ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 13, 2009 | ມີ 43 ຄຳເຫັນ ແລະ 0 trackback(s)

ເດັກນ້ອຍອາຍຸຕ່ຳກວ່າ12ປີຫ້າມອ່ານ ຈັກໜ້ອຍບໍ່ເຂົ້າໃຈ.. ອິອິ

ຍິງ: ອ້າຍເອີ່ຍ ຄ່ອຍໆແນ່ດຸ ມັນເຈັບນະ

ຊາຍ: ຮູ້ແລ້ວ ຮູ້ແລ້ວ ບອກແລ້ວວ່າຢ່າຟ້າວ ເປັນຫຍັງບໍ່ເຊື່ອກັນ

ຍິງ: ກະພຽງແຕ່ຢາກລອງເບິ່ງຊື່ໆ ວ່າມັນເຂົ້າໄດ້ບໍ່

ຊາຍ: ເຫັນບໍ່ມັນບໍ່ເຂົ້ານີ ຊິເຮັດຈັ່ງໃດດີ

ຍິງ: ອ້າຍກະພະຍາຍາມແດ່ດຸ

ຊາຍ: ພະຍາຍາມແລ້ວໄດ້ສ່ຳນີ້ແຫລະ ເຫັນບໍ່ນິ ເຂົ້າຮອດບໍ່ຈຳຊ້ຳ

ຍິງ: ຊັ້ນອ້າຍຊິໃຫ້ນ້ອງເຮັດຈັ່ງໃດຊັ້ນນະ

ຊາຍ: ດຽວອ້າຍຊິຊື້ໃຫ້ໃໝ່ກະແລ້ວກັນ ບອກແລ້ວວ່າມັນໃສ່ບໍ່ໄດ້ ແຫວນວົງນີ້ມັນນ້ອຍໂພດ

altalt

ຂຽນເມື່ອ ຂຽນເມື່ອ: ພ.ພ.. 15, 2009 | ມີ 41 ຄຳເຫັນ ແລະ 0 trackback(s)

ມີຜີ 3 ໂຕນັງລົມກັນຢູ່ຫລັງວັດ

ຜີໂຕທີ1 ຖາມຜີໂຕທີ3 ວ່າ: ເຈົ້າເປັນຫຍັງຕາຍ.

ຜີໂຕທີ3 ຕອບວ່າ: ຖືກລົດຕຳຕາຍ ລະເຈົ້າເດ່ເປັນຫຍັງຕາຍ.

ຜີໂຕທີ2 ຕອບວ່າ: ຖືກແທງຕາຍ.

...............................................................

......................................

ຜີໂຕທາງກາງໄດ້ແຕ່ນັ່ງຮ້ອງໄຫ້ ຮື່ ຮື່ ໆໆໆໆໆ.......

ແລ້ວຜີໂຕທີ1 ກັບ ໂຕທີ3 ຖາມຜີໂຕຢູ່ທາງກາງວ່າ: ເຈົ້າໄຫ້ເຮັດຫຍັງເກາະ.. ແລ້ວເຈົ້າເດ່ເປັນຫຍັງຕາຍ.

............................

..................................................

..............................................................................

........................................................................................................

ຜີໂຕທາງກາງຕອບວ່າ: ຂ້ອຍຍັງບໍ່ໄດ້ຕາຍ....... ຂ້ອຍມາ ຂີ້ .... altalt..... 5555555+++


ຂຽນເມື່ອ ຂຽນເມື່ອ: ພ.ພ.. 13, 2009 | ມີ 34 ຄຳເຫັນ ແລະ 0 trackback(s)

ມີຜູ້ຍິງຄົນໜຶ່ງໄປປຶກສາແພດກ່ຽວກັບການໃຊ້ຢາຄຸມ

ຜູ້ສາວ: ທ່ານໝໍ ຫລານຢາກຮູ້ວິທີການໃຊ້ຢາຄຸມກຳເນີດນະ

ທ່ານໝໍ: ຢາຄຸມກຳເນີດນີ້ເຂົາໃຫ້ກິນຕອນແລງກ່ອນມີເພດສຳພັນຄັ້ງລະ 1 ເມັດ

ຜູ້ສາວ: ຫວາ.. ຖ້າຈັ່ງຊັ້ນຫລານຂໍໄປໃຊ້ລອງເບິ່ງດຸ

ທ່ານໝໍ: ໄດ້ເລີຍ..

