ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2010 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

If all is impermanent, unsatisfactory, all selfless, then what is the point of existence? One man watches a river flow by. If he does not wish it to flow, to change ceaselessly in accord with its nature, he will suffer great pain. Another man understands that the nature of the river is to change constantly, regardless of his likes and dislikes, and therefore he does not suffer. To know existence as this flow, empty of lasting pleasure, void of self, isto find that which is stable and free of suffering, to find true peace in the world.
"Then," some people may ask,"What is the meaning of life? Why are we born?" I cannot tell you. Why do we eat? You eat so that you will not have to eat anymore. You are born so that you will not have to be born again.
To speak about the true nature of things, their voidness or emptiness, is difficult. Having heard the teachings, one must develop the means to understand.
Why do we practice? If there is no why, then we are at peace. Sorrow cannot follow the one who practices like this.
The five aggregates are murderers. Being attached to body, we will be attached to mind, and vice versa. We must cease to belive our mind. Use the precepts and calming of the heart to develop restraint and constant mindfulness then you will see happiness and displeasure arising and not follow either, realizing that all states are impermanent, unsatisfactorym and empty. Learn to be still. In this stillness will come the true joy of the Buddha.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2010 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຫຼັກທັມໃນການຄອງຕົນ ເປັນຜູ້ນຳທີ່ດີ

ການສ້າງມິດຕະພາບ
1.ຕ້ອງເປັນຄົນມັກທັກທາຍ
2.ຍິ້ມເກັ່ງ
3.ຈຳຊື່ຄົນໃຫ້ແມ້ນ
4.ສະແດງທ່າທາງເປັນມິດ
5.ພະຍາຍາມຊ່ວຍເຫຼືອ ເມື່ອຄົນອື່ນເດືອດຮ້ອນ
6.ເວົ້າແລະເຮັດດ້ວຍດ້ວມຄວາມຈິງໃຈ
7.ມີຄວາມສົນໃຈແທ້ຈິງ
8.ອ່ອນນ້ອມຖ່ອມຕົນ ຍອມຮັບຄຳຕິຊົມ ຄຳວິຈານ
9.ມີຄວາມກະຕື້ລືລົ້ນໃນການໃຫ້ບໍລິການຄົນອື່ນ
10.ເປັນຄົນມີອາລົມດີ ຕະຫຼົກເຮຮາ ອົດທົນ ອ່ອນນ້ອມຖ່ອມຕົນ
ຫຼັກການຄວາມສຳເລັດ
1.ຮູ້ຈັກສະສົມປະສົບການ
2.ຄວນມີຄວາມສາມາດ
3.ຫາມຸມມອງທຸລະກິດທີ່ແຕກຕ່າງຈາກຄົນອື່ນ
4.ຄວນຄຳນຶງເຖິງຈັງຫວະ ແລະໄລຍະເວລາທີ່ພໍເໝາະພໍດີ
5.ກວດດູສະພາບສິ່ງແວດລ້ອມ ແລະຜູ້ຄົນຊ່ວຍສະໝັບສະໜຸນທຸລະກິດ
6.ຄວນມີຫຼັກໃນການປົກຄອງທີ່ດີ
7.ຜູ້ດຳເນີນທຸລະກິດຕ້ອງມີຄວາມຕັ້ງໃຈຈິງ
8.ຕ້ອງມີຄວາມດຸຂະຫຍັນໝັ່ນພຽນ
9.ມີຄວາມຮັກໃນການເຮັດວຽກ
10.ຕ້ອງມີຄວາມສຸກກັບວຽກງານ ແລ້ວຈະມີຄວາມສຸກ ແລະຄວາມສຳເລັດ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 15, 2010 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ທ່ານທັງຫລາຍທີ່ຢາກຄອງຄວາມເປັນມິດທີ່ດີ ແລະຢາກມີເພື່ອນທີ່ດີ ເພື່ອດຳລົງຄວາມເປັນມິດຕະພາບອັນຍາວນານ ຄວນຈະມີຄຸນນະທັມບາງຢ່າງທີ່ມີໄວ້ເພື່ອເປັນສິ່ງຜູກໃຈເພື່ອນ ແລະອີກຢ່າງໜຶ່ງກໍ່ເພື່ອສຳຫລວດເບິ່ງຕົນເອງວ່າ ເຮົາມີຄຸນສົມບັດອັນພຽງພໍຫລືບໍ່ ທີ່ຈະເປັນເພື່ອນທີ່ດີກັບຄົນທີ່ເຮົາຄົບ ໃນທາງພຣະພຸດທະສາດສະໜາມີທັມມະທີ່ ຄວນສຶກສາຢຸ່໗ ເອີ້ນວ່າກັນລະຍານະທັມມີດັ່ງນີ້.
1. ປິໂຍ: piyo: lovable; endearing.ເປັນຄົນໜ້າໄວ້ໃຈ ໜ້າຮັກ ເປັນຄົນຄວນເຂົ້າໄປສຶກສາໄຕ່ຖາມ ເພື່ອຮ່ຳຮຽນນຳ.
2. ຄຣຸ: Garu: esteemable; respectable; venerable. ໜ້າເຄົາຣົບ ເປັນຄົນທີ່ແະພຶດສົມຄວນແກ່ສະພາວະຂອງຕົນເອງ ຮູ້ສຶກອົບອຸ່ນໃຈເມື່ອໄດ້ຢູ່ໃກ້ ເປັນທີ່ເພິ່ງປອດໄພ.
3. ພາວະນີໂຍ:Bhāvanīyo: adorable; cultured; emulable ເປັນຕາໜ້າຍົກຍ້ອງ ແລະອອນຊອນໃຈເມື່ອໄດ້ຢູ່ໃກ້ ຄົນທີ່ມີຄຸນສົມບັດດີ ເປັນຜູ້ມີຄຸນນະວຸດ ຄືຄວາມເປັນຜູ້ໃຫຍ່ ເປັນຄົນມີຄວາມຮູ້ ພູມປັນຍາທີ່ແທ້ຈິງ ຄົນປະເພດນີ້ອາດຈະໝາຍເຖິງຄູອາຈານຜູ້ທີ່ທຳໜ້າທີ່ໃຫ້ການສິດສອນແກ່ນັກຮຽນ ສົມຄວນທີ່ຈະສັນລະເສີນແລະພູມໃຈ.
4. ວັຕຕາ ຈະ: Vattā ca: being a counsellor ເປັນຄົນຮູ້ຈັກເວົ້າຈາຢ່າງມີເຫດຜົນ ຮູ້ຈັກກາລະເທສະໃນການເວົ້າ ເປັນທີ່ປຶກສາທີ່ດີໃນຍາມເພື່ອນມີບັນຫາ ແລະສາມາດອະທິບາຍເຫດຜົນໃຫ້ເຂົ້າໃຈໄດ້ຢ່າງແຈ້ມແຈ້ງ.
5. ວະຈະນັກຂະໂມ: Vacanakkhamo: ເປັນຄົນທີ່ມີຄວາມອົດທົນຕໍ່ຖ້ອຍຄຳຂອງເພື່ອນ ແລະພ້ອມທີ່ຈະໃຫ້ຄຳປຶກສາເວລາເພື່ອນປະເຊີນກັບບັນຫາ ອົດທົນຕໍ່ຄຳວິພາກວິຈານ ບໍ່ເບື່ອແລະງຸດງິດໃຈ.
6. ຄຳພີຣັນຈະ ກະຖັງ ກັຕຕາ: Gambhīranca katham kattā: able to deliver deep discourses or to treat profound subjectສາມາດອະທິບັນຫາທີ່ສັບຊ້ອນໄດ້ຢ່າງລະອຍດເລິກເຊິ່ງ ແລະເຮັດໃຫ້ຜູ້ຟັງຮຽນຮູ້ເລື່ອງລາວທີ່ລະອຽດກວ່າເກົ່າອີກ.
7. ໂນ ຈັດຖາເນ ນິໂຍຊະເຢ: No catthāne niyojayeບໍ່ຊັກນຳເພື່ອນໄປໃນທາງທີ່ດີ ຜູ້ຊັກຈູງໃນທາງຈິບຫາຍຄືທາງເສື່ອມ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 15, 2010 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຖ້າວ່າສິ່ງທັງປວງເປັນອະນິດຈັງ ເປັນທຸກ ແລະ ເປັນສິ່ງບໍ່ແມ່ນຕົວຕົນ ແລະແລ້ວສິ່ງໃດເປັນສິ່ງບົ່ງບອກສະພາວະທັມນັ້ນ? ມີຊາຍຄົນໜຶ່ງ ກຳລັງສັງເກດເບິ່ງສາຍນ້ຳໄຫຼ ຖ້າຫາກວ່າລາວບໍ່ປາດຖະໜາໃຫ້ນ້ຳໄຫຼຕາມທຳມະຊາດຂອງມັນ ເພື່ອປ່ຽນແປງທຳມະຊາດທີ່ບໍ່ອາດຢຸດນິ້ງໄດ້ ເຂົາຈະຕ້ອງເປັນທຸກຢ່າງມະຫັນ. ອີກຊາຍຄົນໜຶ່ງເຂົ້າໃຈວ່າ ທຳມະຊາດຂອງນ້ຳຈະຕ້ອງໄຫຼຢູ່ຢ່າງນັ້ນ ບໍ່ວ່າລາວຈະມັກ ຫຼືບໍ່ມັກໃຫ້ມັນໄຫຼ ໂດຍເຫດນີ້ ລາວຈິ່ງບໍ່ທຸກ. ເພື່ອຢາກຮູ້ສະພາວະດັ່ງກະແສນ້ຳນີ້ ຄວາມບໍ່ທ່ຽງຂອງຄວາມສຸກ ຄວາມບໍ່ມີຕົວຕົນ ຈຳເປັນຕ້ອງສະແຫວງຫາສິ່ງທີ່ທ່ຽງແລະປາສະຈາກທຸກ ເພື່ອສະແຫວງຫາຄວາມສຸກທີ່ແທ້ຈິງໃນໂລກ.

"ເມື່ອນັ້ນ", ອາດມີບາງຄົນຖາມວ່າ,"ຄວາມໝາຍຂອງຊີວິດແມ່ນຫຍັງ?"ອາຕະມາບໍ່ສາມາດບອກທ່ານໄດ້. ເປັນຫຍັງທ່ານຕ້ອງກິນ? ທ່ານກິນກໍ່ເພື່ອຈະບໍ່ໄດ້ກິນອີກ ທ່ານເກີດມາເພື່ອວ່າຈະບໍ່ຕ້ອງເກີດອີກ.

ເມື່ອເວົ້າເຖິງສະພາວະຄວາມເປັນຈິງຂອງສິ່ງທັງປວງ ຄວາມຫວ່າງເປົ່າ ຫຼື ສຸນຍະຕາ ມັນຍາກທີ່ຈະອະທິບາຍ ເມື່ອເວລາຟັງເທດແລ້ວ ເຮົາຈະຕ້ອງປະຕິບັດເພື່ອເຂົ້າໃຈ. ເປັນຫຍັງເຮົາຈິ່ງຕ້ອງປະຕິບັດ ຖ້າບໍ່ມີຄຳວ່າ ເປັນຫຍັງ ເຮົາກໍຈະພົບຄວາມສຸກ. ຄວາມທຸກກໍ່ຈະບໍ່ຕິດຕາມບຸກຄົນຜູ້ປະຕິບັດໄດ້ເຊັ່ນນີ້.

