ຂຽນເມື່ອ: ກ.ພ.. 11, 2010
| ມີ
2 ຄຳເຫັນ
ແລະ
0 trackback(s)
ສະບາຍດີທ່ານຜູ້ອ່ານບົດຂຽນຕໍ່ໄປນີ້ຂໍນຳສະເໜີເລື່ອງການສ້າງບາຣະມີ ໑໐ ທັດ ເນື່ອງຈາກວ່າເມື່ອກ່ອນມີຄົນຂໍມາ ຂ້າພະເຈົ້າຈິ່ງເອົາມາລົງໃນທີ່ນີ້ ບໍ່ມີຈຸດປະສົງຈະບອກສອນຜູ້ໃດ ແຕ່ເປັນໄປເພື່ອການສຶກສາຄົ້ນຄ້ວາເນື່ອງຈາກວ່າພວກເຮົາເປັນຊາວພຸດ ຄວນຢ່າງຍິ່ງທີ່ຈະຕ້ອງສະແຫວງຫາຄວາມຮູ້ກ່ຽວກັບພຣະພຸດທະສາດສະໜາ ແລະ ຂ້າພະເຈົ້າກໍ່ເຊື່ອວ່າມັນບໍ່ເປັນເລື່ອງທີ່ລ້າສະໄໝ ຜູ້ຮູ້ແລ້ວນຳເອົາໄປປະຕິບັດຍິ່ງເປັນການດີ.
ບາຣະມີ ຄື ຄຸນສົມບັດ ໑໐ ປະການທີ່ພຣະໂພທິສັດທຸກພຣະອົງຈະຕ້ອງບຳເພັນເພື່ອປາຖະນາເຖິງພຸດທະພູມ ເມື່ອປະພຶດປະຕິບັດໃຫ້ມີໄວ້ແລ້ວຈະເຮັດໃຫ້ຈິດມີພະລັງ ສາມາດຜັກດັນໃຫ້ຜູ້ບຳເພັນບາຣະມີເປັນຜູ້ຍິ່ງໃຫຍ່ໃນຄວາມດີງາມ.
ບາຣະມີ ໑໐ ປະການມີດັ່ງນີ້:
໑. ທານ: ສຳຫລັບຄາຣະວາດຜູ້ຄອງເຮືອນ ບາຣະມີຂໍ້ທຳອິດຄວນສັ່ງສົມໄວ້ໃຫ້ຫລາຍ ຫາກຕ້ອງການມີທາງເດີນຊີວິດທີ່ສົມບູນ ພຽບພ້ອມ ແລະ ຮຸ່ງເຮືອງ ທານຄືສະບຽງບຸນທີ່ຂາດບໍ່ໄດ້.
ໃນນັ້ນ ທານແບ່ງອອກເປັນທາງໃຫຍ່ ໓ ປະການໄດ້ແກ່:
໑). ວັດຖຸທານ: ຄື ການໃຫ້ວັດຖຸເປັນທານ(ວັດຖຸທານ ໑໐ ຢ່າງ)
໒). ອະໄພທານ: ການໃຫ້ອະໄພ ບໍ່ຄຽດແຄ້ນຕອບໂຕ້ເມື່ອຖືກກະທົບກະເທືອນຈິດໃຈ.
໓). ທັມມະທານ: ຄືການໃຫ້ປັນຍາເປັນທານ
ຄຳວ່າ ທານນີ້ ບໍ່ຈຳເປັນຈະຕ້ອງຢູ່ໃນຮູບແບບຂອງການໃຫ້ເງິນສົດ ວັດຖຸເຂົ້າຂອງສະເໝີໄປ ບໍ່ມີເງິນກໍ່ສາມາດໃຫ້ທານໄດ້ ເຊັ່ນການເສຍສະຫລະເວລາເພື່ອຜູ້ອື່ນ ການໃຫ້ຄວາມຮວ່ມມື ເຫັນດີເຫັນງາມໃນເລື່ອງທີ່ດີ ຫລືແມ່ນແຕ່ການໃຫ້ໂອກາດຕົນເອງເຮັດໃນສິ່ງທີ່ດີໆ ກໍ່ຖືວ່າເປັນການໃຫ້ທານແກ່ຕົວເອງອີກເຊັ່ນກັນ.
