ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 30, 2010 | ມີ 4 ຄຳເຫັນ ແລະ 0 trackback(s)


  • ພື້ນຖານ ທິດສະດີການຜະລິດ

    • ປັດໃຈການຜະລິດ

    • ເສັ້ນໂຄ້ງການຜະລິດລວມ, ເສັ້ນໂຄ້ງການຜະລິດສະເຫຼ່ຍ ເສັ້ນໂຄ້ງຂອບເຂດການຜະລິດ

    • ຂອບເຂດຜະລິດທະພາບ

  • ຂອບເຂດຄວາມອາດສາມາດຜະລິດ

    • ສາມາດຜະລິດຫຍັງໄດ້ແດ່ ຈາກ ປັດໃຈການຜະລິດທີ່ມີຢູ່

  • ຕຳລາການຜະລິດ

    • ປັດໃຈການຜະລິດ

    • ລຳດັບຂັ້ນ ໃນ ການຜະລິດ

    • ການເຄື່ອນຍ້າຍ ໃນ ຕຳລາການຜະລິດ

  • ທິດສະດີຕົ້ນທຶນ

    • ບັນດາ ຕົ້ນທຶນຕ່າງໆ

      • ຕົ້ນທຶນໂອກາດ

      • ຕົ້ນທຶນການຂົນສົ່ງ

      • ຂອບເຂດຕົ້ນທຶນ


  • ເສດຖະການສຸມ

  • ເສດຖະຂະໜາດ

  • ເສດຖະຂອບເຂດ

  • ການຈັດແບ່ງປັດໃຈການຜະລິດທີ່ໃຫ້ຜະລິດຕະພາບສູງສຸດ

    • ຄວາມຍືດຍຸ່ນຂອງຜົນຜະລິດຕໍ່ຕົ້ນທຶນປັດໃຈ

    • ຂອບເຂດລາຍໄດ້ການຜະລິດ

    • ຂອບເຂດຕົ້ນທຶນຊັບພະຍາກອນ

  • ການກຳນົດລາຄາ

  • ການໂອນລາຄາ

    • ການຊື້ຂາຍພາຍໃນ ວິສາຫະກິດ ໃດໜຶ່ງ

  • ການກຳນົດລາຄາຮ່ວມ

    • ການກຳນົດລາຄາ ໃນ ກໍລະນີທີ່ສອງຜະລິດຕະພັນ ມີ ການພົວພັນກັນ

  • ການຈຳແນກລາຄາ

    • ການກຳນົດລາຄາທີ່ແຕກຕ່າງກັນ ຕໍ່ ຜູ້ຊື້ທີ່ແຕກຕ່າງກັນ


ຂຽນເມື່ອ ຂຽນເມື່ອ: ພ.ຈ.. 13, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

  ມີຫຼາຍຄົນທີ່​ເວົ້າ​ວ່າ​ຖ້າຍາກມີຊີວິດ​ທີ່​ດີໃນອະນາຄົດ,ຍາກມີໜ້າທີ່​ການງານ​ທີ່​ດີ​ຕ້ອງ​ຮຽນ​ໃຫ້​ສູງໆນັ້ນເປັນ​ສິ່ງ​ຖືກຕ້ອງ​ແຕ່ສຸດແຕ່...​ສຳລັບຄົນທີ່​ບໍ່​ໄດ້ຮຽນ​ເດ​? ຜູ້​ທີ່ຮຽນບໍ່ຈົບ​ຮອດ​ວິທະຍາໄລເດຈະມີໂອກາດໄດ້​ມີ​ຊີວິດ​ທີ່​ດີ​ມີໜ້າທີ່​ການງານ​ແລະໜ້າຕາ​ໃນ​ສັງຄົ​ມບໍ?ຄຳ​ຕອບ​ອາດ​ຈະ​ ບໍ່ຖືກຕ້ອງ​ສະເໝີໄປສະນັ້ນເຮົາ​ລອງ​ມາເບິ່ງຜູ້ ​ທີ່​ເປັນ​ມະຫາ​ເສດ​ຖີ​ໃນ​ປະຈຸ​ບັນ​ນີ້​ວ່າ​ເຂົາ​ມີ​ລະດັບ​ການ​ສຶກສາລະ​ດັບ​ ໃດ​ເປັນ​ຫຍັງ​ເຂົາ​ເຈົ້າ​ຈິ່ງ​ສາມາດ​ກາຍ​ມາ​ເປັນ​ມະຫາ​ເສ​ດຖີອັນ​ດັບ​ໂລກ​ ໄດ້​​ເຊິ່ງມີ​ບາງ​ຄົນຮຽນບໍ່ຈົບ​ວິທະຍາ​ໄລ​ແລະ​ບາງ​ຄົນ​ບໍ່​ເຄີຍ​ເຂົ້າຮຽນ​ໃນ ​ວິທະຍາ​ໄລ​ດ້ວຍ​ຊ້ຳ,ສະ ນັ້ນ ຂ້າພະເຈົ້າຈິ່ງຂຽນບົດຄວາມ​ນີ້​ຂຶ້ນມາເພື່ອ​ເປັນແຮງບັນດານໃຈໃຫ້​ກັບຜູ້​ທີ່​ນ້ອຍ​ໃຈໃນລະດັບການສຶກສາ​ຂອງ​ຕົນເອງ​:

- Paul Allen ພອລ ​ແອ​ລ​ເລນ ຜູ້​ກໍ່ຕັ້ງ​ແລະປັນຜູ້​ບໍລິຫານຝ່າຍເຕັກນິກ ຂອງ​ບໍລິສັດໄມໂຄຊັອບ,ລະດັບການສຶກສາ: ຮຽນບໍ່ຈົບມະຫາວິທະຍາໄລ ລາ​ອອກ​ຫຼັງຈາກ​ຮຽນ​ໄດ້​ພຽງ ສອງ​ປີໂດຍຕໍ່ມາໄດ້​ຮ່ວມ​ກັບບິ​ວ​ເກດ​ Bill Gates ໃນການກໍ່ຕັ້ງ ບໍລິສັດໄມໂຄຊັອບ,

- Richard Branson ຣິກຊາດແບຣນສັນເປັນປະທານບໍລິຫານບໍລິສັດ Virgin Group ​ເຊິ່ງເຮັດທຸລະກິດກ່ຽວກັບ ການ​ລົງທຶນ,ສື່​ໂຄສະນາ​ວິທະຍຸໂທລະທັດແລະການ ທ່ອງ ທ່ຽວ ລະດັບການສຶກສາ ອຸດົມ Highs chool

- Maverick Carter ​ແມເວີຣິກ ຊາດເຕີເປັນປະທານບໍລິຫານ ບໍລິສັດ LRMR Innovative Marketing & Branding ​ເຊິ່ງເຮັດທຸລະກິດກ່ຽວກັບການຕະຫຼາດແລະການໂຄສະນາ ລະດັບການສຶກສາ ຮຽນບໍ່ຈົບມະຫາວິທະຍາໄລ, ລາ​ອອກ​ຫຼັງຈາກ​ຮຽນ​ໄດ້​ພຽງ ສາມປີເຄິ່ງ

- John Paul DeJoria ຈອນ ພອລ ​ເດີໂຈເຣຍເປັນປະທານບໍລິຫານບໍລິສັດ John Paul Mitchell Systems ​ເຊິ່ງເປັນທຸລະກິດກ່ຽວກັບຜະລິດຕະພັນເບິ່ງແຍງເສັ້ນຜົມ

ຄວາມສຳເລັດຂອງຄົນນັ້ນ ເພາະສະນັ້ນ ການຈົບການສຶກສາຈາກມະຫາວິທະຍາໄລ ອາດຈະບໍ່ແມ່ນຄຳຕອບ ແຕ່ຄວາມສຳເລັດນັ້ນມາຈາກການສຶກສາສະເໝີ ເພາະຄວາມຮູ້ມີຢູ່ທົ່ວໄປ ບໍ່ສະເພາະໃນຫ້ອງຮຽນ 4 ຫລ່ຽມເທົ່ານັ້ນ ຖ້າເຮົາເປັນຄົນມັກໃຝ່ຮູ້ ໃຝ່ຮຽນ ຄົ້ນຄ້ວາສຶກສາຢູ່ຕະຫລອດເວລາ ຄວາມສຳເລັດບໍ່ໄກ້ເກີນເອື້ອມ ເປັນກຳລັງໃຈໃຫ້ເດີ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 15, 2010 | ມີ 2 ຄຳເຫັນ ແລະ 0 trackback(s)

ໄປທັດສະນະສຶກສາ ຢູ່ໂຮງຮຽນເລນູນະຄອນ ຈັງຫວັດນະຄອນພະນົມ ໂຮງຮຽນແຫ່ງນີ້ເປັນໂຮງມໍປາຍ ຕົ້ນ 1 ເຖິງ 6 ເປັນຮຮ ຂອງຮຽນຂອງລັດຖະບານ ມີມາດຕະຖານສູງ

ນັກຮຽນຢູ່ນີ້ ເວົ້າພາສາອັງກິດໄດ້ 80 % ຄູບາແລະໄປທັດສະນະສຶກສາກັບໝູ່ຕອນຮຽນປີ4 ນັກຮຽນທີ່ມາຕ້ອນຮັບເວົ້າພາສາອັງກິດໝົດເລີຍ ພວກອ້າຍນ້ອງເຮົາໄປນຳກັນ ກະພາກັນ

ເມື່ອຍມືພໍສົມຄວນ ເພາະວ່າບໍ່ມີຄົນໃດເວົ້າໄທ ເວົ້າລາວຈັກຄົນ ນັບແຕ່ອາຈານສອນເລີຍ ເພາະເຂົາຮູ້ວ່າພະນັກສຶກສາທີ່ໄປມີແຕ່ເອກອັງກິດ ທັ້ງນັ້ນມີແຕ່ຜູ້ຂ້ານີ້ແຫລະ ເອກການເມືອງ ຄົນດຽວ

ຊະລໍໄປນຳເຂົາຊື່ໆ ເຂົາອີຕົນ ກະເລີຍໃຫ້ຕິດລົດໄປນຳ ເຮີໆ ໂຮງຮຽນເຂົາທັນສະໄຫມສຸດຍອດເລີຍ ຜູ້ຂ້າກະຢາກຮູ້ວ່າການຮຽນການສອນເຂົາເປັນແບບໃດ ກະເລີຍໄປຖາມອາຈານຄົນໜຶ່ງ ກ່ອນຈະຖາມຜູ້ຂ້າຕ້ອງຕັ້ງສະຕິກ່ອນ ເພາະວ່າ

ຕ້ອງໃຊ້ພາສາມະນຸດຕ່າງດາວ ວ່າຊັ້ນເດ ກວ່າຈະໄດ້ຄຳໜຶ່ງສົງສານຕົວເອງ ມືເມື່ອຍຢ່າງແຮງເລີຍ ເວນກຳຈີງໆ ເຮີໆໆ ແຕ່ຍອມຮັບ ນັກຮຽນເຂົາເກັ່ງອີຫລີ ແລະໂຮງຮຽນ ກະທັນສະໄຫມເລີຍ ຮຽນໃນຫ້ອງແອ ມີອິນເຕີເນັດໃຊ້ ຄູສອນຈົບລະດັບ ປະລິນຍາຕີຂື້ນ ແຂ່ງຂັນທົດສອບພາສາອັງກິດ ຮຮ ນີ້ໄດ້ ທີ1 ເກືອບທຸກປີເລີຍ.
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 4, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

ແຂວງ ​ຈຳປາ​ສັກ ມີເນື້ອທີ່ 15.415 ກມ2 ປະຊາກອນ 622.400 ຄົນ.ທີ່ວ່າການແຂວງ ເມືອງປາກ ເຊ. ແຂວງຈຳປາສັກ ມີ 10 ເມືອງ: ມ. ບາຈຽງ ຈະ ເລີນສຸກ, ມ. ປາກເຊ, ມ. ປາກຊ່ອງ, ມ. ໂພນທອງ, ມ. ສະນະ ສົມ ບູນ, ມ. ສຸຂຸມາ, ມ. ປະທຸມພອນ, ມ. ມູນລະປະໂມກ, ມ. ໂຂງ ແລະ ມ. ຈຳປາສັກ.
ແມ່ນ້ຳສາຍສຳຄັນ ເຊໂດນ, ນ້ຳຂອງ.

ຈຳປາສັກ ແມ່ນໜຶ່ງໃນສອງແຂວງ ຂອງສປປ ລາວ ທີ່ຢູ່ທາງຝັ່ງຂວາແມ່ນ້ຳຂອງ, ມີປະຊາ ກອນຫລາຍ ເປັນອັນດັບສາມ ຂອງ ປະເທດ. ແຂວງຈຳປາສັກ ເປັນດິນແດນ ແຫ່ງປະ ຫວັດສາດ ຂອງ ຊົນຊາດຂອມ ຫລື ຂະ ເໝນບູຮານ ໃນ ລະຫວ່າງສະຕະວັດທີ່ 4-9. ເມື່ອ ຂອມເສື່ອມ ອຳນາດ ໃນສະຕະວັດທີ່ 10-12, ຊົນຊາດລາວ ທີ່ ເຄື່ອນຍ້າຍມາຈາກ ພາກໃຕ້ ຂອງ ຈີນ ໄດ້ເຕົ້າໂຮມກັນ ແລະ ຢູ່ຮ່ວມກັບຊາວຂອມ. ພາຍຫລັງເຈົ້າຟ້າງຸ່ມ ໄດ້ເຕົ້າ ໂຮມດິນແດນເປັນ ອັນ ໜຶ່ງອັນດຽວກັນ ອານາຈັກຈາມປາ ຫລື ຈຳປາສັກ ຂອງ ອານາຈັກ ລ້ານຊ້າງ ຈົນເຖິງ ສະ ຕະວັດທີ່ 18.

ພື້ນທີ່ເບື້ອງທິດຕາເວັນຕົກ ຂອງ ແຂວງຈຳປາສັກ ເປັນທົ່ງພຽງ ລ່ອງລຽບຕາມລຳແມ່ນ້ຳ ຂອງ. ທົ່ງນາ ອັນກວ້າງຂວາງ ແຫ່ງນີ້ຈິ່ງເຮັດໃຫ້ຈຳປາສັກ ກາຍເປັນອູ່ເຂົ້າອູ່ປາ, ເປັນດິນ ແດນ ທີ່ ອຸ ດົມສົມບູນກວ່າໝູ່ໃນສປປ ລາວ. ພູພຽງບໍລະ ເວນ ຊຶ່ງສູງກວ່າລະດັບນ້ຳທະເລ 1.000 ກວ່າແມັດ ເປັນດິນເຖົ່າພູເຂົາໄຟເກົ່າ, ເຮັດໃຫ້ ສາ ມາດປູກໝາກໄມ້ ແລະ ຜັກໄດ້ ດີເຊັ່ນ: ກາເຟ, ໝາກສະເວີ່, ມັນຝຣັ່ງ, ກະລຳປີ, ກາລົດ, ຜັກບົ່ວໃຫຍ່...

ແຂວງຈຳປາສັກ ເປັນແຂວງທີ່ມີເກາະດອນຫລາຍກວ່າໝູ່ ຈົນໄດ້ຊື່ວ່າ ສີ່ພັນດອນ ຫລື ສີພັນດອນ. ເຂດຊາຍ ແດນໃຕ້ ສຸດ ແມ່ນແກ້ງໃຫຍ່ລີ່ຜີ ອັນເປັນແກ້ງທີ່ງົດງາມ ແລະໃຫຍ່ ເປັນອັນດັບ ໜຶ່ງ ຂອງ ອາຊີຕາເວັນອອກສ່ຽງໃຕ້. ນອກຈາກ ນັ້ນ ຈຳປາສັກ ຍັງມີຜາສາດຫີນ ທີ່ເອີ້ນຕິດປາກກັນວ່າ ວັດພູຈຳປາສັກ, ຊຶ່ງໃຊ້ກ້ອນຫີນທີ່ ຄັວດ ເປັນ ລິງລາຍ ຕາມ ເລື່ອງ ຂອງ ສາສະໜາພາມ ເຊັ່ນ: ພະສີວະ, ພະນາຣາຍ, ພະວິດສະນຸ, ນາງຟ້າ ຫລື ນາງ ອັບປະ ສອນ... ຜາສາດ ຫີນສ້າງ ຂຶ້ນໃນລະຫວ່າງພ.ສ 1200 ຫລື ຄ.ສ 700. ປີ 2003. ຜາສາດຫີນວັດພູຈຳປາສັກ ຖືກ ປະກາດ ເປັນ ມໍລະ ດົກ ໂລກ ໂດຍອົງການສະຫະ ປະຊາ ຊາດ ເພື່ອວັດທະນະທຳ ແລະ ການສຶກສາ (ອຸຍແມັສໂກ). ບຸນວັດພູ ຖືກຈັດຂຶ້ນ ໃນ ເດືອນສາມເພັງ ຂອງ ທຸກໆ ປີ.