ຂັນທັງ ໕ ເປັນເໝືອນຂ້າຕະກອນ ຫາກເມື່ອໃດຢຶດຕິດກັບຮ່າງກາຍ ພວກເຮົາຈະເກີດອຸປະທານທີ່ໃຈ ແລະໃນທາງກັບກັນ. ພວກເຮົາຈະຕ້ອງຢຸດຟັງຄວາມໃຈຂອງເຮົາ ໃຊ້ສີນເພື່ອຂົ່ມໃຈ ເພື່ອສັງວອນລະວັງ ແລະເພື່ອສະຕິທີ່ຕັ້ງໝັ້ນ. ແລ້ວທ່ານກໍ່ຈະເຫັນການເກີດຂື້ນຂອງຄວາມສຸກ ແລະຄວາມທຸກ ແລະພະຍາຍາມບໍ່ຄ້ອຍຕາມທັງສອງຢ່າງນີ້ ຮູ້ແຈ້ງວ່າ ສັບພະສິ່ງເປັນອະນິດຈັງ ເປັນທຸກ ແລະເປັນຂອງບໍ່ມີຕົວຕົນ. ຮຽນຮູ້ຄວາມສະມະຖະ(ຄວາມທຸ່ນທ່ຽງ, ຄວາມນິ້ງແຫ່ງຈິດ) ໃນຄວາມສະມະຖະນີ້ກໍ່ໃຫ້ເກີດຄວາມປິຕິສຸກແຫ່ງພຸດທະ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 15, 2010 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

Ditthadhammikattha-samvattanika-dhamma
ທິດຖະທັມມິກັດຖາສັງວັດຕະນິກະທັມມາ (Virtues conducive to benefits in the present; virtues leading to temporal welfare)

ທັມມະທີ່ທ່ານກຳລັງຈະອ່ານຢູ່ນີ້ ເປັນຄຳສັ່ງສອນຂອງພຣະບໍຣົມສາດສະດາສັມມາສັມພຸດທະເຈົ້າ ເປັນທັມມະທີ່ເນັ້ນເຖິງວິຖີການດຳເນີນຊີວິດເພື່ອຄວາມຜາສຸກໃນຊີວິດປັດຈຸບັນ ເຊິ່ງເປັນຫຼັກການດຳເນີນຊີວິດແບບພໍພຽງ ເປັນເສດຖະກິດແບບພື້ນຖານທີ່ພຣະພຸດທະອົງເຄີຍໄດ້ປະກາດເປັນເວລາ ໒໕໔໙ ປີຜ່ານມາແລ້ວ ແຕ່ຍັງບໍ່ລ້າສະໄໝ ບາງຄັ້ງທັມມະບົດນີ້ເຄີຍປະຍຸກໃຊ້ເປັນຄາຖາມະຫາເສດຖີ ຫຼືຫົວໃຈເສດຖີໂດຍເກຈິອາຈາຣຍ໌ຕ່າງໆ ເມື່ອເວລາມີພໍ່ອອກ ແມ່ອອກມາຂໍຄາຖາ ເພິ່ນກໍໄດ້ຈົດໃຫ້ໄປພາວະນາ ບາງຄັ້ງກໍ່ໄດ້ຖືກຈາລຶກລົງໃນຜ້າຍັນ ແຕ່ຄວາມໝາຍທີ່ແທ້ຈິງແລ້ວ(ຕາມແນວຄິດຜູ້ຂຽນ) ມັນເປັນປິດສະໜາທີ່ຕ້ອງການເປີດເຜຍ ເພື່ອເຂົ້າໃຈແກ່ນແທ້ຂອງທັມ ນັ້ນກໍ່ຄືການປະຕິບັດ ຫຼາຍກວ່າການວິງວອນຂໍໃຫ້ຄາຖາມາບັນດານໂຊກລາບໃຫ້ ຖ້າເຮັດເຊັ່ນນັ້ນຢ່າຫວັງເລີຍວ່າຈະຮັ່ງມີ ຫຼືມີຢູ່ມີກິນ ຄາຖາດັ່ງກ່າວມີໃຈຄວາມວ່າ
ອຸ ອະ ກາ ສະ ເຊິ່ງຫຍໍ້ມາຈາກຫົວຂໍ້ທັມມະຕໍ່ໄປນີ້:

1. Utthānasampadā: ອຸດຖານະສັມປະທາ: ເຖິງພ້ອມດ້ວຍການໝັ່ນ ຄືຂະຫຍັນໝັ່ນພຽນໃນການປະຕິບັດໜ້າທີ່ການງານ ປະກອບອາຊີບອັນບໍລິສຸດ ມີຄວາມຊຳນານງານ ຮູ້ຈັກໃຊ້ປັນຍາສອດສ່ອງ ກວດກາ ຫາອຸບາຍ ສາມາດດຳເນີນການໃຫ້ໄດ້ຜົນດີ: To be endowed with energy and industry; achievement of diligence.
2. Ārakhasampadā: ອາຣັກຂະສັມປະທາ: ເຖິງພ້ອມດ້ວຍການຮັກສາ ຄືຮູ້ຈັກຄຸ້ມຄອງ ເກບຮັກສາໂພຄະຊັບ ແລະ ຜົນງານອັນຕົນໄດ້ສ້າງໄວ້ແລ້ວ ດ້ວຍຄວາມຂະຫຍັນໝັ່ນພຽນ ໂດຍຊອບທັມ ໂດຍກຳລັງງານຂອງຕົນ ບໍ່ໃຫ້ເປັນອັນຕະລາຍຫຼືເສື່ອມເສຍ.
3. Kalyānamittatā: ກັນລະຍານະມິຕຕະຕາ: ຄົບຄົນດີເປັນມິດ ຮູ້ຈັກເລືອກຄົບເພື່ອນທີ່ດີ ໝາຍເຖິງຜູ້ທີ່ບໍ່ພາໄປສູ່ຄວາມເສື່ອມ ເລືອກຄົບຫາສົນທະນານຳທ່ານຜູ້ຮູ້ ຜູ້ມີປະສົບການ ເພື່ອຖອດຖອນບົດຮຽນດີໆຈາກທ່ານ ເຊິ່ງເປັນຜູ້ມີ ສີນ ຈາຄະ(ເສຍສະຫຼະ) ມີປັນຍາ good company; association with good people.

4. Samajīvitā: ສະມະຊີວິຕາ: ມີຄວາມເປັນຢູ່ເໝາະສົມ ຄືຮູ້ຈັກກຳນົດລາຍໄດ້ ແລະລາຍຈ່າຍລ້ຽງຊີບແຕ່ພໍດີ ບໍ່ໃຫ້ຝືດເຄືອງຫຼືຟຸມເຟືອຍ ໃຫ້ລາຍໄດ້ເໜືອລາຍຈ່າຍ ມີປະຫຍັດມ້ຽນໄວ້: balanced livelihood; living economically.

ທັມມະຂໍ້ນີ້ເອີ້ນກັນສັ້ນໆວ່າ ທິດຖະທັມມິກັດຖະ ແປວ່າປະໂຫຍດ ສະນັ້ນ ເມື່ອທ່ານໃດລອງເອົາໄປປະພຶດປະຕິບັດ ແນ່ນອນວ່າຈະເກີດປະໂຫຍດໂດຍແທ້ຢ່າງບໍ່ຕ້ອງສົງໄສ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 15, 2010 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຂຶ້ນຊື່ວ່າມີຮັກ ຍ່ອມມີທຸກສະເຫມີ ຫາກແຕ່ວ່າ ບຸກຄົນຈະເຫັນວ່າມັນເປັນຄວາມທຸກຫລືບໍ່ ຫລືອາດຈະບໍ່ເຫັນດ້ວຍເຫດພຽງຄວາມສຸກເລັກ ໆ​ ນ້ອຍ ໆ​ ທີ່ບົດບັງຄວາມຈິງ ປິດກັ້ນຄວາມທຸກອັນແສນສາຫັດໄວ້ ບຸລຸດໜຶ່ງ ພຶງກະທຳເພື່ອຍິງທີ່ຕົນຮັກໄດ້ທຸກຢ່າງ ແມ່ນວ່າອຸປະສັກຈະມາກລົ້ນພຽງໃດກໍ່ຕາມແຕ່ ບຸລຸດນັ້ນ ກັບບໍ່ເຫັນວ່າ ເປັນຄວາມທຸກແຕ່ຢ່າງໃດ ໂອ! ໜໍ… ຄວາມຫລົງໄຫລໃນໃຝ່ຫາຊ່າງມາເຮັດໃຫ້ຄົນເປັນໄປໄດ້ເຊັ່ນນັ້ນ

ຫາກແຕ່ເຮົາໄດ້ເຫັນແຈ້ງເຊິ່ງຄວາມທຸກນັ້ນແລ້ວເມື່ອໃດແລ້ວ ກໍ່ຈັກຄົງປ່ອຍວາງເສຍຖິ້ມ ເຊິ່ງຄວາມຮັກອັນເປັນດັ່ງນ້ຳເຜິ້ງທີ່ປະສົມຍາຜິດສະນັ້ນແລ ຈັກບໍ່ຫວນກັບໄປອີກເລີຍ

ຂຶ້ນຊື່ວ່າຄວາມຮັກຂອງປຸຖຸຊົນແລ້ວ ຍ່ອມຕ້ອງຖິ້ມເສຍເຊິ່ງໃນກາລອັນເປັນທີ່ສຸດແຫ່ງສັງຂານຕົນ ບຸກຄົນໃດຈະເປັນຊາຍຍິງກໍ່ຕາມ ເມື່ອປະຈັກແຈ້ງໃນຂໍ້ທັມອັນນີ້ ຍ່ອມພິຈາລະນາເຫັນຄວາມບໍ່ເປັນປະໂຫຍດແຫ່ງອາມິສສຸກນີ ແລ້ວກ້າວໄປສູ່ດິນແດນອັນໃສສະຫວ່າງນັ້ນແລ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 15, 2010 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ນພາລກ່າວຄຳຫຍາບດ້ວຍວາຈາ ຍ່ອມສຳຄັນວ່າຊະນະທີດຽວ ແຕ່ຄວາມອົດກັ້ນໄດ້ເປັນຄວາມຊະນະຂອງບັນດິດຜູ້ຮູ້ແຈ້ງຢູ່ ຜູ້ໃດໂກດຕອບບຸກຄົນຜູ້ໂກດແລ້ວ ຜູ້ນັ້ນເປັນຜູ້ລາມົກກວ່າບຸກຄົນຜູ້ໂກດແລ້ວ ເພາະການໂກດຕອບນັ້ນ ບຸກຄົນບໍ່ໂກດຕອບບຸກຄົນຜູ້ໂກດແລ້ວ ຍ່ອມຊື່ວ່າຊະນະສົງຄາມອັນບຸກຄົນຊະນະໄດ້ໂດຍຍາກ ຜູ້ໃດຮູ້ວ່າຜູ້ອື່ນໂກດແລ້ວ ເປັນຜູ້ມີສະຕິ ສະຫງົບຢູ່ໄດ້ ຜູ້ນັ້ນຍ່ອມຊື່ວ່າປະພຶດປະໂຫຍດແກ່ທັງສອງຝ່າຍ ຄືແກ່ຕົນແລະແກ່ຜູ້ອື່ນ ເມື່ອຜູ້ນັ້ນຮັກສາປະໂຫຍດທັງ ໒ ຝ່າຍ ຄືຂອງຕົນແລະຂອງຜູ້ອື່ນ ຊົນທັງຫຼາຍຜູ້ບໍ່ສະຫຼາດໃນທັມ ຍ່ອມສຳຄັນບຸກຄົນນັ້ນວ່າ ເປັນຄົນໂງ່
 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 12, 2010 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ການທີ່ຄົນຫັນຫລັງໃຫ້ ກັບພຸດທະສາດສະຫນາ
ກໍ່ຍ້ອນມີກຸ່ມຄົນທີ່ເຫັນແກ່ໂຕ
ທີ່ນຳເອົາພະພຸດທະສາດສະຫນາ ມາດັດແກ້ເຜີຍແພ່ໃຫ້ຜິດພ້ຽນຈາກ
ຫລັກທັມຄຳສັງສອນທີ່ ພະພຸດທະເຈົ້າໃດ້ສັງສອນເອົ້າໄວ້
    ໂດຍສະເພາະການໃຫ້ທານ ຄົນສວ່ນຫລາຍຄິດວ່າ ການເຮັດບຸນໄດ້ກຸສົນແຮງທີ່ສຸດ
ກໍ່ຄືການທອດກອງກະຖິນ ຜ້າປ່າ ຫລືຕະຫລອດຮອດການ ສ້າງວັດວາອາລາມຫລັງໃຫຍ່
ສັງເກດເບິ່ງບ້ານເຮົາໃນປະຈຸບັນ ແຕ່ລະບ້ານສ້າງສິມຫລັງງາມອາລາມຫລັງໃຫຍ່
ແຂ່ງກັນແຕ່ຖ້າໄປຖາມພຽງຄຳຖາມງາຍໆ ວ່າສິນຫ້າຂໍ້ມີຫຍັງແດ່ ແຕ່ລະຂໍ້
ມີຄວາມຫມາຍຢ່າງໄດ ຖາມຮອ້ຍຄົນຈະຕອບໃດ້ບໍ່ເຖິງສາມຄົນ ນັ້ນກໍ່ຍອ້ນອິດທິພົນ
ທິດສະດີທີ່ຜິດພ້ຽນຈາກຫລັກທັມ ທີ່ພາກັນມັກງ່າຍເຮັດບຸນແບບປູພົມເຕັງຂີ້ເຫຍື້ອ ເອົາສິ່ງງາມໆມາບັງຄວາມເປິເປືອ້ນ
   ແທ້ຈິ່ງແລ້ວ ການທີ່ມີວັດວາອາລາມສວຍສົດງົດງາມ ບໍ່ໄດ້ຫມາຍຄວາມວ່າ
ສາດສະຫນາຮຸ່ງເຮືອງ ຄືດັ່ງທີ່ໄດ້ຍິນຫລາຍຄົນເວົ້າກັນ ຖ້າຄິດດີໆແລ້ວ
ພະສຳມາສຳພຸດທະເຈົ້າ ເປັນເຖິງລູກເຈົ້າຟ້າມະຫາກະສັດ ຖ້າເພິ່ນຕ້ອງການສ້າງ
ສິ່ງດັ່ງກ່າວ ເພິ່ນອາດສ້າງໃດ້ໃຫຍ່ກວ່າສິ່ງມະຫັດສະຈັນ
ທີ່ມີຢູ່ໃນປະຈຸບັນໃດ້ຫລາຍເທົ້າ ແຕ່ພະອົງກໍ່ສ້າງໄວ້ພຽງບົດທັມຄຳສັງສອນ
ທີ່ຕ້ອງການສ້າງ ໃຫ້ຄົນເປັນຄົນດີ ຢູ່ແບບບໍ່ບຽດບຽນກັນ ຮູ້ແບ່ງປັນ
ອາໃສເຊິ່ງກັນແລະກັນ  ແຕ່ມີ ກຸ່ມຄົນທີ່ບໍ່ຕອ້ງການ ເຫັນຄວາມສະເຫມີພາບ
ຈຶ່ງອາໃສຄວາມມີອຳນາດບາດໃຫຍ່ ນຳເອົາສາດສະຫນາມາດັດແປງ
ເພື່ອຮັບໄຊ້ສິດຜົນປະໂຫຍດ ຂອງຕົນເອງແລະພວກ
ຍົກຕົວຢ່າງໃຫ້ເຫັນງ່າຍໆ ນິທ່ານເລື່ອງພະເຫວດສັນດອນ
ຄູບາອາຈານຜູ້ຮູ້ແຈ້ງເຫັນຈິ່ງ ແຕ່ງຂື້ນມາ ເພື່ອເຕືອນສະຕິຜູ້ທີ່ມີອຳນາດ
ມີບາລະມີ ຮູ້ແບ່ງປັນໃຫ້ຜູ້ດ້ອຍໂອກາດກວ່າ ໂດຍສົມມຸດເອົາພະເຫວດສັນດອນ
ເປັນຕົວແທນຜູ້ມີບາລະມີ ໄດ້ໃຫ້ທານແກ່ຄົນທຸກຍາກ ຕະຫລອດຮອດ ທານລູກທານເມຍ
ເພື່ອສອງແສງໃຫ້ເຫັນເຖິງຄວາມເຈັບປວດ ໃນຍາມທີ່ເສຍຂອງຮັກ ເພາະໃນສະໃຫມກອ່ນ
ບ້ານເມືອງບໍ່ທັນມີລະບຽບກົດຫມາຍ ຜູ້ທີ່ມີອຳນາດຢາກໃດ້ອັນໃດ ກໍ່ໄດ້ຕາມໃຈ
ຖ້າຕ້ອງການຫລືພໍ່ໃຈລູກໃຜເມຍໃຜ ກໍ່ຕາມ ເຂົາຈະໄຊ້ຄວາມມີອຳນາດເອົາມາໃຫ້ໄດ້
ໂດຍບໍ່ສົນໃຈຕໍ່ຄວາມຮູ້ສຶກຜູອຶ່ນ.
    ເມື່ອຄູບາອາຈານ ເຫັນດັ່ງນັ້ນຈຶ່ງແຕ່ງນິທານ ຂື້ນມາເພື່ອເຕືອນສະຕິ ແຕ່ເຂົາກັບບໍ່ຕື່ນສະດຸ້ງ.
    ກັບເອົານິທານເລື້ອງດັ່ງກ່າວ ມາເພື່ອປຸກລະດົມໃຫ້ຄົນທານຄືດັ່ງ
ພະເຫວດສັນດອນ ມີຫຍັງທານໃຫ້ຫມົດ ຊາດຫນ້າຈະໃດ້ສະບາຍ ຈະໄດ້ໄປສູສະຫວັນ
ເມື່ອຄົນທີ່ຫລົງເຊື່ອກໍ່ປະຕິບັດຕາມ ແຫ່ງທານເທົ່າໄດກໍ່ຍິ່ງທຸກເທົ່ານັ້ນ
ຈິ່ງເກີດຄວາມລົບລູ່ ຕະຫລອດຮອດການຫາທີ່ເພິ່ງງົມງາຍ ສຸດທ້າຍກໍ່ຫັນຫລັງໃຫ້ແກ່
ພຸດທະສາດສະຫນາ ເພາະເຂົ້າໃຈວ່າເຮັດດີບໍ່ໄດ້ດີ
   ຜູ້ບໍ່ຖືສິນຈັກໂຕພັດແຮ່ງນັບມື້ຮັງມີ 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 12, 2010 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ


