ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 23, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

 ນັກວິໃຈບອກວ່າ ຄົນທີ່ຖູແຂ້ວບໍ່ຖືກວິທີອາດເສຍຊີວິດດ້ວຍໂລກມະເລັງ ເພາະຫິນປູນຫລື ແບກທີເຣີຍໃນຜົ້ງປາກອາດເຮັດໃຫ້ອາຍຸສັ້ນລົງ 13ປີ

ຄົນທີ່ມີແບກທີເຣີຍຈຳນວນຫລາຍໃນພື້ນຜິວຂອງແຂ້ວແລະເຫືອກມີໂອກາດສ່ຽງເພີ່ມຂື້ນເປັນ 80% ທີ່ຈະເສຍຊີວິດກ່ອນໄວອັນຄວນ

 

ນັກວິໃຈບອກວ່າ ການຕິດເຊື້ອ ແລະ ການອັກເສບເປັນສາເຫດຫລັກເຖິງ 1ໃນ5 ຂອງການເກີດໂລກມະເລັງ ເຊີ່ງມັກຈະພົບໃນຄົນປ່ວຍໂລກເຫືອກທີ່ເກີດຈາກຫີນປູນ

ໂລກເຫືອກເຮັດໃຫ້ມີກິ່ນປາກ ເລືອດອອກຕາມຊ່ອງແຂ້ວ ແຂ້ວແມງ ແຂ້ວຫລ່ອນ ແຂ້ວຫລຸດອອກເພາະຫີນປູນຈັບຕາມຊອກແຂ້ວກັບເຫືອກ

ໂລກນີ້ຍັງເຊື່ອມໂຍງດ້ວຍໂລກຫົວໃຈ ເຊີ່ງການອັກເສບຂອງເຫືອກໄດ້ນຳເອົາເຊື້ອໂລກເຂົ້າສູ່ກະແສເລືອດ

 

 

ຈັ່ງໃດ ຈຂກທ ກໍ່ຝາກທຸກທ່ານເບີ່ງແຍງສຸຂະພາບໂດຍສະເພາະແມ່ນ ສຸຂະພາບທາງຊ່ອງປາກຂອງເຮົານຳເດີ້

 

ຂອບໃຈທີ່ມາແລະຮູບຈາກ : yenta4.com

ແປໂດຍ: gt701 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 1, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

ນັກ​ວິ­ໄຈ​ບອກ​ວ່າ ຄົນ​ທີ່​ຖືກ​ກົດ​ດັນ​ດ້ວຍ​ບັນ­ຫາ​ໃນ​ເຮືອນ ໃນ​ບ່ອນ​ເຮັດ​ວຽກ ໃນ​ໄລ­ຍະ​ເວ­ລາ​ກ່ອນ​ໜ້າ­ການ​ຖື­ພາ ມີ​ໂອ­ກາດ​ສູງ​ກ່ວ​າ​ປົກ­ກະ­ຕິ ທີ່​ຈະ​ເກີດ​ລູກ​ອອກ​ມາ​ເປັນ​ຜູ້­ຍິງ.

ຜົນ­ງານ ​ນັກ​ສຶກ​ສາ​ມະ­ຫາ­ວິ­ທະ­ຍາ­ໄລ ອອກ​ຊະ​ຟອດ ຮ່ວມ​ກັບ​ນັກ​ວິ­ໄຈ​ຂອງ​ສະ­ຫະ­ລັດ​ບົ່ງ​ວ່າ ໃນ​ໄລ­ຍະ​ເສດ­ຖະ­ກິດ​ຖົດ​ຖອຍ ຫຼື ວິ​ກິດ​ການ​ຕ່າງໆ ມັກ​ມີ​ເດັກ­ນ້ອຍ​ຜູ້​ຊາຍ​ເກີດ​ໜ້ອຍ​ລົງ ງານ​ວິ­ໄຈ​ຫຼ້າ​ສຸດ​ນີ້ ເປັນ​ຊິ້ນ​ທຳ​ອິດ​ທີ່​ສຶກ​ສາ​ຄວາມ​ສຳ­ພັນ​ລະ­ຫວ່າງ ຄວາມ​ເຄັ່ງ​ຄຽດ​ກັບ​ລະ­ດັບ​ຮໍ​ໂມນ ຄວາມ​ຕຶງ​ຄຽດ​ຂອງ​ຜູ້­ຍິງ​ທີ່​ເຂົ້າ​ຮ່ວມ​ໂຄງ­ການ​ວິ­ໄຈ​ນີ້ 338 ຄົນ​ຈາກ​ທົ່ວ​ປະ­ເທດ​ອັງ­ກິດ ຊຶ່ງ​ກຳ­ລັງ​ພະ­ຍາ­ຍາມ​ຈະ​ຖື­ພາ ໄດ້​ຈົດ​ບັນ­ທຶກ​ເລື່ອງ​ລາວ​ໃນ​ຊີ­ວິດ​ປະ­ຈຳ​ວັນ ຊີ­ວິດ​ທາງ​ເພດ​ລົງ​ໃນ​ສະ­ໝຸດ​ບັນ­ທຶກ ແລະ ໄດ້​ຕັ້ງ​ແບບ​ສອບ​ຖາມ​ກ່ຽວ​ກັບ​ຄວາມ​ເຄັ່ງ​ຄຽດ​ຂອງ​ຕົວ​ເອງ ແລະ ແພດ​ໄດ້​ວັດ​ລະ­ດັບ​ຮໍ​ໂມນ​ຄວາມ​ຄຽດ​ຄໍ​ຕິ​ໂຊນ ໃນ​ໄລ­ຍະ​ຫຼາຍ​ເດືອນ​ກ່ອນ​ຖື­ພາ.

ໃນ​ຈຳ­ນວນ​ເດັກ​ທີ່​ເກີດ​ຂຶ້ນ​ນັ້ນ ເປັນ​ຊາຍ 58 ຄົນ ຍິງ 72 ຄົນ ຊຶ່ງ​ຕາມ​ປົກ­ກະ­ຕິ ໃນ​ອັງ­ກິດ​ຈະ​ມີ​ເດັກ­ນ້ອຍ​ຜູ້​ຊາຍ​ເກີດ 105 ຄົນ​ຕໍ່​ຈຳ­ນວນ​ເດັກ​ຜູ້­ຍິງ​ທຸກໆ 100 ຄົນ.

