ຂຽນເມື່ອ: ກ.ພ.. 11, 2010
| ມີ
2 ຄຳເຫັນ
ແລະ
0 trackback(s)
ໜ້າສັງເວດ ເມື່ອຫຼາຍຄົນທີ່ມາຮວ່ມງານສົບ ບໍ່ຮັບຮູ້ຄວາມໝາຍທີ່ແທ້ຈິງຂອງພິທີກັມ ພວກເຂົາເຈົ້າຄິດວ່າ ການນິມົນ ຄູບາມາສວດມົນໃນງານສົບນັ້ນ ແມ່ນເພື່ອມາສົ່ງວິນຍານຂອງຜູ້ທີ່ຕາຍນັ້ນໃຫ້ໄປສູ່ສຸກຄະຕິ ຖ້າເປັນ ເຊັ່ນນັ້ນຈິງ ມະນຸດທຸກຄົນກໍ່ບໍ່ຈຳເປັນຕ້ອງເຮັດຄວາມດີ ຈະສ້າງບາບສ້າງກັມແນວໃດກໍ່ໄດ້ ບໍ່ຢ້ານວ່າຈະໄປເກີດໃນນາຣົກ ລໍຖ້າເວລາ ຕາຍແລ້ວຍາດພີ່ນ້ອງກໍ່ຈະນິມົນຄູບາມາສວດມົນເພື່ອສົ່ງວິນຍານໃຫ້ເປັນເກີດໃນສຸກຄະຕິສວງສະຫວັນ.
ຄວາມຈິງບໍ່ເປັນເຊັ່ນນັ້ນ, ພຣະພຸດທະອົງໄດ້ອະນຸຍາດໃຫ້ພຣະສົງກໍ່ເພື່ອໄປພິຈາຣະນາຊາກສົບ ເພື່ອໃຫ້ເກີດທັມມະ ສັງເວສ ຄືເກີດປັນຍາໃນທັມ ເຫັນເຖິງຄວາມບໍ່ທ່ຽງແທ້ແນ່ນອນຂອງສັງຂານ ອັນມີອະສຸພະກັມມະຖານ (ການລະນຶກ ເຖິງຄວາມບໍ່ງາມແລະເສື່ອມໂຊມຂອງຮ່າງກາຍ)ເພື່ອໃຫ້ເກີດຄວາມແໜງນ່າຍໃນຮ່າງກາຍນັ້ນ ບໍ່ຢຶດໝັ້ນຖືໝັ້ນ ເປັນວິທີຫຼຸດຜ່ອນກິເລສ ອັນມີຣາຄະ ຕັນຫາ ເປັນຕົ້ນ ຖ້າພຣະທີ່ມີປັນຍາ ແລະບາຣະມີພໍຄວນກໍ່ຈະພິຈາຣະນາເຫັນ ພາບນັ້ນຢ່າງງ່າຍດາຍ ລະນຶກມາຍາມໃດກໍ່ບໍ່ຢຶດຕິດໃນຮູບຮ່າງໜ້າຕາທີ່ສວຍງາມຂອງຍິງ ໂດຍສະເພາະແມ່ນ ພຣະໜຸ່ມ ທີ່ຍັງໄຟແຮງຢູ່ນັ້ນ. ບໍ່ສະເພາະແຕ່ຈະພິຈາຣະນາໃນງານສົບເທົ່ານັ້ນ ບາງສຳນັກວິປັດສະນາກັມມະຖານ ຍັງໄດ້ເອົາຮ່າງກະດູກຂອງແທ້ ມາແຂວນໄວ້ເພື່ອພຣະນັກປະຕິບັດວິປັສສນາພິຈາຣະນາທຸກວັນ.
