ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 17, 2012 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

                                    ປິດສະໜາທຳ

            ຄຳຖາມ                                                                              ຄຳຕອບ

  1. ຂ້າແມ່ນຫຍັງບໍ່ເປັນບາບ ?                         ຂ້າຄວາມໂກດ
  2.  

  3. ຫາບແມ່ນຫຍັງບໍ່ດີ ?                                 ຫາບຄວາມທຸກ
  4. ຂີ້ແມ່ນຫຍິງບໍ່ເປັນປຸ໋ຍ?                               ຂີ້ຄ້ານ
  5. ເວົ້າແມ່ນຫຍັງບໍ່ເກີດຄ່າ ?                            ເວົ້າໂມ້
  6. ດ່າແມ່ນຫຍັງບໍ່ເກີດໄພ ?                             ດ່າຕົວເອງ
  7. ໃຫ້ແມ່ນຫຍັງບໍ່ເຄີຍໝົດ ?                          ໃຫ້ອະໄພ
  8. ອົດແມ່ນຫຍັງບໍ່ເຄີຍຕາຍ ?                           ອົດຄວາມຮັກ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 8, 2012 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ເຮັດໜ້າທີ່ຄູຕໍ່ສຶດ

໑. ແນະນຳເຝິກອົບຮົມໃຫ້ເປັນຄົນດີ

໒. ສອນໃຫ້ເຂົ້າໃຈແຈ່ມແຈ້ງ

໓. ສອນສີນລະປະວິທະຍາໃຫ້ສິ້ນເຊິງ

໔. ສົ່ງເສິມຍົກຍ້ອງຄວາມດີງາມຄວາມສາມາດໃຫ້ປະກົດ

໕. ສອນເຝິກສິດໃຫ້ມີວິໍຊາລຽ້ງຊີບ.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 25, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ພຸດທະປະຫວັດຫຍໍ້

ພຣະພຸດທະເຈົ້າພະນາມເດິມຊື່ ສິດທັດຖະ ເປັນຄນຊາວ ອະຣິຍະກະ  ແປວ່າ ຊາດທີ່ມີຄວາມຈະເລິນ ໃນປະເທດອິນເດຍ.

ພຣະບິດາ (ພໍ່) ຊື່ : ພຣະເຈົ້າສຸດໂທທະນະ  ເປັນກະສັດແຫ່ງສາກະຍະວົງ  ຊົງປົກຄອງເມືອງກະບິນລະພັດ .

ພຣະມານດາ (ແມ່) ຊື່ :ພຣະນາງເຈົ້າສິຣິມະຫາມາຍາ  ເປັນນາງກະສັດແຫ່ງໂກລິຍະວົງ  ພຣະບິດາຂອງພຣະນາງເປັນກະສັດ

ປົກຄອງເມືອງ ເທວະທະຫະ ,

ພຣະພຸດທະເຈົ້າປະສູດ(ເກິດ) ທີ່ສວນລຸມພິນິວັນ .  ເມື່ອວັນສຸກຂຶ້ນ ໑໕ ຄ່ຳ ເດືອນ ໖  ປີ ຈໍ.

ພໍເກິດມາໄດ້ ວັນ ພຣະບິດາທຳພິທີຕັ້ງຊື່ວ່າ  ສິດທັດຖະ 

ເມື່ອໄດ້ອາຍຸ ວັນ ພຣະມານດາກໍ່ໄດ້ສິນພະຊົນ (ຕາຍ)

ອາຍຸໄດ້ ໑໖ ປີ ສະເຫວີຍລາຊະສົມບັດພ້ອມທັງໄດ້ ອະພິເສດສົມລົດກັບ ພຣະນາງຍະໂສທາລາ ຫຼືນາງພິມພາ  ມີພຮະໂອລົດດ້ວຍກັນອົງໜຶ່ງ

ຊື່ ວ່າ : ລາຫຸນ .

ອາຍຸໄດ້ ໒໙ ປີ ສະເດັດອອກບວດ  ເມື່ອວັນອາທິດ  ຂຶ້ນ ໑໕ ຄ່ຳ ເດືອນ ໘ ປີ ເຖາະ ຯ ແລ້ວໄດ້ຊົງບຳເພັນຢູ່ ປີ ຈິ່ງໄດ້ຕັດສະຣູ້ ຯ

ພໍອາຍຸໄດ້ ໓໕ ປີ ໄດ້ຕັດສະຣູ້ ເປັນພຣະພຸດທະເຈົ້າ ເມືອ່ວັນ ອາທິດຂຶ້ນ ໑໕ ຄ່ຳ ເດືອນ ໖  ປີ ລະກາ ຯ . , ເມື່ອພຣະອົງໄດ້ຕັດສະຣູ້ເປັນພຣະພຸດທະເຈົ້າແລ້ວ

ໄດ້ຊົງບຳເພັນພຸດທະກິດຄື :ການສະເດັດທ່ຽວຈາລຶກ ປະກາດພຣະສາສະໜາ  ສັ່ງສອນ ປະຊາຊົນຢູ່ ໔໕ ປີ ຯ.

ພໍອາຍຸໄດ້ ໘໐ ປີ ໄດ້ສະເດັດດັບຂັນ ທະປະລິນິບພານ (ຕາຍ) ຯ .ທີ່ເມືອງ ກຸສິນາລາ ເມືອ່ວັນອັງຄານ ຂຶ້ນ ໑໕ ຄ່ຳ ເດືອນ ໖  ປີ ມະເສັງ .ຯ

ການຕັ້ງພຸດທະສັກກະລາດ (ພ.ສ) ກໍ່ໄດ້ເລິ່ມຂຶ້ນແຕ່ພຣະພຸດທະເຈົ້າປະລິນິບພານ ຄືລ່ວງມາແລ້ວຄົນໜຶ່ງ  .ປີຈິ່ງນັບເປັນ ພ.ສ. ໑ . ຯຯຯຯ