ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 12, 2010 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

ະທານ ໄກສອນ ພົມວິຫານ ເກີດເມື່ອວັນທີ 13 ທັນວາ 1920 ທີ່ແຂວງສະຫວັນນະເຂດ ຍ້ອນວ່າໄດ້ກຳເນີດ
ມາຈາກຄອບຄົວປັນຍາຊົນທີ່ຮັກຊາດ ເລີ່ມຕັ້ງແຕ່ເຍົາໄວ ປະທານ ໄກສອນ ພົມວິຫານ ຍາມໃດກໍໄດ້ຮັບການ ສຶກສາອົບຮົມ ບົ່ມສອນໃຫ້ເປັນຄົນດີ ມີນ້ຳໃຈຮັກຊາດ ຮັກບ້ານເກີດເມືອງນອນຕະຫລອດມາ.

ໂດຍເຕີບໃຫຍ່ຂຶ້ນຢູ່ໃນເງື່ອນໄຂ ແລະ ສະພາວະທີ່ປະເທດຊາດຕົກເປັນເມືອງຂຶ້ນ ເມືອງສ່ວຍ ປະຊາຊົນລາວບັນດາເຜົ່າ ຕົກຢູ່ໃນຊະຕາກຳອັນມືດມົນແຫ່ງຄວາມເປັນຂ້ອຍຂ້າ ແລະ ຖືກກົດຂີ່ຂູດຮີດຢ່າງຫນັກຫນ່ວງ ຈາກພວກລ່າເມືອງຂຶ້ນ ແບບເກົ່າ ອັນໄດ້ເຮັດໃຫ້ ປະທານ ໄກສອນ ພົມວິຫານ ມີພື້ນຖານແນວຄິດ ທີ່ກ້າວຫນ້າ ນ້ຳໃຈ ຄຽດແຄ້ນສັດຕູຜູ້ຮຸກຮານ ແລະ ຄວາມຕື່ນຕົວປະຕິວັດຕັ້ງແຕ່ຫົວທີໂລດ.

ໃນສະໄຫມເຍົາໄວ ປະທານ ໄກສອນ ພົມວິຫານ ໄດ້ເລີ່ມເຂົ້າໂຮງຮຽນປະຖົມຢູ່ສະຫວັນນະເຂດ ພາຍຫລັງທີ່
ຮຽນຈົບຊັ້ນມັດທະຍົມສົມບູນ ເພິ່ນໄດ້ເດີນທາງໄປສຶກສາຕໍ່ຊັ້ນວິທະຍາໄລ ແລະ ມະຫາວິທະຍາໄລທີ່ນະຄອນຫລວງຮາໂນ້ຍ. ດ້ວຍພື້ນຖານແນວຄິດປະຕິວັດທີ່ກ້າວຫນ້າ ໃນເວລາທີ່ເພິ່ນພວມຄົ້ນຄວ້າສຶກສາ ຢູ່ນະຄອນຫຼວງ ຮາໂນ້ຍ ປະທານ ໄກສອນ ພົມວິຫານ ໄດ້້ເອົາຕົວເຈືອຈານເຂົ້າໃນຂະບວນການຕໍ່ສູ້ໃນດ້ານຕ່າງໆ ຊຶ່ງພວມເປັນຂະບວນການທີ່ຟົດ ເດືອດຢູ່ຮາໂນ້ຍ ເປັນຕົ້ນແມ່ນຂະບວນການຂອງຊາວຫນຸ່ມ ນັກຮຽນ ນັກສຶກສາ ຫວຽດນາມ ທີ່ກ້າວຫນ້າ ເພື່ອທວງເອົາສິດ ເສລີພາບ ແລະ ປະຊາທິປະໄຕ ຫລັງຈາກນັ້ນ ຕໍ່ມາເພິ່ນກໍໄດ້ເດີນທາງກັບມາລາວ ແລະ ເລີ່ມຕົ້ນນຳພາຂະບວນການຕໍ່ສູ້ ປົດປ່ອຍຊາດຂອງປະຊາຊົນລາວຕັ້ງແຕ່ເວລານັ້ນເປັນຕົ້ນມາ.