ເພື່ອນໆ...ອ່ານຫົວເລື່ອງກໍ່ຄົງຈະຮູ້ແລ້ວວ່າຂ້າພະເຈົ້າຈະຂຽນຫຍັງຕໍ່ໄປ ...ແນ່ນອນລະ ກໍ່ຂຽນເລື່ອງ..ປົມດ້ອຍ ເພື່ອນຫລາຍໆຄົນກໍ່ຄົງຈະມີເພື່ອນໆຫຼືຄົນຮອບຂ້າງທີ່ມີນິໃສມັກເປັນຫນຶ່ງໃນສະມາຄົມ...ນັກນິນທາ..ມັກສັນຫາເລື່ອງຂອງຊາວບ້ານຊາວເມື່ອງມານິນທາໄດ້ສາມວັນສາມຄືນບໍ່ຊ້ຳເລື່ອງເກົ່າ ...ໂອ!..ຈອດມັນສຸດຍອດ...ອີຫລີ່!. ຂໍໃຫ້ເພື່ອນໆຮູ້ໄວ້ວ່າ ຄົນພວກນີ້ ເປັນຄົນມີປົມດ້ອຍ ຫຼື ເປັນຄົນທີ່ບໍພໍໃຈໃນຕົວເອງ..
ແລະບຸກຄົນເຫຼົ່ນີ້ມັກເປັນຕົວປ່ວນ ມັກກໍ່ບັນຫາ!
ແລ້ວໂດຍທົ່ວໄປຄົນທີ່ຄິດວ່າຕົນເອງຕ່ຳຕ້ອຍດ້ອຍຄ່າມັກຈະມີນິດໃສດັ່ງນີ້:
ກ. ມັກວິຈານ(ດ່າ)ຄົນອື່ນ...ອີຫລີ...ອີ່ຫລໍ
ຂ. ມັກວິຈານ(ດ່າ)ຕົວເອງເປັນປະຈຳ

ກ.ພວກນີ້ມັກຈະວິຈານຄົນອື່ນ ເພາະຄິດວ່າການວິຈານຄົນອື່ນຈະເຮັດໃຫ້ຕົວເອງຮູ້ສຶກດີຂື້ນ ຈະຂໍຍົກຕົວຢ່າງໃຫ້ເບິ່ງຫນຶ່ງຕົວຢ່າງ....ທ້າວ ເທວະດາ ຮູ້ສຶກວ່າຕົວເອງມີປົມດ້ອຍ ລາວຄິດວ່າລາວມີດັ່ງໃຫຍ່ ແລະຕາຕີ່ໆ ແລະຮູ້ສຶກວ່າຕົວເອງເປັນຄົງໂງ່ອີກດ້ວຍ
ວິທີການຂອງ ທ້າວເທວະດາທີ່ເຮັດໃຫ້ລາວຮູ້ສຶກດີຂື້ນຄືພະຍາມຍາມຕັ້ງຊື່ໃຫ້ເພື່ອນໆ (ທີ່ພະຍາຍາມບົ່ງບອກເຖິງປົມດ້ອຍຂອງເພື່ອນ) ວ່າ ມິສເຕີ ຫົວແບນ, ມິສເຕີ ຫົວໄກ່, ມິສເຕີ ສະຫມອງຫມາ, ມິສເຕີ ປັນຍາຄວາຍ ເປັນຕົ້ນ ແລະເມື່ອມີຄົນໃດເຮັດຜິດພາດປະການໃດ ລາວຈະປ່າວປະກາດໃຫ້ທຸກຮັບຮູ້(ທັງທີ່ຈິງ ທ້າວ ເທວະດາຂອງເຮົາບໍ່ຮູ້ຕົວດ້ວຍຊ້ຳວ່າລາວມັກວິຈານຄົນອື່ນຫຼືເປັນຫຍັງລາວຈິງເຮັດແນວນັ້ນ)
ຫາກເພື່ອນໆມີຄົນຮອບຂ້າງມີນິດໃສໃຈຄໍແບບນີ້ ໃຫ້ຮູ້ໄວ້ເລີຍວ່າ ພວກເຂົາມີບັນຫາພາຍໃນ....(ທີ່ບອກໃຜບໍ່ໄດ້...ຕິເນາະ..ອິອິ)
ຂ. ພວກທີ່ມັກວິຈານຕົວເອງ...ເປັນການໃຊ້ຈິດວິທະຍາສວດກັບ....
ລອງເບິງກໍລະນີຂອງ ນາງ ຟ້າ ເປັນຕົວຢ່າງ ຫາກນາງ ຟ້າ ເວົ້າກັບເຈົ້າວ່າ ” ເຈົ້າ ນ່າຮັກກວ່າຂ້ອຍ ເຈົ້າສະຫລາດກວ່າຂ້ອຍອີກ ບໍ່ມີໃຜມັກຂີ້ຫນ້າຂ້ອຍເລີຍ” ນາງ ຟ້າກຳລັງຫວັງວ່າເຈົ້າຈະຕອບລາວກັບໄປວ່າ ”ບໍ່ດອກ ....ເຈົ້າເປັນຄົນສະຫລາດແລະເຈົ້າກໍ່ເປັນຄົນງາມຄົນຫນຶ່ງລະ” ພໍລົມກັນໄປນານເຂົ້າ...ເຈົ້າຈະຮູ້ສຶກວ່າ ນາງ ຟ້າ ນີ້ ຊ່າງກວນ....ຕ...ສະລະ ອີນ ອີຫລີ...
ສະຫລຸບແລ້ວ...ກໍຄື:
ເມື່ອເຮົາບໍ່ພໍໃຈຕົວເອງ ນອກຈາກເຮົາຈະເຮັດໃຫ້ຄົນອື່ນລຳຄານແລ້ວ ເຮົາຍັງເຮັດໃຫ້ຕົວເອງຄຽດນຳອີກ ຫາກເຮົາຍອມຮັບຫຼືພໍໃຈໃນຕົວເອງເພີມຂື້ນອີກ ເຮົາກໍ່ບໍ່ຕ້ອງມານັ່ງຫຼິ້ນເກມກວນປະສາດແບບນີ້ອີກລະ...


ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2010 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ສະບາຍດີທ່ານຜູ້ອ່ານບົດຂຽນຕໍ່ໄປນີ້ຂໍນຳສະເໜີເລື່ອງການສ້າງບາຣະມີ ໑໐ ທັດ ເນື່ອງຈາກວ່າເມື່ອກ່ອນມີຄົນຂໍມາ ຂ້າພະເຈົ້າຈິ່ງເອົາມາລົງໃນທີ່ນີ້ ບໍ່ມີຈຸດປະສົງຈະບອກສອນຜູ້ໃດ ແຕ່ເປັນໄປເພື່ອການສຶກສາຄົ້ນຄ້ວາເນື່ອງຈາກວ່າພວກເຮົາເປັນຊາວພຸດ ຄວນຢ່າງຍິ່ງທີ່ຈະຕ້ອງສະແຫວງຫາຄວາມຮູ້ກ່ຽວກັບພຣະພຸດທະສາດສະໜາ ແລະ ຂ້າພະເຈົ້າກໍ່ເຊື່ອວ່າມັນບໍ່ເປັນເລື່ອງທີ່ລ້າສະໄໝ ຜູ້ຮູ້ແລ້ວນຳເອົາໄປປະຕິບັດຍິ່ງເປັນການດີ.

ບາຣະມີ ຄື ຄຸນສົມບັດ ໑໐ ປະການທີ່ພຣະໂພທິສັດທຸກພຣະອົງຈະຕ້ອງບຳເພັນເພື່ອປາຖະນາເຖິງພຸດທະພູມ ເມື່ອປະພຶດປະຕິບັດໃຫ້ມີໄວ້ແລ້ວຈະເຮັດໃຫ້ຈິດມີພະລັງ ສາມາດຜັກດັນໃຫ້ຜູ້ບຳເພັນບາຣະມີເປັນຜູ້ຍິ່ງໃຫຍ່ໃນຄວາມດີງາມ.

ບາຣະມີ ໑໐ ປະການມີດັ່ງນີ້:

໑. ທານ: ສຳຫລັບຄາຣະວາດຜູ້ຄອງເຮືອນ ບາຣະມີຂໍ້ທຳອິດຄວນສັ່ງສົມໄວ້ໃຫ້ຫລາຍ ຫາກຕ້ອງການມີທາງເດີນຊີວິດທີ່ສົມບູນ ພຽບພ້ອມ ແລະ ຮຸ່ງເຮືອງ ທານຄືສະບຽງບຸນທີ່ຂາດບໍ່ໄດ້.
ໃນນັ້ນ ທານແບ່ງອອກເປັນທາງໃຫຍ່ ໓ ປະການໄດ້ແກ່:

໑). ວັດຖຸທານ: ຄື ການໃຫ້ວັດຖຸເປັນທານ(ວັດຖຸທານ ໑໐ ຢ່າງ)
໒). ອະໄພທານ: ການໃຫ້ອະໄພ ບໍ່ຄຽດແຄ້ນຕອບໂຕ້ເມື່ອຖືກກະທົບກະເທືອນຈິດໃຈ.
໓). ທັມມະທານ: ຄືການໃຫ້ປັນຍາເປັນທານ

ຄຳວ່າ ທານນີ້ ບໍ່ຈຳເປັນຈະຕ້ອງຢູ່ໃນຮູບແບບຂອງການໃຫ້ເງິນສົດ ວັດຖຸເຂົ້າຂອງສະເໝີໄປ ບໍ່ມີເງິນກໍ່ສາມາດໃຫ້ທານໄດ້ ເຊັ່ນການເສຍສະຫລະເວລາເພື່ອຜູ້ອື່ນ ການໃຫ້ຄວາມຮວ່ມມື ເຫັນດີເຫັນງາມໃນເລື່ອງທີ່ດີ ຫລືແມ່ນແຕ່ການໃຫ້ໂອກາດຕົນເອງເຮັດໃນສິ່ງທີ່ດີໆ ກໍ່ຖືວ່າເປັນການໃຫ້ທານແກ່ຕົວເອງອີກເຊັ່ນກັນ.

