ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 19, 2009 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ


alt

ກ - ເກັບເຮົາໄວ້ໃນໃຈເຂົາ

ຂ - ເຂົ້າໃຈເຮົາ

ຄ - ຄອຍເປັນກຳລັງໃຈໃຫ້ເຮົາ

ງ - ງໍ້ເຮົາເມື່ອຮູ້ວ່າຂະເຈົ້າຜິດ

ຈ - ຈັບມືເຮົາເມື່ອຕ້ອງການໃຫ້ກຳລັງໃຈ

ສ - ສຶກສານິໄສທີ່ແທ້ຈິງຂອງເຮົາ

ສ - ສັງເກດຄວາມປ່ຽນແປງໃນຕົວເຮົາ

ຊ - ຊື່ໆກັບຄວາມໃຈຮ້ອນຂອງເຮົາ

ຊ - ຊ່ອຍເຫຼືອເຮົາ

ຊ - ຊື່ສັດກັບເຮົາ, ເຮັດດີກັບເຮົາສະເໝີ

ດ - ດີກັບເຮົາ

ຕ - ຕິດຕາມຂ່າວຄາວຄວາມເປັນໄປຂອງເຮົາ

ຖ - ໄຖ່ຖາມທຸກສຸກ

ທ - ທຳມະທຳໂມກັບເຮົາ

ນ - ນັບຖືເຮົາ ແລະ ເປັນຕາຮັກໃນສາຍຕາຂອງເຮົາ

ບ - ບອກຄວາມຈິງແກ່ເຮົາ

ປ - ປອບໃຈເມື່ອເຮົາທໍ້

ຜ - ຜາຍ(ແບ) ມືຕ້ອນຮັບເຮົາສະເໝີ

ຝ - ຝາກຄວາມຈິງໃຈໄວ້ກັບເຮົາ

ພ -  ເພີ່ມພະລັງໃຫ້ແກ່ເຮົາ

ພ - ພູມໃຈໃນຕົວເຮົາ

ຟ - ຟັງເຮົາສະເໝີ

ມ - ມອບສິ່ງດີໆໃຫ້ແກ່ເຮົາ

ຍ - ຍົກໂທດໃຫ້ແກ່ເຮົາ

ຍ - ຍ່າງຄຽງຂ້າງເຮົາ

ຮ - ເຮັດໃຫ້ຊີວິດຂອງເຮົາປ່ຽນໄປ

ຮ - ຮັກເຮົາທີ່ເຮົາເປັນເຮົາ

ຮ - ເຮຮາກັບເຮົາໄດ້ທຸກເວລາ

ລ - ລະອຽດອ່ອນກັບຄວາມຮູ້ສຶກຂອງເຮົາ

ວ - ໄວ້ໃຈເຮົາ

ຫ - ເຫັນຄຸນຄ່າຂອງເຮົາ

ອ - ອະທິບາຍສິ່ງທີ່ເຮົາບໍ່ເຂົ້າໃຈ


ຈາກ Forward mail. ມີຄົນສົ່ງມາໃຫ້ ບອກໃຫ້ສົ່ງຕໍ່ໃຫ້ຄົບ 20 ແລ້ວຈະສົ່ງໃຫ້ໃຜລະນີ້ (alt ຄິດບໍ່ອອກ)

                                          ເອົາມາຂຽນຢູ່ນີ້ຊະໜ້າຈະດີກວ່າ ເຜື່ອມີຄົນຢາກອ່ານ

                                            ຖ້າຊ້ຳກໍ່ກໍອະໄພເດີ້ພີ່ນ້ອງພັນລາວ




ຂຽນເມື່ອ ຂຽນເມື່ອ: ທ.ວ.. 29, 2008 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ຈາກພາກທີ່ໜຶ່ງ ເລົ່າຕໍ່ກັນເລີຍເນາະພີ່ນ້ອງ ອາດຈະຍາວແດ່ ໝັ່ນກໍ່ອ່ານ ຄ້ານກໍ່ບໍ່ອ່ານ ບໍ່ວ່າກັນ

 

ຕັ້ງແຕ່ອົກຫັກມາ ໂນ່ກໍ່ມີແຕ່ຊຶມເສົ້າທຸກໆວັນ, ໝູ່ເພື່ອນທຸກຄົນຍິ່ງຮູ້ສຶກເປັນຫວ່ງໂນ່ຫຼາຍ, ແຕ່ກໍ່ບໍ່ຮູ້ສາເຫດ ຖາມຫຍັງໂນ່ກໍ່ບໍ່ບອກ,

ພວກເຂົາຈຶ່ງພາກັນເດົາເອົາວ່າຄົງເປັນເພາະ ດາວ ແນ່ນອນ, ພວກໝູ່ເພື່ອນໄດ້ພາກັນພະຍາຍາມຖາມດາວ, ແຕ່ດາວກໍ່ບໍ່ໄດ້ໃຫ້ຄຳຕອບແຕ່ຢ່າງໃດ,

ມີແຕ່ບອກວ່າຝາກເບິ່ງແຍງໂນ່ແດ່

ອາທິດໜ້າຈະເສັງແລ້ວໃດ໋ໂນ່ເປັນຫຍັງໂຕຄືບໍ່ເບິ່ງບົດຮຽນແດ່ວະສ່ຽວ,

ມີຫຍັງກໍ່ປຶກສານຳໝູ່ຄູ່ແມ, ເກັບໄວ້ຄົນດຽວມັນກໍ່ທຸກຢູ່ຄົນດຽວ

ເຮົາມາຮຽນໜັງສືເດີ້ສ່ຽວ ຢ່າໃຫ້ເລື່ອງອື່ນມາເຮັດໃຫ້ການຮຽນຂອງໂຕເສຍແມ 

ວັນໄຊ ເວົ້າປອບໃຈໂນ່ດ້ວຍຄວາມເປັນຫວ່ງໃນຖານະເພື່ອນຮັກກັນ

ການສອບເສັງໄປຮຽນຕໍ່ຈີນໄດ້ກ້າວເຂົ້າມາເຖິງ

ດາວ ! ທີ່ເຈົ້າຈາກຂ້ອຍໄປກໍ່ເພາະວ່າຂ້ອຍມັນຈົນແມ່ນບໍ?

ຖ້າຫາກມື້ນີ້ຂ້ອຍມີທຸກສິ່ງທຸກຢ່າງເຈົ້າກະຄືຊິມາອວຍພອນໃຫ້ຂ້ອຍໃນວັນສອບເສັງໃນຄັ້ງນີ້

ເຖິງແມ່ນວ່າວັນນີ້ຂ້ອຍຈະບໍ່ມີເຈົ້າຢູ່ຄຽງຂ້າງກໍ່ຕາມແຕ່ຂ້ອຍກໍ່ຈະຕ້ອງກ້າວເດີນໄປທາງໜ້າ,

ດາວ ! ຂ້ອຍຈະເຮັດໃຫ້ເຈົ້າໄດ້ເຫັນວ່າຄົນຈົນໆຄົນນີ້, ຄົນທີ່ເຈົ້າຖິ້ມໄປ, ເຖິງຈະອົກຫັກເສຍໃຈເທົ່າໃດ,

ຂ້ອຍກໍ່ຈະບໍ່ຍອມຖິ້ມຄວາມຝັນ ແລະ ອຸດົມການຂອງຂ້ອຍ,

ດາວ ! ເຖິງວັນນີ້ເຈົ້າຈະຈາກຂ້ອຍໄປແຕ່ຂ້ອຍກໍ່ຍັງຫວັງວ່າວັນໜຶ່ງເຮົາອາດຈະກັບມາພົບກັນອີກ

ໃນວັນທີ່ຂ້ອຍມີທຸກສິ່ງທຸກຢ່າງ

ອ້າວ ! ໂນ່ ນັ່ງຄຶດຫຍັງຢູ່ນີ້ໄປ໋ ໄປ ໃກ້ຊິຮອດໂມງເສັງແລ້ວເດ ວັນໄຊຮ້ອງມາໃສ່ພ້ອມທັງຍ່າງຂຶ້ນຫ້ອງ

 

ຫຼັງຈາກການສອບເສັງສິ້ນສຸດລົງ, ຜົນປະກົດອອກມາວ່າໂນ່ຕິດອັນດັບຕົ້ນໆຂອງລາຍຊື່ນັກສຶກສາທີ່ເສັງໄດ້

 

