ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄວາມປິຕິແຫ່ງພຸດທະ

 

ຖ້າວ່າສິ່ງທັງປວງເປັນອະນິດຈັງ ເປັນທຸກ ແລະ ເປັນສິ່ງບໍ່ແມ່ນຕົວຕົນ ແລະແລ້ວສິ່ງໃດເປັນສິ່ງບົ່ງບອກສະພາວະທັມນັ້ນ? ມີຊາຍຄົນໜຶ່ງ ກຳລັງສັງເກດເບິ່ງສາຍນ້ຳໄຫຼ ຖ້າຫາກວ່າລາວບໍ່ປາດຖະໜາໃຫ້ນ້ຳໄຫຼຕາມທຳມະຊາດຂອງມັນ ເພື່ອປ່ຽນແປງທຳມະຊາດທີ່ບໍ່ອາດຢຸດນິ້ງໄດ້ ເຂົາຈະຕ້ອງເປັນທຸກຢ່າງມະຫັນ. ອີກຊາຍຄົນໜຶ່ງເຂົ້າໃຈວ່າ ທຳມະຊາດຂອງນ້ຳຈະຕ້ອງໄຫຼຢູ່ຢ່າງນັ້ນ ບໍ່ວ່າລາວຈະມັກ ຫຼືບໍ່ມັກໃຫ້ມັນໄຫຼ ໂດຍເຫດນີ້ ລາວຈິ່ງບໍ່ທຸກ. ເພື່ອຢາກຮູ້ສະພາວະດັ່ງກະແສນ້ຳນີ້ ຄວາມບໍ່ທ່ຽງຂອງຄວາມສຸກ ຄວາມບໍ່ມີຕົວຕົນ ຈຳເປັນຕ້ອງສະແຫວງຫາສິ່ງທີ່ທ່ຽງແລະປາສະຈາກທຸກ ເພື່ອສະແຫວງຫາຄວາມສຸກທີ່ແທ້ຈິງໃນໂລກ.



"ເມື່ອນັ້ນ", ອາດມີບາງຄົນຖາມວ່າ,"ຄວາມໝາຍຂອງຊີວິດແມ່ນຫຍັງ?"ອາຕະມາບໍ່ສາມາດບອກທ່ານໄດ້. ເປັນຫຍັງທ່ານຕ້ອງກິນ? ທ່ານກິນກໍ່ເພື່ອຈະບໍ່ໄດ້ກິນອີກ ທ່ານເກີດມາເພື່ອວ່າຈະບໍ່ຕ້ອງເກີດອີກ.



ເມື່ອເວົ້າເຖິງສະພາວະຄວາມເປັນຈິງຂອງສິ່ງທັງປວງ ຄວາມຫວ່າງເປົ່າ ຫຼື ສຸນຍະຕາ ມັນຍາກທີ່ຈະອະທິບາຍ ເມື່ອເວລາຟັງເທດແລ້ວ ເຮົາຈະຕ້ອງປະຕິບັດເພື່ອເຂົ້າໃຈ. ເປັນຫຍັງເຮົາຈິ່ງຕ້ອງປະຕິບັດ ຖ້າບໍ່ມີຄຳວ່າ ເປັນຫຍັງ ເຮົາກໍຈະພົບຄວາມສຸກ. ຄວາມທຸກກໍ່ຈະບໍ່ຕິດຕາມບຸກຄົນຜູ້ປະຕິບັດໄດ້ເຊັ່ນນີ້.