໒. ສີນ:ຄືຄຸນນນະທັມທີ່ບຳເພັນປະຕິບັດແລ້ວມີອານິສົງ ຫາກສີນບໍ່ບໍລິສຸດຈະເປັນມູນເຫດໃຫ້ເກີດອະກຸສົນ ແລະ ບໍ່ໄດ້ຮັບອານິສົງເຕັມ. ສຳຫລັບພໍ່ອອກແມ່ອອກ ຫລືຄາຣະວາດຜູ້ຄອງເຮືອນ ຄວນຮັກສາສິນ ໕ ໃຫ້ບໍລິບູນ ແລະ ຖ້າເປັນໄປໄດ້ໃຫ້ຮັກສາສີນ ໘ ໃນຍາມວັນສີນ.

ການມີສີນມີທັມປະຈຳໃຈຈະເຮັດໃຫ້ເຮົາເປັນຄົນສະອາດ ຄວາມເດືອດຮ້ອນໃນຊີວິດກໍ່ບໍ່ມັກເກີດຂື້ນ ຄວາມທຸກຈະຫລຸດລົງ ຄວາມສຸກຈະເພີ່ມຂື້ນ ຕ່າງຈາກຄົນທີ່ບໍ່ມີສີນ ບໍ່ສະອາດ ບໍ່ມີທັມມະປະຈຳໃຈ ສ່ຽງຕໍ່ການປະສົບບັນຫາ ແລະ ຄວາມທຸກຢູ່ຕລດເວລາ.

ສີນ ນອກຈາກຈະເຮັດໃຫ້ຄົນມີຄວາມສຸກແລ້ວ ຍັງເຮັດໃຫ້ຄົນຈົບງາມໂດຍບໍ່ຕ້ອງແຕ່ງ ເພາະຈິດໃຈທີ່ສະອາດຈະສົ່ງຜົນໃຫ້ກາຍສະອາດເຮັດໃຫ້ຜິດພັນໜ້າຕາຜ່ອງໃສ ຜູ້ທີ່ມີສີນຈິ່ງເປັນທີ່ຮັກທີ່ເອັນດູຂອງຄົນທົ່ວໄປ ແມ່ນແຕ່ເທວະດາຍັງເລືອກຄຸ້ມຄອງ ແລະ ມະນຸດຜູ້ມີສີນ ສຳຫລັບຜູ້ບໍ່ມີສີນແລ້ວເທວະດາບໍ່ຄຸ້ມຄອງ ແລະ ບໍ່ເຂົ້າໃກ້ເພາະວ່າເໝັນສາບສົກກະປົກ ດັ່ງນັ້ນ ມະນຸດຈິ່ງຄວນຮັກສາສີນ ປະພຶດຕົນໃຫ້ດີ ມີສີນ ມິທັມ ແລ້ວເທວະດາຈະຄຸ້ມຄອງຮັກສາ ເພາະການປະຕິບັດຄຸນນະທັມເປັນໜ້າທີ່ຂອງມະນຸດ ສວ່ນການປົກປັກຮັກສາເປັນໜ້າທີ່ຂອງເທວະດາ.

໓. ເນກຂັມມະ: ຄືການພາຊີວິດອອກຈາກກາມໂດຍການອອກບວດທັງກາຍ ແລະ ໃຈ ແບບບວດເປັນຄູບາ ແລ້ວເຂົ້າປະຕິບັດທັມກັມມະຖານ ຫລືຈະບວດແຕ່ໃຈແບບຢູ່ກັບເຮືອນນຳຄອບຄົວເຮືອນຊານແຕ່ບໍ່ສົນກັບການເສບກາມ ຫລືຈະປີກຕົວອອກຈາກຄອບຄົວ ສັງຄົມ ໝູ່ຄະນະທີ່ສັບສົນວຸ້ນວາຍ ສະແຫວງບຸນ ແລະ ປະຕິບັດທັມນຳພຣະສົງທີ່ມີສຳນັກວິປັສສນາ ເພື່ອຜີກຕົວອອກຈາກການເສບກາມ ການກິນຟັງເພງທີ່ ແລະ ການສຳຜັດກັບສິ່ງທີ່ຊວນສະເໜຫາຫລົງໄຫລ.

ແຕ່ເຖິງຢ່າງໃດກໍ່ຕາມ ເນກຂັມມະ ເປັນສິ່ງທີ່ເຮັດໄດ້ຍາກສຳຫລັບຄາຣະວາດ ຖ້າເຮັດໄດ້ຈະເປັນການສັ່ງສົມບາຣະມີທີ່ຍິ່ງໃຫຍ່ໄວ້ໃນໃຈ ແຕ່ຖ້າສະແຫວງຫາກໍ່ຍ່ອມຈະເຮັດໄດ້ ເຊັ່ນການຊອກຫາເວລາໄປປະຕິບັດທັມໃນຍາມຫວ່າງວຽກ ພັກການ ເຮົາຈະເຫັນໄດ້ວ່າໃນວຽງຈັນກໍ່ມີສຳນັກວິປັສສນາກັມມະຖານຢູ່ຫລາຍບ່ອນເຊັ່ນ ຢູ່ວັດນາຄູນນ້ອຍ, ວັດຊຳປັກແຮດ.

໔. ປັນຍາ: ການບຳເພັນປັນຍາໃນທີ່ນີ້ບໍ່ໝາຍເອົາການສັ່ງສົມສຸຕະມະຍະປັນຍາ ຄືປັນຍາທີ່ເກີດຈາກການສຶກສາຮ່ຳຮຽນ ແລະ ຈິນຕາມະຍະປັນຍາ ອັນເປັນປັນຍາທີ່ເກີດຈາກການຄົ້ນຄິດສຶກສາຮ່ຳຮຽນມາໃນທາງໂລກ ແຕ່ເປັນປັນຍາທີ່ມີອານຸພາບສູງກວ່ານັ້ນ ແລະ ເປັນປັນຍາສູງສຸດທີ່ມະນຸດຄວນສະແຫວງຫາ.
ປັນຍາຊະນິດນີ້ ສາມາດສ້າງໄດ້ດວ້ຍການຝຶກຈິຕ ປະຕິບັດທັມ ຈິ່ງບໍ່ມີສອນທົ່ວໄປໃນໂຮງຮຽນ ແຕ່ຕ້ອງອາໄສອາຈານທີ່ດີ ຫລືກັນລະຍາມິດທີ່ດີຊວ່ຍແນະນຳຕັກເຕືອນຊີ້ທາງໃຫ້ ເມື່ອປັນຍາບາຣະມີເກີດຂື້ນພາຍໃນຈິດໃຈແລ້ວ ຈະເຮັດໃຫ້ຈິດຫລຸດພົ້ນເປັນອິດສະຣະຈາກສິ່ງເສົ້າໝອງ ບໍ່ຕົກເປັນທາດຂອງສັບພະສິ່ງໃນໂລກະທັມ ໘ ປະການ.

໕. ວິຣິຍະ: ແປວ່າຄວາມພຽນ ເປັນຄຸນນະທັມທີ່ຈະນຳໄປສູ່ຄວາມສຳເລັດປ່ຽນປຸຖຸຊົນເປັນອະຣິຍະບຸກຄົນ ແລະ ໂພທິສັດໄດ້ ຄວາມພຽນທີ່ດີທີ່ສຸດສຳຫລັບຊີວິດຄື ສັມມັປປະທານ ໔ ຄືຄວາມພຽນທີ່ຍິ່ງໃຫຍ່ໃນການຄວບຄຸມໃຈໄດ້ແກ່.
    
໑. ພຽນລະວັງບໍ່ສ້າງບາບໃໝ່ໃຫ້ເກີດຂື້ນພາຍໃນຈິດໃຈ
    
໒. ພຽນລະບາບທີ່ມີຢູ່ແລ້ວໃຫ້ໝົດໄປ
    
໓. ພຽນສ້າງຄວາມດີທີ່ຍັງບໍ່ເກີດໃຫ້ເກີດຂື້ນ
    
໔. ພຽນຮັກສາຄວາມດີທີ່ເກີດຂື້ນແລ້ວໃຫ້ຕັ້ງໝັ້ນຢູ່

໖. ຂັນຕິ: ຄືຄວາມອົດທົນ ຄຸນນະທັມຂໍ້ນີ້ ຖ້າເຮັດໄດ້ຈະມີອານິສົງດັ່ງນີ້ຄື:
    
໑. ຍ່ອມເປັນທີ່ຮັກ
    
໒. ບໍ່ມີເວນ(ເວຣ)ຫລາຍ
    
໓. ບໍ່ປະກອບດ້ວຍໂທດໄພ
    
໔. ບໍ່ຄິດຂ້າຕົວຕາຍ
    
໕. ຕາຍແລ້ວໄປສູ່ສຸຄະຕິພູມ

ຄວາມອົດທົນເປັນອາວຸດທີ່ສຳຄັນໃນການຜ່ານຜ່າອຸປະສັກ ຍ້ອນວ່າການສ້າງຄວາມດີບ້າງຄັ້ງຍ່ອມມີອຸປະສັກມາຂັດຂວາງເຮັດໃຫ້ທຸກທໍລະມານ ຈຳເປັນຕ້ອງໃຊ້ຄວາມພະຍາຍາມ ຄວາມອົດທົນຫລາຍກວ່າເຮັດຄວາມຊົ່ວ ບໍ່ທໍ້ຖອຍຕໍ່ອຸປະສັກ ຕັ້ງໜ້າຕັ້ງຕາສ້າງຄວາມດີໄປເລື້ອຍໆ ຈົນສາມາດເອົາຊະນະອຸປະສັກອັນເປັນກິເລສໄດ້ ເອົາຊະນະມານໄດ້ ປຽບເໝືອນການເອົາຊະນະໃຈຕົນເອງ.

ການເອົາຊະນະໃຈຕົນເອງນັ້ນ ນັບວ່າເປັນໄຊຊະນະທີ່ຍິ່ງໃຫຍ່ທີ່ສຸດ ຜູ້ເອົາຊະນະໄດ້ຍ່ອມເປັນຜູ້ປະເສີດ ຈາກນີ້ຈົນຕາຍກໍ່ຈະບໍ່ພ່າຍແພ້ໃຫ້ແກ່ສິ່ງໃດອີກ ຕ່າງຈາກຄົນທີ່ບໍ່ສາມາດເອົາຊະນະໃຈຕົນເອງພຽງຄັ້ງດຽວ ມັກຈະເປັນຜູ້ທີ່ພ່າຍແພ້ຢູ່ເລື້ອຍໆ.

໗. ສັຈຈະ ສັຈຈະ ກໍ່ໝາຍເຖິງຄວາມຊື່ສັດທາງກາຍ ວາຈາ ແລະ ຈິດໃຈ. ໃຈຄິດແນວໃດ ກາຍ ວາຈາ ກິລິຍາທີ່ສະແດງອອກກໍ່ເປັນແນວນັ້ນ ຖ້າປະຕິບັດໄດ້ ກາຍຈະສັກສິດ ໃຈຈະສັກສິດ ວາຈາສັກສິດ ຄືເມື່ອເວົ້າຫຍັງໄປຈະມີຄົນເຊື່ອຖື ຖ້າຂາດສັຈຈະວາຈາ ຄົນກໍ່ຈະບໍ່ເຊື່ອໃນຄຳເວົ້າ. ການບຳເພັນສັຈຈະບາຣະມີຈິ່ງມີຄວາມສຳຄັນສຳຫລັບບຸກຄົນຜູ້ຫວັງຄວາມຈະເລີນໃນຊີວິດ.

໘. ອະທິດຖານ ຄືການຕັ້ງຄວາມປາຖະນາ ຕັ້ງຄວາມມຸ້ງໝັ້ນໃນໃຈວ່າຈະເຮັດສິ່ງດີ ແຕ່ບໍ່ໝາຍເຖິງການອອ້ນວອນຫາເທວະດາຟ້າແຖນໃຫ້ມາບັນດານ ແລະ ກໍ່ບໍ່ແມ່ນການບົນບານອຳນາດສິ່ງສັກສິດໃດໆ ພຣະພຸດທະເຈົ້າບໍ່ໄດ້ແນະນຳ ແລະ ສະໜັບສະໜຸນໃຫ້ອາໄສສິ່ງສັກສິດ. ຖ້າເວົ້າຕາມສັບສະໄໝໃໝ່ກໍ່ຄືການຕັ້ງເປົ້າໝາຍໃຫ້ກັບຕົນເອງ ຕັ້ງໃຈເອົາໄວ້ວ່າຈະເຮັດອັນໃດ ແລ້ວຕັ້ງຈິດອະທິດຖານຕ້ອງເຮັດໃຫ້ໄດ້ ແຕ່ບໍ່ໃຫ້ຫວັງຜົນຈົນເກີດໄປ ຜົນສຳເລັດຈະເກີດມີຂື້ນໄດ້ ຕ້ອງອາໄສເຫດ ແລະ ປັດໄຈ ຄືຄວາມພາກພຽນພະຍາຍາມ ປັນຍາ ແລະ ບາຣະມີອື່ນໆອີກມາຊວ່ຍ.

