ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 11, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄຸນສົມບັດຂອງນັກເວົ້າທີ່ດີ

 

. ຄິດໃຫ້ຮອບຄອບ.

. ຊອບດ້ວຍຖ້ອຍຄຳ

 

. ຈຳສິ່ງທີ່ເປັນສາຣະ.

. ເສີມທັກສະດ້ວຍຄາຣົມ

 

. ຜສົມດ້ວຍຕົວຢ່າງ.

. ກະຈ່າງດວຍເຫດຜົນ.

 

. ແຍບຄາຍດ້ວຍກົນລະວິທິ

. ມີມະນຸດສັມພັນ.

 

. ຈົບແລ້ວປະທັບໃຈ.

໑໐. ບໍ່ຍິນດີຫຼົງໄຫຼໃນຍ້ອງ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 3, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

1. ຮຽນດ້ວຍຄວາມຮັກ


2. ຮຽນດ້ວຍຄວາມພຽນ


3. ຮຽນດ້ວຍຄວາມອຸທິດຕົນ


4. ຮຽນດ້ວຍການວິເຄາະວິຈານ(ຄົ້ນຄິດ) ຫລື ໃຊ້ປັນຍາ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 30, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

1.ສັດຕູຍິ່ງໃຫຍ່ທີ່ສຸດຂອງຊີວິດແມ່ນຕົວເອງ.

   2.ໂງ່ຈະຍິ່ງໃຫຍ່ທີ່ສຸດຂອງຊີວິດແມ່ນຂີ້ຕົວະ. 

   3.ປາລາໄຊຍິ່ງໃຫຍ່ທີ່ສຸດຂອງຊີວິດແມ່ນອວດຕົວ.

   4.ໜ້າອັບອ່າຍທີ່ຍິ່ງໃຫຍ່ທີ່ສຸດຂອງຊີວິດແມ່ນອິດສາ.

   5.ຜິດພາດຍິ່ງໃຫຍ່ທີ່ສຸດຂອງຊີວິດແມ່ນເຮັດສູນເສຍຕົວເອງ.

   6.ໂທດກຳຍິ່ງໃຫຍ່ທີ່ສຸດຂອງຊີວິດແມ່ນເນລະຄູນ. 

   7.ໜ້າອີ່ຕົນສົງສານຍິ່ງໃຫຍ່ທີ່ສຸດຂອງຊີວິດແມ່ນພັດພາກຈາກໄປ.

   8.ໜ້ານັບຖືຍິ່ງໃຫຍ່ທີ່ສຸດຂອງຊີວິດແມ່ນຮູ້ລຸກຂຶ້ນພາຍຫຼັງພະລາດລົ້ມ.

   9.ຫາຍຍານະຍິ່ງໃຫຍ່ທີ່ສຸດຂອງຊີວິດແມ່ນສິ້ນຄວາມຫວັງ.

   10.ຊັບສົມບັດຍິ່ງໃຫຍ່ທີ່ສຸດຂອງຊີວິດແມ່ນສຸຂະພາບ ແລະມັນສະໝອງ.

   11. ໜີ້ສິນທີ່ຍິ່ງໃຫຍ່ທີ່ສຸດຂອງຊີວິດແມ່ນນ້ຳໃຈ.

   12. ຂອງຂວັນທີ່ຍິ່ງໃຫຍ່ທີ່ສຸດຂອງຊີວິດແມ່ນການໃຫ້ອະໄພ.

   13. ການພິດພາດທີ່ຍິ່ງໃຫຍ່ທີ່ສຸດຂອງຊີວິດແມ່ນຂາດຄວາມຮູ້.

   14.ໂອບອ້ອມອາລີຍິ່ງໃຫຍ່ທີ່ສຸດຂອງຊີວິດແມ່ນໃຫ້ທິດທາງ ແລະແຜນການ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 21, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຈະເລີນພອນຊາວພັນລາວທີ່ໜ້າຮັກ ແລະໜ້າຊັງທຸກຄົນເດີ ມື້ນີ້ຢາກມາບອກ ມາກ່າວກ່ຽວກັບຊີວິດຄົນເຮົາ

ທຸກໆຄົນ ຂພຈ ເຂົ້າໃຈດີວ່າຢາກມີຊີວິດທີ່ມີຄວາມສຸກ ຢາກຮັ່ງ ຢາກມີຢາກຮຽນສູງຢາກມີຄວາມຮູ້ ຢາກໄດ້ຄູ່ຄອງທີ່ດີ

ຢາກໄດ້ລົດງາມໆ ກະວ່າກັນໄປ ແຕ່ໃນເມື່ອຄວາມຢາກມາລຸມເລົ້າຊີວິດແບບນີ້ ເຮົາຊິເຮັດແນວໃດ ເພື່ອໃຫ້ໄດ້ສິ່ງນັ້ນ

ມາຕອບສະໜອງຄວາມຕ້ອງການຂອງເຮົາ ໂດຍວິທີທີ່ສຸຈະລິດ ຄຳຕອບກະຄືຊິງ່າຍໆທີ່ທຸກຄົນຕອບໄດ້ ຄື ເຮົາຕ້ອງ

ເດີນໄປຕາມເສັ້ນ ເຂັມທິດ ໄປສູ່ສິ່ງນັ້ນໃຫ້ຖືກຈຸດ ເຊັ່ນ ຢາກເປັນນັກຮຽນເກັ່ງ ຕ້ອງດຸໝັ່ນ ອ່ານໜັງສ້ຽນໜັງສື

ໝັ່ນໃຝ່ສະເເຫວງຫາຄວາມຮູ້ ບໍ່ຢຸດຍັ້ງ ຢາກເປັນຄົນຮັ່ງມີ ເຮົາຕ້ອງເປັນຄົນດຸໝັ່ນ ເຮັດວຽກ ເຮັດງານ

ປະຫຍັດມັດທະຫຍັດ ຄົບເພື່ອນທີ່ດີ ລ້ຽງຊີວິດຕາມສົມຄວນແກ່ຖານະ ບໍສຸດໂຕ່ງເກີນໄປ ມີ 10 ໃຊ້ 5 ເກັບອອມເພື່ອຍາມທີ່ຈຳເປັນ

ບໍ່ແມ່ນຢາກຮັ່ງມີ ແຕ່ຂີ້ຄ້ານນອນຈົນໄກ້ຊິເພນ ກະບໍ່ຕື່ນ ວຽກບໍ່ເຮັດ ການບໍ່ສ້າງແບບນີ້ ຜູ້ຂ້າວ່າ ຢາກຮັ່ງມີ ກະຄືຊິໄດ້ແຕ່ຢາກຢູ່ເດີ

ຊີວິດຄົນເຮົາ ເຮົາຕ້ອງກຳໜົດເອງວ່າຈະເດີນໄປທິດທາງໃດ ດັ່ງມີຄຳຄົມທີ່ວ່າ ລິຂິດຟ້າ ຫຼືຈະສູ້ມານະຄົນ ຊີວິດແຕ່ລະຄົນນັ້ນ ບໍ່ມີໃຜຟ້າ ອິນພົມ ຍົມມະລາດໄສດອກມາກຳໜົດ

ເຮົາເອງນີ້ແຫລະກຳໜົດມັນ ມີໜຶ່ງຈິດ 2 ເເຂນ 2 ຂາ ແລະຄວາມມານະພະຍາຍາມ  ນີ້ແຫລະເປັນຕົວຜັກດັນໃຫ້ຊີວິດເຮົາສົດໄສໄດ້ ຄົນລາວເຮົາບາງຄົນເຊື່ອຖືເລື່ອງໂຊກລາງຂອງຂັງ

ເຊື່ອເລື່ອງ ການທຳນາຍທາຍທັກ ໝໍຜີ ໝໍດູ ມາທາຍວ່າເຈົ້າຊີລວຍ ເຈົ້າຊິໄດ້ໂຊກລາບ ສິ່ງນີ້ຖືວ່າເປັນເລື່ອງງົມງາຍສຳຫລັບຄູບາ ເພາະຄູບາມີທັດສະນະຄະຕິ ແຕ່ຕ່າງເລື່ອງແບບນີ້ຢ່າງສິ້ນເຊີງ

ຄົນເຮົາມາທັກທາຍວ່າ ເຮົາຊິລວຍ 10 ປີຂ້າງນັ້ນ ແຕ່ຖ້າເຮົາຂີ້ຖ້ານຖາມວ່າຊິເປັນໄປຕາມເຂົາເວົ້າຢູ່ບໍ່ ຄິດເອົາເດີ ເພາະສະນັ້ນເຊື່ອຕົນເອງ ແລະ ເຫດຜົນຫລາຍທີ່ສຸດເດີ ຮອດເພນແລ້ວ ໄປສັນເພນກ່ອນ ວ່າຊິຂຽນໃຫ້ຈົບເລີຍບໍ່ຈົບຊ້ຳ ດ່ຽວໂອກາດໜ້າມາຂຽນໃຫມ່ ຈະເລີນທຳ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 19, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ


ທຸກ­ ໆ ຄົນ­ມີ­ຄວາມ­ສຸກ ເມື່ອ­ສະແຫວງ­ຫາ­ຊັບ­ມາ­ໄດ້ ຫລາຍ ໆ ຄົນ ມີ­ຄວາມ­ສຸກ­ກັບ­ການ­ຄອບຄອງ­ຫວງແຫນຊັບ­ນັ້ນ­ໄວ້ ໃນ­ຂະນະ­ທີ່­ອີກ­ຫລາຍ ໆ ຄົນ­ກໍມີ­ຄວາມ­ສຸກ­ກັບ­ການ­ໃຊ້­ຈ່າຍ­ຊັບ­ນັ້ນ ແທ້­ຈິງ­ແລ້ວ ເຮົາ­ຈະ­ສະແຫວງ­ຫາ­ຄວາມ­ສຸກ­ຈາກ­ຊັບ­ສິນ ໄດ້­ດ້ວຍ­ວິທີ­ການ­ໃດ ເຮັດ­ຢ່າງໃດ? ເຮົາ­ຈຶ່ງ­ຈະ­ໄດ້ຮັບ­ຄວາມ­ອິ່ມ­ກາຍ­ອິ່ມ­ໃຈ ຈາກ­ຊັບ­ຂອງ­ເຮົາ­ໃຫ້­ໄດ້­ຫລາຍ­ທີ່ສຸດ
ມີ­ນົກແກ້ວຝູງ­ໜຶ່ງ­ປະ­ມານ 500 ຕົວ ອາໄສ­ຢູ່ໃນ­ປ່າ­ແຫ່ງຫນຶ່ງເທິງ­ຈອມພູ ເມື່ອ­ເຖິງ­ເວລາ­ຫາ­ກິນ ຝູງ­ນົກແກ້ວຕ່າງ­ພາ­ກັນ­ບິນ­ໄປ­ກິນ­ເຂົ້າສາລີໃນ­ນາ­ຂອງ­ຊາ­ວນາຜູ້ຫນຶ່ງ
ເມື່ອ­ກິນ­ເຂົ້າສາລີອິ່ມ­ແລ້ວ ຕ່າງ­ກໍ­ບິນ­ກັບ­ຮັງ­ດ້ວຍ­ປາກ­ເປົ່າ­ໆທັງ­ນັ້ນ ສ່ວນ­ພະ­ຍາ­ນົກ­ແກ້ວທີ່­ເປັນ­ຫົວ­ໜ້າ ເມື່ອ­ກິນ­ອິ່ມ­ແລ້ວ ຍັງ­ຕ້ອງ­ຄາບ­ເອົາເຂົ້າສາລີອີກ 3 ຮວງກັບ­ໄປ­ນຳ ຊາວ­ນາ­ເຫັນ­ກໍ­ແປກ­ໃຈ ຈຶ່ງ­ພະຍາຍາມ­ດັກ­ຈັບ­ພະ­ຍາ­ນົກ­ແກ້ວໃຫ້­ໄດ້ ດ້ວຍ­ການ­ສັງເກດ­ທີ່­ຍືນ­ຂອງພະຍານົກນັ້ນ ແລ້­ວວາງ­ແຮ້ວດັກ­ໄວ້ ມື້­ໜຶ່­ງພະຍາ­ນົກ­ຖືກ­ຈັບ­ໄດ້ ຊາວ­ນາ­ຈຶ່ງ­ຖາ­ພະຍານົກວ່າ
" ນົກ­ເອີ໋ຍ ທ້ອງ­ຂອງ­ທ່ານ­ຄົງ­ຈະ­ໃຫຍ່­ກວ່າ­ທ້ອງ­ຂອງ­ນົກ­ອື່ນໆ ເພາະ­ເມື່ອ­ທ່ານ­ກິນ­ອິ່ມ­ແລ້ວ ຍັງ­ຕ້ອງ­ຄາບ­ຮວງ­ເຂົ້າສາລີກັບ­ໄປອີກ­ມື້­ລະ 3 ຮວງ ເປັນ­ເພາະ­ທ່ານ­ມີ­ເລົ້າເຂົ້າ ຫລື­ເປັນ­ເພາະ­ເຮົາ­ມີ­ເວນ­ຕໍ່­ກັນ­ມາ­ກ່ອນ? "
ພະ­ຍາ­ນົກ­ຕອບ­ວ່າ
"ຂ້າ­ພະ­ເຈົ້າ­ບໍ່­ໄດ້­ມີ­ເລົ້າເຂົ້າ ແລະ­ ເຮົາ ກໍ­ບໍ່­ມີ­ເວນ­ຕໍ່­ກັນ ແຕ່­ທີ່­ຄາບ­ໄປ 3 ຮວງ­ນັ້ນ ເພາະເຮົາມີເຫດຜົນຂອງເຮົາ, ເຮົາຈະອະທິບາຍສູ່ທ່ານຟັງເດີ
ຮວງ­ໜຶ່ງ­ເອົາ­ໄປ­ໃຊ້­ໜີ້­ເກົ່າ, ຮວງ­ໜຶ່ງເອົາ­ໄປ­ໃຫ້­ພວກເຂົາ ແລະ­ອີກ­ຮວງ­ໜຶ່ງ­ເອົາ­ໄປ­ຝັງ­ໄວ້ "
ຊາວ­ນາ­ໄດ້­ຟັງ­ກໍເກີດ­ຄວາມ­ສົງ­ໄສ ຈຶ່ງ­ຖາມວ່າ
"ທ່ານ­ເອົາ­ຮວງ­ເຂົ້າ­ໄປ­ໃຊ້­ໜີ້­ໃຜ ເອົາ­ໄປ­ໃຫ້­ໃຜ? ແລະ­ເອົາ­ໄປ­ຝັງ­ໄວ້­ທີ່­ໃດ?! "

ພະ­ຍາ­ນົກ­ແກ­້ວເຕົ້າ­ຈຶ່ງ­ຕອບ­ວ່າ
" ຮວງ­ທີ່­ໜຶ່ງ­ເອົາ­ໄປ­ໃຊ້­ໜີ້­ເກົ່າ ຄື­ເອົາ­ໄປ­ລ້ຽງດູ­ພໍ່­ແມ່ ເພາະ­ທ່ານ­ແກ່­ແລ້ວ ແລະ­ເປັນ­ຜູ້­ມີ­ພະຄຸນ­ຢ່າງ­ຫລາຍ ທັງ­ໃຫ້­ກຳ­ເນີດ­ແລະ­ລ້ຽງດູ­ຂ້າ­ພະ­ເຈົ້າ ຈົນ­ເຕີບ­ໃຫຍ່ ນັບ­ວ່າ­ຂ້າ­ພະ­ເຈົ້າ­ເປັນ­ໜີ້­ທ່ານ ຈຶ່ງ­ສົມຄວນ­ເອົາ­ໄປ­ໃຊ້­ໜີ້ "
 
" ຮວງ­ທີ່­ສອງ­ເອົາ­ໄປ­ໃຫ້­ພວກເຂົາ ຄື ເອົາ­ໄປ­ໃຫ້­ລູກ­ນ້ອຍ­ທັງ­ຫລາຍ­ທີ່­ຍັງ­ນ້ອຍ­ຢູ່ ບໍ່­ສາມາດ­ຫາ­ກິນ­ເອງ­ໄດ້ ເມື່ອ­ຂ້າ­ພະ­ເຈົ້າ­ລ້ຽງ­ພວກເຂົາ­ໃນ­ຕອນ­ນີ້ ຕໍ່ໄປ­ຍາມ­ຂ້າ­ພະ­ເຈົ້າ­ແກ່­ເຖົ້າ ພວກເຂົາ­ກໍ­ຈະ­ລ້ຽງ­ຕອບ­ແທນ ຈະ­ໄດ້­ເປັນ­ການ­ໃຫ້­ພວກເຂົາ "
 
" ຮວງ­ທີ່­ສາມ­ເອົາ­ໄປ­ຝັງ­ໄວ້ ຄື ເອົາ­ໄປ­ເຮັດ­ບຸນ­ດ້ວຍ­ການ­ໃຫ້­ທານ­ກັບ­ນົກ­ທີ່­ແກ່­ຊະລາ ນົກ­ທີ່­ພິ­ການ­ ຫລື­ເຈັບ­ປ່ວຍ­ບໍ່­ສາມາດ­ຫາ­ກິນ­ໄດ້ ເທົ່າ­ກັບ­ເອົາ­ໄປ­ຝັງ­ໄວ້ ເພາະ­ບັນ­ດິດ­ທັງ­ຫລາຍ­ກ່າວ­ວ່າ ການເຮັດ­ບຸນ­ເປັນ­ການ­ຝັງ­ຂຸມ­ຊັບ­ໄວ້ "
ຊາວ­ນາ­ຟັງ­ແລ້ວ­ເກີດ­ຄວາມ­ເລື່ອມ­ໃສ­ວ່າ ນົກ­ນີ້­ເປັນ­ນະ­ກົກ­ຕັນ­ຍູຕໍ່­ພໍ່­ແມ່ ເປັນ­ນົກ­ມີ­ຄວາມ­ເມດຕາ­ຕໍ່­ລູກ­ນ້ອຍ ແລະ­ເປັນ­ນົກ­ໃຈ­ບຸນ ມີ­ປັນຍາ ຮອບ­ຄອບ ມອງ­ການໄກ
ພະ­ຍາ­ນົກ­ໄດ້­ອະທິບາຍ­ຕໍ່ໄປ­ວ່າ
" ເຂົ້າສາລີທີ່­ຂ້າ­ພະ­ເຈົ້າກິນ­ເຂົ້າໄປ­ນັ້ນ ກໍ­ປຽບ­ເໝືອນ­ເອົາ­ຖິ້ມ­ລົງ­ໄປ­ໃນ­ເຫວ ທີ່­ບໍ່­ຮູ້­ຈັກ­ເຕັມ ເພາະ ຂ້າ­ພະ­ເຈົ້າ­ຕ້ອງ­ມາ­ກິນ­ທຸກ­ມື້ ມື້­ນີ້­ກິນ­ແລ້ວ ມື້ອື່ນກໍ­ຕ້ອງ­ມາ ກິນ­ອີກ ກິນ­ເທົ່າ­ໃດ ກໍ­ບໍ່­ຮູ້­ຈັກ­ເຕັມ ຈະ­ບໍ່­ກິນ­ກໍ­ບໍ່­ໄດ້ ເພາະ­ຖ້າ­ທ້ອງ­ຫິວ­ກໍ­ເປັນ­ທຸກ "

ຊາວ­ນາ­ຟັງ­ແລ້ວ­ຈຶ່ງ­ກ່າວ­ວ່າ
" ພະ­ຍາ­ນົກ­ຜູ້­ມີ­ປັນຍາ ຕອນທຳອິດຂ້າ­ພະ­ເຈົ້າ­ຄິດວ່າ ທ່ານ­ເປັນ­ນົກ­ທີ່­ໂລບ­ມາກ ເພາະ­ນົກ­ຕົວ­ອື່ນ­ເຂົາຫາ­ກິນ­ສຳເລັດ­ຮຽບຮ້ອຍ­ແລ້ວ ພວກເຂົາ­ກໍ­ບໍ່­ຄາບ­ຫຍັງ­ໄປ ສ່ວນ­ທ່ານ­ບິນ­ມາ­ຫາ­ກິນ­ແລ້ວ­ກໍ­ຍັງ­ຄາບ­ຮວງ­ເຂົ້າ­ກັບ­ໄປ­ອີກ ແຕ່­ພໍ­ຟັງ­ທ່ານ­ແລ້ວ ຈຶ່ງ­ຮູ້­ວ່າ­ທ່ານ­ບໍ່­ໄດ້­ຄາບ­ໄປ­ເພາະ­ຄວາມ­ໂລບ­ ແຕ່­ຄາບ­ໄປ­ເພາະ­ຄວາມ­ດີ ຄື­ເອົາ­ໄປ­ລ້ຽງ­ພໍ່­ແມ່ ເອົາ­ໄປ­ລ້ຽງລູກ­ນ້ອຍ ແລະ­ເອົາ­ໄປ­ເຮັດ­ບຸນ ທ່ານ­ເຮັດ­ດີ­ແທ້ໆ"