ຂັນທັງ ໕ ເປັນເໝືອນຂ້າຕະກອນ ຫາກເມື່ອໃດຢຶດຕິດກັບຮ່າງກາຍ ພວກເຮົາຈະເກີດອຸປະທານທີ່ໃຈ ແລະໃນທາງກັບກັນ. ພວກເຮົາຈະຕ້ອງຢຸດຟັງຄວາມໃຈຂອງເຮົາ ໃຊ້ສີນເພື່ອຂົ່ມໃຈ ເພື່ອສັງວອນລະວັງ ແລະເພື່ອສະຕິທີ່ຕັ້ງໝັ້ນ. ແລ້ວທ່ານກໍ່ຈະເຫັນການເກີດຂື້ນຂອງຄວາມສຸກ ແລະຄວາມທຸກ ແລະພະຍາຍາມບໍ່ຄ້ອຍຕາມທັງສອງຢ່າງນີ້ ຮູ້ແຈ້ງວ່າ ສັບພະສິ່ງເປັນອະນິດຈັງ ເປັນທຸກ ແລະເປັນຂອງບໍ່ມີຕົວຕົນ. ຮຽນຮູ້ຄວາມສະມະຖະ(ຄວາມທຸ່ນທ່ຽງ, ຄວາມນິ້ງແຫ່ງຈິດ) ໃນຄວາມສະມະຖະນີ້ກໍ່ໃຫ້ເກີດຄວາມປິຕິສຸກແຫ່ງພຸດທະ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 6, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ວິທີນັ່ງສະມາທິ(ຫຍໍ້)
ການໄປສົມໂພດພຣະມີການນິຍົມກັນຢ່າງແຜ່ຫຼາຍ ແລະເປັນຍອດປາຖນາຂອງຍາດໂຍມລາວທຸກ ຄົນ ເພາະຖືວ່າເປັນການທໍາບຸນທີ່ບັນດານຜົນສໍາເລັດຫຼາຍປະການ (ຕາມຄວາມເຊື່ອສັດທາຂອງແຕ່ລະ ຄົນ) ບາງທ່ານກໍມີຄວາມປາຖນາໄວ້ໃນໃຈວ່າໃນຊີວິຕໜຶ່ງ ຄວນຈະຫາໂອກາດໄປຮ່ວມງານສົມໂພດໃຫ້ ໄດ້ ບາງຄົນກໍຕັ້ງໃຈວ່າ ຄວນຈະຫາໂອກາດໄປຮ່ວມງານສົມໂພດ 9 ຄັ້ງ, ບາງທ່ານຄວນຈະໃຫ້ໄດ້ເຖິງ 11 ຄັ້ງ, ມີບາງຄົນມີຄວາມຕັ້ງໃຈໝັ້ນ 1 ຕ້ອງໄປຮ່ວມສົມໂພດໃຫ້ ໄດ້ເຖິງ 9 ວັດ ຫຼື 11 ວັດ ແລະມີຫຼາຍຄົນກໍປະຕິບັດໄດ້ດັ່ງນັ້ນຫຼ ວງຫຼາຍ ສົມຕາມມະໂນເຈຕະນາຂອງ
ການໄປຮ່ວມສົມໂພດພຣະພຸດທະຮູບນັ້ນ ນອກຈາກໃຫ້ທານ ຄືໄດ້ຖວາຍປັຈຈັຍດ້ວຍລັກສະນະ ຕ່າງໆແລ້ວ, ຍັງໄດ້ຮັກສາສີນ 5 ຫຼືສີລ 8 ຕະຫຼອດຄືນ ແລະໄດ້ຟັງທັມມະເທສນາ ແລະໄຫວ້ອີກ ທີ່ສໍາ ຄັນກໍຄືການນັ່ງສະມາທິນັ້ນເອງ.
ການນັ່ງສະມາທິນັ້ນ ນັ່ງແບບໃດຈຶ່ງຖືກຕ້ອງ, ໃຫ້ເຂົ້າໃຈງ່າຍໆ ດັ່ງນີ້ ຄື:
- ຜູ້ຊາຍ: ນັ່ງຂັດຖະໝາດ(ຂັດສະມາທິ) ເອົາຂາຂວາເຕັງຂາຊ້າຍ ແລ້ວເອົາມີຂວາມເຕັງມືຊ້າຍ ໃຫ້ຫົວໂປ້ມືຈຸກັນ, ທໍາຕົວໃຫ້ກົງ ຕັ້ງຫົວໃຫ້ຊື່ສໍາພັນກັບກະດູກສັນຫຼັງບໍ່ໃຫ້ກະດູກສັນຫຼັງງໍ ຫຼືບ້ຽວ ຈະບໍ່ໄດ້ເຈັບຫຼັງງ່າຍ.
