ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 12, 2010 | ມີ 0 ຄຳເຫັນ ແລະ 0 trackback(s)


ຄຳວ່າ ຜູ້ໃຫຍ່  ຄົນສວ່ນຫລາຍມັກຈະເຂົ້າໃຈວ່າ ຕ້ອງແມ່ນຜູ້ທີ່ມີອາຍຸສູງ  ຜົມຫງອກ ຫລັງກົ່ງ ຫລືບໍ່ກໍ່ແມ່ນຄົນທີ່ຮຽນສູງ ໄດ້ຮັບປະຣິນຍາເອກ ປະຣິນຍາໂທ  ຄວາມເຂົ້າໃຈເລົ່ານັ້ນລ້ວນແລ້ວແຕ່ຖືກຕອ້ງ ແຕ່ຍັງບໍ່ທັນຖືກໝົດ.

 ໃນທາງພຣະພຸດທະສາສນາ ຖ້າເວົ້າເຖິງວຸດທິພາວະ ຄືຄວາມເປັນຜູ້ໃຫຍ່ ເພິ່ນໄດ້ແບ່ງອອກເປັນ ໔ ປະເພດຄື:


 ໑. ໄວຍະວຸດ: ເປັນຜູ້ໃຫຍ່ໂດຍໄວ ຫລືເປັນຜູ້ໃຫຍ່ເພາະອາຍຸຫລາຍ
໒. ຊາຕິວຸດ: ເປັນຜູ້ໃຫຍ່ໂດຍຊາດຕະກູນ ເຊັ່ນເປັນຣາຊະນິກຸນ
໓. ຄຸນນະວຸດ: ເປັນຜູ້ໃຫຍ່ໂດຍຄຸນນະທັມ (ເດັກນ້ອຍອາຍຸ ໗ ປີກໍ່ເປັນໄດ້)
໔. ປັນຍາວຸດ: ເປັນຜູ້ໃຫຍ່ໂດຍມີປັນຍາ (ເດັກນ້ອຍອາຍຸ ໗ ປີກໍ່ເປັນໄດ້)


            ໄວຍະວຸດ  ເວົ້າເຖິງໄວຍະວຸດ  ເຖົ້າແກ່ບູຮານລາວເຮົາມັກເວົ້າເຖິງ ຢູ່ສເມີ ເພື່ອເປັນສິ່ງທີ່ບົ່ງບອກ ເຖິງໄວຂອງຄົນ ຄືເລີ່ມແຕ່ປະຖົມໄວ(ໄວໜຸ່ມ), ມັຊຊິມະໄວ (ໄວກາງຄົນ) ແລະປັຈສິມໄວ(ໄວຊະຣາ). ແຕ່ໄວຂອງມະນຸດ ນັ້ນບໍ່ໄດ້ທ່ຽງແທ້ ແນ່ນອນ ເພາະວ່າຊີວິດຂອງມະນຸດນັ້ນບໍ່ທ່ຽງໝັ້ນ ບາງຄົນ ກໍ່ຕາຍແຕ່ຍັງນ້ອຍ, ບາງຄົນກໍ່ຕາຍຕອນກາງຄົນ ຜູ້ໂຊກດີແນ່ກໍ່ຈະມີ ໂອກາດໄດ້ຢູ່ນຳລູກນຳຫລານ ຈົນເຖົ້າແກ່ ມີໂອກາດຜົມຂາວ, ຂ້ຽວຫລ່ອນ. ແຕ່ຄົນສວ່ນ ໃຫຍ່ ມັກມີຄວາມປະມາດໃນອາຍຸ  ໃນໄວ ລືມເຖົ້າ ລືມໂຕ ລືມຊາຕະກູນ. 


ຖ້າເວົ້າເຖິງເລື່ອງຂອງຄວາມເປັນຜູ້ໃຫຍ່ໂດຍໄວນັ້ນ ເປັນເລື່ອງ ທີ່ຄົນສວ່ນໃຫຍ່ເຂົ້າໃຈດີ  ແຕ່ຖ້າເວົ້າເຖິງເລື່ອງຈິດໃຈ  ູ້ເຖົ້າບາງຄົນ ເຖົ້າແຕ່ຮ່າງກາຍ ແຕ່ຈິດໃຈຍັງບໍ່ທັນເຂັ້ມແຂງ ບໍ່ມີພູມຄຸ້ມກັນທີ່ດີກໍ່ມີ  ເມື່ອເວລາຖືກໄພມາກະທົບ ກໍ່ເຮັດໃຫ້ກະທົບກະເທືອນ ເປັນທຸກໂດຍງ່າຍ ຍ້ອນເປັນຜູ້ເຖົ້າພຽງຮ່າງກາຍແຕ່ຈິດໃຈບໍ່ໄດ້ຜ່ານການຝຶກຝົນ.