ຊາວ­ນາ­ມີ­ຈິດ­ເລື່ອມ­ໃສ­ໃນຄຸນນະທຳ­ຂອງພະຍານົກຫລາຍ ຈຶ່ງ­ແກ້­ເຄື່ອງ­ມັດອອກຈາກ­ຕີນ­ພະ­ຍານ­ົກ ປ່ອຍ­ໃຫ້ເປັນ­ອິດສະຫລະ ແລ້ວ­ມອບ­ນາ­ເຂົ້າສາລີໃຫ້, ພະ­ຍາ­ນົກ­ຮັບ­ນາ­ເຂົ້າສາລີໄວ້­ພຽງ­ສ່ວນຫນຶ່ງ ຊຶ່ງ­ຄາດຄະເນແລ້ວ­ວ່າ­ພຽງ­ພໍ­ແກ່­ບໍລິວານ ຈາກ­ນັ້ນ­ຈຶ່ງ­ໃຫ້­ໂອ­ວາດ ແກ່­ຊາວ­ນາ­ວ່າ:
"ຂໍ­ໃຫ້­ທ່ານ­ເປັນ­ຜູ້­ບໍ່­ປະ­ມາດ ໝັ່ນ­ສ້າງ­ສົມ­ກຸ­ສົນ­ດ້ວຍ­ການເຮັດ­ທານ­ແລະ­ລ້ຽງດູ­ພໍ່­ແມ່­ຜູ້­ແກ່­ເຖົ້າ­ດ້ວຍ­ເຖີດ "
ຊາວ­ນາ­ໄດ້­ຄະ­ຕິ­ຈາກ­ຂໍ້­ປະຕິບັດຂອງພະຍານົກຈຶ່ງ­ຕັ້ງ­ໃຈ­ເຮັດ­ບຸນ­ກຸ­ສົນ­ຕັ້ງແຕ່­ນັ້ນ­ມາຈົນ­ຕະຫລອດ­ຊີວິດ

ນົກ­ແກ້ວ ຜູ້­ມີ­ປັນຍາ ຮູ້­ວ່າ­ຄວນ­ບໍລິຫານ­ຈັດການ­ຊັບ­ສິນ­ຢ່າງໃດ ຈຶ່ງ­ຈະ­ເກີດ­ປະໂຫຍດ­ສູງ­ສຸດ ທັງ­ຕໍ່­ຕົນ­ເອງ ຕໍ່­ຄອບຄົວ ແລະ­ຕໍ່­ສັງຄົມ ນັບ­ເປັນ­ການ­ໃຊ້­ຊັບ­ຢ່າງ­ຊານ­ສະຫລາດ ທີ່­ຍິ່ງ­ໃຊ້­ກໍ­ຍິ່ງ­ມີ­ຄວາມ­ສຸກ­ ຄວາມ­ຈະເລີນ ສຸກ­ທັງ­ກາຍ ສຸກ­ທັງ­ໃຈ ສຸກ­ທັງ­ໃນ­ປະຈຸບັນ ແລະ­ອະນາຄົດ
ເຮົາ ທຸກ­ຄົນ­ເມື່ອ­ຮູ້­ຈັກ­ເກັບ ຮູ້­ຈັກ­ຫາ­ຊັບ­ແລ້ວ ກໍ­ຄວນ­ຈະ­ຮູ້­ຈັກ­ຫາ­ຄວາມ­ສຸກ­ຈາກ­ການ­ໃຊ້­ຊັບ­ຢ່າງ­ຖືກ­ຕ້ອງ­ດ້ວຍ ເພາະ­ການ­ສະແຫວງຫາ ຫລື­ຄອບຄອງ­ຊັບ­ສິນ­ທີ່­ມີ ບໍ່­ອາດ­ສ້າງ­ຄວາມ­ສຸກ­ໃຈ ບໍ່­ອາດ­ເຮັດໃຫ້­ເກີດ­ບຸນ­ກຸ­ສົນ­ໄດ້ ທຽບ­ເທົ່າ­ກັບ­ການ­ໃຊ້­ຊັບ­ນັ້ນ­ໃຫ້­ເກີດ­ຄຸນຄ່າ­ຢ່າງ­ແທ້­ຈິງ­ຕໍ່­ຊີວິດ


ຂຽນເມື່ອ ຂຽນເມື່ອ: ຕ.ລ.. 14, 2010 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ມາຣະນຸສສະຕິ(ກາຣພິຈາຣະນາ​ກ່ອນ​ຈະ​ຕາຍ ຫຼື​ຕັ້ງສະຕິ​ກ່ອນ​ຕາຍ)

ອຸ​ທຸ​ວັງ ​ໂຂ ​ເມ ຊີ​ວິຕຕັງ ທຸ​ວັງ ມະຣະນັງ ​ເອກັງສິກັງ ອະວັສສັງ ມະ​ຍາ ປະຣິຕັພພັງ ມະຣະນະ ປະຣິ​ໂຍ ສາ​ນັງ ​ເມ​ຊີວິຕຕັງ ມະຣະນະ ປະຕິພັທທັງ ​ເມ​ຊີວິຕຕັງ ມະຣະນະ ທັມ​ໂມມ​ຫິ ມະຣະນັງ ອະນະ​ຕີ​ໂຕ ມະຣະນັງ ພະ​ວິສສະຕິ ຊີວິ​ຕິ​ນທຣີຍັງ ອຸ​ປັຈສິຊຊີ​ສສະຕິ ມະຣະນັງ ມະຣະນັງ ຯ

- ອະທຸ​ວັງ ​ໂຂ ​ເມ ຊີ​ວິຕຕັງ : ຊີວິຕຂອງ​ເຮົາ​ບໍ່​ໝັ້ນຄົງ​ຍືນ​ນານ(ບໍ່​ທ່ຽງ).
- ທຸ​ວັງ ມະຣະນັງ ​ເອກັງ​ສິກັງ : ຄວາມ​ຕາຍ​ເປັນ​ຂອງ​ຈິງ ​ເປັນ​ສິ່ງ​ດຽວ.(ຕ້ອງຕາ​ຍຢ່າງ​ດຽວ).
- ອະວັສສັງ ມະ​ຍາ ປະຣິຕັພພັງ : ​ເຮົາ​ຈັກ​ຕ້ອງຕາ​ຍ​ແນ່ນອນບໍ່​ສາມີ​ໃຜ​ຫຼີກ​ໄດ້.
- ມະຣະນະ ປະຣິ​ໂຍ ສາ​ນັງ ​ເມ​ຊີວິຕຕັງ: ຊີວິຕຂອງ​ເຮົາ​ມີ​ຄວາມ​ຕາຍ​ເປັນ​ທີ່​ສຸດ,
- ມະຣະນະ ປະຕິພັທທັງ ​ເມ​ຊີວິຕຕັງ : ຊີວິຕຂອງ​ເຮົາ​ເນື່ອງ​ດ້ວຍ​ຄວາມ​ຕາຍ,
- ມະຣະນະ ທັມ​ໂມມ​ຫິ ມະຣະນັງ ອະນະ​ຕີ​ໂຕ : ​ເຮົາ​ເປັນ​ຜູ້​ມີ​ຄວາມ​ຕາຍ​ເປັນ​ທັມມະ​ດາ ບໍ່​ລ່ວງ​ພົ້ນຄວາມ​ຕາຍ​ໄປ​ໄດ້.
- ມະຣະນັງ ພະ​ວິສສະຕິ : ຄວາມ​ຕາຍ​ຈັກ​ມີ.
- ຊີວິ​ຕິ​ນທຣີ ຍັງ ອຸ​ປັຈສິຊຊີ​ສສະຕິ :
o ອັນ​ຊີ​ຄື​ຊີຍ໌ວິຕ ອັນ​ວິບັຕຈັກ​ເຂົ້າ​ໄປ​ຕັ​ດ​ສາ,
o ວິນ​ຊີ​ຍ໌ຄື​ຊີວິຕຈັຂາດ ຈັກ​ເຂົ້າ​ໄປ​ຂາດ,
o ຄືຈັກ​ອາສັຍ​ຄວາມ​ພິບັດ ​ແລ້ວ​ຂາດ​ໄປ,
- ມະຣະນັງ ມະຣະນັງ : ຄວາມ​ຕາຍ ຄວາມ​ຕາຍ.
(​ໃຫ້​ຜູ​ຈະ​ເຣີນນັ້ນ ​ແລ​ດູ​ສັຕວ໌ັທັງຫຼາຍ ທີ່​ຕາຍ​ແລ້ວ ຕາຍ​ແລ້ວ​ນະ​ທີ່​ນັ້ນ, ນຶກ​ເຖິງ​ຄວາມ​ຕາຍ​ຂອງ​ສັຕວ໌ທີ່​ມີ​ສົມບັຕ ຕົນ​ເຄີຍ​ເຫັນ​ແລ້ວຕາຍ​ໄປ​ເປັນ​ອາຣົມມ໌ ປະກອບ​ສະຕິ​ດ້ວຍ, ສັງ​ເວ​ຊດ້ວຍ, ຍານ​ທີ່​ຮອບ​ຮູ້​ໃນ​ໂຍນິ​ໂສ​ມະນະ​ສິກາຣ, ຄວາມ​ທຳ​ຈິຕ​ໃຫ້​ເປັນ​ໄປ​ວ່າ: “ອະ​ທຸ​ວັງ ​ໂຂ ​ເມ ​ຊີວິຕຕັງ” ​ເປັນຕົ້ນນັ້ນ ​ເທີ້ນ.
- ຂ້າ​ກໍ​ຕາຍ, ບໍ່​ຂ້າ​ກໍ​ຕາຍ, ສັ​ຕວ໌ທັງຫຼາຍ​ເອີຍ ຈົ່ງ​ຢ່າ​ຂ້າ​ກັນ.
- ນັ່ງ​ຢູ່ກໍ​ຕາຍ, ນອນຢູ່​ກໍ​ຕາຍ, ສັຕວ໌ທັງຫຼາຍ​ເອີຍ​ຈົ່ງ​ມີ​ສະຕິ.
- ຄວາມ​ຕາຍ​ນັ້ນທ່ຽງ​ແທ້​ແນ່ນອນ.
- ຢ່າ​ໄດ້​ມົວ​ເມົາ​ປະມາ​ຖ​ໃນ​ກຸສົລທັມ.
- ຄວາມ​ປະ​ມາ​ຖ​ເປັນ​ທາງ​ແຫ່ງ​ຄວາມ​ຕາຍ.
- ຄວາມບໍ່​ປະມາ​ຖ ​ເປັນ​ທາງ​ແຫ່ງຄວາມ​ບໍ່​ຕາຍ,
ອັນວ່າ​ຄວາມ​ຕາຍ​ນີ້ ​ ແຂວນ​ຄໍ​ທຸ​ກບາດ​ຢ່າງ
- ຕື່ນ​ມື້​ເຊົ້າ ​ ເຫັນ​ໜ້າ​ຈຶ່ງ​ວ່າ​ຍັງ
- ອັນວ່າ​ຄົນ​ເຮົາ​ນີ້ ຢ່າ​ຫຼົງ​ຕົວ​ມົວ​ປະໝາດ
- ດີ​ຊົ່ວ​ສອງ​ສິ່ງ​ນີ້ ຕາມ​ຕື້​ຕໍ່​ເຮົາ
- ​ແມ່ນວ່າ​ເນົາ​ຊາຕນີ້ ຫຼື​ວ່າ​ໂລກ​​ແດນ​ໃດ
- ຊົ່ວ​ດີ​ຕາມ​ຕົນ​ເຮົາ ສ​່​ົງ​ໄປ​ໃຫ້​ເຖິງ​ບັ້ນ
- ມີ​ດີ​​ແລ້ວ ຢ່າ​ຫຼົງ​ດີ​ຈົນ​ລືມ​ຊົ່ວ
- ຄັນວ່າ​ມີ​ຊົ່ວ​ແລ້ວ ຢ່າງ​ໄປ​ຢ້ານ​ວ່າ​ບໍ່​ດີ ທ່ານ​ເອີຍ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 14, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ມະນຸດທຸກຍຸກທຸກສະໄໝ ເມື່ອບໍ່ມີຄວາມໝັ້ນໃຈ ຜະສົມກັບປັນຍາຄວາມຮູ້ບໍ່ເທົ່າທັນກັບບັນຫາເມື່ອໃດ ມັກຈະເປັນທາດຂອງບັນຫາ ຫຼືບຸກຄົນທີ່ມີພະລັງທາງສະຕິປັນຍາເໜືອກວ່າສະເໝີໄປ.

ເຫດການ ເຣື່ອງລາວ ຂ່າວຄາວຕ່າງໆທີ່ເກີດຂຶ້ນໃນສັງຄົມບ້ານເມືອງເຮົາ ທັງທີ່ເປັນເຣື່ອງດີ ແລະເຣື່ອງບໍ່ດີ, ເປັນເລື່ອງຈິງຫຼືບໍ່ຈິງ, ລ້ວນແຕ່ເປັນທີ່ສ້າງຄວາມສົນໃຈໃຫ້ແກ່ສັງຄົມ ແລະໄດ້ແຜ່ຂະຫຍາຍໄປຢ່າງ ໄວວາ ຈົນເຮັດໃຫ້ວົງການຂ່າວສານ ຫຼືສື່ສານ ທີ່ມີເຄື່ອງມືທີ່ທັນສະໄໝກວ່າແຕ່ເກົ່າກ່ອນນັ້ນ ຕ້ອງຕາມຫຼັງທຸກໆຄັ້ງ.

ຂ່າວຄາວດີໆ ຈິງແທ້ແນ່ນອນນັ້ນ ບາງຄັ້ງອາດບໍ່ດັງ ແລະບໍ່ເດັ່ນ ບໍ່ເປັນທີ່ໜ້າສົນໃຈກວ່າ ຂ່າວທີ່ ຂ່າວຄາວທີ່ບໍ່ຈິງສາດ້ວຍຊຳ້, ອັນນີ້ມັນກະວັດຜົນວ່າສັງຄົມນັ້ນໆ ຕົກຢູ່ໃນສະພາບເວດລ້ອມແລະຍອມຮັບເອົາແຕ່ສິ່ງ ທີ່ໄຮ້ສາຣະໜ້າສົງສານ, ສາມາດມອງເຫັນພື້ນຖານຈິດຈາຣິດອັນເປັນພື້ນຖານແປກປອມຂອງສັງຄົມໄດ້ໂດຍແທ້.

ຄວາມຈິງແລ້ວໃນໄລຍະປຕ່ປີ ໑໙໙໖ ເປັນຕົ້ນມາຂ່າວຄາວທີ່ດີ, ຈິງແທ້ແນ່ນອນ ຖືກຕ້ອງ ແລະເປັນທີ່ຍອມຮັບຂອງທາງການ ສາມາດພິສູດ ແລະອະທິບາຍດ້ວຍເຫດດ້ວຍຜົນໄດ້ນັ້ນ ໄດ້ເກີດຂຶ້ນໃນສັງຄົມບ້ານ ເມືອງເຮົາທົ່ວປະເທດ ເຊັ່ນ ຕົວຢ່າງ ຂ່າວຄາວການພົບຂຸດພົບພຣະພຸດທະຮູບທອງ, ຄຳ ແລະວັດຖຸມີຄ່າ ທີ່ບໍຣິເວນ ໂສກປ່າຫຼວງແລະອື່ນໆ ເລື້ອຍໆມາຈົນເຖິງປີ ໒໐໐໔ ການຄົ້ນພົບພຣະພຸດທະຮູບ ທີ່ຖຳ້ປາຝາ ເມືອງມະຫາໄຊ ແຂວງ ຄຳມ່ວນ, ການຂຸດຄົ້ນພົບເຄື່ອງຄຳ້ຂອງຄູນໃນຫຼາຍໆແຫ່ງທົ່ວປະເທດ ຈົນມາເຖິງປີ ໒໐໐໗-໐໘ ໄດ້ມີການຂຸດພົບຊາກກຳແພງວັງ ແລະຫຼັກວຽງ ທີ່ຖນົນໝາຍເລກໜຶ່ງການນະຄອນຫຼວງວຽງຈັນ ຕົ້ນປີ ໒໐໐໘ ທີ່ແຂວງສະຫວັນນະເຂດນັ້ນ ກໍໄດ້ຂຸດພົບຫຼາຍຢ່າງໂດຍສະເພາະແມ່ນ ຂ່າວການຂຸດພົບຄ້ອງບັ້ງຣຸ່ນໜຶ່ງ ທີ່ບໍ່ຄຳເຊ ໂປນ ແລະຂ່າວທີ່ສົນໃຈ ແລະຮືຮາກັນທີ່ສຸດນັ້ນແມ່ນການພົບວັດຖຸມີຄ່າ ຫຼາຍກວ່າຮ້ອຍສິ້ນທີ່ບ້ານໜອງເຮືອທອງ ແຂວງສະຫວັນນະເຂດ ສ່ວນທີ່ຊ່າລືທາງວິຊາການ ແລະເປັນທີ່ໜ້າສົນໃຈທີ່ສຸດໃນຕ່າງປະເທດນັ້ນ ແມ່ນການອ່ານພົບ ອັກສອນລາວທີ່ມີອາຍຸເກົ່າແກ່ ທີ່ສຸດໃນວັດວິຊຸນນະຣາດ ແຂວງຫຼວງພຣະບາງນັ້ນ​, ຂ່າວທຸກຂ່າວທີ່ກ່າວມາຂ້າງເທິງ ນັ້ນລ້ວນແຕ່ເປັນຂອງຈິງ ແລະດັ່ງດັງໄປທົ່ວໂລກ ເປັນສິ່ງທີ່ໜ້າພາກພູມໃຈໃຫ້ແກ່ປະເທດຊາດບ້ານເມືອງລາວເຮົາ ຢ່າງຍິ່ງ.

ນອກຈາກຂ່າວທີ່ດີນັ້ນແລ້ວຍັງມີສິ່ງທີ່ແຝງມານັ້ນ ຍັງມີຂ່າວອັນບໍ່ສົມມາພາຄວນ ແລະບໍ່ຖືກບໍ່ຕ້ອງ ທັງທີ່ບໍ່ມີມູນຄວາມຈິງ ແລະເຖິງມີມູນຄວາມຈິງ ແຕ່ເປັນສິ່ງຫຼອກລວງແອບແຝງເພື່ອຜົນປະໂຫຍດຂອງຄົນບາງກຸ່ມ ຫວັງຫຼອກລວງ ຫາປະໂຫຍດ ແລະທຳລາຍຊື່ສຽງຂອງບ້ານເມືອງລາວນັ້ນກໍມີມາໃຫ້ເຫັນ ເຊັ່ນກໍຣະນີ ຂ່າວສອງສາມ ຂ່າວເມື່ອງປີກາຍ ເຊັ່ນ ພຣະແກ້ວມໍຣະກົດກັບລາວ ທີ່ບ້ານໜຶ່ງແຖວບໍ່ໂອ, ຄວາຍປາກເປັນ ແລະຄົງຂັງທີ່ແຖວບ້ານ ອ່າງສັມປັນນາ, ພຣະຮ້ອງໃຫ້ທີ່ແຖວບ້ານເມືອງນ້ອຍ ເມືອງໄຊເຊດຖາ ແລະຂ່າວຫຼ້າສຸດ ແລະກຳລັງເປັນທີ່ສົນໃຈ ຂອງຄົນທົ່ວໄປນັ້ນແມ່ນ ພຣະຟູນຳ້ ທີ່ບ້ານເປັ້ງ ເມືອງຫາດຊາຍຟອງ ຂ່າວນີ້ໄດ້ສ້າງຄວາມໂກລາຫົນ ແລະສົນໃຈ ແກ່ສັງຄົມບໍ່ແມ່ນຂອງໜ້ອຍ ແຕ່ຄວາມຈິງກໍບໍ່ໜີຄວາມຈິງ ຂ່າວຄາວຫຼັງສຸດເຫດການທັງຫຼາຍທີ່ກ່າວມານັ້ນ ສັງຄົມຮູ້ ນຳຫຼັງວ່າ “ເປັນຂ່າວຫຼອກລວງ”, ຂ່າວເຫຼົ່ານີ້ ອາດຈະທຳລາຍຄວາມໜ້າເຊື່ອຖືຂ່າວທີ່ເປັນຈິງນັ້ນໄດ້.

ຄວາມຈິງແລ້ວຂ່າວນັ້ນ ມັນເປັນສິ່ງຈຳເປັນແກ່ມະນຸດທີ່ສຸດ ເປັນປັດໄຈໜຶ່ງທີ່ຈຳເປັນໃນທຸກຍຸກທຸກສະໄໝ ຍິ່ງ ໃນສັງຄົມປັດຈຸບັນນີ້ ເປັນສັງຄົມທັນສະໄໝໂລກກວ້າງ ແຕ່ແນວຄິດສັງຄົມແຄບ ມະນຸດໃນສັງຄົມຍິ່ງຕ້ອງການຂ່າວ ສານທີ່ຖືກຕ້ອງ ແລະທັນສະໄໝ, ທັງນີ້ທັງນັ້ນ ຜູ້ບໍ່ລິໂພກຂ່າວເອງ ກໍຕ້ອງທັນສະໄໝກວ່າ ຄືມີແນວຄິດທີ່ທັນສະໄໝ ຮູ້້ແທ້, ຮູ້ຈິງ, ຮູ້ທັນ ແລະເຂົ້າໃຈຖືກຕໍ່ເຫດການ ແລະຂ່າວຄາວທຸກຂ່າວທີ່ເກີດຂຶ້ນນັ້ນ, ຫາກຜູ້ບໍລິໂພກຂ່າວ ພຽງ ແຕ່ຮູ້ຮັບຮູ້ຂ່າວ ແລະບໍ່ໄຈ້ແຍກໄດ້ວ່າ ຂ່າວໃດຖືກ ຂ່າວໃດບໍ່ຖືກ ລັກສະນະເຊັ່ນນີ້ ເຂົາຮຽກວ່າ “ສັງຄົມມຸງຄຸນຕື່ນ ຂ່າວ” ຍ່ອມສ້າງຄວາມເສັຍຫາຍ ແລະສ້າງຜົນກະທົບຕໍ່ຄວາມໝັ້ນຄົງຂອງຊີວິດຕົນ ສັງຄົມ ແລະປະເທດ ຊາດ ແນ່ນອນ.