ລາຍ​ງານ​ຊຶ່ງ​ນຳ​ສະ­ເໜີ​ ຕໍ່​ກອງ​ປະ­ຊຸມ​ຂອງ​ສະ­ມາ­ຄົມ​ການ​ແພດ ດ້ານ​ຈະ­ເລີນ​ພັນ​ອາ­ເມ­ລິ­ກາ ລະ­ບຸ​ວ່າ ໃນ​ຈຳ­ນວນ​ຜູ້­ຍິງ​ທີ່​ມີ​ຮໍ​ໂມນ​ຄວາມ​ຄຽດ​ສູງ​ສຸດ 50% ນັ້ນ ອັດ­ຕາ​ການ​ໄດ້​ເດັກ​ເພດ​ຍິງ​ໄດ້​ເພີ່ມ​ສູງ​ຂຶ້ນ.

ລາຍ​ງານ​ຕໍ່​ກອງ​ ປະ­ຊຸມ​ຊຶ່ງ​ມີ​ຂຶ້ນ​ທີ່​ເມືອງ​ອໍ​ລັນ​ໂດ ລັດ​ຟລໍ​ຣິ​ດາ ສະ­ຫະ­ລັດ​ອາ­ເມ­ລິ­ກາ ຊີ້​ແຈງ​ວ່າ ຜູ້­ຍິງ​ທີ່​ມີ​ຄວາມ​ເຄັ່ງ​ຄຽດ​ສູງ​ສຸດ ມີ​ທ່າ​ອ່ຽງ​ຫຼຸດ​ລົງ​ເຖິງ 75% ທີ່​ຈະ​ໄດ້​ລູກ​ຊາຍ ເມື່ອ​ທຽບ​ກັບ​ກຸ່ມ​ທີ່​ມີ​ຄວາມ​ຕຶງ​ຄຽດ​ໜ້ອຍ​ທີ່​ສຸດ ລະ­ດັບ​ຄໍ​ຕິ​ໂຊນ​ຈະ​ເພີ່ມ​ຂຶ້ນ ເມື່ອ​ຄົນ​ເຮົາ​ມີ​ຄວາມ​ຕຶງ​ຄຽດ​ຕິດ­ຕໍ່​ກັນ​ຍາວ​ນານ ເຊັ່ນ: ຖືກ​ກົດ​ດັນ​ໃນ​ບ່ອນ​ເຮັດ​ວຽກ ຫຼື ມີ​ຄວາມ​ສຳ­ພັນ​ທີ່​ບໍ່​ດີ​ກັບ​ຄົນ​ອ້ອມ​ຂ້າງ.

ນັກ​ວິ­ໄຈ​ຂອງ​ ມະ­ຫາ­ວິ­ທະ­ຍາ­ໄລ​ອອກ​ຊະ​ຟອດ ດີ.ເຊ​ຊິ​ເລຍ​ໄພ​ເພີ ບອກ​ວ່າ ເລື່ອງ​ເງິນ​ຄຳ​ກໍ​ມີ​ສ່ວນ​ເຮັດ​ໃຫ້​ຕຶງ​ຄຽດ​ດ້ວຍ ນັກ​ວິ­ໄຈ​ຍັງ​ບໍ່​ຮູ້​ວ່າ ເປັນ​ຫຍັງ​ການ​ມີ​ຄໍ​ຕິ​ໂຊນ​ຢູ່​ໃນ​ລະ­ດັບ​ສູງ ຈຶ່ງ​ຫຼຸດ​ໂອ­ກາດ​ທີ່​ຈະ​ໄດ້​ລູກ​ຊາຍ ເພດ​ຂອງ​ເດັກ​ນັ້ນ​ຖືກ​ກຳ­ນົດ​ໂດຍ​ໂຄຣ​ໂມ​ໂຊມ​ໃນ​ສະ​ເປີມ​ຂອງ​ພໍ່ ເພດ​ຈຶ່ງ​ຖືກ​ກຳ­ນົດ​ເມື່ອ​ເກີດ​ການ​ປະ­ຕິ­ສົນ­ທິ ເປັນ​ໄປ​ໄດ້​ວ່າ ການ​ມີ​ຄໍ​ຕິ​ໂຊນ​ໃນ​ລະ­ດັບ​ສູງ ເຮັດ​ໃຫ້​ຕົວ​ອ່ອນ​ເພດ​ຊາຍ ຝັງ​ຕົວ​ກັບ​ມົດ​ລູກ​ໄດ້​ຍາກ​ຂຶ້ນ.

ນອກ­ຈາກ​ນີ້ ເດັກ​ເພດ​ຊາຍ​ມັກ​ອ່ອນ­ແອ​ກ່ວ​າ ຈຶ່ງ​ມີ​ທ່າ​ອ່ຽງ​ຫຼາຍ​ກ່ວ​າ ທີ່​ຈະ​ຫຼຸ​ເມື່ອ​ຄໍ​ຕິ​ໂຊນ​ຢູ່​ໃນ​ລະ­ດັບ​ສູງ ເຮັດ​ໃຫ້​ມີ​ເດັກ​ຜູ້­ຍິງ​ເກີດ​ຫຼາຍ​ກ່ວ​າ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2011 | ມີ 21 ຄຳເຫັນ ແລະ 0 trackback(s)

 ມາ​ຮູ້ຈັກ​ກັບ​ຄົນ​ຫມວດ​ເລືອດ O 

 

  1. ຄວາມ​ຮັກ: ຮັກ​ໃຜ​ຮັກ​ຈິງ, ທຸ້ມ​ເທ​ເຕັມ​ຮ້ອຍ ​ແຕ່​ມັກ​ມີ​ຟອມ(ຄື​ຄົນ​ປຽບ​ໃຫຍ່)

