ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 12, 2010 | ມີ 0 ຄຳເຫັນ ແລະ 0 trackback(s)


ຄຳວ່າ ຜູ້ໃຫຍ່  ຄົນສວ່ນຫລາຍມັກຈະເຂົ້າໃຈວ່າ ຕ້ອງແມ່ນຜູ້ທີ່ມີອາຍຸສູງ  ຜົມຫງອກ ຫລັງກົ່ງ ຫລືບໍ່ກໍ່ແມ່ນຄົນທີ່ຮຽນສູງ ໄດ້ຮັບປະຣິນຍາເອກ ປະຣິນຍາໂທ  ຄວາມເຂົ້າໃຈເລົ່ານັ້ນລ້ວນແລ້ວແຕ່ຖືກຕອ້ງ ແຕ່ຍັງບໍ່ທັນຖືກໝົດ.

 ໃນທາງພຣະພຸດທະສາສນາ ຖ້າເວົ້າເຖິງວຸດທິພາວະ ຄືຄວາມເປັນຜູ້ໃຫຍ່ ເພິ່ນໄດ້ແບ່ງອອກເປັນ ໔ ປະເພດຄື:


 ໑. ໄວຍະວຸດ: ເປັນຜູ້ໃຫຍ່ໂດຍໄວ ຫລືເປັນຜູ້ໃຫຍ່ເພາະອາຍຸຫລາຍ
໒. ຊາຕິວຸດ: ເປັນຜູ້ໃຫຍ່ໂດຍຊາດຕະກູນ ເຊັ່ນເປັນຣາຊະນິກຸນ
໓. ຄຸນນະວຸດ: ເປັນຜູ້ໃຫຍ່ໂດຍຄຸນນະທັມ (ເດັກນ້ອຍອາຍຸ ໗ ປີກໍ່ເປັນໄດ້)
໔. ປັນຍາວຸດ: ເປັນຜູ້ໃຫຍ່ໂດຍມີປັນຍາ (ເດັກນ້ອຍອາຍຸ ໗ ປີກໍ່ເປັນໄດ້)


            ໄວຍະວຸດ  ເວົ້າເຖິງໄວຍະວຸດ  ເຖົ້າແກ່ບູຮານລາວເຮົາມັກເວົ້າເຖິງ ຢູ່ສເມີ ເພື່ອເປັນສິ່ງທີ່ບົ່ງບອກ ເຖິງໄວຂອງຄົນ ຄືເລີ່ມແຕ່ປະຖົມໄວ(ໄວໜຸ່ມ), ມັຊຊິມະໄວ (ໄວກາງຄົນ) ແລະປັຈສິມໄວ(ໄວຊະຣາ). ແຕ່ໄວຂອງມະນຸດ ນັ້ນບໍ່ໄດ້ທ່ຽງແທ້ ແນ່ນອນ ເພາະວ່າຊີວິດຂອງມະນຸດນັ້ນບໍ່ທ່ຽງໝັ້ນ ບາງຄົນ ກໍ່ຕາຍແຕ່ຍັງນ້ອຍ, ບາງຄົນກໍ່ຕາຍຕອນກາງຄົນ ຜູ້ໂຊກດີແນ່ກໍ່ຈະມີ ໂອກາດໄດ້ຢູ່ນຳລູກນຳຫລານ ຈົນເຖົ້າແກ່ ມີໂອກາດຜົມຂາວ, ຂ້ຽວຫລ່ອນ. ແຕ່ຄົນສວ່ນ ໃຫຍ່ ມັກມີຄວາມປະມາດໃນອາຍຸ  ໃນໄວ ລືມເຖົ້າ ລືມໂຕ ລືມຊາຕະກູນ. 


ຖ້າເວົ້າເຖິງເລື່ອງຂອງຄວາມເປັນຜູ້ໃຫຍ່ໂດຍໄວນັ້ນ ເປັນເລື່ອງ ທີ່ຄົນສວ່ນໃຫຍ່ເຂົ້າໃຈດີ  ແຕ່ຖ້າເວົ້າເຖິງເລື່ອງຈິດໃຈ  ູ້ເຖົ້າບາງຄົນ ເຖົ້າແຕ່ຮ່າງກາຍ ແຕ່ຈິດໃຈຍັງບໍ່ທັນເຂັ້ມແຂງ ບໍ່ມີພູມຄຸ້ມກັນທີ່ດີກໍ່ມີ  ເມື່ອເວລາຖືກໄພມາກະທົບ ກໍ່ເຮັດໃຫ້ກະທົບກະເທືອນ ເປັນທຸກໂດຍງ່າຍ ຍ້ອນເປັນຜູ້ເຖົ້າພຽງຮ່າງກາຍແຕ່ຈິດໃຈບໍ່ໄດ້ຜ່ານການຝຶກຝົນ.