ໃນສະໄໝພຸດທະການ ມະນຸດກໍຕົກຢູ່ໃນສັງຄົມຕື່ນຂ່າວເຊັ່ນກັນ ແຕ່ມະນຸດໃນສະໄໝນັ້ນໂຊກດີກວ່າພວກເຮົາ ຫຼາ່ຍເນື່ອງຈາກໄດ້ພົບພຣະພຸດທະເຈົ້າ ຜູ້ເປັນຄຣູຂອງມະນຸດ ແລະເທວະດາທັງຫຼາຍທັງປວງ ສາມາດຊີ້ເຫດດີ ເຫດຊົ່ວ ຊີ້ຊ່ອງທາງອັນຖືກຕ້ອງໄດ້.

ດັ່ງເລື່ອງກາລະມະສູດ ອັນເປັນຄຳພີໜຶ່ງໃນພຣະພຸດທະສາສະໜາ ເຊິ່ງປາກົດນາມສູດໃນພຣະໄຕປີດົກວ່າ ເກສະປຸຕຕະສູຕຣະ ທັງນ​​ີ້ໄດ້ກ່າວເຖິງພຣະພຸດທະເຈົ້າໄດ້ຊົງສະແດງພຣະສູດນີ້ ໃຫ້ແກ່ຊາວບ້ານກາລາມະ ເຊິ່ງຢູ່ໃນ ເຂດປຸດຕະນິຄົມ ແຕຄົນໃນບ້ານນີ້ ເປັນເຜົ່າຊົນດຽວກັນກັນຄື ເຜົ່າຊົນ(ສະກຸນ)ກາລາມະ ໃນພຣະສູດຈຶ່ງຮຽກຄົນເຫຼົ່າ ນີ້ວ່າ ກາລາມະຊົນ.

ພຣະສູດນີ້ເປັນພຣະສູດບໍ່ຍາວ ແຕ່ມີຄວາມໝາຍເລີກເຊິ່ງປະກອບໄປດ້ວຍເຫດ ແລະຜົນ ເຊິ່ງ ຜູ້ນັບຖືພຣະພຸດທະສາສນາຄວນສຶກສາຢ່າງຍິ່ງ, ເພາະເປັນສູດທີ່ຊົງແນະນຳໃຫ້ໃຊ້ເຫດຜົນ ຕາມຫຼັກວິທະຍາສາດ, ດ້ວຍເຫດນັນນັກວິຊາການ ແລະວິທະຍາສາດຂອງໂລກທົ່ວໄປ ຈຶ່ງໄດ້ສົນໃຈສຶກສາກັນຢ່າງຍິ່ງໃນປັດຈຸບັນນີ້.

ພຣະສູດນີ້ ມີຄວາມເປັນມາໂດຍສະຫຼຸບວ່າ “ສະໄໝໜຶ່ງພຣະພຸດທເຈົ້າ ສະເດັດໄປຍັງເກສະປຸຕຕະນິຄົມ ອັນເປັນທີ່ຢູ່ຂອງຊາວກາລາມະໂຄດ ຫຼືກາລາມະຊົນ ຊາວກາລາມະຊົນ ໃນເກສະປຸຕຕະຊາບຂ່າວມາກ່ອນ ແລ້ວວ່າພຣະພຸດທະເຈົ້າມີຊື່ສຽງໂດ່ງດັງຢ່າງໃດມາກ່ອນ ທີ່ພຣະພຸດທະອົງຈະສະເດັດມາກ່ອນໃນໝູ່ບ້ານນີ້ ຈຶ່ງພາກັນໄປເຝົ້າຢ່າງຫຼວງຫຼາຍ, ເພາະຊື່ສຽງຂອງພຣະອົງດັງກ້ອງໄປວ່າ.

ເພາະເຫດນີ້ ພຣະພຸດທະເຈົ້າພຣະອົງນັ້ນ ເປັນພຣະອໍຣະຫັນ, ເປັນຜູ້ຕັດສະຮູ້ເອງໂດຍຊອບ, ເປັນຜູ້ເຖິງພ້ອມດ້ວຍວິຊຊາ ແລະຈາຣະນະ, ສະເດັດໄປດີແລ້ວ ເປັນຜູ້ຮູ້ແຈ້ງໂລກ, ເປັນຜູ້ຝຶກຄົນທີ່ຄວນຝືກ, ບໍ່ມີຜູ້ອື່ນ ຍິ່ງກວ່າ, ເປັນຜູ້ຮູ້ ເປັນຜູ້ເບີກບານ ເປັນຜູ້ຈຳແນກແຈກທັມ ເປັນຕົ້ນ ດັ່ງທີ່ເຮົາສູດກັນໃນ ອິຕິປິໂສ ນັ້ນ.

ຊາວກາລາມະຊົນ ໃນສະໄໝນັ້ນ ອາດຊິຕ່າງຈາກຄົນລາວເຮົາໃນສະໄໝປັດຈຸບັນຢ່າງໜຶ່ງ ຄື ມັກຟັງ, ມັກອ່ານ, ມັກສຶກສາຄົ້ນຄວ້າ ແລະວິໄຈ ແຕ່ວ່າສິ່ງທີ່ເຂົາຮັບຮູ້ໃນສະໄໝນັ້ນ ມັນມີຄວາມຮູ້ຫຼວງຫຼາຍ ຈົນພວກເຂົາບໍ່ ສາມາດທີ່ຕັດສິນໃຈວ່າ ອັນໃດຖືກຕ້ອງ ອັນໃດບໍ່ຖືກຕ້ອງ ອັນໃດຄວນເຊື່ອຖື ແລະອັນໃດບໍ່ຄວນເຊື່ອຖື ເພາະຄວາມຮູ້ ທີ່ພວກເຂົາໄດ້ີຮັບຈາກຄຣູອາຈານທ່ານອື່ນໆນັ້ນຕ່າງກໍເວົ້າອະທິບາຍກັນໄປຄົນລະເລື່ອງ ຄົນລະລາວຕາມຄວາມເຂົ້າ ໃຈຂອງເຂົາ.

ທີ່ນີ້ຊາວກາລາມະຊົນ ນັບວ່າເປັນນັກເຫດຜົນໂດຍຊາດ ໂດຍຕະກູນທັງໝູບ້ານ ຈຶ່ງຍັງບໍ່ທັນເຊື່ອສິ່ງທີ່ເຂົາຮູ້ ແລະເຫັນມາ ເມື່ອເຫັນພຣະພຸດທະເຈົ້າສະເດັດຍັງໝູ່ບ້ານເຂົາ ເຂົາຈຶ່ງໄປເຝົ້າພຣະພຸດທະອົງ ແລະທູນຖາມເຫດ ທີ່ຄວນເຊື່ອ ແລະບໍ່ຄວນເຊື່ອ ອັນເປັນຫຼັກຕັດສິນບັນຫາ ແລະຄວາມຮູ້ຄວາມເຫັນທີ່ໄດ້ຮັບມານັ້ນ ໃຫ້ຕົກລົງ ແລະສະຫຼຸບໄດ້ຖືກຕ້ອງວ່າ ອັນໃດຈິງ ອັນໃດບໍ່ຈິງ ຈຶ່ງສະຮູບເອົາແຕ່ຄຳຕອບຂອງພຣະພຸດທະອົງມາສະເໜີທ່ານ ແລະມີຊື່ວ່າ ສິ່ງທີ່ບໍ່ຄວນເຊື່ອ ໑໐ ປະການ ດັ່ງຕໍ່ໄປນີ້.

໑. ມາ ອະນຸສສະວະເນນະ: ຢ່າເພິ່ງເຊື່ອ ໂດຍຟັງຕາມກັນມາ.

໒. ມາ ປະຣັມປຣາຍະ: ຢ່າເພິ່ງເຊື່ອ ໂດຍຖືວ່າເປັນຂອງເກົ່າເຫຼົ່າສືບໆກັນມາ.

໓. ມາ ອິຕິກະຣາຍະ: ຢ່າເພິ່ງເຊື່ອ ເພາະຂ່າວເລົ່າລື.

໔. ມາ ປິຕະກະສັມມາປະທາເນນະ: ຢ່າເພິ່ງເຊື່ອ ໂດຍອ້າງຄຳພີຫຼືຕາຣາ.

໕. ມາ ຕັກກະເຫຕຸ: ຢ່າເພິ່ງເຊື່ອ ໂດຍເຫດເດົາເອົາເອງ.

໖. ມາ ນະຍະເຫຕຸ: ຢ່າເພິ່ງເຊື່ອ ໂດຍຄິດຄາດຄະເນອະນຸມານເອົາ.

໗. ມາ ອາກາຣະປະຣິວິຕັກເກນະ: ຢ່າເພິ່ງເຊື່ອ ໂດຍການຕືກຕອງເອົາຕາມອາການທີ່ປາກົດ.

໘. ມາ ທິດຖີນິຊຊານັກຂັນຕິຍາ: ຢ່າເພິ່ງເຊື່ອ ໂດຍເພາະເຫັນວ່າຖືກຕ້ອງກັບຄວາມເຫັນຂອງຕົນ.

໙. ມາ ພັບພຣູປະຕາ: ຢ່າເພິ່ງເຊື່ອ ໂດຍວ່າຜູ້ເວົ້ານັ້ນຄວນເຊື່ອໄດ້.

໑໐. ມາ ສະມະໂນ ໂນທ ຄຣູຕິ: ຢ່າເພິ່ງເຊື່ອ ໂດຍວ່າຜູ້ເວົ້ານັ້ນເປັນຄຣູຂອງເຮົາ.

ຫຼັກການ ແລະເຫດຜົນທີ່ພຣະພຸດທະເຈົ້າຊົງສອນນີ້ ເປັນຫຼັກການທີ່ຊາວກາລາມະຊົນໄດ້ນຳເອົາໄປໃຊ້ ຈົນເປັນນິໄສສັງຄົມ ເພື່ອສຶກສາຕັກສິນໃຈໃນການທີ່ຈະຮັບ ຫຼືບໍ່ຮູ້ ຮູ້ເລື່ອງລາວທີ່ພວກເຂົາໄດ້ຮູ້, ໄດ້ເຫັນ, ໄດ້ຍິນ, ໄດ້ຟັງ ກໍເຮັດໃຫ້າວກາລາມະຊົນ ເປັນສັງຄົມທີ່ສະຫງົບສຸກເລື້ອຍມາ.

ຊາວລາວເຮົາໃນຍຸກປັດຈຸບັນນີ້ ຕົກຢູ່ໃນສັງຄົມທີ່ມີສື່ ແຫຼ່ງເກີດຂອງສື່ ແລະເນື້ອໃນສື່ທີ່ຮັບມາໃນແຕ່ລະວັນ ທັງອັນດີ ອັນບໍ່ດີ ອັນຖືກ ອັນບໍ່ຖືກຫຼວງຫຼາຍ ຫາກນ້ອມນຳເອົາຫຼັກກາລາມະສູດນີ້ໄປໃຊ້ໃນສັງຄົມ ແລະ ການປະຕິບັດຕົນ ກໍນັບວ່າບໍ່ເສັຍຫາຍ ຍິ່ງຈະເຮັດໃຫ້ສັງຄົມເຮົາກ້າວໜ້າ ແລະພັດທະນາໄດ້, ຫາກສັງຄົມເຮົາຍັງບໍ່ທັນ ສາມາດທີ່ຮັບຮູ້ທິດສະດີນີ້ໄດ້ຢ່າງທົ່ວເຖິງ ຜູ້ທຳໜ້າທີ່ສື່ສານເອງ ຄວນຈະໄວ ແລະເອົາບັນຫາມາກະຈາຍ ອະທິບາຍ ສ້າງຄວາມຮູ້ ຄວາມເຂົ້າໃຈໂດຍໄວ ຊາວລາວເຮົາຈຶ່ງຊິບໍ່ເສັຍຫຼ່ຽມກົນການສະແຫວງປະໂຫຍດຂອງຄົນບໍ່ດີໄດ້, ທັງນີ້ຍັງເປັນການກຳຈັດຕັດຮາກຂະບວນການສະແຫວງປະໂຫຍດນັ້ນລົງໄດ້ອີກທາງໜຶ່ງ ເມື່ອສັງຄົມຮູ້ແທ້ ຮູ້ເທົ່າທັນເຂົານັ້ນເອງ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 12, 2010 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

ເດືອນ 10 ບຸນເຂົ້າສະຫລາກ

     ບຸນເຂົ້າສະຫລາກ ກະຄືບຸນເດືອນສິບເປັນໜຶ່ງໃນຮີດ 12 ເປັນຮີດຄອງປະເພນີຂອງຊາວລາວທີ່ເຄີຍປະຕິບັດກັນມາແຕ່ບັນພະບຸລຸດ ບຸນເຂົ້າສະຫລາກນີ້ ກະໝາຍເຖິງໃຫ້ຄູບາ ຈົວ ພາຍໃນວັດໄດ້ຈັບສະຫລາກຮັບປັດໄຈ ໄທຍະທານຕະຫລອດຈົນຮັບອາຫານ ຄາວຫວານທັ້ງຫລາຍທີ່ພໍ່ອອກ ແມ່ອອກ ນຳມາຖວາຍ ແລະບຸນນີ້ເກີດຂື້ນໃນວັນເພັນເດືອນສິບ

ມູນເຫດທີ່ເຮັດ

     ເພື່ອເຮັດໃຫ້ເຂົ້າໃນນາທີ່ປັກດຳໄປນັ້ນ ໃຫ້ມີຄວາມງອກງາມ ແລະມີຜົນບໍລິບູນ ແລະເປັນການອຸທິດສ່ວນບຸນ ສ່ວນກຸສົນແກ່ຍາດຕິພີ່ນ້ອງຜູ້ທີ່ລ່ວງລັບໄປ

ຄວາມເປັນມາຂອງສະຫລາກກະພັດຕາຫານ

     ໃນສະໄຫມໜຶ່ງພະພຸດທະເຈົ້າໄດ້ສະເດັດໄປກຸງພາລານະສີ ໃນຄາວນັ້ນມີບຸລຸດຜູ້ເຂັນໃຈພາພັນລະຍາປະກອບອາຊີບຕັດຟືນຂາຍເປັນອາຊີບຫລັກ ສອງຜົວເມຍນີ້ ເປັນຄົນມີສັດທາ ເຫລື້ອມໄສຕໍ່ພະພຸດທະສາດສະໜາຢ່າງແຮງກ້າ ວັນໜຶ່ງສາມີໄດ້ປຶກສາກັບພັນລະຍາວ່າ ເຮົາຍາກຈົນໃນປັດຈຸບັນນີ້ ເພາະເຮົາບໍ່ເຄີຍເຮັດບຸນໃຫ້ທານ ຮັກສາສີນຈັກເທື່ອເລີຍ ດັ່ງນັ້ນພວກເຮົາຄວນເຮັດບຸນກັນເຖີດ ອັນຈະເປັນທີ່ເພີ່ງໃນຊາດຂ້າງໜ້າ ໃນເມື່ອພັນລະຍາໄດ້ຍິນຄຳນີ້ແລ້ວ ກໍໄດ້ຍິນດີນຳສາມີຕົນ ຈິງໃນວັນນັ້ນພວກເຂົາສອງຄົນກໍໄດ້ເຂົ້າປ່າເກັບຜັກ ຫັກຟືນໄປຂາຍໄດ້ເງີນທອງແລ້ວ ແລະໄດ້ນຳໄປຊື້ໝໍ້ເຂົ້າໜຶ່ງ ໝໍ້ ແລະໝໍ້ແກງ ໜຶ່ງໝໍ້ ອ້ອຍສີ່ລຳ ກ້ວຍສີ່ໜ່ວຍ ແລ້ວນຳມາຈັດແຈງຮຽບຮ້ອຍ ຫລັງຈາກນັ້ນກໍນຳເຂົ້າປາອາຫານໄປວັດ ເພື່ອຖວາຍເປັນສະຫລາກກະພັດພ້ອມດ້ວຍອຸປະສົກ ອຸປະສິກາຄົນອື່ນໆ ສະມີພັນລະຍາຄູ່ນັ້ນໄດ້ຈັບສະຫລາກຖືກພະພິກຂຸອົງໜຶ່ງ ແລ້ວມີໃຈຍິນດີ ແລ້ວຈິງນ້ອມເຄື່ອງໄທຍະທານຂອງຕົນເຂົ້າໄປຖວາຍ ແລ້ວໄດ້ຍາດນ້ຳອຸທິດສ່ວນບຸນກຸສົນ ເຂົາທັ້ງສອງໄດ້ປາດຖະໜາວ່າ ດ້ວຍຜົນບຸນການໃຫ້ທານນີ້ຂໍໃຫ້ຂ້າພະເຈົ້າເກີດໃນພົບຊາດໃດໆ ຂື້ນຊື່ວ່າຄວາມຍາກຈົນເຂັນໃຈ ໄຮ້ຊັບສິນເໝືອນດັ່ງໃນຊາດນີ້ ຂໍຢ່າໃຫ້ມີແກ່ຂ້າພະເຈົ້າເລີຍ ຂໍໃຫ້ຂ້າພະເຈົ້າເປັນຜູ້ມັ່ງມີ ສົມບູນໄປດ້ວຍຊັບເງີນທອງໃນປາລະພົບຊາດໜ້າດ້ວຍເຖີດ ດັ່ງນີ້ .

     ຢູ່ຕໍ່ມາສາມີ ພັນລະຍາຄູ່ນັ້ນກໍໄດ້ໝົດອາຍຸໄຂ ໄດ້ຕາຍຈາກໂລກນີ້ໄປ ດ້ວຍອານິສົງແຫ່ງສະຫລາກກະພັດຕາຫານ ຈິງໄດ້ໄປເກີດເປັນເທບພະບຸດ ເທບພະທິດາໃນສະວຫວັນຊັ້ນດາວະດຶງ ສະຫວີຍສົມບັດທິບຢູ່ໃນວິມານທອງ ອັນບໍລິສຸດຜຸດຜ່ອງສວຍສົດງົດງາມຕະການຕາ ແລະພຽບພ້ອມໄປດ້ວຍນາງເທບພະອັກສອນ ອ້ອມລ້ອມເປັນບໍລິວານ ເຊີ່ງມີນາມບັນຫານວ່າ ສະຫລາກພັດຕະເທບພະບຸດ ເທບພະທິດາ .

     ການເວລາຜ່ານໄປ ໃນເມື່ອເທບພະບຸດ ເທບພະທິດາ ທັ້ງສອງໄດ້ໝົດບຸນຈາກສະຫວັນ ແລ້ວກໍໄດ້ລົງມາເກີດເປັນກະສັດໃນເມືອງພາລານະສີ ມີພະນາມວ່າ ພະເຈົ້າສັດທາດິດ ມີຣາຊສົມບັດຢູ່ 8.4000 ປີ ຕໍ່ມາກະສັດອົງນີ້ໄດ້ເບື່ອໜ່າຍທາງໂລກກໍໄດ້ສະເດັດອອກບັນພະຊາ (ບວດ) ຕໍ່ມາໄດ້ມໍລະພາບລົງ ກໍໄດ້ໄປຈຸຕິເກີດຢູ່ຊັ້ນພົມມະໂລກ ແລະຕໍ່ມາກໍໄດ້ເປັນພະພຸດທະເຈົ້າ ເຮົານັ້ນເອງ ນີ້ຄືອະນິສົງແຫ່ງການຖວາຍສະຫລາກກະພັດ ນັບວ່າມີຄວາມຍິ່ງໃຫຍ່ໄພສານ ສາມາດອຳນວຍຄວາມສຸກສະຫວັດ ແກ່ຜູ້ບຳເພັນທັ້ງຊາດທີ່ເປັນມະນຸດ ແລະຢູ່ສະຫວັນ ໃນທີ່ສຸດກໍສາມາດເປັນພະພຸດທະເຈົ້າໄດ້ .

     ພິທີກຳ

     ເມື່ອເຖິງວັນຂື້ນ 14 ຄ່ຳເດືອນ 10 ພຸດທະສາສະນິກກະຊົນຈະກຽມອາຫານຄາວຫວານ ແລະໝາກພູ ຢາສູບ ພໍເຖິງວັນ 15 ຄ່ຳ ເດືອນ 10 ພຸດທະສາສະນິກກະຊົນຈະພາກັນເຮັດບຸນໃສ່ບາດຢູ່ທີ່ວັດ ເຄື່ອງໄທຍະທານທີ່ພຸດທະສາສະນິກກະຊົນນຳເອົາໄປບູຊາຜີບັນພະບຸລຸດມີ ດັ່ງນີ້ .