- ຕອນ​ມີ​ຄວາມ​ຮັກ ກໍ່​ຈະ ຮ້ອນ​ແຮງ​ສຸດໆ ຈົນ​ລະ​ເບີດ​ໄດ້ 
- ຫາ​ກໄດ້​ຮັກ​ໃຜ​ແລ້ວ​ຈະ​ທຸ້ມ​ເທ​ໃຫ້​ຫມົດ​ທັ້ງຕົວ​ແລະ​ຫົວ​ໃຈ 
- ​ເວລາ​ຫລົງ​ຮັກ​ໃຜ​ຂ້າງ​ດຽວ ຈະ​ມັກ​ໄປ​ຢູ່​ບ່ອນທີ່​ຄິດ​ວ່າ​ຈະ​ພົບ​ເຂົາ​ແລ້ວ​ກໍ່​ເລິ່ມມອງ​ຫາ ມອງ ມອງ ມອງ​ຫາ​ເຂົາ​ແຕ່​ເຂົາ​ບໍ່​ມາ​ກະ​ຄອຍ​ເກີ້​ຢູ່​ຫັ້ນແຫລະ 
- ຫາກ​ກຳລັງ​ເບິ່ງໆ​ກັນ​ໄປ​ກັບ​ໃຜ​ຜູ້​ຫນຶ່ງ ​ເວລາ​ຍ່າງ​ສວານ​ທາງ​ກັນ ຄົນ​ຫມວດ​ເລືອກ O ຈະ​ທຳທ່າ​ເຮັດ​ຄື​ບໍ​ເຫັນ ​ເພື່ອ​ໃຫ້​ຝ່າຍ​ນັ້ນ​ທັກ​ທາຍ​ກ່ອນ( ​ແບບ​ວ່າ​ບໍ່​ຍອມ​ເສຍປຽບ) 
- ​ເວລາ​ພົບ​ຫນ້າ​ຄົນ​ທີ່​ໂຕ​ເອງ​ລັກ​ມັກ ຈະ​ທຳທ່າ​ເສີຍໆ​ຫລຽວ​ໄປ​ທາງ​ອື່ນ ທັ້ງໆ​ທີ່​ໃຈ​ລອຍ​ໄປ​ຢູ່​ກັບ​ເຂົາ​ຕັ້ງ​ແຕ່​ເຫັນ​ກັນ​ທຳ​ອິດ​ພຸ້ນ 
- ຈົດ​ຈຳ​ລາຍ​ລະອຽດຂອງ​ເຂົາ​ຄົນ​ນັນ​ໄດ້​ຢ່າງ​ຊັດ​ເຈນ​ວ່າ ​ເຫັນເຂົາຢູ່​ໃສ ຕອນ​ໃດ ຕອນ​ນີ້​ເຂົາ​ກຳລັງ​ເຮັດ​ຫຍັງ ຄົນ​ຫມວດ​ເລືອດ​ນີ້ ຈະ​ຈື່​ໄດ້​ຫມົດ 
- ເມື່ອ​ຕົກ​ຫລຸມ​ຮັກ​ໃຜ​ຜູ້​ຫນຶ່ງ ​ເພງ​ຫວານໆ ບໍ່​ວ່າ​ຈະ​ເກົ່າ​ຫລື​ໃຫມ່​ຈະ​ຖືກ​ຂັບ​ຮ້ອງ​ອອກ​ມາ​ຈາກ​ປາກ​ຂອງ​ຄົນໆ​ນີ້ ຕະຫລອດ​ເວລາ (​ແບບ​ວ່າ Inlove) 
- ແຕ່​ໃນ​ເວລາ​ດຽວ​ກັນ ຄົນ​ຫມວດ​ເລືອດ​ນີ້​ອາດ​ມັກ​ໄດ້​ຫລາຍໆ ​ແຕ່ ຮັກ​ຄົນ​ດຽວ 
- ເປັນ​ຄົນFriendly ​ແລະ ປະຕິ​ເສດ​ຄົນ​ບໍ່​ເປັນ ​ເຮັດ​ໃຫ້​ຄົນ​ທີ່​ມາ​ຈີບ ຄິດ​​ເຂົ້າ​ຂ້າງ​ໂຕ​ເອງ​ສະ​ເຫມີ 
- ການ​ໃຫ້​ຂອງ​ຂັວນກັບ​ໃຜ​ຜູ້​ຫນຶ່ງ ຫາກ​ມີ​ເວລາ​ພໍ​ເຂົາ​ຈະ​ເຮັດ​ດ້ວຍ​ມື​ເຂົາ​ເອງ​ເພາະ​ເຂົາ​ຄິດ​ວ່າ​ມັນ​ເປັນ​ຂອງ​ຂວັນ​ທີ່​ຈິງ​ໃຈ​ທີ່​ສຸດ 
- ​ເວລາ​ອົກຫັກຈະ​ມັກ​ໄປ​ນັ່ງ​ມອງ​ຂອງ​ເກົ່າໆ ສະຖານ​ທີ່​ເກົ່າໆ ຄິດ​ເຖິງ​ເຫດການ​ເກົ່າໆ ​ແລ້ວ​ກໍ່​ມາ​ນັ່ງ​ເສົ້າ​ຢູ່​ງຽບໆ ຄົນ​ດຽວ ​ແຕ່​ເວລາ​ທີ່​ເຂົາ​ອອກ​ໄປ​ສັງ​ສັນ​ກັບ​ຫມູ່ ​ເຂົາ​ຈະ​ລືມ​ຄວາມ​ເຈັບ​ປວດ​ຈົນ​ສະຫນິດ ​ແຕ່​ພໍ​ກັບ​ມາ​ຢູ່ ຄົນ​ດຽວ ຄວາມ​ເຫງົາ​ມັນ​ກໍ່​ກັບ​ມາ​ເປັນ​ເພື່ອນ​ເຂົາ​ອີກ​ເຊັ່ນ​ເຄີຍ 