ຊາຕິວຸດ  ຫລື ຊາດວຸດ  ໝາຍເຖິງຄວາມເປັນຜູ້ໃຫຍ່ທາງຊາດກຳເນີດ ອັນໝາຍເຖິງວົງຕະກູນ  ເຊັ່ນເກີດໃນຕະກູນເຊື້ອເຈົ້າ, ເຈົ້າຊີວິດ ຜູ້ສູງສົ່ງ ແມ່ນອາຍຸຍັງນ້ອຍ ກໍ່ມີບໍລິວານ ເສນາອຳມາດ ແຫ່ແຫນແພນກັ້ງ  ເຖິງແມ່ນວ່າຈະເປັນຜູ້ຍັງອາຍຸນ້ອຍ ກໍ່ເປັນທີ່ເຄົາຣົບຂອງຜູ້ເປັນບໍຣິວານ.  


ຄຸນນະວຸດ  ຄຸນນະທັມໝາຍເຖິງຄວາມສົ່ງທາງດ້ານຈິຕໃຈ  ເຖິງແມ່ນ ອາຍຸຍັງນ້ອຍ ແຕ່ຈິຕໃຈ ມີຄວາມຮູ້ຈັກບາບບຸນຄຸນໂທດ  ມີຈິຕໃຈເມຕຕາອາລີ. ໃນສມັຍພຣະພຸດທະອົງຍັງຊົງພະຊົນຢູ່ ມີສະມະເນນ ອົງໜຶ່ງນາມວ່າ  ສັນກິຈ ຈະສາມະເນນ, ບັນດິສາມະເນນໄດ້ບັນລຸທັມແຕ່ອາຍຸ ພຽງເຈັດປີ ເປັນ ພຣະອະຣະຫັນຕ໌. ແຕ່ໃນປັດຈຸບັນ ຄົນສວ່ນໃຫຍ່ຈະເຂົ້າໃຈວ່າ ຄຸນນະວຸດໝາຍ ເຖິງວຸດທາງການສຶກສາທີ່ໄດ້ຈາກການຮຽນປະລິນຍາ  ໄດ້ຈາກໂຮງຮຽນ ຈິ່ງເຮັດ ໃຫ້ຄວາມໝາຍຂອງຄຸນນະວຸດແຄບລົງ. ຕົວຢ່າງ ພຣະນາຄເສນ ມີຄວາມສາມາດ ເປັນເລີດ ເປັນພຣະອະຣະຫັນຕ໌ແຕ່ອາຍຸຍັງນ້ອຍ ພາຍຫລັງທີ່ ພຣະພຸດທະເຈົ້າ ປະຣິນິພພານໄປແລ້ວ ໕໐໐ ປີ ເປັນຜູ້ຕອບບັນຫາຂອງພຣະຍາມິລິນ ດັ່ງທີ່ມີມາ ໃນມິລິນທະບັນຫາ. ອີກເລື່ອງໜຶ່ງ, ເປັນເລື່ອງທີ່ໃກ້ຕົວພຣະພຸດທະເຈົ້າ ຄືເລື່ອງ ຂອງສາມະເນນ ຣາຫຸນ ຜູ້ເປັນບຸຕຂອງພຣະພຸດທະເຈົ້າ ເຂົ້າບວຊ ແຕ່ອາຍຸເຈັດປີ ເມື່ອພຣະພຸດທະອົງສະເດັດເຂົ້າໄປໃນວັງ ເພື່ອຢ້ຽມຢາມພຣະເຈົ້າສຸດໂທທະນະ ແລະຍາດພີ່ນ້ອງ ພໍດີ ນາງຍະໂສທະລາ ຫລື ພິມພາເທວີ ໄດ້ໃຫ້ ເຈົ້າຊາຍນ້ອຍ ຣາຫຸນ ໄປຂໍເອົາຊັບສົມບັດຈາກພຣະພຸດທະເຈົ້າ ໂດຍບອກວ່າ