ການສຶກສາທີ່ປະເທດຈີນເປັນເວລາຫຼາຍເດືອນຜ່ານໄປ ໂນ່ໄດ້ຕັ້ງໃຈໃສ່ການຮ່ຳຮຽນເປັນຢ່າງດີ, ຜົນການຮຽນຂອງລາວດີຂຶ້ນເລື້ອຍໆ

ຈົນໝູ່ຄູ່ໃຜໆກໍ່ຍ້ອງ,

ຢູ່ມາວັນໜຶ່ງໂນ່ກໍ່ໄດ້ຮັບຂ່າວຈາກໝູ່ ວ່າດາວໄດ້ແຕ່ງງານແລ້ວ,

ຄວາມຫວັງທີ່ຂ້ອຍຈະໄດ້ພົບກັບເຈົ້າອີກມັນຄືຊິເປັນໄປບໍ່ໄດ້ແລ້ວແມ່ນບໍດາວ ? ໂນ່ ພຶມພຳອອກມາພ້ອມຢາດນ້ຳຕາໄຫຼອາບໜ້າ

ຄວາມຮູ້ສຶກເຈັບປວດມັນໄດ້ກັບຄືນມາຫາໂນ່ອີກຄັ້ງໜຶ່ງ, ເປັນເວລາຫຼາຍວັນກວ່າທີ່ລາວຈະທຳໃຈໄດ້

 

 

ແຕ່ໂຊກຮ້າຍກໍ່ບໍ່ໄດ້ຢູ່ກັບໂນ່ສະເໝີໄປ

ຢູ່ທີ່ສະຖາບັນການສຶກສານີ້ເອງໄດ້ເຮັດໃຫ້ໂນ່ພົບກັນຜູ້ຍິງຄົນໜຶ່ງ, ເປັນນັກສຶກສາຈາກປະເທດລາວຄືກັນ

ໃຈ ເປັນນັກຮຽນທຶນຄືກັນກັບໂນ່, ຖານະຄອບຄົວປານກາງ, ໄດ້ທຶນມາຮຽນຍ້ອນຄວາມຮູ້ຄວາມສາມາດຂອງຕົນເອງ

ລາວເປັນຄົນງາມແບບທຳມະຊາດບໍ່ແພ້ດາວແຟນເກົ່າຂອງໂນ່ເລີຍ, ໃຈ ເປັນຄົນອາລົມດີ, ຕະຫຼົກເປັນບາງເວລາ,ມັກມ່ວນຊື່ນ,

ດ້ວຍເຫດນີ້ຈຶ່ງເຮັດໃຫ້ໂນ່ຜູ້ທີ່ມີແຕ່ຄວາມງຽບເຫງົາເພາະບໍ່ເຄີຍລືມຄົນຮັກເກົ່າ, ຮູ້ສຶກມີຄວາມສຸກທີ່ຢູ່ກັບນາງ,

ຄວາມໃກ້ຊິດສະໜິດສະໜົມກັນຈາກໝູ່ເພື່ອນນັບມື້ນັບຫຼາຍຂຶ້ນໄດ້ເຮັດໃຫ້ກໍ່ເກີດເປັນຄວາມຮັກ,

 

ວັນເວລາຜ່ານໄປ ຄວາມຮັກ ແລະ ຄວາມຫວັງດີທີ່ ໃຈ ມີໃຫ້ ໂນ່ໄດ້ເຮັດໃຫ້ຫົວໃຈທີ່ເຄີຍເຈັບປວດແລະແສນທໍລະມານ

ມາເປັນເວລາຫຼາຍປີນັ້ນໄດ້ກັບຄືນມາມີຊີວິດຊີວາໃໝ່ອີກຄັ້ງໜຶ່ງ

 

ເມື່ອເສັ້ນທາງການສຶກສາສິ້ນສຸດລົງ ຜົນຕອບແທນກໍ່ຄືໃບປະກາດທີ່ໄດ້ຮັບມາເພື່ອເປັນການຢັ້ງຢືນເຖິງຜົນສຳເລັດ

ຫຼັງຈາກຮຽນຈົບແລ້ວ ໂນ່ ກໍ່ໄດ້ກັບມາປະເທດລາວ, ຕັ້ງຈິດຕັ້ງໃຈໃສ່ວຽກງານ ເປັນເວລາ ສອງປີ ແລ້ວກໍ່ໄດ້ແຕ່ງງານກັບໃຈ

 

ສຸດທ້າຍວັນນີທີ່ຂ້ອຍລໍຄອຍມັນກໍ່ມາເຖິງ, ແຕ່ຄົນທີ່ຮ່ວມພາຂວັນນຳຂ້ອຍພັດບໍ່ແມ່ນເຈົ້າຊ້ຳດາວ,

 

ແຕ່ຂ້ອຍກໍ່ຈະຮັກ ແລະ ເບິ່ງແຍງລາວໄປຕະຫຼອດຊີວິດຂອງຂ້ອຍ, ມາເຖິງວັນນີ້ຂ້ອຍຄິດວ່າຂ້ອຍຄວນຈະຂອບໃຈເຈົ້າທີ່ຖິ້ມຂ້ອຍໄປ

ເຮັດໃຫ້ຂ້ອຍໄດ້ພົບກັບຄວາມສຳເລັດ, ແລະ ໄດ້ພົບກັບຄົນທີ່ຮັກຂ້ອຍຢ່າງແທ້ຈິງ

ຄອບຄົວທີ່ອົບອຸ່ນ, ຄອບຄົວທີ່ເຕັມໄປດ້ວຍຄວາມຮັກ, ສິ່ງນີ້ລະທີ່ຂ້ອຍລໍຄອຍມາເປັນເວລາຍາວນານ

 (ໂນ່ຄິດຢູ່ໃນໃຈຂະນະທີ່ກຳລັງກຽມຕົວເຂົ້າພິທີແຕ່ງງານ)

 

 

 

 

 

 

ຈົບແລ້ວເດີພີ່ນ້ອງທັງຫຼາຍ

ຜິດພາດປະການໃດຂໍອະໄພມານະທີ່ນີ້ດ້ວຍ

 

 

ຂຽນໂດຍ wunwan

 

 

 

 


ຂຽນເມື່ອ ຂຽນເມື່ອ: ທ.ວ.. 27, 2008 | ມີ 28 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ນີ້້ເປັນເລື່ອງຄວາມຮັກຂອງຄົນສອງຄົນ ທີ່ຖານະແຕກຕ່າງກັນ


ຮັກຂອງເຂົາເຈົ້າທັງສອງຈະສົມຫວັງ ຫຼື ບໍ່ມາຊ່ວຍກັນລຸ້ນເດີພີ່ນ້ອງພັນລາວ


ຢູ່ທີ່ສວນສາທາລະນະແຄມແມ່ນ້ຳຂອງ


ໂນ່ ! ຂ້ອຍຄິວ່າເຮົາສອງຄົນເລີກກັນເທາະ, ເລື່ອງລະຫວ່າງເຈົ້າ ແລະ ຂ້ອຍມັນຄືຊິເປັນໄປບໍ່ໄດ້ແລ້ວ  ດາວ ເວົ້າອອກມາພ້ອມກັບນ້ຳຕາ

ດາວ ! ເປັນຫຍັງເຈົ້າຈຶ່ງວ່າຈັ່ງຊັ້ນ, ເຈົ້າກໍ່ຮູ້ວ່າຂ້ອຍຮັກເຈົ້າຫຼາຍເທົ່າໃດ, ຂ້ອຍຂໍຮ້ອງລະດາວ ເຈົ້າຢ່າເວົ້າຄຳນີ້ອີກໄດ້ບໍ, ເຈົ້າຮູ້ບໍວ່າຂ້ອຍເຈັບປວດເທົ່າໃດທີ່ໄດ້ຍິນຄຳໆນີ້, ດາວ ! ! ຂ້ອຍຮັກເຈົ້າຄົນດຽວ ແລະມີເຈົ້າພຽງຄົນດຽວເຈົ້າກໍ່ຮູ້  ໂນ່ ເວ້າອອກມາດ້ວຍສີໜ້າທີ່ແສນເສົ້າ ພ້ອມທັງນ້ຳຕາຊຶມ

ດາວ:  ແຕ່ຂ້ອຍເມື່ອຍນະໂນ່, ຄວາມຮັກຂອງເຮົານັບວັນຍິ່ງຈະມີບັນຫາຫຼາຍຂຶ້ນທຸກວັນ.