- ​ຄົນ​ຫມວດ​ເລືອດ o ​ເປັນ​ທີ່​ປຶກສາ​ໄດ້​ດີ​ທີ່​ສຸດ ດັ່ງ​ນັ້ນ,ຍ້ອນ​ເຫດຜົນ​ນີ້​ຈຶ່ງ​ເຮັດ​ໃຫ້​ຄົນ​ຫມວດ​ເລືອດ​ນີ້​ເປັນ​ຄົນ​ທີ່ “ຢູ່​ນຳ​ຫລື ​ໃກ້​ສິດ​ແລ້​ວສະບາຍ​ໃຈ” ດ້ວຍ​ເຫດ​ນີ້ ​ເມື່ອ​ມີ​ໂອກາດ ​ໃກ້​ສິດ​ກັບ​ຄົນ​ແບບ​ນີ້​ເຂົາ​ຈຶ່ງ​ຖືກ​ວາງ​ຕຳ​ແຫນ່​ງ​ໃຫ້​ເປັນ​ພຽງ “ທີ່​ປຶກສາ” 
- ທັ້ງຫມົດ​ຂອງ​ເວລາ​ແຫ່ງ​ຄວາມ​ຮັກ​ຂອງ​ເຂົາ ການ​ໄດ້ “ລັກ​ມັກ” ນັ້ນ​ແຫລະ ​ເປັນ​ຊ່ວງ​ທີ່​ສະຫນຸກ ​ແລະ ທ້າ​ທາຍ​ທີ່​ສຸດ ສຳ​ຫລັບ​ຄົນ​ຫມວດ​ເລືອດ​ນີ້ 
- ​ເວລາ​ບໍ່​ສະບາຍ ຫາກ​ແຟນບອກ​ວ່າ “ກິນ​ຢາ​ແດ່​ເດີ້” ຄົນ​ເລືອດ O ຈະ​ທຳທ່າ​ຫົວ​ດື້​ບໍ່​ຍອມ​ກິນ​ຢາ ​ແຕ່​ທີ່​ຈິງ​ເຂົາ​ທຳທ່າ​​ເຮັດ​ໃຫ້​ແຟນ​ເປັນ​ຫ່ວງ​ຊື່ໆ 
- ຫາກ​ເຈິະຄົນ​ທີ່​ລົມ​ກັນ​ຖືກ​ຄໍ ຈະ​ເດິກ​ປານ​ໃດ​ກໍ່ຕາມ ຫາ​ຄູ່​ຂາ​ບໍ່​ຍອມ​ໄປ​ນອນ ຢ່າ​ຫວັງ​ວ່າ​ຄົນ​ເລືອດ O ຈະ​ຍອມ​ໄປ​ນອນ​ກ່ອນ 
- ​ແຕ່​ຄົນ​ແບບ​ນີ້ຂີ້​ຫວງ​ບໍ່​ທຳ​ມະ​ດາ​ເດີ ພຽງ​ແຕ່​ວ່າ​ເຂົາ​ບໍ່​ຄ່ອຍ​ສະ​ແດງ​ອາການ “ຫວງ”ອອກ​ມາ​ຊື່ໆ 
- ມັກ​ໃຫ້​ຄົນ​ອື່ນ​ມາ​ຫຶງ​ມາ​ຫວງ​ໂຕ​ເອງ ​ເພາະ​ນັ້ນ​ນສະ​ແດງ​ໃຫ້​ເຫັນ​ວ່າ ​ເຂົາ​ມີຄ່າ​ສຳ​ຫລັບ​ໃຜ​ຜູ້​ຫນຶ່ງ ​ແຕ່​ຖ້າ​ຫວງ​ຫລາຍ​ເກີນ​ໄປ ​ເຂົາ​ຈະລຳ​ຄານ 
- ຄົນ​ທີ່​ສາມາດ​ລັກ​ຫົວ​ໃຈ​ຂອງ​ຄົນ​ເລືອດO ​ໄດ້​ຢ່າງ​ງ່າຍດາຍ​ທີ່​ສຸດ​ຄື​ຄົນ​ຫມວດ​​ເລືອດ B 
- ເປັນ​ຄົນ​ປາກ​ແຂງ ​ແຕ່​ຫົວ​ໃຈ​ບໍ່​ແຂງ​ຄື​ປາກ……​ເປັນ​ຄົນ​ໃຈ​ບໍ່​ກ້າ​ພໍ 
- ຊັງ​ຄົນ​ນອກ​ໃຈ ​ແຕ່​ບາງທີ ​ໂຕ​ເຂົາ​ເອງ​ຊ້ຳພັດ​ດມັກ​ເຊື່ອງ​ໃຜ​ຜູ້​ຫນຶ່ງ​ໄວ້້​ໃນ​ໃຈ 
- ຖ້າ​ເລີ່​ມສົນ​ໃຈ​ໃຜ​ຜູ້​ຫນຶ່ງ ​ເຂົາ​ຄົນ​ນັ້ນ​ຈະ​ເລີ່​ມ​ເຂົ້າ​ມາ​ຢູ່​ໃນ​ຄວາມ​ຄິດ​ຂອງ​ຄົນ​ຫມວດ​ເລືອກ O ​ແລະ​ຄວາມ​ຖີ່​ໃນ​ການ​ຄິດ​ເຖິງ​ຈະ​ເພິ່ມຂຶ້ນ​ເລື້ອຍໆ​ຕາມ​ລະຍະ​ເວລາ 