ຄຳອະທິດຖານໃດທີ່ມີສີນ ແລະ ສັຈຈະມາກຳກັບ ຄຳອະທິດຖານນັ້ນຈະໃຫ້ຜົນແຮງເປັນພິເສດ ເພາະວ່າສີນເຮັດໃຫ້ໃຈສະຫງົບເປັນສະມາທິ ແລະ ມີພະລັງມະຫາສານ ສວ່ນສັຈຈະເຮັດໃຫ້ຄຳອະທິດຖານສັກສິດ ເຫດໃດຈິ່ງສັກສິດ ຍ້ອນວ່າຄວາມຕັ້ງໝັ້ນອັນເກີດຈາກສັດຈະ ແລະ ສີນສາມາດນຳມາເຊິ່ງຄວາມສຳເລັດຜົນໄດ້.

໙. ເມຕຕາ ເມຕຕາຄືຄວາມຮັກ ຄວາມປາຖະນາໃຫ້ຜູ້ອື່ນໄດ້ຮັບຜົນປະໂຫຍດ ແລະ ມີຄວາມສຸກແທນທີ່ຈະໄປອິດສາບັງບຽດ ຕ່ຳຕ້ອຍນ້ອຍໃຈເມື່ອເຫັນຄົນອື່ນໄດ້ດີ. ຕົວຢ່າງ ເຮົາຮັກໃຜຜູ້ໜຶ່ງ ແຕ່ເຂົາຮັກຄົນອື່ນ ຫາກຄວາມຮັກຂອງເຮົາເປັນຄວາມຮັກທີ່ປະກອບດ້ວຍເມຕຕາຢ່າງແທ້ຈິງ ເຮົາຈະບໍ່ມີທຸກ ແຕ່ກົງກັນຂ້າມຊ້ຳພັດມີຄວາມສຸກໄປກັບເຂົາ ແຕ່ຖ້າຄວາມຮັກຂອງເຮົາທີ່ມີຕໍ່ເຂົາແຝງດ້ວຍຕັນຫາເມື່ອບໍ່ໄດ້ຄວາມຮັກຕອບຍ່ອມເກີດໂທສະຄື ຄວາມຢາກຮ້າຍ ຄວາມຮັກທີ່ເກີດດ້ວຍຕັນຫາຈິ່ງນຳມາເຊິ່ງຄວາມທຸກໂດຍແທ້.
ເມຕຕາເກີດຈາກການໃຫ້ອະໄພ ເມື່ອຖືກກະທົບສິ່ງບໍ່ດີ ຫາກມີເມຕຕາຈະໃຫ້ອະໄພໄດ້ ໂທສະຈິ່ງບໍ່ເກີດ ຫາກເມຕຕາຫລາຍກວ່າໂທສະເມື່ອໃດ ເມື່ອນັ້ນຈະເປັນປະໂຫຍດມະຫາສານ ເຮັດໃຫ້ຕື່ນກໍ່ເປັນສຸກ ນອນຫລັບກໍ່ເປັນສຸກບໍ່ຝັນຮ້າຍ ເດີນທາງປອດໄພຈາກສັດມີແຂ້ວເຊັ່ນງູພິດ ຂີ້ເຂັບສັດຕູ ຢາພິດ ອາວຸດ ບໍ່ສາມມາດທຳຮ້າຍໄດ້ ເມື່ອຕາຍກໍ່ໄປສູ່ພົບທີ່ດີ. ຜູ້ມີເມຕຕາຢູ່ແຫ່ງຫົນໃດກໍ່ນຳມາເຊິ່ງຄວາມຮົ່ມເຢັນ ທັງຄົນ ແລະ ສັດກໍ່ຢາກເຂົ້າໃກ້ ແລະ ເປັນທີ່ຮັກແກ່ເທວະດາ ດວ້ຍເຫດນີ້ເອງພຣະວິປັສສນາກັມມະຖານສວ່ນຫລາຍ ເຖິງແມ່ນວ່າຈະຢູ່ໃນຖ້ຳພູຄູຫາປ່າເຂົາລຳເນົາໄພ ແຕ່ຄົນກໍ່ຍັງຕາມໄປຫາ ເພາະຢາກສຳຜັດກັບຄວາມເມຕຕາ.
ເມຕຕາສາມາດນຳໄປໃຊ້ໃນຊີວິດປະຈຳວັນໄດ້ ກອ່ນຈະອອກເດີນທາງໄປໃສມາໃສ ຫາກແຜ່ເມຕຕາລ່ວງໜ້າ ຂໍໃຫ້ສັດທັງປວງເປັນສຸກ ໃຫ້ບຸກຄົນທີ່ຈະຕ້ອງຕິດຕໍ່ປະຕິສຳພັນດ້ວຍເປັນສຸກ ບໍ່ວ່າຈະຢູ່ແຫ່ງຫົນໃດ ແມ່ນແຕ່ໃນປ່າເຂົາລຳເນົາໄພ ກໍ່ຍັງຢູ່ເປັນສຸກ ດ້ວຍເຫດນີ້ ພຣະພຸດທະເຈົ້າຈິ່ງສອນໃຫ້ພຣະສົງທີ່ຢູ່ໃນປ່າໃຫ້ແຜ່ເມຕຕາໃຫ້ພະຍາງູທັງສີ່ເພື່ອປ້ອງກັນສັດຮ້າຍ
ເມຕຕາເປັນຄຸນນະທັມທີ່ມີອານຸພາບຍິ່ງໃຫຍ່ ສາມາດປ່ຽນສັດຕູໃຫ້ກັບກາຍເປັນມິດໄດ້ ປ່ຽນຄົນຊົ່ວໃຫ້ກາຍເປັນຄົນດີໄດ້ ເພາະວ່າຈິຕທີ່ມີເມຕຕາເປັນຈິຕທີ່ມີກຸສົນ ເຮັດໃຫ້ອະກຸສົນເຂົ້າມາບໍ່ໄດ້ ມະຫາອະນິສົງຂອງເມຕຕາມີຢູ່ ໔ ປະການໄດ້ແກ່:
    
໑. ເຮັດໃຫ້ໂທສະຫລຸດລົງ
    
໒. ເຮັດໃຫ້ປັນຫາອຸປະສັກໃນຊີວິດລາບລື່ນດີ
    
໓. ປ່ຽນແປງປຸຖຸຊົນເປັນອະຣິຍະບຸກຄົນ
 
໔. ເຮັດໃຫ້ພົ້ນຈາກອະບາຍະພູມ ແລະ ສັງສາຣະວັດໄດ້ໃນທີ່ສຸດ.

໑໐. ອຸເປກຂາ ບາຣະມີຂໍ້ສຸດທ້າຍທີ່ຄວນຈະສັ່ງສົມຄື ອຸເປກຂາ ຫລືການວາງເສີຍ ບໍ່ຍິນດີຍິນຮ້າຍ ເຊິ່ງເປັນການວາງເສີຍອັນເກີດຈາກການຈະເລີນວິປັດສະນາກັມມະຖານຈົນມີສະຕິກ້າແຂງ ຮັບສິ່ງທີ່ເຂົ້າມາກະທົບທັງຫູ ທັງຕາບໍ່ວ່າຈະດີຫລືຊົ່ວແລ້ວສາມາດໃຊ້ສະຕິປັນຍາກັ່ນຕອງຈົນເຫັນແຈ້ງໃນໄຕລັກສະນະຄືຄວາມເປັນທຸກ ຄວາມບໍ່ທ່ຽງ ແລະ ບໍ່ມີຕົວຕົນ. ຈິ່ງບໍ່ຢືດຖືນນຳມາປຸງແຕ່ງໃຫ້ເກີດອາລົມທີ່ມັກຫລືບໍ່ມັກ ບໍ່ຕົກເປັນທາດຂອງສັບພະສິ່ງ ສາມາດປ່ອຍວາງໄດ້ທັງສິ່ງດີ ແລະ ສິ່ງທີ່ບໍ່ດີ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2010 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ສາເຫດທີ່ມີການແຍກນິກາຍ ກໍເນື່ອງຈາກວ່າ ພະພິກຂຸມີຄວາມຄິດເຫັນ

ບໍ່ກົງກັນ ເພາະມີກິເລດ ເພາະອະກຸສົນທັມ ເພາະທິດຖິ

 

              ສາເຫດທີ່ມີການແຍກນິກາຍໂດຍຫຼັກໆແລ້ວ ມີ 6 ປະການ

1.ເກີດຈາກຄວາມເດັ່ນສະເພາະດ້ານຂອງພະພິກຂຸ

2.ເກີດຈາກຄຳສອນທີ່ແຕກຕ່າງກັນ

3.ເກີດຈາກຄວາມສະເໝີພາບທາງສີນ

4.ເກີດຈາກສະຖານະການແວດລ້ອມທາງສັງຄົມ

5.ເກີດຈາກຮັບອິດທິພົນ ຈາກຄຳສອນສາກສະໜາອື່ນ

6.ເກີດຈາກການປັບປ່ຽນໃຫ້ຄຳສອນດີຂື້ນ

 

  ເມື່ອໂດຍສະຫຼຸບ ໃຈຄວາມສັ້ນໆກໍໄດ້ແກ່

   ສີນສາມັນຕາ ວິບັດ ແລະທຳມາສາມັນຕາວິບັດ

   ໝາຍຄວາມວ່າ ບໍ່ວ່າຈະແຍກກັນເພາະເຫດໃດ

  ກໍຫຍໍ້ລົງທີ່ຄວາມບໍ່ສະເໝີ ເທົ່າກັນແຫ່ງສີນ ຄືຂໍ້ວັດປະຖິບັດ

ເມື່ອປະຕິບັດບໍ່ຄືກັນ ບໍ່ເທົ່າກັນ ກໍບໍ່ສາມາດດຳລົງຢູ່ນຳກັນໄດ້ ຕ້ອງແນກຈາກກັນ

ແລະຄວາມບໍ່ເທົ່າທຽມກັນ ແຫ່ງຄວາມຄິດເຫັນໃນທຳມະທີ່ບໍ່ຄືກັນ ອີກຝ່າຍຕີຄວາມ

ທຳມະໄປອີກຢ່າງໜຶ່ງ ອີກຝ່າຍຕີຄວາມໄປອີກຢ່າງ ເຊິ່ງແຕ່ລະຝ່າຍບໍ່ມີໃຜຜິດ ເພາະສາມາດ ກໍສາມາດຢູ່ຮ່ວມກັນໄດ້ ເຖິງຢ່າງໃດກໍຕາມ ໃນປະຫວັດສາດພະພຸດທະສາດສະໜາ ບໍ່ວ່າຈະແຍກກັນເພາະເຫດໃດກໍຕາມ

ຈະບໍ່ມີການບຽດບຽນກັນ ຈົນເຖິງທຳລາຍກັນແລະກັນ ເພາະຕວາມແຕກຕ່າງກັນ

ນິກາຍໃຫຍ່ໆໃນພະພຸດທະສາດສະໜາມີ 2 ນິກາຍ

1.ນິກາຍຫິນະຍານ (ເຖລະວາດ) ປະເທດທີ່ນັບຖືມີ ໄທ,ລາວ,ກຳປູເຈຍ,ສີລັງກາ,ບັງກາລາເທດ ແລະມຽນມ່າ ເປັນຕົ້ນ

2.ນິກາຍມຫາຍານ ປະເທດທີ່ນັບຖື ມີ ຈີນ,ຍີ່ປຸ່ນ,ຕີເບດ,ເກົາຫຼີ ຫວຽດນາມ ເປັນຕົ້ນ

 

  ນິກາຍຫິນະຍານ ເປັນນິກາຍດັ້ງເດີມ ຂໍ້ວັດປະຖິບັດນັ້ນ ເປັນແນວແບບຂອງພຸດທະການ

ບໍ່ມີການປ່ຽນແປງ

      ສ່ວນມະຫາຍານນັ້ນ ເປັນນິກາຍທີ່ປ່ຽນປັບປຸງ ດ້ານຄຳສອນ ການນຸ່ງຖື ຂໍ້ວັດປະຖິບັດຕ່າງໆ ມີການປ່ຽນແປງ

  ຖາມວ່ານິກາຍໃດດີ ຕອບມັນກໍດີໝົດທັ້ງສອງນິກາຍ ແຕ່ຄວນຍຶດນິກາຍໃດເປັນຫຼັກ ຄຳຕອບ ກໍຄື ຕ້ອງຍຶດເຖລະວາດ ເພາະເປັນນິກາຍທີ່ຮັກສາຂໍ້ປະຖິບັດແບບພຸດທະການໄວ້

ໂດຍ ພຸດທະສາວົກ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2010 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ໜ້າສັງເວດ ເມື່ອຫຼາຍຄົນທີ່ມາຮວ່ມງານສົບ ບໍ່ຮັບຮູ້ຄວາມໝາຍທີ່ແທ້ຈິງຂອງພິທີກັມ ພວກເຂົາເຈົ້າຄິດວ່າ ການນິມົນ ຄູບາມາສວດມົນໃນງານສົບນັ້ນ  ແມ່ນເພື່ອມາສົ່ງວິນຍານຂອງຜູ້ທີ່ຕາຍນັ້ນໃຫ້ໄປສູ່ສຸກຄະຕິ ຖ້າເປັນ ເຊັ່ນນັ້ນຈິງ ມະນຸດທຸກຄົນກໍ່ບໍ່ຈຳເປັນຕ້ອງເຮັດຄວາມດີ   ຈະສ້າງບາບສ້າງກັມແນວໃດກໍ່ໄດ້ ບໍ່ຢ້ານວ່າຈະໄປເກີດໃນນາຣົກ ລໍຖ້າເວລາ ຕາຍແລ້ວຍາດພີ່ນ້ອງກໍ່ຈະນິມົນຄູບາມາສວດມົນເພື່ອສົ່ງວິນຍານໃຫ້ເປັນເກີດໃນສຸກຄະຕິສວງສະຫວັນ.

