ກິດ ​​ເພາະ​ຄຳ​ວ່າ KHONG ​ໃນ​ພາສາ​ຝຣັ່ງ-ອັງກິດນັ້ນ ຈະ​ອ່ານ​ອອກສຽງ​ເປັນ​ໄດ້​ທັງ ຂ​ອງ​ແລະ “​ຄົງຫຼື ໂຂງອັນ​ນີ້​ສາມາດ​ພິສູດ​ໄດ້​ຈາກ​ຊື່ ມະຫາວິທະຍາ​ໄລ​ດົງ​ໂດກ​(ມະຫາວິທະຍາ​ໄລ​ແຫ່ງ​ຊາດ) ​ໄທຍ໌ຄວນ​ຊິ​ອ່ານ​ວ່າ ດົງ​ໂດກ​ເໝືອນ​ລາວ ແຕ່​ໄທຍ໌ພັດ​ອອກສຽງ​ວ່າ ດອງ​ດອກ​ເຊິ່ງ​ເຮັດ​ໃຫ້​ສຳນຽງ​ຂອງ​ພາສາ​ລາວ​ປ່ຽນ​ໄປ ​ໃນ​ພາສາ ໄທຍ໌, ຄວາມ​ຈິງ​ແລ້ວຄຳ​ວ່າ ດົງ​ໃນ​ພາສາ​ໄທ​ຍ໌ກໍ​ມີ ​ເຊັ່ນ ດົງ​ພະຍາ​ໄຟ​, ດົງ​ພະຍາ​ເຢັນດັ່ງນີ້, ​ແທນ​ທີ່​ທີ່​ລາວ ຈະ​ຮຽກ​ຕາມ​ສຳນຽງ​ລາວ ທີ່​​ໃຊ້ອັກສອນ​ລາວ​ເປັນ​ເຄື່ອງ​ວັດ ສົງ​​ໄສ​ວ່າ​ໄທຍ໌ອ່ານ​ຕາມ​ສຳນຽງ​ຂອງ​ພາສາ​ຝຣັ່ງ (Dong-Dok) ຖ້າ​ເປັນ​ເຊັ່ນ​ນັ້ນ ຄຳ​ວ່າ ​ແມ່​​ນ້ຳໂຂງ ​ໃນ​ພາສາ​ໄທຍ໌ນັ້ນ ​ໄທຍ໌ຄົງຈະ​ອິງ​ຕາມ​ສຳນຽງ​ພາສາ​ຝຣັ່ງ-ອັງ ກິດ ຖ້າ​ເປັນ​ເຊັ່ນ​ນັ້ນ ​ຄຳ​ວ່າ ​​“​ແມ່ນ້ຳຂອງຕ້ອງ​ຊື່​ເດີມ ຂອງ​ແມ່ນ້ຳສາຍ​ນີ້.
-
ກໍ​ໄດ້​ເອົາ​ແຕ່ຜູ້​ຊິ​ອ່ານ; ​ເພາະວ່າ​ໃນ​​ເມືອງ​ລາວ​ນີ້ ມີ​ເມືອງ​ໜຶ່ງ​ຢູ່​ແຂວງ​ສາຣະວັນ​ວ່າ “​ເມືອງ​ຄົງ​ເຊ​ໂດນ​​ກໍ​ຂຽນວ່າ “MEUANG KHONGSEADONE” ກໍ​ໃຊ້ “KHONG”.
3.
ຊື່​ແມ່ນ້ຳຂອງ​ໃນ​ວັນນະຄະດີ.
-
ວັນນະຄະດີ ຕຳນານ​ອຸຣັງຄະ​ນິທານ ຫຼື​ອຸຣັງຄະທາ​ດ ຮຽກ​ວ່າ ຂະນະ​ນະທີ​ແລະ​ແມ່ນ້ຳຂອງ.
-
ວັນນະຄະດີ ​ຕຳນານຂຸນ​ບູຣົມ ປາກົດ​​ເຫັນ​ຊື່ ​ແມ່ນ້ຳຂອງ ວ່າ "ຂະນະ​ນະທີ​ແລະ​ແມ່ນ້ຳຂອງ​ເຊັ່ນ​ກັນ.
-
ວັນນະຄະດີ ພະ​ລັກ​ພະ​ລາມ ກໍ​ປາກົດ​​ເຫັນ​ ຂະນະ​ນະ​ທີ ​​ແລະ​ແມ່ນ້ຳຂອງ​ເຊັ່ນ​ກັນ.
-
ວັນນະ​ຄະດີ​ລາວອື່ນໆ ກໍ​ປາກົດ​ເຫັນ​ເຊັ່ນ​ນັ້ນ.
​ເມື່ອ​ມາ​ເບິ່ງ ຂະນະ​ເປັນ​ພາສາ​ປາລີ ​ເມື່​ອມາ​ເບິ່ງ​ດ້ານພາສາ​ລາວ ທີ່​ປາກົດ​ໃນ​ວັນນະຄະດີ ກໍ​ຮຽກ​ວ່າ​ແມ່ນ້ຳຂອງ ກໍ​ສາມາດ​ພິສູດ​ໄດ້​ວ່າ “​ແມ່ນ້ຳຂອງ​ເປັນ​ຊື່​ແທ້​ຂອງ​ແມ່ນ້ຳສາຍ​ນີ້
4.
ຊື່​ແມ່ນ້ຳຂອງ​ໃນ​ວັນນະຄະດີ​ໄທຍ໌ ບໍ່​ປາກົດ​ເຫັນ​ຊື່​ແມ່ນ້ຳສາຍ​ນີ້ ອັນ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ໄທ​ສຍາມ​ບູຮານ ບໍ່​ມີ​ສິດທິ​ໃນ​ແມ່ນ້ຳສາຍ​ນີ້.
5.
ປະມານ​ປີ 1870-1900 ​ກໍຣະນີປັກ​ປັນ​ເຂດ​ແດນ​ສຍາມ-​ຝຣັ່ງ​ໄດ້ມີ​ຄວາມ​ສຳຄັນ​ຕໍ່ສຍາມ ​ໃນ​ພາກ​ພື້ນ​ຫົວ​ເມື​ອງລາວ ທາງ​ອີສານ ຈຶ່ງ​ເຮັດ​ໃຫ້​ສຍາມ​ຮູ້ຈັກ​ແມ່ນ້ຳຂອງ ອາດ​ເປັນ​ໄຣຍະ​ນີ້​ເອງ ທີ່​ສຍາມ​ບັນຍັດ​ຊື່ “​ແມ່ນ້ຳ​ໂຂງ​ໃນ​ພາສາ​ໄທ​ຍ໌ສຍາມ.
6.
ຄຳ​ວ່າ​ດອນ​ໂຂງ, ​ໃນ​ພາສາ​ລາວ​ນັ້ນ ​ໃນ​ໜັງສື​ບູຮານ​ນັ້ນ ມີ​ຊື່​ໜຶ່ງ​ອີກ​ຕ່າ​ງຫາກ ​ແຕ່​ຕໍ່​ມາ​ຈຶ່ງ​ປ່ຽນ​ມາ​ເປັນ​ດອນ​ໂຂງ, ຕາມ​ການ​ສັນນິຖານ​ຂອງ​ນັກ​ຄິດ​ລາວ​ຫລາຍ​ຄົນ​ກ່າວ​ເຖິງ​ທີ່​ມາ​ຂອງ​ຄຳ​ວ່າ​ ດອນ​ໂຂງນັ້ນ ບໍ່​ໄດ້​ກ່ຽວ​ກັບ​ແມ່ນ້ຳຂອງເລີຍ ​ເຖິງ​ວ່າດອນ​ໂຂງ​ນັ້ນ ຈະຕັ້ງຢູ່​ໃນ​ລຳ​ແມ່ນ້ຳຂອງ​ຕອນ​ໃຕ້​ກໍ​ຕາມ.
-
ທີ່​ນີ້ ດອນ​ໂຂງ​ມີ​ທີ່​ມາ​ດັ່ງ​ນີ້ ຄື:
(1).
​ໃນ​ໜັງ​ສືພຣະລັກພຣະຣາມ ​ແມ່ນ​ມີ​ຊື່​ຕ່າງ​ຫາກ​ນິມິ​ຕ ​ແມ່ນ​​ເກີດ​ຈາກ​ນິມິດ​ຂອງ​ພຣະລັກ​ນັ້ນ​ເອງ
(2).
