ຂຽນເມື່ອ: ກ.ພ.. 10, 2010
| ມີ
4 ຄຳເຫັນ
ແລະ
0 trackback(s)
- ມີຫຼາຍຄົນໃຫ້ຄວາມສົງໄສ ກັບທັມມະວ່າ ເປັນສິ່ງພົວພັນກັນບໍ ກັບວິທະຍາສາດ, ໂລກສະໄໝໃໝ່ ຫາກຖືທັມຈະທັນສະໄໝບໍ ? ພຣະສົງເດ ຄັນພັດທະນາຕົນໄປຕາມ ວິທະຍາສາດ ຈະເປັນຈັ່ງໃດ ?
- ຄວາມຈິງແລ້ວວິທະຍາສາດນັ້ນ ເປັນພຽງເສດສ້ຽວຂອງທັມມະ, ທັມມະເປັນໝວດໝູ່ຂອງສັບພະວິຊາທັງປວງ, ຜູ້ໃດ ເຂົ້າໃຈທັມມະ ຜູ້ນັ້ນເຂົ້າໃຈວ່າສັພພະວິຊາທັງ ປວງ.
ລັກສະນະຄວາມເປັນວິທະຍາສາດ ຄື
໑. ທຸກມິຈິງ
໒. ເຫດໃຫ້ເກີດທຸກມີຈິງ.
໒. ວິທີການ(ຄວາມດັບທຸກ)ເຄື່ອງມີເພື່ອດັບທຸກມີຈິງ.
໕. ຫົນທາງແຫ່ງການດັບທຸກມີຈິງ.
- ເມື່ອມະນຸດມີທຸກ ມະນຸດກໍຕ້ອງການສະແຫງຫາຄວາມສຸກ, ເຖິງມະນຸດບໍ່ຮູ້ແຈ້ງວ່າ "ຄວາມສຸກທີ່ແທ້ເປັນຈັ່ງໃດ" ຄວາມຕ້ອງການໂດຍທັມມະຊາດຂອງມະນຸດ ມັນກະມີເອງເປັນເຊັ່ນນັ້ນ.
- ເມື່ອເປັນເຊັ່ນນັ້ນ ມະນຸດຕ້ອງງຫາສາເຫດຂອງຄວາມທຸກວ່າມັນເກີດຈາກອັນໃດ ?(ນີ້ຄືມະນຸດເກີດແນວຄິດທາງວິທະຍາສາດແລ້ວ) ເພາະມະນຸດທຸກ ຈຶ່ງສະແຫວງຫາຄວາມສຸກ ຄົນຈະຫາຄວາມສຸກໄດ້ກໍຕ້ອງມີເຄື່ອງມີ (ນີ້ຄືການສະແຫວງຫາອຸປະກອນເພື່ອທຳການຕໍ່ສູ້ກັບຄວາມທຸກ) ເພຶ່ອຢາກໃດ້ສຳເຣັດຜົນມະນຸດ ຕອ້ງຊອກຫາວິທີ ເພື່ອດັບທຸກ (ນີ້ຄືທັກສະໃນການສຶກສາຫາວິຊາການ -ເຫດ-ຜົນ) ເພື່ອກຳຈັດສິ່ງນັ້ນ ກັບຢູ່ໃນໂລກ ເພື່ອເຮັດໃຫ້ຄວາມທຸກຂາດສິ້ນ ກໍຕ້ອງມີເສັ້ນທາງປະກອບ ເພື່ອໃຫ້ເຖິງສຸກ, (ນີ້ຄືແຜນການຂອງການບັງຄັບ ແລະຄຸ້ມຄອງເພື່ອກ້າວໄປສູ່ຄວາມດັບທຸກ)
- ໂດຍພຸດທະສາສະໜາ ໃຊ້ຫຼັກເຫດແລະຜົນ ປາກົດວ່າມີແຕ່ພຸດທະສາສນາເທົ່ານັ້ນ ທີ່ໃຊ້ຫຼັກເຫດແລະຜົນ ເພື່ອການພັດທະນາວັດຖຸ ແລະຈິດໃຈ,ແລ້ວວິທະຍາສາດ ກໍ ໃຊ້ເຫດແລ້ວຜົນຕາມ: ແຕ່ວິທີ່ໃຊ້ເຫດແລະຜົນຂອງວິທະຍາສາດນັ້ນ ສາມາດໃຊ້ໄດ້ໃນໂລກນີ້ເທົ່ານັ້ນ ພຸດທະສາສະໜາ ໃຊ້ໂລກອື່ນ, ວິທະຍາສາດສຶກສາແຕ່ເລື່ອງ ວັດຖຸ ແຕ່ສາສະໜາ ໃຊ້ທາງຈິດໃຈ ສະຫຼຸບແລ້ວ ວິທະຍາສາດ ໄດ້ພຽງສ້ຽວໜຶ່ງຂອງທັມມະເທົ່ານັ້ນ, ຄືພຸດທະສາສະໜາເໜືອກວ່າ ວິທະຍາສາດ ດ້ວຍເຫດນັ້ນສາສະໜາ ຫຼືທັມມະຂອງສາດສະໜາ ຈຶ່ງກວາມທຸກຂົງເຂດວຽກງານຂອງຄວາມຮູ້ມະນຸດໃນຍຸກວິທະຍາສາດ.