ແຂວງ​ຈຳ​ປາ​ສັກ​ອຸ​ດົມ​ສົມ​ບູນ​ໄປ​ດ້ວຍ​ແຫລ່ງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ໃນ​ນັ້ນ​ເນື້ອ​ທີ່​ກະ​ສິ​ກຳ​ກວມ 37%, ເນື້ອ​ທີ່​ປ່າ​ 895.500 ​ເຮັກ​ຕາ ກວມ​ເອົາ 58,09%, ​ປ່າ​ສະ​ຫງວນ​ແຫ່ງ​ຊາດ 3 ແຫ່ງ​ມີ​ເນື້ອ​ທີ່​ເຖິງ 425.600 ເຮັກ ​ຕາ, ກວມ 47,53% ນອກ​ຈາກ​ນັ້ນ​ຍັງ​ມີ​ເຂດ​ປ່າ​ສະ​ຫງວນ​ຂອງ​ແຂວງ​ອີກ 7 ແຫ່ງ.

ແຂວງ​ຈຳ​ປາ​ສັກ​ ອຸດົມດ້ວຍແຮ່​ທາດ​ຫລາຍ​ຊະ​ນິດ​ເຊັ່ນ:​ ບໍ່​ເກືອ​,​ ບໍ່​ດິນ​ຫນຽວ​, ບໍ່​ທອງ​ເຫລືອງ,​ ບໍ່​ບົກ​ຊິດ​, ບໍ່​ບາ ​ຣິດ​, ບໍ່​ຊືນ​, ບໍ່​ແກ້ວ​ອາ​ເມ​ຕິດ​, ບໍ່​ຖ່ານ​ຕົມ​.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 28, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ຊາວນະຄອນຫລວງຫລາຍທ່ານຄົງເຄີຍປະສົບກັບບັນຫານ້ຳປະປະບໍພຽງພໍ, ມາຕອງເຊົ້າ ຂາດ ຕອນແລງ ຫລື ບໍ່ມາເລີຍ ແຖມເວລາຂໍອະນຸຍາດ ຕິດຕັ້ງ ກໍ່ໃຊ້ເວລາເປັນອາທິດ ສອງອາທິດ. ສາເຫດນ້ຳບໍ່ພໍ ບໍແມ່ນຍ້ອນ ແປງທາງຢ່າງແນ່ນອນ ,ແຕ່ທັດສະນະຂອງຂ້າພະເຈົ້າແລ້ວແມ່ນຍ້ອນຂາດການບໍລິຫານຈັດການທີດີ, ອົງກອນຂາດວິໄສທັດ ແລະ ກົນລະຍຸດ(ບໍໄດ້ເວົ້າໃຫ້ຜູ້ບໍລິຫານເດີ) biggrinbiggrinbiggrin. ແຖມມີໂຄສະນາທາງ ໂທລະພາບ, ວິທະຍຸ ໃຫ້ປະຊາຊົນປະຫຍັດນ້ຳ ບາດຜົນສະຫລູບວຽກງານທ້າຍປີ ຜົນກຳໄລບໍມີ, ມີແຕ່ຜົນລາຍງານດອກໄມ້(ເຮັດດີມາຫມົດແລ້ວແຕ່ບໍ່ມີກຳໄລ) ຂໍຂຶ້ນລາຄານ້ຳ.
ມັນຊິມີກຳໄລໄດ້ແນວໃດ, ຂາຍນ້ຳ ພັດຂໍໃຫ້ຄົນໃຊ້ນ້ຳຫນ້ອຍລົງ, ບໍ່ມີນ້ຳສະຫນອງໃຫ້ພຽງພໍ
ມາພິຈາລະນາຂໍ້ເທັດຈິງໃນການໂຄນະເບິ່ງ:
ປະຫຍັດນ້ຳຊ່ວຍຊາດ ພັດທະນາ,ຮັກສາສິ່ງແວດລ້ອມ, ຊ່ວຍປະຫຍັດເສດຖະກິດຄອບຄົວ(ອັນນີ້ຮັບໄດ້) ຄວາມຈິງກໍ່ຄື: ຈົ່ງປະຫຍັດນ້ຳ ເທາະ ເພາະພວກເຮົາບໍສາມາດສະຫນອງນ້ຳໃຫ້ພຽງພໍ, ເຄືອງຈັກດູູດນ້ຳ ເພບໍມີງົບແປງ, ບໍ່ມີໂຄງການຊ່ວຍເຫືອຈາກຕ່າງປະເທດເທືອ ດັ່ງນັ້ນເຮົາຕອ້ງປະຫຍັດນ້ຳ.

ເປັນຕາເຈັບໃຈແທ້ໆ ຍ້ອນຫຍັງ? ທ່ານ(ຜູ້ບໍລິຫານ)ລອງເບີ່ງແຜ່ນທີ່ ນະຄອນຫລວງວຽງຈັນເບີ່ງດູ, ແມ່ນ້ຳຂອງ, ນ້ຳງື່ມ, ອ່າງນ້ຳຊວງ ແລະອື່ນໆ ໄຫລຖຶ້ມລ້າໆ ແລ້ວເປັນຫຍັງ ຊາວນະຄອນຫລວງວຽງຈັນຕ້ອງບໍມີນ້ຳໃຊ້ພຽງພໍ.
ອົດສາວ່າດີໃຈ ບໍໄດ້ເກີດມາຢູ່ ທະວີບອາຟຣິກາ ແຕ່ດັນມີບັນຫາເລື່ອງໃຊ້ນ້ຳ.

ທ່ານອຳນວຍການລັດວິສາຫະກິດ ນ້ຳປະປາ ນີ້ຄືບົດຝຶກຫັດບົດທີ່ນຶ່ງ ສຳຫລັບທ່ານເດີ ຢ່າຂີ່ແຕ່ວີໂກ ເລະຫລາຍ .
ຂ້າພະເຈົ້າຫວັງວ່າ ພາຍໃນຫ້າປີນີ້ ຈະເຫັນໂຄສະນາວ່າ " ລັດວິສາຫະກິດນ້ຳປະປະ ແຈກວີໂກ ເປັນການຂອບໃຈຊາວນະຄອນຫລວງວຽງຈັນ"  ແທນໂຄສະນາເກົ່າ ໃຫ້ປະຫຍັດນ້ຳ.

ຖ້າມີຄຳເວົ້າໃດບໍ່ສຸພາບຕ້ອງບໍອະໄພເດີ;

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 25, 2010 | ມີ 17 ຄຳເຫັນ ແລະ 0 trackback(s)

- ຕາມການຄົ້ນຄວ້າພາສາສາດ (ໂດຍສະເພາະພາສາສາດລາວ) ມາຫຼາຍປີ ແລະໄດ້ສຶກສາທັດສະນະຄວາມເຫັນຂອງສັງຄົມ ມວນຊົນ ຄົນທົ່ວໄປແລ້ວ ໄດ້ພົບວ່າ "ມີຄົນເຂົ້າໃຈວ່າ ພາສາລາວຕາຍແລ້ວ ແລະມີການກ່າວຫາຈາກຝ່າຍຕ່າງໆວ່າ ມີຄົນທຳລາຍພາສາລາວ," ທີ່ຈິງພາສາລາວມີການພັດນາໄປຕາມລຳດັບ ຕາມຍຸກສະໄໝ ເພື່ອເປັນເຄື່ອງມືໃນການຢັ້ງຮູ້ວ່າ ຄົນທຳລາຍພາສາລາວເປັນຈັ່ງໃດ ຈຶ່ງສະຫຼຸບຫຼັກເກນ ເພື່ອສຶກສາມີການທຳລາຍພາສາຈິງບໍ ? ແລະໃຜເປັນຜູ້ທຳລາຍພາສາກັນແທ້, ເມື່ອເຮົາຢາກຮູ້ເຊັ່ນນັ້ນ ຕ້ອງພິຈາຣະນາຕາມຫຼັກເກນນີ້.

- ການຄົ້ນຄວ້າຂອງ ຜຂ ເອງເຫັນວ່າ "ຄົນທີ່ທຳລາຍພາສາລາວ ແມ່ນຄົນທີ່ບໍ່ຮູ້ພາສາລາວນັ້ນເອງ".
ຄົນທີ່ບໍ່ຮູ້ພາສາລາວນັ້ນ ບໍ່ຮູ້ແບບໃດ, ລັກສະນະຂອງການບໍ່ຮູ້ຄຸນລັກສະນະເປັນແບບໃດ ? ຈື່ງໄດ້ພົບກົດເກນ ຈັ່ງຊີ້ ຄື
ກ. ບໍ່ຮູ້ປະຫວັດຄວາມເປັນມາຂອງພາສາລາວ.
ຂ. ບໍ່ຮູ້ເຄົ້າຂອງພາສາລາວ.
ຄ. ບໍ່ຮູ້ຍຸກການປ່ຽນແປງຂອງພາສາລາວ.
ງ. ບໍ່ຮູ້ໃຊ້ພາສາລາວ.
ຈ. ບໍ່ຮູ້ອັດຖະ ແລະພະຍັນຊະນະຂອງພາສາລາວ.
ຊ. ບໍ່ຮູ້ຄວາມໝາຍຂອງພາສາລາວ.
ຍ. ບໍ່ຮູ້ສຽງຂອງພາສາລາວ.
ດ. ບໍ່ຮູ້ຣົດຊາດຂອງພາສາລາວ.

- ລວມຄວາມແລ້ວ ຄືຜູ້ບໍ່ຮູ້ຊື່ງ ເຊິ່ງຄວາມໝາຍຂອງພາສາລາວ ແລະໃຊ້ພາສາລາວບໍ່ເປັນປະໂຫຍດນັ້ນເອງ.
ທັງໝົດນີ້ລ້ວນແຕ່ເກີດຈາກການສະຫຼຸບ ຖອດຖອນບົດຮຽນ ການສືກສາຄົ້ນຄວ້າ ດ້ານອັກສອນສາ, ໄວຍາກອນ ແລະການພັດທະນາຂອງອັກສອນສາດລາວ ເປັນເວລາ ໑໐ ປີ,

ໝາຍເຫດ: ຫຼັກເກນທັງ ໙ ຂໍ້ນີ້ ຄືເຄື່ອງມືຊັ່ງຊາ (ເພື່ອຢາກຮູ້ວ່າພາສາຖືກທຳລາຍ ຫຼືບໍ່ທຳລາຍຢ່າງໃດ, ຫາກເຮົາມີຫຼັກເກນແລ້ວ ເຮົາຈະຮູ້ໂລດວ່າພາສາລາວເຮົາພັດທະນາໂດຍໃຜ ແລະທຳລາຍໂດຍໃຜກັນແທ້.

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 6, 2010 | ມີ 3 ຄຳເຫັນ ແລະ 0 trackback(s)


ການແຂງຄ່າຂອງເງິນກີບຈະມີຜົນດີຕໍ່ປະເທດເຮົາ

     ນັບແຕ່ຕົ້ນປີ 2010 ເປັນ ຕົ້ນມາເງິນກີບໄດ້ມີການແຂງຄ່າ ຂຶ້ນຢ່າງຕໍ່ເນື່ອງເມື່ອທຽບກັບເງິນ ໂດລາສະຫະລັດ ເຊິ່ງສາເຫດຕົ້ນ ຕໍທີ່ເຮັດໃຫ້ເງິນກີບແຂງຄ່ານັ້ນ ແມ່ນມາຈາກປັດໄຈການລົງທຶນ ຂອງຕ່າງປະເທດໃນລາວຂອງ ພວກເຮົາທີ່ນັບມື້ເພີ່ມຂຶ້ນບວກກັບ ບັນຫາການອ່ອນຄ່າຂອງເງິນໂດ ລາເຮັດໃຫ້ຫລາຍຄົນມີຄວາມເປັນ ຫວ່ງວ່າຈະສົ່ງຜົນກະທົບຕໍ່ພາກທຸ  ລະກິດສົ່ງອອກ.

     ເຖິງຢ່າງໃດກໍ່ດີທາງສະຖາ    ບັນຄົ້ນຄວ້າເສດຖະກິດແຫ່ງຊາດ, ກະຊວງແຜນການ ແລະ ການລົງ ທຶນກໍ່ໄດ້ໃຫ້ທັດສະນະວ່າ: ການ ແຂງຄ່າຂອງເງິນກີບບໍ່ແມ່ນຈະມີ ແຕ່ຜົນກະທົບພຽງຢ່າງດຽວໃນ ພາກຄວາມເປັນຈິງແມ່ນຍັງມີຜົນ ດີຢູ່. ສຳລັບປະເທດນຳເຂົ້າຄືປະ ເທດລາວຂອງພວກເຮົາເພາະໃນ  ເວລາເງິນໂດລາອ່ອນຄ່າລົງຈະ ເຮັດໃຫ້ການຊື້ສິນຄ້າທີ່ຄິດໄດ້ລາ ຄາທີ່ຖືກລົງຖືວ່າດີຕໍ່ລາວເພາະ ການນຳເຂົ້າຂອງລາວມີຫຼາຍກ່ວາ ການສົ່ງອອກ. ໃນທາງກົງກັນຂ້າມ ການທີ່ເງິນກີບແຂງຄ່າຈະກະທົບ ໂດຍກົງຕໍ່ຜູ້ສົ່ງອອກເພາະຕ້ອງ ໃຊ້ເງິນກີບເພື່ອເບີກຈ່າຍເງິນເດືອນ ຂອງພະນັກງານແລະບໍລິຫານ ພາຍໃນ.

     ເຖິງວ່າເງິນກີບຈະແຂງຄ່າເມື່ອ ທຽບໃສ່ເງິນໂດລາແຕ່ຖ້າທຽບກັບ ເງິນບາດໄທເຊິ່ງເປັນປະເທດຄູ່ຄ້າ ລາຍໃຫຍ່ຂອງລາວເຫັນວ່າເງິນ ກີບຍັງອ່ອນຄ່າຢູ່. ສະນັ້ນການ ອ່ອນຄ່າເງິນກີບທຽບກັບເງິນບາດ  ດ້ານດີເງິນກີບສາມາດແຂ່ງຂັນໄດ້ ດີຂຶ້ນເພາະການສົ່ງອອກມີລາຍ ຮັບເປັນເງິນບາດມາແຕກເປັນເງິນ ກີບຈະໄດ້ຫລາຍກ່ວາເກົ່າດີສຳລັບ ຜູູ້ສົ່ງອອກເອີ້ນວ່າເຮົາຍັງມີຈຸດໄດ້ ປຽບຢູ່ທີ່ເງິນກີບສາມາດແຂ່ງຂັນ ກັບເງິນບາດຂອງໄທໄດ້. ແນວໃດ ກໍ່ດີໂດຍລວມແລ້ວການແຂງຄ່າ  ຫລືອ່ອນຄ່າຂອງຄ່າເງິນຈະຢູ່ໃນ  ເກນທີ່ທະນາຄານກາງໄດ້ກຳນົດ ໄວ້ຄືບໍ່ຫລຸດຫລືເກີນ 5% ເວົ້າໄດ້ ວ່າການແຂງຄ່າຂອງເງິນກີບຍັງຢູ່ ໃນຈັງຫວະທີ່ສາມາດຄວບຄຸມໄດ້ ບໍ່ກະທົບຮ້າຍແຮງຕໍ່ລາຄາສິນຄ້າ ໃນທ້ອງຕະຫລາດຫລວງຫລາຍຄື ໄລຍະປີ 1997-1998 ທີ່ມີການ ປ່ຽນແປງຫລາຍ.