ເວົ້າແລ້ວທ່ານໝໍກໍ່ເອົາຢາໃຫ້ຜູ້ສາວຄົນນັ້ນ 7 ເມັດ.. ມື້ຕໍ່ມາຍິງຄົນນັ້ນກໍ່ກັບມາຫາທ່ານໝໍອີກ

ທ່ານໝໍ: ມີບັນຫາຫຍັງບໍ່

ຜູ້ສາວ: ບັນຫາຫັ້ນບໍ່ມີດອກ ແຕ່ຫລານຂໍຢາເພີ່ມອີກແດ່

ທ່ານໝໍ: ແມ່ນຫຍັງນິ.. ຫລານກະກິນຢາຕາມໝໍບອກຢູ່ຫວາ

ຜູ້ສາວ: ໂດຍ.. ຫລານກິນຢາຕາມທ່ານໝໍບອກຫັ້ນແຫລະ.. ກະມື້ຄືນນີ້ເດ່ ຫລານກິນໄປຕັ້ງ 5 ເມັດ ຫລານກະເລີຍຢາກມາຂໍຢາເພີ່ມ.. ຄິດວ່າມັນຄືຊິບໍ່ພໍສັບລັບຄືນນີ້ແນ່ນອນ altalt

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 29, 2008 | ມີ 14 ຄຳເຫັນ ແລະ 0 trackback(s)

ນີ້ແມ່ນເລື່ອງຈິງຂອງຄົນໃຈດີ ເມື່ອປະມານ 4 ເດືອນຜ່ານມາ

 

ຄົນໃຈດີ: ຮັນນີ່ ຂ້ອຍມີເລື່ອງຊິຖາມ

ແມ່ເດັກນ້ອຍ: ໂດຍ..ຊິຖາມຫຍັງ?

ຄົນໃຈດີ: ແມ່ນຫຍັງ ມີແຕ່ເພີ່ມ ບໍ່ມີຫລຸດ?

ແມ່ເດັກນ້ອຍ: ອາຍຸ

ຄົນໃຈດີ: ບໍ່ແມ່ນ

ແມ່ເດັກນ້ອຍ: ແມ່ນຫຍັງຊັ້ນ

ຄົນໃຈດີ:​ ກະຄວາມຮັກທີ່ຂ້ອຍມີໃຫ້ເຈົ້ານີ້ເດ່

altalt

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 9, 2008 | ມີ 15 ຄຳເຫັນ ແລະ 0 trackback(s)

ມີຄູ່ບ່າວສາວຄູ່ໜຶ່ງ ໄປແຕ່ງງານຢູ່ທີ່ໂບດ. ພໍເສັດພິທີ ຫລວງພໍ່ຢູ່ໂບດກໍ່ໄດ້ເອົາຊອງທອດກະຖິນມາໃຫ້ເຈົ້າບ່າວເພື່ອບໍລິຈາກເງີນ ເຈົ້າບ່າວຖາມ ລະຊີບໍລິຈາກເທົ່າໃດດີລະຫລວງພໍ່? ຫລວງພໍ່ຕອບ ແລ້ວແຕ່ຄວາມງາມຂອງເຈົ້າສາວ. ເຈົ້າບ່າວກະບໍລິຈາກໄປ 1.000 ກີບ. ຫລວງພໍ່ເຫັນຈຶ່ງເວົ້າຂຶ້ນວ່າ ອ້າວວວວວວວວ ຄືບໍລິຈາກໜ້ອຍແທ້. ເຈົ້າບ່າວກະເປີດໜ້າເຈົ້າສາວໃຫ້ຫລວງພໍ່ເບິ່ງ ແລ້ວກໍ່ຟ້າວຈູງມືເຈົ້າສາວລົງຈາກໂບດ!! ແລ້ວຫລວງພໍ່ກໍ່ເອີ້ນໃສ່ນຳກົ້ນວ່າ ທ້າວ ທ້າວ ຢ່າຟ້າວໄປ! ມາເອົາເງີນທອນກ່ອນ alt

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 6, 2008 | ມີ 13 ຄຳເຫັນ ແລະ 0 trackback(s)