​ຄຳ​ວ່າ ດອນ​ໂຂງ​ນັ້ນບາງ​ທ່ານ​ວ່າ ມາ​ຈາກ​ຄຳ​ວ່າ “​ຊ້າງ​ໂຂງ​ໜຶ່ງຄື​ຊ້າງ​​ໂຕໜຶ່ງ, ມີ​ນິທານ​ພື້ນ​ເມືອງ​ວ່າ ສະ​ໄໝ​ແຕ່​ກີ້ ທີ່​ດອນ​ໂຂງ​ມີ​ຊ້າງ​ໂຂງ​ໜຶ່ງ​ມາ​ຕາຍ​​ໄຫຼມາ​​ເປີະຫົວ​ດອນ​ທີ່​ນັ້ນ, ​ເມື່ອ​ຊາວ​ຄົວ​ວຽງ ຂອງ​ສົມ​ເດັດ​ພຣະ ຄຣູຂີ້​ຫອມ ປມານ ຄ.ສ 1580-1641 ​ໄປ​ເຫັນ​ກໍ​ເອົາຣືກນີຕັ້ງຊື່ດອນ, ຫຼັກ​ຖານ​ຊາວ​ຄົວ​ວຽງ ​ໄປ​ຂຶ້ນ​ທີ່​ບ້ານ​ເມືອງ​ແສນ ຈຶ່ງ​ເຮັດ​ໃຫ້​ຊາວ​ເມືອງ​ແສນ​ເວົ້າສຳນຽງ​ວຽງ​ຈັນ​ຮອດ​ບັດ​ນີ້ ​ແລະ​ຂະຫຍາຍຕົວ​ໄປ​ຮອດ​ຂະ​ເໝົາ, ດອນ​ໂລງ ນາ​ດີ (​ເວົ້າສຳ​ສຽງ​ຄ້າຍ​ວຽງ​ຈັນ-ທ່າ​ແຂກ) ດ້ວຍ​ເຫດ​ນີ້​ດອນ​ໂຂງ​ຈຶ່ງ​ມີ​ຊືປາກົດ​ມາ​ຮອດ​ບັດ​ນີ້.
-
ສ່ວນ​ຄຳ​ວ່າ​ສີ​ພັນ​ດອນ​ນັ້ນ ​​ເປັນ​ຊື່​ຂອງ​ການ​ລຳ ຂອງ​ຊາວ​ເມືອງ​ໂຂງ, ບາງ​ທ່ານ​ຄຳ​ວ່າ​ສີ​ພັນ​ດອນ ມາ​ຈາກ​ມີດ​ອນຮອດ 4.000 ດອນ(ຄວາມ​ຈິງ​ດອນ​ໃນ​ເຂດ​​ເມືອງ​ໂຂງ ​ແລະ​ເມືອງ​ມຸນ​ລວມກັນ​ບໍ່​ເຖິງ 1.000 ດອນ, ຜຂ ​ເກີດ​ທີ່​ດອນ​ໜຶ່ງ​ໃນ​​ເມືອງ​ໂຂງ ຢັ້ງຢືນ​ໄດ້)
-
​ແຕ່​ຜູ້​ເຖົ້າບາງ​ຄົນ​ເວົ້າວ່າ ຄຳ​ວ່າ​ສີ​ພັນ​ດອນ​ນັ້ນມີ​ທີ່​ມາ​ຈາກ​ທີ່ຝຣັ່ງ ​ໄດ້​ເຂົ້າມາ​ລາວ​ຕາມ​ລຳ​ແມ່ນ້ຳຂອງ ​ໄດ້​ນັບ​ດອນ​ມາ​ຈາກ​ປາກ​ແມ່ນ້ຳຂອງ ​ເມື່ອ​ມາຮອດ​ດອນ​ໂຂງ​ນີ້​ກໍ​ໄດ້ 4000 ດອນ​ພໍດີ ຈຶ່ງ​ໃຫ້​ຄົນ​ຮຽກ​ວ່າ​ສີ່​ພັນ​ດອນ ຕໍ່​ມາ​ຜ້ຽນ​ມາ​ເປັນ ສີ​ພັນ​ດອນ​ໃນ​ໄລຍະ​ຕໍ່​ມາ.
-
ສ່ວນ​ຊື່​ເປັນ​ທາງ​ການ​ຂອງ​ລາວ​ນັ້ນ ​​ເມືອງ​ໂຂງ​ມີ​ຊື່ວ່າສຣີທັນ​ດອນ" ອັນ​ໄດ້​ມາ​ຈາກ ຊື່​ຊ້າງ​ສາມ​ຫົວ ອັນ​ເປັນ​ສັດ​ຊົງ​ຂອງ​ພຣະຍາ​ອິນທາ​ທິຣາຊ ​​ເນື່ອງ​ຈາກ​ດອນ​ໂຂງ​ມີ​ຊື່​ກ່ຽວ​ພັນ​ກັບ​ຊ້າງ ຈຶ່ງ​ຕັ້ງ​ແຂວງ​ນີ້ ຊື່ວ່າ​ແຂວງ​ສຣີທັນ​ດອນ ປະມານ​ປີ 1962 ພ້ອມ​ກັບ​ແຂວງ​ວາປີ​ຄຳ​ທອງ ​ແລະ​ແຂວງ​ຫົວ​ຂອງ.​
-
ສິ່ງ​ທີ່​ເຂົ້າ​ໃຈ​ັຂອງ​ຜູ້​ຂຽນ​ເອງ​ນັ້ນ ຄິດ​ວ່າ​ດອນ​ໂຂງ​ໃນ​ສະ​ໄໝ​ບູຮາ​ນຄົງ​ຊື່ວ່າ ດອນຊ້າງອັນ​ນີ້(​ເປັນ​ຄຳ​ສັນນິຖານ​ເດີ​ກຳລັງ​ຫາ​ຫຼັກ​ຖານຢູ່) ​ເພາະວ່າ​ຢູ່​ໃນ​ເມືອງ​ໂຂງ​ມີ 2 ດອນ​ຊື່ວ່າ​ ດອນຊ້າງດອນ​ໜຶ່ງ​ຢູ່ຫາງ​ດອນ​ລົປະ​ດີ ຮຽກ ວ່າ​ດອນ​ຊ້າງ, ​ແລະ​ອີກ​ດອນ​ໜຶ່ງ​ວ່າດອນ​ຊ້າງ​ນ້ອຍ​ໃກ້ກັບ​ດອນ​ລຽງ ​ແຕ່​ບໍ່​ປາກົດ​ເຫັນ​ຄຳ​ວ່າດອນ​ຊ້າງ​ໃຫຍ່​ເລີຍ​ແລະ​ອີກ​ດອນໜຶ່ງຢູ່​ເຂດຊຽງ​ແຕງ ​​ໃກ້​ກັບ​ສາມ​ໂບກ(ຂະ​ເໝນຮຽກ​ວ່າ ສຽມ​ໂບກ​ເຊັ່ນ​ດຽວ​ກັນ​ແສນ​ປາງ ຂະ​ເໝນຮຽນ​ສຽມ​ປາງ) ມີດ​ອນໜຶ່ງ​ຊື່ວ່າ​ ດອນ​ຊ້າງ​ໃຫຍ່​​ແທ້​ໆແຕ່​ບໍ່​ມີ​ຄົນ​ຢູ່​ໜາ​ແໜ້ນ ຜູ້ຂຽນ​ເຄີຍ​ເຫັນ​ແຕ່​ບໍ່​ເຄີຍ​ຂຶ້ນ​ໄປ ຖາມ​ຄົນ​ລາວ​ຊຽງ​ແຕງ​ບອກ​ວ່າ​ດອນ​ຊ້າງ​ແຕ່​ພາສາ​ຂະ​ເໝນຮຽກ​ວ່າ “​ເກຣາ​ະດຳ​ເດີ​ຍອັນ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າດອນ​ໂຂງ​ນີ້ ຄົງ​ຈະ​ມີ​ຊື່ວ່າ​ດອນ​ຊ້າງ ​ເພາະ​ຄຳ​ວ່າ “​ໂຂງມີ​ຄວາມໝາຍ​ໃກ້ຄຽງ​ກັບ​ຊ້າງ ດັ່ງ​ທີ່​ກ່າວ​ແລ້ວ ຈັ່ງ​ໃດ​ກໍ​ຕາມຫາກ​ທ່າ​ນ​ໃດ​ມີ​ຄວາມ​ເຫັນ​ເປັນ​ຕ່າງ ຫຼື​​ເພີ່ມ​ຕື່ມ​ໄດ້​ຍິນ​ດີ​ນ້ອມ​ຮັບ ຂໍ້​ຄິດ​ເຫັນ​ນັ້ນຖ້າ​ມີ​ເງືອນ​ໄຂ​ທີ່​ຈະ​ປະກອບ​ບົດ​ຄວາມ​ນີ້​ໄດ້ ຜຂ ຈະ​ຖື​ເອົາ​ເປັນ​ຫຼັກ​ຖານ​ເພື່ອ​ເຮັດ​ບົດ​ຂຽນ​ນີ້ດີ​ຍິ່ງ​ຂຶ້ນ.