ນອກຈາກນີ້ ບົດສວດທີ່ພຣະນຳເອົາມາສວດໃນງານສົບຍັງມີຄວາມໝາຍໃຫ້ເຫັນເຖິງຄວາມເປັນອະນິຈຈັງ ທຸກຂັງ ອະນັຕຕາ ເຊັ່ນບວດສວດບັງສະກຸນທີ່ວ່າ: ອນິຈຈາ ວະຕະ ສັງຂາຣາ ອຸປປາທະວະຍະທັມມິໂນ ອຸປັຊຊິຕວາ ນິຣຸຊຊັນຕິ ເຕສັງ ວູປະສະໂມ ສຸໂຂ ອັນມີຄວາມໝາຍວ່າ ສັງຂາຣທັງຫຼາຍບໍ່ທ່ຽງໜໍ ມີຄວາມເກີດຂື້ນແລ້ວ ມີຄວາມເສື່ອມ ໄປເປັນ ທຳມະດາ ເມື່ອເກີດຂື້ນແລ້ວຍ່ອມດັບໄປ ຄວາມເຂົ້າໄປສະຫງົບລະງັບສັງຂາຣທັງຫຼາຍເປັນສຸກຢ່າງຍິ່ງ. ແຕ່ໜ້າເສຍ ດາຍພຣະພາກັນສວດເປັນພາສາບາລີ ພໍ່ອອກ ແມ່ອອກເລີຍບໍ່ເຂົ້າໃຈ ແລະບາງທີພຣະທີ່ບໍ່ຮູ້ ຄວາມໝາຍກໍ່ບໍ່ ເຂົ້າໃຈ ເຊັ່ນກັນ. ຄວາມໝາຍໃນພາສາບາລີທີ່ພຣະນຳເອົາໄປສວດລ້ວນແຕ່ເປັນບົດເທສນາ ເພື່ອໂຜດອອກຕົນຍາດໂຍມ ແຕ່ຖ້າຟັງບໍ່ເຂົ້າໃຈ ການເຮັດບຸນກໍ່ບໍ່ໄດ້ໝາກຜົນເຕັມປ່ຽມ ການເຮັດບຸນກໍ່ໄດ້ແຕ່ພຽງບຸນ ອັນເນື່ອງມາຈາກສັດທາ ທີ່ມີຕໍ່ ພຣະພຸດທະສາດສະໜາ ແຕ່ປັນຍາທີ່ຮູ້ແຈ້ງໃນທັມບໍ່ເກີດຂື້ນ. ດັ່ງທັມມະທີ່ມີມາໃນບົດສວດກຸສະລາ ທີ່ນິຍົມ ໃຊ້ສວດ ໃນງານຄົນຕາຍ ສຳຫຼັບພໍ່ອອກອາດຈະເຂົ້ສໃຈໄປວ່າ ພຣະເພິ່ນສູດສະເພາະໃນງານສົບເທົ່ານັ້ນ ເພື່ອອວຍ ພອນໃຫ້ ຜູ້ຕາຍໄປສູ່ສຸຄະຕິ ທີ່ຈິງແມ່ນສວດເພື່ອສອນຄົນທີ່ຍັງມີຊີວິດຢູ່ ເພື່ອໃຫ້ພິຈາຣະນາຕົນເອງ ພິຈາຣະນາຊີວິດ ທີ່ຍັງເຫຼືອ ນີ້ເພື່ອໃຫ້ໃຊ້ຊີວິດ ໃຫ້ຄຸ້ມຄ່າແລະເກີດປະໂຫຍດ ຮີບເຮັ່ງສ້າງຄວາມດີ ໃຫ້ເຫັນເຖິງສັຈຈະທັມຂອງຊີວິດ ແລະຮັບຮູ້ ວ່າການກະທຳທັງຫຼາຍທັງປວງ ອັນເປັນກັມດີ ແລະບໍ່ດີ ເປັນກຸສົລ ຫຼືອະກຸສົລ ລວ້ນແຕ່ເປັນສົມບັດ ຕິດຕົວ ຜູ້ກະທຳໄປ ສູ່ປະຣະພົບ(ໂລກໜ້າ)ໂດຍບໍ່ຕ້ອງສົງໄສ ດັ່ງໃນບົດສວດທີ່ວ່າ ກຸສະລາທັມມາ ທັມທີ່ເປັນກຸສົລຄື ຄວາມດີ ອະກຸສະລາ ທັມມາ ທັມທີ່ເປັນຄວາມຊົ່ວ ອັພພະຍາກະຕາທັມມາ ທັມທີ່ເປັນເຄິ່ງໆກາງໆຄືບໍ່ດີບໍ່ຊົ່ວ ແລະອີກ ຫຼາຍ ຢ່າງທີ່ມີຢູ່ໃນ ບົດສວດນີ້ ລ້ວນແຕ່ສອນໃຫ້ເຮົາລະນຶກເຖິງການກະທຳຂອງຕົນເອງເພື່ອຄວາມ ບໍ່ປະໝາດ ໃນການສ້າງຄຸນງາມ ຄວາມດີ ແລະລະຖິ້ມຄວາມຊົ່ວທີ່ເປັນອະກຸສົລ.
ນອກຈາກຈະມີບົດສວດທີ່ສະແດງເຖິງທັມມະຂອງພຣະພຸດທະອົງແລ້ວ ປະເພນີການສົ່ງສະການໂດຍສະເພາະ ຢູ່ເມືອງລາວເຮົາຍັງນິຍົມຫວ່ານເຂົ້າຕອກແຕກເພື່ອສະແດງໃຫ້ເຫັນວ່າ ຊີວິດທີ່ແຕກດັບໄປນັ້ນບໍ່ມີໂອກາດ ຟື້ນຊີບຄືນມາໄດ້ ປຽບເໝືອນດັ່ງເຂົ້າຕອກແຕກທີ່ບໍ່ມີໂອກາດແຕກໜໍ່ກໍ່ຈາວອີກຄັ້ງ ນັ້ນຄືຄວາມເປັນອະນິຈຈັງ ຂອງຊີວິດ.
ໂດຍ ພຸດທະສາວົກ