ຄວາມຈິງບໍ່ເປັນເຊັ່ນນັ້ນ, ພຣະພຸດທະອົງໄດ້ອະນຸຍາດໃຫ້ພຣະສົງກໍ່ເພື່ອໄປພິຈາຣະນາຊາກສົບ ເພື່ອໃຫ້ເກີດທັມມະ ສັງເວສ ຄືເກີດປັນຍາໃນທັມ ເຫັນເຖິງຄວາມບໍ່ທ່ຽງແທ້ແນ່ນອນຂອງສັງຂານ ອັນມີອະສຸພະກັມມະຖານ (ການລະນຶກ ເຖິງຄວາມບໍ່ງາມແລະເສື່ອມໂຊມຂອງຮ່າງກາຍ)ເພື່ອໃຫ້ເກີດຄວາມແໜງນ່າຍໃນຮ່າງກາຍນັ້ນ ບໍ່ຢຶດໝັ້ນຖືໝັ້ນ ເປັນວິທີຫຼຸດຜ່ອນກິເລສ ອັນມີຣາຄະ ຕັນຫາ ເປັນຕົ້ນ ຖ້າພຣະທີ່ມີປັນຍາ ແລະບາຣະມີພໍຄວນກໍ່ຈະພິຈາຣະນາເຫັນ ພາບນັ້ນຢ່າງງ່າຍດາຍ ລະນຶກມາຍາມໃດກໍ່ບໍ່ຢຶດຕິດໃນຮູບຮ່າງໜ້າຕາທີ່ສວຍງາມຂອງຍິງ ໂດຍສະເພາະແມ່ນ ພຣະໜຸ່ມ ທີ່ຍັງໄຟແຮງຢູ່ນັ້ນ. ບໍ່ສະເພາະແຕ່ຈະພິຈາຣະນາໃນງານສົບເທົ່ານັ້ນ ບາງສຳນັກວິປັດສະນາກັມມະຖານ ຍັງໄດ້ເອົາຮ່າງກະດູກຂອງແທ້ ມາແຂວນໄວ້ເພື່ອພຣະນັກປະຕິບັດວິປັສສນາພິຈາຣະນາທຸກວັນ.

ນອກຈາກນີ້ ບົດສວດທີ່ພຣະນຳເອົາມາສວດໃນງານສົບຍັງມີຄວາມໝາຍໃຫ້ເຫັນເຖິງຄວາມເປັນອະນິຈຈັງ ທຸກຂັງ ອະນັຕຕາ ເຊັ່ນບວດສວດບັງສະກຸນທີ່ວ່າ: ອນິຈຈາ ວະຕະ ສັງຂາຣາ ອຸປປາທະວະຍະທັມມິໂນ ອຸປັຊຊິຕວາ ນິຣຸຊຊັນຕິ ເຕສັງ ວູປະສະໂມ ສຸໂຂ ອັນມີຄວາມໝາຍວ່າ ສັງຂາຣທັງຫຼາຍບໍ່ທ່ຽງໜໍ ມີຄວາມເກີດຂື້ນແລ້ວ ມີຄວາມເສື່ອມ ໄປເປັນ ທຳມະດາ ເມື່ອເກີດຂື້ນແລ້ວຍ່ອມດັບໄປ ຄວາມເຂົ້າໄປສະຫງົບລະງັບສັງຂາຣທັງຫຼາຍເປັນສຸກຢ່າງຍິ່ງ. ແຕ່ໜ້າເສຍ ດາຍພຣະພາກັນສວດເປັນພາສາບາລີ ພໍ່ອອກ ແມ່ອອກເລີຍບໍ່ເຂົ້າໃຈ ແລະບາງທີພຣະທີ່ບໍ່ຮູ້ ຄວາມໝາຍກໍ່ບໍ່ ເຂົ້າໃຈ ເຊັ່ນກັນ. ຄວາມໝາຍໃນພາສາບາລີທີ່ພຣະນຳເອົາໄປສວດລ້ວນແຕ່ເປັນບົດເທສນາ ເພື່ອໂຜດອອກຕົນຍາດໂຍມ ແຕ່ຖ້າຟັງບໍ່ເຂົ້າໃຈ ການເຮັດບຸນກໍ່ບໍ່ໄດ້ໝາກຜົນເຕັມປ່ຽມ ການເຮັດບຸນກໍ່ໄດ້ແຕ່ພຽງບຸນ ອັນເນື່ອງມາຈາກສັດທາ ທີ່ມີຕໍ່ ພຣະພຸດທະສາດສະໜາ ແຕ່ປັນຍາທີ່ຮູ້ແຈ້ງໃນທັມບໍ່ເກີດຂື້ນ. ດັ່ງທັມມະທີ່ມີມາໃນບົດສວດກຸສະລາ ທີ່ນິຍົມ ໃຊ້ສວດ ໃນງານຄົນຕາຍ ສຳຫຼັບພໍ່ອອກອາດຈະເຂົ້ສໃຈໄປວ່າ ພຣະເພິ່ນສູດສະເພາະໃນງານສົບເທົ່ານັ້ນ ເພື່ອອວຍ ພອນໃຫ້ ຜູ້ຕາຍໄປສູ່ສຸຄະຕິ ທີ່ຈິງແມ່ນສວດເພື່ອສອນຄົນທີ່ຍັງມີຊີວິດຢູ່ ເພື່ອໃຫ້ພິຈາຣະນາຕົນເອງ ພິຈາຣະນາຊີວິດ ທີ່ຍັງເຫຼືອ ນີ້ເພື່ອໃຫ້ໃຊ້ຊີວິດ ໃຫ້ຄຸ້ມຄ່າແລະເກີດປະໂຫຍດ ຮີບເຮັ່ງສ້າງຄວາມດີ ໃຫ້ເຫັນເຖິງສັຈຈະທັມຂອງຊີວິດ ແລະຮັບຮູ້ ວ່າການກະທຳທັງຫຼາຍທັງປວງ ອັນເປັນກັມດີ ແລະບໍ່ດີ ເປັນກຸສົລ ຫຼືອະກຸສົລ ລວ້ນແຕ່ເປັນສົມບັດ ຕິດຕົວ ຜູ້ກະທຳໄປ ສູ່ປະຣະພົບ(ໂລກໜ້າ)ໂດຍບໍ່ຕ້ອງສົງໄສ ດັ່ງໃນບົດສວດທີ່ວ່າ ກຸສະລາທັມມາ ທັມທີ່ເປັນກຸສົລຄື ຄວາມດີ ອະກຸສະລາ ທັມມາ ທັມທີ່ເປັນຄວາມຊົ່ວ ອັພພະຍາກະຕາທັມມາ ທັມທີ່ເປັນເຄິ່ງໆກາງໆຄືບໍ່ດີບໍ່ຊົ່ວ ແລະອີກ ຫຼາຍ ຢ່າງທີ່ມີຢູ່ໃນ ບົດສວດນີ້ ລ້ວນແຕ່ສອນໃຫ້ເຮົາລະນຶກເຖິງການກະທຳຂອງຕົນເອງເພື່ອຄວາມ ບໍ່ປະໝາດ ໃນການສ້າງຄຸນງາມ ຄວາມດີ ແລະລະຖິ້ມຄວາມຊົ່ວທີ່ເປັນອະກຸສົລ.

ນອກຈາກຈະມີບົດສວດທີ່ສະແດງເຖິງທັມມະຂອງພຣະພຸດທະອົງແລ້ວ ປະເພນີການສົ່ງສະການໂດຍສະເພາະ ຢູ່ເມືອງລາວເຮົາຍັງນິຍົມຫວ່ານເຂົ້າຕອກແຕກເພື່ອສະແດງໃຫ້ເຫັນວ່າ ຊີວິດທີ່ແຕກດັບໄປນັ້ນບໍ່ມີໂອກາດ ຟື້ນຊີບຄືນມາໄດ້ ປຽບເໝືອນດັ່ງເຂົ້າຕອກແຕກທີ່ບໍ່ມີໂອກາດແຕກໜໍ່ກໍ່ຈາວອີກຄັ້ງ ນັ້ນຄືຄວາມເປັນອະນິຈຈັງ ຂອງຊີວິດ.

ໂດຍ ພຸດທະສາວົກ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 10, 2010 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