     1.ເຂົ້າໜ້ຽວ ຊີ້ນປາ ຊີ້ນໄກ່ ໝູ ແລະກະໃສ່ລົງໄປ ສິ່ງລະເລັກ ລະນ້ອຍ ຖືວ່າເປັນອາຫານຄາວ

2.ໝາກໄມ້ ໝາກແຕງ ໝາກຫຸ່ງ ໝາກໂມ ແລະຂອງຫວານ ຖືວ່າເປັນອາຫານ ຫວານ

     ຫລັງຈານນັ້ນ ໄດ້ນຳອາຫານທີ່ກຽມໄວ້ ຫໍ່ເປັນຄູ່ໆ ນຳມາຜູກກັນເປັນພວງ ແລ້ວແຕ່ຈະໃສ່ຈັກຫໍ່ຕາມຄວາມເຫມາະສົມ ແຕ່ສ່ວນຫລາຍຈະໃສ່ 10 ຄູ່ແລ້ວນຳໄປລ້ຽງ ຜີຕາແຮກ ທີ່ນາຂອງຕົນເອງດ້ວຍ ໂດຍມີຄວາມເຊື່ອວ່າ ຈະເຮັດໃຫ້ຜີຕາແຮກພໍໃຈ ແລະເຮັດໃຫ້ຜີຮັກສາ ດຄແລເຂົ້າກ້າໃນນາ ໃຫ້ມີຄວາມງອກງາມສົມບູນ ຕະຫລອດຈົນຂັບໄລ່ສັດຕູເຂົ້າ ເຊັ່ນ ນົກ ໜູ ປູນາ ບໍ່ໃຫ້ມາທຳລາຍຕົ້ນເຂົ້າໃນນາ ເມື່ອນຳອາຫານມາເຖິງສາລາວັດທີ່ຈະເຮັດບຸນແລ້ວ ຂຽນກໍໄດ້ຈົກສະຫລາກ ຄົນໄດຖືກຊື່ພະອົງໄດກະເອົາເຄື່ອງໄທຍະທານໄປຖວາຍອົງນັ້ນ ຈາກນັ້ນ ຈົວ ຄູບາໄດ້ຮັບປັດໄຈໄທຍະທານຮຽບຮ້ອຍແລ້ວ ກໍອະນຸໂມທະນາບຸນ ແລະໃຫ້ສີນໃຫ້ພອນ ແມ່ອອກ ພໍ່ອອກ ກໍຢາດນ້ຳ ອຸທິດສ່ວນບຸນສ່ວນກຸສົນທີ່ຕົນເຮັດໄປໃຫ້ຍາດຕິພີ່ນ້ອງ ຜູ້ລ່ວງລັບໄປ ເປັນອັນວ່າເສັດພິທີ .

 

    

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 10, 2010 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

-ຟ້າບໍ່ໄດ້ແບ່ງ ຍອດຄົນ ກັບ ຄົນທຳມະດາ ອອກຈາກັນ
ຍອດຄົນ່ຈະປະກົດຂຶ້ນສະເໝີແຕ່ນັ້ນບໍ່ແມ່ນເພາະ ຟ້າກຳນົດ ການທີ່ຍອດຄົນປະກົດຂຶ້ນໄດ້ເພາະ ເຂົາ
ຜ່ານການ ຝຶກຝົນ ແລະ ຮຽນຮູ້ ທີ່ຈະເປັນຍອດຄົນ
-ອັດສະຣິຍະ ບໍ່ແມ່ນສັດປະຫລາດທີ່ເກີດຂຶ້ນເອງຕາມທຳມະຊາດ
ແຕ່ເປັນສິ່ງທີ່ຖືກສ້າງຂຶ້ນມາ ບໍ່ມີໃຜເກັ່ງມາແຕ່ເກີດ
ຄົນເກັ່ງໄດ້ນັ້ນຕ້ອງໄດ້ຮັບການຝຶກຝົນມາດີ ຕ້ອງມີຄົນດີມາຝຶກຝົນ..
ນັກກິລາທີ່ດີຕ້ອງມີໂຄດທີ່ດີມາຝຶກຝົນ
-ອະດີດບໍ່ສຳຄັນວ່າເຮົາເປັນໃຜ ສຳຄັນທີ່ວ່າວັນນີ້ເຮົາຕ້ອງການເປັນໃຜ
ຈົ່ງເຄົາຣົບນັບຖືໃນຄວາມສາມມາດຂອງຕົນເອງ ຍົກຍ້ອງ ແລະໃຫ້ກຽດຕົວເອງ
-ສະໝອງຂອງຄົນເຮົາເໝືອນພື້ນດິນທີ່ວ່າງເປົ່າ
ເມື່ອເຮົາປູກຫຍັງລົງໄປເຮົາກໍ່ຈະໄດ້ຜົນຢ່າງນັ້ນ ຈົ່ງຜູກຝັງແຕ່ສິ່ງດີໆ
ລົງໄປໃນສະໝອງ ຄຳເວົ້າໃດໆທີ່ເຮົາໄດ້ຍິນຊ້ຳໆຊາກໆ ເກີນ 37 ຄັ້ງມັນຈະກາຍເປັນອຸປະນິດໄສຂອງເຮົາທັນທີ
-ສິ່ງທີ່ໜ້າຢ້ານກົວທີ່ສຸດໃນໂລກຄື ສິ່ງແວດລ້ອມ ຢ່າປ່ອຍໃຫ້ຄວາມຄິດອະຄະຕິ ຫລື ຄຳເວົ້າ
ຂອງຄົນບາງຄົນມາມາຕັດສິນຊີວິດຂອງເຮົາ
ໃນໂລກນີ້ບໍ່ມີໃຜມີອິດທິພົນກັບຕົວເຮົາເອງ
ນອກຈາກຕົວເຮົາເອງ
-ຊີວິດບໍ່ແມ່ນເກມກິລາ ບໍ່ມີເວລາພັກເຄິ່ງ ບໍ່ມີການຂໍເວລານອກ ແລະ ທີ່ສຳຄັນຄື
ປ່ຽນຕົວຜູ້ຫລິ້ນບໍ່ໄດ້ ບໍ່ມີໃຜຫລົ້ມເຫລວ ມີແຕ່ ລົ້ມເລີກ
-ຄົນະສຫລາດຕ້ອງໂງ່ເປັນ ຄົນໂງ່ບໍ່ເປັນ ບໍ່ມີທາງສະຫລາດ
-ພຽງທ່ານຄິດວ່າທ່ານເຮັດໄດ້ ທ່ານກໍ່ເຮັດໄດ້ຕັ້ງແຕ່ທ່ານຄິດ
ແຕ່ຖ້າຫາກທ່ານຄິດວ່າທ່ານເຮັດບໍ່ໄດ້
ທ່ານກໍ່ເຮັດບໍ່ໄດ້ຕັ້ງແຕ່ທີ່ທ່ານຄິດ ສິ່ງທີ່ຊົ່ວຮ້າຍທີ່ສຸດຂອງມະນຸດ
ຄືຄວາມຮູ້ເທົ່າບໍ່ເຖິງການ ທາງຈິດ ທີ່ຕອກຢ້ຳຕົວເອງວ່າ ເຮັດບໍ່ໄດ້
-ແມ້ນແຕ່ ຄິດ ຍັງບໍ່ກ້າທີ່ຈະຄິດ ແລ້ວຊີວິດຈະປະສົບຜົນສຳເຣັດໄດ້ຢ່າງໃດ?

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 5, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ດັ້ງທີ່ໄດ້ຂຶ້ນຫົວຂໍ້ໄວ້ໃນເບື້ອງຕົ້ນວ່າສີນຫ້າແກ້ປັນຫາສັງຄົມໄດ້ນັ້ນແລ້ວເຮົາມາວິເຄາະນຳກັນວ່າສີນຫ້າ
ແກ້ປັນຫາສັງຄົມໄດ້ແນວໃດ໋ເຮົາຈະສັງເກດເຫັນວ່າເປັນຫຍັງພຣະພຸທະເຈົ້າຂອງເຮົາຈິ່ງໄດ້ໃຫ້ເຮົານັບຖື
ສີນຫ້າສະແດງວ່າສີນຫ້ານັ້ນແກ້ປັນຫາສັງຄົມໄດ້ຈິງເພື່ອບໍ່ໃຫ້ເປັນການເສີຍເວລາເຮົາມາຮູ້ຈັກກັບສີນທັງຫ້າຂໍ້
1.ເພີ່ນວ່າບໍ່ໃຫ້ຂ້າສັດເຮົາມາວິເຄາະເບິ່ງນຳກັນວ່າການທີ່ບໍ່ໃຫ້ຂ້າສັດນັ້ນຫມາຍເອົາມະນຸດນຳແລະອີກ
ຢ່າງບໍ່ໄດ້ຫມາຍຄວາມວ່າຂ້າໃຫ້ຕາຍຢ່າງດຽວການບຽດບຽນກໍ່ຖືວ່າເປັນການຂ້າຄືກັນເຊັ່ນວ່າການທີ່ເຮັດ
ໃຫ້ຄົນອົກຫັກກະເປັນການບຽດບຽນຄືກັນເພາະວ່າເຮັດໃຫ້ເຂົາຜູ້ນັ້ນຕາຍໃຈຫລືເຮັດໃຫ້ເຈັບໃຈແຄ້ນໃຈຖືວ່າເ

ປັນການບຽດບຽນແລະການທີ່ເຮົາໄປດ່າເຂົາຫລືເຮັດໃຫ້ເຂົາບໍ່ພໍໃຈນັ້ນກະຖືວ່າເປັນການຂ້າເຂົາແລະນີ້ແຫລະຖືວ່າເປັນສີນຂໍ້ທີ່ຫນຶ່ງຖ້າວ່າເຮົາຫ້າມໃຈເຮົາໄດ້ຕາມທີ່ໄດ້ເວົ້າມາມັນກະຊິບໍ່ເກີ ດປັນຫາຂຶ້ນນີ້ກະສະແດງໃຫ້ເຮົາໄດ້ເຫັນວ່າສີນຂໍ້ທີຫນຶ່ງແກ້ປັນຫາໄດ້ບໍ
2.ໃຫ້ເວັ້ນຈາກການລັກຂອງຜູ້ອື່ນມາເປັນຂອງຕົນເຮົາມາສັງເກດເບິ່ງເວລາພວກທີ່ໄປລັກຂອງເຂົາສ່ວນ
ຫລາຍມັນມັກຊິໄປຕອນກາງຄືນທັງປິດຫນ້າປິດຕາໄດ້ມາແລ້ວກະໃຊ້ແບບຫຼົບໆຊ້ອນຢ້ານແຕ່ເຈົ້າຂອງ
ເຂົາຮູ້ເວົ້າງ່າຍໆວ່າເຖິງແມ່ນວ່າເຂົາຈະໄດ້ສິ່ງນັ້ນໄປຕາມທີ່ໃຈເຂົາຕ້ອງການແຕ່ເຂົາກໍ່ບໍ່ມີຄວາມສຸກເລີຍ ຖ້າວ່າເຮົາເວັ້ນຈາກການລັກໄດ້ປັນຫາສັງຄົມກໍ່ຈະບໍ່ເກີດແລະກໍ່ຈະເຮັດໃຫ້ສັງຄົມເຮົາມີຄວາມສຸກຂຶ້ນຢູ່ນຳກັນໂດຍທີ່ບໍ່ມີຄວາມວາດລະແວງສົງໄສ
3.ເວັ້ນຈາກການຫຼິ້ນຊູ້(ບໍ່ໃຫ້ນອກໃຈຜົວເມຍຕົນເວົ້າໃຫ້ເຂົ້າໃຈງ່າຍໆກະຄືບໍ່ໃຫ້ໄປຫຼິ້ນຜົວເຂົາເມຍເພີ່ນ
ບາງຄົນເຫັນເມຍຜູ້ອື່ນຄືງາມກວ່າເມຍເຮົາແທ້ນໍເອົາຈັກບາດບໍຖ້າເຮົາຄິດແນວນີ້ປັນຫາເກີດແນ່ນອນຕາມຄຳສອນທາງສາສນາເພີ່ນພະຍາຍາມສອນໃຫ້ເຮົາໄດ້ມີຄວາມຮັກແບບຮັກດຽວໃຈດຽວບໍ່ກ່ຽວກັບໃຜຂໍ
ເຕືອນໄວ້ເດີສຳຫຼັບຜູ້ທີ່ເຈົ້າຊູ້ນັ້ນລະວັງໄວ້ວ່າມັນມີກຳທີ່ຈະຕາມມາທີຫລັງ ຖ້າເຮົາຮູ້ຫ້າມໃຈບໍ່ໃຫ້ຫຼົງໄຫລນຳກາມເກີນໄປປັນກະບໍ່ເກີດຖ້າຫ້າມໃຈບໍ່ໄດ້ປັນສັງສົມກໍ່ຈະຕາມມາອີກ
ປັນຫາປາກສຽງເກີດຜິດຖຽງກັນອີກ
4.ເວັ້ນຈາກການຕົວະ ເຮົາເຄີຍຄິດບໍວ່າເປັນຫຍັງຈຶ່ງບໍ່ໃຫ້ຕົວະເພາະວ່າການຕົວະນັ້ນເຮັດໃຫ້ຄວາມເຊື່ອຖືຂອງໝູ່ເພື່ອລົດນ້ອຍລົງຍົກຕົວຢ່າງເດັກລ້ຽງແກະທີ່ໄປຕົວະຊາວນາວ່າຫມາປ່າມາກິນແກະຂອງເຂົາຕອນທຳອິດເຂົາກະເຊື່ອຢູ່ແຕ່ບໍ່ເປັນຄວາມຈິງແຕ່ຫລາຍຄັ້ງເຂົາກໍ່ເລີຍບໍ່ເຊື່ອສຸດທ້າຍຫມາປ່າມາອີຫລີເຂົາກະບອກຊາວ ນາວ່າຫມາປ່າມາກິນແກະຂອງເຂົາສຸດທ້າຍກະບໍ່ມີຜູ້ໄປຊ່ອຍເລີຍເພາະຊາວນັ້ນຄິດວ່າເຂົາຕົວະກະເລີຍບໍ່ໄປຊ່ອຍຈາກຕົວຢ່າງຂ້າງເທິງນັ້ນສະທ້ອນໃຫ້ເຮົາໄດ້ເຫັນວ່າການທີ່ເຮົາຂີ້ຕົວະນັ້ນມັນບໍ່ເຮັດໃຫ້ເກີດຜົນດີເລີຍປັນຫາກະເກີດຄວາມເຊື່ອຖືກະບໍ່ມີແມ່ນວ່າຈະເວົ້າຄວາມຈິງ
5.ເວັ້ນຈາກການດື່ນນ້ຳເມົາແລະຈຳພວກຢາເສບຕິດອື່ນໆເພາະເຮັດໃຫ້ສະຕິແລະປັນຍາຂອງ
ເຮົາເສື່ອມໄປຈາກເດີມແລະສິ່ງເຫຼົ່ານີ້ສາມາດເຮັດໃຫ້ເຮົາໄປຂ້າໃຜກະໄດ້ ລັກຂອງເຂົາກະໄດ້ ໄປຜິດລູກເມຍເຂົາອີກແລະຫາທາງຕົວະໄປວັນໆມັນລວມຢູ່ຂໍ້ນີ້ເບິດຖ້າຫ້າມໃຈໄດ້ປະເສີດຍິ່ງປັນຫາບໍ່
ເກີດຮ້ອຍເປີເຊັນບ້ານເມືອງຂອງເຮົາກະຈະມີແຕ່ຄວາມສຸກຢູ່ນຳກັນດ້ວຍສັນຕິສຸກ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 4, 2010 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ໂລກກົມ ໆ ໃບນີ້ ບໍ່ມີຫຍັງໄດ້ມາ ຟຣີ ໆ
ຂອງຟຣີບໍ່ເຄີຍມີ ຂອງດີບໍ່ເຄີຍຣາຄາຖືກ
ທ່ານວ່າແມ່ນບໍ?
ຄົນເຮົາຕ້ອງເດີນຫນ້າ ເວລາຍັງເດີນຫນ້າເລີຍ
ບໍ່ຕ້ອງໃສໃຈວ່າ ..............ແມວຈະເປັນສີດຳຫລື ຂາວ ຂໍພຽງຈັບຫນູໄດ້ກໍ່ພໍ
ໃນໂລກກົມ ໆ ໃບນີ້ ບໍ່ມີຄຳວ່າແນ່ນອນ
ຄົນເຮົາເມື່ອມ້າຕາຍ ກໍ່ຕ້ອງລົງຍ່າງ
ທໍ້ແທ້ໄດ້ ແຕ່ຢ່າທໍ້ຖອຍ
ອິດສາໄດ້ ແຕ່ຢ່າລິດສະຫຍາ
ເຫດຜົນຂອງຄົນ ຄົນຫນື່ງ ອາດບໍ່ແມ່ນຂອງອີກຄົນຫນື່ງ
ຖ້າບໍ່ລອງກ້າວ ຈະບໍ່ມີວັນຮູ້ໄດ້ເລີຍວ່າ ຂ້າງຫນ້າເປັນແນວໃດ
ຄົນທາງອັນຍາວໃກ ນັບຫມື່ນລີ້ ຕ້ອງເລີ້ມຕົ້ນກ້າວແຣກກ່ອນສະເຫມີ
ຢ່າຍອມພ້າຍແພ້ ຖ້າຍັງບໍ່ໄດ້ພະຍາຍາມຢ່າງເຕັມທີ່
ຈົ່ງໃຊ້ສະຕິ ຢ່າໃຊ້ອາລົມ
ເບື້ອງຫລັງຄວາມເຂັມແຂງ ສົມຄວນມີການອ່ອນໂຍນ
ບໍ່ມີຄຳວ່າບັງເອີນ ໃນເລື້ອງຂອງຄວາມຮັກ ມີແຕ່ຄຳວ່າຕັ້ງໃຈ
ຍິນດີກັບສິ່ງທີ່ໄດ້ມາ ແລະຍອບຮັບກັບສິ່ງທີ່ເສຍໄປ
ຫລັງພະຍຸຜ່ານໄປ ຟ້າຍ່ອມສົດໃສ
ຫລັງຜ່ານປັນຫາຈະຮູ້ວ່າ ປັນຫານັ້ນເລັກນ້ອຍ
ບໍ່ເປັນຂຸນນາງນະໄດ້ ແຕ່ບໍ່ເປັນນະ ບໍ່ໄດ້
ມີແຕ່ວັນນີ້ທີ່ມີຄ່າ ບໍ່ມີວັນຫນ້າ ວັນຫລັງ ເມ່ືອວານສວຍເກີນແກ້
ມື້ອື່ນກໍ່ສວຍເກີນໄປ



ຢ່າຫວັງວ່າ ຈະໄດ້ຮັບຄວາມຮັກຈາກຄົນທີ່ທ່ານຮັກ
ເພາະຄົນທີ່ທ່ານຮັກ ບໍ່ໄດ້ຮັກທ່ານຫມົດທຸກຄົນ

ເພື່ອນທົ່ວໄປ ບໍ່ເຫັນທ່ານຮ້ອງໃຫ້
ເພື່ອນແທ້ ມີຫົວໄຫລ່ໄວ້ຄອຍຊັບນ້ຳຕາໃຫ້
ເພື່ອນທົ່ວໄປ ... ຖືກແກ້ວໄວນ໌ ຕິດມືມາງານປາຕີ້ຂອງທ່ານ
ເພື່ອນແທ້ ຈະມາແຕ່ຫົວຄ່ຳເພື່ອຊ່ວຍຕຽມງານ
ເພື່ອນທົ່ວໄປ ຄາດຫວັງໃຫ້ທ່ານຢູ່ຄຽງຂ້າງເຂົາສະເຫມີ
ເພື່ອນແທ້ ຄາດຫວັງທີ່ຈະຢູ່ຄຽງຂ້າງທ່ານຕະຫລອດໄປ