- ສໍາລັບຜູ້ຍິງໃຫ້ເຮັດຄືຜູ້ຊາຍ ແຕ່ມີບາງທ່ານບໍ່ກ້ານັ່ງຂັດຖະໝາດ, ກໍໃຫ້ນັ່ງຂັດຖະໝອບກໍໄດ້ ແຕ່ໃຫ້ເຮັດເໝືອນຜູ້ຊາຍທຸກຢ່າງ.
- ການກໍານົດລົມຫາຍໃຈ: ຫາຍໃຈເຂົ້າວ່າ “ພຸດ” ຫາຍໃຈອອກວ່າ “ໂທ” ຫລື ຫາຍໃຈເຂົ້າວ່າ “ຍຸບໜໍ” ຫາຍໃຈອອກວ່າ “ພອງໜໍ” ຕາມລົມເຂົ້າ ແລະຕາມລົມອອກສະໝໍ່າສະເໝີ ຫົວລົມຢູ່ທີ່ປາຍດັງ, ທ້າຍລົມຢູ່ທີ່ທ້ອງນ້ອຍຫຼືສາຍບື , ລົມເຂົ້າຍາວກໍໃຫ້ຮູ້ວ່າຍາວ ສະໝໍ່ສະເໝີ ບໍ່ໃຫ້ບັງຄັບລົມຫາຍໃຈ ໃຫ້ປ່ອຍຕາມຄວາມເປັນຈິງ ເຮັດໄປເລື້ອຍໆ ແຕ່ໃຫ້ຮູ້ການ ເຄື່ອນໄຫວຂອງຮ່າງກາຍຂອງເຮົາທຸກໄລຍະ ຄືໃຫ້ກໍານົດຮູ້ ວ່າມີຫຍັງເກີດຂຶ້ນ ຖ້າມັນເກີດຂຶ້ນ ກໍ ໃຫ້ກໍານົດຮູ້ສາ ຢ່າຝືນ ຢ່າຕິດ ແຕ່ຈົ່ງຕາມກໍານົດຮູ້ວ່າສິ່ງທີ່ເກີດນັ້ນ ບໍ່ນານມັນກໍຈະປ່ຽນແປງໄປ ເປັນຢ່າງອື່ນ ບໍ່ຄົງທົນ.
- ຮູບ, ສຽງ, ກິ່ນ, ຣົສ, ໂຜສຖັພພະ, ທັມມາຣົມ ທີ່ເກີດຂຶ້ນ, ມັນຈະກະທົບກັບອິນຊີທັງ 6 ພາຍໃນອັນຄື ຕາ, ຫູ, ດັງ, ລິ້ນ ກາຍ ແລະໃຈ ໃຫ້ກໍານົດຮູ້ ແລະຕັດຖິ້ມສາ ທໍາຈົນໃຈສະຫງົບ ຫລືສິ່ງນີ້ບໍ່ເກີດຂຶ້ນ ຮຽກວ່າ “ເປັນສະມາທິ” ຫລື “ໄດ້ສະມາທິ”.
- ຈົ່ງເຂົ້າໃຈວ່າ: ການນັ່ງສະມາທິ ຄືການສະຫງົບໃຈ ກໍາຈັດອາສາວະທີ່ມັນມາພົວພັນກັບໃຈລົງໄດ້ ຈົນເກີດຊານ ຍານ ແລະປັນຍາຕາມລໍາດັບ ແລ້ວດັບສັພພະອັນຕະຣາຍລົງ ກໍເກີດ ປິຕິ ກະເສີມ ແລະສຸຂ ໃນອິຣິຍາບົດຕ່າງໆ.