     ທັງດ້ານທະນາຄານພັດທະນາ ອາຊີກໍ່ໄດ້ມອງວ່າບັນຫາທີ່ທ້າ ທາຍໃນໄລຍະອັນໃກ້ຂອງເສດຖະ ກິດ ສປປ ລາວ ລວມການຮັກສາ ຄ່າເງິນເຟີ້ໃຫ້ຢູ່ຕໍ່າ, ຮັກສາສະຖຽນ ລະພາບຂອງອັດຕາແລກປ່ຽນ ແລະ ການສະສົມເງິນຕາຕ່າງປະ ເທດໃຫ້ພຽງພໍ. ສ່ວນໄລຍະກາງ. ສປປ ລາວ ຈຳເປັນຕ້ອງໄດ້ຂະ ຫຍາຍຖານເສດຖະກິດຂອງຕົນ ແລະ ເພີ່ມການສ້າງວຽກເຮັດງານ ທຳ ເພື່ີອຕອບ ສະຫນອງຄວາມ ຕ້ອງການແຮງງານເພີ່ມຂຶ້ນອາດ ຈະເພີ່ມຄວາມພະຍາຍາມເຂົ້າໃນ ການປັບປຸງສະພາບແວດລ້ອມທີ່ ເອື້ອອຳນວຍໃຫ້ແກ່ການດຳເນີນ ທຸລະກິດຂອງພາກເອກະຊົນ. ຢ່າງ ໃດກໍ່ຕາມທະນາຄານພັດທະນາ ອາຊີ ແລະ ທະນາຄານໂລກກໍ່ມີ ຄວາມເຊື່ອຫມັ້ນວ່າເສດຖະກິດ ຂອງລາວຈະຂະຫຍາຍຕົວຂຶ້ນຢ່າງຫນັກແຫນ້ນໃນປີນີ້.

    ສຳລັບທະນາຄານກາງແຫ່ງ ສປປ ລາວ ກໍ່ໄດ້ກ່າວຢືນຢັນເມື່ອ ບໍ່ດົນມານີ້ວ່າ: ເງິນກີບຈະບໍ່ແຂງ ຄ່າເຖິງ 8.000 ກີບຕໍ່ໂດລາສະຫະ ລັດຕາມຫລາຍຝ່າຍກັງວົນແນ່ ນອນ, ຂະນະທີ່ອັດຕາເງິນເຟີ້ປີນີ້ ກໍ່ຈະບໍ່ເຖິງ 5% ສຳລັບອັດຕາ ແລກປ່ຽນຂອງທະນາຄານການຄ້າ ຕ່າງປະເທດລາວ ໃນວັນທີ 24 ພຶດສະພາ 2010 ຜ່ານມາຢູ່ໃນ  ລະ ດັບ 8.274 ກີບຕໍ່ໂດລາ ເຊິ່ງ ອ່ອນຄ່າລົງເລັກຫນ້ອຍ, ຂະນະ ທີ່ເວບໄຊຂອງທະນາຄານແຫ່ງ ສປປ ລາວ ໃຫ້ຮູ້ວ່າອັດຕາເງິນ ເຟີ້ໄດ້ຫລຸດລົງຈາກລະດັບ 4,89% ໃນເດືອນມີນາມາຢູ່ໃນລະດັບ 4,84% ໃນເດືອນເມສາ.

 

 

 


 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 6, 2010 | ມີ 2 ຄຳເຫັນ ແລະ 0 trackback(s)


ກົດຫມາຍ

ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ

 

ຫມວດທີ I  ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ

            ກົດຫມາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວກຳນົດທີ່ຕັ້ງ, ພາລະບົດບາດ, ສິດຫນ້າທີ່, ຄວາມຮັບຜິດຊອບ, ພັນທະ, ການພົວພັນຮ່ວມມີສາກົນ, ມາດຕະຖານ, ຂັ້ນ, ຊັ້ນ ແລະ ຕຳແຫນ່ງຂອງນາຍທະຫານ, ກຳນົດການຄຸ້ມຄອງຂອງລັດ, ນະໂຍບາຍ, ຂໍ້ຫ້າມ, ການ  ຍ້ອງຍໍ ແລະ ການປະຕິບັດວິໄນ ຕໍ່ນາຍທະຫານໃນກອງທັບປະຊາຊົນລາວ, ເຮັດໃຫ້ຫນາຍທະ ຫານມີຄວາມຫນັກແຫນ້ນທາງດ້ານການເມືອງ, ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ, ລະບຽບ  ວິໄນເຂັ້ມງວດ, ມີແບບແຜນທັນສະໄໝ ແລະ ເຮັດສຳເລັດຫນ້າທີ່ອັນມີກຽດສະຫງ່າຂອງຕົນ.

ມາດຕາ 2. ນາຍທະຫານກອງທັບປະຊາຊົນລາວ

            ນາຍທະຫານກອງທັບປະຊາຊົນລາວແມ່ນພະນັກງານຂອງພັກ ແລະ ລັດແຫ່ງສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ມີຊັ້ນ ແຕ່ລະຊັ້ນຮ້ອຍຕີ ເຖິງຊັ້ນພົນເອກ ເຊິ່ງມີເຄື່ອງ ຫມາຍຊັ້ນ, ທຽບຊັ້ນ, ເຄື່ອງຫມາຍເຫລົ່າຮົບ, ເຫລົ່າທັບ ແລະ ເຄື່ອງແບບສະເພາະ ໂດຍແມ່ນ ລັດຖະບານເປັນຜູ້ກຳນົດ.

ມາດຕາ 3. ທີ່ຕັ້ງ, ພາລະບົດບາດຂອງນາຍທະຫານ

            ນາຍທະຫານເປັນກຳລັງຫລັກແຫລ່ງຂອງກອງທັບປະຊາຊົນລາວ.

            ນາຍທະຫານມີພາລະບົດບາດຊີ້ນຳ, ນຳພາ, ບັນຊາ ແລະ ກໍ່ສ້າງກຳລັງ, ສຶກສາອົບຮົມ ເຝິກແອບຮ່ຳຮຽນ, ກຽມພ້ອມສູ້ຮົບ, ຄຸ້ມຄອງ, ລ້ຽງດູທັບ ແລະ ປະຕິບັດຫນ້າທີ່ອື່ນໆ ເພື່ອປົກ ປັກຮັກສາຄວາມເປັນເອກະລາດ, ອຳນາດອະທິປະໄຕ , ຜືນແຜນດິນອັນຄົບຖ້ວນ ແລະ ສ້າງສາ ພັດທະນາປະເທດຊາດ.

ມາດຕາ 4.  ສິດ ແລະ ຫນ້າທີ່ຂອງນານທະຫານ

            ສິດ ແລະ ຫນ້າທີ່ຂອງນາຍທະຫານມີດັ່ງນີ້:

            1. ກຽມພ້ອມສູ້ຮົບ ແລະ ສູ້ຮົບພິລະອາດຫານ ເພື່ອປົກປັກຮັກສາປະເທດ, ຮັບປະກັ  ັນສະພາບ ແລະ ຄວາມຫມັ້ນຄົງຂອງລະບອບປະຊາທິປະໄຕປະຊາຊົນ. ປົກປັກຮັກສາຊັບສົມ ບັດຂອງລັດ, ສິດຜົນປະໂຫຍດອັນຊອບທຳຂອງລວມຫມູ່ ແລະ ຂອງປະຊາຊົນ.

            2. ຕັ້ງຫນ້າປັບປຸງ ແລະ ກໍ່ສ້າງກຳລັງໃຫ້ຫນັກແຫນ້ນທາງດ້ານການເມືອງ, ແນວຄິດ, ເຂັ້ມທາງດ້ານການຈັດຕັ້ງ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ມີທາດປະຕິວັດ, ມີລະບຽບວິ ໄນເຂັ້ມງວດ ແລະ ມີແບບແຜນທັນສະໄຫມ, ມີລະດັບວິທະຍາສາດ, ເຕັກນິກ, ສີລະປະຢຸດຸດທະວິທີໃນການສູ້ຮົບ ແລະ ມີຄວາມສາມາດປະຕິບັດສຳເລັດຫນ້າທີ່.

            3. ປະຕິບັດແນວຄິດ, ນະໂຍບາຍຂອງພັກົດຫມາຍຂອງລັດ, ຂໍ້ກຳນົດ, ກົດລະບຽບ ຂອງກອງທັບ, ຮັກສາຄວາມລັບຂອງລັດ, ຂອງກອງທັບຢ່າງເດັດຂາດ, ປະຕິບັດຄຳສັ່ງຂອງຜູ້ນຳ ພາ, ບັນຊາ ແລະ ການຈັດຕັ້ງຂັ້ນເທິງຂອງຕົນຢ່າງເຂັ້ມງວດ.

            4. ກໍ່ສ້າງຮາກຖານການເມືອງ, ເຂົ້າຮ່ວມການພັດທະນາທາງດ້ານເສດຖະກິດ, ວັດທະ ນະທຳ, ສັງຄົມ ແລະ ຊ່ວຍເຫລືອປະຊາຊົນ.

            5. ຄຸ້ມຄອງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງນາຍ ແລະ ພົນທະຫານ ບົນພື້ນຖານຍົກສູງຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ອອກແຮງສ້າງພະລາທິການກັບທີ່ເພື່ອຮັບປະກັນການປະຕິບັດຫນ້າທີ່ຂອງຕົນ.

            6. ປະຕິບັດຫລັກການລວມສູນປະຊາທິປະໄຕ, ມີຄວາມສາມັກຄີເປັນເອກະພາບພາຍ ໃນກອງທັບ, ຕຳນິຕິຊົມ, ຊ່ວຍເຫລືອເຊິ່ງກັນ ແລະ ກັນຢູ່ພາຍໃນກົມກອງ ແລະ ລະຫວ່າງຂັ້ນ ລຸ່ມກັບຂັ້ນເທິງ ເພື່ອພ້ອມກັນກ້າວຫນ້າ.
ມາດຕາ 5. ຄວາມຮັບຜິດຊອບຂອງນາຍທະຫານ

          ນາຍທະຫານມີຄວາມຮັບຜິດຊອບ ຊີ້ນຳ, ນຳພາ, ບັນຊາ, ຄຸ້ມຄອງກົມກອງຂອງຕົນ, ປະຕິບັດແນວທາງ, ນະໂຍບາຍຂອງພັກ, ລະບຽບກົດຫມາຍຂອງລັດ, ມະຕິ, ຄຳສັ່ງຂັ້ນເທິງຢ່າງເຂັ້ມງວດ ແລະ ມີຄວາມຮັບຜິດຊອບຕໍ່ຄຳສັ່ງຂອງຕົນ.

ມາດຕາ 6. ພັນທະຂອງນາຍທະຫານ
           
ນາຍທະຫານມີພັນທະດັ່ງລຸ່ມນີ້:

<!--[if !supportLists]-->1.       <!--[endif]-->ກຽມພ້ອມສູ້ຮົບ, ສູ້ຮົບພິລະອາດຫານ, ຍອມເສຍສະລະຊີວິດ ເພື່ອຜົນປະໂຫຍດຂອງປະເທດຊາດ ແລະ ຂອງປະຊາຊົນບັນດາເຜົ່າ.

<!--[if !supportLists]-->2.       <!--[endif]-->ປົກປັກຮັກສາພັກປະຊາຊົນປະຕິວັດລາວ ແລະ ລັດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເຂົ້າຮ່ວມໃນການສ້າງສາພັດທະນາປະເທດຊາດ.

<!--[if !supportLists]-->3.       <!--[endif]-->ຝຶກຝົນ, ຫລໍ່ຫລອມຄຸນສົມບັດສິນທຳປະຕິວັດ, ເປັນແບບຢ່າງໃນທຸກວຽກງານ, ຝຶກແອບຮຳ່ຮຽນ, ຍົກສູງຄວາມຮູ້ຄວາມສາມາດທາງດ້ານການເມືອງ, ການທະຫານ, ເສດຖະກິດ, ວັດທະນະທຳ -ສັງຄົມ ແລະ ວິຊາສະເພາະອື່ນໆ ເພື່ອເຮັດສຳເລັດຫນ້າທີ່ທີ່ໄດ້ຮັບມອບຫມາຍ.

<!--[if !supportLists]-->4.       <!--[endif]-->ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ປະຕິບັດຄຳສັ່ງຂອງຜູ້ບັນຊາຢ່າງເຂັ້ມງວດ ແລະ ເດັດຂາດ.

<!--[if !supportLists]-->5.       <!--[endif]-->ເຄົາລົບນັບຖືຮີດຄອງປະເພນີ ອັນດີງາມຂອງປະຊາຊົນບັນດາເຜົ່າ ນອກຈານີ້ແລ້ວ ນາຍທະຫານກໍ່ຍັງມີພັນທະຄືກັນກັບພົນລະເມືອງລາວ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດຫມາຍແຫ່ງສປປລາວ.

ມາດຕາ 7. ການພົວພັນ ແລະ ຮ່ວມມືສາກົນຂອງນາຍທະຫານ.

            ນາຍທະຫານກອງທັບປະຊາຊົນລາວ ພົວພັນຮ່ວມມືກັບບັນດາກອງທັບປະເທດເພື່ອນມິດ ແລະ ປະເທດອື່ນໆຕາມລະບຽບການ ບົນພື້ນຖານຫລັກການຢູ່ຮ່ວມກັນໂດຍສັນຕິ, ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງກັນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ສະເຫມີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

ຫມວດທີ II  ປະເພດ, ແຫລ່ງທີ່ມາ, ມາດຕາຖານການນຳພາ, ບັນຊາ ແລະ ກໍ່ສ້າງນາຍທະຫານ

ມາດຕາ 8. ປະເພດນາຍທະຫານ

            ນາຍທະຫານກອງທັບປະຊາຊົນລາວ ປະກອບມີປະເພດດັ່ງນີ້:

            1. ນາຍທະຫານເສນາທິການເຮັດຫນ້າທີ່ບັນຊາ, ສູ້ຮົບ ແລະ ກໍ່ສ້າງກຳລັງທາງດ້ານ ການທະຫານ.

            2. ນາຍທະຫານການເມືອງ ເຮັດຫນ້າທີ່ວຽກງານການເມືອງ, ແນວຄິດ, ວຽກງານຈັດຕັ້ງ ພັກ, ພະນັກງານ, ວຽກງານນະໂຍບາຍ ແລະ ວຽກງານອົງການຈັດຕັ້ງມະຫາຊົນ.

            3. ນາຍທະຫານພະລາທິການ ເຮັດຫນ້າທີ່ຮັບປະກັນດ້ານພະລາທິການ ແລະ ການລ້ຽງ ດູທັບ.

            4. ນາຍທະຫານ ເຕັກນິກ, ວິຊາການ ແລະ ວິຊາສະເພາະອື່ນໆ ເຮັດຫນ້າທີ່ຂະແຫນງ ການ ແລະ ວິຊາສະເພາະໃດຫນຶ່ງ.

ມາດຕາ 9. ແຫລ່ງທີ່ມາຂອງນາຍທະຫານ

            ແຫລ່ງທີ່ມາຂອງນາຍທະຫານມີດັ່ງນີ້:

            1. ນາຍສິບທີ່ຮຽນຈົບຈາກບັນດາໂຮງຮຽນຊັ້ນກາງຂຶ້ນໄປຢູ່ໃນ ແລະ ນອກກອງທັບ, ທັງ ພາຍໃນ ແລະ ຕ່າງປະເທດ.

            2. ນາຍສິບ ຈາກກົມກອງຕ່າງເຊິ່ງເປັນຜູ້ສູ້ຮົບພິລະອາດຫານ, ຫ້າວຫັນ ແລະ ມີຜົນ ງານດີເດັ່ຮໃນການປະຕິບັດຫນ້າທີ່ວຽກງານຕ່າງໆ.

            3. ພະນັກງານ, ລັດຖະກອນ ແລະ ນັກສຶກສາກອງທັບທີ່ຮຽນຈົບຊັ້ນກາງຂຶ້ນໄປທັງພາຍ ແລະ ຕ່າງປະເທດ ທີ່ເຂົ້າເຮັດຫນ້າທີ່ຮັບໃຊ້ກອງທັບ, ເຊິ່ງຕ້ອງໄດ້ຮັບການບຳລຸງຫລືກໍ່ສ້າງວິຊາ ການທະຫານ.

ມາດຕາ 10. ມາດຕະຖານຂອງນາຍທະຫານ

            ມາດຕາຖານຂອງນາຍທະຫານມີດັ່ງນີ້:

1. ຕ້ອງແມ່ນຄົນລາວທີ່ເປັນສັນຊາດລາວ, ມີອາຍຸ 21 ປີຂຶ້ນໄປ, ມີຊີວະປະຫວ  ລະ ບໍ່ຖືກສານຕັດສິນລົງໂທດຕັດອິດສະຫລະພາບມາກ່ອນ.