໒. ສີນ:ຄືຄຸນນນະທັມທີ່ບຳເພັນປະຕິບັດແລ້ວມີອານິສົງ ຫາກສີນບໍ່ບໍລິສຸດຈະເປັນມູນເຫດໃຫ້ເກີດອະກຸສົນ ແລະ ບໍ່ໄດ້ຮັບອານິສົງເຕັມ. ສຳຫລັບພໍ່ອອກແມ່ອອກ ຫລືຄາຣະວາດຜູ້ຄອງເຮືອນ ຄວນຮັກສາສິນ ໕ ໃຫ້ບໍລິບູນ ແລະ ຖ້າເປັນໄປໄດ້ໃຫ້ຮັກສາສີນ ໘ ໃນຍາມວັນສີນ.
ການມີສີນມີທັມປະຈຳໃຈຈະເຮັດໃຫ້ເຮົາເປັນຄົນສະອາດ ຄວາມເດືອດຮ້ອນໃນຊີວິດກໍ່ບໍ່ມັກເກີດຂື້ນ ຄວາມທຸກຈະຫລຸດລົງ ຄວາມສຸກຈະເພີ່ມຂື້ນ ຕ່າງຈາກຄົນທີ່ບໍ່ມີສີນ ບໍ່ສະອາດ ບໍ່ມີທັມມະປະຈຳໃຈ ສ່ຽງຕໍ່ການປະສົບບັນຫາ ແລະ ຄວາມທຸກຢູ່ຕລດເວລາ.
ສີນ ນອກຈາກຈະເຮັດໃຫ້ຄົນມີຄວາມສຸກແລ້ວ ຍັງເຮັດໃຫ້ຄົນຈົບງາມໂດຍບໍ່ຕ້ອງແຕ່ງ ເພາະຈິດໃຈທີ່ສະອາດຈະສົ່ງຜົນໃຫ້ກາຍສະອາດເຮັດໃຫ້ຜິດພັນໜ້າຕາຜ່ອງໃສ ຜູ້ທີ່ມີສີນຈິ່ງເປັນທີ່ຮັກທີ່ເອັນດູຂອງຄົນທົ່ວໄປ ແມ່ນແຕ່ເທວະດາຍັງເລືອກຄຸ້ມຄອງ ແລະ ມະນຸດຜູ້ມີສີນ ສຳຫລັບຜູ້ບໍ່ມີສີນແລ້ວເທວະດາບໍ່ຄຸ້ມຄອງ ແລະ ບໍ່ເຂົ້າໃກ້ເພາະວ່າເໝັນສາບສົກກະປົກ ດັ່ງນັ້ນ ມະນຸດຈິ່ງຄວນຮັກສາສີນ ປະພຶດຕົນໃຫ້ດີ ມີສີນ ມິທັມ ແລ້ວເທວະດາຈະຄຸ້ມຄອງຮັກສາ ເພາະການປະຕິບັດຄຸນນະທັມເປັນໜ້າທີ່ຂອງມະນຸດ ສວ່ນການປົກປັກຮັກສາເປັນໜ້າທີ່ຂອງເທວະດາ.
໓. ເນກຂັມມະ: ຄືການພາຊີວິດອອກຈາກກາມໂດຍການອອກບວດທັງກາຍ ແລະ ໃຈ ແບບບວດເປັນຄູບາ ແລ້ວເຂົ້າປະຕິບັດທັມກັມມະຖານ ຫລືຈະບວດແຕ່ໃຈແບບຢູ່ກັບເຮືອນນຳຄອບຄົວເຮືອນຊານແຕ່ບໍ່ສົນກັບການເສບກາມ ຫລືຈະປີກຕົວອອກຈາກຄອບຄົວ ສັງຄົມ ໝູ່ຄະນະທີ່ສັບສົນວຸ້ນວາຍ ສະແຫວງບຸນ ແລະ ປະຕິບັດທັມນຳພຣະສົງທີ່ມີສຳນັກວິປັສສນາ ເພື່ອຜີກຕົວອອກຈາກການເສບກາມ ການກິນຟັງເພງທີ່ ແລະ ການສຳຜັດກັບສິ່ງທີ່ຊວນສະເໜຫາຫລົງໄຫລ.