ໂນ່ : ດາວ ! ແຕ່ເຮົາສັນຍາແລ້ວວ່າຈະພາກັນສູ້ໃຫ້ຜ່ານຜ່າອຸປະສັກໄປນຳກັນ, ແຕ່ເປັນຫຍັງມື້ນີ້ເຈົ້າຈຶ່ງເວົ້າແບບນີ້

ດາວ: ໂນ່, ຂ້ອຍຖາມແນ່, ມື້ນີ້ເຈົ້າໄປໃສມາລະ, ໝູ່ຂ້ອຍບອກວ່າເຫັນເຈົ້າໄປກັບຜູ້ຍິງຄົນໜຶ່ງ, ວັນເສົາກ່ອນເຂົາກໍ່ວ່າເຫັນເຈົ້າໄປດື່ມເບຍຢູ່ຮ້ານຈົນມຶນເມົາ.

ໂນ່: ດາວ ! ຍິງຄົນນັ້ນເປັນໝູ່ຮຽນຫ້ອງດຽວກັນທຳມະດາ, ມັນບໍ່ແມ່ນດັ່ງທີ່ເຈົ້າຄິດເຈົ້າກໍ່ຮູ້

ໂນ່ ຄິດຢູ່ໜ້ອຍໜຶ່ງແລ້ວເວົ້າອອກມາ ດາວ! ທີ່ເຈົ້າເວົ້າມານີ້ເພາະຢາກເລີກັບຂ້ອຍແມ່ນບໍ?, ເປັນເພາະຂ້ອຍເປັນຄົນຈົນແມ່ນບໍ?

ແມ່ນແລ້ວ ຂ້ອຍມັນບໍ່ມີຫຍັງເລີຍ, ຖານະຄອບຄົວກໍ່ພໍສ່ຳນັ້ນ ແຕກຕ່າງກັບເຈົ້າ, ເຈົ້າຄືຊິເບື່ອຂ້ອຍແລ້ວແມ່ນບໍ?

ໂນ່ທັງເວົ້າທັງນ້ຳຕາຊຶມເບົ້າ

ມັນບໍ່ແມ່ນແນວນັ້ນ, ຂ້ອຍບໍ່ໄດ້ສົນໃຈເລື່ອງນັ້ນເຈົ້າກໍ່ຮູ້ ............ດາວເວົ້າໄດ້ພຽງແຕ່ເທົ່ານັ້ນ, ນາງບໍ່ສາມາດເວົ້າຫຍັງຕໍ່ໄປໄດ້ອີກ. ເມື່ອໂທລະສັບດັງຂຶ້ນ

ໂນ່ຂ້ອຍຈະກັບບ້ານກ່ອນເດີ,​ ເບິ່ງແຍງໂຕເອງດີໆລະ, ຂ້ອຍເປັນຫວ່ງ... ດາວເວົ້າອອກມາພ້ອມກັບນ້ຳຕາໄຫຼລິນລົງມາເທິງໃບໜ້າ, ເມື່ອເວົ້າສຸດ ດາວກໍ່ຍ່າງຂຶ້ນລົດ ກັບບ້ານໄປ  ປ່ອຍໃຫ້ໂນ່ຢູ່ຄົນດຽວຕາມລຳພັງ.

ຄືນນີ້ໂນ່ນອນບໍ່ລັບມົດຄືນ, ເບິ່ງຄືວ່າໂລກນີ້ບໍ່ມີຫຍັງເຫຼືອເລີຍ, ຊີວິດຄືກັບວ່າຂາດສິ່ງໃດສິ່ງໜຶ່ງໄປ, ຮ່າງກາຍກໍ່ອ່ອນເພຍໄປໝົດ, ເຂົ້ານ້ຳກໍ່ກິນບໍ່ລົງເລີຍ

ເໝືອນກັບວ່າຄວາມອ້າງວ້າງ, ຄວາມງຽບເຫງົາມັນຈເຂົ້າມາໂຮມຢູ່ທີ່ໂນ່ພຽງຄົນດຽວ

 

ໂນ່ ແລະ ດາວ ເປັນຄູ່ຮັກກັນມາໄດ້ 1 ປີແລ້ວ, ແຕ່ເນື່ອງຈາກວ່າຖານະຄອບຄົວແຕກຕ່າງກັນ, ດາວເປັນລູກສາວດຽວຂອງຄອບຄົວ, ປ້າພັນ ແລະ ລຸງ ສອນ ເຊິ່ງເປັນຄົນຮັ່ງມີທີ່ສຸດໃນບ້ານນັ້ນກໍ່ວ່າໄດ້

ໂນ່ເປັນນັກຮຽນທຶນຈາກຕ່າງແຂວງ, ໄດ້ທຶນການສຶກສາຈາກລັດຖະບານມາຮຽນກຽມ, ແຕ່ເນື່ອງຈາກວ່າໂນ່ເກີດມາໃນຄອບຄົວທຸກຈົນຈຶ່ງເຮັດໃຫ້ພໍ່ແມ່ຂອງດາວ ບໍ່ພໍໃຈທີ່ດາວ ຄົບກັບໂນ່, ຈຶ່ງໄດ້ຫ້າມບໍ່ໃຫ້ດາວມາພົວພັນກັບໂນ່ອີກ,  ຊ້ຳບໍ່ພໍ ຍັງມີຜູ້ຊາຍທີ່ມີຖານະໜ້າຕາດີມາສົນໃຈດາວອີກ, ພໍ່ແມ່ຂອງດາວກໍ່ເຫັນພ້ອມຢາກໃຫ້ດາວຄົບກັບຊາຍຄົນນັ້ນ, ແຕ່ດາວເອງກໍ່ບໍ່ໄດ້ຮັກຜູ້ຊາຍຄົນນັ້ນ ຄືກັບທີ່ດາວຮັກໂນ່ເລີຍ, ທຸກຄັ້ງທີ່ຈະມາພົບກັບໂນ່ດາວກໍ່ໄດ້ລັກມາຫາເພາະຖ້າພໍ່ແມ່ຮູ້ດາວຈະຖືກຮ້າຍ

ເຖິງຈະມີອຸປະສັກຫຼາຍຢ່າງເຂົ້າມາແຕ່ກໍ່ບໍ່ໄດ້ເຮັດໃຫ້ຄວາມຮັກຂອງເຂົາເຈົ້າທັງສອງສັ່ນຄອນແຕ່ຢ່າງໃດ, ມີແຕ່ຍິ່ງເຮັດໃຫ້ຮັກກັນຫຼາຍຂຶ້ນ

ແຕ່ມາເຖິງມື້ນີ້ ດາວ ໄດ້ຕັດສິນໃຈເວົ້າຄຳນີ້ອອກມາຈາກປາກຂອງນາງເຊິ່ງສາເຫດມາຈາກອັນໃດ ໂນ່ບໍ່ຮູ້ເລີຍ

ດາວ ! ດາວ ! ເປັນຫຍັງມື້ນີ້ເຈົ້າຈຶ່່ງເວົ້າຄຳນີ້ອອກມາ! ຂ້ອຍບໍ່ເຊື່ອວ່າຍ້ອນຂ້ອຍໄປກັບໝູ່ຜູ້ຍິງຄົນນັ້ນຈະເຮັດໃຫ້ເຈົ້າເວົ້າຄຳນີ້ອອກມາ,

ດາວ! ຫຼືວ່າເຈົ້າບໍ່ຮັກຂອ້ຍແລ້ວ ໂນ່ໄດ້ແຕ່ພຶມພຳຖາມຕົວເອງດ້ວຍຄວາມເຈັບປວດທີ່ອອກມາຈາກຫົວໃຈ, ຄືນນັ້ນທັງຄືນໂນ່ໄດ້ໂທຫາດາວຕັ້ງຫຼາຍເທື່ອແຕ່ດາວກໍ່ປິດເຄື່ອງ

ພໍຮຸ່ງເຊົ້າມາໂນ່ໄດ້ຕັດສິນໃຈໄປຫາດາວຢູ່ບ້ານ, ແຕ່ຄົນໃນຄອບຄົວກໍ່ບອກວ່າດາວບໍ່ຢູ່, ບໍ່ຮູ້ວ່າໄປໃສ. ແລ້ວກໍ່ບອກໂນ່ວ່າບໍ່ຕ້ອງມາຫາດາວອີກ.