ຊາຕິວຸດ  ຫລື ຊາດວຸດ  ໝາຍເຖິງຄວາມເປັນຜູ້ໃຫຍ່ທາງຊາດກຳເນີດ ອັນໝາຍເຖິງວົງຕະກູນ  ເຊັ່ນເກີດໃນຕະກູນເຊື້ອເຈົ້າ, ເຈົ້າຊີວິດ ຜູ້ສູງສົ່ງ ແມ່ນອາຍຸຍັງນ້ອຍ ກໍ່ມີບໍລິວານ ເສນາອຳມາດ ແຫ່ແຫນແພນກັ້ງ  ເຖິງແມ່ນວ່າຈະເປັນຜູ້ຍັງອາຍຸນ້ອຍ ກໍ່ເປັນທີ່ເຄົາຣົບຂອງຜູ້ເປັນບໍຣິວານ.  


ຄຸນນະວຸດ  ຄຸນນະທັມໝາຍເຖິງຄວາມສົ່ງທາງດ້ານຈິຕໃຈ  ເຖິງແມ່ນ ອາຍຸຍັງນ້ອຍ ແຕ່ຈິຕໃຈ ມີຄວາມຮູ້ຈັກບາບບຸນຄຸນໂທດ  ມີຈິຕໃຈເມຕຕາອາລີ. ໃນສມັຍພຣະພຸດທະອົງຍັງຊົງພະຊົນຢູ່ ມີສະມະເນນ ອົງໜຶ່ງນາມວ່າ  ສັນກິຈ ຈະສາມະເນນ, ບັນດິສາມະເນນໄດ້ບັນລຸທັມແຕ່ອາຍຸ ພຽງເຈັດປີ ເປັນ ພຣະອະຣະຫັນຕ໌. ແຕ່ໃນປັດຈຸບັນ ຄົນສວ່ນໃຫຍ່ຈະເຂົ້າໃຈວ່າ ຄຸນນະວຸດໝາຍ ເຖິງວຸດທາງການສຶກສາທີ່ໄດ້ຈາກການຮຽນປະລິນຍາ  ໄດ້ຈາກໂຮງຮຽນ ຈິ່ງເຮັດ ໃຫ້ຄວາມໝາຍຂອງຄຸນນະວຸດແຄບລົງ. ຕົວຢ່າງ ພຣະນາຄເສນ ມີຄວາມສາມາດ ເປັນເລີດ ເປັນພຣະອະຣະຫັນຕ໌ແຕ່ອາຍຸຍັງນ້ອຍ ພາຍຫລັງທີ່ ພຣະພຸດທະເຈົ້າ ປະຣິນິພພານໄປແລ້ວ ໕໐໐ ປີ ເປັນຜູ້ຕອບບັນຫາຂອງພຣະຍາມິລິນ ດັ່ງທີ່ມີມາ ໃນມິລິນທະບັນຫາ. ອີກເລື່ອງໜຶ່ງ, ເປັນເລື່ອງທີ່ໃກ້ຕົວພຣະພຸດທະເຈົ້າ ຄືເລື່ອງ ຂອງສາມະເນນ ຣາຫຸນ ຜູ້ເປັນບຸຕຂອງພຣະພຸດທະເຈົ້າ ເຂົ້າບວຊ ແຕ່ອາຍຸເຈັດປີ ເມື່ອພຣະພຸດທະອົງສະເດັດເຂົ້າໄປໃນວັງ ເພື່ອຢ້ຽມຢາມພຣະເຈົ້າສຸດໂທທະນະ ແລະຍາດພີ່ນ້ອງ ພໍດີ ນາງຍະໂສທະລາ ຫລື ພິມພາເທວີ ໄດ້ໃຫ້ ເຈົ້າຊາຍນ້ອຍ ຣາຫຸນ ໄປຂໍເອົາຊັບສົມບັດຈາກພຣະພຸດທະເຈົ້າ ໂດຍບອກວ່າ


 “ ຣາຫຸນ ລູກແມ່  ຜູ້ຊາຍທີ່ຢູ່ໃນຜ້າສີເຫລືອງ ທີ່ມີຄົນກຳລັງນັ່ງອອ້ມ ຢູ່ນັ້ນ ເປັນພຣະບີດາຂອງເຈົ້າ ພຣະອົງເປັນເຈົ້າຈັກກະພັດ ມີຊັບສົມບັດຫລວງ ຫລາຍ ຈົ່ງເຂົ້າໄປຂໍຊັບສົມບັດນັ້ນ.


ເມື່ອເຈົ້າຊາຍນ້ອຍ ຣາຫຸນ ໄດ້ຍິນຄຳບອກຂອງແມ່ ຈິ່ງເຂົ້າໄປເຝົ້າພຣະພຸດທະເຈົ້າ ເພື່ອຂໍຊັບສົມບັດນັ້ນ. ພຣະພຸດເຈົ້າຈິ່ງຕອບ ຣາຫຸນວ່າ ພຣະອົງເປັນຜູ້ສະລະແລ້ວ ຊັບສົມບັດທາງໂລກບໍ່ມີອີກແລ້ວ ມີແຕ່ອະຣິຍະຊັບ ທີ່ພຣະອົງໃຫ້ໄດ້  ເມື່ອເຈົ້າຊາຍນ້ອຍຣາຫຸນຢາກໄດ້ ພຣະພຸດທະອົງຈິ່ງສັ່ງໃຫ້ ພຣະສາຣິບຸຕ ບວຊຈົວໃຫ້ຣາຫຸນ. ຫລັງຈາກນັ້ນມາ ບໍ່ພໍທໍ່ໃດ ສາມະເນນຣາຫຸນກໍ່ໄດ້ບັນລຸເປັນພຣະອະຣະຫັນຕ໌ ແຕ່ອາຍຸຍັງນ້ອຍ ເມື່ອເຖິງໄວທີ່ເໝາະສົມຈະອຸປະສົມບົດເປັນພຣະ ກໍ່ໄດ້ບວດເປັນພຣະ ເປັນຜູ້ໜຶ່ງທີ່ມີປັນຍາດີ ມີຄຸນນະວຸດທີ່ສູງສົ່ງ.  