            2. ມີທັດສະນະຫລັກຫມັັ້ນການເມືອງຫນັກແຫນ້ນ, ຈຳແນກມິດ-ສັດຕູຈະແຈ້ງ, ມີອຸດົມ ການສັງຄົມນິຍົມ, ມີຄຸນສົມບັດສິນທຳປະຕິວັດ, ມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕ    ປະຊາຊົນລາວ, ມີຄວາມຈົງຮັກພັກດີຕໍ່ພັກ ແລະ ປະຊາຊົນ, ມີນ້ຳໃຈຕໍ່ສູ້ເດັດດ່ຽວພິລະອາດ ຫານ, ມີຄວາມເສຍສະຫະສູງ ແລະ ທົນທານຫນຽວແຫນ້ນ.

            3. ມີຄວາມຮູ້ພື້ນຖານທິດສະດີມາກ-ເລນິນ, ມີຄວາມສາມາດກຳແຫນ້ນ ແລະ ຈັດຕັ້ງ ປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ ແລະ ລະບຽບກົດຫມາຍຂອງລັດ.

            4. ມີຄວາມຮູ້ເປັນລະບົບກ່ຽວກັບວິຊາການທະຫານ, ວິຊາສະເພາະເຕັກນິກ, ໄດ້ຜ່ານ ການທົດສອບໃນວຽກງານຕົວຈິງ.

            5. ມີສະຕິຕໍ່ການຈັດຕັ້ງ, ປະຕິບັດກົດຫມາຍຂອງລັດ ແລະ ກົດລະບຽບຂອງກອງທັ  ່າງເຂັ້ມງວດ.

            6. ມີສຸຂະພາບສົມບູນ ແລະ ແຂງແຮງດີ.

      ສຳລັບນາຍທະຫານບັນຊາແຕ່ລະຂັ້ນຕ້ອງມີເງື່ອນໄຂຕື່ມດັ່ງນີ້:

- ຂັ້ນໝວດ,ກອງຮ້ອຍແລະທຽບເທົ່າຕ້ອງຈົບໂຮງຮຽນນາຍທະຫານຫຼືທຽບເທົ່າຂຶ້ນໄປ.

- ຂັ້ນກອງພັນນ້ອຍ, ກອງພັນໃຫຍ່ ແລະ ທຽບເທົ່າ ຕ້ອງຈົບວິທະຍາຄານການທະຫານ ການເມືອງ ແລະ ພະລາທິການຫລືທຽບເທົ່າຂຶ້ນໄປ. 

ຂັ້ນເຂດທະຫານ, ກອງພົນ ແລະ ທຽບເທົ່າຂຶ້ນໄປຕ້ອງຈົບວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຫລືທຽບເທົ່າຂຶ້ນໄປ.

ມາດຕາ 11. ການນຳພາ, ບັນຊານາຍທະຫານ

            ນາຍທະຫານກອງທັບປະຊາຊົນລາວ ຢູ່ພາຍໃຕ້ການນຳພາໂດຍກົງ, ລວມສູນເປັນ ເອກະກະພາບ ແລະ ຮອບດ້ານຂອງພັກປະຊາຊົນປະຕິວັດລາວ.

            ປະທານປະເທດເປັນຜູ້ບັນຊາສູງສຸດຂອງນາຍທະຫານກອງທັບປະຊາຊົນລາວ.

            ນາຍົກລັດຖະມົນຕີເປັນຜູ້ຈັດຕັ້ງ ແລະ ກວດກາເຄື່ອນໄຫວຂອງນາຍທະຫານກອງທັບ ປະຊາຊົນລາວ.

             ລັດດຖະມົນຕີວ່າການກະຊວງປ້ອງກັນປະເທດເປັນຜູ້ຊີ້ນຳ, ນຳພາ, ບັນຊາ ແລະ ຄຸ້ມ ຄອງໂດຍກົງນາຍທະຫານກອງທັບປະຊາຊົນລາວ.

ມາດຕາ 12. ການກໍ່ສ້າງນາຍທະຫານ

            ການກໍ່ສ້າງນາຍທະຫານແມ່ນຄວາມຮັບຜິດຊອບຂອງພາກສ່ວນຕ່າງໆດັ່ງນີ້:

            - ຄະນະພັກ, ຄະນະບັນຊາຂັ້ນຕ່າງໆຢູ່ໃນກອງທັບມີຄວາມຮັບຜິດຊອບກໍ່ສ້າງນາຍທະ ຫານທີ່ຂຶ້ນກັບຕົນໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ມີແບບແຜນທັນສະໄໝກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

            - ອົງການຈັດຕັ້ງຂອງພັກ, ລັດ, ແນວລາວຮັກຊາດ, ອົງການຈັດຕັ້ງມະຫາຊົນ, ອົງກາ  ັດຕັ້ງສັງຄົມ ແລະ ພົນລະເມືອງລາວທຸກຄົນມີພັນທະປະກອບສ່ວນກໍ່ສ້າງ, ບຳລຸງ ແລະ ສຶກສາ ອົບຮົມນາຍທະຫານກອງທັບປະຊາຊົນລາວ.

ໝວດທີ III  ລະບົບຂັ້ນ ແລະ ຊັ້ນຂອງນາຍທະຫານ

ມາດຕາ 13. ຂັ້ນ ແລະ ຊັ້ນຂອງນາຍທະຫານກອງທັບປະຊາຊົນລາວ

            ນາຍທະຫານກອງທັບປະຊາຊົນລາວປະກອບມີສາມຂັ້ນ ແລະ ສິບຊັ້ນດັ່ງນີ້:

            ຂັ້ນນາຍຮ້ອຍ, ຂັ້ນນາຍພັນ ແລະ ຂັ້ນນາຍພົນ.

            ຂັ້ນນາຍຮ້ອຍມີສາມຊັ້ນ

                        ຊັ້ນຮ້ອຍຕີ,

                        ຊັ້ນຮ້ອຍໂທ

                        ຊັ້ນຮ້ອຍເອກ

            ຂັ້ນນາຍພັນມີສາມຊັ້ນ

                        ຊັ້ນພັນຕີ.

                        ຊັ້ນພັນໂທ

                        ຊັ້ນພັນເອກ

            ຂັ້ນນາຍພົນມີ  ສີ່ ຊັ້ນ

                        ຊັ້ນພົນຈັດຕະວາ

                        ຊັ້ນພົນຕີ

                        ຊັ້ນພົນໂທ

                        ຊັ້ນພົນເອກ

ມາດຕາ 14. ອາຍຸກະສຽນຂອງນາຍທະຫານແຕ່ລະຂັ້ນ

            ອາຍຸກະສຽນສູງສຸດໃນການປະດັບຊັ້ນ, ເລື່ອນຊັ້ນ, ຕໍ່ນາຍທະຫານປະຈຳການ ແລະ ບຳນານແຕ່ລະຂັ້ນດັ່ງນີ້:

            1. ອາຍຸກະສຽນປະດັບຊັ້ນ ແລະ ເລື່ອນຊັ້ນ.         

                        ຂັ້ນນາຍຮ້ອຍບໍ່ໃຫ້ເກີນ 40 ປີ.

                        ຂັ້ນນາຍພັນບໍ່ໃຫ້ເກີນ   50 ປີ.

                        ຂັ້ນນາຍພົນບໍ່ໃຫ້ເກີນ   60 ປີ.

            2. ອາຍຸກະສຽນຂອງນາຍທະຫານທີ່ປະຈຳການຢູ່ກົມກອງສູ້ຮົບສູງສຸດບໍ່ໃຫ້ເກີນ 55 ປີ.

ນາຍທະຫານທີ່ບໍ່ປະຈຳການຢູ່ສຳນັກງານ, ອົງການ, ສູງສຸດບໍ່ໃຫ້ເກີນ 65 ປີ.

3. ອາຍຸກະສຽນຮັບບຳນານຂອງນາຍທະຫານເພດຊາຍແມ່ນ 60 ປີ ແລະ ໃນກໍລະນີພິ ເສດທີ່ມີຄວາມຮຽກຮ້ອງຕ້ອງການບໍ່ໃຫ້ເກີນ 65 ປີ. ສຳລັບຜູ້ທີ່ເຮັດວຽກກັບທາດເບື່ອ, ທາດເຄມີ ຫລືເຮັດວຽກຢູ່ເຂດຫຍຸ້ງຍາກທຸລະກັນດານ 15 ປີຢ່າງຕໍ່ເນື່ອງມີສິດຮັບເບັ້ຍບຳນານກ່ອນກຳນົດ.

ມາດຕາ 15. ການປະດັບຊັ້ນນາຍທະຫານ

            ເງື່ອນໄຂປະດັບຊັ້ນນາຍທະຫານມີດັ່ງນີ້:

            1. ນາຍສິບທີ່ຮຽນຈົບຊັ້ນກາງໃນຫລືນອກກອງທັບທັງພາຍໃນ ແລະ ຕ່າງປະເທດຈະໄດ້ ຮັບການປະດັບຊັ້ນຮ້ອຍຕີ.

            2. ນາຍສິບທີ່ຮຽນຈົບຊັ້ນສູງຫລືປະລິນຍາຕີໃນຫລືກນອກກອງທັບທັງພາຍໃນ ແລະ ຕ່າງປະເທດຈະໄດ້ຮັບການປະດັບຊັ້ນຮ້ອຍໂທ.

            3. ນາຍສິບທີ່ມີຜົນງານດີເດັ່ນໃນການສູ້ຮົບຫລືໃນການປະຕິບັດຫນ້າທີ່ວຽກງານອື່ນໆ ຈະໄດ້ຮັບການປະດັບຊັ້ນຮ້ອຍຕີຫລືຮ້ອຍໂທຕາມຄວາມເຫມາະສົມ.

            4. ພະນັກງານ, ລັດຖະກອນ, ນັກສຶກສານອກກອງທັບທີ່ເປັນນັກວິຊາການ, ຮຽນຈົບຊັ້  ຶ້ນໄປທັງພາຍໃນ ແລະ ຕ່າງປະເທດເຊິ່ງເຂົ້າມາເຮັດຫນ້າທີ່ຮັບໃຊ້ໃນກອງທັບຈະໄດ້ຮັບການ ປະດັບຊັ້ນຮ້ອຍຕີຂຶ້ນໄປ, ແຕ່ຕ້ອງໄດ້ຜ່ານການບຳລຸງຫລືກໍ່ສ້າງວິຊາການທະຫານຕື່ມອີກ.

ມາດຕາ 16. ສິດຕົກລົງກ່ຽວກັບຊັ້ນນາຍທະຫານ

            ສິດຕົກລົງປະດັບຊັັ້ນ, ເລື່ອນຊັ້ນ, ທຽບຊັ້ນ, ປົດຊັ້ນນາຍທະຫານມີດັ່ງນີ້:

            1. ປະທານປະເທດເປັນຜູ້ຕົກລົງປະດັບຊັ້ນ, ເລື່ອນຊັ້ນ, ທຽບຊັ້ນ ແລະ ປົດຊັ້ນຂັ້ນນາຍ ພົນ, ຕາມການສະເຫນີຂອງນາຍົກລັດຖະມົນຕີ.

             2. ນາຍົກລັດຖະມົນຕີເປັນຜູ້ປະດັບຊັ້ນ, ທຽບຊັ້ນ ແລະ ປົດຊັ້ນພັນເອກ, ຕາມການ ສະເຫນີຂອງລັດຖະມົນຕີວ່າການກະຊວງປ້ອງກັນປະເທດ.

            3.  ລັດຖະມົນຕີວ່າການກະຊວງປ້ອງກັນປະເທດເປັນຜູ້ຕົກລົງປະດັບຊັ້ນ, ເລື່ອນຊັ້ນຽບຊັ້ນ, ປົດຊັ້ນຮ້ອຍເອກ, ພັນຕີ ແລະ ພັນໂທ ຕາມການສະເຫນີຂອງຫົວຫນ້າກົມໃຫຍ່ການ ເມືອງກອງທັບ.

            4. ຫົວຫນ້າກົມໃຫຍ່ການເມືອງກອງທັບເປັນຜິກລົງປະດັບຊັ້ນ, ເລື່ອນຊັນ, ທຽບຊັ້ນ, ປົດຊັ້ນຮ້ອຍຕີ ແລະ ຮ້ອຍໂທ ຕາມການສະເຫນີຂອງກົມກອງທີ່ກ່ຽວຂ້ອງ.

ມາດຕາ 17. ເງື່ອນໄຂເລື່ອນຊັ້ນນາຍທະຫານ

            ການເລື່ອນຊັ້ນນາຍທະຫານຕ້ອງມີເງື່ອນໄຂຄົບຖ້ວນດັ່ງນີ້:

            1. ເຖິງກຳນົດເວລາພິຈາລະນາການເລື່ອນຊັ້ນຕາມທີ່ໄດ້ກຳນົດໄວໃນມາດຕາ 18 ຂອງ ກົດຫມາຍສະບັບນີ້.

            2. ມີຜົນສຳເລັດໃນການປະຕິບັດຫນ້າທີ່ວຽກງານທີ່ໄດ້ຮັບມອບຫມາຍຫລືມີຄວາມຮຽກ ຮ້ອງຕ້ອງການຂອງຫນ້າທີ່ວຽກງານ.

            3. ມີເງື່ອນໄຂ ແລະ ມາດຕະຖານຄົບຖ້ວນຕາມທີ່ໄດ້ກຳນົດໄວ້ໃນມາດຕາ 5, 10 ,14 ແລະ 20 ຂອງກົດຫມາຍສະບັບນີ້:

ມາດຕາ 18. ກຳນົດເວລາການເລື່ອນຊັ້ນໃຫ້ນາຍທະຫານ.

            ການພິຈາລະນາການເລື່ອນຊັ້ນນາຍທະຫານໃຫ້ປະຕິບັດກຳນົດເວລາດັ່ງນີ້:

                        ຊັ້ນຮ້ອຍຕີ ຂຶ້ນຮ້ອຍໂທ                      ກຳນົດ               3          ປີ

                        ຊັ້ນຮ້ອຍໂທ ຂຶ້ນຮ້ອຍເອກ                  ກຳນົດ                3          ປີ

                        ຊັ້ນຮ້ອຍເອກ ຂຶ້ນ ພັນຕີ                     ກຳນົດ                4          ປີ

                        ຊັ້ນພັນຕີ ຂຶ້ນ ພັນໂທ                        ກຳນົດ                4          ປີ

                        ຊັ້ນພັນໂທ ຂຶ້ນພັນເອກ                     ກຳນົດ                4          ປີ

            ສ່ວນການເລື່ອນຊັ້ນພັນເອກ ຂຶ້ນຊັ້ນນາຍພົນ, ນາຍພົນຂຶ້ນນາຍພົນຊັ້ນສູງກ່ວານັ້ນບໍ່ມີ ກຳນົດເວລາແມ່ນອີງໃສ່ຄວາມຮຽກຮ້ອງຕ້ອງການຂອງຫນ້າທີ່ການເມືອງ.

            ໄລຍະເວລາທີ່ນາຍທະຫານສຶກສາຢູ່ໂຮງຮຽນຕ່າງໆ ກໍ່ໃຫ້ຄິດໄລ່ໃສ່ກຳນົດເວລາການ ເລື່ອນຊັ້ນ.

            ນາຍທະຫານທີ່ມີຜົນງານດີເດັ່ນໃນການສູ້ຮົບ, ໃນການປະຕິບັດຫນ້າທີ່ຢູ່ເຂດຫຍຸ້ງຍາກ  ທຸລະກັນດານຫລືຫນ້າທີ່ພິເສດ ອາດຈະໄດ້ເລື່ອນຂ້າມຊັ້ນຫລືເລື່ອນຊັ້ນກ່ອນກຳນົດເວລາທີ່ໄດ້ ກຳນົດໄວ້.