ຂຽນເມື່ອ ຂຽນເມື່ອ: ພ.ຈ.. 23, 2010 | ມີ 1 ຄຳເຫັນ ແລະ 0 trackback(s)

<!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->


ຄວາມຮັກຫລືຄວາມຝັນທີ່ກຳລັງລ່ອງລອຍໄປສູ່ນະພາອັນກ້ວາງໄກ
ໄປຊອກຫາຈຸດຈອດຂອງຫົວໃຈ ບໍ່ຮູ້ວ່າເມືອ່ໃດຊິໄດ້ພົບຊິໄດ້ເຫັນ
ຈະຊ້າຫລືໄວ ຫລືອາດຊິບໍ່ໄດ້ພົບເລີຍ ທຸກໆຄຳຖາມມີຄຳຕອບ
ແຕ່ຄຳຕອບນັ້ນຢູ່ທີ່ຍິງຄົນນັ້ນ ສາວຫລັກ7”

ຮັກຂອງເຮົາຄັ້ງນີ້.................ອາດພຽງແຕ່ຄວາມຝັນ
ຍ້ອນວ່າພົມແດນກັນ..............ຂີດຂະໜານຕັນໄວ້
ກຳແພງດິນ ບໍ່ໃຫ້ເຮົາສິດໃກ້...ກຳແພງໄວພັດແລ່ນສອດ
ແຕ່ຫົວໃຈ ມັນຫາກລອດຜ່ານໄດ້..ໄປຫານ້ອງບໍ່ວ່າງວັນ