ເພື່ອນທົ່ວໄປ ..........ອ່ານແລ້ວຖິ້ມໄປ
ເພື່ອນແທ້ ຈະນຳໄປໃຫ້ຄົນອື່ນ ອ່ານ ຕໍ່ໆ ໄປ
ສ່ງຜ່ານໃຫ້ໃຜກະໄດ້ທີ່ທ່ານຫ່ວງໃຍ
ຫາກທ່ານໄດ້ຮັບຄືນ ຫມາຍເຖີງ ທ່ານໄດ້ພົບເພື່ອນແທ້ແລ້ວ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 3, 2010 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ວິທີສ້າງສະເຫນ່
ສະເຫນ່ ຄືຫຍັງ ? ສະເຫນ່ ຄື ລັກສະນະທີ່ຫນ້າຮັກ ເປັນຫຍັງຄົນຈິງຕ້ອງສ້າງສະເຫນ່?
ກໍ່ເພາະວ່າ ສະເຫນ່ ປຽບສະເຫມືອນແກ້ວສະລະພັດນືກ ຊື່ງສາມາດຈະບັນດານ ລາບ ຍົດ ສັນລະ
ເສີນ ແລະ ສຸກ ໃຫ້ເກີດຂື້ນໄດ້ ຕົງກັນຂ້າມກັບສະຫນຽດ ຄື ລັກສະນະທີ່ບໍ່ຫນ້າຮັກ ເພາະສະຫນຽດ ເປັນຕົວທຳລາຍ ລາບ ຍົດ ສັນລະເສີນ ແລະສຸກ ໃຫ້ພິນາດໄປ ມີສຸພາສິດ
ບົດຫນື່ງວ່າ: * ຈະປາດຖະຫນາສິງໃດ ບໍ່ເກີນຫນັກ ເອົາຄວາມຮັກແລກໄດ້ດັ່ງປະສົງ *
ທາງເກີດສະເຫນ່ ທີ່ພຣະພຸດທະເຈົ້າຕັດໄວ້ ຄື ໂອບອ້ອມອາລີ (ທານ) ວາຈີໄພເຣາະ (ປິຍະວາ
ຈາ) ຫລື ເວົ້າຈາມວນ ຫນ້າຟັງ ສົງເຄາະປະຊາຊົນ (ອັດຖະຈະຣິຍາ) ວາງຕົນໃຫ້ພໍດີ ແລະອີກ
ຢ່າງຫນື່ງ ຊື່ງມີລັກສະນະຄ້າຍ ໆ ກັນ ຄື ປາກຫວານ ຕົວອ່ອນ ມືເປັນຫອນ ຍິ້ມແຍ້ມແຈ່ມໃສ
ນີ້ຄື ທາງເກີດສະເຫນ່ ແລະສາມາດອະທິບາຍໄດ້ດັ່ງນີ້
ປາກຫວານ ຫມາຍເຖີງ ຄຳເວົ້າຕ້ອງສຸພາບອ່ອນຫວານ ໃຜຟັງແລ້ວກໍ່ຕິດໃຈ ໃນທີ່ນີ້ຂໍສະເຫນີ
ຄຳເວົ້າທີ່ຖືວ່າເປັນມົງຄົນ ເກີດສະເຫນ່ ຄື ຄຳວ່າ ຂໍໂທດ ຂອບໃຈ ສະບາຍດີ ເວລາເຮົາເຮັດ
ຫຍັງຜິດພາດ ລວ່ງເກີນຜູ້ອື່ນ ຕ້ອງຮີບຂໍໂທດ ທັນທີ ເພາະຄຳຂໍໂທດນັ້ນ ຈະເຮັດໃຫ້ຜູ້ທີ່ຖືກ
ລ່ວງເກີນນັ້ນຫາຍໂກດແຄ້ນ ແລະກັບມາຮັກໃຄ້ນັບຖືເຮົາທັນທີ
ຄຳວ່າ: ຂອບໃຈ ເມື່ອໃຜໃຫ້ຫຍັງ ກັບເຮົາ ຫລືຊ່ວຍສົງເຄາະອີຫຍັງເຮົາ ເຊັ່ນ: ບອກທາງແກ່ເຮົາ
ເປັນຕົ້ນ ເຮົາຕ້ອງບອກຂອບໃຈທັນທີ ອັນສະແດງວ່າເຮົາຊາບຊື້ງໃນບຸນຄຸນຂອງເຂົາ
ສ່ວນຄຳວ່າ: ສະບາຍດີ ເມື່ອພົບປະກັບ ກໍ່ຕ້ອງໄດ້ກ່າວທັກທາຍ ເປັນທຳນຽມ ແລະວັດທະນະທຳ
ທີ່ດີງາມ ທີ່ມີຄູ່ຄົນລາວ ສາມຄຳນີ້ ຄື: ຂໍໂທດ ຂອບໃຈ ສະບາຍດີ ຄວນຫັດເວົ້າໃຫ້ຕິດ
ປາກຈົນເປັນນິດໃສ ແລ້ວທ່ານຈະໄດ້ຊື່ວ່າເປັນຄົນມີສະເຫນ່ ຢ່າງຫນ້າອັດສະຈັນ.
ອັນດັບສອງ ທີ່ວ່າຕົວອ່ອນ ນັ້ນຫມາຍເຖິງວ່າຮູ້ຈັກກົ້ມ ຮູ້ຈັກກາບ ອັນເປັນມາລະຍາດທີ່ສວຍງາມ
ມີສະເຫນ່ ບາງຄົນແຂງກະດ້າງ ໄຮ້ມາລະຍາດ ນົບບໍ່ເປັນ ໄຫວ້ບໍ່ເປັນ ກາບບໍ່ເປັນ ເດິ ໆ ດະໆໆ
ເກີ້ ໆ ເຂີນ ໆ
ການອ່ອນນອ້ມຖ່ອມຕົນ ຄື ມົນມະຫາສະເຫນ່ ອັນເປັນສິ່ງທີ່ທຳໃຫ້ເລົ່າປີ ສາມາດເອົາຊະນະໃຈຂົງເບັງ

ໄດ້ດ້ວຍມົນບົດນີ້ ຂົງເບັງເປັນນັກປາດທີ່ຖືຕົວທີ່ສຸດ ຢູ່ພູເຂົາ
ໂງ່ລັງກັ໋ງ ໃນສະໄຫມທີ່ຈີນຕົກເປັນສາມກົກ ຜູ້ທີ່ມີອຳນາດວາດສະຫນາ ຕ່າງແຍ້ງຊີງກັນເປັນໃຫຍ່
ແຕ່ລະກົກກໍ່ພະຍາຍາມທີ່ຂະຮວບລວມຄົນມີຝີມືເຂົ້າມາເປັນພັກພວກ ຂົງເບັ້ງໄດ້ຮັບການຕິດຕໍ່
ທາບທາມຈາກຜູ້ມີອຳນາດ ຫລາຍຄົນແຕ່ກໍ່ບໍ່ມີໃຜສົມຫວັງ
ແລ້ວຢູ່ຕໍ່ມາປາກົດວ່າຂົງເບັ້ງ ຕ້ອງອອກຈາກບ້ານເດຶມຕາມຫລັງເລົ່າປີ ມາຊ່ວຍວາງແຜນເຮັດສົງ
ຄາມໃຫ້ເລົ່າປີຈົນຕະຫລອດຊີວິດ ແມ່ແຕ່ເລົ່າປີຈະຕາຍຈາກໄປກ່ອນ ຂົງເບັ້ງກໍ່ຍັງບໍ່ປະຖິ້ມ ບຸດຂອງເລົ່າປີ

ທີ່ເປັນເຊັ່ນນີ້ຫນ້າສົງໃສວ່າ ເລົ່າປີມີດີອີ່ຫຍັງ ຈຶ່ງເອົາຊະນະໃຈ ຂົງເບັ້ງໄດ້
ການທີ່ເລົ່າປີສາມາດເອົາຊະນະໃຈຂົງເບັ້ງ ໄດ້ນັ້ນບໍ່ແມ່ນເພາະໃຊ້ເຫລ່ຫລ່ຽມກົນອຸບາຍຫຍັງດອກ
ຫລື ຈະໃຊ້ເວດມົນກົນຄາຖາກະບໍ່ແມ່ນ ແຕ່ນັບຖືສິບນິ້ວ ທີ່ເລົ່າປີ ປະຄອງ ນົບດ້ວຍຄວາມຮູ້
ສືກທີ່ຊື່ສັດ ສຸດຈະລິດນີ້ເອງ
ເລົ່າປີ ຊື່ວ່າເປັ້ນຜູ້ທີ່ຍິ່ງໃຫຍ່ ທີ່ມີມາລະຍາດງົດງາມທີ່ສຸດ ອ່ອນນ້ອມຖ່ອມຕົນທີ່ສຸດ ຈົນໄດ້ຊື່ວ່າ
ຜູ້ພະນົມມື ທັງສິບທິດ ຈະເອີ້ນວ່າເລົ່າປີ ສ້າງອຳນາດປາລະມີ ດ້ວຍການນົບມືທັງສິບນິ້ວ ກໍ່ບໍ່ຜິດ
ຄວາມອ່ອນນ້ອມຖອມຕົນ ອັນເປັນມົນສັກສິດ ຂົງເບັງທີ່ຍອມ ສະຍົບຕໍ່ເລົ່າປີ ກໍ່ເພາະມົນບົດນີ້

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 2, 2010 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄຳເວົ້າທີ່ເປັນເພັດແລະພອຍສຳຫລັບກຳລັງໃຈ
.....................................................................................................................
ຮັກຕົວຂອງເຮົາບໍ່ແມ່ນເຫັນແກ່ຕົວ
ແຕ່ຕ້ອງທຳຕົວເຮົາໃຫ້ບໍລິສຸດແລະໃຫ້ມີຄວາມສຸກຕະຫລອດເວລາ
....................................................................................................................

ໃຫ້ນືກສະເຫມີວ່າເຮົາມີກຳລັງໃຈເຫລືອເຟືອ
ແລະມີມາກພໍທີ່ຈະແບ່ງປັນໃຫ້ຄົນອື່ນເຂົາໄດ້
....................................................................................................................
ສິ່ງໃດທີ່ຜ່ານເຂົ້າມາຕ້ອງກັ່ນກອງ
ໃຫ້ເຫລືອແຕ່ສິ່ງດີ ໆ ຢູ່ໃນໃຈທີ່ສຸກໃສ ແລະສະຫວ່າງສະໄຫວຂອງເຮົາ
....................................................................................................................
ຄຳອະທິຖານ
ເຮົາຈະຕ້ອງເປັນຜູ້ສະອາດກ້ຽງເກົາ
....................................................................................................................
ເວລາແຫ່ງຊີວິດມີເທົ່າກັນ
ຜູ້ສະຫລາດ ຈິງຄວນມຸ້ງຫາບຸນໃຫ້ໄດ້ທຸກມື້ອ
.....................................................................................................................
ນືກເຖີງພຣະ ນືກເຖີງເວລາໃດ
ເວລານັ້ນກໍ່ເປັນສິຣິມົງຄົນ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 1, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ການທີ່ຄົນເຮົາຈະຕັ້ງຕົວໄດ້ນັ້ນຈະຕ້ອງ ມີສາມລາຍ ແລະຈັດສັນແຕ່ລະລາຍໃຫ້ເຫມາະສົມ ແລະພໍດີ
ຄື: 1 ລາຍຮັບ . 2 ລາຍ ຈ່າຍ 3. ລາຍເຫລືອ
ທຸກຄັ້ງທີ່ໄດ້ເງີນມາ ທີ່ຫາຊັບມາໄດ້ໃຫ້ຈັດຢູ່ໃນ ສາມລາຍນີ້ຖືວ່າ ຈະຕັ້ງຕົວໄດ້
- ຖ້າບໍ່ມີລາຍຮັບ ລາຍຈ່າຍກໍ່ຈະລຳບາກ ຍິ່ງລາຍເຫລືອບໍ່ຕ້ອງເວົ້າເຖີງ
- ຖ້າມີແຕ່ລາຍຮັບ ກັບລາຍເຫລືອ ບໍ່ມີລາຍຈ່າຍ ສະແດງວ່າຜູ້ນັ້ນເປັນຄົນຂີ້ຫນຽວ ເຫັນແກ່ຕົວ

ທໍລະຍົດຕໍ່ຕົນເອງ ຕົນເອງເຮັດວຽກເມືອຍລອດຕາຍບໍ່ຊື້ກິນ ເອົາຫມູນຫົວເປັນພຣະເຈົ້າ ບໍ່ດີເຊັ່ນກັນ

- ຖ້າມີແຕ່ລາຍຮັບ ແລະລາຍຈ່າຍ ບໍ່ມີລາຍເຫລືອ ກໍ່ຕັ້ງຕົວຍາກ ຫາໂອກາດທີ່ຈະຕັ້ງຕົວລຳ
ບາກທີ່ສຸດ ເພາະບໍ່ມີເງີນເກັບ ແລະສະແດງວ່າຜູ້ນັ້ນເປັນຄົນເລ່ນກິນຟຸມເຟືອຍ ໃຊ້ຈ່າຍບໍ່ລະວັງ
ເຮັດວຽກລອດຕາຍ ສຸດທ້າຍບໍ່ເຫລືອຫຍັງຕິດໄມ້ຕິດມື້ໃຫ້ລູກຫລານ
- ຕ້ອງຈັດຢູ່ໃນສາມລະດັບນີ້ ຖືວ່າພໍ່ດີ ພໍງາມ ຄື
ມີລາຍຮັບ ລາຍຈ່າຍ ແລະລາຍເຫລືອ ຕາມຄວາມເຫມາະສົມ ແລະສະຖານະພາບ ຂອງແຕ່
ລະຄົນວ່າຈະ ຈ່າຍ ແລະເຫລືອ ຫລາຍ ນ້ອຍປານໃດ
ຈະເລີນພອນ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 30, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄຳວ່າ ພຸດທະ ໝາຍຄວາມວ່າ ຮູ້ ຕື່ນ ເບີກບານ ພຣະພຸດທະເຈົ້າ ໝາຍເຖິງຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານ ຮູ້ເຊັ່ນໃດຈິ່ງເອີ້ນວ່າຮູ້ກັນແທ້ ? ຮູ້ເຫດແຫ່ງທຸກ ຮູ້ວິທີທາງດັບທຸກ ຈິ່ງເອີ້ນວ່າການຢັ່ງຮູ້ ຕື່ນໝາຍເຖິງການຕື່ນຕົວຈາກຄວາມຂີ້ຄ້ານມັກງ່າຍ ຕື່ນຈາກນິໄສເກົ່າທີ່ລ້າຫຼັງ ຕື່ນຈາກຄວາມປະໝາດເມີນເສີຍຕໍ່ໜ້າທີ່ການງານ ຕື່ນຈາກການງົມງວຍ ຕື່ນຈາກພາວະທີ່ຫຼັບໄຫຼຢູ່ກັບອາລົມ ຈົມປັກຢູ່ກັບອະດີດທີ່ຜ່ານມາແລ້ວ ຕື່ນຈາກຄວາມຝັນທີ່ເພີ້ຝັນໄປໃນອະນາຄົດທີ່ຍັງມາບໍ່ເຖິງດຳລົງຕົນຢູ່ໃນຄວາມຕື່ນຕົວໃນປັດຈຸບັນ ເບີກບານ ໝາຍເຖິງເບີກບານດວ້ຍຄວາມດີທີ່ກຳລັງສ້າງສົມ ຫຼືໄດ້ສ້າງສົມໄວ້ແລ້ວ ຫຼືກຳລັງສ້າງຢູ່ໃນປັດຈຸບັນ ຄວາມເບີກບານຈະເກີດຈາກຄວາມເອື້ອອາທອນເຊິ່ງກັນແລະກັນ ດຳລົງຊີວິດຢູ່ດ້ວຍຄວາມເມດຕາ ຕໍ່ເພື່ອນມະນຸດດ້ວຍກັນ ຈິ່ງຈະເກີດມີຄວາມເບີກບານໄດ້

ເພາະພຣະພຸດທະສາດສະໜາ ເປັນສາດສະໜາຂອງທ່ານຜູ້ຮູ້ ສະນັ້ນເຮົາຊາວພຸດ ຕ້ອງປູກຈິດສຳນຶກໃຫ້ເຕັມປ່ຽມຢ່າງຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 29, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄົນຄົນທີ່ຈະນຳຊີວິດໄປໃນທາງແຫ່ງຄວາມຈະເລີນແລະສ້າງສັນ ໂດຍຫລີກເວັ້ນມິດທຽມ ຄົບຫາມິດແທ້ ດັ່ງນີ້
- ຄົນປແກລອກ ມີແຕ່ຂົນເອົາຂອງເພື່ອນໄປ ມີລັກສະນະ 4 ຢ່າງ
1. ຄິດເອົາແຕ່ຝ່າງດຽວ
2.​ຍອມເສຍນ້ອຍໂດຍຫວັງຈະເອົາໃຫ້ຫລາຍ
3. ຕົວເອງມີໃພຈິງມາຊ່ວຍກິດຈະການຂອງເພື່ອນ
4. ຄົບເພື່ອນເພາະເຫັນແກ່ຜົນປະໂຫຍດ.

- ຄົນດີແຕ່ເວົ້າ ມີລັກສະນະ 4ຢ່າງ
1.​ດີແຕ່ຍົກເອົາເລື້ອງຂອງທີ່ຫມົດແລ້ວມາປາໃສ (ປີກາຍນີ້ເຮົາມີເງີນຫລາຍ ຖ້າໂຕໄດ້ເຫັນເຮົາຕອນນັ້ນໂຕສະບາຍ ຕອນນີ້ເງີນຫມດ ເຮົາຈິງອາໃສໂຕກ່ອນ
2. ດີແຕ່ອ້າງຂອງຍັງບໍ່ມີມາປາໃສ (ເຊັ່ນ ປີຫນ້າເຮົາສິມີເງີນ ຫລາຍ ເຮົາຂະຊ່ວຍເຫລືອ ໂຕຢາກໄດ້ຫຍັງເຮົາລ້ຽງເຕັມທີ່ ດຽວນີ້ຍັງບໍ່ມີເງີນ ໂຕລ້ຽງເຮົາກ່ອນ )
3. ສົງເຄາະຫລືຊ່ວຍຫລືເພືອນດ້ວຍຂອງທີ່ບໍ່ມີປະໂຍດ (ເຊັ່ນ ໃຫ້ຂອງທີ່ເຂົາບໍ່ໃຊ້ ຫລືໃຊ້ບໍ່ໄດ້ ຫມົດຣາຄາແລ້ວເອົາໃຫ້ເພື່ອນ ເປັນຕົ້ນ)
4. ເມື່ອເພືອນມີວຽກຂໍຄວາມຊ່ວຍເຫລືອອ້າງວ່າຂັດຂ້ອງບໍ່ວ້າງ

- ຄົນຫົວປະຈົບ ສໍພໍ ມີລັກສະນະ 4 ຢ່າງ
1.​ເວລາເພື່ອນເຮັດຊົ່ວກໍ່ເອີອໍນຳ (ເພື່ອນເຮັດຊົ່ວກະສະຫນັບສະຫນຸນ ທັ້ງທີ່ຮູ້ວ່າມັນຜິດ)
2. ເວລາເພື່ອນເຮັດດີກະເອີອໍ ນຳ
3.​ຕໍ່ຫນ້າສັນລະເສີນ
4.​ຫລັບຫລັງຍິນທາ

- ຄົນຊວນຈິບຫາຍ ມີລັກສະນະ 4 ຢ່າງ
1.​ຄອຍເປັນເພື່ອນດື່ມນ້ຳເມົາ
2. ຄອຍເປັນເພື່ອນທຽວກາງຄືນ
3. ຄອຍເປັນເພື່ອນທຽວເບີ່ງການລະເລ່ນ
4.​ ຄອຍເປັນເພື່ອນໄປເລ່ນການພະນັນ

