ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

ເລື່ອງນີ້ຈະມີຢູ່ຈິງຫຼືບໍ່ ກະບໍ່ຮູ້ຄືກັນເດີ້ ແຕ່ຟັງຕາມຄື້ນວິທະຍຸ ກະເລີຍມາຂຽນແບບຫຍໍ້ໆກ່ຽວກັບເລື່ອງໆນີ້ ແລະ ເລື່ອງນີ້ກະມີຢູ່ວ່າ:

ມີບ່າວບ້ານນອກຄົນໜຶ່ງເຂົ້າມາຮຽນຢູ່ໃນເມືອງນະສະຖາບັນການສຶກສາແຫ່ງໜຶ່ງເປັນນັກສຶກສາຫໍພັກ ເຊິ່ງຖານະຄອບຄົວກະທຸກຈົນ ໄດ້ເຂົ້າມາຮຽນເປັນເວລາຫຼາຍປີ ແລະ ກໍ່ບໍ່ໄດ້ກັບເມືອ ຢາມບ້ານຈັກເທື່ອ ໂດຍທີ່ພໍ່ແມ່ໄດ້ສົ່ງເຂົ້າມາໃຫ້ກິນເປັນປະຈຳ ມີມື້ໜຶ່ງພໍ່ກັບແມ່ລາວໄດ້ມາຢາມ ແລະ ມາຊອກຫາລາວຢູ່ຫໍພັກ ເຊິ່ງດ້ວຍຄວາມຮັກ ແລະ ຄິດຮອດລູກຕາມຫົວອົກຂອງພໍ່ ແລະ ແມ່ ຈົນກະທັ້ງພໍ່ແລະແມ່ ໄດ້ມາຮອດຫ້ອງທີ່ລູກຕົວເອງຢູ່ ສ່ວນວ່າລູກນັ້ນດ້ວຍຄວາມອາຍໝູ່ທີ່ພໍ່ແມ່ແລະຄອບຄົວຕົວເອງທຸກ ເມື່ອເຫັນພໍ່ກັບແມ່ຜູ້ເປັນລູກແທນທີ່ຈະຕ້ອນຮັບເພິ່ນ ຜູ້ເປັນລູກຊ້ຳພັດຖາມວ່າ ສະພາຍດີປ້າສະບາຍດີລຸງ ບໍ່ຮູ້ວ່າປ້າກັບລຸງມາຫາໃຜນໍ້ "ພວກທ່ານລອງຄິດເບິ່ງວ່າ ພໍ່ກັບແມ່ຕັ້ງໃຈມາຢາມລູກດ້ວຍຄວາມຄິດຮອດ ແລະ ຄິດເຖິງ ເມື່ອໄດ້ຍິນແນວນັ້ນ ຜູ້ເປັນພໍ່ເປັນແມ່ຈະມີຄວາມຮູ້ສຶກຈັ່ງໃດ"

ທັງສອງເຖົ້າແນມເບິ່ງໜ້າກັນດ້ວຍສີໜ້າທີ່ເສົ້າໝອງແລ້ວນ້ຳຕາຫຸ້ມເບົ້າ ພ້ອມທັງຕອບວ່າ ຂໍໂທດເດີ້ພວກຂ້ອຍມາຜິດຫ້ອງ ແລ້ວກໍ່ກັບດ້ວຍຄວາມເສົ້າໃຈ 

ໃນຖານະທີ່ບັນດາທ່ານເປັນລູກ ທ່ານຈະປະຕິເສດພໍ່ແມ່ຂອງທ່ານບໍ່ ຫາກທ່ານຕົກໃນກໍລະນີນີ້

ຂໍຂອບໃຈສຳລັບທຸກໆທ່ານທີ່ໃຫ້ຄຳເຫັນ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 5, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

 ທຸກໆຄົນທີ່ເກີດມາລ້ວນແຕ່ມີການພະຈົນໄພຂອງຕົນເອງທັງນັ້ນ; ບໍ່ວ່າຈະເປັນການຮ່ຳຮຽນ, ການເດີນທາງ, ການເຮັດວຽກ ແລະ ສິ່ງອື່ນໆ ແຕ່ວ່າສິ່ງຕ່າງໆນັ້ນຈະແຕກຕ່າງກັນໄປຕາມແຕ່ລະແບບແຜນ ຂອງແຕ່ລະຄົນ

