ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 8, 2008 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄວາມແປກແລະແຕກຕ່າງ... ຄືຫົນທາງໃຫ້ສຶກສາ  

ລັງເລເສຍເວລາ... ຮີບຟັນຝ່າສູ່ເສັ້ນໄຊ

ຍອມແພ້ຍິ່ງແຢ່ຢ່ຳ... ເຈັບແລ້ວຈຳເພື່ອເລີ່ມໄໝ່

ຄວາມຫວັງອາດຍັງໄກ... ແຕ່ແຮງໃຈຍັງໝັ້ນຄົງ

  

 

ຄືນວັນຍັງຜັນປ່ຽນ... ໃຊ້ພາກພຽນຊ່ວຍເສີມສົ່

ຍຶດໝັ້ນເຈດຈຳນົງ... ຮ່ວມດຳລົງສິ່ງດີງາມ 

ນ້ຳຕາເຄີຍບ່າໄຫລ... ແຕ່ນ້ຳໃຈຍັງລົ້ນຫລາມ

ລຽບງ່າຍທຸກໂມງຍາມ... ພຽງພໍຕາມຄວາມເປັນຈິງ

 

ບໍ່ທໍ້ຕໍ່ເບື້ອງໜ້າ... ຟັນຝ່າບໍ່ຢຸດນິ້ງ

ກ້າວໄປດ້ວຍໃຈຈິງ... ບໍ່ຍອມຖິ້ມອຸດົມການ

 

ນ້ຳເຫື່ອທີໄຫລລົດ... ຈະປະກົດເປັນດອກຜົນ 

ນ້ຳແຮງແຫ່ງອົດທົນ... ຈະຜ່ານພົ້ນສູ່ປາຍທາ 

ນ້ຳຄຳແຫ່ງຄວາມຮັກ... ຈະຟູມຟັກຄວາມໄຝ່ຝັນ

ນ້ຳໃຈທີ່ແບ່ງປັນ... ຈະສ້າງສັນໂລກງົດງາມ 

  

 

ຢາກໃຫ້ເຈົ້າເປັນໂຕຂອງໂຕເອງ ແລະ ເຊື່ອໝັ້ນໃນສິ່ງທີ່ໂຕເອງເຮັດຢູ່ໃຫ້ຫລາຍຂຶ້ນ. ຢ່າຢ້ານຕໍ່ການຄາດຫວັງຂອງຄົນອື່ນ ແຕ່ຈົ່ງຢ້ານວ່າໂຕເອງຈະຍອມແພ້ ຫລື ບໍ່ຈິງຈັງກັບມື້ນີ້ຂອງອະນາຄົດຫລາຍກວ່າ. ຍາດພີ່ນ້ອງ ຫລື ໝູ່ເພື່ອນ ບໍ່ສາມາດກ້າວເດີນແທນເຮົາໄດ້ ນອກຈາກຊ່ວຍເຫລືອ ຫລື ສະໜັບສະໜຸນໃນບາງຢ່າງເທົ່ານັ້ນ. ຖ້າເຮົາບໍ່ຮັກ ແລະ ສັດທາໃນຄວາມດີຂອງໂຕເອງ ຄົນອື່ນກໍ່ພ້ອມຈະດູໝິ່ນເຮົາໄດ້ ຖ້າເຮົາມີເຫດຜົນ ແລະ ຄວາມຄິດອັນດີງາມກ່ອນທີ່ຈະລົງມືເຮັດສິ່ງໃດແລ້ວ ເຮົາຍ່ອມມີໂອກາດທີ່ຈະປະສົບຄວາມສຳເລັດອັນຍິ່ງໃຫຍ່ຢູ່ສະເໝີ ຂໍພຽງຢ່າດູຖູກໂຕເອງ ແລະ ຈົ່ງເປີດໂອກາດໃຫ້ໂຕເອງຫລາຍທີ່ສຸດ ເພາະຂຸນເຂົາແຫ່ງຄວາມສຳເລັດອັນຕັ້ງຢູ່ເບື້ອງໜ້າ ລໍຖ້າພຽງຜູ້ກ້າແລະອົດທົນເທົ່ານັ້ນ.

 

 

ຄຳເວົ້າເຫລົ່ານີ້ ຄົນໃຈດີຈື່ມາຈາກຄຳສອນຂອງພະເຈົ້າລ້ວນໆ

 

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2008 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເຫັນຫລາຍໆຄົນແຕ່ງກາບກອນ ຂ້ອຍເຫັນວ່າມັນມ່ວນດີ ມື້ນີ້ກະເລີຍລອງແຕ່ງເບິ່ງ ແຕ່ງໃຫ້ສຸດທີ່ຮັກຂອງຂ້ອຍ

 

 

ຂ້ອຍມີແຟນ          ຊື່ວ່າປາຂາວ

ຂ້ອຍເອີ້ນລາວ        ວ່າແມ່ເດັກນ້ອຍ

ເພາະວ່າຂ້ອຍ         ຮັກລາວຫລ້າຍ ຫລາຍ

ເຄີຍເສຍໃຈ           ກັບຮັກຜ່ານມາ

ຊົ່ວແທ້ໜາ           ດື່ມເບຍດື່ມເຫລົ້າ

ດຽວນີ້ເຊົາ            ເຊົາດື່ມແລ້ວເດີ່

ບໍ່ໄດ້ເວີ້                ຂ້ອຍເວົ້າຄວາມຈິງ

ທຸກໆສິ່ງ               ທີ່ປາຂາວໃຫ້

ສະບາຍໃຈ            ມີສຸກທຸກຢ່າງ

ຂ້ອຍນີ້ຊ່າງ           ໂຊກດີແທ້ໆ

ເບີ່ງຂ້ອຍແມ້         ໜ້າກະຄືລີງ   alt

ບໍ່ມີສິ່ງ                 ປຽບທຽບລາວໄດ້

ນອກຈາກໃຈ         ຮັກແທ້ຂອງຂ້ອຍ

ຈະບໍ່ປ່ອຍ             ໃຫ້ລາວຫລຸດມື

ຂ້ອຍຊິຖື               ລາວໄວ້ໃຫ້ແໜ້ນ

ຂ້ອຍຫວງແຫນ      ແຟນຂ້ອຍຄົນນີ້

ຂ້ອຍບໍ່ມີ               ຍິງສອງຍິງສາມ

ດີກໍ່ຕາມ               ງາມເລີດກະຢ່າ

ຂ້ອຍນີ້ນະ              ຮັກດຽວໃຈດຽວ

ບໍ່ຂ້ອງກ່ຽວ            ຍິງນັ້ນຍິງນີ້

ຂ້ອຍຈະມີ              ຮັກດຽວຕໍ່ໄປ

ຂ້ອຍຢູ່ໃສ              ກະຄິດຮອດເຈົ້າ

ຂ້ອຍຢາກເວົ້າ        ວ່າຮັກເຈົ້າຫລາຍ

ຊີບອາດວາຍ         ຖ້າບໍ່ເຫັນໜ້າ

ຂ້ອຍສັນຍາ           ຈະບໍ່ນອກໃຈ

ເປັນຈັ່ງໃດ            ກະຮັກຄືເກົ່າ

ຮັກປາຂາວ           ຄືກັບຮັກແມ່

ເທບແທ້ໆ             ແມ່ເດັກນ້ອຍຂ້ອຍ

 

altaltaltaltaltalt

 

alt

 

 

ໂດຍ: ຄົນໃຈດີ ເທບຫລາຍ