            ໃນກໍລະນີທີ່ຮອດກຳນົດເວລາການເລື່ອນຊັ້ນແລ້ວແຕ່ບໍ່ມີມາດຕະຖານ, ເງື່ອນໄຂຄົບ ຖ້ວນຕາມທີ່ໄດ້ກຳນົດໄວ້ໃນມາດຕາ 17 ຂອງກົດຫມາຍສະບັບນີ້ ຈະບໍ່ໄດ້ເລື່ອນຊັ້ນ, ແຕ່ຈະມີ ການພິຈາລະນາໄປແຕ່ລະປີ ໂດຍບໍ່ໃຫ້ເກີນຫນຶ່ງຮອບຂອງກຳນົດເວລາການເລື່ອນຊັ້ນຂອງແຕ່ ລະຊັ້ນ, ຖ້າຫາກບໍ່ໄດ້ເລື່ອນຊັ້ນແລ້ວຈະໄດ້ຍົກຂັ້ນເງິນເດືອນຂຶ້ນຫນຶ່ງຂັ້ນ ແລະ ອາດຈະຍົກ  ຍ້າຍຜູ້ກ່ຽວໄປເຮັດຫນ້າທີ່ໃຫມ່ຕາມຄວາມສາມາດ ຫລືໃຫ້ຮັບເບ້ຍບຳນານຫລືເງິນອຸດຫນູນ ຕາມລະບຽບການ.

            ນາຍທະຫານທີ່ຍົກຍ້າຍໄປເຮັດຫນ້າທີ່ຢູ່ຝ່າຍພົນລະເຮືອນເມື່ອກັບຄືນກອງທັບຈະໄດ້ ພິຈາລະນາເລື່ອນຊັ້ນຕື່ມຫນຶ່ງຊັ້ນຫລືຂ້າມຊັ້ນຕາມຄວາມເຫມາະສົມ ແຕ່ຕ້ອງມີເງື່ອນໄຂ, ມາດຕະຖານຄົບຖ້ວນຕາມກຳນົດທີ່ໄດ້ກຳນົດໄວ້ໃນມາດຕາ 17 ຂອງກົດຫມາຍສະບັບນີ້.

ຫມວດທີ IV ຕຳແຫນ່ງນາຍທະຫານໃນກອງທັບປະຊາຊົນລາວ

ມາດຕາ 19. ຕຳແຫນ່ງຂອງນາຍທະຫານ

            ຕຳແຫນ່ງຂອງນາຍທະຫານກອງທັບປະຊາຊົນລາວມີດັ່ງນີ້:

            1. ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ;

            2. ຫົວຫນ້າກົມໃຫຍ່ເສນາທິການກອງທັບ, ຫົວຫນ້າກົມໃຫຍ່ການເມືອງກອງັທບ, ຫົວ ຫນ້າກົມໃຫຍ່ພະລາທິການກອງທັບ ແລະ ຫົວຫນ້າກົມໃຫຍ່ເຕັກນິກກອງທັບ.

            3. ຫົວຫນ້າກອງບັນຊາການເຂດທະຫານ.

            4. ຫົວຫນ້າກົມ, ຫົວຫນ້າກອງພົນ, ຫົວຫນ້າກອງບັນຊາການທະຫານນະຄອນຫລວງ ວຽງຈັນ, ຫົວຫນ້າກອງບັນຊາການທະຫານນະຄອນຫລວງ, ຫົວຫນ້າກອງບັນຊາການທະຫານ ແຂວງ.

            5. ຫົວຫນ້າກອງພັນໃຫຍ່, ຫົວຫນ້າກອງບັນຊາການທະຫານເມືອງ.

            6. ຫົວຫນ້າກອງພັນນ້ອຍ.

            7. ຫົວຫນ້າກອງຮ້ອຍ

            8. ຫົວຫນ້າຫມວດ

            ຕຳແໜ່ງຕ່າງໆທີ່ກ່າວມາຂ້າງເທິງນີ້ ມີຕຳແໜ່ງທຽບເທົ່າ ແລະ ຕຳແໜ່ງຮອງຫົວຫນ້າ.

ມາດຕາ 20. ການກຳນົດຊັ້ນນາຍທະຫານໃສ່ແຕ່ລະຕຳແຫນ່ງ

            ແຕ່ລະຕຳແຫນ່ງໄດ້ກຳນົດຊັ້ນນາຍທະຫານໃສ່ດັ່ງນີ້:

            1. ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ, ຊັ້ນພົນໂທ ຫລືພົນເອກ.

            2. ຫົວຫນ້າກົມໃຫຍ່ເສນາທິການກອງທັບ, ຫົວຫນ້າກົມໃຫຍ່ການເມືອງກອງທັບ, ຊັ້ນ ພົນຕີຫລືພົນໂທ.

            3. ຫົວຫນ້າກົມໃຫຍ່ພະລາທິການກອງທັບ, ຫົວຫນ້າກົມໃຫຍ່ເຕັກນິກກອງທັບ, ຊັ້ນພົນ ຈັດຕະວາ ຫລືພົນຕີ.

            4. ຫົວຫນ້າຫ້ອງການກະຊວງປ້ອງກັນປະເທດ, ຫົວຫນ້າເຂດທະຫານ, ຫົວຫນ້າວິທະ ຍາຄານປ້ອງກັນຊາດໄກສອນພົມວິຫານ, ຫົວຫນ້າວິທະຍາຄານການທະຫານ, ການເມືອງ, ພະ ລາທິການ ແລະ ຫົວຫນ້າຂອງອົງການກົມກອງທຽບເທົ່າຊັ້ນພົນຈັດຕະວາຫລືພົນຕີ.

            5. ຫົວຫນ້າກົມ, ຫົວຫນ້າໂຮງຮຽນນາຍທະຫານບົກ, ຫົວຫນາກອງພົນດ ຫົວຫນ້າກອງ ບັນຊາການທະຫານນະຄອນຫລວງວຽງຈັນ, ຫົວຫນ້າກອງບັນຊາການທະຫານນະຄອນຫລວງ  ລະ ຫົວຫນ້າຂອງອົງການກົມກອງທຽບເທົ່າ. ຊັ້ນພັນເອກ ຫລື ພົນຈັດຕະວາ.

            6. ຫົວຫນ້າກອງບັນຊາການທະຫານແຂວງ: ຊັ້ນພັນເອກ.

            7. ຫົວຫນ້າທູດທະຫານ: ຊັ້ນພັນເອກ.

            8. ຫົວຫນ້າກອງພັນໃຫຍ່ ແລະ ທຽບເທົ່າ: ຊັ້ນພັນໂທ ຫລື ພັນເອກ.

            9. ຫົວຫນ້າພະແນກຂອງອົງການຈັດຕັ້ງຕ່າງໆ. ຫົວຫນ້າກອງບັນຊາການທະຫານເມືອງ ຊັ້ນພັນຕີ ຫລື ພັນໂທ.

            10. ຫົວຫນ້າກອງພັນນ້ອຍ ແລະ ທຽບເທົ່າ: ຊັ້ນຮ້ອຍເອກ ຫລື ພັນຕີ.

            11. ຫົວຫນ້າກອງຮ້ອຍ ແລະ ທຽບເທົ່າ: ຊັ້ນຮ້ອຍໂທ ຫລື ຮ້ອຍເອກ.

            12. ຫົວຫນ້າຫມວດ ແລະ ທຽບເທົ່າຊັ້ນຮ້ອຍຕີ ຫລື ຮ້ອຍໂທ.

ຊັ້ນຂອງບັນດາຮອງຫົວຫນ້າຕາມທີ່ໄດ້ກຳນົດໄວ້ໃນມາດຕານີ້ ຈະເທົ່າກັບຊັ້ນຂອງຫົວຫນ້າກໍໄດ້ ຊັ້ນຂອງນາຍທະຫານທີ່ເຮັດວຽກງານພິເສດ, ຢູ່ເຂດຫຍຸ້ງຍາກທຸລະກັນດານ, ກົມກອງເຫລົ່າຮົບ ເອກະລາດ ແລະ ດ້ານຮົບຕ່າງໆ ຈະສູງກ່ວາຕຳແຫນ່ງທີ່ໄດ້ກຳນົດໄວ້ເທິງນີ້ກໍ່ໄດ້ ແຕ່ບໍ່ໃຫ້ກາຍ  ຫນຶ່ງຊັ້ນ.

ມາດຕາ 21. ການແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແຫນ່ງນາຍທະຫານ.

            ຜູ້ມີສິດຕົກລົງແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແຫນ່ງນາຍທະຫານມີດັ່ງນີ້:

            1. ປະທານປະເທດເປັນຜູ້ແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແຫນ່ງລັດຖະມົນຕີວ່າການ ກະຊວງປ້ອງກັນປະເທດ ຕາມການສະເຫນີຂອງນາຍົກລັດຖະມົນຕີພາຍຫລັງທີ່ສະພາແຫ່ງຊາດ ຮັບຮອງເອົາ.

            2. ນາຍົກລັດຖະມົນຕີເປັນຜູ້ແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແຫນ່ງລັດຖະມົນຕີຊ່ວຍວ່າ ການກະຊວງປ້ອງກັນປະເທດ, ຫົວຫນ້າ ແລະ ຮອງຫົວຫນ້າກົມໃຫຍ່, ຫົວຫນ້າຫ້ອງການກະ ຊວງ, ຫົວຫນ້າ ແລະ ຮອງຫົວຫນ້າເຂດທະຫານ, ຫົວຫນ້າວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ, ຫົວຫນ້າກອງພົນ, ຫົວຫນ້າກອງບັນຊາການທະຫານນະຄອນຫລວງ, ຫົວຫນ້າ ກອງບັນຊາການທະຫານແຂວງ, ຫົວຫນ້າກົມກອງທຽບເທົ່າຕາມການສະເຫນີຂອງລັດຖະມົນຕີ ວ່າການກະຊວງປ້ອງກັນປະເທດ.

            3. ລັດຖະມົນຕີວ່າການກະຊວງປ້ອງກັນປະເທດເປັນຜູ້ແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳ ແຫນ່ງຫົວຫນ້າ ແລະ ຮອງຫົວຫນ້າກົມ, ຫົວຫນ້າທູດທະຫານ, ຮອງຫົວຫນ້າຫ້ອງການ ແລະ ຮອງຫົວຫນ້າວິທະຍາຄານການທະຫານ, ການເມືອງ, ພະລາທິການ, ຫົວຫນ້າ ແລະ ຮອງຫົວ ຫນ້າໂຮງຮຽນນາຍທະຫານບົກ, ຮອງຫົວຫນ້າກອງພົນ, ຮອງຫົວຫນ້າກອງບັນຊາການທະຫານ ນະຄອນຫລວງວຽງຈັນ, ຮອງຫົວຫນ້າກອງບັນຊາການທະຫານນະຄອນ, ຮອງຫົວຫນ້າກອງບັນ ຊາການທະຫານແຂວງ, ຫົວຫນ້າ ແລະ ຮອງຫົວຫນ້າກອງພັນໃຫຍ່, ຫົວຫນ້າ ແລະ ຮອງຫົວ ຫນ້າກອງບັນຊການທະຫານເມືອງ, ຫົວຫນ້າ ແລະ ຮອງຫົວຫນ້າກົມກອງທຽບເທົ່າຕາມການ ສະເຫນີຂອງຫົວຫນ້າກົມໃຫຍ່ການເມືອງກອງທັບ.

            4. ຫົວຫນ້າກົມໃຫຍ່ການເມືອງກອງທັບເປັນຜູ້ແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແຫນ່ງ ຫົວຫນ້າ ແລະ ຮອງຫົວຫນ້າພະແນກຂອງບັນດາອົງການຂັ້ນຕ່າງໆ, ຫົວຫນ້າ ແລະ ຮອງຫົວ ຫນ້າພະແຮກກອງພັນນ້ອຍ, ຫົວຫນ້າ ແລະ ຮອງຫົວຫນ້າຂະແຫນງຂອງກອງພັນໃຫຍ່ເອກະ ລາດ, ຫົວຫນ້າ ແລະ ຮອງຫົວຫນ້າກົມກອງທຽບເທົ່າ ຕາມການສະເຫນີຂອງກົມກອງທີ່ກ່ຽວ ຂ້ອງ.

            5. ຫົວຫນ້າກົມໃຫຍ່ເສນາທິການ, ຫົວຫນ້າກົມໃຫຍ່ພະລາທິການ, ຫົວຫນ້າກົມໃຫຍ່ ເຕັກນິກ, ຫົວຫນ້າຫ້ອງການກະຊວງ ແລະ ຫົວຫນ້າກົມກອງທຽບເທົ່າເປັນຜູ້ແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແຫນ່ງຂັ້ນກອງຮ້ອຍ ແລະ ຂັ້ນຂະແຫນງທີ່ຂຶ້ນກັບຕົນຕາມການສະເຫນີຂອງກົມ ກອງທີ່ກ່ຽວຂ້ອງ.

            6. ຫົວຫນ້າເຂດການທະຫານ, ຫົວຫນ້າວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ, ຫົວຫນ້າວິທະຍາຄານການທະຫານ, ການເມືອງ, ພະລາທິການ, ຫົວຫນ້າໂຮງຮຽນນາຍທະຫານ ບົກ, ຫົວຫນ້າກອງພົນ, ຫົວຫນ້າກອງບັນຊາການທະຫານນະຄອນຫລວງວຽງຈັນ, ຫົວຫນ້າກອງ ບັນຊາການທະຫານນະຄອນຫລວງ, ຫົວຫນ້າກອງບັນຊາການທະຫານແຂວງ ແລະ ຫົວຫນ້າ ກົມກອງທຽບເທົ່າເປັນຜູ້ແຕ່ງຕັ້ງ, ຍົກຍ້າຍ ຫລື ປົດຕຳແຫນ່ງຂັ້ນຂະແຫນງ, ກອງຮ້ອຍ, ຫມວດຫມູ່ທີ່ຂຶ້ນກັບຕົນຕາມກມນສະເຫນີຂອງກົມກອງທີ່ກ່ຽວຂ້ອງ.

            7. ຫົວຫນ້າກອງພັນໃຫຍ່ເອກະລາດເປັນຜູ້ແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແຫນ່ງຂັ້ນ ກອງຮ້ອຍ, ຫມວດ ແລະ ຫມູ່ທີ່ຂຶ້ນກັບຕົນຕາມການສະເຫນີຂອງກົມກອງທີ່ກ່ຽວຂ້ອງ.

ມາດຕາ 22.  ການປົດ ແລະ ແຕ່ງຕັ້ງນາຍທະຫານໃຫ້ດຳລົງຕຳແຫນ່ງຊົ່ວຄາວ.

            ໃນກໍລະນີຮີບດ່ວນ ນາຍທະຫານທີ່ມີຕຳແຫນ່ງແຕ່ຂັ້ນຫົວຫນ້າກອງຮ້ອຍເອກະລາດ, ຫົວຫນ້າກອງພັນນ້ອຍເອກະລາດ, ຫົວຫນ້າກອງພັນໃຫຍ່ຫລືທຽບເທົ່າຂຶ້ນໄປມີສິດປົດຕຳແໜ່ງ ຊົ່ວຄາວຂອງນາຍທະຫານທີ່ຂຶ້ນກັບຕົນທີ່ບໍ່ປະຕິບັດຄຳສັ່ງ ເຊິ່ງຈະກໍ່ຄວາມເສຍຫາຍໃຫ້ແກ່ກົມ ກອງ ແລະ ຜົນປະໂຫຍດຂອງຊາດແລ້ວແຕ່ງຕັ້ງຜູ້ໃໝ່ຂຶ້ນຮັບຜິດຊອບແທນ, ພ້ອມກັນນັ້ນກໍ ຕ້ອງລາຍງານໃຫ້ຂັ້ນເທິງຖັດຕົນຊາບ ແລະ ສະເຫນີຂັ້ນເທິງແຕ່ງຕັ້ງເປັນທາງການຢ່າງຮີບດ່ວນ.

ມາດຕາ 23. ການງົດຕຳແຫນ່ງ ແລະ ການມອບຕຳແຫນ່ງຕ່ຳກ່ວາຊັ້ນນາຍທະຫານ.

            ການງົດຕຳແຫນ່ງຂອງນາຍທະຫານຈະປະຕິບັດໄດ້ໃນກໍລະນີລຸ່ມນີ້.

            1,. ກົງຈັກການຈັດຕັ້ງມີການປ່ຽນແປງເຊິ່ງບໍ່ຈຳເປັນຕ້ອງມີຕຳແຫນ່ງທີ່ກ່ຽວຂ້ອງນັ້ນອີກ.

            2. ນາຍທະຫານບໍ່ຄົບເງື່ອນໄຂທີ່ຈະຮັບຜິດຊອບຕຳແຫນ່ງນັ້ນ.