 “ ຣາຫຸນ ລູກແມ່  ຜູ້ຊາຍທີ່ຢູ່ໃນຜ້າສີເຫລືອງ ທີ່ມີຄົນກຳລັງນັ່ງອອ້ມ ຢູ່ນັ້ນ ເປັນພຣະບີດາຂອງເຈົ້າ ພຣະອົງເປັນເຈົ້າຈັກກະພັດ ມີຊັບສົມບັດຫລວງ ຫລາຍ ຈົ່ງເຂົ້າໄປຂໍຊັບສົມບັດນັ້ນ.


ເມື່ອເຈົ້າຊາຍນ້ອຍ ຣາຫຸນ ໄດ້ຍິນຄຳບອກຂອງແມ່ ຈິ່ງເຂົ້າໄປເຝົ້າພຣະພຸດທະເຈົ້າ ເພື່ອຂໍຊັບສົມບັດນັ້ນ. ພຣະພຸດເຈົ້າຈິ່ງຕອບ ຣາຫຸນວ່າ ພຣະອົງເປັນຜູ້ສະລະແລ້ວ ຊັບສົມບັດທາງໂລກບໍ່ມີອີກແລ້ວ ມີແຕ່ອະຣິຍະຊັບ ທີ່ພຣະອົງໃຫ້ໄດ້  ເມື່ອເຈົ້າຊາຍນ້ອຍຣາຫຸນຢາກໄດ້ ພຣະພຸດທະອົງຈິ່ງສັ່ງໃຫ້ ພຣະສາຣິບຸຕ ບວຊຈົວໃຫ້ຣາຫຸນ. ຫລັງຈາກນັ້ນມາ ບໍ່ພໍທໍ່ໃດ ສາມະເນນຣາຫຸນກໍ່ໄດ້ບັນລຸເປັນພຣະອະຣະຫັນຕ໌ ແຕ່ອາຍຸຍັງນ້ອຍ ເມື່ອເຖິງໄວທີ່ເໝາະສົມຈະອຸປະສົມບົດເປັນພຣະ ກໍ່ໄດ້ບວດເປັນພຣະ ເປັນຜູ້ໜຶ່ງທີ່ມີປັນຍາດີ ມີຄຸນນະວຸດທີ່ສູງສົ່ງ.  


ປັນຍາວຸດ   ບໍ່ແຕກຕ່າງຫຍັງຫລາຍຈາກຄຸນນະວຸດ ຜູ້ທີ່ອາຍຸນ້ອຍ ຖ້າຫາກມີປັນຍາສູງສ່ົງ ກໍ່ສາມາດນັບໄດ້ວ່າ ເປັນຜູ້ໃຫຍ່ທາງປັນຍາໄດ້. ເຮົາມັກໄດ້ຍິນຢຸ່ເລື້ອຍ ເລື່ອງເດັກນ້ອຍສະຫລາດ ເດັກນ້ອຍມີຄວາມອັດສະຣິຍະ ມີຄວາມຈຳດີເປັນເລີດ ມີໄຫວພິບປະຕິພານດີ ອາຍຸຍັງນ້ອຍແຕ່ສາມາດສອບເຂົ້າມະຫາໄລໄດ້.


            ໃນທີ່ນີ້, ຜູ້ທີ່ມີຄຸນນະວຸດ ແລະປັນຍາວຸດ ກໍ່ບໍ່ໝາຍຄວາມວ່າ ຈະເປັນຄົນທີ່ສຳຄັນກວ່າຜູ້ໃຫຍ່ທີ່ເປັນໄວຍະວຸດ ຈົນບໍ່ຮູ້ຈັກມີຄວາມເຄົາຣົບ ອ່ອນນ້ອມຖ່ອມຕົນ ຈະຕ້ອງໃຫ້ຄວາມນັບຖືຕໍ່ຜູ້ໃຫຍ່ສະເໝີ ເໝືອນດັ່ງຄຳເວົ້າບູນຮານທີ່ມັກເວົ້າວ່າ ແກ່ຊາດ ແກ່ຄຸນ, ຍິ່ງແກ່ຍິ່ງກົ້ມ ເໝືອນເຂົ້າໃນນາ.