ເຖິງວ່າດິນຟ້າກັ້ນ.................ຕັນປ່ອງທາງເດີນ ກໍ່ຕາມຖ້ອນ
ໃຈເຫາະເຫີນເວຫາ...............ຜ່ານນະພາໄປຫານ້ອງ
ເຖິງຈະນອນໃນຫ້ອງ..............ຄົນລະແດນແຄວ້ນຕ່າງ
ຫົວໃຈຊາຍຂໍຢູ່ຂ້າງ...............ບໍ່ວາງນ້ອງໃຫ້ປ່ຽວດາຍ ດອກນາ

ຖ້ານ້ອງຄຶດຮອດອ້າຍ.............ໃຫ້ຫລຽວເບິ່ງເດືອນດາວ
ສາຍຕາສອງຄົນເຮົາ..............ຊິພົບກັນຢູ່ບົນຟ້າ
ຢ້ານນະພາທາງນັ້ນ................ຊິເຫັນດາວດວງດຽວກັນ..ກັບອ້າຍບໍຫລືບໍ່
ສາຍຕາເຮົາອາດຊິພໍ້..............ກັນແທ້ຫາກແມ່ນບຸນ

ເຖິງວ່ານ້ອງຢູ່ພຸ້ນ..................ແຕ່ໃຈພີ່ຫວນຫາ ແທ້ໃດ
ອ້າຍເມີ່ມອງນະພາໃສ.............ຂອບຟ້າໄກທາງນັ້ນ
ໃນຄ່ຳຄືນຈັນແສງຈ້າ..............ລົມໂຊຍມາພັດຜ່ານ
ນັ່ງກອດເຂົ່າຢູ່ປາຍຊານ....ເບິ່ງເມກໄຫລເລື່ອນຟ້າ..ຢາກເຫັນໜ້າຜູ້ຢູ່ໄກ ແທ້ເດ

ຄວາມຮັກນ້ອງ ແລະ ອ້າຍ......ບໍ່ໝາຍຫ່າງໄລລາ
ຈິ່ງຝາກກອນກະວີມາ..............ເພື່ອອ່ານເຫັນສານອ້າຍ
ຝາກອອນລາຍລົງກ້ຳ..............ອິນລາວໃຫ້ນ້ອງອ່ານ..
ໃຫ້ຮູ້ວ່າຄົນຢູ່ບ້ານ....ຄິດຮອດນ້ອງທຸກຄ່ຳເຊົ້າ...ຢາກມີເຈົ້າຢູ່ຄຽງ ພີ່ເດ

ຮັກ ແລະ ຄິດເຖິງສະເໝີ
ໜຸ່ມໃຕ້

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 23, 2010 | ມີ 6 ຄຳເຫັນ ແລະ 0 trackback(s)


<!--[if !mso]>v\:* {behavior:url(#default#VML);}o\:* {behavior:url(#default#VML);}w\:* {behavior:url(#default#VML);}.shape {behavior:url(#default#VML);}<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->


http://www.dhammathai.org/chadoknt/pic/nt153.gif

 

------ໃນສະມັຍນຶ່ງ ພຣະພຸທທະເຈົ້າ ປະທັບຢູ່ວັດເວລຸວັນ ເມືອງຣາຊຄຣຶຫ໌ ທຣົງປຼາຣົພກັບ

 ພຣະເທວະທັຕ ຜູ້ສະແດງທ່າທາງຢ່າງພຣະອົງຄ໌ ໄດ້ຕຣັສອະດີຕນິທານມາເລົ່າໃຫ້ຟັງ..

----ກາລຄັ້ງນຶ່ງນານມາແລ້ວ ພຣະໂພທິສັຕວ໌ເກີດເປັນຣາຊສີຫ໌ ອາສັຍຢູ່ໃນຖ້ຳທອງ ໃນປ່າຫິມະພານຕ໌ ມື້ນຶ່ງ ອອກຈາກຖ້ຳທອງ ໄປຫາອາຫາຣ ໄດ້ຄວາຍໃຫຍ່ ໂຕນຶ່ງ ກິນເນື້ອແລ້ວ ໄປກິນນ້ຳທີ່ສຼະນ້ຳແຫ່ງນຶ່ງ ໃນຂະນະທີ່ຢ່າງຄືນຖ້ຳ ໄດ້ພົບສຸນັຂ ຈິ້ງຈອກໂຕນຶ່ງ ໃນຣະຫວ່າງທາງ ສຸນັຂຈິ້ງຈອກຈຶ່ງຂໍອາສາ ເປັນຜູ້ຮັບໃຊ້ ຣາຊສີຫ໌ດ້ວຍຄວາມຢ້ານຕາຍ ຕັ້ງແຕ່ນັ້ນເປັນຕົ້ນມາ ສຸນັຂຈິ້ງຈອກກໍໄດ້ກິນເນື້ອ ຂອງເຫງື່ອນ ຣາຊສີຫ໌ຢ່າງອິ່ມຫນຳສຳຣານຍ໌ ມັນມີຫນ້າທີ່ຂຶ້ນຍອດເຂົາ ໄປເບິ່ງສັຕວ໌ທີ່ຈະເປັນອາຫາຣ ແລ້ວກັບລົງມາບອກພຣະຍາຣາຊສີຫ໌ວ່າ ຂ້າພະເຈົ້າ ຢາກກິນເນື້ອແບບນັ້ນ ນາຍທ່ານ ຈົງແຜດສຽງເຖີດ ພຣະຍາຣາຊສີຫ໌ກໍຈະໄປຈັບສັຕວ໌ໂຕນັ້ນ ມາເປັນອາຫາຣ ບໍ່ວ່າຈະເປັນສັຕວ໌ຊະນິດໃດ ເຊັ່ນ ເສືອ ຊ້າງ ກະທິງແດງ
 