2. ເພື່ອນ: Friendly ສຸດໆ ​ແຕ່​ຂີ້​ເຫງົາ, ຈິງ​ໃຈ ​ເຖິງ​ໃສ​ເຖິງກັນ 
- ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ເຂົາ​ຄື​ຫມູ່​ເພື່ອນ ອັນ​ດັບ​ຮອງ​ລົງ​ມາ​ແມ່ນ​ຄວາມ​ຮັກ (​ເອົາ​ເພື່ອນ​ເປັນ​ໃຫຍ່) 
- ມັກ​ເຂົ້າ​ສັງຄົມ ​ເຮັດ​ໃຫ້​ລາວ​ມີ​ເພື່ອນ​ຫລາຍໆ ມີ​ຄວາມສຸກ​ກັບ​ການ​ພົບ​ປະ​ກັບ​ຜູ້​ຄົນ​ຫນ້າ​ໃຫມ່ໆ ​ແລະ ຄົນ​ຫມວດ​ເລືອດ​ນີ້​ເປັນ​ຄົນ​ທີ່ ກັນ​ເອງ​ສຸດໆ 
- ນິ​ໃສ​ບໍ່​ດີ ຂອງ​ຄົນ ປະ​ເພດ​ນີ້​ຄື​ເປັນ​ຄົນ​ຫົວ​ດື້ ​ແລະ​ມັກ​ປົກ​ປ້ອງ​ເອົາ​ພັກ​ພວກ​ຂອງ​ຕົນ 
- ມັກ​ລັກ​ນ້ອຍ​ໃຈ​ຕໍ່​ຫມູ່​ຢູ່​ເລິກໆ ຈົນ​ດົນໆໆ ຈຶ່ງ​ມາ​ເວົ້າ​ໃຫ້​ຫມູ່​ຟັງ 
-ເວລາ​ຢູ່​ກັບ​ຫມູ່​ຈະ​ເປັນ​ຄົນ​ຂີ້ຝອຍ ​ແຕ່​ທັງ​ຫມົດ​ທີ່​ເວົ້າ​ມານັ້ນ​ເນື້ອຫາ​ສາລະ​ເກືອບ​ບໍ່​ມີ ຮາຮາຮາຮາ
-ເຖິງ​ເຂົາ​ຈະ​ເປັນ​ຄົນ​ສະບາຍ​ ໆ ​ກັບ​ຊີວິດ ​ແຕ່​ເລິກໆ ​ເຂົາ​ລັກ​ສັງ​ເກດ​ແລະ ​ເກັບ​ລາຍ​ລະອຽດ​ຂອງ​ຄົນ​ຮອບ​ຂ້າງ​ໄວ້​ສະ​ເຫມີ 
-ຊັງ​ການ​ທີ່​ຄົນ​ອື່ນ​ເອີ່ຍ​ເຖິງ​ປົມ​ດ້ອຍ​ຂອງ​ຕົວ​ເອງ ​ເຖິງ​ຈະ​ເປັນ​ການ​ເວົ້າ​ຢອກ​ແຕ່​ເຂົາ​ກະ​ຄຽດ​ອີ່ຫລີ 
-ບໍ່​ມັກ​ໃຫ້​ໃຜ​ມາ​ຂັດ​ແຍ້​ງຄວາມ​ຄິດຂອງ​ຕົນ ແຕ່​ເຂົາ​ກໍ່ເປັນ​ຜູ້ຟັງ​ທີ່​ດີ​ເພື່ອ​ຮັບ​ຟັງ​ຄວາມ​ຄິດ​ເຫັນ​ຂອງ​ຄົນ​ອື່ນ 
-ບໍ່ມັກ​ຄົນ​ມາ​ເອາະ​ເຊາະ ອໍ້​ແອ້ ​ແຕ່​ເວລາ​ເຂົ້າຜັບ ​​ເຂົາ​ພັດ​ໄປ​ນົວ​ເນຍ​ບໍ່​ນ້ອຍ​ຫນ້າ​ໃຜ ​ຮາ​ຮາ​ຮາ 
-ເວລາ​ຄຽດ​ຫລື​ງອນ​ໃຫ້​ຄົນ​ອື່ນ ​ແລ້ວ​ເຂົາ​ບໍ່​ມາ​ງໍ້ ​ໂຕ​ເອງ​ກໍ່​ຄ່ອຍໆ​ເຊົາ​ໄປ​ເອງ​ແບ​ງຽບໆ 
- ການ​ເຂົ້າ​ຫາ​ຄົນ​ຫມວດ​ເລືອດ O ບໍ່​ແມ່ນ​ເລື່ອງ​ຍາກ ​ແຕ່​ການ​ເຮັດ​ໃຫ້​ເຂົາ​ສະຫນິດ​​ແລະ​ເຊື່ອ​ໃຈ​ນັ້ນ​ແຫລະ​ຄື​ສິ່ງ​ທີ່​ຍາກ​ທີ່​ສຸດ 
- ບໍ່​ຄ່ອຍ​ມອງ​ໃຜ​ໃນ​ແງ່​ຮ້າຍ ​ແຕ່​ຖ້າ​ໄດ້​ອະຄະຕິ​ກັບ​ໃຜ​ແລ້ວ​ຍາກ​ທີ່​ຈະ​ເຊົາ 
- ບາງທີ ຄົນ​ເລືອດ o ກໍ່​ບໍ່​ຮູ້​ຈະ​ສັນ​ຫາ​ຄຳ​ເວົ້າ​ແບບ​ໃດ​ມາ​ປອບ​ໃຈ​ຫມູ່ ​ເຂົາ​ພຽງ​ແຕ່​ນັ່ງ​ຢູ່​ຂ້າງໆ​ເປັນ​ຜູ້​ຟັງ​ທີ່​ດີ ​ແລະ ພາວະນາ​ໃຫ້​ຫມູ່ຫາຍເສົ້າ​ໄວໆ 
- ບໍ່​ຄ່ອຍ​ໃສ່​ໃຈ​ກັບ​ສັນຍາ​ທີ່​ໃຫ້​ໄວ້​ກັບ​ຄົນ​ອື່ນ ​ຍົກ​ເວັ້ນ​ແຕ່​ວ່າ ຄົນໆ​ນັ້ນ​ຈະ​ເປັນ​ຄົນ​ສຳຄັນ​ທີ່​ສຸດ​ສຳ​ຫລັບ​ເຂົາ ( ຄ້າຍຄືຄົນບໍ່ຈິງໃຈ ເນາະ) 