ປັນຍາວຸດ   ບໍ່ແຕກຕ່າງຫຍັງຫລາຍຈາກຄຸນນະວຸດ ຜູ້ທີ່ອາຍຸນ້ອຍ ຖ້າຫາກມີປັນຍາສູງສ່ົງ ກໍ່ສາມາດນັບໄດ້ວ່າ ເປັນຜູ້ໃຫຍ່ທາງປັນຍາໄດ້. ເຮົາມັກໄດ້ຍິນຢຸ່ເລື້ອຍ ເລື່ອງເດັກນ້ອຍສະຫລາດ ເດັກນ້ອຍມີຄວາມອັດສະຣິຍະ ມີຄວາມຈຳດີເປັນເລີດ ມີໄຫວພິບປະຕິພານດີ ອາຍຸຍັງນ້ອຍແຕ່ສາມາດສອບເຂົ້າມະຫາໄລໄດ້.


            ໃນທີ່ນີ້, ຜູ້ທີ່ມີຄຸນນະວຸດ ແລະປັນຍາວຸດ ກໍ່ບໍ່ໝາຍຄວາມວ່າ ຈະເປັນຄົນທີ່ສຳຄັນກວ່າຜູ້ໃຫຍ່ທີ່ເປັນໄວຍະວຸດ ຈົນບໍ່ຮູ້ຈັກມີຄວາມເຄົາຣົບ ອ່ອນນ້ອມຖ່ອມຕົນ ຈະຕ້ອງໃຫ້ຄວາມນັບຖືຕໍ່ຜູ້ໃຫຍ່ສະເໝີ ເໝືອນດັ່ງຄຳເວົ້າບູນຮານທີ່ມັກເວົ້າວ່າ ແກ່ຊາດ ແກ່ຄຸນ, ຍິ່ງແກ່ຍິ່ງກົ້ມ ເໝືອນເຂົ້າໃນນາ.


ໂຍ ຈະ ວັສສະສະຕັງ ຊີເວ
ທຸປປັນໂຍ ອະສະມາຫິໂຕ
ເອກາຫັງ ຊີວິຕັງ ເສີຍໂຍ
ປັນຍະວັນຕັສສະ ຊາຍິໂນ ຯ


ຜູ້ໃດມີປັນຍາປູ້ ມີຈິຕໃຈໂລເລ ເຖິງມີຊີວິດຢູ່ຮອດຮ້ອຍປີ ຊີວິດພຽງມື້ດຽວ ຂອງທ່ານຜູ້ມີປັນຍາ ມີຊານ ຍັງປະເສີດກວ່າ (ຊີວິດຮ້ອຍປິ) ຂອງຄົນຜູ້ນັ້ນ.         

ທັມມະບົດ ໑໑໑

ຫາກສັງຄົມເຫັນຄຸນຄ່າຂອງວຸດທິທັງສີ່ປະການນີ້ ຄື  ຜູ້ທີ່ມີໄວຍະວຸດສູງ ຖ້າຢາກໃຫ້ມີຄຸນນະທັມສູງສົ່ງຄຽງຄູ່ກັບໄວຍະວຸດ ຄວນຈະປະກອບ ດວ້ຍການ ພິຈາຣະນາເຫດຜົນ ເຫັນຄຸນຄ່າໃນຄວາມສາມາດຂອງຜູ້ທີ່ມີອາຍຸນ້ອຍກວ່າ ເປີດໂອກາດໃຫ້ຜູ້ນ້ອຍ ໄດ້ສະແດງບົດບາດຕາມຄວາມເໝາະສົມ ຖ້າຕ່າງຝ່າຍ ເຫັນຄຸນຄ່າເຊິ່ງກັນແລະກັນໃນສັງຄົມ ຄື ຜູ້ນ້ອຍເຄົາຣົບຜູ້ໃຫຍ່ໂດຍໄວຍະວຸດ ຜູ້ໃຫຍ່ເຫັນຄຸນຄ່າຜູ້ນ້ອຍໃນດາ້ນຄຸນນະວຸດ ແລະປັນຍາວຸດ ກໍ່ຈະເຮັດໃຫ້ສັງຄົມ ຢູ່ເຢັນເປັນສຸຂ ແລະມີຄວາມກ້າວໜ້າໄວ.


Delicious Digg Fark Twitter