ທັ້ງຫມົດນີ້ແມ່ນເພື່ອນທີ່ບໍ່ຈິງໃຈ ທ່ານທີ່ຈະຄົບເພື່ອນຈົ່ງສັງເກດ ຕາມນີ້
ນີ້ຄື ຫລັກຂອງພຮະພຸດທະສາສນາ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 24, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ມາອ່ານເຫດການນີ້ “ເລື່ອງຂອງໝາ ໃຜວ່າຄົນບໍ່ກ່ຽວ”
ໃນປະຈຸບັນນີ້ ຖ້າຈະເວົ້າເລື່ອງບາບ ກັມ(ກຳ) ຫຼື ບາບບຸນ ຄຸນໂທດນີ້ ຄົນສ່ວນໃຫຍ່ແລ້ວ ຈະບໍ່ຄ່ອຍເຊື່ອ ແຕ່ກໍ່ຍັງມີອີກຄົນສ່ວນໜື່ງ ທີ່ເຊື່ອ ແລະຄົນທີ່ຈະສອນເລື່ອງນີ້ກໍ່ຂ້ອນຂ້າງຈະລຳບາກຢູ່ ອັນເປັນເຫດມາຈາກຄວາມຈະເລີນທາງດ້ານວັດຖຸ ຄົນສ່ວນຫຼາຍກໍ່ເລີຍໃຫ້ຄວາມສຳຄັນທາງດ້ານນີ້ຫຼາຍທີ່ສຸດ ຜົນທີ່ຕາມມາກໍ່ເລີຍເຮັດໃຫ້ຈິດໃຈຄົນເຮົານີ້ພັດທະນາໄປນຳບໍ່ທັນ ຈື່ງກາຍເປັນເຄື່ອງຫຼອກລວງກິເລດຂອງຄົນໃຫ້ດີ້ນດົນໄປຕາມກະແສໂລກ ທີ່ເອີ້ນວ່າ ໂລກາພິວັດ (Globalization) ຫຼື ເອີ້ນອີກຢ່າງໜື່ງວ່າ ຍຸກແຫ່ງຂໍ້ມູນຂ່າວສານ (IT : Information Technology)ນັ້ນເອງ
ເລື່ອງໝາໆມັນໄປກ່ຽວກັບຄົນ ຫຼືວ່າຄົນໄປກ່ຽວກັບໝາ ສຸດແລ້ວແຕ່ໃຜຊິເວົ້າຊິວ່າ ຕາມຄວາມຄິດ ຄວາມເຫັນຂອງໃຜຂອງມັນ ແນວວ່ານານາຈິດຕັງ, ຄັນບໍ່ນຳມາເວົ້າ ແຕ່ມັນກະເປັນຕາເວົ້າ ແລະມັນກໍ່ເກີດຂຶ້ນແລ້ວ ຈຶ່ງຂໍເອົາເລື່ອງຈິງບໍ່ຕ້ອງອີງນິຍາຍມາເວົ້າສູ່ກັນຟັງ.
ເລື່ອງນີ້ ເປັນເລື່ອງຈິງ ແລະເຣື່ອງນີ້ກໍເປັນເຣື່ອງທີ່ຊາວຕະຫຼາດທາດຫຼວງ ແລະຕະຫຼາດມືດ ຮອດນັກບໍລິໂພກອາຫານທີ່ຖືວ່າສຸດຍອດຂອງພວກເປດ ນັ້ນກໍ່ຄື ຊີ້ນໝາ.
ເຫດການນີ້ເກີດຂື້ນທີ່ເຮືອນຫ້ອງແຖວແຫ່ງໜື່ງ(ບໍ່ຢາກບອກວ່າຢູ່ໃສ) ທີ່ເຮືອນຫ້ອງແຖວ ບ້ານທາດຫຼວງໃຕ້ ບຶງທາດຫຼວງ ແຖວຫົວຂົວ ບໍລິເວນແຖວໆນັ້ນເອງ ເປັນເຮືອນໄມ້ຈັດເປັນຫ້ອງແຖວ ເພື່ອຄ້າຂາຍ ຂອງຊາວລາວແລະຈີນຈຳນວນໜື່ງ ໃນຫ້ອງແຖວຈຳນວນ 8 ຫ້ອງນັ້ນ ມີຫ້ອງໜຶ່ງມີອາຊີບຂາຍຊີ້ນໝາປິ້ງ ເປັນທີ່ຮູ້ຈັກກັນດີໃນນາມ “ປິ້ງຟານບ້ານ”, ເຂົາເຮັດອາຊີບນີ້ມາຫຼາຍສິບປີແລ້ວ.
ວັນເກີດເຫດການອັນວິນາດໃຫ້ແກ່ເຂົາ ແລະບັນດາຊາວຂ້າຂາຍ ທັງຈີນທັງລາວ ຈຳນວນ 8 ຫ້ອງກໍ່ໄດ້ ຮັບຜົນທີ່ເກີດຂື້ນ ຈາກການສູນເສຍໃນຄັ້ງນີ້ ອັນເກີດຈາກອັກຄີໄພນັ້ນເອງ.
ເລື່ອງມີຢູ່ວ່າ, ຄອບຄົວນີ້ ມີອາຊີບປິ້ງຊີ້ນໝາຂາຍ ໂດຍປົກກະຕິເຂົາກໍ່ຈະຊື້ໝາມາຂ້າເອງ ເຊີ່ງວິທີການຂ້າຂອງເຂົານັ້ນກະເປັນວິທີແປກໆ ຄື ເຂົາຈະຂ້າໝາ ດ້ວຍການເອົາໄມຄ້ອນທຸບໃຫ້ຕາຍ ແລ້ວກໍ່ເອົານ້ຳມັນເເອັດຊັງຫົດທົ່ວຕົວໝາ ເອົາໄຟຈູດ ເພື່ອເຜົາຂົນໝາ ແລ້ວຂູດຂົນອອກ.
ແຕ່ວັນນັ້ນ ເຂົາໄດ້ເຮັດເໝືອນທີ່ເຄີຍເຮັດມາ ຄືເອົາຄ້ອນທຸບຫົວໝາຈົນຕາຍ ເມື່ອເຫັນວ່າມັນຕາຍແລ້ວ ກໍ່ເອົານ້ຳມັນເເອັດຊັງມາຖອກລາດລົງແລ້ວເອົາໄຟຈູດ ແຕ່ໃນຄັ້ງນີ້ບໍ່ເປັນຈ່ັງບຸນ ຫຼືບາບກັມມາຕາມທັນບໍ່ຮູ້ ໃນຂະນະທີ່ໄຟກຳລັງລຸກທົ່ວຕົວໝາໂຕນັ້ນ, ໝາກັບຟື້ນຄືນຂຶ້ນມາ ດ້ວຍຄວາມຮ້ອນທີ່ໄຟກຳລັງລຸກ ໃໝ້ທົ່ວຕົວຢູ່ນັ້ນ ມັນກໍ່ແລ່ນຊັກຕາຍເຂົ້າໄປໃນກ້ອງລ່າງເຮືອນທີ່ຕ່ຳບໍ່ສູງເທົ່າສອກຄົງຈະໄດ້ ວ່າແຕ່ໝາແລ່ນເຂົ້າໄປກ້ອງລ່າງ ເຮືອນຫ້ອງແຖວເທົ່ານັ້ນແລ້ວ ໄຟກໍ່ລຸກໃໝ້ຂຶ້ນ ພໍປານວ່າປາຕິຫານ ຄືມັນໄໝ້ຂຶ້ນຈາກຫ້ອງໜຶ່ງ ຕໍ່ໃສ່ຫ້ອງສອງ ຈາກຫ້ອງສອງກໍ່ຕໍ່ໃສ່ຫ້ອງສາມ ລາມໄປຈົນຮອດຫ້ອງທີ່ສີ່ແລ້ວໝານັ້ນ ຈຶ່ງສິ້ນໃຈລົງດ້ວຍຄວາມທໍຣະມານ.
ສ່ວນຄົນຂ້າໜາ ເຫັນເປັນເຊັ່ນນັ້ນ ກໍບໍ່ຈັກຊິເຮັດຈັ່ງໃດ ໄດ້ແຕ່ຢືນຊະເງິະ ດ້ວຍຄວາມຕົກໃຈ ຈົນວ່າເຮືອນ ຂອງຕົນ ແລະເຮືອນຜູ້ອື່ນໄຟໄໝ້ໄປແລ້ວເຄິງໜຶ່ງ ຈຶ່ງແລ່ນໄປຂົນຍ້າຍສີ່ງຂອງ ຄົນອື່ນໆ ກໍມົວແຕ່ຍ້າຍຂອງອອກ ຈາກເຮືອນ ຍ້ອນວ່າເຮືອນໄມ້ ຈຶ່ງເຮັດໃຫ້ໄຟລຸກລາມໄປໃສ່ເຮືອນຫ້ອງອື່ນໆອີກ ຈົນສຸດທ້າຍແລ້ວໄຟໄໝ້ເຮືອນຫ້ອງແຖວນັ້ນ ໝົດໄປທຸກ ຫ້ອງຢ່າງລາບຄາບ.
ເມື່ອປະຊາຊົນ ຮູ້ເລື່ອງແລ້ວ ຕ່າງຝ່າຍຕ່າງວິພາກວິຈານໄປຕາມແຕ່ໃຜຢາກວ່າແຕ່ຄຳທີ່ຜູ້ຂຽນໄດ້ຍິນແລ້ວ ຮູ້ສຶກກິນໃຈມີ 2 ປະໂຫຍກ ຄື “ໝາມັນເອົາຄືນ” ກັບຄຳວ່າ “ເລື່ອງຂອງໝາໆ ໃຜວ່າມັນຊິບໍ່ກ່ຽວກັບຄົນ”, ທ່ານເຫັນເລື່ອງນີ້ ເປັນເຊັ່ນໃດ ກໍສຸດແລ້ວແຕ່ທ່ານຈະຄິດ ແຕ່ໝາເປັນສັດຊະນິດໜຶ່ງ ໃນ 10 ປະເພດສັດ ທີ່ພຣະສົງໃນທາງພຣະພຸດທະສາດສະໜາຫ້າມກິນ ຫຼືທີ່ເອີ້ນວ່າ ມັງສັງ 10 ຢ່າງ.
ເພາະສະນັ້ນແລ້ວ ຫາກທ່ານເຊື່ອວ່າບາບບໍ່ມີຈິງ ກໍ່ຢ່າຟ້າວປະໝາດ ບໍ່ທັນຖືກກັບໃຜ ກະຢ່າວ່າບໍ່ມີ ຄວາມຈິງແລ້ວ ບາບບຸນນີ້ ເປັນຂອງຄູ່ກັນ ມັນເກີດຂຶ້ນ ກັບມະນຸດທຸກຄົນ ໂດຍສະເພາະຄົນທີ່ຄິດຊົ່ວ, ທຳຊົ່ວ ແລະເວົ້າຊົ່ວສະເໝີມາ ຕ່າງແຕ່ວ່າມັນເກີດຊ້າເກີດໄວ, ຄົນທີ່ທຳບາບແລ້ວ ບໍ່ເຫັນຫຍັງ ກະຢ່າໄປຄິດວ່າ ເຮົາບໍ່ບາບ ຫຼືບໍ່ໄດ້ຮັບຜົນຂອງບາບ, ອີກຢ່າງໜຶ່ງຄົນທີ່ຄິດດີ ທຳດີ ເວົ້າດີແລ່້ວ ບຸນກຸສົນບໍ່ທັນເກີດ ກະຢ່າຟ້າວເສຍໃຈ ບໍ່ໄດ້ຮັບຜົນມື້ນີ້ກໍມື້ໜ້າ, ບໍ່ເດືອນນີ້ກໍເດືອນໜ້າ, ບໍ່ຊາດນີ້ ກໍຊາດໜ້າ ຫຼືຊາດຕໍ່ໆໄປ ເຊັ່ນດຽວກັບ ບາບກຳທີ່ເກີດຂຶ້ນ
ຂໍໃຫ້ທ່ານທີ່ອຸດສາຫະ ພະຍາຍາມອ່ານແຕ່ຕົ້ນ ຈົນຈົບ ໄດ້ເປັນຜູ້ມີບຸນ ວາດສະໜາ..ອາຍທີ່ຈະເຮັດຄວາມຊົ່ວ
ຢ້ານກົວສີ່ງທີ່ເປັນບາບ.... ແລ້ວຈົ່ງເປັນຜູ້ມີຄວາມຈະເລີນດ້ວຍ ສີນ ສະມາທິ ແລະປັນຍາ ຕະຫຼອດໄປ...ເທີ້ນ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 24, 2010 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

໑. ເອົາຊະນະໃຈຕົນ ດີກວ່າເອົາຊະນະໃຈຄົນທັງໂລກ
໒. ການໃຫ້ອະໄພ ບໍ່ຕ້ອງເສຍສີ່ງໃດເພີ່ມ
ແຕ່ການຈອງເວນນັ້ນຕິ ຍີ່ງຈະເສຍຫລາຍກວ່າເດີມ ເທົ່າໃດກໍ່ບໍ່ຮູ້
໓. ວິນາພາເວ ອະສັງສະເຍ ແປວ່າ ບໍ່ວັນໃດກໍ່ວັນຫນື່ງ ເຮົາຈະພາກຈາກກັນໄປ
໔. ການສູນເສຍ ເປັນສ່ວນຫນື່ງຂອງວັດຕະຈັກ ບໍ່ມີສີ່ງໃດຢູ່ກັບເຮົາໄປຕະຫລອດ
໕. ຄວາມບັງເອີນບໍ່ມີໃນໂລກ ແຕ່ໂຊກທີ່ໄດ້ຮັບນັ້ນ ມັນເກີດມາຈາກເຫດແລະຜົນ ທີ່ຄົນເຮົາຍັງບໍ່ຮູ້ເທື່ອ

ເອົາເທົ່ານີ້ກ່ອນນໍ....ວັນຫນ້າຈະມາຕໍ່

ຂໍອະນຸໂມທະນາບຸນນຳເດີ
ທີ່ເສຍເວລາມາອ່ານ

ອ່ານແລ້ວກໍ່ Comment ແນ່ລະ

ດ້ວຍຄວາມປາຖນາດີ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 25, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ເລື້ອງລູກຊາຍເອົາແມ່ໄປຖິ້ມໄວ້ກາງປ່າ
ກ່ອນຈະເຂົ້າເລື້ອງ ຂໍຕັ້ງຄຳຖາມ ເປັນຫຍັງເວລາຄົນເຖົ້າມາແລ້ວຈິງມີນິໃສເຫມືອນເດັກ
ນ້ອຍ ໄດ້ກິນກໍ່ວ່າບໍ່ໄດ້ກິນ ຖາມສ້ຳແຕ່ຄວາມເກົ່າ ໂກດງ່າຍ ບາງຄັ້ງເອົາແຕ່ໃຈ ກິນເຂົ້າກະເຮັດເປີເປື້ອນ ສົກກະປົກ ບາງທີ່ຂີ້ ຫລືຍ່ຽວໃສສົງໃສ່ຜ້າ ເປັນຫຍັງ
ຄົນທີ່ເຖົ້າມາແລ້ວຈິງເຫມືອນກັບເດັກນ້ອຍອີກເທື່ອຫນື່ງ.​

ຄຳຕອບເຫດຜົນມີຢູ່ວ່າ ເປັນວັດທະຈັກ ແລະກົງກຳກົງກຽນ ຕອນເຮົາຍັງນ້ອຍ
ພໍ່ແມ່ຈະດູແລເບີ່ງແຍງເຮົາ ປ້ອນເຂົ້າປ້ອນນ້ຳ ເຊັດຂີ້ ເຊັດຍ່ຽວໃຫ້ເຮົາ ພໍພໍ່ແມ່ເຖົ້າແກ່
ມາກໍ່ຈະເປັນແບບເດັກນ້ອຍອີກເທື່ອຫນື່ງ ເພື່ອໃຫ້ຜູ້ເປັນລູກໄດ້ຕອບແທນ ແລະ
ທຳກັບພໍ່ແມ່ ບົວລະບັດພໍ່ແມ່ ເຫມືອນພໍ່ແມ່ທີ່ທຳກັບເຮົາຕອນຍັງນ້ອຍ

ເຂົ້າສູ່ເລື້ອງຊາຍຄົນຫນື່ງເອົາແມ່ໄປຖິ້ມໃນປ່າ
ໃນຄອບຄົວມີແມ່ ແລະລູກຊາຍ ພ້ອມດ້ວຍລູກສະໄພ້ ຄືເມຍຂອງລູກຊາຍນັ້ນເອງ
ແມ່ຂອງຜູ້ຊາຍຄົນນີ້ ເຖົ້າແກ່ຫລາຍ ແຖມຍັງຕາບອດ ເວລາກິນເວລານອນ ກະຕ້ອງ
ອາໃສລູກ ແລະລູກສະໄພຊ່ວຍ ກິນເຂົາກະເຮັດເຮຍ ເສື້ອຜ້າກະບໍ່ສະອາດ
ແຖມຍັງຖາມລູກຄຳຖາມດຽວ ຊ້ຳ ໆ ເພາະລາວບໍ່ໄດ້ຍິນ ໄດ້ຍິນແລ້ວແຕ່ກະບໍ່ຈື່
ທາງລູກສະໄພ ເກີດຄວາມລຳຄານໃຈ ຈິງບອກໃຫ້ຜົວ ເອົາແມ່ໄປຖິ້ມໃນປ່າ
ຖ້າບໍ່ເອົາໄປ ເມຍຈະຫນີໄປກັບບ້ານ ທາງລູກຊາຍກະເລີຍຟັງຄວາມເມຍ
ມື້ຫນື່ງໄດ້ໂອກາດດີ ຈິງໄດ້ກະຕຽມແບກເອົາແມ່ອອກເດີນທາງໄປໃນປ່າ
ທາງຜູ້ເປັນແມ່ຮູ້ແລະເຂົາໃຈວ່າ ລູກຊາຍແລະລູກສະໃພຊັງ ບໍ່ຢາກໃຫ້ຢູ່ນຳ
ແຕ່ເພີ່ນກະບໍ່ໄດ້ຂໍຄວາມເຫັນໃຈ ຫລືຂໍຮ້ອງຫຍັງ ໃນຂະເດີນທາງ ແມ່ໄດ້ຫັກກິງໄມ້
ໄປຕາມທາງ ຕະຫລອດ ພໍເມື່ອຮອດຈຸດຫມາຍ ລູກຊາຍກໍ່ປົງແມ່ລົງ ແລ້ວຫັນຫລັງ
ໃສ່ແມ່ເດີນກັບບ້ານ ທາງແມ່ຮ້ອງບອກວ່າລູກ ເດີນຕາມທາງ ສັງເກດກິ່ງໄມ້ທີ່ແມ່ຫັກ
ນັ້ນເດີ ລູກສິບໍ່ຫລົງທາງ

My mother
ຍາມແມ່ສັ່ງສອນພ່ຳວອນລູກ ເລື້ອງຜິດຖືກລູກກໍ່ວ່າແມ່ຈູ້ຈີ້
ຕໍ່ເມື່ອລູກເຕີບໃຫຍ່ຈິ່ງໄດ້ດີ ເພາະຄຳທີ່ແມ່ວ່າໄວ້ບໍ່ຜິດຄຳ
ເມື່ອຍັງເດັກລູກບໍ່ເຫັນຄຸນຄ່າແມ່ ເປັນບາບແທ້ທີ່ລູກຖຽງແມ່ເຊົ້າຄ່ຳ
ລູກກະທຳຄວາມຜິດນີ້ປະຈຳ ຂໍກ່າວຄຳຂໍໂທດໂປດອະໄພ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 25, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ເຕືອນສາວລາວ ລະວັງບ່າວເມືອງນອກ

ເຄີຍໄດ້ຍີນຢູ່ເລື້ອຍໆ...........ຄວາມເປື່ອຍເຍື່ອຍຂອງສັງຄົມ
ຄົນຕົ້ມກັນຕາໄສໆ.............ຈຶ່ງຂະຫຍາຍຄວາມເວົ້າ
ຂໍໃຫ້ຈຳເອົາໄວ້...................ຄົນຈັງໄຮມີໄປທົ່ວ
ພວກນີ້ເຫັນແກ່ຕົວ.............ຫາຕົວະຍົວະສາວຊັກໄຊ້ ......ໃຫ້ອາຍໜ້າເພີ່ນຫຍັນ

ພວກເມຍເຜີມາຢາມບ້ານ....ຕ້ານບອກໜູ່ວ່າເມຍປະ
ມາຫາເມຍຢູ່ເມືອງລາວ.......ເລາະຊອກເອົາຈົນໄດ້
ສາວຫຼວງຫຼາຍຕາຕັ້ງ .......ຫວັງຢາກໄປເມືອງນອກ
ບອກຕົກລົງຮັບຫມັ້ນ ..........ໃຫ້ຟັນຫຼີ້ນນັບເດືອນ

ບໍ່ເຄີຍໜີຫ່າງເຄື້ອນ .....ຕັ້ງເດືອນຫນຶ່ງເຂົານອນນຳ
ຈັດທຳລາບາສີ ...............ປານວ່າມີດອງນ້ອຍ
ເງິນທີ່ຫຼອຍເມຍໄດ້ .........ສອງສາມພັນເມືອຢາມແມ່
ແບ່ງໄປງານໝັ້ນແນ່ ..ພຽງສີ່ຊ້າຫ້າຮ້ອຍ ..ໄດ້ຫຼອຍສ້ວມສູ່ສາວ

ເງິນບໍ່ພໍເພິ່ນບໍ່ເອົາ ..........ພໍ່ເຖົ້າຈ່າຍຈົນເສຍຫົວ
ທັງຄ່າງົວຂອງມືນເມົາ ....ເຫຼົ້າຢາປາແປ້ງ
ເອົາລູກເຂີຍຈົນຖົງແຫ້ງ .....ບໍ່ແໜງໃຈຍິນດີຈ່າຍ
ບໍ່ພໍເດືອນເຂີຍສົ່ງໃຫ້ ......ຮວມກັນໄວ້ລູກສົ່ງແທນ ..ສາແລ້ວ

ຕົວະກັນບາດແຂ້ນໆ ........ຄິດວ່າແມ່ນຂອງໂຕ
ເສຍໂງ່ນຳຢາກເດີນທາງ ....ໄປຕ່າງແດນໄກກວ້າງ
ເຂົາຊິທວງປະກັນຈ້າວ .......ບໍ່ພໍຄາວໄດ້ບິນແນ່
ເບິ່ງໄປໃສພາກັນແຫ່ ..ທາງພໍ່ແມ່ກໍໄດ້ຫນ້າ ..ລູກເຂີຍຫຼ້າຊິສົ່ງເງິນ

ຮອດຂວບເດືອນສົ່ງເພິ່ນຂຶ້ນ ...ຍົນດ່ວນບິນກັບ
ສັນຍາກັນຊິມາຮັບ ................ຕ້ອນເຈົ້າໄປບໍ່ກົວຢ້ານ
ຈະຈັດການເດີນເລື້ອງ .............ເອກກະສານຄົບທຸກຢ່າງ
ບາດເມືອແລ້ວເປັນລາຍຕ່າງ ຊ່າງວ່າມິດສ້ອຍມ້ອຍ ບໍ່ໂທຈ້ອຍເມື່ອຍແຕ່ຄອງ

ສ່ວນເລກໂທຂຽນໃຫ້ນ້ອງ .....ໂທລອງເບິ່ງບໍ່ມີຕິດ
ຂຽນເບີຜິດໃຫ້ໂລເລ..........ເກີນໜ່າຍເດຜູ້ຊາຍຕົ້ມ
ຫຼອກໃຫ້ອົມຮັງມິ້ມ.............ເປັນເດືອນຊີມ ມິດຈີ່ລີ່ ມິດຈີ່ລີ່
ມາກິນແລ້ວແຊ່ວຫນີ....ຫຼອກກິນຟຣີບໍ່ຢາກເວົ້າ....ຄວາຍເຖົ້າພໍ່ກໍຂາຍ

ມາຮູ້ເອົາຕອນທ້າຍ............ເປັນຕາຫນ່າຍເຂົາມີເມັຽ
ເສັຽທັງເງິນເສັຽທັງຂອງ.........ເຂົາຍອງເປັນເດືອນພຸ້ນ
ຜູ້ຫຼຸບທຶນຄືເສືອເຖົ້າ..............ຫວັງຊິເອົາເຂີຍເມືອງນອກ
ບອກຄົນຫມົດຫມູ່ບ້ານ.............ບໍ່ຫານສູ້ຮອດຫນ້າຄົນ ລະອາຍເດ໋!