- ຫາກ​ຄົນ​ເລືອດO ຜິດ​ຖຽງ​ກັນ​ເອງ ​ແປັບ​ດຽວ​ກະ​ເຊົາ 
- ມີ​ຄວາມສຸກ​ກັບ​ການ​ທີ່​ໄດ້​ເຮັດ​ໃຫ້​ຄົນ​ຮອບ​ຂ້າງ​ຍິ້ມ​ແລະ​ຫົວ​ໄດ້ 
-ຫາກ​ບໍ​ໄດ້​ຢູ່​ກັບ​ຫມູ່​ເພື່ອນ ຈະ​ຖືກ​ຄວາມ​ງຽບ​ເຫງົາ​ເຂົາ​ມາ​ຄອບ​ງວຳ​ທັນທີ 
-​ເຖິງ​ວ່າ​ຈະ​ລົມ​ກັບ​ໃຜ​ຜູ້​ຫນຶ່ງ​ຈົນ​ຫມັ້ນ​ໃຈ​ວ່າ​ຄົນໆ​ນັ້ນ​ກໍ່​ຄິດ​ຄື​ກັນ​ກັບ​ເຂົາ ​ແຕ່​ກໍ່​ຍັງ​ບໍ່​ກ້າ​ທີ່​ຈະ​ບອກ​ຄວາມ​ຮູ້ສຶກ​ທີ່​ແທ້​ຈິງ​ຂອງ​ຕົນ​ເອງ (ບອກ​ຮັກ​ຍາກ​ກກກ) 
-ມັກ​ຕັດສິນ​ໃຈ​ ຄົນ​ອື່ນ​ຈາກຕວາ​ມປະ​ທັບ​ໃຈ​ແລກ​ພົບ First Impression 
- ມັກ​ມອງ​ຄົນ​ທີ່​ຫນ້າ​ຕາ​ແລະ ບຸກຄະ​ລິກພາຍ​ນອກ 
- ​ໃສ່​ໃຈຄວາມ​ຮູ້​ສື​ກຂອງ​ເພື່ອນ​ສະ​ເຫມີ 
3. ນິ​ໃສ, ທັດສະນະ​ຄະຕິ : ອາລົມ​ດີ ລ່າ​ເລິງ ​ແຈ່ມ​ໃສ ​ແຕ່​ມີ​ໂລກ​ສ່ວນ​ຕົວ​ສູງ 
ມັກ​ເວົ້າ​ຫລາຍ….​ເວົ້າ​ຫລາຍ​ຈົນ​ກາຍ​ເປັນ​ຝອຍ ​ແລະ​ມັກ ​ເປີດ​ປະ​ເດັນ​ການ​ນິນທາ ອີກ​ດ້ວຍ 
ອາ​ທະຍາ​ໃສ​ດີ ສະຫນຸກ​ສະຫນາ​ນ ຫນ້າ​ຮັກ ​ແລະ​ເປັນ​ຄົນ ມີສະ​ເຫ​ນ່ 
- ເປັນ​ຄົນ​ເບື່ອ​ງ່າຍ ​ແລະ ຄວາມ​ອົດທົນ ບໍ່​ສູງ ​ແຕ່​ມີ​ຄວາມ​ສາມາດ​ໃນ​ການສະ​ແດງ​ອອກ 
- ເປັນ​ບ້າ​ມັກ​ຍ້ອງ ມັກ​ໃຫ້​ຄົນ​ອື່ນ​ຍ້ອງ​ໂຕ​ເອງ ຮາ​ຮາ​ຮາ​ຮາ 
- ​ເປັນ​ຄົນ​ໃຈດີ ​ແຕ່​ເວລາ​ໄດ້​​ເຢັນ​ຊາ​ກໍ່​ເຢືອກ​ເຢັນ​ຈົນ​ເປັນຕາ​ຢ້ານ 
- ​ເຫັນ​ວ່າ​ເປັນ​ຄົນ​ໃຈດີ ​ແຕ່​ມີ​ໂລກສ່ວນ​ຕົວ​ສູງ​ເດີ ​ແຖມ​ຍັງ​ເປັນ​ຄົນ ຢາກ​ຮູ້ຢາກ​ເຫັນ​ຫລາຍ​ອັນ 
- ​ເວລາ​ສົນ​ໃຈ​ສິ່ງ​ໃດ​ກໍ່​ຈະ​ບ້າ​ ​ແລະ ຈົດ​ຈໍ່​ຢູ່​ກັບສິ່ງ​ນັ້ນທີ່​ສຸດ 
- ​ເປັນ​ຄົນ​ຫົວ​ດື້ ຖ້າ​ບໍ່​ໄດ້​ກໍ່​ຈະ​ເອົາ​ໃຫ້​ໄດ້ ນິ​ໃສ​ປານ​ເດັກນ້ອຍ​ເອົາ​ແຕ່​ໃຈຕົນ​ເອງ 
- ບໍ່​ມັກ​ການ​ທີ່​ຖືກ​ຄັດຄ້ານ ຫາກ​ເຂົາ​ຄິດ​ວ່າ​ສິ່ງ​ທີ່​ເຂົາ​ຄິດ​ເປັນ​ການ​ຖືກຕ້ອງ​ແລ້ວ 
- ​ເປັນ​ພວກ​ດື້​ງຽບໆ …​ແບບ ບໍ່​ຖຽງ​ແຕ່​ກະ​ບໍ່​ເຮັດ​ຕາມ 
- ​ເວລາ​ໃຈ​ຮ້າຍ ​ໃຫ້​ອະທິບາຍ​ດ້ວຍ​ເຫດຜົນ ​ເວລາ​ຮ້າຍ​ເປັນຕາ​ຢ້ານ ​ແຕ່​ຖ້າ​ຮູ້​ເຫດຜົນ​ແລ້ວ​ກໍ່​ຈະ​​ເຊົາ 
- ມັກ​ເກັບ​ຄວາມ​ຮູ້​ສື​ກ​ເວລາ​ໃຈ​ຮ້າຍ ​ແຕ່​ກະ​ບໍ່​ຄ່ອຍ​ປົກ​ປິດ​ໄດ້ 
- ​ເວລາ​ໃຈ​ຮ້າຍ ມັກ​ທຳລາຍ​ເຄື່ອງ​ຂອງ​ແບບ​ພັງ​ຈົນ​ບໍ່​ເຫລືອ​ຊາກ 
- ບໍ່​ມັກ​ຈະ​​ໃຫ້​ໃຜ​ເຫັນ​ນ້ຳຕາາ​ເວັ້ນ​ນແຕ່​ວ່າຄົນ​ນນັ້ນ​ນຄືຄົນ​ນທີ່​ເຂົາ​ວາງ​ໃຈ 