------ພໍເວລາຜ່ານໄປຫຼາຍປີ ສຸນັຂຈິ້ງຈອກພະຫຍອງ ໄດ້ໃຈເກີດຄວາມຄຶດວ່າ ແມ້ໂຕເຮົາ ກໍເປັນສັຕວ໌ ມີ ໔ ຕີນຄືກັນ ເຫຕຸໃດ ຈະໃຫ້ຜູ້ອື່ນລ້ຽງຢູ່ທຸກມື້ລະ ນັບແຕ່ນີ້ເປັນຕົ້ນໄປ ເຮົາຈະຂ້າຊ້າງເປັນອາຫາຣກິນເອງ ແມ້ແຕ່ຣາຊສີຫ໌ ກໍເພາະອາສັຍເຮົາບອກວ່າ ເຊີນຍ໌ທ່ານແຜດສຽງເຖີດ ເທົ່ານັ້ນ ກໍຈຶ່ງຂ້າສັຕວ໌ຕ່າງໆໄດ້ ຕໍ່ແຕ່ນີ້ ເຮົາຈະໃຫ້ຣາຊສີຫ໌ເວົ້າກັບເຮົາຄືກັນ ໄດ້ເຂົ້າໄປຫາຣາຊສີຫ໌ແລ້ວບອກເຣື່ອງນັ້ນ
 

------ແມ້ຖືກພຣະຍາຣາຊສີຫ໌ເວົ້າເຍາະເຍີ້ຍວ່າເປັນໄປບໍ່ໄດ້ ກໍຕາມ ແຕ່ສຸນັຂຈິ້ງຈອກ ກໍຄົງຈູ້ຈີ້ຢູ່ຈັ່ງຊັ້ນ ພຣະຣາຊສີຫ໌ເມື່ອບໍ່ອາຈຫ້າມມັນໄດ້ ກໍຮັບຄຳ ໃຫ້ສຸນັຂຈິ້ງຈອກນອນໃນທີ່ນອນຂອງຕົນ ແລ້ວໄປຈອບເບິ່ງຊ້າງຕົກມັນທີ່ເທິ່ງພູເຂົາ ພົບແລ້ວ ກໍກັບເຂົ້າມາບອກສຸນັຂຈິ້ງຈອກວ່າ ຈິ້ງຈອກເອີ້ຍ ເຊີນຍ໌ແຜດສຽງເຖີດ
 

------ສຸນັຂຈິ້ງຈອກ ອອກຈາກຖ້ຳທອງ ຊັ່ນຂົນ ເບິ່ງທິສທັ້ງ ໔ ຫອນຂຶ້ນສາມເທື່ອ ແລ່ນໂດດເຂົ້າກັດຊ້າງ ຫວັງທີ່ກ້ານຄໍຊ້າງ ກັບພຼາດໄປຕົກທີ່ໃກ້ຕີນຊ້າງ ຊ້າງຈຶ່ງຍົກຕີນຂວາຂຶ້ນ ໄປຢຽບຫົວຈິ້ງຈອກ ຈົນຫົວກະໂຫລກແຕກໝຸ່ນລະອຽດ ແລ້ວເອົາຕີນຄຶງຮ່າງຂອງມັນ ເຮັດເປັນກອງໄວ້ແລ້ວ ຫງ່ຽວຮາດໃສ່ ຮ້ອງກັມປະນາທເຂົ້າປ່າໄປ ພະຍາຣາຊສີຫ໌ເຫັນຈັ່ນຊັ້ນແລ້ວ ຈຶ່ງກ່າວຄາຖານີ້ວ່າ
 

----ມັນສະໝອງຂອງເຈົ້າໂຫຼ້ນອອກມາ ກະໝ່ອມຂອງເຈົ້າກໍຖືກທຳລາຍ ດູກຂ້າງຂອງເຈົ້າ ກໍຫັກໝົດແລ້ວ ມື້ນີ້ ເຈົ້າເບິ່ງຣຸ່ງໂຣຈນ໌ເຫລືອເກີນ

ນິທານເຣື່ອງນີ້ສອນໃຫ້ຮູ້ວ່າ: ຢ່າຄຶດເຮັດຫຍັງ ເກີນກຳລັງຄວາມສາມາຖຂອງຕົນເອງ

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 10, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມຮັກເກີດຂື້ນມາໃນຫຼາຍໆຮູບແບບເຊັນ: ຮັກພໍ່,ຮັກແມ່,ຮັກອ້າຍເອື້ອຍນ້ອງ,ປ້າລຸງອາວອາ,ວົງສາຄະນາຍາດ.ຮັກຜົວ,ຮັກເມຍ,ຮັກຜູ້ບາວ,ຮັກຜູ້ສາວ ແຕ່ໜວດໃຫ່ຍໆມີຈັກປະເພດ ຄືປະເພດໃດແດ່ ?

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 9, 2010 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

[size=15pt][color=blue]ອິດທິບາດ[/color][/size]

 

[color=brown]ສັນທະ : [size=12pt]ຄວາມພໍໃຈ ໝາຍເຖິງພໍໃຈໃນວຽກຕົນກະທຳຢູ່ ເຖິງວ່າວຽກງານຈະລຳບາກກໍ່່ບໍ່່ທໍ້ຖອຍ ເພື່ອໃຫ້ສຳເລັດໃນສິ່ງທີ່ຕົນປາດຖະໜາ ຄືວຽກທື່ຕົນເອງມັກແລະພໍໃຈ.[/size]

 

ວິຮິຍະ : ຄວາມພາກພຽນພະຍາຍາມ ໝາຍເຖິງດຸໝັ່ນຂະຫຍັນ ໃຊ້ຄວາມພາກພຽນພະຍາຍາມ ອູດສະຫະເປັນໂຕຕັ້ງ ໃນວຽກງານທີເຮົາມັກໃຫ້ສຳເລັດ

 

ຈິດຕະ : ຄວາມເອົາໃຈຈົດຈໍ່ ໝາຍເຖິງ ການເອົາໃຈໃສ່ໃນສິ່ງນັ້ນ ບໍ່່ວ່າຈະກະທຳການໃດໃດ ກໍ່ເອົາໃຈຄິດຕໍ່່ວຽກທີ່ກຳລັງເຮັດຢູ່ຕະຫຼອດເວລາ ເພື່ອບໍ່ໃຫ້ຫຼົງລືມ

 

ວິມັງສາ:[/color]ໄຕ່ຕອງພິຈາລະນາເຫດຜົນ ໝາຍເຖິງ ໝັ່ຄົ້ນຄິດພິຈາລະນາ ປະເມີນຜົນໃນສິ່ງນັ້ນ ຄື ວຽກງານທີ່ກຳລັງກະທຳຢູ່ນັ້ນ

 

