ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 25, 2013 | ມີ 7 ຄຳເຫັນ ແລະ 0 trackback(s)

ຄືນໜຶ່ງເປັນຄືນເດືອນດັບ,ຂ້ອຍກຳລັງປວດເບົາຫຼາຍເລີຍລຸກໄປຄົນດຽວພໍລົງຮອດຂັ້ນໄດຂ້ອຍກໍ່ຟ້າວຍ່າງໄປຫາຕົ້ນໄໝ້ໃຫຍ່ຢູ່ຕໍ່ໜ້າເຮືອນທັນທີ

ໃນຂະນະທີ່ຂ້ອຍກຳລັງເບົາຢູ່ນັ້ນກໍ່ໄດ້ຍິນສຽງຮ້ອງຄວນຄາງແບບເຢັນໆອອກມາວ່າໂອ້ຍ!ໆຊ່ວຍແດ່ຊ່ວຍແດ່!ຂ້ອຍຢືນຫຼຽວຊ້າຍຫຼຽວຂວາຕົນໂຕສັ່ນ

ຂົນລຸກທົ່ວທັງຕົວພໍຫຼຽວຂຶ້ນໄປເບິ່ງປາຍໄມ້ກໍ່ເຫັນຄົນເປັນຜູ້ຍິງຜົມຍາວນັ່ງຢ່ອນຂາຢູ່ເທິງປາຍໄມ້ຂ້ອຍຄິດສົງໄສວ່ານັ້ນແມ່ນໃຜລາວມາເຮັດຫຍັງຢູ່ຫັ້ນ

ໃນຂະນະນັ້ນຜູ້ຍິງຄົນນັ້ນກໍ່ເວົ້າວ່າບັກນ້ອຍມຶງຢາກໄດ້ຫົວບໍ່ກູຊິຂາຍໃຫ້ເພາະກູບໍ່ມີເງິນຊິຈ້າງລົດກັບບ້ານຂ້ອຍທັງສັ່ນທັງຢ້ານຈົນກ້າວຂາບໍ່ອອກ

ເມື່ອຂ້ອຍບໍ່ເວົ້າຫຍັງຜູ້ຍິງຄົນນັ້ນກໍ່ໃຊ້ມືຈັບຫົວຕົນເອງແລ້ວໂຍນມາໃຫ້ຂ້ອຍໆຢ້ານຫຼາຍເລີຍຮ້ອງຂຶ້ນໝົດແຮງແລ້ວພໍ່ຂອງຂ້ອຍກໍ່ເອິ້ນມາໃສ່ວ່າ

ລູກເປັນຫຍັງຂ້ອຍຕອບທັງສັ່ນທັງຢ້ານວ່າລູກໆໆໆຝັນເຫັນຜີ.