- ຖ້າ​ມື້​ໃດ​ມີ​ເລື່ອງ​ສັບສົນ​ຫລາຍ ​ໃນ​ຄືນ​ນັ້ນ​ນເຂົາ​ຈະ​ນອນ​ຄິດ​ໄປ​ໂລໆ​ເລໆ ຈົນ​ລືມ​ເລື່ອງ​ບໍ່​ດີ​ຕ່າງໆ​ນາໆ ກ່ອນຈະ​ຫລັບ​ໄປ​ຢ່າງ​ມີ​ຄວາມສຸກ 
- ​ເວລາ​ເສັຍ​ໃຈ​ຈະ​ພະຍາຍາມ​ຄວບ​ຄຸມ​ອາລົມ ​ແລະ​ຢູ່​ກັບ​ຕົວ​ເອງ​ແບບ​ງຽບໆ ​ເພື່ອ​ເປີດ​ໂອກາດ​ໃຫ້​ຕົວ​ເອງ​ຈັດການ​ກັບ​ຄວາມ​ຄິດ​ຂອງ​ຕົວ​ເອງ 
- ມັກ​ຫົວ…..ຫົວຈົນ​ຄ້າງ…ຫົວ​ຈົນ​​ໃສ້​ຂົດ​ໃສ້​ໂຂ 
- ​ເວລາ​ພະຍາຍາມ​ທຳ​ຕົວ​ໃຫ້​ດູ​ດີ​ມີ​ສະ​ເຫ​ນ່ ຄົນ​ທີ່​ເຫັນ​ກັບ​ຮູ້​ສື​ກທຳ​ມະ​ດາ ​ແຕ່​ເວລາ​ທີ່​ເຂົາ​ຢູ່​ຊື່ໆ ບໍ່​ວ່າ​ຈະ​ໃນ​ອາ​ລິ​ຍະ​ບົດ​ໃດ​ກໍ່ຕາມ ຜູ້​ພົບ​ເຫັນ​ກັບ​ມອງ​ວ່າ​ເຂົາ​ມີ​ສະ​ເຫ​ນ່ສຸດໆ 
- ​ເປັນ​ຄົນ​ລະອຽດ​ທີ່​ສຸດ​ດດ ​ສົມມຸດ​ວ່າ​ໃຫ້​ຂຽນ​ບົດ​ເລື່ອງ​ຈັກ 1 ຫນ້າ ​ເຂົາ​ຕ້ອງ​ແທກ​ລະຍະ​ຫາງ​ຂອງ​ຫນ້າ​ເຈ້ຍ​ໃຫ້​ເທົ່າ​ກັນ​ທັງ 4 ດ້ານ ກ່ອນ​ລົງມື​ຂຽນ 
- ​ໃນ 4 ຫມວດ​ເລືອດ ຄົນ​ຫວມດ​ເລືອດ O ມັກ​ຄິດ​ເຂົ້າ​ຂ້າງ​ຕົວ​ເອງ​ທີ່​ສຸດ 
- ມັກ​ນ້ອຍ​ໃຈ ​ແຕ່​ບໍ່​ຄ່ອຍ​ສະ​ແດງ​ອອກ 
- ຫາກ​ຈະ​ຮ້ອງ​ໄຫ້ ມັກ​ຮ້ອງ​​ໄຫ້​ເວລາ​ຢູ່​ຄົນ​ດຽວ ​ແຕ່​ເວລາ​ຢູ່​ກັບ​ຄົນ​ອື່ນ ຈະ​ທຳ​ທ່າ​ເປັນ​ຄົນເຂັ້ມ​ແຂງ 
- ​ເປັນ​ຄົນ​ຮັກ ​ແລະ​ສົງສານ​ສັດ ຈະ​ຫນາດ​ມົດ​ໂຕ​ຫນຶ່ງ​ຊິ​ຈົມ​ນ້ຳ​ຕາຍ​ກະ​ຍັງ​ໄປ​ຊ່ວຍ​ມັນ​ຂຶ້ນ​ມາ 
- ​ເວລາ​ເສົ້າ​ພຍງ​ເຂົາ​ໄດ້​ລະບາຍ​ຄວາມ​ຮູ້​ສື​ກ ​ໃຫ້​ໃຜ​ຜູ້​ຫນຶ່ງ​ຟັງ​ກໍ່​ຄ່ອຍໆຮູ້​ສື​ກດີ​ຂື້ນ​ລະ 
- ບໍ່​ມີ​ທາງ​ທີ່​ຄົນ​ຫມວດ​ເລືອດ​ນີ້ຈະ​ຍອມຮັບຫລື​ທຳ​ຕົວ​ສຳນຶກ​ຜິດ​ໃຫ້​ກັບ​ຄວາມ​ຜິດ​ທີ່​ຕົວ​ເອງ​ບໍ​ໄດ້​ກໍ່​ເດັດຂາດ 
- ​ເປັນ​ພວກ ສະຫມອງ​ດີ ​ແຕ່​ຂີ້ຄ້ານ ​ເວລາ​ພັກ​ຮຽນ​ອາຈານ​ບອກ​ໃຫ້​ອ່ານຫນັງສື​ກະ​ບໍ່​ອ່ານ ​ແຕ່​ຈະ​ມາ​ອ່ານ​ແບບ​ເອົາ​ເປັນ​ເອົາ​ຕາຍ ຕອນ​ໂຄ້ງ​ສຸດ​ທ້າຍ​ກ່ອນ​ເສັງ 
- ​ເວລາ​ບໍ່​ສະບາຍ ​ຄົນ​ເລືອດ O ຈະ​ບໍ່​ຄ່ອຍ​ໃສ່​ໃຈ​ຕົວ​ເອງ 
- ​ເປັນ​ຄົນ​ບໍ່​ມັກ​ຄິດ​ກ່ອນ​ທຳ ​ແຕ່​ພໍ​ຄິດ​ໄດ້​ມັກ​ຈະ​ມາ​ນັ່ງ​ເສຍ​ໃຈ​ພາຍຫລັງ​ເປັນ​ປະຈຳ 
- ມີ​ຄວາມ​ຄິດ​ທີ່​ຈະ​ເຮັດສິ່ງ​ໃຫມ່ໆ ຢູ່​ໃນ​ຫົວ​ເຕັມ​ໄປ​ຫມົດ ​ແຕ່​ພໍ​ເລິ່ມລົງມື​ເຮັດ​ໄປ​ໄດ້​ຫນ້ອຍ​ຫນຶ່ງ​ກໍ່​ຈະ​ເບື່ອ ​ແລະ ລົ້ມ​ເລີກ​ໃນ​ທັນທີ( ຫົວຊ້າງຫາງ​ຫນູ) 
- ມັກ​ຫວ​ງ​ເຄື່ອງຂອງ​ໂຕ​ເອງ ບໍ່​ມັກ​ໃຫ້​ໃຜ​ມາ​ຫຍຸ້ງ​ກັບ​ເຄື່ອງ​ສ່ວນ​ຕົວ 