ວ່າ ມີຈຸດດີ ຈຸດອ່ອນ ຂໍ້ຄົງຄ້າງ ບ່ອນໃດຄວນປັບປຸງແກ້ໄຂ ໃຫ້ເທດເໝາະ ແລະຫາກົນລະຍົດວິທີການ ທີ່ຈະເຮັດໃຫ້ວຽກງານນັ້ນ ສຳເລັດຕາມເປົ້າ

 

ໝາຍໃດ້.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 5, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ລາຍໃດ້ປະຊາຊາດ(National Income=NI) ໝາຍເຖິງ

ມູນຄ່າລວມຂອງສິນຄ້າແລະບໍລິການຂັ້ນສຸດທ້າຍທີ່ປະຊາຊາດຜະລິດໃດ້ໃນ ໑ ປີ ໂດຍຫັກຄ່າໃຊ້ຈ່າຍໃນການໃຊ້ທືນ ແລະພາສີທາງອ້ອມ(Indirect tax)

       ການວັດແທກລາຍໃດ້ປະຊາຊາດໃນ ໗ ຂັ້ນ

໑. ຜະລິດຕະພັນພາຍໃນປະເທດເບື້ອງຕົ້ນ:(Gross Domestic Products) GDP

        ໝາຍເຖິງ ມູນຄ່າລວມຂອງຜະລິດຕະພັນຂັ້ນສຸດທ້າຍທີ່ຜະລິດຂື້ນໃນອານາເຂດຂອງປະເທດນັ້ນໆ ໃນໄລຍະເວລາ ໑ ປີ ໂດຍລວມມູນຄ່າຂອງສິນຄ້າແລະບໍລິການ ທີ່ຊາວຕ່າງຊາດຜະລິດຂື້ນໃນປະເທດເຂົ້າໄປອີກ.

໒. ຜະລິດຕະພັນປະຊາຊາດເບື້ອງຕົ້ນ :(Gross National Products) GNP

        ໝາຍເຖິງ ມູນຄ່າລວມຂອງສິນຄ້າແລະບໍລິການຂັ້ນສຸດທ້າຍທີ່ປະຊາຊາດຜະລິດຂື້ນ(ໂດຍພົນລະເມືອງຂອງປະເທດເທົ່ນັ້ນ) ໃນໄລຍະ ໑ ປີ

໓. ຜະລິດຕະພັນປະຊາຊາດສຸດທິ :Net National Products) NNP

        ໝາຍເຖິງ ມູນຄ່າລວມຂອງສິນຄ້າ ແລະ ບໍລິການຂັ້ນສຸດທ້າຍເຊິ່ງຄິດຕາມລາຄາຕະຫຼາດ ທີ່ປະຊາຊາດຜະລິດໃດ້ໃນໄລຍະ ໑ ປີ ໂດຍຫັກຄ່າເສື່ອມລາຄາ ຂອງຊັບພະຍາກອນອອກແລ້ວ.

໔. ລາຍໃດ້ປະຊາຊາດ:(National Income)  NI

       (ດັ່ງສະເໜິແລ້ວໃນເບື້ອງຕົ້ນ)

໕. ລາຍໃດ້ສ່ວນບຸກຄົນ:(Personal Income)  PI

        ໝາຍເຖິງ ລາຍໃດ້ຕໍ່ບຸກຄົນທັງໝົດໃນປະເທດກ່ອນຫັກພາສີ ໂດຍລວມທັງລາຍໃດ້ທີ່ເປັນຜົນຕອບແທນ ຂອງປັດໄຈການຜະລິດ ໃດ້ແກ່ :ຄ່າຈ້າງ ຄ່າເຊົ່າ,ດອກເບ້ຍ ແລະ ກຳໄລ.

໖. ລາຍໃດ້ສ່ວນບຸກຄົນສຸດທິ :(Disposable Income)  DI

        ໝາຍເຖິງ ລາຍໃດ້ສ່ວນບຸກຄົນສາມາດນຳໄປໃຊ້ຊື້ສິນຄ້າແລະບໍລິການຕົວຈິງ ເຊິ່ງເປັນລາຍໃດ້ທີ່ຫັກຄ່າພາສີສ່ວນບຸກຄົນປະເພດຕ່າງໆອອກໝົດແລ້ວ.

໗. ລາຍໃດ້ສະເລຍຕໍ່ຄົນ:(Per capital Income) 

        ໝາຍເຖິງ ລາຍໃດ້ສະເລຍຂອງບຸກຄົນໃນປະເທດ ວິທີຫາລາຍໃດ້ສະເລຍຕໍ່ບຸກຄົນ ຫາໃດ້ ໂດຍເອົາລາຍໃດ້ປະຊາຊາດ ຫານດ້ວຍປະຊາກອນທັງໝົດ .

        ດັ່ງນັ້ນການຄຳນວນລາຍໄດ້ປະຊາຊາດຈື່ງເຮັດໃດ້ ໓ ວິທີ ຄື:

໑. ການຄຳນວນຈາກຜົນຜະລິດ.(Product Approach)

໒. ການຄຳນວນຈາກລາຍໃດ້.   (Income Approach)

໓. ການຄຳນວນຈາກລາຍຈ່າຍ. (Expenditure Approach)

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 5, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

ວຽກງານວັດທະນະທຳ ແມ່ນວຽກງານໜຶ່ງທີ່ກ້ວາງຂວາງ ແລະ ກວມເອົາທຸກຂົງເຂດວຽກງານ ໃນຄວາມໝາຍກ້ວາງຂວາງວຽກງານດ້ານວັດທະນະທຳບໍ່ພຽງແຕ່ເຈາະຈົງ ສີລະປະການສະແດງ ,ການເຄື່ອນໄຫວບັນເທີງ ,ວຽກງານວັນນະກຳ,ວັນນະຄະດີ,ພິພິທະພັນວັດຖຸບູຮານ ,ຫໍສະໝຸດພິມຈຳໝາຍ ແລະອື່ນໆ ເທົ່ານັ້ນ ແຕ່ມັນມີຄວາມສຳນຶກລວມກ່ຽວກັບວັດທະນະທຳ ເຊີ່ງແມ່ນຄຸນຄ່າລວມຍອດຜະລິດຕະພັນວັດຖຸ ແລະ ຈິດໃຈທີ່ມະນຸດເປັນຜູ້ສ້າງຂຶ້ນໃນຂະບວນວິວັດປະຫັວດສາດອັນຍາວນານ ເຫດນັ້ນວັດທະນະທຳຈຶ່ງມີບົດບາດໃນການສ້າງສັນ ຫໍ່ຫຼອມຈິດໃຈຂອງຄົນ ຈິ່ງເກີດມີຄວາມເຊື່ອໝັ້ນແລະອຸດົມການ.