<!--[if gte mso 9]> Normal 0 false false false EN-US X-NONE TH MicrosoftInternetExplorer4 <![endif]--><!--[if gte mso 9]> <![endif]--><!-- /* Font Definitions */ @font-face {font-family:"Angsana New"; panose-1:2 2 6 3 5 4 5 2 3 4; mso-font-charset:0; mso-generic-font-family:roman; mso-font-pitch:variable; mso-font-signature:16777219 0 0 0 65537 0;}@font-face {font-family:"Cambria Math"; panose-1:2 4 5 3 5 4 6 3 2 4; mso-font-charset:1; mso-generic-font-family:roman; mso-font-format:other; mso-font-pitch:variable; mso-font-signature:0 0 0 0 0 0;}@font-face {font-family:"Saysettha OT"; panose-1:2 11 5 4 2 2 7 2 2 4; mso-font-charset:0; mso-generic-font-family:swiss; mso-font-pitch:variable; mso-font-signature:-2097151825 268443658 0 0 65537 0;} /* Style Definitions */ p.MsoNormal, li.MsoNormal, div.MsoNormal {mso-style-unhide:no; mso-style-qformat:yes; mso-style-parent:""; margin:0cm; margin-bottom:.0001pt; mso-pagination:widow-orphan; font-size:12.0pt; mso-bidi-font-size:14.0pt; font-family:"Times New Roman","serif"; mso-fareast-font-family:"Times New Roman"; mso-bidi-font-family:"Angsana New";}.MsoChpDefault {mso-style-type:export-only; mso-default-props:yes; font-size:10.0pt; mso-ansi-font-size:10.0pt; mso-bidi-font-size:10.0pt; mso-bidi-font-family:"Angsana New";}@page Section1 {size:612.0pt 792.0pt; margin:72.0pt 72.0pt 72.0pt 72.0pt; mso-header-margin:36.0pt; mso-footer-margin:36.0pt; mso-paper-source:0;}div.Section1 {page:Section1;}--><!--[if gte mso 10]> /* Style Definitions */ table.MsoNormalTable {mso-style-name:ตารางปกติ; mso-tstyle-rowband-size:0; mso-tstyle-colband-size:0; mso-style-noshow:yes; mso-style-priority:99; mso-style-qformat:yes; mso-style-parent:""; mso-padding-alt:0cm 5.4pt 0cm 5.4pt; mso-para-margin:0cm; mso-para-margin-bottom:.0001pt; mso-pagination:widow-orphan; font-size:11.0pt; mso-bidi-font-size:14.0pt; font-family:"Calibri","sans-serif"; mso-ascii-font-family:Calibri; mso-ascii-theme-font:minor-latin; mso-fareast-font-family:"Times New Roman"; mso-fareast-theme-font:minor-fareast; mso-hansi-font-family:Calibri; mso-hansi-theme-font:minor-latin; mso-bidi-font-family:"Cordia New"; mso-bidi-theme-font:minor-bidi;}<![endif]--><!--[if gte mso 9]> <![endif]--><!--[if gte mso 9]> <![endif]-->ເຊື່ອພຸດທະສາສນາງົມງວາຍ
ຫາກເຮົາສຶກສາເບິ່ງປະຫວັດຂອງພຣະພຸດທະເຈົ້າແລ້ວ ພຣະພຸດທະເຈົ້າເປັນສາດສະດາເອກ ຂອງ ໂລກ, ຄວາມຮູ້ທີ່ພຣະພຸດທະເຈົ້າຄົ້ນພົບ ລ້ວນແຕ່ເປັນຍອດແຫ່ງວິຊາການທັງມວນ, ຄວາມຮູ້ຂອງພຣະ ພຸດທະອົງ ຈຶ່ງຖືກຮຽກວ່າສັບພັນຍຸດຕະຍານ”, ພຣະອົງເອງກໍຖືກຮຽກວ່າ ອໍຣະຫັນຕະສັມມາສັມພຸດທະ ເຈົ້າ”.
ຄຳວ່າພຣະພຸດທະສາສນາເມື່ອແປຕາມຮູບສັບທີ່ແຍກອອກມາແລ້ວ ຈະເຫັນວ່າ ພຣະແປວ່າ ປະເສີດ” “ພຸດທະແປວ່າ ທ່ານຜູ້ຮູ້”, ຄຳວ່າ ສາສນາແປວ່າ ຄຳສອນເມື່ອສັງລວມສັບເຂົ້າກັນແລ້ວ ຈຶ່ງແປວ່າ ຄຳສອນທີ່ປະເສີດຂອງທ່ານຜູ້ຮູ້”, ໝາຍວ່າສາສນາເປັນຄຳສອນຂອງທ່ານຜູ້ຮູ້ທີ່ປະເສີດ, ເມື່ອພຸດທະສາສນາ ເປັນຄຳສອນຂອງທ່ານຜູ້ປະເສີດແລ້ວ, ເຮົາມາສຶກສາເບິ່ງວ່າ ອັນໃດເປັນຄຳສອນຂອງ ທ່ານຜູ້ປະເສີດນັ້ນ, ຄຳສອນ ກໍຄືຫຼັກທັມຂອງພຣະພຸດທະເຈົ້າ ທີ່ພຣະອົງຊົງສອນນັ້ນເອງ.
ຫຼັກທັມທີ່ພຣະພຸດທະອົງຊົງສອນນັ້ນ ມີອັນໃດ, ຄຳສອນທີ່ຄວນແກ່ການສຶກສາຄື ຫຼັກທັມທີ່ມີມາໃນພຣະ ໄຕປິດົກນັ້ນເອງ.
ພຣະໄຕປິດົກໝາຍເຖິງອັນໃດ ມີຫຍັງແນ່, ພຣະໄຕປິດົກ ຄືກະຕ່າທີ່ຮອງຮັບຫຼືບັນຈຸ ຄຳສອນຂອງພຣະ ພຸດທະອົງໄວ້ ບໍ່ໃຫ້ເສັຍຫາຍ ຫຼືຕົກຫຼົ່ນໄປ, ມີຢຸ່ ໓ ຄຳພີ ຫຼືປິດົກໃຫຍ່ ຄື ພຣະວິໄນປິດົກ, ພຣະສຸດຕັນຕະປິດົກ, ແລະພຣະອະພິທັມມະປິດົກ”.
ພຣະວິໄນປິດົກ ໝາຍຄວາມວ່າ ກ່ຽວກັບຂໍ້ປະພຶດປະຕິບັດ ຣະບຽບການຕ່າງໆ ເພື່ອປະຕິບັດພຣົມມະ ຈັນຂັ້ນສູງ ຂອງຜູ້ປະຕິບັດທັມ.
ພຣະສູດຕັນຕະປິດົກ ໝາຍຄວາມວ່າ ກ່ຽວກັບຫຼັກທັມທີ່ພຣະພຸດທະອົງຊົງສະແດງແກ່ບຸກຄົນຕ່າງໆ ໃນສະຖານທີ່ຕ່າງໆ , ຊົງອະທິບາຍແກ້ໄຂ ຍົກເຣື່ອງລາວ ແລະເຫດການຕ່າງໆ ມາສົມທຽບປຽບເປີຍ ແລະ ອະທິບາຍໃຫ້ແກ່ຜູ້ຟັງໄດ້ເຂົ້າໃຈ ແລະປະຕິບັດຕາມ ສັ້ນກະມີ, ຍາວກະມີ.
ພຣະອະພິທັມມະປິດົກ ໝາຍຄວາມວ່າ ການກ່າວເຖິງສະພາວະທັມ(ສະພາບທັມ) ພ້ອມທັງເຫດ ແລະ ຜົນຂອງທັມທັງປວງ.
ພຣະໄຕປິດົກນີ້ ເປັນຄຳສອນຂອງພຣະພຸດທະເຈົ້າ ເຊິ່ງເຮົາຮຽກວ່າ ພຣະພຸດສາສນາທີ່ພຣະພຸດ ທະອົງມອບໄວ້ ເປັນສົມບັດຂອງຊາວພຸດ, ຊາວພຸດແມ່ນໃຜ ? ຊາວພຸດກໍຄື ພຸດທະບໍຣິສັດ ໔ອັນໄດ້ແກ່, ພິກຂຸ, ພິກຂຸນີ, ອຸປາສົກ, ອຸປາສິກາ.
ພິກຂຸ ແລະພິກຂຸນີ ແມ່ນພຣະພິກຂຸສົງ ແລະພິກຂຸນີສົງ(ພຣະຜູ້ຊາຍ-ພຣະຜູ້ຍິງ) ມີໜ້າທີ່ເປັນຜູ້ສຶກສາ ແລະປະຕິບັນທັຈົນສຳເຣັດແລ້ວນຳມາສອນ ແກ່ອຸປະສົກ ອຸປາສິກາ(ຜູ້ສັດທາ ແລະປະຕິບັດຕາມທັມ ທີ່ພຣະ ພິກຂຸ ແລະພິກຂຸນີນຳມາສອນ ແລ້ວຊ່ວຍອຸປະຖັມຄຳຊູພຣະພຸດທະສາສນານັ້ນ.
ໜ້າທີ່ຂອງພຸດທະບໍຣິສັດຈະນ້ອມນຳມາຢືດຖືນັ້ນ ກໍຄື ພຣະພຸດ, ພຣະທັມ ແລະພຣະສົງ ເປັນສະຣະ ນະທີ່ເພິ່ງ ທີ່ລະນຶກຂອງຊາວພຸດ, ຮຽກວ່າຣັດຕະນະໄຕ”.
ຫາກຊາວພຸດທ່ານໃດ ເຊື່ອຖືຕາມນີ້ ຊື່ວ່າຊາວພຸດໂດຍແທ້, ຫາກຄົນໃດຮຽກຕົນເອງວ່າຊາວພຸດ ແຕ່ບໍ່ນັບຖືປະຕິບັດຕາມນີ້ ຮຽກວ່າ ເປັນຊາວພຸດເປືອກນອກບໍ່ແມ່ນຊາວພຸດໂດຍແທ້, ຫາກຊາວພຸດທ່ານ ໃດໄປເຊື່ອ ຫຼືນ້ອມນຳເອົາສິ່ງອື່ນມາເປັນສະຣະນະທີ່ເພິ່ງຊື່ວ່າເປັນຊາວພຸດທີ່ເຊື່ອຖືງົມງວາຍ.
ເພາະຄຳວ່າ ຊາວພຸດເຊິ່ງເປັນ ຄົນຜູ້ຮູ້, ຜູ້ຕື່ນ, ຜູ້ເບີກບານ ຫາກຊາວພຸດຍັງບໍ່ຣູ້ວ່າ ຕົນເປັນຜູ້ຮູ້ ຍັງເຊື່ອຖືຕາມຮີດ ຕາມປະເພນີ ຫຼືເຊື່ອຖືຕາມສິ່ງທີ່ອະທິບາຍເຫດ ແລະຜົນບໍ່ໄດ້ ກໍເປັນຊາວພຸດທີ່ງົມງວາຍ, ຄຳສອນຂອງພຣະພຸດທະສາສນາ ບໍ່ໄດ້ສອນໃຫ້ເຊື່ອຖືງົມງວາຍເລີຍ, ຄຳສອນຂອງພຣະພຸດທະສາສນາ ສອນໃຫ້ຄົນເຊື່ອໃນເຫດ ແລະຜົນ ເຊື່ອໃນສິ່ງທີ່ປະຕິບັດແລ້ວໃຫ້ຜົນເປັນສຸກໂດຍສ່ວນດຽວໃນໂລກນີ້ ແລະໂລກໜ້າ ທ່ານທັງຫຼາຍຈົ່ງຕັດສິນໃຈວ່າ ທ່ານຈະເປັນຊາວພຸດທີ່ປະເສີດ ຫຼືຊາວພຸດທີ່ງົມງວາຍໃຫ້ທ່ານ ເລືອກເອົາເອ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 10, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

*ເກີດເປັນຄົນຖ້າບໍ່ຮູ້ຈັກການໃຫ້ອະໄພ ຈາກສ່ວນລຶກຂອງຫົວໃຈແລ້ວ ຄົນຯນັ້ນຈະນອນຫຼັບຝັນດີໄດ້ແນວໃດ
*ທຳລາຍຄົນໜຶ່ງຄົນ ໃຊ້ແຕ່ຄຳເວົ້າຄຳດຽວກໍ່ພຽງພໍ ແຕ່ຖ້າສ້າງຄົນໜຶ່ງຄົນ ຕ້ອງໃຊ້ຄຳເວົ້າເປັນຮ້ອຍເປັນພັນຄຳ
*ຢ່າໃຊ້ວິທີທຳຮ້າຍຈິດໃຈຄົນ ແລ້ວຈິ່ງມາເຕືອນສະຕິເຂົາ ເວລານີ້ຄຳເວົ້າທີ່ດີເລີດ ຈະບໍ່ມີປະໂຫຍດອີກຕໍ່ໄປ
*ຢ່າປິ່ນໜ້າໄປສົນໃຈຄຳເວົ້າດ່າລອຍລອຍ ຂອງຄົນອື່ນວ່າເຂົາແມ່ນໃຜ?
ຖ້າໝາກັດທ່ານ ທ່ານຈະກັດໝາບ້າຄືນຫຼືບໍ່?
*ອິດສາຄົນອື່ນ ບໍ່ໄດ້ເຮັດໃຫ້ຕົນເອງດີຂຶ້ນມາເລີຍ
ອິດສາຄົນອື່ນ ກໍ່ບໍ່ໄດ້ເຮັດໃຫ້ຄົນອື່ນຕ່ຳລົງໄປນຳ

ຈະເລີນທັມ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 10, 2010 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

----------------------------------------ເຊີນອ່ານ ນິທານທັມສອນໃຈ--------------------------------
-----------------------------ເລືອງ !...ບໍ່ແມ່ນເຣື້ອງຂອງຂ້ອຍ…!--------------------------------
----------------------(ແຕ່ຢ່າຄິດວ່າ ມັນບໍ່ກ່ຽວກັບເຮົາ)--------------------------------


ມີຫນູນ້ອຍໂຕນຶ່ງ ອາໃສຢູ່ໃນບ້ານຂອງຊາວນາເປັນບ່ອນພັກພາອາສັຍຫາກິນ. ຢູ່ມາມື້ຫນື່ງ ໃນຂະນະທີ່ຫນູນ້ອຍຈອບເບິ່ງເຈົ້າຂອງບ້ານກຳລັງແກະຫໍ່ສິ່ງຂອງບາງຢ່າງ ພໍເຂົາເຫັນເຕັມຕາຫນູແທບ ຊອ໋ັກ ທັ້ງຢືນ ເພາະສິ່ງທີ່ເຫັນນັ້ນກໍຄື ກັບໜູ ນັ້ນເອງ.
ເຂົາຈື່ງຟ້າວແລ່ນໄປທົ່ງນາເພື່ອຮ້ອງບອກໝູ່ວ່າ "ມີກັບໜູໃນເຮືອນ! ມີກັບໜູໃນເຮືອນ! "
ທຳອິດເຂົາໄປບອກກັບໄກ່ວ່າ ມີກັບໜູໃນເຮືອນ! ເຈົ້າໄກ່ກໍ ກຸກ໋ໆ ເຂ່ຍຫາກິນເສີຍແລະກໍ່ງຶກຫົວບອກໜູວ່າ: ໜູເອີຍ ນີ້ກໍຄົງເປັນເຣື້ອງບໍ່ດີສຳລັບເຈົ້າ ແຕ່ມັນບໍ່ກ່ຽວກັບຂ້ອຍດອກ ແລະຂອບໃຈທີ່ອົດສາມາບອກ..
ເຈົ້າໜູນ້ອຍຜູ້ໜ້າສົງສານ ກໍ່ແລ່ນຕໍ່ໄປບອກກັບຫມູ. ຫມູເອີຍ! ຢູ່ໃນເຮືອນນັ້ນມີກັບໜູເດີ້! ຫມູຕອບວ່າ "ຂໍໂທດນະໜູນ້ອຍ ແຕ່ມັນບໍ່ກ່ຽວ ກັບຊີວິດຂ້ອຍ, ແລະບໍ່ຕ້ອງຫ່ວງຂ້ອຍຈະພາວະນາຊ່ວຍໃຫ້ເຈົ້າປອດໄພ
ເຈົ້າໝູນ້ອຍແລ່ນຕໍ່ໄປຫາງົວຮ້ອງວ່າ:ມີກັບໜູໃນເຮືອນ! ມີກັບໜູໃນເຮືອນ! ງົວກໍ່ຕອບວ່າ "ໂທ!ອ້າຍໜູ ຂ້ອຍເສຍໃຈ ແຕ່ມັນບໍ່ກ່ຽວຫັຍງກັບຂ້ອຍ
ນີນາ"
ດັ່ງນັ້ນເຈົ້າໝູຈຶ່ງກັບມາບ້ານດ້ວຍຄວາມເສົ້າໃຈເຫລືອເກີນທີ່ຕົນຈະຕ້ອງປະເຊີນກັບອັນຕະລາຍ ແຕ່ພຽງຜູ້ດຽວ, ພໍເຖິງຕອນກາງຄືນ ຕອນເດິກຂອງວັນນັ້ນ ເຈົ້າໝູນ້ອຍຕື່ນສະເດີດຢ່າງແຮງເພາະໄດ້ຍິນສຽງກັບໜູລັ່ນ ສຽງດັງ !!ຈັ໊ບ!!, ເຈົ້າໝູຟ້າວແລ່ນໄປຈອບເບິ່ງ ພ້ອມດຽວກັນເມັຍຂອງຊາວນາຜູ້ນັ້ນກໍລຸກມາເບິ່ງເຊັ່ນກັນ,
ນາງກໍ່ຍ່າງເລັງໄປຫາກັບໜູນັ້ນ.. ດ້ວຍຄວາມມືດລາວງົມໄປເລີຍຖືກງູຕອດ ເພາະກັບໃສ່ເອົາໝູນັ້ນໄປໝີບເອົາຫາງງູ. ເມື່ອເປັນເຊັ່ນນັ້ນຜູ້ ເປັນຜົວກໍຟ້າວພາເມັຍໄປໂຮງຫມໍ, ພໍກັບມາອາການກໍຍັງບໍ່ດີແລະຍັງເປັນໄຂ້ອີກຕື່ມ ໃຜໆກໍ່ບອກວ່າຖ້າມີໄຂ້ກໍ່ຕ້ອງ ທຸເລົາດ້ວຍການກິນ chicken soup (ຊົດນ້ຳຕົ້ມໄກ່ນັ້ນເອງ)
ດັ່ງນັ້ນຜູ່ເປັນຜົວກໍ່ໄປຈັບເອົາໄກ່ມາປາດຄໍຕົ້ມໃຫ້ເມຍກິນ, ແຕ່ອາການກໍ່ຍັງຫນັກຕາມເຄີຍ ພີ່ນ້ອງເພື່ອນຝູງໄດ້ຍິນຂ່າວກໍພາກັນມາຢ້ຽມຢາມ ຊາວນາບໍ່ມີອາຫານ ຮັບຕ້ອນກໍ່ໄປເອົາຫມູມາຂ້າລ້ຽງພີ່ນ້ອງ, ຈົນໃນທີ່ສຸດເມຍລາວກໍ່ຕາຍຈາກ ຍາດພີ່ນ້ອງທັງໄກ້ແລະໄກກໍ່ມາຮ່ວມງານສົບຫລາຍຂື້ນໆ ຊາວນາກໍ່ຈຳເປັນຕ້ອງຂ້າງົວມາລ້ຽງພີ່ນ້ອງ. ເຈົ້າຫນູນ້ອຍຈອບເບິ່ງເຫດການດ້ວຍຄວາມເສົ້າໃຈຕະຫລອດເວລາ.
ຈາກນິທານເລື່ອງນີ້ ເປັນຄະຕິເຕືອນໃຈສອນໃຫ້ເຮົາໄດ້ຮູ້ວ່າ: ເຮົາບໍ່ຄວນຈະຢູ່ເສີຍໃນເມື່ອເຫັນຄົນອື່ນກຳລັງຈະໄດ້ຮັບຄວາມເດືອດຮ້ອນ ຫຼືໄດ້ຮັບອັນຕະລາຍ ໂດຍເຮັດເປັນບໍ່ຮູ້ ບໍ່ສົນໃຈ ດັ່ງໄກ່ ຫມູ ແລະ ງົວ ຈົນສຸດທ້າຍກໍ່ຕ້ອງ...