ບາງຄົນກໍອາດເຄີຍຜ່ານວຽກມາຫຼາຍໆບ່ອນ, ມີຫຼາຍໆປະສົບການ ຄືຂ້າພະເຈົ້າເອງກໍແມ່ນອີກຄົນໜຶ່ງທີ່ປ່ຽນວຽກງານໃນຫຼາຍໆຄັ້ງ, ຫຼາຍໆຄົນອາດຈະມອງວ່າຄົນທີ່ປ່ຽນວຽກຫຼາຍໆຄັ້ງມີຢູ່ 2 ຄື

+ ຄົນໆນັ້ນບໍ່ມີຄວາມສາມດໃນການເຮັດວຽກຈັ່ງປ່ຽນວຽດຸ, ໝາຍຄວາມວ່າຄົນໆນັ້ນບໍ່ມີກັດສະຍະພາບ

+ ຄົນໆນັ້ນມີທາງເລືອກທີ່ດີ ແລະ ໜ້າສົນໃຈ

ຄືຂ້າພະເຈົ້າເອງແມ່ນກໍລະນີທີສອງ ແລະ ເຫດຜົນອີກປະການໜຶ່ງແມ່ນເພື່ອຫາປະສົບການໃນການເຮັດວຽກທີ່ແຕກຕ່າງກັນໄປ ເພື່ອເປັນການສ້າງຄວາມຊິນເຄີຍ ແລະ ເປັນການທ້າທາຍໃນສິ່ງໃໝ່ໆ ໃນປະຈຸບັນກະຖືວ່າໄດ້ເຮັດວຽກບ່ອນທີ່ດີແລ້ວ, ແຕ່ໃນອານາຄົດຖ້າມີຄົນທີ່ສະເໜີທີ່ດີກວ່ານີ້ມາໃຫ້ກໍ່ຈະໄປເຊັ່ນດຽວກັນ ດັ່ງເຊັ່ນນັກທຸລະກິດລາຍໜຶ່ງໄດ້ຂຽນໃນວາລະສານໜຶ່ງໄວ້ວ່າ:

ກ່ອນທີ່ຈະມາເປັນນັກທຸລະກິດ (ເຈົ້າຂອງໂຮງແຮມ) ທີ່ປະສົບຜົນສຳເລັດມາເຖິງທຸກວັນນີ້ ຫຼັງຈາກທີ່ລາວໄດ້ຮຽນຈົບດ້ານບໍລິຫານທຸລະກິດ ບໍ່ຂອງລາວເຊິ່ງເປັນເຈົ້າຂອງໂຮງແຮມໄດ້ໃຫ້ລາວໄປເຮັດວຽກ ນຳແຕ່ຕຳແນ໋ງທີ່ລາວໄດ້ຮັບທຳອິດແມ່ນພຽງແຕ່ພະນັກງານເປີດປະຕູໂຮງແຮມ ຕໍ່ມາພໍ່ຂອງລາວກໍໝູນໃຫ້ລາວໄປໃນທຸກໆຕຳແໜ່ງໃນທຸກໆພະແນກການ 

ທ່ານທັງຫຼາຍລອງຄິດເບິ່ງວ່າເປັນຍ້ອນຫຍັງພໍ່ລາວຈິ່ງເຮັດແນວນີ້ກັບລູກຂອງລາວ

ເຫດຜົນກໍຍ້ອນວ່າ ການທີ່ຈະເປັນຜູ້ບໍລິການງານທີ່ດີ ຜູ້ເປັນນາຍຫຼືເຈົ້າຂອງ ຕ້ອງຮູ້ຄວາມທຸກຍາກຂອງພະນັກງານແຕ່ລະຄົນ, ຮູ້ໜ້າວຽກຂອງແຕ່ລະຄົນ ຈຶ່ງສາມາດຮູ້ຈິດໃຈຂອງພະນັກງານ

ເມື່ອລາວໄດ້ຜ່ານການທົດສອບຂອງພໍ່ລາວ, ພໍ່ຂອງລາວຈິ່ງມອບໜ້າທີ່ບໍລິຫານໃຫ້ລາວນັບແຕ່ນັ້ນມາ

ແຕ່ວ່າການເຮັດວຽກແມ່ນບໍ່ມີວັນສິ້ນສຸດ, ເພາະບັນຫາຕ່າງໆທີ່ເກີດຂຶ້ນໃນແຕ່ລະວັນຈະບໍ່ແມ່ນເຫດການດຽວກັນ ມັນຈະປັນປ່ຽນໄປຕາມແຕ່ລະຍຸກຄືກັນ