ແຕ່ເຖິງຢ່າງໃດກໍ່ຕາມ ເນກຂັມມະ ເປັນສິ່ງທີ່ເຮັດໄດ້ຍາກສຳຫລັບຄາຣະວາດ ຖ້າເຮັດໄດ້ຈະເປັນການສັ່ງສົມບາຣະມີທີ່ຍິ່ງໃຫຍ່ໄວ້ໃນໃຈ ແຕ່ຖ້າສະແຫວງຫາກໍ່ຍ່ອມຈະເຮັດໄດ້ ເຊັ່ນການຊອກຫາເວລາໄປປະຕິບັດທັມໃນຍາມຫວ່າງວຽກ ພັກການ ເຮົາຈະເຫັນໄດ້ວ່າໃນວຽງຈັນກໍ່ມີສຳນັກວິປັສສນາກັມມະຖານຢູ່ຫລາຍບ່ອນເຊັ່ນ ຢູ່ວັດນາຄູນນ້ອຍ, ວັດຊຳປັກແຮດ.
໔. ປັນຍາ: ການບຳເພັນປັນຍາໃນທີ່ນີ້ບໍ່ໝາຍເອົາການສັ່ງສົມສຸຕະມະຍະປັນຍາ ຄືປັນຍາທີ່ເກີດຈາກການສຶກສາຮ່ຳຮຽນ ແລະ ຈິນຕາມະຍະປັນຍາ ອັນເປັນປັນຍາທີ່ເກີດຈາກການຄົ້ນຄິດສຶກສາຮ່ຳຮຽນມາໃນທາງໂລກ ແຕ່ເປັນປັນຍາທີ່ມີອານຸພາບສູງກວ່ານັ້ນ ແລະ ເປັນປັນຍາສູງສຸດທີ່ມະນຸດຄວນສະແຫວງຫາ.
ປັນຍາຊະນິດນີ້ ສາມາດສ້າງໄດ້ດວ້ຍການຝຶກຈິຕ ປະຕິບັດທັມ ຈິ່ງບໍ່ມີສອນທົ່ວໄປໃນໂຮງຮຽນ ແຕ່ຕ້ອງອາໄສອາຈານທີ່ດີ ຫລືກັນລະຍາມິດທີ່ດີຊວ່ຍແນະນຳຕັກເຕືອນຊີ້ທາງໃຫ້ ເມື່ອປັນຍາບາຣະມີເກີດຂື້ນພາຍໃນຈິດໃຈແລ້ວ ຈະເຮັດໃຫ້ຈິດຫລຸດພົ້ນເປັນອິດສະຣະຈາກສິ່ງເສົ້າໝອງ ບໍ່ຕົກເປັນທາດຂອງສັບພະສິ່ງໃນໂລກະທັມ ໘ ປະການ.
໕. ວິຣິຍະ: ແປວ່າຄວາມພຽນ ເປັນຄຸນນະທັມທີ່ຈະນຳໄປສູ່ຄວາມສຳເລັດປ່ຽນປຸຖຸຊົນເປັນອະຣິຍະບຸກຄົນ ແລະ ໂພທິສັດໄດ້ ຄວາມພຽນທີ່ດີທີ່ສຸດສຳຫລັບຊີວິດຄື ສັມມັປປະທານ ໔ ຄືຄວາມພຽນທີ່ຍິ່ງໃຫຍ່ໃນການຄວບຄຸມໃຈໄດ້ແກ່.