ຊີວິດ ແລະ ການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ບົນເສັ້ນທາງປະຕິວັດທີ່ລ້ຳບາກຍາວນານ ບົນ
ຈິດໃຈປະຕິວັດອັນແນວແນ່ ແລະ ອຸດົມການທີ່ຫນຽວແຫນ້ນທີ່ຢາກກອບກູ້ເອກະລາດມາໃຫ້ປະເທດຊາດ ນຳເອົາອິດສະຫລະພາບ ແລະ ຄວາມຢູ່ດີກິນດີມາສູ່ປະຊາຊົນລາວບັນດາເຜົ່າ ຊີວິດປະຕິວັດຂອງເພິ່ນແມ່ນຊີວິດທີ່ມີຄຸນຄ່າ ມີກຽດສະຫງ່າງາມ ຊີວິດປະຕິວັດຂອງປະທານ ໄກສອນ ພົມວິຫານ ໄດ້ຜ່ານຜ່າໄລຍະທາງອັນຫຍຸ້ງຍາກ ແລະ ການທົດສອບຮ້ອຍແປດພັນປະການ ໂດຍໄດ້ເລີ່ມອອກຈາກນັກຮັກຊາດທີ່ແທ້ຈິງ ກາຍມາເປັນຜູ້ນຳພາສ້າງຕັ້ງພັກ ເປັນຜູ້ນຳສູງສຸດຂອງພັກ ແລະ ລັດເຮົາຕະຫຼອດມາ.

ຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ ແມ່ນຊີວິດ ແລະ ພາລະກິດແຫ່ງການຕໍ່ສູ້
ດ້ວຍການອຸທິດຫມົດສະຕິປັນຍາ ກຳລັງວັງຊາເພື່ອປະເທດຊາດ ແລະ ປະຊາຊົນ ນ້ຳໃຈຮັກຊາດ ຮັກປະຊາຊົນ ແລະ ນ້ຳໃຈສາກົນກຳມະຊີບຂອງເພິ່ນຍາມໃດກໍກວ້າງໃຫຍ່ ແລະ ເລິກເຊິ່ງ ຈົນບໍ່ອາດຈະພັນລະນາໄດ້.

ປະທານ ໄກສອນ ພົມວິຫານ ແມ່ນນັກແນວຄິດທິດສະດີທີ່ປີຊາສາມາດ ແລະ ສະຫລາດສ່ອງໃສ ເປັນນັກການ
ເມືອງ ນັກຍຸດທະສາດ ນັກການທະຫານຜູ້ເກັ່ງກ້າ ແລະ ເປັນວິລະບູລຸດຂອງຊາດລາວ ຍາມໃດເພິ່ນກໍມີຄວາມເຊື່ອຫມັ້ນຢ່າງເລິກເຊິ່ງຕໍ່ມະຫາຊົນ ຖືເອົາປະຊາຊົນເປັນກຳລັງແຮງ ເພື່ອຕັດສິນໄຊຊະນະຂອງການປະຕິວັດ ຍາມໃດເພິ່ນກໍສະຫນິດຕິດພັນກັບປະຊາຊົນ ເປັນຫວງເປັນໄຍນຳຄວາມສຸກທຸກຂອງປະຊາຊົນ ແລະ ເຮັດທຸກສິ່ງທຸກຢ່າງ ເພື່ອຜົນປະໂຫຍດຂອງປະຊາຊົນຢູ່ສະເຫມີ.