            3. ນາຍທະຫານທີ່ເຖິງອາຍຸກະສຽນຮັບເບ້ຍບຳນານ.

ນາຍທະຫານອາດຈະຖືກມອບຕຳແຫນ່ງຕ່ຳກ່ວາຊັ້ນໃນກໍລະນີ:

            1. ມີການເພີ່ມທະວີການບັນຊາໃນການປະຕິບັດຫນ້າທີ່ພິເສດ.

            2. ມີການປ່ຽນແປງການຈັດຕັ້ງຂອງກົມກອງ.

            3. ມີການສັບຊ້ອນໃສ່ຕຳແຫນ່ງໃໝ່ທີ່ແທດເຫມາະກັບຄວາມສາມາດ ແລະ ສຸຂະພາບ ຂອງນາຍທະຫານ.

ຫມວດທີ  V. ການຄຸ້ມຄອງຂອງລັດຕໍ່ນາຍທະຫານ.

ມາດຕາ 24. ການຄຸ້ມຄອງຂອງລັດຖະບານຕໍ່ນາຍທະຫານ.

            ລັດຖະບານຄຸ້ມຄອງນາຍທະຫານດັ່ງນີ້:

            1. ປະຕິບັດຫລັກການລວມສູນເປັນເອກະພາບໃນການກໍ່ສ້າງ ແລະ ຄຸ້ມຄອງຖັນແຖວ ນາຍທະຫານ.

            2. ສະເຫນີກົດຫມາຍ ແລະ ອອກນິຕິກຳກ່ຽວກັບນາຍທະຫານ.

            3. ຊີ້ນຳ, ກວດກາການຈັດຕັ້ງປະຕິບັດກົດຫມາຍ ແລະ ນິຕິກຳຕ່າງໆກ່ຽວກັບນາຍທະ ຫານ.

            4.  ສະຫນອງງົບປະມານ, ປະກອບວັດຖຸ, ອຸປະກອນ, ພາຫະນະເຕັກນິກການທະຫານ.

            5. ຄົ້ນຄວ້າ ແລະ ນຳໃຊ້ບັນດານະໂຍບາຍຕ່າງໆຕໍ່ຖັນແຖວທະຫານ.

ມາດຕາ 25. ຄວາມຮັບຜິດຊອບຂອງກະຊວງປ້ອງກັນປະເທດ.

            ກະຊວງປ້ອງກັນປະເທດມີຄວາມຮັບຜິດຊອບຕໍ່ລັດຖະບານກ່ຽວກັບການຄຸ້ມຄອງ, ບັນ ຊານາຍທະຫານດັ່ງນີ້:

ຄຸ້ມຄອງໂດຍກົງຢ່າງຮອບດ້ານ ຕໍ່ນາຍທະຫານ, ເປັນເຈົົ້າການປະສານສົມທົບກັບ

ບັນດາກະຊວງ, ອົງການທຽບເທົ່າກະຊວງ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງ ການຈັດຕັ້ງສັງຄົມ, ນະຄອນຫລວງວຽງຈັນ, ນະຄອນ, ແຂວງ, ເມືອງ ແລະ ເທດສະບານເພື່ອ ຄຸ້ມຄອງນາຍທະຫານຕາມພາລະບົດບາດຂອງຕົນ.

            2. ກຳນົດ, ຈັດຕັ້ງປະຕິບັດການກໍ່ສ້າງ ແລະ ບຳລຸງນາຍທະຫານໃຫ້ເປັນລະບົບຄົບຊຸດ, ຮັບປະກັນດ້ານປະລິມານ ແລະ ຄຸນນະພາບ.

            3. ຊີ້ນຳ, ຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຫນ້າທີ່ວຽກງານ ແລະ ນິຕິ ກຳຂອງນາຍທະຫານ.

            4.  ຈັດຕັ້ງ, ນຳໃຊ້, ຄຸ້ມຄອງ, ປະຕິບັດນະໂຍບາຍ, ຍ້ອງຍໍ ແລະ ປະຕິບັດວິໄນຕໍ່ນາຍ ທະຫານ.

            5. ສ້າງແຜນງົບປະມານ ແລະ ນຳໃຊ້ງົບປະມານ, ວັດຖຸ, ອຸປະກອນ, ພາຫະນະເຕັກນິກ ການທະຫານ.

            6. ຊີ້ນຳ ນຳພາ ແລ  ັນຊານາຍທະຫານທັງສາມປະເພດກຳລັງ ກຳລັງຫລວງ, ກຳ ລັງທ້ອງຖິ່ນ, ກອງຫລອນ ແລະ ກອງປ້ອງກັນຕົວ;

            7. ພິຈາລະນາແກ້ໄຂຄຳສະເຫນີ, ຄຳຮ້ອງທຸກ ແລະ ຄຳຮ້ອງຟ້ອງຂອງນາຍທະຫານ.

            8. ປະຕິບັດສິດ ແລະ ຫນ້າທີ່ອື່ນໆຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດຫມາຍ.

ມາດຕາ 26. ພັນທະຂອງບັນດາກະຊວງ ແລະ ອົງການຈັດຕັ້ງຕ່າງໆ.

            ບັນດາກະຊວງ, ອົງການທຽບເທົ່າກະຊວງ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາ ຊົນ, ອົງການຈັດຕັ້ງສັງຄົມ, ສະຖາບັນການສຶກສາຂັ້ນຕ່າງໆມີພັນທະປະກອບສ່ວນດັ່ງນີ້:

ສຶກສາອົບຮົມ, ກໍ່ສ້າງ, ບຳລຸງ ແລະ ສະຫນອງພະນັກງານວິຊາການໃຫ້ແກ່ກອງທັບ ສ້າເງື່ອນໄຂອຳນວຍຄວາມສະດວກໃຫ້ນາຍທະຫານເຮັດສຳເລັດຫນ້າທີ່ຂອງຕົນ.

2.ຄົ້ນຄວ້າ, ສັບຊ້ອນນາຍທະຫານທີ່ຍົກຍ້າຍຈາກກອງທັບມາເຮັດຫນ້າທີ່ຢູ່ຝ່າຍພົນ ລະເຮືອນຢ່າງເຫມາະສົມ.

3. ຊ່ວຍເຫລືອເບິ່ງແຍງທາງດ້ານວັດຖຸຈິດໃຈ ແລະ ຊີວິດການເປັນຢູ່ຂອງນາຍທະຫານ ແລະ ຄອບຄົວເປັນຕົ້ນຄອບຄົວນາຍທະຫານຜູ້ເສຍສະຫລະຊີວິດ, ຜູ້ເສຍອົງຄະ, ພະນັກງານ ບຳນານ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ແລະ ຄອບຄົວນາຍທະຫານທີ່ພວມປະຕິບັດຫນ້າ ທີ່ພໍ່ເສດ, ຢູ່ເຂດທຸລະກັນດານ, ຫ່າງໄກສອກຫລີ.

ມາດຕາ 27. ພັນທະຂອງອົງການປົກຄອງທ້ອງຖິ່ນ.

            ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນມີພັນທະປະກອບສ່ວນດັ່ງນີ້:

            1. ກໍ່ສ້າງ, ບຳລຸງຍົກລະດັບດ້ານການສຶກສາ ແລະ ວິຊາການອື່ນໆ, ສ້າງເງື່ອນໄຂອຳ ນວຍຄວາມສະດວກໃຫ້ນາຍທະຫານເຮັດສຳເລັດຫນ້າທີ່.

            2. ຄົ້ນຄວ້າ, ສັບຊ້ອນນາຍທະຫານທີ່ຍົກຍ້າຍຈາກກອງທັບ ມາເຮັດຫນ້າທີ່ຢູ່ຝ່າຍພົນ ລະເຮືອນຢ່າງເຫມາະສົມ.

            3. ຊ່ວຍເຫລືອເບິ່ງແຍງທາງດ້ານວັດຖຸຈິດໃຈ ແລະ ຊີວິດການເປັນຢູ່ຂອງນາຍທະຫານ ແລະ ຄອບຄົວເປັນຕົ້ນຄອບຄົວນາຍທະຫານຜູ້ເສຍສະຫລະຊີວິດ, ຜູ້ເສຍອົງຄະ, ພະນັກງານ ບຳນານ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ແລະ ຄອບຄົວນາຍທະຫານທີ່ພວມປະຕິບັດຫນ້າ ທີ່ພິເສດ, ຢູ່ເຂດທຸລະກັນດານ, ຫ່າງໄກສອກຫລີກ.

            4. ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ພ້ອມກັບປະຊາຊົນບັນດາເຜົ່າສຶກສາອົບຮົມ, ປະກອບຄວາມຄິດຄວາມເຫັນ, ຕຳນິຕິຊົມ, ຊ່ວຍເຫລືອນາຍທະຫານໃນການປະຕິບັດຫນ້າທີ່ຢູ  ້ອງຖິ່ນຂອງຕົນ.

ຫມວດທີ VI. ການປະຕິບັດນະໂຍບາຍ, ຂໍ້ຫ້າມການຍ້ອງຍໍ ແລະ ການປະຕິບັດວິໄນຕໍ່ນາຍທະຫານ.

ມາດຕາ 28. ການປະຕິບັດນະໂຍບາຍ.

            ການປະຕິບັດນະໂຍບາຍຕໍ່ນາຍທະຫານມີດັ່ງນີ້:

1. ນາຍທະຫານປະຈຳການໄດ້ຮັບເງິນເດືອນ, ເງິນອຸດຫນູນ, ເຄື່ອງອຸປະໂພກ ແລະ      ບໍລິໂພກຕາມທີ່ລັດໄດ້ກຳນົດໄວ້. ສ່ວນນາຍທະຫານທີ່ເຊົາປະຈຳການແມ່ນຈະໄດ້ຮັບເງິນອຸດ ຫນູນເທື່ອດຽວຕາມລະບຽບການຍົກເວັ້ນກໍລະນີທີ່ໄດ້ກຳນົດໄວ້ໃນຂໍ້ 2 ແລະ ຂໍ້ 3 ມາດຕາ 31  ຂອງກົດຫມາຍສະບັບນີ້:

            2. ນາຍທະຫານທີ່ໄດ້ຮັບຫລາຍຕຳແຫນ່ງຈະໄດ້ຮັບນະໂຍບາຍຕາມຕຳແຫນ່ງສູງສຸດ.

            3. ນາຍທະຫານທີ່ຖືກຍົກຍ້າຍໄປເຮັດວຽກຢູ່ກົມກອງໃຫມ່ແມ່ນຈະໄດ້ຮັບນະໂຍບາຍ ຕາມຕຳແຫນ່ງໃຫມ່.

            4. ນາຍທະຫານທີ່ປະຈຳການຈະໄດ້ພັກຜ່ອນປະຈຳປີສິບຫ້າວັນຕາລະບຽບກົດຫມາຍ ຍົກເວັ້ນກໍລະນີທີ່ມີພາວະສຸກເສີນຫລືມີສົງຄາມກໍໃຫ້ກັບຄືນມາກົມກອງດ່ວນ.

            5. ນາຍທະຫານປະຈຳການ, ພະນັກງານບຳນານ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ແລະ ນາຍທະຫານເສຍອົງຄະຈະໄດ້ຮັບການເບິ່ງແຍງທາງດ້ານສຸຂະພາບ, ຖ້າມີການເຈັບເປັນ ຈະໄດ້ຮັບການປິ່ນປົວຕາມນະໂຍບາຍທີ່ພັກ-ລັດໄດ້ກຳນົດໄວ້. ສຳລັບນາຍທະຫານທີ່ມີການ ເຈັບເປັນ, ຖືກບາດເຈັບ ຫລື ເສຍອົງຄະໃນເວລາປະຕິບັດຫນ້າທີ່ຢູ່ສະຫນາມຮົບຫລືຢູ່ເຂດຫຍຸ້ງ ຍາກທຸລະກັນດານຈະໄດ້ມີການປິ່ນປົວໂດຍບໍ່ເສຍຄ່າ.

            6. ນາຍທະຫານ ເຊິ່ງເຮັດຫນ້າທີ່ສູ້ຮົບ ແລະ ຮັບໃຊ້ຢູ່ສະຫນາມຮົບຢ່າງພິລະອາດຫານ ຫລື ຖືກເສຍສະຫລະຊີວິດຈະໄດ້ຮັບການເລື່ອນຊັ້ນໃຫ້ຕື່ມຫນຶ່ງຊັ້ນຫລືຂ້າມຊັ້ນ ຕາມການ ຄວາມເຫມາະສົມ, ຖ້າຖືກເສຍຊີວິດໃນເວລາຮັບໃຊ້ຢູ່ສະຫນາມຮົບຈະໄດ້ເລື່ອນຊັ້ນຕື່ມຫນຶ່ງ ຊັ້ນ.

            7. ນາຍທະຫານແຕ່ລະຊັ້ນພັນເອກລົງມາທີ່ຮັບເບ້ຍບຳນານຈະບໍ່ໄດ້ເລື່ອນຊັ້ນຕື່ມອີກ ແຕ່ຈະໄດ້ຍົກເງິນເດືອນຂຶ້ນຫນຶ່ງຊັ້ນ.

            8. ນາຍທະຫານບຳນານ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນຈະໄດ້ຮັບການເຊື່ອເຊີນ ເຂົ້າຮ່ວມໃນວັນບຸນສຳຄັນຕ່າງໆຂອງຊາດ ແລະ ມີສິດນຳໃຊ້ເຄື່ອງແບບນາຍທະຫານ, ເຄື່ອງ ຫມາຍຍົດ, ຫມາຍຊັ້ນຄືກັນກັບນາຍທະຫານປະຈຳການ.

            9. ນາຍທະຫານຈະໄດ້ຮັບນະໂຍບາຍໄປສຶກສາຍົກລະດັບຢູ່ພາຍ ແລະ ຕ່າງປະເທດ  ຳລັບນະໂຍບາຍລະອຽດຕໍ່ນາຍທະຫານປະຈຳການ, ພະນັກງານບຳນານ, ຜູ້ເສຍສະຫລະຊີ ວິດ, ຜູ້ເສຍຊີວິດ, ຜູ້ເສຍອົງຄະ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ຄອບຄົວພໍ່ແມ່ຂອງນາຍ ທະຫານທີ່ເສຍສະຫລະຊີວິດ, ເສຍຊີວິດ ແລະ ນະໂຍບາຍອື່ນໆແມ່ນລັດຖະບານເປັນຜູ້ກຳນົດ.

ມາດຕາ 29. ຂໍ້ຫ້າມຕໍ່ນາຍທະຫານ

            ຂໍ້ຫ້າມຕົ້ນຕໍຕໍ່ນາຍທະຫານມີດັ່ງນີ້:

            1. ຫ້າມລະເມີດລະບຽບກົດຫມາຍຂອງລັດ, ກົດລະບຽບຂອງກອງທັບ ແລະ ຮີດຄອງ ປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າ.

            2. ຫ້າມອອກຄຳສັ່ງ, ລະບຽບການ, ນະໂຍບາຍຕ່າງໆທີ່ຂັດກັບກົດຫມາຍ, ຄຳສັ່ງຫລື ກົດລະບຽບທີ່ການຈັດຕັ້ງຂັ້ນເທິງວາງອອກ.

            3. ຫ້າມປະລະຫນ້າທີ່, ບໍ່ປະຕິບັດຕາມມະຕິຕົກລົງຫລືຄຳສັ່ງຂອງຂັ້ນເທິງ.

            4. ຫ້າມໃຊ້ອຳນາດເກີນຂອບເຂດສິດ, ຫນ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ.

            5. ຫ້າມສວຍໃຊ້ອຳນາດ, ຫນ້າທີ່ຕຳແຫນ່ງເພື່ອຫາຜົນປະໂຫຍດສ່ວນຕົວ.

            6. ຫ້າມເອົາອາວຸດ, ລູກກະສູນ, ເຄື່ອງແບບທະຫານຫລືເອກະສານທາງການທະຫານ ໄປໃຫ້ຜູ້ອື່ນຢືມຫລືນຳໃຊ້ໂດຍບໍ່ໄດ້ຮັບອະນຸຍາດຈາກການຈັດຕັ້ງ.

            ນອກຈາກນີ້ແລ້ວ ນາຍທະຫານຕ້ອງປະຕິບັດຕາມຂໍ້ຫ້າມອື່ນໆທີ່ພັກ ແລະ ລັດໄດ້ກຳ  ນົດໄວ້.