໑. ພຽນລະວັງບໍ່ສ້າງບາບໃໝ່ໃຫ້ເກີດຂື້ນພາຍໃນຈິດໃຈ
໒. ພຽນລະບາບທີ່ມີຢູ່ແລ້ວໃຫ້ໝົດໄປ
໓. ພຽນສ້າງຄວາມດີທີ່ຍັງບໍ່ເກີດໃຫ້ເກີດຂື້ນ
໔. ພຽນຮັກສາຄວາມດີທີ່ເກີດຂື້ນແລ້ວໃຫ້ຕັ້ງໝັ້ນຢູ່
໖. ຂັນຕິ: ຄືຄວາມອົດທົນ ຄຸນນະທັມຂໍ້ນີ້ ຖ້າເຮັດໄດ້ຈະມີອານິສົງດັ່ງນີ້ຄື:
໑. ຍ່ອມເປັນທີ່ຮັກ
໒. ບໍ່ມີເວນ(ເວຣ)ຫລາຍ
໓. ບໍ່ປະກອບດ້ວຍໂທດໄພ
໔. ບໍ່ຄິດຂ້າຕົວຕາຍ
໕. ຕາຍແລ້ວໄປສູ່ສຸຄະຕິພູມ
ຄວາມອົດທົນເປັນອາວຸດທີ່ສຳຄັນໃນການຜ່ານຜ່າອຸປະສັກ ຍ້ອນວ່າການສ້າງຄວາມດີບ້າງຄັ້ງຍ່ອມມີອຸປະສັກມາຂັດຂວາງເຮັດໃຫ້ທຸກທໍລະມານ ຈຳເປັນຕ້ອງໃຊ້ຄວາມພະຍາຍາມ ຄວາມອົດທົນຫລາຍກວ່າເຮັດຄວາມຊົ່ວ ບໍ່ທໍ້ຖອຍຕໍ່ອຸປະສັກ ຕັ້ງໜ້າຕັ້ງຕາສ້າງຄວາມດີໄປເລື້ອຍໆ ຈົນສາມາດເອົາຊະນະອຸປະສັກອັນເປັນກິເລສໄດ້ ເອົາຊະນະມານໄດ້ ປຽບເໝືອນການເອົາຊະນະໃຈຕົນເອງ.
ການເອົາຊະນະໃຈຕົນເອງນັ້ນ ນັບວ່າເປັນໄຊຊະນະທີ່ຍິ່ງໃຫຍ່ທີ່ສຸດ ຜູ້ເອົາຊະນະໄດ້ຍ່ອມເປັນຜູ້ປະເສີດ ຈາກນີ້ຈົນຕາຍກໍ່ຈະບໍ່ພ່າຍແພ້ໃຫ້ແກ່ສິ່ງໃດອີກ ຕ່າງຈາກຄົນທີ່ບໍ່ສາມາດເອົາຊະນະໃຈຕົນເອງພຽງຄັ້ງດຽວ ມັກຈະເປັນຜູ້ທີ່ພ່າຍແພ້ຢູ່ເລື້ອຍໆ.
໗. ສັຈຈະ ສັຈຈະ ກໍ່ໝາຍເຖິງຄວາມຊື່ສັດທາງກາຍ ວາຈາ ແລະ ຈິດໃຈ. ໃຈຄິດແນວໃດ ກາຍ ວາຈາ ກິລິຍາທີ່ສະແດງອອກກໍ່ເປັນແນວນັ້ນ ຖ້າປະຕິບັດໄດ້ ກາຍຈະສັກສິດ ໃຈຈະສັກສິດ ວາຈາສັກສິດ ຄືເມື່ອເວົ້າຫຍັງໄປຈະມີຄົນເຊື່ອຖື ຖ້າຂາດສັຈຈະວາຈາ ຄົນກໍ່ຈະບໍ່ເຊື່ອໃນຄຳເວົ້າ. ການບຳເພັນສັຈຈະບາຣະມີຈິ່ງມີຄວາມສຳຄັນສຳຫລັບບຸກຄົນຜູ້ຫວັງຄວາມຈະເລີນໃນຊີວິດ.
໘. ອະທິດຖານ ຄືການຕັ້ງຄວາມປາຖະນາ ຕັ້ງຄວາມມຸ້ງໝັ້ນໃນໃຈວ່າຈະເຮັດສິ່ງດີ ແຕ່ບໍ່ໝາຍເຖິງການອອ້ນວອນຫາເທວະດາຟ້າແຖນໃຫ້ມາບັນດານ ແລະ ກໍ່ບໍ່ແມ່ນການບົນບານອຳນາດສິ່ງສັກສິດໃດໆ ພຣະພຸດທະເຈົ້າບໍ່ໄດ້ແນະນຳ ແລະ ສະໜັບສະໜຸນໃຫ້ອາໄສສິ່ງສັກສິດ. ຖ້າເວົ້າຕາມສັບສະໄໝໃໝ່ກໍ່ຄືການຕັ້ງເປົ້າໝາຍໃຫ້ກັບຕົນເອງ ຕັ້ງໃຈເອົາໄວ້ວ່າຈະເຮັດອັນໃດ ແລ້ວຕັ້ງຈິດອະທິດຖານຕ້ອງເຮັດໃຫ້ໄດ້ ແຕ່ບໍ່ໃຫ້ຫວັງຜົນຈົນເກີດໄປ ຜົນສຳເລັດຈະເກີດມີຂື້ນໄດ້ ຕ້ອງອາໄສເຫດ ແລະ ປັດໄຈ ຄືຄວາມພາກພຽນພະຍາຍາມ ປັນຍາ ແລະ ບາຣະມີອື່ນໆອີກມາຊວ່ຍ.