ໂນ່ຮູ້ແລ້ວວ່າເຂົາເຈົ້າຕົວະແຕ່ຈະເຮັດແນວໃດໄດ້, ໄດ້ແຕ່ຍ່າງກັບບ້ານດ້ວຍຄວາມຜິດຫວັງ, ດັ່ງເຊັ່ນຄົນໄຮ້ວິນຍານ

ການສອບເສັງໄປຈີນຈະເລີ່ມໃນອາທິດໜ້ານີ້ແລ້ວ, ແຕ່ໂນ່ຍັງບໍ່ມີກະຈິດກະໃຈຈະຮຽນໜັງສືຊ້ຳ, ທຸກມື້ກໍ່ໄດ້ແຕ່ນັ່ງໃຈລອຍໄປລອຍມາ ບາງເທື່ອກໍ່ນຳ້ຕາໄຫຼ, ໝູ່ໃນຫ້ອງພັກດຽວກັນກໍ່ສົງໄສວ່າໂນ່ເປັນຫຍັງຄືມາແປກແທ້, ປົກກະຕິແລ້ວໂນ່ເປັນຄົນມັກຮຽນໜັງສືເອົາແທ້ເອົາວ່າ, ແຕ່ໜຶ່ງອາທິດຜ່ານມານີ້ແຮ່ງໃກ້ຊິເສັງໂນ່ຊ້ຳພັດບໍ່ຈັບຮອດປຶ້ມມາອ່ານຊ້ຳ, ໝູ່ທຸກຄົນພາກັນຖາມໂນ່ກໍ່ບໍ່ໄດ້ເວົ້າຫຍັງສູ່ຟັງຫຼາຍມີແຕ່ບອກວ່າມີບັນຫາໜ້ອຍໜຶ່ງເທົ່ານັ້ນ


 

ເສັ້ນທາງການສຶກສາ ແລະ ຄວາມຮັກຂອງໂນ່ຈະເປັນແນວໃດ ຕິດຕາມອ່ານໃນຕອນຕໍ່ໄປເດີພີ່ນ້ອງ

ຢາກໃຫ້ຊີວິດຂອງໂນ່ເປັນແນວໃດກໍ່ສາມາດອອກຄວາມເຫັນມາໄດ້ເດີ


ຂຽນໂດຍ wunwan


ຂຽນເມື່ອ ຂຽນເມື່ອ: ທ.ວ.. 24, 2008 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ຕອນສຸດທ້າຍແລ້ວເນາະບາດນີ້ ກ່ອນເລື່ອງຊິຈົບຢາກໃຫ້ລອງເດົາເບິ່ງດູວ່າເລື່ອງລາວຂອງ ທ້າວ ວົງ ຈະຈົບແບບໃດ ??

 

  

 

ເຂົ້າເລື່ອງກັນເລີຍເນາະພີ່ນ້ອງ

 

 

 

ຫຼັງຈາກທີ່ທ້າວວົງໄດ້ລົງໄປເຮັດວຽກຕ່າງແຂວງຢູ່ໝູ່ບ້ານແຫ່ງໜຶ່ງໃນເຂດຊົນນະບົດ

ລາວກໍໄດ້ພົບກັບສາວນ້ອຍຄົນໜຶ່ງທີ່ໜ້າຮັກ….ໜ້າຮັກ, ກະຄືຈັ່ງວ່າຫັ້ນລະມັນເປັນສັນດານຂອງຜູ້ຊາຍເຈົ້າຊູ້ຫັ້ນນາ, ເຫັນຄົນງາມຍາມໃດລະຫົວພະຍານາກຂຶ້ນ

 

ນາງ ມອນ ສາວນ້ອຍນັກຮຽນມໍປາຍປີສຸດທ້າຍຖືໄດ້ວ່າເປັນຄົນງາມເກືອບວ່າທີ່ສຸດໃນໂຮງຮຽນຂອງບ້ານທີ່ທ້າວວົງລົງໄປເຮັດວຽກ

ຄືວ່າຫັ້ນແລສັນຊາດທະຍານຂອງຜູ້ຊາຍເຈົ້າຊູ້ເນາະ, ເຫັນຄົນງາມກະຢາກໄດ້ມາເປັນແຟນ,

ດັ່ງນັ້ນທ້າວວົງລາວກໍ່ຈຶ່ງໄດ້ໄປຫຼິ້ນເຮືອນສາວມອນຜູ້ໜ້າຮັກເປັນປະຈຳ, ຫຼາຍມື້ຫຼາຍວັນຈົນວ່າທາງພໍ່ແມ່ຂອງມອນໄວ້ເນື້ອເຊື່ອໃຈ, ປະໃຫ້ໄປໃສມາໃສນຳກັນ,

ຫຼາຍເດືອນຜ່ານພົ້ນໄປລາຍທາງໃນກໍ່ເຜີຍອອກມາ, ສາວມອນກະເລີຍພາດທ່າໃຫ້ທ້າວວົງໄປຈົນໄດ້

ຄືວ່າລະເດັກນ້ອຍບ້ານນອກບ້ານນາເນາະຊິວ່າລະກະເຊື່ອຄົນງ່າຍແດ່, ພາດພັ້ງຈົນວ່າມີລູກມີເຕົ້ານຳກັນ,

ທ້າວວົງລາວກະຊິໃຊ້ວິທີເກົ່າທີ່ເຄີຍເຮັດກັບນາງປູມາ, ພະຍາຍາມຈະໜີແຕ່ບໍ່ເປັນຈັ່ງບຸນ, ທາງພໍ່ແມ່ຂອງມອນບໍ່ຍອມຈະເອົາເລື່ອງຈົນເຖິງທີ່ສຸດ,

 

ຫາກໍ່ຮຽນຈົບມາເຮັດວຽກໃໝ່ໆອັນໃດກະຍັງບໍ່ທັນມີຊ້ຳ, ສຸດທ້າຍທ້າວວົງກະຕ້ອງໄດ້ແຕ່ງງານກັບມອນໂດຍຫຼີກລ່ຽງບໍ່ໄດ້, ຖ້າບໍ່ແຕ່ງກໍ່ຕ້ອງໄດ້ອອກຈາກວຽກ, ຖ້າອອກວຽກລະຊິເອົາຫຍັງກິນລະ.

 

ເບິ່ງກະຄືວ່າບາບກຳມັນຈະນຳມາທັນ, ເມຍຂອງວົງ ນາງມອນຊ້ຳເປັນໂລກຫົວໃຈ, ຖ້າມີປາກມີສຽງກັບທ້າວວົງຍາມໃດເປັນວ່າໄດ້ເຂົ້າໂຮງໝໍ, ທ້າວວົງກະເລີຍຕ້ອງໄດ້ເອົາໃຈເມຍເປັນພິເສດ, ໄດ້ເຮັດທຸກສິ່ງທຸກຢ່າງໃຫ້ເມຍດັ່ງທີ່ບໍ່ເຄີຍເຮັດມາກ່ອນ, ສ່ຳກັບວ່າເມຍເປັນແມ່ພຸ້ນລະ,

 

ທ້າວວົງແຕ່ງງານມາໄດ້ໜຶ່ງປີປາຍກໍ່ໄດ້ກຳເນີດລູກສາວເປັນຄົນທຳອິດ, ແທນທີ່ຈະດີໃຈທີ່ໄດ້ລູກແຕ່ກໍ່ບໍ່ເປັນດັ່ງນັ້ນລູກເກີດອອກມາກະບໍ່ສົມບູນແບບ, ເກີດກ່ອນກຳນົດ, ຊ້ຳບໍ່ພໍເມຍກໍ່ປ່ວຍອີກ, ທ້າວວົງກະເລີຍຕ້ອງໄດ້ເຮັດວຽກໜັກຂຶ້ນໜັກຂຶ້ນ ລະກະໜັກຂຶ້ນເລື້ອຍໆ ເພື່ອຫາເງິນມາຮັກສາເມຍ ແລະ ລ້ຽງດູເບິ່ງແຍງລູກ.

