![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ຕ.ລ.. 25, 2009
| ມີ
126 ຄຳເຫັນ
ແລະ
0 trackback(s)
ກຸ່ມຄົນນິໄສດີ ສ້າງຂື້ນເມື່ອວັນທີ 8 ສິງຫາ 2009, ມີສະມາຊິກທັງໝົດ 16 ຄົນ. ເວລາຜ່ານໄປປະມານ 2 ເດືອນເຄິ່ງ ກໍ່ມີຄົນເຂົ້າໄປຂຽນຄຳເຫັນໃນກຸ່ມແລ້ວ 1354 ຄຳເຫັນ. ສະເລ່ຍແລ້ວກໍ່ປະມານ 18 ຄຳເຫັນຕໍ່ມື້. ເຊິ່ງເປັນໂຕເລກທີ່ຄົນໃຈດີເພິ່ງພໍໃຈຫລາຍ. ຄົນໃຈດີກໍ່ຕ້ອງຂໍຂອບໃຈສະມາຊິກທຸກຄົນທີ່ໃຫ້ຄວາມສົນໃຈ ແລະ ເຂົ້າໄປທັກທາຍກັນຢູ່ໃນກຸ່ມເປັນປະຈຳ. ມື້ນີ້ເປັນມື້ສັນວັນດີ 25 ຕຸລາ 2009 ຄົນໃຈດີຈະຮັບນ້ອງໃໝ່ເຂົ້າກຸ່ມຈຳນວນ 16 ຄົນ, ຮວມກັບສະມາຊິກເກົ່າແລ້ວ ປະຈຸບັນກໍ່ມີ 32 ຄົນ, ຊາຍ 6, ຍິງ 26.. ຈະມີໃຜແດ່ນັ້ນເຮົາໄປເບິ່ງໜ້າຕາກັນເລີຍ
ອັນນີ້ແມ່ນລຸ່ນອ້າຍເອື້ອຍປີ 2
![alt](http://i37.tinypic.com/vi0jg8.jpg)
![alt](http://i35.tinypic.com/5064on.jpg)
ບາດນີ້ມາເບິ່ງນ້ອງໃໝ່ປີ 1
![alt](http://i33.tinypic.com/2uy38mw.jpg)
![alt](http://i38.tinypic.com/24brfr8.jpg)
ນ້ອງໃໝ່ເຮົານີ້ສ່ວນຫລາຍກະແມ່ນກິກຄົນໃຈດີໃນກະທູ້ກິກ ມີແຕ່ຄົນໃສໆ
ສຳລັບສະມາຊິກພັນລາວຄົນໃດຢາກເຂົ້າຮ່ວມກຸ່ມນຳກໍ່ພຽງແຕ່ປະຕິບັດຕາມກົດກະຕິກາ. ບໍ່ຈຳເປັນຂໍເຂົ້າຮ່ວມກຸ່ມ ຖ້າຫາກໃຜປະຕິບັດຕາມກົດ ກໍ່ຈະຖືກເຊີນໃຫ້ເຂົ້າຮ່ວມກຸ່ມເອງ ລາຍລະອຽດອ່ານທີ່ນີ້ , ຄືດັ່ງທີ່ໄດ້ເວົ້າຜ່ານມາວ່າການຮັບສະມາຊິກແມ່ນຈະຮັບເປັນລຸ່ນ ແລະຈະມີງານຮັບນ້ອງຢ່າງດີ, ສຳລັບລາຍລະອຽດການຮັບນ້ອງແມ່ນໃຫ້ສະມາຊິກທຸກຄົນເຂົ້າໄປອ່ານໃນ ກະທູ້ສົນທະນາກຸ່ມ, ແລະພິເສດສຸດໆໆໆໆໆໆໆໆໆໆ ກໍ່ຄື: ວັນວານ ເອື້ອຍໃຫຍ່ຂອງພວກເຮົາ ໄດ້ແຕ່ງເພງ ໃຫ້ທຸກໆຄົນ ແລະ ຜົນງານເພງນີ້ຖ່າຍທອດເປັນຄຳຮ້ອງໂດຍ ທິດຝອຍ. ຄົນໃຈດີກໍ່ເລີຍກໍ່ເລີຍໃຊ້ເພງນີ້ເປັນເພງປະກອບໃນຄລິບຮູບພາບຂອງພວກເຮົາ. ມີບາງຄົນບັງຄັບໃຫ້ຄົນໃຈດີເອົາສະມາຊິກເຂົ້າກ່ອນ ແຕ່ຄົນໃຈດີເຮັດບໍ່ໄດ້ເພາະຍັງບໍ່ເຖິງເວລາ ຄົນໃຈດີໃຫ້ຄວາມສຳຄັນທຸກຄົນເທົ່າກັນ ຮັກທຸກຄົນເທົ່າກັນ. ເຖິງແມ່ນວ່າຈະມີບາງຄົນທີ່ຮັກເປັນພິເສດ ແຕ່ນີ້ເວົ້າເຖິງສ່ວນລວມ ເລື່ອງສ່ວນໂຕກໍ່ເອົາໄປເວົ້ານອກກຸ່ມ. ຫວັງວ່າທຸກຄົນຄົງຈະເຂົ້າໃຈ. ທີ່ຄົນໃຈດີລໍຖ້າ ກໍ່ເພື່ອຢາກຜະລິດຜົນງານແບບມີຄຸນນະພາບອອກມາໃຫ້ທຸກຄົນເບິ່ງ. ແລະສິ່ງເຫລົ່ານີ້ກໍ່ຕ້ອງໃຊ້ເວລາຫລາຍສົມຄວນ. ![alt](http://punlao.com/emoc/27.gif)
.ຍິນດີຕ້ອນຮັບທຸກຄົນ.
ໃຜເບິ່ງຄລິບຢູ່ນີ້ບໍ່ໄດ້ ຄລິກທີ່ນີ້