ຄຳອະທິດຖານໃດທີ່ມີສີນ ແລະ ສັຈຈະມາກຳກັບ ຄຳອະທິດຖານນັ້ນຈະໃຫ້ຜົນແຮງເປັນພິເສດ ເພາະວ່າສີນເຮັດໃຫ້ໃຈສະຫງົບເປັນສະມາທິ ແລະ ມີພະລັງມະຫາສານ ສວ່ນສັຈຈະເຮັດໃຫ້ຄຳອະທິດຖານສັກສິດ ເຫດໃດຈິ່ງສັກສິດ ຍ້ອນວ່າຄວາມຕັ້ງໝັ້ນອັນເກີດຈາກສັດຈະ ແລະ ສີນສາມາດນຳມາເຊິ່ງຄວາມສຳເລັດຜົນໄດ້.
໙. ເມຕຕາ ເມຕຕາຄືຄວາມຮັກ ຄວາມປາຖະນາໃຫ້ຜູ້ອື່ນໄດ້ຮັບຜົນປະໂຫຍດ ແລະ ມີຄວາມສຸກແທນທີ່ຈະໄປອິດສາບັງບຽດ ຕ່ຳຕ້ອຍນ້ອຍໃຈເມື່ອເຫັນຄົນອື່ນໄດ້ດີ. ຕົວຢ່າງ ເຮົາຮັກໃຜຜູ້ໜຶ່ງ ແຕ່ເຂົາຮັກຄົນອື່ນ ຫາກຄວາມຮັກຂອງເຮົາເປັນຄວາມຮັກທີ່ປະກອບດ້ວຍເມຕຕາຢ່າງແທ້ຈິງ ເຮົາຈະບໍ່ມີທຸກ ແຕ່ກົງກັນຂ້າມຊ້ຳພັດມີຄວາມສຸກໄປກັບເຂົາ ແຕ່ຖ້າຄວາມຮັກຂອງເຮົາທີ່ມີຕໍ່ເຂົາແຝງດ້ວຍຕັນຫາເມື່ອບໍ່ໄດ້ຄວາມຮັກຕອບຍ່ອມເກີດໂທສະຄື ຄວາມຢາກຮ້າຍ ຄວາມຮັກທີ່ເກີດດ້ວຍຕັນຫາຈິ່ງນຳມາເຊິ່ງຄວາມທຸກໂດຍແທ້.
ເມຕຕາເກີດຈາກການໃຫ້ອະໄພ ເມື່ອຖືກກະທົບສິ່ງບໍ່ດີ ຫາກມີເມຕຕາຈະໃຫ້ອະໄພໄດ້ ໂທສະຈິ່ງບໍ່ເກີດ ຫາກເມຕຕາຫລາຍກວ່າໂທສະເມື່ອໃດ ເມື່ອນັ້ນຈະເປັນປະໂຫຍດມະຫາສານ ເຮັດໃຫ້ຕື່ນກໍ່ເປັນສຸກ ນອນຫລັບກໍ່ເປັນສຸກບໍ່ຝັນຮ້າຍ ເດີນທາງປອດໄພຈາກສັດມີແຂ້ວເຊັ່ນງູພິດ ຂີ້ເຂັບ…ສັດຕູ ຢາພິດ ອາວຸດ ບໍ່ສາມມາດທຳຮ້າຍໄດ້ ເມື່ອຕາຍກໍ່ໄປສູ່ພົບທີ່ດີ. ຜູ້ມີເມຕຕາຢູ່ແຫ່ງຫົນໃດກໍ່ນຳມາເຊິ່ງຄວາມຮົ່ມເຢັນ ທັງຄົນ ແລະ ສັດກໍ່ຢາກເຂົ້າໃກ້ ແລະ ເປັນທີ່ຮັກແກ່ເທວະດາ ດວ້ຍເຫດນີ້ເອງພຣະວິປັສສນາກັມມະຖານສວ່ນຫລາຍ ເຖິງແມ່ນວ່າຈະຢູ່ໃນຖ້ຳພູຄູຫາປ່າເຂົາລຳເນົາໄພ ແຕ່ຄົນກໍ່ຍັງຕາມໄປຫາ ເພາະຢາກສຳຜັດກັບຄວາມເມຕຕາ.