ໂຍ ຈະ ວັສສະສະຕັງ ຊີເວ
ທຸປປັນໂຍ ອະສະມາຫິໂຕ
ເອກາຫັງ ຊີວິຕັງ ເສີຍໂຍ
ປັນຍະວັນຕັສສະ ຊາຍິໂນ ຯ


ຜູ້ໃດມີປັນຍາປູ້ ມີຈິຕໃຈໂລເລ ເຖິງມີຊີວິດຢູ່ຮອດຮ້ອຍປີ ຊີວິດພຽງມື້ດຽວ ຂອງທ່ານຜູ້ມີປັນຍາ ມີຊານ ຍັງປະເສີດກວ່າ (ຊີວິດຮ້ອຍປິ) ຂອງຄົນຜູ້ນັ້ນ.         

ທັມມະບົດ ໑໑໑

ຫາກສັງຄົມເຫັນຄຸນຄ່າຂອງວຸດທິທັງສີ່ປະການນີ້ ຄື  ຜູ້ທີ່ມີໄວຍະວຸດສູງ ຖ້າຢາກໃຫ້ມີຄຸນນະທັມສູງສົ່ງຄຽງຄູ່ກັບໄວຍະວຸດ ຄວນຈະປະກອບ ດວ້ຍການ ພິຈາຣະນາເຫດຜົນ ເຫັນຄຸນຄ່າໃນຄວາມສາມາດຂອງຜູ້ທີ່ມີອາຍຸນ້ອຍກວ່າ ເປີດໂອກາດໃຫ້ຜູ້ນ້ອຍ ໄດ້ສະແດງບົດບາດຕາມຄວາມເໝາະສົມ ຖ້າຕ່າງຝ່າຍ ເຫັນຄຸນຄ່າເຊິ່ງກັນແລະກັນໃນສັງຄົມ ຄື ຜູ້ນ້ອຍເຄົາຣົບຜູ້ໃຫຍ່ໂດຍໄວຍະວຸດ ຜູ້ໃຫຍ່ເຫັນຄຸນຄ່າຜູ້ນ້ອຍໃນດາ້ນຄຸນນະວຸດ ແລະປັນຍາວຸດ ກໍ່ຈະເຮັດໃຫ້ສັງຄົມ ຢູ່ເຢັນເປັນສຸຂ ແລະມີຄວາມກ້າວໜ້າໄວ.


ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2010 | ມີ 1 ຄຳເຫັນ ແລະ 0 trackback(s)

ລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນກົດໝາຍພື້ນຖານຂອງສ.ປ.ປ.ລາວ ເຊິ່ງກຳນົດລະອຽດເຖິງລະບອບການເມືອງ, ລະບອບເສດຖະກິດ-ສັງຄົມ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງລາວ, ຫຼັກການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົງຈັກລັດ ແຫ່ງ ສ.ປ.ປ.ລາວ.
ພາຍຫຼັງການຍົກເລີກລັດຖະທຳມະນູນ ແຫ່ງ ພະຣາຊະອານາຈັກລາວ ໃນ1975, ລັດຖະບານໃຫມ່ຂອງ ສ.ປ.ປ.ລາວ ໄດ້ປົກຄອງປະເທດໂດຍບໍ່ມີລັດຖະທຳມະນູນ ແລະ ກົດຫມາຍ ໂດຍອາໄສບັນດາຂໍ້ດຳລັດ, ມະຕິຕົກລົງ ແລະ ຄຳສັ່ງຕ່າງໆຂອງລັດ ເປັນບັນທັດຖານໃນການຄູ້ມຄອງສັງຄົມແທນ ເຊິ່ງແກ່ຍາວຈົນມາເຖິງປີ 1988 ພັກປະຊາຊົນປະຕິວັດລາວ ເຊິ່ງເປັນພັກກຳອຳນາດການປົກຄອງຢູ່ ສ.ປ.ປ.ລາວ ຈຶ່ງໄດ້ມີນະໂຍບາຍປະຕິຮູບລະບົບການເມືອງການປົກຄອງຄືນໃຫມ່ ໂດຍສຸມໃສ່ການສ້າງລັດຖະທຳມະນູນ ແລະ ບັນດາລະບົບກົດຫມາຍຂຶ້ນມາ ເພື່ອເຮັດໃຫ້ ສ.ປ.ປ.ລາວ ກາຍມາເປັນລັດທີ່ຄຸ້ມຄອງໂດຍກົດຫມາຍເທື່ອລະກ້າວ; ດວ້ຍເຫດນັ້ນ, ສະພາປະຊາຊົນສູງສຸດ ເຊິ່ງເຮັດຫນ້າທີ່ເປັນອົງການນິຕິບັນຍັດໃນເວລານັ້ນ ຈຶ່ງໄດ້ມີການສ້າງກົດຫມາຍຊຸດທຳອິດຂອງ ສ.ປ.ປ.ລາວ ຂຶ້ນມາ ເຊິ່ງແມ່ນກົດຫມາຍອາຍາ ແລະ ບັນດາກົດຫມາຍແພ່ງຈຳນວນຫນຶ່ງພາຍໃນປີດັ່ງກ່າວ; ຫຼັງຈາກນັ້ນອີກ 3 ປີ ສະພາດັ່ງກ່າວຈຶ່ງໄດ້ສ້າງລັດຖະທຳມະນູນສະບັບທຳອິດຂອງ ສ.ປ.ປ.ລາວ ແລະ ຖືກປະກາດນຳໃຊ້ຢ່າງເປັນທາງການ ໃນວັນທີ 15 ສິງຫາ 1991 ເຊິ່ງລັດຖະບານຂອງ ສ.ປ.ປ.ລາວ ກໍ່ໄດ້ປະກາດໃຫ້ວັນດັ່ງກ່າວເປັນວັນພັກປະຈຳປີຂອງຊາດອີກດວ້ຍ.
ລັດຖະທຳມະນູນຂອງ ສ.ປ.ປ.ລາວ ສະບັບທຳອິດ ໃນປີ 1991 ປະກອບມີທັງຫມົດ10 ຫມວດ ແລະ 80 ມາດຕາ, ເຊິ່ງຕໍ່ມາໃນເດືອນພຶດສະພາ 2003 ກອງປະຊຸມສະໄຫມສາມັນຄັ້ງທີ 3 ຂອງສະພາແຫ່ງຊາດຊຸດທີ V ຈຶ່ງໄດ້ມີການຍື່ນຍັດຕິແກ້ໄຂລັດຖະທຳມະນູນເປັນຄັ້ງທຳອິດ, ເຊິ່ງໄດ້ມີການປ່ຽນແປງ ແລະ ເພີ່ມບາງຫມວດ ແລະ ບາງມາດຕາເຂົ້າໃສ່ຕື່ມ ກາຍມາເປັນ 11 ຫມວດ ແລະ 98 ມາດຕາໃນປະຈຸບັນ ໂດຍມີການຮັບຮອງເອົາຕາມມະຕິຕົກລົງຂອງປະທານສະພາແຫ່ງຊາດ ໃນວັນທີ 6 ພຶດສະພາ 2003 ແລະ ປະກາດນຳໃຊ້ໂດຍປະທານປະເທດ ແຫ່ງ ສ.ປ.ປ.ລາວ ຕາມລັດຖະດຳລັດເລກທີ 032/ສປປ ລົງວັນທີ 28 ພຶດສະພາ 2003; ອັນໄດ້ກາຍມາເປັນພື້ນຖານໃຫ້ແກ່ບັນດາກົດຫມາຍຂະແຫນງຕ່າງໆ ໂດຍສະເພາະໃນຂົງເຂດບໍລິຫານ ແລະ ຍຸດຕິທຳ, ລວມເຖິງໃນຂົງເສດເສດຖະກິດ, ວັດທະນະທຳ-ສັງຄົມອີກດວ້ຍ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2010 | ມີ 3 ຄຳເຫັນ ແລະ 0 trackback(s)