        ພັກເຮົາໃດ້ຢືນຢັ້ງວ່າ: ວັດທະນະທຳເປັນພືນຖານແຫ່ງການຄົງຕົວ ແລະຂະຫຍາຍຕົວຂອງຊາດ ,ເປັນກຳລັງດັນໃຫ້ສັງຄົມມີການພັດທະນາ ແລະເປັນຈຸດມຸງໝາຍໃນການພັດທະນາສັງຄົມ ກອງປະຊຸມປະຈຳປີ ໑໙໙໓ ທ່ານ ຄຳໄຕ ສີພັນດອນ ປະທານພັກ ປະທານປະເທດ ໃດ້ເນັ້ນວ່າ '' ພັກເຮົາຍາມໃດກໍ່ຖືວ່າວັດທະນະທຳເປັນສະໝາມຮົບໜຶ່ງ ໃນພາລະກິດຂອງຕົນ ແລະພະນັກງານ ວັດທະນະທຳ ,ນັກສີລະປິນທັງໝົດແມ່ນນັກຮົບປະຕິວັດ ,ຖືວັດທະນະທຳເປັນກຳລັງ ແລະເປັນທັງເປົ້າໝາຍແຫ່ງການພັດທະນາເສດຖະກິດສັງຄົມຂອງປະເທດຊາດ...

        ມະຕິກອງປະຊຸມຄັ້ງທີ ໗ ຢືນຢັນວ່າ: ຈຸດໝາຍການພັດທະນາວັດທະນະທຳ ແລະສ້າງຄວາມສີວິໄລທາງດ້ານຈິດໃຈ ແມ່ນເຮັດໃຫ້ຄົນໃນສັງຄົມມີໂລກະທັດ ມີຊີວະທັດອັນກ້າວໜ້າແລະສົດໃສ ແລະມີຄ່ານິຍົມຖືກຕ້ອງ.

        ບົນພື້ນຖານແນວທາງວັດທະນະທຳຂອງພັກ  ແລະອີງໃສ່ສະພາວະຄວາມເປັນຈິງ ,ເງື່ອນໄຂ ,ຄວາມສາມາດ ແລະສິ່ງແວດລ້ອມພາຍໃນ ແລະສາກົນນັ້ນ ເຄື່ອນໄຫວປະຕິບັດງານດ້ານວັດທະນະທຳ ໃດ້ມີຄຸນປະໂຫຍດໃຫ່ຍຫຼວງ,ປະກອບສ່ວນເຂົ້າໃນການສຶກສາອົບຮົມການເມືອງແນວຄິດຂອງຄົນລາວເປັນຕົ້ນແມ່ນການເຄື່ອນໄຫວ ສີລະປະ,ວັນນະຄະດີອື້່ນໆ...  ປະກອບສ່ວນສຶກສາອົບຮົມນຳ້ໃຈຮັກຊາດ ,ຮັກລະບອບໃໝ່,ນຳ້ໃຈສາມັກຄີໃນວົງຄະນາຍາດແຫ່ງຊາດແລະຄວາມຫ້າວຫັນຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ປະກອບສ່ວນໃນການອົບຮົມແນວຄິດ,ສາມັກຄີ,ການປ້ອງກັນຄວາມສະຫງົບ ຈັນຍາທຳ ,ກໍ່ຄືການດຳເນີນໂຄງການສ້າງຄອບຄົວບ້ານວັດທະນະທຳຢູ່ຂັ້ນຮາກຖານ.

        ການອະນຸລັກຮີດຄອງປະເພນີ ແລະເຮັດບຸນປະເພນີທີ່ດີງາມເຊີ່ງມີບົດບາດໃນການສຶກສາອົບຮົມ ,ອະນຸລັກຮັກສາຊີວິດວັດທະນະທຳ ທີ່ດີງາມຂອງຊາດແລະອະຣິຍະທຳທາງດ້ານຈິດໃຈ.

ການສຳຫຼວດຄົ້ນຄ້ວາວັດຖຸບູຮານ ປູສະນິຍະຖານ,ຮ່ອງຮອຍປະຫວັດສາດທີ່ມີຄຸນຄ່າສູງເປັນມໍລະດົກວັດທະນະທຳແຫ່ງຊາດ ເພື່ອໃຫ້ໃດ້ເຫັນຂໍ້ມູນປະຫັວດສາດ,ຄວາມດຸໝັ່ນການອອກແຮງງານ ແລະມູນເຊື້ອຄວາມສາມັກຄີຕໍ່ສູ້ຢ່າງພິລະອາດຫານ ຂອງປູ່ຢາຕາຢາຍຂອງຊາດລາວເຮົາ.

         ການຄົ້ນຄ້ວາຂຽນເປັນປື້ມ ແລະ ພິມຈຳໜ່າຍກ່ຽວກັບວັດທະນະທຳລາວ ,ພາສາລາວ,ບົດປະພັນວັດທະນະທຳຕ່າງໆ ເປັນການປະກອບສ່ວນອະນຸລັກຮັກສາ ແລະເສີມຂະຫຍາຍການປະດິດແຕ່ງ ,ສຶກສາອົບຮົມຄົນລາວ ,ເອກອ້າງໃນຄວາມເປັນຊາດທີ່ມີພາສາ ແລະ ວັດທະນະທຳເຫິງນານ.

        ເຖິງວ່າການເຄື່ອນໄຫວວັດທະນະທຳທີ່ຜ່ານມາມີຄວາມສຳຄັນ ມີປະໂຫຍດໃນການສຶກສາອົບຮົມແນວຄິດຂອງຄົນໃນສັງຄົມໃຫ້ກາຍເປັນພົນລະເມືອງດີ ມີອະຣິຍະທຳທາງດ້ານຈິດໃຈສູງຂື້ນແລ້ວກໍ່ ຕາມ ຖ້າປຽບໃສ່ຄວາມຮຽກຮ້ອງຕ້ອງການຂອງວັດທະນະທຳໃນປັດຈຸບັນແລ້ວ ເຫັນວ່າມີຫຼາຍບັນຫາທີ່ຕ້ອງໃດ້ເອົາໃຈໃສ່ເປັນຕົ້ນແມ່ນ:

- ມະຫາພາບບໍ່ທັນມີຍຸດທະສາດກ່ຽວກັບກ່ານອະນຸລັກຮັກສາ ສົ່ເສີມແລະພັດທະນາວັດທະນະທຳຂອງຊາດ .