ມີຜູ້ຊາຍ 3​ຄົນ. ຄົນທີ່1 ເປັນນັກປັດຊະຍາ, ຄົນທີ2 ເປັນນັກຄະນິດສາດ ແລະ ຄົນທີ3 ເປັນຄົນໂງ່ ມື້ໜຶ່ງຊາຍທັງ 3 ຄົນນີ້ໄດ້ໄປທ່ອງທ່ຽວນຳກັນ ລະຫວ່າງທາງລົດໄດ້ເກີດອຸບັດຕິເຫດຕົກເຫວ ຈຶ່ງເຮັດໃຫ້ຊາຍທັງ 3 ຄົນນີ້ເສຍຊີວິດໝົດ ວິນຍານຂອງຊາຍທັງ 3 ຈຶ່ງຕ້ອງໄປຫາຍົມມະບານ.

ພໍໄປຮອດຍົມມະບານກໍ່ບອກໃຫ້ແຕ່ລະຄົນຖາມຄຳຖາມມາຂໍ້ໜຶ່ງ ຖ້າຍົມມະບານຕອບບໍ່ໄດ້ຄົນໆນັ້ນຈະໄດ້ຂຶ້ນສະຫວັນ ແຕ່ຖ້າຕອບໄດ້ຄົນໆນັ້ນກໍ່ຈະໄດ້ລົງນາລົກ. ນັກປັດຊະຍາຖາມເປັນຄົນທຳອິດວ່າ ໃຫ້ອະທິບາຍຄວາມໝາຍຂອງປັດຊະຍາມາຂໍ້ໜຶ່ງ ຍົມມະບານຕອບໄດ້ ນັກປັດຊະຍາກະລົງນາລົກໄປ. ນັກຄະນິດສາດຖາມເປັນຄົນທີ2 ລາວຕັ້ງເລກໂຈດມາຂໍ້ໜຶ່ງແລ້ວຖາມວ່າຄຳຕອບແມ່ນຫຍັງ ຍົມມະບານກະຕອບໄດ້ອີກ ນັກຄະນີດສາດກະລົງນາລົກໄປ. ພໍມາຮອດຄົນສຸດທ້າຍກະຄືຄົນໂງ່ ຄົນໂງ່ບອກວ່າກ່ອນຈະຖາມຄຳຖາມຂໍນັ່ງຕັ່ງທີ່ມີ 8 ຮູ! ຍົມມະບານກະເອົາຕັ່ງໃຫ້ ຄົນໂງ່ກະນັ່ງຕັ່ງແລ້ວຕົດອອກມາ ແລ້ວກະຖາມຍົມມະບານວ່າ ຂ້ານ້ອຍຕົດອອກມາຈາຮູໃດ ຍົມມະບານຕອບ ຮູທີ2 ທາງຊ້າຍ! ຄົນໂງ່ບອກວ່າຜິດ ຂ້ານ້ອຍຕົດອອກມາຈາກຮູ ຕູ໊ດດດດດ....... alt

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 25, 2008 | ມີ 18 ຄຳເຫັນ ແລະ 0 trackback(s)

ຄາລົມຈີບສາວ(ແບບໂຣແມນຕິກ)

ຊາຍ: ຂ້ອຍຂໍຖາມທາງເຈົ້າແດ່ໄດ້ບໍ່?

ຍິງ: ເຈົ້າຊີໄປໃສລະ

ຊາຍ: ທາງເຂົ້າໄປໃນຫົວໃຈເຈົ້າ

ຊາຍ: ຈ້ອງເບີ່ງລວດລາຍເສື້ອຂອງຜູ້ຍີງ

ຍິງ: ເບິ່ງຫຍັງນະ

ຊາຍ: ເບີ່ງວ່າເຈົ້າມາຈາກສະຫວັນຫລືບໍ່

ຊາຍ: ມື້ນີ້ຂ້ອຍດວງຊວຍຂະໜາດນະ ແຕ່ຖ້າໄດ້ເຫັນຮອຍຍີ້ມຂອງຄົນງາມໆຈະເຮັດໃຫ້ຂ້ອຍຮູ້ສຶກດີຂຶ້ນ ຊ່ວຍຍິ້ມໃຫ້ຂ້ອຍເບິ່ງແດ່ໄດ້ບໍ່