 

 

 

       *

       *

       *

 

 

ຈາກວັນເປັນເດືອນຈາກເປັນປີ ການເວລາຜ່ານພົ້ນ 20 ປີພົ້ນຜ່ານ,

ມື້ໜຶ່ງໃນລະດູໜາວເດືອນຈຽງເດືອນຍີ່

ທີ່ເຮືອນຂອງທ້າວວົງ

  

 

 

ແມ່ນຫຍັງມິ່ງແກ້ວ ລູກເວົ້າຫຍັງມື້ກີ້ນີ້? ທ້າວວົງຖາມລູກສາວດ້ວຍຄວາມໃຈຮ້າຍດັງອອກມານອກເຮືອນ

 

 

 

 

"ລູກຊິອອກໂຮງຮຽນນະພໍ່ ຕອນນີ້ລູກຕັ້ງທ້ອງໄດ້ 3 ເດືອນກ່ວາແລ້ວ" ມິ່ງແກ້ວຕອບພໍ່ດ້ວຍນ້ຳຕາທັງສັ່ນທັງເຊັນ

 

 

ເມື່ອໄດ້ຍິນແນວນັ້ນທ້າວວົງນັ່ງຊຸດລົງກັບຕັ່ງລ່ອຍໄປໝົດກະດູກກະດ້ຽວປາກບໍ່ອອກ

ຊິຮ້າຍລູກກໍ່ບໍ່ໄດ້ຢ້ານລູກສາວຈະຄິດສັ້ນຄືດັ່ງແມ່ຂອງມັນ, ຄົນແຮ່ງບໍ່ສົມບູນປານໃດ

 

ຄືນນັ້ນທັງຄືນ ທ້າວວົງນອນບໍ່ຫຼັບໝົດຄືນໄດ້ແຕ່ພຶມພຳກັບຕົນເອງ

ໂອ້ເວນກຳແທ້ໆ ແມ່ນຫຍັງກັນນີ້, ສິ່ງທີ່ຂ້ອຍຢ້ານມັນຄືເກີດຂຶ້ນໄວແທ້, ທຸກສິ່ງທຸກຢ່າງທີ່ບໍ່ດີເກີດຂຶ້ນມາກໍ່ເພາະຕົວຂ້ອຍເອງແທ້ໆເລີຍ

ຟ້າເອີຍເປັນຫຍັງຈຶ່ງທໍລະມານຂ້ອຍແບບນີ້, ເມຍກໍ່ຕາຍຈາກ, ລູກສາວດຽວກໍ່ຮຽນບໍ່ຈົບ, ວຽກເຮັດກໍ່ບໍ່ມີອາໄສນາມູນຕອນດຽວກໍ່ຂາຍສົ່ງລູກຮຽນ ສຸດທ້າຍລູກກໍ່ຮຽນບໍ່ຈົບຊ້ຳ

ເປັນຫຍັງຊີວິດຂ້ອຍຈຶ່ງເປັນແນວນີ້, ນີ້ບໍທີ່ເຂົາເອີ້ນວ່າເວນກຳນຳທັນ, ຖ້າມື້ນັ້ນຂ້ອຍບໍ່ນອກໃຈດວງ, ຂ້ອຍບໍ່ເຮັດແບບນັ້ນກັບປູ ຂ້ອຍກໍ່ຄືຊິບໍ່ໄດ້ມາເຮັດວຽກຢູ່ນີ້, ແລ້ວຂ້ອຍກໍ່ຄືຊິບໍ່ມາມີຊີວິດແບບນີ້

ດວງ ດວງ ! ! ທ້າວວົງອຸທານອອກມາ

ອ້າຍຂໍໂທດ, ຖ້າຫາກຍ້ອນເວລາກັບໄປໄດ້ອ້າຍຈະບໍ່ນອກໃຈເຈົ້າ, ທັ້ງທີ່ເຈົ້າຮັກແລະຊ່ວຍເຫຼືອອ້າຍທຸກຢ່າງແຕ່ເປັນຫຍັງອ້າຍຈຶ່ງຫັກຫຼັງເຈົ້າໄດ້

ທຸກຄັ້ງທີ່ອ້າຍບໍ່ສະບາຍ, ອ້າຍມີບັນຫາ ມີເຈົ້າຄອຍຢູ່ຄຽງຂ້າງອ້າຍບໍ່ເຄີຍຮ້າຍ, ບໍ່ເຄີຍເວົ້າຫຍັງໃຫ້ອ້າຍອຸກໃຈ, ຍາມອ້າຍຫິວເຈົ້າກໍ່ຫາອາຫານມາສູ່ກິນ, ແຕ່ມື້ນີ້ອ້າຍແຕ່ງງານແລ້ວແທນທີ່ອ້າຍຈະມີຄວາມສຸກແຕ່ເປັນຫຍັງອ້າຍກໍ່ຫາຄວາມສຸກບໍ່ໄດ້ເລີຍ

ມີລູກກໍ່ເປັນແບບນີ້, ຄືຊິເປັນເວນເປັນກຳທີ່ອ້າຍໄດ້ເຮັດກັບ ນ້ອງ ແລະ ນາງປູ ໄວ້ມັນນຳມາທັນອ້າຍແລ້ວດວງ

ທ້າວວົງທັງເວົ້າທັງນ້ຳຕາໄຫຼອອກມາດ້ວຍຄວາມເຈັບປວດ

 

 

 

ແລະແລ້ວອີກສອງປີຕໍ່ມາ ທ້າວວົງ ກໍ່ສິ້ນລົມຫາຍໃຈເພາະຕອມໃຈ

 

 

ນີ້ລະເພິ່ນວ່າເວນກຳມີຈິງ, ບາງຄົນກໍ່ອາດຈະເຊື່ອແຕ່ບາງຄົນກະບໍ່ເຊື່ອ

ມື້ນີ້ສິ່ງທີ່ເຮົາເຮັດລົງໄປມັນອາດຍັງບໍ່ຕອບກັບມາທັນທີ ແຕ່ມື້ໃດມື້ໜຶ່ງສິ່ງເຫຼົ່ານັ້ນມັນກໍ່ຈະມາຫາເຮົາເອງ

ເວລາເດີນໜ້າໄປເລື້ອຍໆບໍ່ມີທາງຍ້ອນກັບໄປໄດ້ ຖ້າບໍ່ຢາກເວົ້າຄຳວ່າ  ມັນສວາຍເກີນໄປແລ້ວ   ກໍ່ຄວນຈະຄິດໃຫ້ດີກ່ອນທີ່ຈເຮັດສິ່ງໃດລົງໄປ

 

ຈົ່ງຢ່າເຮັດອັນໃດກ່ອນຄິດ           ແຕ່ຈົ່ງຄິດກ່ອນຈິ່ງຄ່ອຍລົງມືເຮັດ

 

 


 

ຜິດພາດປະການໃດກະຂໍອະໄພມານະທີ່ນີ້ດ້ວຍ

ຂໍຂອບໃຈໃນທຸກຄຳຕຳນິຕິຕຽນ alt

 

 

 ຂຽນໂດຍ wunwan

 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 24, 2008 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ມາຕໍ່ກັນເລີຍເນາະ 

 

ມື້ໜຶ່ງຂະນະທີ່ດວງກຳລັງຈະຂຶ້ນຫ້ອງຮຽນເພື່ອສອບເສັງ ນາງປູໄດ້ມາຫາລາວ ແລ້ວກໍ່ເລົ່າເລື່ອງທຸກຢ່າງໃຫ້ດວງຟັງ.

ວົງບອກຂ້ອຍວ່າເຈົ້າບໍ່ຍອມປ່ອຍລາວ, ລາວເວົ້າວ່າຖ້າລາວແຕ່ງງານກັບຂ້ອຍເຈົ້າຈະຂ້າຕົວຕາຍ,

ເປັນຫຍັງເຈົ້າຈຶ່ງເຮັດແນວນີ້, ບໍ່ຄິດເຫັນໃຈຂ້ອຍເລີຍບໍດວງ?