ເມຕຕາສາມາດນຳໄປໃຊ້ໃນຊີວິດປະຈຳວັນໄດ້ ກອ່ນຈະອອກເດີນທາງໄປໃສມາໃສ ຫາກແຜ່ເມຕຕາລ່ວງໜ້າ ຂໍໃຫ້ສັດທັງປວງເປັນສຸກ ໃຫ້ບຸກຄົນທີ່ຈະຕ້ອງຕິດຕໍ່ປະຕິສຳພັນດ້ວຍເປັນສຸກ ບໍ່ວ່າຈະຢູ່ແຫ່ງຫົນໃດ ແມ່ນແຕ່ໃນປ່າເຂົາລຳເນົາໄພ ກໍ່ຍັງຢູ່ເປັນສຸກ ດ້ວຍເຫດນີ້ ພຣະພຸດທະເຈົ້າຈິ່ງສອນໃຫ້ພຣະສົງທີ່ຢູ່ໃນປ່າໃຫ້ແຜ່ເມຕຕາໃຫ້ພະຍາງູທັງສີ່ເພື່ອປ້ອງກັນສັດຮ້າຍ
ເມຕຕາເປັນຄຸນນະທັມທີ່ມີອານຸພາບຍິ່ງໃຫຍ່ ສາມາດປ່ຽນສັດຕູໃຫ້ກັບກາຍເປັນມິດໄດ້ ປ່ຽນຄົນຊົ່ວໃຫ້ກາຍເປັນຄົນດີໄດ້ ເພາະວ່າຈິຕທີ່ມີເມຕຕາເປັນຈິຕທີ່ມີກຸສົນ ເຮັດໃຫ້ອະກຸສົນເຂົ້າມາບໍ່ໄດ້ ມະຫາອະນິສົງຂອງເມຕຕາມີຢູ່ ໔ ປະການໄດ້ແກ່:
໑. ເຮັດໃຫ້ໂທສະຫລຸດລົງ
໒. ເຮັດໃຫ້ປັນຫາອຸປະສັກໃນຊີວິດລາບລື່ນດີ
໓. ປ່ຽນແປງປຸຖຸຊົນເປັນອະຣິຍະບຸກຄົນ
໔. ເຮັດໃຫ້ພົ້ນຈາກອະບາຍະພູມ ແລະ ສັງສາຣະວັດໄດ້ໃນທີ່ສຸດ.
໑໐. ອຸເປກຂາ ບາຣະມີຂໍ້ສຸດທ້າຍທີ່ຄວນຈະສັ່ງສົມຄື ອຸເປກຂາ ຫລືການວາງເສີຍ ບໍ່ຍິນດີຍິນຮ້າຍ ເຊິ່ງເປັນການວາງເສີຍອັນເກີດຈາກການຈະເລີນວິປັດສະນາກັມມະຖານຈົນມີສະຕິກ້າແຂງ ຮັບສິ່ງທີ່ເຂົ້າມາກະທົບທັງຫູ ທັງຕາ… ບໍ່ວ່າຈະດີຫລືຊົ່ວແລ້ວສາມາດໃຊ້ສະຕິປັນຍາກັ່ນຕອງຈົນເຫັນແຈ້ງໃນໄຕລັກສະນະຄືຄວາມເປັນທຸກ ຄວາມບໍ່ທ່ຽງ ແລະ ບໍ່ມີຕົວຕົນ. ຈິ່ງບໍ່ຢືດຖືນນຳມາປຸງແຕ່ງໃຫ້ເກີດອາລົມທີ່ມັກຫລືບໍ່ມັກ ບໍ່ຕົກເປັນທາດຂອງສັບພະສິ່ງ ສາມາດປ່ອຍວາງໄດ້ທັງສິ່ງດີ ແລະ ສິ່ງທີ່ບໍ່ດີ