ເຫັນຢູ່ໃນເວັບ kapook ວ່າ ກຣຸບເລືອດສາມາດບອກນິໃສໄດ້ ກະເລີຍເອົາມາໃຫ້ອ່ານ
ອ່ານແລ້ວພິຈາລະນາໄປພ້ອມວ່າ ຖືກກັບຕົວທ່ານຫລືບໍ່

ທີ່ມາ: http://www.bailane.com/

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 16, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

6 ພຶດຕິກຳທີ່ເຮັດໃຫ້ຜິວເຖົ້າກ່ອນໄວ

ເມື່ອ​ເອີ່ຍ​ເຖິງ​ເລື່ອງ​ຮ່ອງ­ຮອຍ​ຕ່າງໆ​ຢູ່​ເທິງ​ໃບ​ໜ້າ ເຊື່ອ​ວ່າ​ຄົງ​ບໍ່​ມີ​ໃຜ​ຢາກ​ໃຫ້​ເກີດ​ແທ້ໆ ຖ້າ​ຫາກ​ເປັນ​ໄປ​ໄດ້​ໃຜໆ​ກໍ​ຢາກ​ມີ​ຜິວ​ພັນ​ທີ່​ສົດ­ໃສ ເຄັ່ງ​ຕຶງ​ຢູ່​ຕະ­ຫຼາດ​ເວ­ລາ ເຖິງ​ແມ່ນ​ວ່າ​ອາ­ຍຸ​ກະ­ສຽນ ຈະ​ໄປ​ຮອດ​ຫຼັກ​ໃດ​ແລ້ວ​ກໍ​ຕາມ ມີ​ຫຼາຍ​ຄົນ​ເຮັດ​ສາ­ລະ­ພັດ​ວິ­ທີ ແຕ່​ກໍ​ບໍ່​ສາ­ມາດ​ຄົງ​ຄວາມ​ສົດ­ໃສ​ຂອງ​ຜິວ​ໄວ້​ໄດ້​ນັ້ນ ອາດ​ຈະ​ເປັນ​ພຶດ­ຕິ​ກຳ​ທີ່​ຄົນ​ເຮົາ​ເຮັດ​ເປັນ​ປະ­ຈຳ ແລະ ກໍ​ຄິດ​ວ່າ​ມັນ​ເປັນ​ວິ­ທີ​ທີ່​ດີ​ທີ່​ສຸດ ແຕ່​ທັງ​ໝົດ​ນັ້ນ ອາດ​ເປັນ​ຕົວ​ທຳ­ລາຍ​ຜິວ​ໃຫ້​ເຖົ້າ​ກ່ອນ​ໄວ​ອັນ​ຄວນ​ຄື:

1. ບໍ່​ທາ​ຄີມ​ກັນ​ແດດ​ໃຫ້​ທົ່ວ​ເຮືອນ​ຮ່າງ ໂດຍ​ສະ­ເພາະ​ໃນ​ຈຸດ​ທີ່​ບໍ່​ສຳ­ຄັນ​ເຊັ່ນ: ບໍ­ລິ­ເວນ​ຄໍ ມື ບ່າ​ໄຫຼ່ ຖ້າ​ຫາ​ກວ່າ​ຖືກ​ແສງ​ແດດ​ຫຼາຍ ກໍ​ຈະ​ເຮັດ​ໃຫ້​ຜິວ​ຫ່ຽວ​ຍານ​ໄວ​ກ່ວ​າ​ໃບ​ໜ້າ.

2. ໃຊ້​ຜະ­ລິດ​ຕະ​ພັນ​ທີ່​ບໍ່​ເໝາະ​ສົມ​ກັບ​ຜິວ​ເຊັ່ນ: ຄົນ​ທີ່​ມີ​ຜິວ​ແຫ້ງ ພັດ​ໃຊ້​ຄີມ​ບຳ­ລຸງ​ຜິວ​ທຳ​ມະ​ດາ ມັນ​ຈຶ່ງ​ເປັນ​ການ​ສິ່ງ​ທີ່​ທຳ­ລາຍ​ຜິວ​ຫຼາຍ​ກ່ວ​າ​ການ​ບຳ­ລຸງ​ຜິວ.

3. ໃຊ້​ຜະ­ລິດ​ຕະ​ພັນ​ບຳ­ລຸງ​ຜິວ​ຜິດ​ເວ­ລາ ເຊັ່ນ: ຄີມ​ບຳ­ລຸງ​ຜິວ​ສຳ­ລັບ​ກາງ­ເວັນ ພັດ​ເອົາ​ມາ​ໃຊ້​ໃນ​ຍາມ​ກາງ­ຄືນ ຊຶ່ງ​ບໍ່​ເໝາະ​ສົມ ເພາະ​ມັນ​ຈະ​ເຮັດ​ໜ້າ­ທີ່​ໃນ​ການ​ບຳ­ລຸງ​ຜິວ​ບໍ່​ໄດ້​ດີ​ເທົ່າ​ທີ່​ຄວນ.

4. ລະ­ເລີຍ​ການ​ໃຊ້​ຜະ­ລິດ​ຕະ​ພັນ​ທີ່​ຊ່ວຍ​ຢັບ​ຢັ້ງ​ຮອຍ​ຫ່ຽວ​ຍານ​ຂອງ​ໄວ ເຊັ່ນ​ວ່າ: ຮອຍ​ຕີນ­ກາ​ທີ່​ເກີດ​ຂຶ້ນ​ຕາມ​ໃບ​ໜ້າ​ແລ້ວ ຈຶ່ງ​ຫາ​ຜະ­ລິດ​ຕະ​ພັນ​ບຳ­ລຸງ​ຜິວ​ມາ​ໃຊ້.

5. ແລ່ນ­ນຳ​ກະ­ແສ​ເຄື່ອງ​ສຳ­ອາງ​ທີ່​ບໍ່​ຕົກ​ຍຸກ ບໍ່​ວ່າ​ຍີ່­ຫໍ້​ໃດ​ອອກ​ມາ​ກໍ​ຊື້​ມາ​ໃຊ້​ຈົນ​ໝົດ ບາງ­ເທື່ອ​ຜະ­ລິດ​ຕະ​ພັນ​ເຫຼົ່າ­ນັ້ນ ອາດ​ບໍ່​ຖືກ​ກັບ​ຜິວ​ຂອງ​ເຮົາ​ກໍ​ເປັນ​ໄດ້ ດັ່ງ­ນັ້ນ ຖ້າ​ຫາ​ກວ່າ​ຜະ­ລິດ​ຕະ​ພັນ​ທີ່​ໃຊ້​ຢູ່​ດີ​ແລ້ວ ກໍ​ບໍ່​ຄວນ​ປ່ຽນ​ໃຈ​ໄປ​ໃຊ້​ຜະ­ລິດ​ຕະ​ພັນ​ຊະ­ນິດ​ໃໝ່ ເພາະ​ອາດ​ຈະ​ສ້າງ​ບັນ­ຫາ​ໃຫ້​ແກ່​ຜິວ​ຂອງ​ເຮົາ.

6. ດື່ມ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ ແລະ ສູບ­ຢາ ເນື່ອງ​ຈາ​ກວ່າ​ເຫຼົ້າ ແລະ ຢາ­ສູບ ເປັນ​ຕົວ​ທຳ­ລາຍ​ສຸ­ຂະ­ພາບ​ຜິວ​ຊັ້ນ​ດີ ດັ່ງ­ນັ້ນ ຖ້າ​ສາວໆ​ຢາກ​ມີ​ຜິວ​ພັນ​ທີ່​ສົດ­ໃສ ກໍ​ເຊົາ​ດື່ມ​ເຫຼົ້າ ແລະ ສູບ­ຢາ ແລ້ວ​ມາ​ກິນ​ອາ­ຫານ​ທີ່​ມີ​ປະ­ໂຫຍດ​ຕໍ່​ສຸ­ຂະ­ພາບ​ຂອງ​ເຮົາ​ຈະ​ດີ​ກ່ວ​າ.

 

from : www.vientianemai.net