ນາງ ປູເວົ້າອອກມາພ້ອມກັບນ້ຳຕາ

ນາງດວງ ໄດ້ແຕ່ອື້ງ ແລ້ວເວົ້າອອກມາວ່າ ຂ້ອຍມີເສັງໄປກ່ອນເດີ ເລື່ອງຂອງເຈົ້າກັບອ້າຍວົງ ບໍ່ກ່ຽວຫຍັງກັບຂ້ອຍ, ຢ່າມາຖິ້ມໂທດໃສ່ຂ້ອຍ ຂ້ອຍບໍ່ຮູ້ເລື່ອງ, ເຈົ້າສອງຄົນຈະເປັນແນວໃດບໍ່ໄດ້ກ່ຽວຫຍັງກັບຂ້ອຍ

ລະອີກຢ່າງຂ້ອຍບໍ່ໄດ້ເປັນຄົນໄປຫຍຸ້ງກັບອ້າຍວົງເລີຍ, ມີແຕ່ລາວຫັ້ນລະມາວົນວາຍນຳຂ້ອຍ

ເຈົ້າມາກະດີລະ ກະລຸນາບອກລາວວ່າຢ່າມາຫຍຸ້ງກັບຂ້ອຍອີກເດີ. ເວົ້າສຸດດວງກໍ່ຍ່າງຂຶ້ນຫ້ອງຮຽນໄປດ້ວຍໄປໜ້າທີ່ປຽກໄປດ້ວຍນ້ຳຕາແຫ່ງຄວາມເສຍໃຈ

ເປັນຫຍັງເຮົາຕ້ອງມາຜິດກັບຜູ້ຍິງຄົນນັ້ນຍ້ອນຜູ້ຊາຍບໍ່ດີຄືອ້າຍວົງນັ້ນ ດວງເວົ້າພຶມພຳຖາມຕົວເອງ ຢູ່ຄົນດຽວ?

 

ເມື່ອປູໄດ້ຮູ້ຄວາມຈິງຈາກປາກຂອງຄົນທີ່ວົງບອກວ່າ ເຂົາບໍ່ຍອມປ່ອຍລາວ ທີ່ຈິງແລ້ວ ທີ່ທ້າວວົງອ້າງເຫດຜົນທຸກຢ່າງມາກໍ່ເພາະບໍ່ຢາກແຕ່ງງານກັບຕົນເອງ,  ຫຼາຍວັນເມື່ອເຫັນວົງບໍ່ມາຫາ

ນາງປູກໍ່ໄດ້ພະຍາຍາມໂທຫາທ້າວວົງ ເປັນ ຊາວ ສາມສິບສາຍແຕ່ທ້າວວົງກໍ່ບໍ່ອມຮັບ ແລະສຸດທ້າຍກໍ່ປິດເຄື່ອງໃສ່

ນາງປູເສຍໃຈຫຼາຍບໍ່ຮູແນວຈະເຮັດຈຶ່ງໄດ້ສົ່ງຂໍ້ຄວາມຝາກໄວ້ ເນື້ອໃນຂໍ້ຄວາມຂຽນວ່າ: ວົງ ຖ້າເຈົ້າບໍ່ມາພົລຂ້ອຍມື້ອື່ນເຊົ້າເວລາ  ສີ່ໂມງ ແລງເຈົ້າກໍ່ຈະບໍ່ເຫັນຂ້ອຍອີກເລີຍໃນຊາດນີ້'

ມື້ໃໝ່ໄດ້ມາເຖິງ, ເມື່ອຮອດເວລານັດໝາຍບໍ່ເຫັນວົງມາ ປູໄດ້ຕັດສິນໃຈດັບຊີວິດຂອງຕົນເອງດ້ວຍເຊືອກຜູກໃສ່ຕົ້ນໄມ້ ແຕ່ບັງເອີນ ພໍ່ ແມ່ ຂອງປູມາພົບເຫັນ ແລະ ຊ່ວຍໄວ້ທັນເວລາ,

 

ຕັ້ງແຕ່ມື້ນັ້ນມາປູກໍ່ເອົາແຕ່ນັ່ງຊຶມເສົ້າການຮຽນກໍ່ບໍ່ຫົວໃສ່ໃຈຊາຫຍັງເລີຍ........

ພໍ່ກັບແມ່ຂອງປູກໍ່ບໍ່ຈັກວ່າຊິເວົ້າຊິຮ້າຍໃຫ້ລູກແນວໃດ, ຄັນຊິດ່າຊິຮ້າຍກໍ່ຢ້າລູກຄິດສັ້ນອີກ, ໄດ້ແຕ່ປ່ອຍປະໃຫ້ເປັນໄປແບບນັ້ນ

ວັນໜຶ່ງ ຂະນະທີ່ແມ່ສາຍ ແມ່ຂອງປູນັ່ງຢ່ໜ້າລະບຽງເຮືອນ, ປູໄດ້ຍ່າງອອກມາຫາແມ່ ແລະ ເວົ້າກັບແມ່ວ່າ:

ແມ່ ລູກຂໍໂທດ, ລູກບໍ່ດີເອງຈະໂທດໃຜກະບໍ່ໄດ້, ຜິດທີລູກບໍ່ລະວັງຕົວເອງປະໃຫ້ເລື່ອງທຸກຢ່າງມັນຮ້າຍແຮງຈົນເຖິງຂັ້ນນີ້,

ມາເຖິງມື້ນີ້ທຸກຢ່າງມັນຫຼ້າມັນສວາຍເກີນໄປແລ້ວ ລູກເສຍໃຈຫຼາຍທີ່ເຮັດໃຫ້ແມ່ ແລະ ພໍ່ຕ້ອງເສຍໃຈ, ປູເວົ້າອອກມາພ້ອມກັບນ້ຳຕາທີ່ອາບລົງໃບໜ້າ

" ຢ່າມັນເທາະລູກເລື່ອງມັນຜ່ານມາແລ້ວ, ບໍ່ຕ້ອງຄິດຫຍັງຫຼາຍ, ຂໍໃຫ້ລູກແມ່ເຂັ້ມແຂງ ແລະ ຕັ້ງຈິດຕັ້ງໃຈໃໝ່, ບໍ່ຄິດສັ້ນອີກກໍ່ເປັນພໍ " ແມ່ສາຍເວົ້າປອບໃຈລູກສາວດ້ວຍຄວາມຮັກ ແລະ ອີ່ດູຕົນລູກສາວ

ປູໄດ້ແຕ່ສະອື້ນໄຫ້ ແລະຄຳນຶງຢູ່ໃນໃຈວ່າ ໃນໂລກນີ້ຄືຊິບໍ່ມີຮັກໃດເທົ່າກັບຮັກຂອງແມ່ອີກແລ້ວ, ຄວາມຮັກຈາກຄົນອື່ນບໍ່ໄດ້ ສ້ຽວໜຶ່ງຂອງແມ່ເລີຍ

" ລູກໃຫ້ສັນຍາວ່າຕໍ່ໄປລູກຈະບໍ່ຄິດສັ້ນອີກແລ້ວ ຂໍໃຫ້ແມ່ບໍ່ຕ້ອງເປັນຫວ່ງລູກ " ປູເວົ້າອອກມາຢ່າງໜັກແໜ້ນ

 

 

ສ່ວນທ້າວວົງເຖິງວ່າຈະຮູ້ເລື່ອງແຕ່ລາວກໍ່ບໍ່ໄດ້ເອົາຫົວໃສ່ໃຈຊາຫຍັງ, ບໍ່ເຄີຍຄິດທີ່ຈະມາເບິ່ງ ນາງປູເລີຍແມ່ນແຕ່ໜ້ອຍດຽວເລີຍ

 

ທາງດ້ານນາງດວງ ນັບຕັ້ງແຕ່ວັນນັ້ນຊີວິດກໍ່ເໝືອນກັບວ່າບໍ່ມີຫຍັງເລີຍ ສິ່ງທີ່ຫວັງທຸກຢ່າງຈົບລົງແບບບໍ່ໜ້າເຊື່ອ

ບໍ່ເຄີຍຄິດມາກ່ອນວ່າຄົນທີ່ສັນຍາວ່າຈະເບິ່ງແຍງນາງໄປຕະຫຼອດຊີວິດ ກໍ່ກັບກາຍມາເປັນຄົນທີ່ທຳຮ້າຍນາງໃຫ້ເຈັບປວດໄປຕະຫຼອດຊີວິດແບບນີ້

ແຕ່ລະມື້ແຕ່ລະວັນ ດວງກໍ່ຢູ່ໄປພໍແລ້ວມື້ແລ້ວວັນແບບຄົນບໍ່ມີຈິດວິນຍານນັ້ນລະ.