- ການຄຸ້ມຄອງແກ້ໄຂບັນຫາຍັງພໍໃຜພໍລາວ ບໍ່ທັນມີການປະສານງານໜັກແໜ້ນແລະເດັຂາດ.

- ຄວາມຮັບຮູ້ກ່ຽວກັບການສ້າງຄອບຄົວແລະບ້ານວັດທະນະທຳບໍ່ທັນເລິກເຊິ່ງ ຈິ່ງເຮັດໃຫ້ການຈັດຕັ້ງປະຕິບັດຂອງຄະນະພັກ,ອຳນາດການປົກຄອງ ແລະທຸກພາກສ່ວນໃນສັງຄົມບໍ່ເກີດໝາກຜົນ ເຣັດໃຫ້ບ້ານວັດທະນະທຳຂະຫຍາຍຕົວບໍ່ຫຼາຍ.

- ວັດຖຸບູຮານ,ປູສະນິຍະຖານ ສະຖານທີ່ປະຫວັດສາດ ຍັງບໍ່ທັນຖືກຄົ້ນຄວ້າ,ຂົດຄົ້ນສຳຫຼວດໃດ້ໝົດ,ແລະຈຳນວນທີ່ຄົ້ນພົບແລ້ວກໍ່ບໍ່ໄດ້ຮັບການປະຕິສັງຂອນເທົ່າທີ່ຄວນ ບວກໃສສະຕິເປັນເຈົ້າໃນການ ປົກປັກຮັກສາ  ເຮັດໃຫ້ວັດຖຸບູຮານຈຳນວນໜຶ່ງຖືກລັກລອບໄປເປັນຕົ້ນແມ່ນ: ຄ້ອງແລະພຣະພຸດທະຮູບທີ່ມີຄຸນຄ່າຂອງຊາດ.

       ທັງໝົດທີ່ກ່າວມານັ້ນ ແມ່ນສືບເນື່ອງມາຈາກຫຼາຍສາເຫດ ເຊີ່ງໃນນັ້ນບັນຫາສິ່ງເວດລອ້ມກົນໄກເສດຖະກິດ ກໍ່ແມ່ນສາເຫດໜື່ງທີ່ພາໃຫ້ເກີດມີການຊັ່ງຊາປຽບທຽບໃນຖັນແຖວຂອງພະນັກງານ ວັດທະນະທຳກັບພະນັກງານໃນຂົງເຂເອື່ນ (ຄັດຫຍໍ້ຈາກປື້ມ ລາວສຶກສາ )

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 24, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ເປັນມະນຸດເປັນໃດ້ເພາະໃຈສູງ                                      ເໝືອນນົກຍູງມີດີທີ່ແວວຂົນ

ຖ້າໃຈຕ່ຳເປັນໃດ້ພຽງແຕ່ຄົນ                                         ຍ່ອມເສຍທີທີ່ຕົນໃດ້ເກີດມາ

ໃຈສະອາດໃຈສະຫວ່າງໃຈສະຫງົບ                                   ຖ້າມີຄົບຄວນຮຽກມະນຸສຍ໌ສາ

ເພາະເຮັດຖືກເວົ້າຖືກທຸກເວລາ                                       ຄືນຫັນສາຄືນວັນສຸກສັນຈິງ

ໃຈສົກກະປົກມືດມົວແລະໝອງເສົ້າ                                ໃຜມີເຂົ້າຄວນຮຽກວ່າຜີສິງ

ເພາະເວົ້າຜິດເຮັດຜິດຈິດຄະນິງ                                       ແຕ່ໃນສິ່ງນຳຕົວກົວອະບາຍ

ຄິດເບິ່ງເຖີດຖ້າໃຜບໍ່ຢາກຕົກ                                          ຈົ່ງຮີບຍົກໃຈຕົນຮີບຂົນຂວາຍ

ໃຫ້ໃຈສູງເສຍໃດ້ກ່ອນຕົວຕາຍ                                         ກໍ່ສົມໝາຍທີ່ເກີດມາຢ່າງສົມບູນ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 24, 2010 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ມັກຜົນສະໄໝໃໝ່ມີໃຜຮູ້             ໃດ້ພິສູດປະຕິບັດແລ້ວຫຼືບໍ່

ພຽງແຕ່ຈຳແລ້ວສອນປາກບອນໄປ   ສະໃໝໃດກິນນ້ຳຕານບໍ່ຫວານເອີຍ

ຄົນໂງ່ດອກບອກມັກຜົນພົ້ນສະໃໝ   ບໍ່ສົນໃຈທຳຈິງດັ່ງຄຳສອນ

ຮູ້ພຽງຈຳຮູ້ຈັກແລະໄຫ້ວວອນ          ພະອົງສອນວ່າທັມມະບໍ່ລະກາລ

ຜູ້ຮູ້ຄຸນນັກປຣາຊຍ໌                      ບໍ່ປະຫຼາດຕໍ່ສິ່ງໃດ

ໂດເດອວດຕາວັນ                        ຕໍນັ້ນກໍຄືຕໍັ

ກ່ອນເກີດ                                 ບໍໍ່ຮູ້ວ່າມາຈາກໃສ   

ເມື່ອຕາຍ                                 ບໍ່ຮູ້ວ່າຈັກໄປບ່ອນໃດ

ເມື່ອມີຊີວິດຢູ່                             ເຮົາຄວນເຮັດຫຍັງ

ຜູ້ມີປັນຍາຍ່ອມທຳຈິດທີ່ດິ້ນລົນຕະຫຼອດໄປ  ໃຫ້ສະຫງົບ

ຄົນເກັ່ງມີມາກ                            ຄົນຫາຍາກຄືຄົນດີ

ບໍ່່ຖືກໃຈ                                    ແຕ່ຕ້ອງໃຫ້ຖືກຕ້ອງ

ຝົນຍ່ອມຮົ່ວເຮືອນທີ່ມຸງບໍ່່ດີສັນໃດ      ຣາຄະຍອ່ມຮົ່ວທີ່ຈິດໃຈບໍ່ໃດ້ອົບຮົມສັນນັ້ນ.