ຟັງເດີ..... ກ່ອນຕົກລົງໃຫ້ສືບຄົ້ນ....ປະຫວັດເບິ່ງບໍ່ມີເມັຽ ຈິງບໍ?
ເສັດການເຄລັຽທາງຫຼັງ .........ຢ່າຮ້າງມີຫນັງສືແລ້ວ
ໝົດທຸກແນວໃຫ້ຖາມຈ້ອນ ...........ເລື້ອງສຳຄັນ ສັນຊາດບໍ?
ເພາະກົດຫມາຍ ຕໍ ມໍ ..ຕ້ອງສັນຊາດຈຶ່ງໃຫ້ ..ປະກັນໄດ້ຢ່າງດຽວ

ຍ້ອນໃຈຄົນມັນຄົດລ້ຽວ ...........ຕຽມແຕ່ໜ່ຽວໄກປືນ
ຕ້ອງຢັ້ງຢືນຫຼັກຖານຄົບ .........ໃຫ້ທົບທວນເອົາໄວ້
ບໍ່ເຂົ້າໃຈຈະແຈ້ງ ................ໃຫ້ຖາມຈຳປາແດງຕື່ມ ..ເດີນ້ອງເດີ
ຂໍເຕືອນໄວ້ຢ່າລືມ ..ຫນັງສືຄົບຖືກຕ້ອງ ..ຈຶ່ງຫງາຍທ້ອງໃຫ້ເພິ່ນເຕັງ

ກັອບຈາກໃບລານ ເຫັນວ່າມ່ວນດີ ມີສາລະຢາກໃຫ້ອ່ານນຳກັນພີ່ນ້ອງເອີຍ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 21, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

ຄົນລວຍທີ່ເປັນຕາຊັງຄືຄົນລວຍທີ່ບໍ່ຍອມແບ່ງປັນໃຫ້ສັງຄົມ

ຄົນຈົນທີ່ເປັນຕາຊັງຄືຄົນຈົນທີ່ບໍ່ຍອມລຸກຂື້ນສູ້

ບໍ່ວ່າຫຍັງຈະເກີດຂື້ນ ບໍ່ວ່າເລື່ອງດີ ເລື່ອງຮ້າຍ ຈະເກີດຂື້ນ

ຂໍໃຫ້ຄິດວ່າເປັນບົດຮຽນສອນໃຈເຮົາ

ຈັບຜິດ ອິດສາ ລິດສະຫຍ່າ ບ້າອຳນາດ ຂາດຄວາມຮູ້ ຢູ່ໄປວັນໆ

ຄືລັກສະນະຂອງຄົນຄິດບໍ່ສ້າງສັນ ແລະຄິດໄປທາງລົບ

 

ຈະເລີນພອນ

 

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 5, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ມະນຸດເຮົາເອີ້ຍ ເກີດມາເຮັດຫຍັງ
ນິບພານມີສຸກ ເປັນຫຍັງບໍ່ໄປ
ຕັນຫາໜ່ວງໜັກ ໜ່ວງຊັກໜ່ວງໄວ້
ຂ້ອຍໄປບໍ່ໄດ້ ເພາະຕັນຫາຜູກພັນ
ຫ່ວງນັ້ນພັນຜູກ ຫ່ວງລູກຫ່ວງຫຼານ
ຫ່ວງສັບສິນເຮືອນຊານ ຈົ່ງສະຫຼະເສຍເຖີດ
ຈະໄດ້ໄປນິບພານ ຂ້າມພົ້ນພົບສາມ
ຍາມໜຸ່ມສາວນ້ອຍ ໜ້າຕາອ່ອນຊ້ອຍ
ງາມແລ້ວທຸກປະການ ແກ່ເຖົ້າໜັງຍານ
ລ້ວນແຕ່ເຄື່ອງເໝັນ ເອັນໃຫຍ່ເກົ້າຮ້ອຍ
ເອັນນ້ອຍເກົ້າພັນ ມັນມາທຳເຂັນໃຈ
ໃຫ້ຮ້ອນໃຫ້ເຢັນ ເມື່ອຍຂົບທັງຕົວ
ຂົນຄິ້ວກໍ່ຂາວ ໃນຕາກໍ່ມົວ
ເສັ້ນຜົມບົນຫົວ ດຳແລ້ວກໍ່ຫງອກ
ໜ້າຕາເວົ້າອອກ ດູໜ້າບັດສີ
ຈະລຸກກໍ່ໂອຍ ຈະນັ່ງກໍ່ໂອຍ
ເມືອນດອກໄມ້ໂຮຍ ບໍ່ມີເກສອນ
ຈະເຂົ້າທີ່ນອນ ເພິ່ງສອນພາວະນາ
ພຣະອະນິຈັງ ພຣະອະນັດຕາ
ເຮົາທ່ານເກີດມາ ມີແຕ່ຈະຕາຍ
ຜູດີເຂັນໃຈ ກໍ່ຕາຍເໝືອນກັນ
ເງິນທອງທັ້ງນັ້ນ ບໍ່ຕິດຕົວໄປ
ຕາຍໄປເປັນຜີ ລູກເມຍຜົວຮັກ
ເຂົາຊັກໜ້າໜີ ເຂົາເໝັນຊາກຜີ
ເປື່ອຍເນົ່າພຸພອງ ໝູ່ຍາດພີ່ນ້ອງ
ເຂົາຫາມເອົາໄປ ເຂົາວາງລົງໄວ້
ເຂົານັ່ງຮ້ອງໃຫ້ ແລ້ວກັບຄືນມາ
ຢູ່ແຕ່ຜູ້ດຽວ ປ່າໄມ້ຊາຍຂຽວ
ຫຼຽວບໍ່ເຫັນໃຜ ເຫັນແຕ່ຝູງແຮ້ອງ
ເຫັນແຕ່ຝູງກາ ເຫັນແຕ່ຝູງໝາ
ຍື້ແຍ້ງກັນກິນ ດູໜ້າສົມເພດ
ກະດູກເຮົາເອີຍ ລຽງລາຍແຜ່ນດິນ
ແຮ້ງໝາກາກິນ ເອົາເປັນອາຫານ
ທ່ຽງຄືນສະງັດ ຕື່ນຂື້ນບໍ່ນານ
ບໍ່ເຫັນລູກຫຼານ ພີ່ນ້ອງເຜົ່າພັນ
ເຫັນແຕ່ນົກເຄົ້າ ຈັບເຈົ່າຮຽງກັນ
ເຫັນແຕ່ນົກແສກ ຮ້ອງແຮກແຫກຂັວນ
ເຫັນແຕ່ຝູງຜີ ຮ້ອງໃຫ້ຫາກັນ
ມະນຸດເຮົາເອີ້ຍ ຢ່າຫຼົງຫຼາຍເລີຍ
ບໍ່ມີແກ່ນສານ ອົດສາທຳບຸນ
ຄ້ຳຈູນເອົາໄວ້ ຈະໄດ້ໄປສະຫວັນ
ຈະໄດ້ທັນ ພຣະພູດທະເຈົ້າ
ຈະໄດ້ເຂົ້າ ສູ່ພຣະນິບພານ
ອະຫັງ ວັນທາມິ ສັພພະໂສ
ອະຫັງ ວັນທາມິ ນິພພານະ
ປັຈຈະໂຍ ໂຫຕຸ.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 5, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຂອບໃຈຄວາມບໍ່ມີ...ທີ່ເຮັດໃຫ້ຮູ້ວິທີລຸກຂື້ນສູ້
ຂອບໃຈຄວາມຍາກຈົນ...ທີ່ເຮັດໃຫ້ເປັນຄົນມຸມານະ
ຂອບໃຈຄວາມລົ້ມເຫຼວ...ທີ່ເຮັດໃຫ້ເກີດຄວາມຊ່ຽວຊານ
ຂອບໃຈຄວາມຜິດພາດ...ທີ່ເຮັດໃຫ້ສະຫຼາດຍິ່ງກວ່າເດີມ
ຂອບໃຈຄວາມລິດສະຫຍາ...ທີ່ເຮັດໃຫ້ກ້າສ້າງສັນສິ່ງໃໝ່
ຂອບໃຈຄຳວິພາກວິຈານ...ທີ່ເຮັດໃຫ້ພິບານຢ່າງໄລ້ຂໍ້ຕຳນິ
ຂອບໃຈຄວາມບໍ່ຮູ້...ທີ່ເຮັດໃຫ້ຮູ້ຈັກຄູຊື່ ປະສົບການ
ຂອບໃຈຄວາມຜິດຫວັງ...ທີ່ເຮັດໃຫ້ຕັ້ງສະຕິເພື່ອລຸກຂື້ນມາໃໝ່
ຂອບໃຈສັດຕູທີ່ແກ່ງກ້າ...ທີ່ເຮັດໃຫ້ຮູ້ວ່າເຮົາຍັງບໍ່ແມ່ນມືອາຊີບ
ຂອບໃຈມະຫາກຳຄໍລັບຊັ້ນ...ທີ່ເຮັດໃຫ້ເຮົາຢາກສ້າງສັນການເມືອງໃໝ່
ຂອບໃຈຄວາມປ່ວຍໄຂ້...ທີ່ເຮັດໃຫ້ເຮົາຕັ້ງໃຈເບິ່ງແຍງສຸຂະພາບ
ຂອບໃຈຄວາມທຸກ...ທີ່ເຮັດໃຫ້ເຮົາຮູ້ຄວາມສຸກມີຄ່າເທົ່າໃດ
ຂອບໃຈຄວາມພັດພາກ...ທີ່ເຮັດໃຫ້ເຮົາສະຫຼະຄວາມຍຶດຕິດຖືໝັ້ນ
ຂອບໃຈເພີງກິເລດ...ທີ່ເຮັດໃຫ້ເຮົາມີເຫດຢາກເຖິງພະນິບພານ
ຂອບໃຈຄວາມຕາຍ...ທີ່ເຮັດໃຫ້ສາກສຸດທ້າຍຂອງຊີວິດສົມບູນແບບ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 26, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ສິນຫ້າພາກພາສາອັງກິດ ແລະປາລີແບບອັກສອນໂຣມັນ

ສິນຫ້ານີ້ ບາງທີ ອາດຈະຍາກສຳລັບບາງຄົນ ແມ່ນແຕ່ຈະຈື່ຈຳເປັນພາສາລາວກໍຍັງຍາກແລ້ວ ແລະເມື່ອຈື່ແລ້ວ ສິ່ງທີ່ຍາກໄປກວ່ານັ້ນ ກໍຄືການປະຕິບັດ. ສິ່ງທີ່ຈື່ຍາກອີກຕື່ມກໍຄືເປັນພາສາປາລີ ແລະມີພາສາໜຶ່ງຕື່ມເຂົ້າມາອີກ ທີ່ຊາວພຸດຄວນຮູ້ ນັ້ນຄື ພາສາອັງກິດ ຍ້ອນມັນມີຄວາມຈຳເປັນ ເວລາທີ່ເຮົາເດີນທາງໄປຕ່າງປະເທດ ຖ້າມີຄົນຖາມວ່າ ທ່ານນັບຖືສາສະໜາໃດ ຄຳຕອບຂອງພວກເຮົາສ່ວນໃຫຍ່ແມ່ນ ສາສະໜາພຸດ ແລ້ວຖ້າເຂົາຖາມວ່າ ຊາວພຸດທຳມະດາທົ່ວໄປ ມີຂໍ້ປະຕິບັດແນວໃດ ? ມີສິນຈັກຂໍ້ ແລ້ວເຮົາຊິຕອບເຂົາເຈົ້າວ່າແນວໃດ​ ນີ້ເປັນສິ່ງທີ່ຄວນຮູ້ໄວ້.


The following are the five precepts (pañca-sikkhāpada)[3] or five virtues (pañca-sīla) rendered in English and Pali: ຕໍ່ໄປນີ້ແມ່ນສິນຫ້າ (ປັນຈະ ສິກຂາປະທາ) ຫລື້ ຂໍ້ປະຕິບັດທີ່ດີງາມຫ້າຢ່າງ(ປັນຈະສີລ) ແປເປັນພາສາອັງກິດ ແລະພາສາປາລີ.

1. I undertake the training rule to abstain from taking life. Pāṇātipātā veramaṇī sikkhāpadaṃ samādiyāmi.
ຂ້າພະເຈົ້າຂໍສະມາທານເອົາຂໍ້ປະຕິບັດ ເພື່ອງົດເວັ້ນຈາກການທຳລາຍຊີວິດ. ປານາຕິປາຕາ ເວຣະມະນີ ສິກຂາປະທັງ ສະມາທິຢາມິ.

2. I undertake the training rule to abstain from taking what is not given. Adinnādānā veramaṇī sikkhāpadaṃ samādiyāmi.
ຂ້າພະເຈົ້າຂໍສະມາທານເອົາຂໍ້ປະຕິບັດ ເພື່ອງົດເວັ້ນຈາກການບໍ່ເອົາສິ່ງຂອງທີ່ເຂົາບໍ່ໃຫ້. ອະທິນນາທານາ ເວຣະມະນີ ສິກຂາປະທັງ ສະມາທິຢາມິ.

3. I undertake the training rule to abstain from sexual misconduct. Kāmesu micchācāra veramaṇī sikkhāpadaṃ samādiyāmi.
ຂ້າພະເຈົ້າຂໍສະມາທານເອົາຂໍ້ປະຕິບັດ ເພື່ອງົດເວັ້ນຈາກການບໍ່ປະພຶດຜິດໃນກາມ. ກາເມສຸ ມິດສາຈາຣາ ເວຣະມະນີ ສິກຂາປະທັງ ສະມາທິຢາມິ.

4. I undertake the training rule to abstain from false speech. Musāvāda veramaṇī sikkhāpadaṃ samādiyāmi.
ຂ້າພະເຈົ້າຂໍສະມາທານເອົາຂໍ້ປະຕິບັດ ເພື່ອງົດເວັ້ນຈາກການເວົ້າຕົວະ. ມຸສາວາທາ ເວຣະມະນີ ສິກຂາປະທັງ ສະມາທິຢາມິ.

5. I undertake the training rule to abstain from fermented drink that causes heedlessness. Surā-meraya-majja-pamādaṭṭhānā veramaṇī sikkhāpadaṃ samādiyāmi.
ຂ້າພະເຈົ້າຂໍສະມາທານເອົາຂໍ້ປະຕິບັດ ເພື່ອງົດເວັ້ນຈາກການດື່ມສິ່ງມຶນເມົາອັນກໍ່ໃຫ້ເກີດຄວາມຜະໝາດ. ສຸຣາເມຣະຍະ ມັຊຊະ ປະມາທັດຖານາ ເວຣະມະນີ ສິກຂາປະທັງ ສະມາທິຢາມິ.


ຄຳສັບທີ່ຄວນຮູ້:

1. to undertake : to observe : ສະມາທານເອົາ, ປະຕິບັດ
2. to abstain(from) : ເວັ້ນຈາກ. ຄຳສັບນີ້ ມັກມີ from ຕາມຫລັງ ແລະກິລິຍາອື່ນທີ່ຕາມມາກໍຈະເປັນຮູບ ing ສະເໝີ.
3. training rule : ຂໍ້ປະຕິບັດ. training ເປັນກິລິຍາຕື່ມ ing ເຂົ້າມາໃສ່ ການເປັນ gerund ມາເຮັດໜ້າທີ່ເປັນຄຳຄຸນນາມ ຂະຫຍາຍຄຳນາມ rule ກາຍມາເປັນຄຳນາມປະສົມ(compound noun)
4. sexual misconduct: : ການປະພຶດຜິດໃນກາມ (ມີການຜິດລູກ, ຜິດເມັຍ ຂອງຄົນອື່ນ). sexual misconduct ມາຈາກຄຳວ່າ mis+conduct ໃນນີ້ mis ເປັນຄຳອຸປະສັກ(prefix)ເມື່ອວາງຢູ່ໜ້າຄຳສັບອື່ນ ຈະເຮັດໃຫ້ຄວາມໝາຍປ່ຽນໄປ ຈາກ conduct ເຊິ່ງມີຄວາມໝາຍວ່າ ການປະພຶດ, ການປະຕິບັດ, ການກະທຳ ຈິ່ງກາຍມາເປັນ misconduct ການກະທຳຜິດ.
5. false speech : ເວົ້າບໍ່ຈິງ, ເວົ້າຕົວະ
6. fermented (adjective) part participle : ມາຈາກ ກິລິຍາ ferment (v) ໝັກ, ດອງ ເມື່ອຕື່ມເປັນກິິລິຍາຊ່ອງທີ 3 ສາມາດມາໝູນໃຊ້ໃຫ້ເປັນຄຳຄຸນນາມໄດ້ ມາຂະຫຍາຍຄຳວ່າ drink ກາຍເປັນ fermented drink ກໍຄືເຄື່ອງມຶນເມົາຕ່າງໆ ອັນລວມເຖິງສິ່ງເສບຕິດ ທຸກຊະນິດ.

heedlessness : heed+less+ness :

heed : (v) pay attention ເອົາໃຈໃສ່, ຕັ້ງໃຈ. (n) careful attention ຄວາມເອົາໃຈໃສ່, ຄວາມຕັ້ງໃຈ
less ເປັນຄຳ ປັດໄຈ (suffix)(ຄຳທີ່ຕື່ມທ້າຍຄຳສັບ) ເມື່ອຕື່ມແລ້ວຈະມີຄວາມໝາຍເດີມປ່ຽນໄປ ທາງປະຕິເສດ ສ່ວນໃຫຍ່ຈະກາຍເປັນຄຳຄຸນນາມ ເຊັ່ນ : heedless ບໍ່ເອົາໃຈໃສ່, ຜະໝາດ(ປະໝາດ)
ness : ເປັນ ຄຳປັດໄຈ (suffix)(ຄຳທີ່ຕື່ມທ້າຍຄຳສັບ) ເມື່ອຕື່ມໃສຂ້າງຫລັງຄຳສັບໃດ ຈະມີຄວາມໝາຍບອກເຖິງ ຄວາມ, ການ ຫລື ກາຍເປັນຄຳນາມໄປໃນໂຕ.

ເຊັ່ນ : Thai+ness: Thainess ຄວາມເປັນໄທ
Laoness ຄວາມເປັນລາວ
happiness ຄວາມສຸກ
deathlessness : ຄວາມບໍ່ຕາຍ, ຄວາມເປັນອະມະຕະ
carefulness : ຄວາມບໍ່ຜະໝາດ
heedlessness : ຄວາມຜະໝາດ
satisfactoriness :ຄວາມສຸກ, ຄວາມເພິ່ງພໍໃຈ
unsatisfactoriness :ຄວາມທຸກ, ຄວາມບໍ່ເພິ່ງພໍໃຈ, ຄວາມບໍ່ເພິ່ງປາດຖະໜາ.

ໄວຍະກອນ

what is not given : ສິ່ງທີ່ບໍ່ໄດ້ໃຫ້ ເປັນ Noun clause ຄຳນາມອະນຸປະໂຫຍກ ແລະຄຳນາມທີ່ເປັນອະນຸປະໂຫຍກນີ້ ສາມາດນຳໃຊ້ເປັນ ຕົວປະທານ, ຕົວກຳ ຫລື ພາກສ່ວນຂະຫຍາຍໃນປະໂຫຍກໄດ້.

ຖ້າເປັນປະທານໃນປະໂຫຍກຈະມີລັກສະນະດັ່ງນີ້:

What I want to do now is to learn English. ສິ່ງທີ່ຂ້ອຍຢາກເຮັດຕອນນີ້ ຄື ຮຽນພາສາອັງກິດ.

..............