ຂໍຝາກໄວ້ໃຫ້ທ່ານ...ໂປຣດໃຊ້ວິຈາລະນາຍານໃນການນຳໄປໃຊ້

ຂຽນເມື່ອ ຂຽນເມື່ອ: ກ.ພ.. 10, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

- ມີຫຼາຍຄົນໃຫ້ຄວາມສົງໄສ ກັບທັມມະວ່າ ເປັນສິ່ງພົວພັນກັນບໍ ກັບວິທະຍາສາດ, ໂລກສະໄໝໃໝ່ ຫາກຖືທັມຈະທັນສະໄໝບໍ ? ພຣະສົງເດ ຄັນພັດທະນາຕົນໄປຕາມ ວິທະຍາສາດ ຈະເປັນຈັ່ງໃດ ?
- ຄວາມຈິງແລ້ວວິທະຍາສາດນັ້ນ ເປັນພຽງເສດສ້ຽວຂອງທັມມະ, ທັມມະເປັນໝວດໝູ່ຂອງສັບພະວິຊາທັງປວງ, ຜູ້ໃດ ເຂົ້າໃຈທັມມະ ຜູ້ນັ້ນເຂົ້າໃຈວ່າສັພພະວິຊາທັງ ປວງ.

ລັກສະນະຄວາມເປັນວິທະຍາສາດ ຄື
໑. ທຸກມິຈິງ
໒. ເຫດໃຫ້ເກີດທຸກມີຈິງ.
໒. ວິທີການ(ຄວາມດັບທຸກ)ເຄື່ອງມີເພື່ອດັບທຸກມີຈິງ.
໕. ຫົນທາງແຫ່ງການດັບທຸກມີຈິງ.

- ເມື່ອມະນຸດມີທຸກ ມະນຸດກໍຕ້ອງການສະແຫງຫາຄວາມສຸກ, ເຖິງມະນຸດບໍ່ຮູ້ແຈ້ງວ່າ "ຄວາມສຸກທີ່ແທ້ເປັນຈັ່ງໃດ" ຄວາມຕ້ອງການໂດຍທັມມະຊາດຂອງມະນຸດ ມັນກະມີເອງເປັນເຊັ່ນນັ້ນ.
- ເມື່ອເປັນເຊັ່ນນັ້ນ ມະນຸດຕ້ອງງຫາສາເຫດຂອງຄວາມທຸກວ່າມັນເກີດຈາກອັນໃດ ?(ນີ້ຄືມະນຸດເກີດແນວຄິດທາງວິທະຍາສາດແລ້ວ) ເພາະມະນຸດທຸກ ຈຶ່ງສະແຫວງຫາຄວາມສຸກ ຄົນຈະຫາຄວາມສຸກໄດ້ກໍຕ້ອງມີເຄື່ອງມີ (ນີ້ຄືການສະແຫວງຫາອຸປະກອນເພື່ອທຳການຕໍ່ສູ້ກັບຄວາມທຸກ) ເພຶ່ອຢາກໃດ້ສຳເຣັດຜົນມະນຸດ ຕອ້ງຊອກຫາວິທີ ເພື່ອດັບທຸກ (ນີ້ຄືທັກສະໃນການສຶກສາຫາວິຊາການ -ເຫດ-ຜົນ) ເພື່ອກຳຈັດສິ່ງນັ້ນ ກັບຢູ່ໃນໂລກ ເພື່ອເຮັດໃຫ້ຄວາມທຸກຂາດສິ້ນ ກໍຕ້ອງມີເສັ້ນທາງປະກອບ ເພື່ອໃຫ້ເຖິງສຸກ, (ນີ້ຄືແຜນການຂອງການບັງຄັບ ແລະຄຸ້ມຄອງເພື່ອກ້າວໄປສູ່ຄວາມດັບທຸກ)
- ໂດຍພຸດທະສາສະໜາ ໃຊ້ຫຼັກເຫດແລະຜົນ ປາກົດວ່າມີແຕ່ພຸດທະສາສນາເທົ່ານັ້ນ ທີ່ໃຊ້ຫຼັກເຫດແລະຜົນ ເພື່ອການພັດທະນາວັດຖຸ ແລະຈິດໃຈ,ແລ້ວວິທະຍາສາດ ກໍ ໃຊ້ເຫດແລ້ວຜົນຕາມ: ແຕ່ວິທີ່ໃຊ້ເຫດແລະຜົນຂອງວິທະຍາສາດນັ້ນ ສາມາດໃຊ້ໄດ້ໃນໂລກນີ້ເທົ່ານັ້ນ ພຸດທະສາສະໜາ ໃຊ້ໂລກອື່ນ, ວິທະຍາສາດສຶກສາແຕ່ເລື່ອງ ວັດຖຸ ແຕ່ສາສະໜາ ໃຊ້ທາງຈິດໃຈ ສະຫຼຸບແລ້ວ ວິທະຍາສາດ ໄດ້ພຽງສ້ຽວໜຶ່ງຂອງທັມມະເທົ່ານັ້ນ, ຄືພຸດທະສາສະໜາເໜືອກວ່າ ວິທະຍາສາດ ດ້ວຍເຫດນັ້ນສາສະໜາ ຫຼືທັມມະຂອງສາດສະໜາ ຈຶ່ງກວາມທຸກຂົງເຂດວຽກງານຂອງຄວາມຮູ້ມະນຸດໃນຍຸກວິທະຍາສາດ.

ມາເບິ່ງເບື້ອງກ​ານສົມທຽບການໃຫຊ້ເຫດ ແລະຜົນຂອງສາສະໜາ ແບບວິທະຍາສາດ ແລະຢັ້ງຢືນວ່າພຸດທະສາສະໜາ ແຍກຄວາມຈິງຂອງໂລກໄວ້ສາມລະດັບ ຄື
- ທັມມະເປັນສິ່ງທີ່ຄົງໄວ້ເຊິ່ງຄວາມຈິງ ຄືບອກວ່າທຸກຢ່າງຈິງໃນໂລກ, ອັນທີ່ວ່າໃນໂລກເຮົາມີຄວາມຈິງທີ່ເປັນແກ່ນແທ້ ມີ ໓ ຢ່າງດັ່ງ ທີ່ທ່ານວ່າ ຄື
- ກຸສະລາທັມມາ - ທັມທີ່ເປັນຝ່າຍຂ້າງກຸສົນ ຄື ບຸນ
- ອະກຸສະລາທັມມາ - ທັມທີ່ເປັນຝ່າຍຂ້າງອະກຸສົນ ຄື ບາບ
- ອັພຍາກະຕາທັມມາ - ທັມທີ່ເປັນຝ່າຍຂ້າງທັງທີ່ເປັນກຸສົນ ຫຼືບໍ່ເປັນກຸສົນ (ທ່ານວ່າທັມເປັນກາງກະແມ່ນ).

ຕົວຢ່າງ
- ກຸສົນທັມ - ຍ້ອງຄົນອື່ນ ຄົນອື່ນຍ້ອງຕອບ ດີໃຈ ເປັນສຸກ (ບຸນ)
- ອະກຸສົນ - ດ່າຄົນອື່ນ ຄົນອື່ນດາຄືນ ຄຽດ ທຸກໃຈ (ບາບ)
- ອັພຍາ- ເຂົາວ່າຂ້າງົວບູຊາເທບໄດ້ບຸນ ແຕ່ມັນບໍ່ແມ່ນ ສັງຄົມເຮັດ ເຮົາບໍ່ເຮັດນຳເຂົາກໍບໍ່ເປັນສັງ.

- ຫາກຖາມວ່າ ທັມມະເຂົ້າກັນບໍ່ກັບວິທະຍາສາດ ຫາກວິທະຍາສາດຫາກຮັບໃຊ້ຊີວິດຈິງຂອງມະນຸດ ວິທະຍາສາດກໍເໝືອນກັນກັບທັມມະ ແຕ່ເຂົ້າໄດ້ໃນພາກສ່ວນຂອງ ສາສະໜາ ທີ່ເວົ້າເລື່ອງວັດຖຸເທົ່ານັ້ນ.
- ຫາກຖາມວ່າ ວິທະຍາສາດ ເວົ້າເຖິງປາກົດການຕົວຈິງ ພຸດທະສາສນາກໍເວົ້າຄວາມຈິງ ທີ່ມີຢູ່ຈິງຂອງໂລກ ອັນນີ້ກໍຄືຄວາມຈິງທີ່ເປັນພຸດທະສາດ: ໝາຍຄວາມວ່າ "ຫາກການເຮັດບາບໄດ້ຜົນເປັນທຸກ ກັບເຮັດບຸນໄດ້ຜົນເປັນສຸກ, ສິ່ງນັ້ນກໍຄືຄວາມຈິງທີ່ພິສູດໄດ້ ຖ້າສິ່ງນີ້ພິສຸດໄດ້ ສິ່ງນີ້ຄືວິທະຍາສາດ ທາງພຸດທະສາສນາ, ອີກຢ່າງໜຶ່ງ ຍັງມີຄວາມຈິງເໜືອວິທະຍາສາດອີກເຂົາຮຽກວ່າ ໂລກຸຕະຣະ ຄືຄວາມຈິງທີ່ເລີຍຕາເຫັນ ແລະມັນສະໝອງຂອງມະນຸດທະຮູ້ໄດ້: ສິ່ງນີ້ວິທະຍາສາດ ບໍ່ອາດທຽບຖພຸດທະສາສະໜາໄດ້.

ສະຫຼຸບ: ພຸດທະສາສນາກັບວິທະຍາສາດແມ່ນອັນດຽວກັນ ໃນພາກສ່ວນເລື່ອງວັດຮູບທັມ ແຕ່ນາມທັມນັ້ນ ວິທະຍາສາດບໍ່ອາດທຽບພຸດທະສາສະໜາ, ຖາມວ່າ ວິທະຍາສາດເຂົ້າກັບສາສະໜາບໍ, ບໍ່ວ່າແຕ່ເຂົ້າ ເພາະວິທະຍາສາດ ເປັນສາດຂະແໝງໜຶ່ງ ໃນສ້ຽວໜຶ່ງຂອງສາສະໜາ ເປັນຫຍັງຊິບໍ່ເຂົ້າກັນລະ.