
ຂຽນເມື່ອ: ພ.ຈ.. 24, 2009
| ມີ
55 ຄຳເຫັນ
ແລະ
0 trackback(s)
ເບຍລາວ ເບຍຫລຽນຄຳລະດັບໂລກຂອງພວກເຮົາ ຄົນໃຈດີບໍ່ຄິດບໍ່ຝັນວ່າມັນຈະເດີນທາງຂ້າມນ້ຳ ຂ້າມທະເລ ຂ້າມພູຜາ ມາຮອດ ສະຮາລັດອາເມຣິກາ.

ທ້າຍອາທິດທີ່ແລ້ວນີ້ ມີໝູ່ທີ່ເຮັດວຽກນຳກັນ(ເປັນຄົນໄທ) ລາວບອກວ່າມື້ຄືນນີ້ໄດ້ດື່ມເບຍລາວ ເຊິ່ງວ່າໝູ່ລາວ(ເປັນຄົນລາວ) ເດີນທາງມາຈາກລັດ Minnesota ມາຢາມ ແລ້ວຊາຍຄົນນັ້ນກໍ່ໄດ້ຊື້ເບຍລາວ ມານຳເພື່ອສ້າງສັນກັນ. ເມື່ອຄົນໃຈດີໄດ້ຍິນແນວນັ້ນກໍ່ surprise ສຸດໆ ແລະ ກໍ່ບໍ່ລໍຊ້າທີ່ຈະຖາມວ່າລາວຊື້ຢູ່ໃສ. ຄົນໃຈດີບອກໃຫ້ໝູ່ທີ່ເຮັດວຽກນຳກັນໂທໄປຖາມລາວ ແລະຄຳຕອບກໍ່ຄືລາວຊື້ມາຈາກ shopper food ເຊິ່ງເປັນຊຸບເປີມາເກັດ ໃກ້ບ້ານຄົນໃຈດີນັ້ນເອງ.
ຕອນບ່າຍຂອງວັນອາທິດທີ 22 ພະຈິກ 2009. ເວລາປະມານ 3 ໂມງ ຕາມເວລາທ້ອງຖິ່ນທີ່ລັດ Virginia. ຄົນໃຈດີກໍ່ເດີນທາງມຸ່ງໜ້າໄປຮ້ານດັ່ງກ່າວ ຕັ້ງຢູ່ເມືອງ Springfield. ຂີ່ລົດໄປປະມານ 10 ນາທີກໍ່ຮອດ. ແລ້ວຄົນໃຈດີກໍ່ຄົ້ນພົບວ່າ ມີເບຍລາວຢູ່ຫັ້ນຈິງ.. ເມື່ອເຫັນແລ້ວ ຄົນໃຈດີກໍ່ບໍ່ປ່ອຍໃຫ້ມັນຫລຸດມື້ ນຳຕິດໄມ້ຕິດມືກັບບ້ານມາ 2 ແກັດ (12 ແກ້ວ). 
ພໍຄົນໃຈດີມາຮອດບ້ານກໍ່ບໍລໍຊ້າທີ່ຫຍີ້ນໃສ່ຈອກ 

ແລ້ວກໍ່ຖອກເຂົ້າປາກ 

ຣົດຊາດ ຄວາມກົມກ່ອມ ບົ່ງບອກເຖິງຄວາມເປັນລາວຢູ່ສະເໝີ. ນອກຈາກນີ້ກໍ່ຍັງເຫັນເບຍຈາກນາໆປະເທດ ແລະ ປະເທດເພື່ອນບ້ານຢ່າງໄທກໍ່ມີເບຍຊ້າງ ເບຍສິງ ເບຍລີໂອ ເບຍໄທເກີ... ຄົນໃຈດີມາສັງເກດເບິ່ງສະຕິກເກີທາງຫລັງແກ້ວ ຈະເຫັນວ່າແຕກຕ່າງຈາກສະຕິກເກີຢູ່ລາວ ມັນຈະມີໂຕອັກສອນຫຍໍ້ຂອງລັດຕ່າງໆຈຳນວນໜຶ່ງ ແລະ ບໍລິສັດທີ່ນຳເຂົ້າແມ່ນ PALEEWONG TRADING CO. INC ຕັ້ງຢູ່ນິວຢອກ ເຂົ້າໄປເບິ່ງໄດ້ທີ່.. www.paleewong.com/


ເບຍລາວ ເບຍຂອງຄົນລາວ ເບຍຂອງຄົນທົ່ວໂລກ 
ຕອນນີ້ຄົນໃຈດີກະເມົາໄດ້ທີ່ແລ້ວ ຂໍໂຕໄປລົມສາວໆພັນລາວກ່ອນ.. ອິອິ
ຄົນໃຈດີລາຍງານຈາກ VIRGINIA 