ປະທານ ໄກສອນ ພົມວິຫານ ແມ່ນນັກນຳພາຜູ້ສາມາດ ຍາມໃດເພິ່ນກໍໄດ້ເສີມຂະຫຍາຍຫົວຄິດປະດິດສ້າງຂອງຕົນເອງ ຂອງຫມູ່ຄະນະ ແລະ ຂອງມະຫາຊົນ ເພື່ອຄົ້ນຄິດຊອກຫາບາດກ້າວເດີນ ວິທີການ ແລະ ມາດຕະການປະຕິ
ບັດຢ່າງສອດຄ່ອງ ຍາມໃດເພິ່ນກໍມີຄວາມທຸນທ່ຽງຫນັກແຫນ້ນ ມີໄຫວພິກສະຫລຽວສະຫລາດໃນແຕ່ລະບາດລ້ຽວທີ່ສຳຄັນຂອງການປະຕິວັດ ສະນັ້ນ ໃນຕະຫລອດວິວັດທະນາການແຫ່ງການນຳພາ ປະທານ ໄກສອນ ພົມວິຫານ ພ້ອມຫມູ່ຄະນະນຳພາຂອງພັກ ແລະ ລັດ ຈຶ່ງສາມາດຄັດທ້າຍນາວາປະຕິວັດຂອງປະຊາຊົນເຮົາຜ່ານພາຍຸລົມແດງ ແລະ ຄື້ນຟອງອັນຂ້ຽວຂາດ ສ່ຽງເປັນສ່ຽງຕາຍ ຈາກໄຊຊະນະນີ້ ໄປສູ່ໄຊຊະນະໃຫມ່ຢ່າງຕໍ່ເນື່ອງ ເຮັດໃຫ້ພາລະກິດປະຕິວັດຊາດປະຊາທິປະໄຕສີ້ນສຸດລົງດ້ວຍໄຊຊະນະອັນຍິ່ງໃຫຍ່ດ້ວຍການປົດປ່ອຍປະເທດຊາດຢ່າງສົມບູນ ແລະ ພາປະເທດຊາດກ້າວຂຶ້ນຕາມເສັ້ນທາງ ສັນຕິພາບ ເອກະລາດ ປະຊາທິປະໄຕ ແລະ ວັດທະນາຖາວອນ ໃນໄລຍະໃຫມ່ ຂອງການປະຕິວັດ ປະທານ ໄກສອນ ພົມວິຫານ ໄດ້ສືບຕໍ່ອຸທິດຕົນຢ່າງບໍ່ຮູ້ອິດຮູ້ເມື່ອຍ ໃນການ ນຳພາ ທົ່ວພັກ ທົ່ວປວງຊົນ ປະຕິບັດສອງຫນ້າທີ່ ຍຸດທະສາດຄື ປົກປັກຮັກສາ ແລະ ສ້າງສາປະເທດຊາດ ມາຮອດໄລຍະໃຫມ່ ໂດຍແມ່ນຜູ້ທີ່ມີຄວາມສະດຸ້ງໄວຕໍ່ສະພາບການປ່ຽນແປງຂອງພາຍນອກ ແລະ ການກຳແຫນ້ນ ສະພາວະຄວາມເປັນຈິງຂອງປະເທດຊາດ ປະທານ ໄກສອນ ພົມວິຫານ ໄດ້ເປັນຜູ້ນຳພາລິເລີ່ມການປ່ຽນແປງໃຫມ່ ເຊິ່ງໄດ້ກາຍມາເປັນພາລະກິດປ່ຽນແປງໃຫມ່ຂອງພັກ ແລະ ປະຊາຊົນເຮົາໃນປັດຈຸບັນ.

ຕະຫລອດຊີວິດຂອງເພິ່ນ ຍາມໃດ ປະທານ ໄກສອນ ພົມວິຫານ ກໍບໍ່ໄດ້ງໍ້ງ່ຽງຕໍ່ຄວາມຫຍຸ້ງຍາກລຳບາກ ແລະ
ການເສຍສະຫລະ ເພິ່ນໄດ້ອຸທິດກຳລັງວັງຊາ ສະຕິປັນຍາ ຈົນເຖິງລົມຫາຍໃຈສຸດທ້າຍໃຫ້ແກ່ພາລະກິດປະຕິວັດ ຂອງພັກແລະ ຂອງປະຊາຊົນເຮົາ.

ປະທານ ໄກສອນ ພົມວິຫານ ໄດ້ເປັນແບບຢ່າງທີ່ປະເສີດທາງດ້ານຄຸນສົມບັດ ສິນທຳປະຕິວັດ ຍາມໃດເພິ່ນກໍ
ແມ່ນແວ່ນແຍງອັນໃສແຈ້ງແຫ່ງຄວາມຈົງຮັກພັກດີ ຄວາມບໍລິສຸດຜຸດຜ່ອງ ໃນການຮັບໃຊ້ພັກ ຮັບໃຊ້ປະເທດຊາດ ແລະ ຮັບໃຊ້ປະຊາຊົນ ເພື່ອຄວາມເປັນເອກະລາດ ອິດສະຫລະພາບ ຄວາມຈະເລີນກ້າວຫນ້າຂອງ ປະເທດຊາດ ແລະ ຄວາມ ຜາສຸກຂອງປະຊາຊົນລາວບັນດາເຜົ່າ.