ເປົ້າໝາຍຂອງການສົມໂພດພຣະ
- ເປົ້າໝາຍຂອງການສົມໂພດພຣະ ກໍຄື
1. ເປັນການທໍາບຸນຊະນິດໜຶ່ງ,
2. ເຮັດໃຫ້ພຣະສັກສິດ ເປັນທີ່ຂາບໄຫວ້ສັກກາຣະບູຊາຂອງຄົນ ແລະເທວະດາທັງໝົດທັງປວງ, 3. ເປັນການທໍາສະມາທິອົບຮົມ ຈິດໃຫ້ຢູ່ໃນຄວາມສະຫງົບຄາຍຈາກກິເລສ(ໂລບ, ໂກດ, ຫຼົງ).
- ສະນັ້ນອານິສົງຂອງການສົມໂພດພຣະຈຶ່ງ ມີຫຼາຍຄື:
1. ໄດ້ບຸນ ປາຖະໜາເອົາມະນຸດສົມບັດ, ສະຫວັນສົມບັດ ແລະພະນິພພານສົມບັດ.
2. ກໍາຈັດບາບເຄາະທັງໃນອະດີດ ແລະປັດຈຸບັນໄດ້.
3. ລ້າງບາບ ແລະສະເດາະເຄາະອັນໃຫຍ່ຫຼວງລົງ.
4. ຮັກສາ ຫຼືບົວພະຍາດບາງຊະນິດໄດ້(ຫາກທໍາສະມາທິໄດ້, ເນັ້ນໜັກຕ້ອງທໍາສະມາທິໄດ້).
5. ກໍາຈັດຄວາມງົມງາຍ ແລະຫຼົງໃນລາບ ຍົດ ກຽດ ແລະຊື່ສຽງລົງໄດ້, ແລ້ວໃຫ້ມີລາບ ຍົດ ກຽດ ແລະຊື່ສຽງມາປະດັບຊີວິຕ.
6. ປົກປ້ອງ ແລະສົ່ງເສີມພຣະພຸດທະສາສນາໃຫ້ໝັ້ນຄົງຕາບເທົ້າຫ້າພັນພຣະວັດສາ.
7. ແລະອື່ນໆ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 6, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ
ຄົນຈະດີ ຫຼືຊົ່ວໄດ້ຕ້ອງມີເຫດ ແລະປັດໄຈ ຄຸນສົມບັດຂອງຄົນດີ ຈຶ່ງມີວິທີການ ຫຼືສູດສຳເລັດຢູ່ ໗ ປະການ ເຊິ່ງຮຽກວ່າ "ສູດ ໕ ຮ" ນັ້ນເອງ ດັ່ງນີ້:

໑। ຮູ້ເຫດແຫ່ງຄວາມເສື່ອມ ເຫດແຫ່ງຄວາມຈະເຣີນ।
໒। ຮູ້ຜົນ ຄື ຮູ້ສຸກເກີດຈາກເຫດອັນນັ້ນ ທຸກກໍຕ້ອງເກີດຈາກເຫດອັນນີ້।
໓। ຮູ້ຈັກຕົນເອງ ຄືວ່າຮູ້ວ່າຕົນມີຄວາມຮັບຜິດຊອບ ແລະມີໜ້າທີ່ອັນໃດ ? ທີ່ຕ້ອງປະຕິບັດແຕ່ລະວັນ।
໔। ຮູ້ຈັກປະມານໃນການໃຊ້ຈ່າຍ ການກິນ ການນອນ ການເວົ້າ।
໕। ຮູ້ຈັກໃຊ້ເວລາໃຫ້ຖືກຕ້ອງ ແລະເໝາະສົມກັບໜ້າທີ່ການງານ।
໖। ຮູ້ຈັກສັງຄົມ ວ່າສັງຄົມນັ້ນເປັນຢ່າງໃດ ? ສັງຄົມນີ້ເປັນຢ່າງໃດ ?
໗। ຮູ້ຈັກບຸກຄົນ ວ່າເຂົາເປັນເຊັ່ນໃດ ມີໜ້າທີ່ຫຍັງ ຖ້າເປັນຄົນດີຄວນຄົບ ຖ້າເປັນຄົນຊົ່ວຄວນເວັ້ນເສັຍ ດັ່ງນີ້ເປັນຕົ້ນ