ລະບອບການເມືອງ ການປົກຄອງໃດດີທີ່ສຸດໃນໂລກ?
ຄຳຖາມຄຳນີ້ສ້າງຄວາມສົນໃຈ ແກ່ທ່ານທັ້ງຫລາຍຜູ້ສົນໃຈ ຝັກໃຝ່ ໃນການເມືອງ
ແຕ່ລະຄົນອາດຈະມີຄຳຕອບທີ່ແຕກຕ່າງກັນ ກະເປັນເລື່ອງຄວາມຄິດເຫັນແຕ່ລະຄົນ ຊຶ່ງຂ້າພະເຈົ້າກໍເຄົາລົບໃນຄວາມເຫັນເຫລ່ານັ້ນ ໃນທີ່ນີ້ ຂ້າພະເຈົ້າຈະຕອບຄຳຖາມນີ້ພໍ
ຫອມປາກຫອມຄໍນໍ
ຄຳຕອບ ທີ່ຂ້າພະເຈົ້າຄິດວ່າ ດີທີ່ສຸດ ຄື ທຸກລະບອບການປົກຄອງ ໃນໂລກນີ້ ທຸກລະບອບຍ່ອມມີທັ້ງຂໍ້ດີແລະຂໍ້ເສີຍ ແຕ່ທີ່ແຕກຕ່າງກັນຄືວ່າ ລະບອບໃດດີນ້ອຍ ແລະລະບອບ
ໃດດີຫລາຍ
ໃນໂລກນີ້ ມີຫລາຍຮ້ອຍປະເທດ ແຕ່ລະປະເທດ ມີລະບອບການປົກຄອງທີ່ແຕກຕ່າງກັນ ແຕ່ປະເທດສ່ວນຫລາຍໃນໂລກນີ້ຍົກຍ້ອງຊົມເຊີຍລະບອບປະຊາທິປະໄຕ ວ່າເປັນລະບອບການປົກຄອງທີ່ດີທີ່ສຸດ ແຕ່ລະບອບການປົກຄອງສັງຄົມນິຍົມ ຄອມມິວນິດ ບໍ່ຄ່ອຍມີ ໃນໂລກນີ້ ປະເທດທີ່ປົກຄອງລະບອບຄອມມິວນິດ ມີ ຫ້າ ປະເທດ ຄື : ປະເທດວຽດນາມ, ລາວ, ຈີນ, ເກົາຫຼີ່ເໜືອ ແລະ ຄິວບາ
ນອກຈາກນັ້ນກໍປົກຄອງລະບອບປະຊາທິປະໄຕໝົດ
ສິ່ງເຫລົ່ານີ້ເປັນການສະແດງບົງບອກເຖິງຄວາມນິຍົມ ແລະຍອມຮັບວ່າ ລະບອບປະຊາທິປະໄຕດີທີ່ສຸດໃນໂລກ ເປັນຫຍັງຈັງວ່າຈັງຊັ້ນ ເພາະປະເທດໃນໂລກນີ້ ປົກຄອງລະບອບນີ້ຫລາຍທີ່ສຸດ ເພາະສະນັ້ນຈຶງເກິດ“ຄຳຖາມວ່າ ຄອມມິວນິດເດລະ ມັນບໍ່ດີບໍ ຈຶງບໍ່ຄ່ອຍມີຄົນນເອົາໄປໃຊ້
ຄຳຕອບຂອງຂ້າພະເຈົ້າໃນຖານະທີ່ເປັນຜູ້ຂຽນບົດຄວາມນີ້ ຕອບໄດ້ເຕັມປາກເລີຍວ່າ : ທຸກໆລະບອບການປົກຄອງໃນໂລກນີ້ລ້ວນມີທັ້ງຂໍ້ດີ ແລະຂໍ້ພົກພ່ອງໃນຕົວມັນເອງ ເພາະວ່າລະບອບຫນຶ່ງດີໃນປະເທດນີ້ ອາດຈະບໍ່ດີໃນປະເທດອື່ນກະມີຄືກັນ ເພາະວ່າແຕ່ລະປະເທດມີປະຫວັດສາດ,ພູມສາດ ອຸປະນິໄສໃຈຄໍ ແລະຄ່ານິຍົມຂອງຄົນໃນສັງຄົມນັ້ນແຕກຕ່າງກັນເພາະສະນັ້ນສິ່ງເຫລົ່ານີ້ ເປັນຕົວການສຳຄັນໃນການກຳໝົດຮູບແບບການປົກຄອງ ໃນປະເທດນັ້ນໆ
ຕໍ່ໄປຂ້າພະເຈົ້າຈະວິເຄາະຂໍ້ດີແລະຂໍ້ເສີຍ
ລະຫວ່າງປະຊາທິປະໄຕແລະຄອມມິວນິດ