ມາດຕາ 30. ການຍ້ອງຍໍຕໍ່ນາຍທະຫານ

            ນາຍທະຫານທີ່ມີຜົນງານດີເດັ່ນໃນການສູ້ຮົບຫລືການປະຕິບັດຫນ້າທີ່ວຽກງານອື່ນໆຈະ ໄດ້ຮັບການຍ້ອງຍໍເຊັ່ນ: ນາມມະຍົດວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ຫລຽນກາ, ໃບຍ້ອງຍໍ ຂັ້ນຕ່າງໆ, ການເລື່ອນຊັ້ນ ແລະ ນະໂຍບາຍອື່ນໆຕາມຄວາມເຫມາະສົມ.

ມາດຕາ 31. ການປະຕິບັດວິໄນຕໍ່ນາຍທະຫານ.

            1. ນາຍທະຫານທີ່ໄດ້ລະເມີດກົດລະບຽບ, ວິໄນຂອງກອງທັບປະຊາຊົນລາວຈະຖືກປະ ຕິບັດວິໄນທາງບໍລິຫານ ຕາມສະຖານເບົາຫລືຫນັກເຊັ່ນ: ຕຳນິ, ກ່າວເຕືອນ, ງົດການເລື່ອນຊັ້ນ, ຍົກຍ້າຍຫນ້າທີ່, ປົດຕຳແຫນ່ງ, ປົດຊັ້ນແລ້ວໃຫ້ເງິນອຸດຫນູນຕາມຊັ້ນທີ່ຍັງເຫລືອຫລືໄລ່ອອກ ຈາກກອງທັບໂດຍບໍ່ໄດ້ຮັບນະໂຍບາຍໃດໆ.

            2. ນາຍທະຫານທີ່ໄດ້ກະທຳຜິດທາງອາຍາ, ກໍ່ຄວາມເສຍຫາຍແກ່ຜູ້ອື່ນຈະຖືກດຳເນີນ ຄະດີຕາມກົດຫມາຍ.

            3. ນາຍທະຫານທີ່ໄດ້ກທຳຜິດໂດຍເຈດຕະນາ ແລະ ຖືກສານຕັດສິນລົງໂທດອິດສະ ຫລະພາບທີ່ໃຊ້ໄດ້ຢ່າງເດັດຂາດ, ແຕ່ສິບແປດເດືອນຂຶ້ນໄປຈະຫມົດສິດການເປັນທະຫານ. ໃນ ກໍລະນີການກະທຳຜິດດ້ວຍຄວາມບໍ່ລະມັດລະວັງນັ້ນຈະພິຈາລະນາຊັ້ນຂອງນາຍທະຫານຕາມ ຄວາມເຫມາະສົມ.

ຫມວດທີ VII. ບົດບັນຍັດສຸດທ້າຍ

ມາດຕາ 32. ການຈັດຕັ້ງປະຕິບັດ

                 ລັດຖະບານແຫ່ງ ສປປລາວ ເປັນຜູ້ຈັດຕັ້ງປະຕິບັດກົດຫມາຍສະບັບນີ້.

ມາດຕາ 33. ຜົນສັກສິດ

                 ກົດຫມາຍສະບັບນີ້ມີຜົນສັກສິດນັບແຕວັນປະທານປະເທດ ແຫ່ງສາທາລະນະ ລັດປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດປະກາດໃຊ້ເປັນຕົ້ນໄປ.

                 ທຸກຂໍ້ກຳນົດ, ບົດບັນຍັດທີ່ຂັດກັບກົດຫມາຍສະບັບນີ້ລ້ວນແຕ່ຖືກຍົກເລີກ.

 

                                                                                                                                                                                                                               ປະທານສະພາແຫ່ງຊາດ


ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 6, 2010 | ມີ 3 ຄຳເຫັນ ແລະ 0 trackback(s)


ການສໍ້ລາດບັງຫລວງແມ່ນພະຍາດຫນຶ່ງທີ່ເປັນອັນຕະລາຍຕໍ່ສັງຄົມ   
ຄຳວ່າສໍ້ລາດບັງຫລວງ ເປັນຄຳເວົ້າທີ່ສັ້ນໆແຕ່ມັນສາມາດສ້າງຄວາມເສຍຫາຍໃຫ້ແກ່ປະເທດຊາດຢ່າງມະຫາ ສານ ດັ່ງນັ້ນການຕໍ່ຕ້ານການສໍ້ລາດບັງຫລວງຕ້ອງໄດ້ເນັ້ນ ໃນການຍົກສູງຄຸນທາດການເມືອງ ໃຫ້ແກ່ສະມາຊິກພັກ, ພະນັກງານ-ນັກຮົບ ໃຫ້ມີຄວາມຫນັກແຫນ້ນ ເຂັ້ມແຂງແມ່ນວິທີສະກັດກັ້ນ ແລະ ຕ້ານການສ້ໍລາດບັງຫຼວງ.    
ໃນກົດຫມາຍວ່າດ້ວຍການ
ຕ້ານການສ້ໍລາດບັງຫລວງຢູ່ໃນ ມາດຕາ 2 ກໍ່ໄດ້ກຳນົດໄວ້ວ່າ: ແມ່ນພຶດຕິກຳຂອງພະ ນັກງານທີ່ສວຍໃຊ້ຖານະຕ່ຳແຫນ່ງ, ສິດອຳນາດ, ຫນ້າທີ່ຂອງຕົນເພື່ອຍັກຍອກ, ສ້ໍໂກງ, ຮັບສິນບົນ ແລະ ພຶດຕິກຳ ອື່ນໆທີ່ໄດ້ກຳນົດໄວ້ໃນມາດຕາ 10 ຂອງກົດຫມາຍວ່າດ້ວຍການຕ້ານການສ້ໍລາດບັງຫລວງ ເພື່ອຫາຜົນປະໂຫຍດ ໃຫ້ແກ່ຕົນເອງ, ຄອບຄົວ, ຍາດພີ່ນ້ອງຫມູ່ຄູ່, ພັກພວກ ເຊິ່ງກໍ່ຄວາມເສຍຫາຍ ດັ່ງນັ້ນພໍສະຫລຸບໄດ້ວ່າ ມັນແມ່ນ ພະນັກງານນຳພາຂັ້ນຕ່າງໆ, ພະນັກງານຄຸ້ມຄອງ, ພະນັກງານວິຊາການ, ພະນັກງານລັດວິສາຫະກິດ, ລັດຖະກອນ, ທະຫານ, ຕຳຫຼວດລວມທັງນາຍບ້ານ ແລະ ຜູ້ທີ່ໄດ້ຮັບມອບສິດຫນ້າທີ່ໃດຫນຶ່ງ ຈາກທາງການເປັນຜູ້ກະທຳການສ້ໍ ລາດບັງຫລວງຄືດັ່ງກ່າວ.
ການສ້ໍລາດບັງຫລວງ ແມ່ນ
ເປັນພະຍາດຫນຶ່ງທີ່ເປັນອັນຕະລາຍທີ່ສຸດໃນສັງຄົມຂອງ ພວກເຮົາຢ່າງຫນັກຫນ່ວງ ໂດຍສະເພາະແມ່ນໄລຍະປະຕິບັດພາລະກິດປ່ຽນແປງໃຫມ່. ການສ້ໍລາດບັງຫລວງ ແມ່ນການປະພຶດການກະທຳ ຂອງຜູ້ທີ່ມີສິດ, ມີຫນ້າທີ່ຕ່ຳແຫນ່ງຄວາມຮັບຜິດຊອບທີ່ການຈັດຕັ້ງມອບຫມາຍແລ້ວ ສວຍໂອກາດເຮັດບໍ່ຖືກຕ້ອງ ຮັບຊື້ຈ້າງ, ຮັບສິນບົນ, ລະເມີດຝ່າຝືນກົດຫມາຍຍ້ອນຄວາມໂລບມາກໂລພາ ສ້າງຜົນເສຍຫາຍອັນຫນັກຫນ່ວງ, ພວກສ້ໍລາດບັງຫລວງມັນອາດບໍ່ແມ່ນປະຊາຊົນຄົນທຳມະດາ ແຕ່ມັນແມ່ນພະນັກງານນຳພາ, ພະນັກງານຄຸ້ມຄອງ, ພະນັກງານລັດຖະກອນ, ສະມາຊິກພັກທີ່ປ່ຽນທາດເສຍຄຸນ ນອນໃນອົງການຈັດຕັ້ງພັກ-ລັດຖະບານ ແລະ ອົງການ ຈັດຕັ້ງລວມຫມູ່ນັ້ນເອງ. ເຖິງວ່າກົດຫມາຍຈະກຳນົດໂທດໄວ້ຢ່າງຫນັກ ໃສ່ຜູ້ມີຄວາມຜິດກ່ຽວກັບການສ້ໍລາດບັງ ຫລວງ ແຕ່ປະກົດການດັ່ງກ່າວກໍ່ຍັງປະກົດມີໃຫ້ເຫັນ  ເຊິ່ງແຕ່ລະພາກສ່ວນ ຕ້ອງໄດ້ເພີ່ມຄວາມພະຍາຍາມ ໃນ ການປ້ອງກັນ ແລະ ປາບປາມຊ່ວຍກັນ.    ຕໍ່ຫນ້າກັບສະພາບການດັ່ງກ່າວມັນມີຄວາມຈຳເປັນ ແລະ ຮິບດ່ວນທີ່ສຸດ ໃນການນຳພາຂອງພັກ ເພື່ອສືບຕໍ່ຍົກສູງຄຸນທາດການເມືອງໃຫ້ແກ່ສະມາຊິກພັກ, ພະນັກງານ-ນັກຮົບທຸກຄົນ ຕ້ອງໄດ້ເອົາໃຈໃສ່ຢ່າງຕັ້ງຫນ້າ ແລະ ຖືເປັນວຽກງານອັນຈຳເປັນພາວະວິໄສ ໃນການຍົກສູງຄຸນທາດການເມືອງ ຂອງຕົນໃຫ້ມີຄວາມຫນັກແຫນ້ນ ເຂັ້ມແຂງ ບໍ່ວ່າໃນສະພາບ ແລະ ເງື່ອນໄຂໃດກໍ່ຕາມ ການຍົກສູງຄຸນທາດ ການເມືອງ ແມ່ນມາດຖານແຖວຫນ້າ, ແມ່ນບັນຫາກົກເຄົ້າຂອງທຸກໆວຽກງານ ແລະ ທັງແມ່ນຄວາມຮຽກຮ້ອງ ຕ້ອງການອັນພື້ນຖານທີ່ຂາດບໍ່ໄດ້ ໃນການເຝິກຝົນຫລໍ່ຫລອມ ຄຸນສົມບັດສິນທຳປະຕິວັດ ແລະ ການກະທຳຕົວຈິງ ຂອງສະມາຊິກພັກ, ພະນັກງານ-ນັກຮົບໃຫ້ເຕັມໄປດ້ວຍຄວາມຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ ລາວ ແລະ ຮັກປະຊາຊົນບັນດາເຜົ່າ ບົນຈິດໃຈສັດຊື່ບໍລິສຸດ ແລະ ປອດໃສຂາວສະອາດ, ມີຄວາມຮູ້ຄວາມສາມາດ ໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ກົດຫມາຍຂອງລັດ ແລະ ມີນ້ຳໃຈສາມັກຄີຮັກ ແພງຊ່ວຍ ເຫລືອເຊິ່ງກັນ ແລະ ກັນຢ່າງຈິງໃຈ ເພື່ອພ້ອມກັນ ເປັນເຈົ້າການໃນການສະກັດກັ້ນ ແລະ ຕ້ານການສ້ໍລາດບັງ ຫລວງ ທີ່ເກີດຂຶ້ນຢູ່ໃນສັງຄົມ ເຊິ່ງເປັນອັນຕະລາຍຮ້າຍແຮງທີ່ສຸດ ຕໍ່ການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ຂອງປະເທດຊາດ ໂດຍສະເພາະແມ່ນໄດ້ກົດຫນ່ວງຖ່ວງດຶງແຜນຍຸດທະສາດແຫ່ງ ການພັດທະນາເສດຖະກິດ-ສັງ ຄົມຂອງຊາດ ແລະ ເປັນຜົນກະທົບໃສ່ບົດບາດ, ອິດທິພົນໃນການນຳພາຂອງພັກ ແລະ ການຄຸ້ມຄອງລັດໃຫ້ນັບ ມື້ນັບຫລຸດຫນ້ອຍຖອຍລົງ.     ການສ້ໍລາດບັງຫລວງມັນບໍ່ແມ່ນຄວາມປາດຖະຫນາຂອງ ປະຊາຊົນລາວບັນດາເຜົ່າ ແຕ່ຢ່າງໃດ, ແຕ່ວ່າພຶດຕິກຳຕົວຈິງ ໃນຊຸມປີຜ່ານມາຍັງມີບາງສະຫາຍສະມາຊິກພັກ, ພະນັກງານ-ນັກຮົບ ຈຳນວນ ຫນຶ່ງ ຍັງມີການປະພຶດຕົນບໍ່ຖືກຕ້ອງ ມີການສ້ໍລາດບັງຫຼວງ, ຍັກຍອກສ້ໍໂກງ, ຮັບສິນບົນ, ຍັກຍອກເອົາສິ່ງຂອງ ສ່ວນລວມມາເປັນຂອງຕົນເອງ, ຄ້າຂາຍເຖືອນຜິດກົດໝາຍ ເກີດມີແນວຄິດອາດຍາສິດ ຫ່າງເຫີນຈາກມະຫາຊົນ, ຫ່າງຈາກອຸດົມຄະຕິປະຕິວັດ ແນວຄິດຄອນແຄນບໍ່ຫນັກແໜ້ນ, ບໍ່ນັບຖືການຈັດຕັ້ງ, ບໍ່ປະຕິບັດຄຳສັ່ງຂ້ໍກຳນົດ ກົດ ຫມາຍສວຍໃຊ້ຫນ້າທີ່ຕ່ຳແຫນ່ງເພື່ອເປັນບ່ອນອີງໃນການຫາຜົນປະໂຫຍດສ່ວນຕົວ ບໍ່ຄຳນຶງເຖິງວຽກງານທີ່ພັກ -ລັດ ມອບໝາຍໃຫ້, ແລ່ນນຳແຕ່ເງິນຄຳເປັນບັນຫາໃຫຍ່ດຳລົງຊີວິດອັດຕະປະໂຫຍດຢູ່ໃນສັງຄົມ.