 

ທາງດ້ານທ້າວວົງຫຼັງຈາກຈົບການສຶກສາ ລາວກໍ່ໄດ້ໄປເຮັດວຽກຕ່າງແຂວງ ແລະ ແລ້ວລາວກໍ່ໄດ້ພົບກັບຜູ້ຍິງຄົນໜຶ່ງ 

ເປັນສາວນັກຮຽນມໍປາຍ ໜ້າຕາໜ້າຮັກກກກກກກກ ໜ້າຮັກ

 

 

ເລື່ອງລາວຂອງທ້າວວົງຈະເປັນແນວໃດ ຕິດຕາມຕອນຕໍ່ໄປເດີ້ພີ່ນ້ອງ

 

 

ຂຽນໂດຍ wunwan

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 22, 2008 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ນັກຂຽນມືສະໝັກຫຼິ້ນ ໃຫ້ຄຳເຫັນແນ່ເດີພີ່ນ້ອງພັນລາວທັງຫຼາຍ

ມື້ນີ້ຂໍເນື້ອທີ່ຢູ່ພັນລາວຈັກຫຼາຍຂໍຂຽນເລື່ອງກ່ຽວກັບຜູ້ຊາຍຫຼາຍໃຈຄົນໜຶ່ງເລື່ອງມີຄືດັ່ງຕໍ່ໄປນີ້:

ເຮົາເລີກກັນເທາະ ຢູ່ໄປກໍ່ບໍ່ມີຫຍັງດີຂຶ້ນເລີຍ, ຫຼາຍຄັ້ງແລ້ວທີ່ຂ້ອຍໃຫ້ອະໄພເຈົ້າແຕ່ກະບໍ່ເຫັນເຈົ້າຈະປ່ຽນແປງຕົນເອງເລີຍ  ນາງດວງ(ນາມສົມມຸດ)ນັກສຶກສາປີ 4 ເວົ້າອອກມາດ້ວຍຄວາມເຫຼືອອົດ

ບໍ່ ຈັ່ງໃດຂ້ອຍກະບໍ່ເລີກກັບເຈົ້າ ຂ້ອຍຮັກເຈົ້າໄດ້ຍິນບໍ?  ທ້າວ ວົງ ນັກສຶກສາມະຫາໄລ ປີສຸດທ້າຍເອີ່ຍຂຶ້ນດ້ວຍນ້ຳສຽງອ້ອນວອນ

ທ້າວ ວົງ ແລະ ນາງດວງ ເປັນແຟນກັນມາໄດ້ 3 ປີກວ່າແລ້ວ, ມາມື້ນີ້ເປັນເທື່ອທີ່ເທົ່າໃດແລ້ວກໍ່ນັບບໍ່ໄດ້ທີ່ດວງເອີ່ຍຄຳວ່າເລີກອອກມາຈາກປາກຂອງນາງ

ສາເຫດກໍ່ເນື່ອງມາຈາກວ່າທ້າວວົງເອງ, ຫຼັງຈາກທີ່ທັງສອງຄົນຄົບກັນມາໄດ້ສອງປີ ທ້າວວົງໄດ້ໄປບ້ານຂອງດວງແລ້ວໃຫ້ສັນຍາກັບພໍ່ແມ່ຂອງດວງວ່າຈະເບິ່ງແຍງດວງເປັນຢ່າງດີ, ແຕ່ມາຮອດມື້ນີ້ທ້າວວົງຊ້ຳພັດໄປມືີສຳພັນກັບຍິງຄົນອື່ນ ເຊິ່ງມີນາມວ່າ ປູ, ເປັນນັກສຶກສາປີ 3 ຮຽນສາຍພິເສດ, ຄົນນະຄອນຫຼວງ

ທ້າວວົງໄດ້ລັກມັກຮັກກັບນາງປູຫຼັງຈາກທີ່ຄົບກັບດວງໄດ້ພຽງແຕ່ 2 ປີ ແຕ່ທ້າວວົງກໍ່ໄດ້ປົກປິດບໍ່ໃຫ້ດວງຮູ້ເປັນເວລາ 1 ປີເຕັມ, ສຸດທ້າຍກະຈັ່ງວ່າຫ້ັນລະເທວະດາຂາຍໜ້າ ດວງກໍ່ເລີຍຮູ້ເລື່ອງ

ແຕ່ທ້າວວົງກໍ່ບອກແຕ່ວ່າບໍ່ໄດ້ຮັກປູ ພຽງແຕ່ເປັນນ້ອງຮັກຊື່ໆ, ແຕ່ແລ້ວເຫດການທີ່ດວງຢ້ານກໍ່ໄດ້ເກີດຂຶ້ນເມື່ອມື້ນີ້ດວງໄດ້ຮູ້ຄວາມຈິງທຸກຢ່າງວ່າ ທ້າວວົງໄດ້ມີສຳພັນກັບປູ ຈົນມີລູກໄດ້ສອງເດືອນແລ້ວ

ດວງເສຍໃຈຫຼາຍ ທຸກວັນຄືນມີແຕ່ນຳຕານອງໜ້າ, ອີກບໍ່ພໍເທົ່າໃດອາທິດທ້າວວົງກໍ່ຈະແຕ່ງງານແລ້ວ,

ອ້າຍຂໍໂທດດວງ ແຕ່ຈັ່ງໃດອ້າຍກໍ່ບໍ່ແຕ່ງງານກັບປູເດັດຂາດ ອ້າຍບໍ່ໄດ້ຮັກລາວເລີຍ,

ດວງ ຍົກໂທດໃຫ້ອ້າຍເທາະ ອ້າຍຜິດໄປແລ້ວ ອ້າຍສັນຍາວ່າຕໍ່ໄປອ້າຍຈະບໍ່ເຮັດແນວນີ້ອີກ ທ້າວ ວົງເວົ້າອອກມາດ້ວຍຄວາມສຳນຶກຜິດ

ເລື່ອງຂອງເຮົາມັນເປັນໄປບໍ່ໄດ້ແລ້ວລະອ້າຍວົງ ອ້າຍຈະເຮັດແນວໃດ, ໃນເມື່ອອ້າຍກຳລັງຈະມີລູກກັບຍິງຄົນນັ້ນ ແລ້ວອ້າຍກໍ່ກຳລັງຈະແຕ່ງງານ

ນ້ອງຄິດວ່າເຮົາບໍ່ຕ້ອງພົບກັນອີກເປັນດີທີ່ສຸດ  ເມື່ອເວົ້ຈົບແລ້ວ ດວງກໍ່ຫັນຫຼັງຈາກໄປ ປ່ອຍໃຫ້ວົງນັ່ງເອົາມືຄຸມຂະໝັບຄິດຢູ່ຄົນດຽວ

 

ອີກດ້ານໜຶ່ງ ນາງປູ ກໍ່ໄດ້ຮູ້ຄວາມຈິງວ່າທ້າວວົງມີຄົນຮັກແລ້ວ ແຕ່ມາຫຼອກລວງຕົນເອງ ລາວໄດ້ແຕ່ນອນໄຫ້ຢູ່ໃນຫ້ອງຄົນດຽວ, ຂ້ອຍຈະເຮັດແນວໃດດີ, ຮຽນຍັງບໍ່ທັນຈົບຊ້ຳຍັງອີກຕັ້ງສອງປີ, ຈະຮຽນຕໍ່ກໍ່ບໍ່ໄດ້ແລ້ວ ອາຍໝູ່, ທຸກວັນນີ້ກໍ່ບໍ່ຮູ້ຈະເອົາໜ້າໄປໄວ້ໃສ່ແລ້ວ, ຖ້າຈະເອົາລູກອອກກໍ່ຢ້ານບາບ ຂ້ອຍຈະເຮັດແນວໃດດີ ຂ້ອຍຈະເຮັດແນວໃດດີ ປູໄດ້ແຕ່ພຶມພຳຢູ່ຄົນດຽວ

 

ທ້າວວົງຄິດໜັກຫາວິທີທາງອອກເພາະຍງຮຽນບໍ່ທັນຈົບຈະໃຫ້ອອກໄປເອົາເມຍໄດ້ຈັ່ງໃດ, ຫຼັງຈາກນັ້ນທ້າວວົງໄດ້ຕັດສິນໃຈພາປູໄປໂຮງໝໍແລ້ວກໍ່ຫາວິທີເຮັດໃຫ້ປູເອົາລູກອອກ, ໂດຍການໃຫ້ໝໍບອກວ່າລູກໃນທ້ອງບໍສົມບູນ, ເມື່ອເປັນແນວນັ້ນປູເອງກໍ່ໄດ້ເອົາລູກອອກ, ກະຄືຈັ່ງວ່າຫ້ັນລະເນາະເມື່ອບໍ່ມີລູກແລ້ວ ທ້າວວົງລາວກໍ່ສະບາຍໃຈ ໃກ້ຈະຮອດມື້ແຕ່ງກໍ່ບອກວ່າຕອນນີ້ຍັງບໍ່ພ້ອມ ເອົາໄວ້ຮຽນຈົບກ່ອນ, ແບບນີ້ຕະຫຼອດ