ຍີງ: ....................alt

ຊາຍ: ຂ້ອຍແມ່ນນັກແຕ້ມຮູບ ວຽກຂອງຂ້ອຍແມ່ນການຊອກເບີ່ງແຕ່ຄົນໜ້າຮັກ

ຍິງ: ....................alt

ຊາຍ: ນ້ອງໆ ໂອນເງີນໃຫ້ຂ້ອຍແດ່ດຸ 2000 ກີບ

ຍິງ: ຊີເອົາໄປເຮັດຫຍັງ

ຊາຍ: ຊີໂທບອກແມ່ວ່າມື້ນີ້ຂ້ອຍໄດ້ເຈີຜູ້ຍິງທີ່ໜ້າຮັກທີ່ສຸດໃນໂລກ

ຊາຍ: ມື້ນີ້ຝົນຕົກໜັກເນາະ

ຍິງ: ຫັ້ນແຫລະ

ຊາຍ: ຂ້ອຍວ່າເປັນນຳຟ້າເຫັນເຈົ້າແລ້ວນ້ຳລາຍໄຫລບໍ່ຢຸດ

ຊາຍ: ເຊື່ອຂ້ອຍເດີ່ ຂ້ອຍຊິເຮັດໃຫ້ເຈົ້າເປັນຄົນທີ່ມີຄວາມສຸກຫລາຍເປັນອັນດັບ 2 ໃນໂລກນີ້

ຍິງ: ເປັນຫຍັງຈີ່ງບໍ່ໃຫ້ຂ້ອຍເປັນອັນດັບ 1 ລະ

ຊາຍ: ທີ່ຂ້ອຍໄດ້ເຈົ້າມາເປັນແຟນ ມັນກະເຮັດໃຫ້ຂ້ອຍເປັນຄົນທີ່ມີຄວາມສຸກອັນດັບ 1 ແລ້ວ

ຄາລົມຈີບສາວ (ໃນຄວາມເປັນຈິງ)

ຊາຍ: ຂ້ອຍຂໍຖາມທາງເຈົ້າແດ່ໄດ້ບໍ່?

ຍິງ: ຊີບ້າຫວາຂ້ອຍບໍ່ແມ່ນຄົນແຖວນີ້

ຊາຍ: ແຕ໋ວ $%#?/T

ຊາຍ: ຈ້ອງເບີ່ງລວດລາຍເສື້ອຂອງຜູ້ຍີງ

ຍິງ: ເບິ່ງຫຍັງ ບໍ່ເຄີຍເຫັນຄົນຫວາ

ຊາຍ: ແຕ໋ວ $%#?/T

ຊາຍ: ມື້ນີ້ຂ້ອຍດວງຊວຍຂະໜາດນະ ແຕ່ຖ້າໄດ້ເຫັນຮອຍຍີ້ມຂອງຄົນງາມໆຈະເຮັດໃຫ້ຂ້ອຍຮູ້ສຶກດີຂຶ້ນ ຊ່ວຍຍິ້ມໃຫ້ຂ້ອຍເບິ່ງແດ່ໄດ້ບໍ່