ຂຽນເມື່ອ ຂຽນເມື່ອ: ພ.ພ.. 21, 2010 | ມີ 15 ຄຳເຫັນ ແລະ 0 trackback(s)

.ອ່ານຫົວເລື່ອງກໍ່ຄົງຈະຮູ້ແລ້ວວ່າຂ້າພະເຈົ້າຈະຂຽນຫຍັງຕໍ່ໄປ ...ແນ່ນອນລະ ກໍ່ຂຽນເລື່ອງ..ປົມດ້ອຍ ເພື່ອນຫລາຍໆຄົນກໍ່ຄົງຈະມີເພື່ອນໆຫຼືຄົນຮອບຂ້າງທີ່ມີນິໃສມັກເປັນຫນຶ່ງໃນສະມາຄົມ ...ນັກນິນທາ ..ມັກສັນຫາເລື່ອງຂອງຊາວບ້ານຊາວເມື່ອງມານິນທາໄດ້ສາມວັນສາມຄືນບໍ່ຊ້ຳເລື່ອງເກົ່າ ...ໂອ!..ຈອດມັນສຸດຍອດ...ອີຫລີ່!. ຂໍໃຫ້ເພື່ອນໆຮູ້ໄວ້ວ່າ ຄົນພວກນີ້ ເປັນຄົນມີປົມດ້ອຍ ຫຼື ເປັນຄົນທີ່ບໍພໍໃຈໃນຕົວເອງ..
ແລະບຸກຄົນເຫຼົ່ນີ້ມັກເປັນຕົວປ່ວນ ມັກກໍ່ບັນຫາ!
ແລ້ວໂດຍທົ່ວໄປຄົນທີ່ຄິດວ່າຕົນເອງຕ່ຳຕ້ອຍດ້ອຍຄ່າມັກຈະມີນິດໃສດັ່ງນີ້:
ກ. ມັກວິຈານ(ດ່າ)ຄົນອື່ນ...ອີຫລີ...ອີ່ຫລໍ
ຂ. ມັກວິຈານ(ດ່າ)ຕົວເອງເປັນປະຈຳ
ກ.ພວກນີ້ມັກຈະວິຈານຄົນອື່ນ ເພາະຄິດວ່າການວິຈານຄົນອື່ນຈະເຮັດໃຫ້ຕົວເອງຮູ້ສຶກດີຂື້ນ ຈະຂໍຍົກຕົວຢ່າງໃຫ້ເບິ່ງຫນຶ່ງຕົວຢ່າງ....ທ້າວ ເທວະດາ ຮູ້ສຶກວ່າຕົວເອງມີປົມດ້ອຍ ລາວຄິດວ່າລາວມີດັ່ງໃຫຍ່ ແລະຕາຕີ່ໆ ແລະຮູ້ສຶກວ່າຕົວເອງເປັນຄົງໂງ່ອີກດ້ວຍ
ວິທີການຂອງ ທ້າວເທວະດາທີ່ເຮັດໃຫ້ລາວຮູ້ສຶກດີຂື້ນຄືພະຍາມຍາມຕັ້ງຊື່ໃຫ້ເພື່ອນໆ (ທີ່ພະຍາຍາມບົ່ງບອກເຖິງປົມດ້ອຍຂອງເພື່ອນ) ວ່າ ມິສເຕີ ຫົວແບນ, ມິສເຕີ ຫົວໄກ່, ມິສເຕີ ສະຫມອງຫມາ, ມິສເຕີ ປັນຍາຄວາຍ ເປັນຕົ້ນ ແລະເມື່ອມີຄົນໃດເຮັດຜິດພາດປະການໃດ ລາວຈະປ່າວປະກາດໃຫ້ທຸກຮັບຮູ້(ທັງທີ່ຈິງ ທ້າວ ເທວະດາຂອງເຮົາບໍ່ຮູ້ຕົວດ້ວຍຊ້ຳວ່າລາວມັກວິຈານຄົນອື່ນຫຼືເປັນຫຍັງລາວຈິງເຮັດແນວນັ້ນ)
ຫາກເພື່ອນໆມີຄົນຮອບຂ້າງມີນິດໃສໃຈຄໍແບບນີ້ ໃຫ້ຮູ້ໄວ້ເລີຍວ່າ ພວກເຂົາມີບັນຫາພາຍໃນ....(ທີ່ບອກໃຜບໍ່ໄດ້...ຕິເນາະ..ອິອິ)
ຂ. ພວກທີ່ມັກວິຈານຕົວເອງ...ເປັນການໃຊ້ຈິດວິທະຍາສວດກັບ....
ລອງເບິງກໍລະນີຂອງ ນາງ ຟ້າ ເປັນຕົວຢ່າງ ຫາກນາງ ຟ້າ ເວົ້າກັບເຈົ້າວ່າ ” ເຈົ້າ ນ່າຮັກກວ່າຂ້ອຍ ເຈົ້າສະຫລາດກວ່າຂ້ອຍອີກ ບໍ່ມີໃຜມັກຂີ້ຫນ້າຂ້ອຍເລີຍ” ນາງ ຟ້າກຳລັງຫວັງວ່າເຈົ້າຈະຕອບລາວກັບໄປວ່າ ”ບໍ່ດອກ ....ເຈົ້າເປັນຄົນສະຫລາດແລະເຈົ້າກໍ່ເປັນຄົນງາມຄົນຫນຶ່ງລະ” ພໍລົມກັນໄປນານເຂົ້າ...ເຈົ້າຈະຮູ້ສຶກວ່າ ນາງ ຟ້າ ນີ້ ຊ່າງກວນ....ຕ...ສະລະ ອີນ ອີຫລີ...
ສະຫລຸບແລ້ວ...ກໍຄື:
ເມື່ອເຮົາບໍ່ພໍໃຈຕົວເອງ ນອກຈາກເຮົາຈະເຮັດໃຫ້ຄົນອື່ນລຳຄານແລ້ວ ເຮົາຍັງເຮັດໃຫ້ຕົວເອງຄຽດນຳອີກ ຫາກເຮົາຍອມຮັບຫຼືພໍໃຈໃນຕົວເອງເພີມຂື້ນອີກ ເຮົາກໍ່ບໍ່ຕ້ອງມານັ່ງຫຼິ້ນເກມກວນປະສາດແບບນີ້ອີກລະ...

ຂຽນເມື່ອ ຂຽນເມື່ອ: ພ.ພ.. 5, 2010 | ມີ 13 ຄຳເຫັນ ແລະ 0 trackback(s)

 

ສັງຄົມທີ່ໜ້າຢູ່

 

       ຖາມວ່າຄຳວ່າ ສັງຄົມທີ່ໜ້າຢູ່ຄືສັງຄົມແນວໄດ? ຄຳຕອບທີ່ອອກມາ ຍ່ອມບໍ່ຄືກັນແນ່ນອນ ຖ້າຈະໃຫ້ຄົນແຕ່ລະສັງຄົມມາຕອບຄຳຖາມນີ້ ເພາະວ່າສັງຄົມແຕ່ລະສັງຄົມນັ້ນຊິດີ ຊິຊົ່ວ ຍ່ອມຂື້ນຢູ່ກັບເງື່ອນໄຂ ທັດສະນະຄະຕິ ແລະຄວາມເຊື່ອຂອງຄົນໃນສັງຄົມນັ້ນໆ ສັງຄົມທີ່ດີຕາມຄວາມເຊື່ອຂອງຄົນອີກສັງຄົມໜຶ່ງອາດຊົ່ວ ກັບຄົນອີກສັງຄົມໜຶ່ງ ເອົາເປັນວ່າທຸກໆສັງຄົມກະຄືຊິໜີບໍ່ພົ້ນໃນສັງຄົມທີ່ໜ້າຢູ່ທີ່ວ່າ ສັງຄົມທີ່ດີຄືສັງຄົມທີ່ບໍ່ມີການເອົາລັດເອົາປຽບກັນ ທຸກໆຄົນເທົ່າທຽມກັນ ມີຄວາມ ສະໝານສະມັກຄີ ປອງດອງກັນ ເອື້ອເຟື້ອເພື່ອແຜ່ ໃຫ້ແກ່ກັນແລະກັນ ມີຈິດໃຈທີ່ເຕັມໄປດ້ວຍຄວາມໂອບອ້ອມອາລີ ເຊິງສິ່ງທັ້ງຫລາຍທັ້ງປວງນີ້ຈະມີຂອບເຂດ ແລະຄວບຄຸມແນວໄດນັ້ນ ຄູບາຊິແຍກສ່ວນອອກໄປຕາມ ບໍລິບົດດັ່ງນີ້

1.ຂອບເຂດທາງການເມືອງ ໃນສັງຄົມດັ່ງກ່າວນັ້ນ ຈະຕ້ອງປາສະຈາກ ການຂູດຮີດເອົາລັດເອົາປຽບລະຫວ່າງຊົນຊັ້ນ ໂດຍອາໄສໂຄງສ້າງທາງການເມືອງທີ່ເອື້ອປະໂຫຍດສູງສຸດແກ່ປະຊາຊົນສ່ວນລວມ ຜູ້ນຳປະເທດຕ້ອງບໍລິຫານປະເທດ ໂດຍຫລັກທັມມະ ແລະຫລັກກົດໝາຍ ຢ່າງນ້ອຍຕ້ອງອາໄສກົດສີນລະທັມ ຂອງແຕ່ລະສາດສະໜາມາເປັນມາດຕະຖານໃນການບໍລິຫານ .

2.ຂອບເຂດທາງເສດຖະກິດ ໃນສັງຄົມທີ່ໜ້າຢູ່ນັ້ນລະບົບເສດຖະກິດນອກເໜືອຈາກທຸກຄົນຕ້ອງການເຮັດຜົນຜະຜິດເທົ່າທຽມກັນແລ້ວ ການໄດ້ຮັບຜົນຕອບແທນ ຄວນໃຫ້ເທົ່າທຽມກັນ ແລະມີການກະຈາຍສິດທິທາງເສດຖະກິດ ໃຫ້ມີຄວາມສະເໝີພາກຢ່າງກວ້່າງຂວາງ.

3.ຂອບເຂດທາງນິເວດ ລະບົບນິເວດຫລືທຳມະຊາດ ຕ້ອງມີຕ້ອງມີຄວາມອຸດົມສົມບູນ ຢູ່ໃນສະຖານທີ່ ສະພາບແວດລ້ອມທີ່ຕັ້ງຕ້ອງສາມາດທຳການຜະລິດໄດ້ ແລະທຳມາຫາກິນລ້ຽງຊີບໄດ້ຢ່າງສະດວກສະບາຍ ທຸກໆຄົນໃຫ້ຄວາມສຳຄັນກັບສິ່ງແວດລ້ອມ ບໍ່ຕັດໄມ້ທຳລາຍປ່າ.

4.ຂອບເຂດທາງວັດທະນະທຳ ມີວັດທະນະທຳ ຮີດຄອງ ປະເພນີ ທີ່ສົ່ງເສີມໃຫ້ສັງຄົມມີຄວາມຢູ່ເຢັນເປັນສຸກທຸກຖ້ວນໜ້າ ແລະເປັນວັດທະນະທຳທີ່ສົ່ງເສີມໄປໃນທາງໃຫ້ຄົນໃນສັງຄົມ ເກີດຄວາມສາໝານສາມັກຄີ ຄວາມເອື້ອອາທອນມີນ້ຳໃຈ ແບ່ງປັນ ເສຍສະຫລະໃຫ້ແກ່ກັນແລະກັນຕາມສົມຄວນ.

5.ຂອບເຂດການສຶກສາ ທຸກໆຄົນໃນສັງຄົມຕ້ອງໄດ້ຮັບໂອກາດທາງການສຶກສາຢ່າງເທົ່າທຽມກັນ ລວມທັ້ງໃນແງ່ການດຳລົງຊີວິດ ຫລືການສຶກສາຂັ້ນສູງ ໃນເຊີງການພັດທະນາສະຕິປັນຍາ ບໍ່ແມ່ນສຶກສາໃນລະບົບປະລິນຍາເພື່ອຫາກິນລ້ຽງຊີບເທົ່ານັ້ນ ແລະໃນເຊີງ ສີນທັມນຳພ້ອມ .

6.ຂອບເຂດສາທາລະນະສຸກ ຄວາມເຈັບໄຂ້ໄດ້ປ່ວຍ ການຕາຍ ເປັນເລື່ອງທີ່ມະນຸດໃນສັງຄົມຫລີກລ້ຽງບໍ່ໄດ້ ໃນສັງຄົມນີ້ຕ້ອງມີລະບົບດູແລສຸຂະພາບ ທີ່ດີດ້ວຍນ້ຳໃຈ ເອື້ອາທອນ ແລະທີ່ສຳຄັນກະຕ້ອງນຳເອົາຢາແຜນບູຮານ ຢາພື້ນເມືອງມານຳໃຊ້ສະເໝີ.

ທີ່ຄູບາໄດ້ກ່າວມາທັ້ງ 6 ຂອດເຂດນີ້ເປັນສັງຄົມທີ່ໜ້າຢູ່ຕາມທັດສະນະຄະຕິຄົນລາວເຮົາ ແລະປະເທດໄກ້ຄຽງ ຄູບາວ່າໃນສັງຄົມທີ່ໜ້າຢູ່ນັ້ນ ຈະຕ້ອງໃຫ້ຄວາມສຳຄັນກັບເລື່ອງຈິດໃຈ ຫລືມິຕິທາງສີນລະທັມ ຫລືມິຕິທາງສາດສະໜາ ບໍ່ວ່າສາດສະໜານັ້ນຈະເປັນສາດສະໜາໄດ ທັ້ງລັດທິພື້ນເມືອງ (ຄວາມເຊື່ອງເລື່ອງຜີ) ຫລື ພຸດ ຄຣີສ ອິສຣາມ ເຊນ ສິກ ເຊີງສາມາດທີ່ຈະໃຫ້ສັງຄົມມີຄວາມສະຫງົບສຸກໄດ້

 

ທ່ານໄດທີ່ມີແນວຄວາມຄິດທີ່ແຕກຕ່າງຈາກນີ້ ກະຂໍເຊີນທ່ານ ຕຳນິ ຕິຊົມມາໄດ້ເດີ ດ້ວຍຄວາມຍິນດີ ຈາກຜູ້ຂຽນ ສາທຸໆໆໆໆ .

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 4, 2010 | ມີ 4 ຄຳເຫັນ ແລະ 0 trackback(s)


ລະບົບເສດຖະກິດ

     ລະບົບເສດຖະກິດ ຄື ໜ່ວຍເສດຖະກິດ ແລະໜ່ວຍທຸລະກິດທີ່ລວມຕົວກັນ ເພື່ອດຳເນີນກິດຈະກຳທາງເສດຖະກິດ ພາຍໃຕ້ຮູບແບບການປົກຄອງ ຈາຮີດ ປະເພນີ ສັງຄົມ ວັດທະນະທຳຂອງແຕ່ລະປະເທດ ໂດຍມີຈຸດມຸ່ງໝາຍທີ່ຈະຊ່ວຍຕັດສິນບັນຫາພື້ນຖານຂອງລະບົບເສດຖະກິດໃຫ້ບັນລຸເປົ້າໝາຍ ເຊີງເປັນໜ໊າທີ່ໂດຍກົງຂອງລັດຖະບານ ຈະຕ້ອງກຳໜົດຮູບແບບລະບົບເສດຖະກິດ ອອກລະບຽບ ຂໍ້ບັງຄັບ ແລະລະບຽບການຄວບຄຸມ ດຳເນີນກິດຈະກຳທາງເສດຖະກິດໃຫ້ເໝາະສົມ ແລະເປັນຜົນດີຕໍ່ປະເທດ .

     ລະບົບເສດຖະກິດໃນໂລກແບ່ງອອກເປັນ 4 ລະບົບໃຫຍ່ໆ ຄື

<!--1. ລະບົບເສຣີນິຍົມ ຫລືທຶນນິຍົມ ລະບົບນີ້ຈະໃຫ້ສິດທິເເກ່ເອກະຊົນໃນການດຳເນີນການ ກິດຈະກຳທາງເສດຖະຖະກິດໄດ້ຢ່າງກວ້າງຂວາງ.

<!--[2. ລະບົບສັງຄົມນິຍົມ ຈະມີການວາງແຜ່ນຈາກສູນກາງ ລັດຖະບານຈະກຳໜົດກິດຈະກຳທາງເສດຖະກິດບາງຢ່າງ ເຊັ່ນ ລັດວິສະຫະກິດ ອຸດສະຫະກຳຂະໜາດໃຫຍ່ ບໍລິສັດທີ່ລົງທຶນສູງ ແມ່ນລັດຈະຄວບຄຸມ ສ່ວນກິດຈະການເລັກໆນ້ອຍແມ່ນເປີດໂອກາດເອກະຊົນດຳເນີນການກັນເອງ.

<!3. ລະບົບຄອມມູນິດ ຊັບສິນທຸກຢ່າງເປັນຂອງລັດ ພາກເອກະຊົນບໍ່ມີສິດທິເປັນເຈົ້າຂອງປັດໄຈການຜະລິດ  ລັດເປັນຜູ້ຜະລິດ ແລະຈຳໜ່າຍສິນຄ້າ ຜົນກຳໄລທີ່ໄດ້ມາ ລັດມີໜ້າທີ່ຈັດສັນປັນສ່ວນໃຫ້ປະຊາຊົນ ໂດຍເທົ່າທຽມກັນ

4.  ລະບົບແບບປະສົມລະຫວ່າງ ສັງຄົມນິຍົມ ກັບທຶນນິຍົມ ເປັນລະບົບທີ່ປະນີປະນອມໃຫ້ພາກເອກະຊົນສາມາດດຳເນີນກິດຈະການເປັນຂອງຕົນເອງໄດ້ ເປັນບາງຢ່າງ ແຕ່ຈະກຳໜົດທິດທາງ ໂດຍລັດຖະບານກາງເປັນຫລັກ

ຂໍ້ໄດບໍ່ເຂົ້າໃຈ ຫລືຢາກໄດ້ຄວາມຮູ້ຕື່ມອີກ ກະໄດ້ສອບຖາມມາໄດ້ເດີ ຍິນດີຕອບໃຫ້ ທຸຄຳຖາມ

ຂອບໃຈຫລາຍໆທີ່ໃຫ້ຄວາມຮ່ວມມື