ຂໍ້ດີຂອງຄອມມິວນິດ
໑.ສັງຄົມມີຄວາມຫມັ້ນຄົງ
໒.ລັດຖະບານມີສະຖຽນນະພາບ
໓.ໃຫ້ຄວາມສະເໝີພາບໃນໝູ່ປະຊາຊົນ

ຂໍ້ເສີຍຂອງຄອມມິວນິດ
໑.ບໍ່ຄ່ອຍໃຫ້ຄວາມເຄົາລົບສິດທິມະນຸດຊົນ
໒.ກົດກັ້ນສິດທິເສລີພາບຂອງປະຊາຊົນທີ່ຄວນໄດ້ຮັບ
໓.ເປີດໂອກາດໃຫ້ຜູ້ນຳໂກງໃນລະດັບສູງ
໔.ເຮັດໃຫ້ລັດຖະບານຜູກຂາດອຳນາດລັດ



ຂໍ້ດີຂອງປະຊາທິປະໄຕ
໑. ປະຊາຊົນມີສິດເສລີພາບເຕັມທີ
໒. ເປີດໂອກາດໃຫ້ຄົນ ເກັ່ງ ມີຄວາມສາມາດ ເຂົ້າມາເຮັດວຽກ
໓.ເຄົາລົບສິດມະນຸດຊົນ
໔.ອຳນາດບລິຫານ ນິຕິບັດ ແລະຕຸລາການ ເປັນຂອງປະຊາຊົນ
ຂໍ້ເສີຍຂອງປະຊາທິປະໄຕ
໑.ມັກເຮັດໃຫ້ສັງຄົມປັ່ນປ່ວນຕະຫຼອດ
໒.ມັກປ່ຽນຜູ້ນຳ
໓.ລັດຖະບານຂາດສະຖຽນນະພາບ (ສະເພາະລັດຖະບານປະສົມ)
໔.ຕັດສິນໃຈເຮັດວຽກຊັກຊ້າ
ຂໍສະຫຼຸບກ່ອນເດີພີ່ນ້ອງ ລະບອບການປົກຄອງທີ່ດີທີ່ສຸດນັ້ນ ບໍ່ມີລະບອບໃດໃນໂລກນີ້ສົມບູນແບບໄປທຸກຢ່າງ ລະບອບທີ່ດີທີ່ສຸດນັ້ນ ຕ້ອງຄຳນຶງເຖິງຜູ້ນຳເປັນຫລັກເພາະຜູ້ນຳ
ຕາມທັດສະນະ ພຮະພຸດສາດສະນານັ້ນມີ ໓ ປະເພດ
໑.ຜູ້ນຳແບບ ອັດຕາທິປະໄຕ
໒.ຜູ້ນຳແບບ ໂລກາທິປະໄຕ
໓.ຜູ້ນຳແບບ ທຳມາທິປະໄຕ
ສ່ວນລາຍລະອຽດໃນສ່ວນ ໓ ປະເພດນີ້ ຂ້າພະເຈົ້າຈະບໍ່ອະທິບາຍ ເອົາໄວ້ເທື່ອຫນ້າກ່ອນເດີພີ່ນ້ອງ
ແຕ່ຊິຂໍບອກວ່າຜູ້ນຳທີ່ດີທີ່ສຸດນັ້ນ ຄື ຜູ້ນຳຂໍ້ທີ່ ໓ ທຳມາທິປະໄຕນັ້ນເອງ ຄື ຜູ້ນຳເກັ່ງ ດີ ມີຄຸນທັມ ແລະຈະລິຍະທັມ
ໂອກາດຫນ້າ ຂ້າພະເຈົ້າຈະໄດ້ ວິເຄາະ ຜູ້ນຳ ໓ ປະເພດຕໍ່ໄປນໍ ສຳຫລັບມື້ນີ້ຂໍລາໄປກ່ອນເດີ
ບົດຄວາມນີ້ຜິດພາດປະການໃດ ຂໍອະໄພໄວ້ ນະ ທີ່ນີ້ດ້ວຍ

ສະບາຍດີ
ຈາກ : ພະສົມໃຈ ແພງສີ
ຄະນະ ລັດຖະສາດ
ມະຫາວິທະຍາໄລ ຈຸລາລົງກອນ