ມາເບິ່ງເບື້ອງການສົມທຽບການໃຫຊ້ເຫດ ແລະຜົນຂອງສາສະໜາ ແບບວິທະຍາສາດ ແລະຢັ້ງຢືນວ່າພຸດທະສາສະໜາ ແຍກຄວາມຈິງຂອງໂລກໄວ້ສາມລະດັບ ຄື
- ທັມມະເປັນສິ່ງທີ່ຄົງໄວ້ເຊິ່ງຄວາມຈິງ ຄືບອກວ່າທຸກຢ່າງຈິງໃນໂລກ, ອັນທີ່ວ່າໃນໂລກເຮົາມີຄວາມຈິງທີ່ເປັນແກ່ນແທ້ ມີ ໓ ຢ່າງດັ່ງ ທີ່ທ່ານວ່າ ຄື
- ກຸສະລາທັມມາ - ທັມທີ່ເປັນຝ່າຍຂ້າງກຸສົນ ຄື ບຸນ
- ອະກຸສະລາທັມມາ - ທັມທີ່ເປັນຝ່າຍຂ້າງອະກຸສົນ ຄື ບາບ
- ອັພຍາກະຕາທັມມາ - ທັມທີ່ເປັນຝ່າຍຂ້າງທັງທີ່ເປັນກຸສົນ ຫຼືບໍ່ເປັນກຸສົນ (ທ່ານວ່າທັມເປັນກາງກະແມ່ນ).
ຕົວຢ່າງ
- ກຸສົນທັມ - ຍ້ອງຄົນອື່ນ ຄົນອື່ນຍ້ອງຕອບ ດີໃຈ ເປັນສຸກ (ບຸນ)
- ອະກຸສົນ - ດ່າຄົນອື່ນ ຄົນອື່ນດາຄືນ ຄຽດ ທຸກໃຈ (ບາບ)
- ອັພຍາ- ເຂົາວ່າຂ້າງົວບູຊາເທບໄດ້ບຸນ ແຕ່ມັນບໍ່ແມ່ນ ສັງຄົມເຮັດ ເຮົາບໍ່ເຮັດນຳເຂົາກໍບໍ່ເປັນສັງ.
- ຫາກຖາມວ່າ ທັມມະເຂົ້າກັນບໍ່ກັບວິທະຍາສາດ ຫາກວິທະຍາສາດຫາກຮັບໃຊ້ຊີວິດຈິງຂອງມະນຸດ ວິທະຍາສາດກໍເໝືອນກັນກັບທັມມະ ແຕ່ເຂົ້າໄດ້ໃນພາກສ່ວນຂອງ ສາສະໜາ ທີ່ເວົ້າເລື່ອງວັດຖຸເທົ່ານັ້ນ.
- ຫາກຖາມວ່າ ວິທະຍາສາດ ເວົ້າເຖິງປາກົດການຕົວຈິງ ພຸດທະສາສນາກໍເວົ້າຄວາມຈິງ ທີ່ມີຢູ່ຈິງຂອງໂລກ ອັນນີ້ກໍຄືຄວາມຈິງທີ່ເປັນພຸດທະສາດ: ໝາຍຄວາມວ່າ "ຫາກການເຮັດບາບໄດ້ຜົນເປັນທຸກ ກັບເຮັດບຸນໄດ້ຜົນເປັນສຸກ, ສິ່ງນັ້ນກໍຄືຄວາມຈິງທີ່ພິສູດໄດ້ ຖ້າສິ່ງນີ້ພິສຸດໄດ້ ສິ່ງນີ້ຄືວິທະຍາສາດ ທາງພຸດທະສາສນາ, ອີກຢ່າງໜຶ່ງ ຍັງມີຄວາມຈິງເໜືອວິທະຍາສາດອີກເຂົາຮຽກວ່າ ໂລກຸຕະຣະ ຄືຄວາມຈິງທີ່ເລີຍຕາເຫັນ ແລະມັນສະໝອງຂອງມະນຸດທະຮູ້ໄດ້: ສິ່ງນີ້ວິທະຍາສາດ ບໍ່ອາດທຽບຖພຸດທະສາສະໜາໄດ້.
ສະຫຼຸບ: ພຸດທະສາສນາກັບວິທະຍາສາດແມ່ນອັນດຽວກັນ ໃນພາກສ່ວນເລື່ອງວັດຮູບທັມ ແຕ່ນາມທັມນັ້ນ ວິທະຍາສາດບໍ່ອາດທຽບພຸດທະສາສະໜາ, ຖາມວ່າ ວິທະຍາສາດເຂົ້າກັບສາສະໜາບໍ, ບໍ່ວ່າແຕ່ເຂົ້າ ເພາະວິທະຍາສາດ ເປັນສາດຂະແໝງໜຶ່ງ ໃນສ້ຽວໜຶ່ງຂອງສາສະໜາ ເປັນຫຍັງຊິບໍ່ເຂົ້າກັນລະ.