 

ທາງດ້ານ ນາງດວງ ແຕ່ລະວັນກະບໍ່ມີກະຈິດກະໃຈເຮັດອັນໃດເລີຍການຮຽນກໍ່ບໍ່ຄ່ອຍສົນໃຈເອົາແຕ່ນັ່ງຄິດລະກະນ້ຳຕາໄຫຼ

ດວງ ດວງ ສຽງເອີ້ນມາແຕ່ໄກຂອງຊາຍຄົນໜຶ່ງ

ດວງອ້າຍຂໍໂທດເຮົາກັບມາເປັນຄືເກົ່າໄດ້ບໍ? ອ້າຍບໍ່ໄດ້ແຕ່ງງານແລ້ວ, ທາງນັ້ນເຂົາເຈົ້າຍົກເລີກແລ້ວ ທ້າວ ວົງເວົ້າອອກມາແບບໜ້າຕາເສີຍ

ແລ້ວລູກເດລະ,ດວງຖາມອອກມາດ້ວຍຄວາມສົງໃສ

ລູກບໍ່ມີແລ້ວ ຄືວ່າລູກບໍ່ສົມບູນກະເລີຍບໍ່ໄດ້ເອົາໄວ້ ອີກຢ່າງທາງນັ້ນເຂົາກະບໍ່ໄດ້ຄິດຫຍັງຫຼາຍກັບເລື່ອງແນວນີ້ ທ້າວ ວົງເວົ້າອອກມາແບບໜ້າຕາເສີຍ

ເນື່ອງຈາກຄວາມຮັກທີ່ມີຢູ່ ດວງພ້ອມຈະໃຫ້ອະໄພຄົນຮັກຂອງນາງສະເໝີຂໍພຽງແຕ່ເຂົາຜູ້ນັ້ນກັບຕົວກັບໃຈ ຫຼາຍອາທິດຜ່ານໄປທັງສອງກໍ່ກັບມາຄືນດີກັນອີກຄັ້ງໜຶ່ງ

ແຕ່ສິ່ງທີ່ດວງຄິດກໍ່ບໍ່ເປັນດັ່ງນັ້ນເມື່ອລາວໄດ້ຮູ້ຄວາມຈິງວ່າ ທ້າວວົງຕົວະລາວເລື່ອງທີ່ວ່າເລີກກັບປູແລ້ວ

ເຫດການຮັກສາມເສົ້າຈະເປັນແນວໃດ ຕິດຕາມຕອນຕໍ່ໄປເດີພີ່ນ້ອງ ມື້ນີ້ຄິດບໍ່ອອກວ່າຈະຂຽນແນວໃດຕໍ່

 

 

ຢາກໃຫ້ເລື່ອງຈົບແບບໃດກະອອກຄຳເຫັນໄດ້ເດີພີ່ນ້ອງພັນລາວຜູ້ໜ້າຮັກທັງຫຼາຍalt

 

ຂຽນໂດຍ wunwan

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 17, 2008 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ໂລກປະຈຸບັນທີກຳລັງພັດທະນາຢ່າງບໍ່ຢຸດຢັ້ງເຮັດໃຫ້ຫຼາຍຄົນແລ່່ນຕາມມັນໄປນຳ

 

ວັດຖຸເງິນຄຳເປັນສິ່ງສຳຄັນສຳຫຼັບຄົນໃນປະຈຸບັນນີ້ ເຊັ່ນດຽວກັນກັບພັນ(ນາມສົມມຸດ), ແຕ່ກ່ອນພັນມີແຟນຢູ່ແລ້ວແລະຄົບກັນມາເປັນເວລາຕັ້ງຫຼາຍປີ, ພັນກັບແຟນຂອງລາວຮັກກັນຫຼາຍໆ ແຕ່ເນື່ອງຈາກທາງຄອບຄົວຂອງພັນບໍ່ມັກດັ່ງນັນ ພໍ່ແມ່ຂອງລາວຈຶ່ງບອກໃຫ້ລາວເລີກ, ແຕ່ພັນກໍ່ບໍ່ຍອມເລີກຈັກເທື່ອ, ແຟນຂອງພັນກໍ່ຮັກພັນຫຼາຍໆ ລາວຈະເອົາຂອງຂວັນໃຫ້ພັນໃນທຸກໆທ້າຍເດືອນເພື່ອຢ້ຳເຕືອນວ່າ ຄົບກັນໄດ້ຈັກເດືອນແລ້ວ, ແຕ່ລາວເປັນຄົນບໍ່ຄ່ອຍດຸໝັ່ນປານໃດ, ກິນເຫຼົ້າເກັ່ງ, ຮຽນໜັງສືກໍ່ບໍ່ໄດ້ເລື່ອງ, ບໍ່ເອົາໃຈໃສ່ໃນການຮ່ຳຮຽນພໍປານໃດ ແຕ່ຈັ່ງໃດພັນກໍ່ຍັງຮັກລາວ, ມື້ໜຶ່ງພັນໄດ້ຕັດສິນໃຈບອກກັບແຟນຂອງລາວວ່າ ຖ້າຫາກວ່າ ໄລ(ແຟນຂອງພັນ) ບໍ່ປັບປຸງຕົນເອງແລະຕັ້ງຈິດຕັ້ງໃຈໃໝ່ ເຮົາສອງຄົນຄົງຈະໄປກັນບໍ່ໄດ້, ໄລຮັບປາກ ແຕ່ແລ້ວກໍ່ເຮັດບໍ່ໄດ້ຈັກເທື່ອ, ພັນຈຶ່ງໄດ້ຕັດສິນໃຈບອກເລີກເນື່ອງຈາກທົນການຮ້າຍດ່າຂອງພໍ່ແມ່ບໍ່ໄຫວ, ຕັ້ງແຕ່ວັນນັ້ນມາໄລກໍ່ມີແຕ່ຄວາມໂສກເສົ້າແຕ່ໄລກໍ່ບໍ່ເຄີຍລືມທີ່ຈະເອົາຂອງຂວັນມາໃຫ້ພັນໃນທຸກໆເດືອນ.

ການເວລາເຮັດໃຫ້ຄົນເຮົາປ່ຽນໄປ, ພັນພົບກັບຜູ້ຊາຍຄົນໜຶ່ງທີ່ເຂົາມີຄອບຄົວແລ້ວ, ແຕ່ຄືວ່າຫັ້ນລະເງິນສາມາດເຮັດໃຫ້ຄົນເຮົາປ່ຽນໄປ, ຜູ້ຊາຍຄົນນັ້ນເຖິງຈະມີຄອບຄົວແລ້ວແຕ່ກໍ່ຍັງເຈົ້າຊູ້ ມາຄົບກັບພັນເປັນຈິງເປັນຈັງ ຈົນວ່າໄດ້ເລີກກັບພັນລະຍາຂອງຕົນເອງ, ມາເຖິງຕອນນີ້ຄອບຄົວຂອງພັນບໍ່ໄດ້ຫ້າມຫຍັງເພາະວ່າແຟນໃໝ່ມີເງິນ, ເປັນຄົນຮັ່ງມີ, ພັນເອງກໍ່ບໍ່ໄດ້ຮັກຜູ້ຊາຍຄົນນີ້ເລີຍແຕ່ລາວກໍ່ຄົບໄປພຽງເພື່ອເງິນເທົ່ານັ້ນ, ຕອນນີ້ພັນມີທຸກສິ່ງທຸກຢ່າງ ຢາກໄດ້ຫຍັງ ແຟນໃໝ່ກໍ່ຫາມາໃຫ້ໄດ້ໝົດ, ແຕ່ລາວບໍ່ເຄີຍຮັກຊາຍຄົນນີ້ເລີຍ. ທີ່ຄົບກັບຊາຍຄົນນີ້ແມ່ນເພື່ອເງິນຢ່າງດຽວ ແບບວ່າມີເງິນກໍ່ມີຮັກຫັ້ນນາ

 

ໝູ່ເພື່ອນມີຄວາມຄິດແນວໃດກ່ຽວກັບເລືອງນີ້:

 

 

ເລື່ອງນີ້ເປັນເລື່ອງຈິງທີ່ເກີດຂຶ້ນໃນລະຫວ່າງ 2 ປີຜ່ານມາແລ້ວ