ຍີງ: ເຫັນໜຸ່ມຫລໍ່ໆກໍ່ຈະເຮັດໃຫ້ຂ້ອຍອາລົມດີຂຶ້ນ ຫຍັບໄປໄກໆແດ່ໄປ.... ບ້າ

ຊາຍ: ແຕ໋ວ $%#?/T

ຊາຍ: ຂ້ອຍແມ່ນນັກແຕ້ມຮູບ ວຽກຂອງຂ້ອຍແມ່ນການຊອກເບີ່ງແຕ່ຄົນໜ້າຮັກ

ຍິງ: ຂ້ອຍແມ່ນສັດຕະວະແພດ ວຽກຂອງຂ້ອຍແມ່ນຈັບໝາໂຕຜູ້ມາຕອນ

ຊາຍ: ແຕ໋ວ $%#?/T

ຊາຍ: ນ້ອງໆ ໂອນເງີນໃຫ້ຂ້ອຍແດ່ດຸ 2.000 ກີບ

ຍິງ: ລະອ້າຍຊິໃຊ້ນ້ອງຄືນ 20.000 ບໍ່ລະ

ຊາຍ: ແຕ໋ວ $%#?/T

ຊາຍ: ມື້ນີ້ຝົນຕົກໜັກເນາະ

ຍິງ: ຫັ້ນແຫລະ

ຊາຍ: ຂ້ອຍວ່າເປັນນຳຟ້າເຫັນເຈົ້າແລ້ວນ້ຳລາຍໄຫລບໍ່ຢຸດ

ຍິງ: ຂ້ອຍວ່າຟ້າເຫັນເຈົ້າລະຮາກບໍ່ເຊົາຫລາຍກວ່າ

ຊາຍ: ແຕ໋ວ  $%#?/T

ຊາຍ: ເຊື່ອຂ້ອຍເດີ່ ຂ້ອຍຊິເຮັດໃຫ້ເຈົ້າເປັນຄົນທີ່ມີຄວາມສຸກຫລາຍເປັນອັນດັບ 2 ໃນໂລກນີ້

ຍິງ: ເຈົ້າກະເຊື່ອຂ້ອຍເດີ່ ວ່າຂ້ອຍຊິເຮັດໃຫ້ເຈົ້າເປັນຄົນທີໂຊກຮ້າຍທີ່ສຸດໃນໂລກນີ້

ຊາຍ: ແຕ໋ວ $%#?/T

ຫົວໃຫ້ແດ່ 555555555 ສົນໃຈເຂົ້າຮ່ວມກຸ່ມຮັກດຽວໃຈດຽວ ຄລິກເລີຍ 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 6, 2008 | ມີ 7 ຄຳເຫັນ ແລະ 0 trackback(s)
ພໍ່ເຖົ້າເປັນຄົນທີອາໄສຢູ່ຊົນນະບົດ ບໍ່ມີນ້ຳປະປາ ບໍ່ມີໄຟຟ້າໃຊ້ ເວລາກາງຄືນກໍ່ໄດ້ໄຕ້ກະຕຽງເອົາ ມື້ໜຶ່ງພໍ່ເຖົ້າຄິດຮອດລູກສາວກັບລູກເຂີຍແຮງ ຈື່ງມາຢາມລູກສາວກັບລູກເຂີຍທີ່ວຽງຈັນເປັນເທື່ອທຳອິດ

ພໍມາຮອດມັນກໍ່ຄ່ຳແລ້ວ ພໍ່ເຖົ້າກໍ່ອາບນ້ຳ ກິນເຂົ້າ ລົມກັນໜ້ອຍໜື່ງ ກໍ່ພາກັນເຂົ້ານອນ ກ່ອນນອນພໍ່ເຖົ້າບໍ່ຮູ້ຈັກວ່າຊິມອດດອກໄຟຈັ່ງໃດ ເພິ່ນກະໄປເປົ່າດອກໄຟ ຄິດວ່າມັນກະຊິຄືກັບກະຕຽງ ເປົ່າຈັ່ງໃດມັນກະບໍ່ມອດຈັກເທື່ອ ແຕ່ພໍ່ເຖົ້າກະເປົ່າຢູ່ຫັ້ນແຫລະ ພໍ່ເຖົ້າຄິດໃນໃຈວ່າ ບໍ່ມີຫຍັງທີ່ກູເຮັດບໍ່ໄດ້ ລະກະເປົ່າຕໍ່ໄປ...

 ຈົນລູກເຂີຍໄດ້ຍິນສຽງເປົ່າໄຟຈິ່ງລຸກມາເບິ່ງກໍ່ເຫັນພໍ່ເຖົ້າເປົ່າດອກໄຟຢູ່ ລູກເຂີຍກໍ່ລັກຫົວ ອິກ ອິກ ຢູ່ໃນໃຈ ຄັນຊີໄປບອກກະຢ້ານພໍ່ເຖົ້າອາຍ ລູກເຂີຍຈິ່ງຈອບໆໄປມອດສະວິກໄຟລົງລະໄຟກະມອດ ເມື່ອໄຟມອດແລ້ວພໍ່ເຖົ້າກໍ່ໄດ້ເວົ້າຂຶ້ນວ່າ

ນ່ານ! ມັນຊິເໜືອຄວາມພະຍາຍາມກູໄປໃສ ຮ່າ ຮ່າ ໆໆໆ

ອ້າວໆໆໆໆ ຕະຫລົກບໍ່ຕະຫລົກກະຫົວໃຫ້ແດ່ ຮີ້ວວວວວວວວວວວ