ເພື່ອອ່ານຕື່ມ ທັມມະເປັນພາສາອັງກິດ ກົດເບິ່ງນີ້:

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 24, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ພຶດຕິກຳທີ່ບໍ່ຄວນເຮັດກັບເພື່ອນ
໑ ເຫັນເພື່ອນຍ່າງມາ ແລ້ວຂັດຂາເພື່ອນໃຫ້ລົມຕໍ່ຫນ້າຫມູ່ເພື່ອນຫລາຍຄົນ ເຮັດ
ໃຫ້ເກີດຄວາມເຈັບປວດແລະອັບອາຍ ສິ່ງນີ້ບໍ່ຄວນທຳທີ່ສຸດ
໒. ບໍ່ຄວນເອົາຊື່ພໍ່ ຊື່ແມ່ຂອງເພືອນມາເວົ້າ ແລະລໍ້ລຽນໃນຫ້ອງຮຽນ ໃຫ້ເກີດຄວນ
ອັບອາຍ ຫລື ເອົາຊື່ຄົນທີ່ເພືອນຫລົງຮັກ ມາເວົ້າລໍ້ລຽນ ຊື່ງເພື່ອນກຳລັງແອບ
ຫລົງຮັກຄົນນັ້ນແລ້ວເກັບເປັນຄວາມລັບ ເປັນສິ່ງທີ່ບໍ່ຄວນທຳ
໓. ເອົາເບີໂທຂອງເພື່ອນໃຫ້ຜູ້ຊາຍ ຄົນອື່ນ ຫລືຄົນແປກຫນ້າ ໂດຍບໍ່ໄດ້ຮັບອະນຸ
ຍາດ ຈະເຮັດໃຫ້ເພືອນງຸດຫງິດ ເກີດຄວາມລຳຄານ ເປັນສິ່ງທີ່ບໍ່ຄວນທຳ
໔. ເອົາສັດ ຫລືສິ່ງທີ່ເພືອນບໍ່ມັກ ຫລືຢ້ານ ເຊັ່ນ ບົ້ງກະເລນ. ຫລື ຫນູ ໂຍນໃສ່
ເພືອນເພືອນຄວາມສະຫນຸກ ມ່ວນຊື່ນຂອງຕົນແລ້ວເຮັດເພື່ອນ ຕົກໃຈ ຢ້ານກົວ
ເປັນສິ່ງທີ່ບໍ່ຄວນທຳເດັດຂາດ
໕. ຍິນທາ ໃສ່ຮ້າຍປ້າຍສີເພື່ອນ ໃຫ້ຄົນອື່ນກຽດຊັງ ແລະອິດສາເພືອນທີ່ດີກວ່າໂຕ
ເປັນສິ່ງທີ່ບໍ່ຄວນຄິດ ແລະບໍ່ຄວນທຳ
໖. ລໍ້ລຽນພົມດ້ອຍ ທີ່ເພື່ອນມີຢູ່ໃນຕົວ ແບບນີ້ເຂົາເອີ້ນວ່າເພື່ອນບໍ່ແທ້ ທີ່ນຳເອົາແຕ່
ເລື້ອງພົມດ້ອຍຂອງເພືອນມາລໍ້ລຽນ ເຫມືອນເປັນການຕອກຢ້ຳ ຄວາມບໍ່ດີໃນຕົວ
ເພືອນ ເຊັ່ນ: ເປັນຄົນຕຸ້ຍ ຫລື ເຕຍ ກໍ່ຈະນຳເອົາສິ່ງເຫລົ່ານີ້ມາລໍ້ລຽນເພື່ອນ
ທຸກເວລາໃນຍາມເຫັນຫນ້າ ຕໍ່ຄົນຫລາຍຄົນ ເພື່ອນອາດຈະເກີເຂີນຫລືອາຍ
ເປັນສິ່ງທີ່ບໍ່ຄວນທຳ
໗. ເບີ່ງດ້ວຍສາຍຕາ ທີ່ດູຖູກ ຄົນທີ່ເບີ່ງເພືອນດ້ວຍສາຍຕາທີ່ດູຖູກ ດູແຄນເປັນຄົນ
ທີ່ໃຊ້ບໍ່ໄດ້ ເພາະຕາມທຳມະດາຄົນທີ່ເປັນເພື່ອນດີ ເຂົາຕ້ອງຮັກແລະໃຫ້ກຽດກັນ
໘. ມັກເວົ້າຈາກ ໃຫ້ເພືອນເສຍຫນ້າຕາຫນ້າສາທາລະນະຊົນ ດ້ວຍຄຳເວົ້າ ທີ່ຈິງ ຫລື ບໍ່ຈິງ ສິ່ງເຫລົ່ານີ້ຄວນ ພິຈາລະນາກ່ອນຈະເວົ້າ
. ຖ້າບໍ່ຢາກໃຫ້ເພື່ອນກຽດຊັງ ແລະຄົບກັນເປັນເພື່ອນໄດ້ດົນ ໆ ກໍ່ຢ່າກະທຳ
ພຶດຕິກຳເຫລົ່ານີ້

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 16, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຫາກຍັງມີວັນຕໍ່ໄປໃຫ້ກ້າວຕໍ່ ຈົງຢ່າທໍ້ກ້າວໄປໃຫ້ເຖິງຝັນ
ທາງຂາງຫນ້າຍັງຖ້າເຈົ້າໃຫ້ຝ່າຝັນ ໄປໃຫ້ເຖິງວັນນັ້ນທີ່ລໍຄອຍ

ຢ່າຍອມແພ້
ໃນຊີວິດເຄາະມີທັງດີຮ້າຍ ກວ່າຈະຕາຍສະລັບກັນຕັ້ງຫລາຍຫົນ
ດີແລ້ວດຽວຮ້າຍແລ້ວດີມີແລ້ວຈົນ ແລ້ວບາງຄົນທຸກຍາກຢ່າງຫລວງຫລາຍ ກັດຟັດສູ້ດ້ວຍໃຈບໍຖອຍ
ບໍຍ່ອມແພ້ເຄາະຊົ່ວງາຍງ ເອົາຊະນະດ້ວຍກຳລັງທັງໃຈກາຍ ເຄາະທີ່ຮ້າຍກໍຈະຫນີດີມາເອງ

ບໍ່ທໍ້ຖອຍ
ຫມົດແຮງລົ້ມລົງກໍຈະຄານ ບົນເສັ້ນທາງຍາວນານຈະສານຝັນ
ແມ່ນເຫນື່ອຍຍາກຍາ່ງໃດບໍມີຫວັນ ຈະມຸ່ງຫນ້າທຳຝັນໃຫ້ເປັນຈິງ

ຝ່າຟັນ
ຟ້າສັກແສນຟ້າຈະຝ່າຟ້າ ຝົນຈັກແສນຫ່າຈະຝ່າຝົນ
ຊົນແມ່ນກ້ວາງຫນັກຫນ່າຈະຝ່າຊົນ ໄຟລຸກລົນຈະຝ່າໄປ
ເຂົາຂາມເຂດຄາມຈະຂາມເຂົາ ຄວາມດີເຮົາຈະຝັນໃຝ່
ໃຈແມ່ນບິດເບື່ອນຈະເຕື່ອນໃຈ ລົມແມ່ນແຮງປານໃດ ຈະຕ້ານລົມ

ຄ່າຂອງຄົນ
ຕົ້ນໄມ້ໃຫ້ຄຸນຄ່າແກ່ຊີວິດ ນົກຕົວນິດໃຫ້ຄ່າສຽງເພງໃນໂລກຫລ້າ
ດອກໄມ້ຫອມໃຫ້ຄວາມງາມຜ່ານສາຍຕາ ແມ່ນຕົ້ນຫຍ້າຍັງໃຫ້ຄ່າອອກຊິເຈນ
ເຮົາເກີດມາເປັນຄົນໃນວັນນີ້ ທຳສິ່ງດີອັນໃດໃຫ້ໂລກເຫັນ
ກິນ ນອນ ຫລິ່ນ ເທ່ານັ້ນຫລືທີ່ທຳເປັນ ບໍ່ດີເດັ່ນກວ່າບັນດາຕົ້ນຫຍ້າເລີຍ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 6, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ດັ້ງທີ່ໄດ້ຂຶ້ນຫົວຂໍ້ໄວ້ໃນເບື້ອງຕົ້ນວ່າສີນຫ້າແກ້ປັນຫາສັງຄົມໄດ້ນັ້ນແລ້ວເຮົາມາວິເຄາະນຳກັນວ່າສີນຫ້າ
ແກ້ປັນຫາສັງຄົມໄດ້ແນວໃດ໋ເຮົາຈະສັງເກດເຫັນວ່າເປັນຫຍັງພຣະພຸທະເຈົ້າຂອງເຮົາຈິ່ງໄດ້ໃຫ້ເຮົານັບຖື
ສີນຫ້າສະແດງວ່າສີນຫ້ານັ້ນແກ້ປັນຫາສັງຄົມໄດ້ຈິງເພື່ອບໍ່ໃຫ້ເປັນການເສີຍເວລາເຮົາມາຮູ້ຈັກກັບສີນທັງຫ້າຂໍ້
1.ເພີ່ນວ່າບໍ່ໃຫ້ຂ້າສັດເຮົາມາວິເຄາະເບິ່ງນຳກັນວ່າການທີ່ບໍ່ໃຫ້ຂ້າສັດນັ້ນຫມາຍເອົາມະນຸດນຳແລະອີກ
ຢ່າງບໍ່ໄດ້ຫມາຍຄວາມວ່າຂ້າໃຫ້ຕາຍຢ່າງດຽວການບຽດບຽນກໍ່ຖືວ່າເປັນການຂ້າຄືກັນເຊັ່ນວ່າການທີ່ເຮັດ
ໃຫ້ຄົນອົກຫັກກະເປັນການບຽດບຽນຄືກັນເພາະວ່າເຮັດໃຫ້ເຂົາຜູ້ນັ້ນຕາຍໃຈຫລືເຮັດໃຫ້ເຈັບໃຈແຄ້ນໃຈຖືວ່າເປັນການບຽດບຽນແລະການທີ່ເຮົາໄປດ່າເຂົາຫລືເຮັດໃຫ້ເຂົາບໍ່ພໍໃຈນັ້ນກະຖືວ່າເປັນການຂ້າເຂົາແລະນີ້ແຫລະຖືວ່າເປັນສີນຂໍ້ທີ່ຫນຶ່ງຖ້າວ່າເຮົາຫ້າມໃຈເຮົາໄດ້ຕາມທີ່ໄດ້ເວົ້າມາມັນກະຊິບໍ່ເກີ ດປັນຫາຂຶ້ນນີ້ກະສະແດງໃຫ້ເຮົາໄດ້ເຫັນວ່າສີນຂໍ້ທີຫນຶ່ງແກ້ປັນຫາໄດ້ບໍ
2.ໃຫ້ເວັ້ນຈາກການລັກຂອງຜູ້ອື່ນມາເປັນຂອງຕົນເຮົາມາສັງເກດເບິ່ງເວລາພວກທີ່ໄປລັກຂອງເຂົາສ່ວນ
ຫລາຍມັນມັກຊິໄປຕອນກາງຄືນທັງປິດຫນ້າປິດຕາໄດ້ມາແລ້ວກະໃຊ້ແບບຫຼົບໆຊ້ອນຢ້ານແຕ່ເຈົ້າຂອງ
ເຂົາຮູ້ເວົ້າງ່າຍໆວ່າເຖິງແມ່ນວ່າເຂົາຈະໄດ້ສິ່ງນັ້ນໄປຕາມທີ່ໃຈເຂົາຕ້ອງການແຕ່ເຂົາກໍ່ບໍ່ມີຄວາມສຸກເລີຍ ຖ້າວ່າເຮົາເວັ້ນຈາກການລັກໄດ້ປັນຫາສັງຄົມກໍ່ຈະບໍ່ເກີດແລະກໍ່ຈະເຮັດໃຫ້ສັງຄົມເຮົາມີຄວາມສຸກຂຶ້ນຢູ່ນຳກັນໂດຍທີ່ບໍ່ມີຄວາມວາດລະແວງສົງໄສ
3.ເວັ້ນຈາກການຫຼິ້ນຊູ້(ບໍ່ໃຫ້ນອກໃຈຜົວເມຍຕົນເວົ້າໃຫ້ເຂົ້າໃຈງ່າຍໆກະຄືບໍ່ໃຫ້ໄປຫຼິ້ນຜົວເຂົາເມຍເພີ່ນ
ບາງຄົນເຫັນເມຍຜູ້ອື່ນຄືງາມກວ່າເມຍເຮົາແທ້ນໍເອົາຈັກບາດບໍຖ້າເຮົາຄິດແນວນີ້ປັນຫາເກີດແນ່ນອນຕາມຄຳສອນທາງສາສນາເພີ່ນພະຍາຍາມສອນໃຫ້ເຮົາໄດ້ມີຄວາມຮັກແບບຮັກດຽວໃຈດຽວບໍ່ກ່ຽວກັບໃຜຂໍ
ເຕືອນໄວ້ເດີສຳຫຼັບຜູ້ທີ່ເຈົ້າຊູ້ນັ້ນລະວັງໄວ້ວ່າມັນມີກຳທີ່ຈະຕາມມາທີຫລັງ ຖ້າເຮົາຮູ້ຫ້າມໃຈບໍ່ໃຫ້ຫຼົງໄຫລນຳກາມເກີນໄປປັນກະບໍ່ເກີດຖ້າຫ້າມໃຈບໍ່ໄດ້ປັນສັງສົມກໍ່ຈະຕາມມາອີກ
ປັນຫາປາກສຽງເກີດຜິດຖຽງກັນອີກ
4.ເວັ້ນຈາກການຕົວະ ເຮົາເຄີຍຄິດບໍວ່າເປັນຫຍັງຈຶ່ງບໍ່ໃຫ້ຕົວະເພາະວ່າການຕົວະນັ້ນເຮັດໃຫ້ຄວາມເຊື່ອຖືຂອງໝູ່ເພື່ອລົດນ້ອຍລົງຍົກຕົວຢ່າງເດັກລ້ຽງແກະທີ່ໄປຕົວະຊາວນາວ່າຫມາປ່າມາກິນແກະຂອງເຂົາຕອນທຳອິດເຂົາກະເຊື່ອຢູ່ແຕ່ບໍ່ເປັນຄວາມຈິງແຕ່ຫລາຍຄັ້ງເຂົາກໍ່ເລີຍບໍ່ເຊື່ອສຸດທ້າຍຫມາປ່າມາອີຫລີເຂົາກະບອກຊາວ ນາວ່າຫມາປ່າມາກິນແກະຂອງເຂົາສຸດທ້າຍກະບໍ່ມີຜູ້ໄປຊ່ອຍເລີຍເພາະຊາວນັ້ນຄິດວ່າເຂົາຕົວະກະເລີຍບໍ່ໄປຊ່ອຍຈາກຕົວຢ່າງຂ້າງເທິງນັ້ນສະທ້ອນໃຫ້ເຮົາໄດ້ເຫັນວ່າການທີ່ເຮົາຂີ້ຕົວະນັ້ນມັນບໍ່ເຮັດໃຫ້ເກີດຜົນດີເລີຍປັນຫາກະເກີດຄວາມເຊື່ອຖືກະບໍ່ມີແມ່ນວ່າຈະເວົ້າຄວາມຈິງ
5.ເວັ້ນຈາກການດື່ນນ້ຳເມົາແລະຈຳພວກຢາເສບຕິດອື່ນໆເພາະເຮັດໃຫ້ສະຕິແລະປັນຍາຂອງ
ເຮົາເສື່ອມໄປຈາກເດີມແລະສິ່ງເຫຼົ່ານີ້ສາມາດເຮັດໃຫ້ເຮົາໄປຂ້າໃຜກະໄດ້ ລັກຂອງເຂົາກະໄດ້ ໄປຜິດລູກເມຍເຂົາອີກແລະຫາທາງຕົວະໄປວັນໆມັນລວມຢູ່ຂໍ້ນີ້ເບິດຖ້າຫ້າມໃຈໄດ້ປະເສີດຍິ່ງປັນຫາບໍ່
ເກີດຮ້ອຍເປີເຊັນບ້ານເມືອງຂອງເຮົາກະຈະມີແຕ່ຄວາມສຸກຢູ່ນຳກັນດ້ວຍສັນຕິສຸກ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 2, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ພຸດທະສາດສະໜານິກາຍເຖຣວາດ ນັບເປ້ນແບບແຜນຫຼັກຂອງວັດທະນະທຳລາວ ຊື່ງປາກົດໃຫ້ເບີ່ງທັ່ວປະເທດ ທັ້ງໃນດ້ານພາສາ ແລະ ສິນລະປະ ວັນນະຄະດີ ສິນລະປະການສະແດງ ຯລຯ ສຳຫຼັບດົນຕີລາວນັ້ນ ຍັງຄົງມີອິດທິພົນຂອງແຄນ ຊຶ່ງເປ້ນເຄື່ອງດົນຕີປະຈຳຊາດ ວົງດົນຕີຂອງລາວແມ່ນວົງໝໍລຳ ມີ ໝໍລຳ ແລະ ໝໍແຄນ ທ່ວງທຳນອງການຂັບຈະແຕກຕ່າງກັນໄປຕາມທ້ອງຖິ່ນ ທາງພາກເໜືອເອິ້ນວ່າ ຂັບ ພາກໃຕ້ຈາກບໍລິຄຳໄຊລົງໄປເອິ້ນວ່າ ລຳ ເຊ່ນ ຂັບງຶມວຽງຈັນ ຂັບພວນຊຽງຂວາງ ລຳສາລະວັນຂອງແຂວງສະລະວັນ ລຳພູໄທ ລຳຕັງຫວາຍ ລຳຄອນສະຫວັນ ລຳບ້ານຊອກຂອງແຂວງສະຫວັນນະເຂດ ລໍາໂສມ ລຳສີພັນດອນຂອງແຂວງຈຳປາສັກ ລຳມະຫາໄຊຂອງແຂວງຄຳມ່ວນ ຂັບທຸ່ມຂອງແຂວງຫຼວງພະບາງ ຂັບລື້ຂອງຊາວລື້ ເປ້ນຕົ້ນ ການແຕ່ງກາຍທີ່ເປ້ນເອກະລັກອຍ່າງໜຶ່ງຂອງຊາວລາວແມ່ນ ຜູ້ຍິງຈະນຸ່ງຜ້າຊິ່ນ ຫຼື ຜ້າຖົງ ອາຫານຂອງຊາວລາວຈະກິນເຂົ້າໜຽວເປ້ນຫຼັກ ອາຫານທີ່ເປ້ນເອກະລັກແມ່ນ ແຈ່ວ ຕຳບັກຮຸ້ງ ປິ້ງໄກ່ ສົ້ມປາ ເປ້ນຕົ້ນ.

ອາລະຍະທຳເກົ່າແກ່ຂອງລາວນັ້ນ ມີປາກົດຈາກຫຼັກຖານດ້ານໂບລານຄະດີຍຸກຫິນ ຢູ່ ທົ່ງໄຫຫິນ ຢູ່ແຂວງຊຽງຂວາງ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 28, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ເຍົາວະຊົນເຄົາລົບໃນອົງພຣະປະທານ ກ້າຫານໃນທາງທີ່ຊອບ
ປະກອບກິດດ້ວຍຄວາມຂະຫຍັນ ໝັ່ນສຶກສາຫາຄວາມຮູ້
ກະຕັນຍູຕໍ່ຜູ້ມີພຣະຄຸນ ສົມບູນດ້ວຍມາຣະຍາດ
ບູຊາຊາດ ສາສນ໌ (ສາສນາ) ເຄ່ງຄັດຕໍ່ອະນາໄມໃສ່ໃຈລະບຽບ
ບໍ່ເອົາປຽບມິດສະຫາຍ ມີໃຈແຜ່ຜາຍເອື້ອເຟື້ອ
ເຊື່ອຟັງບິດາ ມານດາ - ຄູບາອາຈາຣຍ໌

ຂຽນເມື່ອ ຂຽນເມື່ອ: ພ.ພ.. 28, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ສີນທັມ ຄຳກອນ
ສຸວິຊາໂນ ພະວັງ ໂຫຕິ
ຜູ້ຮູ້ດີ ຍ່ອມເປັນ ຜູ້ຈະເລີນ
ເປັນຜູ້ໂລກ ສັນລະເສີນ ທຸກສະຖານ
ຜູ້ຮູ້ດີ ຍ່ອມມີສຸກ ໃນທຸກການ
ຮູ້ປະມານ ຮູ້ຈັກຕົນ ຄົນຈະເລີນ
ວັນທະໂກ ປະຕິວັນທະນັງ
ຜູ້ໄຫວ້ ຍ່ອມໄດ້ ຮັບໄຫວ້ຕອບ
ທຳການຊອບ ສິ່ງໃດ ຈັກໄດ້ຜົນ
ຍົກມືໄຫວ້ ທຳດີ ມີຕໍ່ຕົນ
ຕົວຂອງຕົນ ຍ່ອມໄດ້ ຜົນກັບຄືນ
ອັດຕາ ຫິ ອັດຕະໂນ ນາໂຖ
ຕົນແລ ເປັນທີ່ເພິ່ງ ຂອງຕົນ
ຈະຄອຍຄົນ ອື່ນເຂົາ ໃຜເລົາໜໍ
ໃຫ້ຊ່ວຍອຸ້ມ ທຸ້ມເທ ທຸກເວລາ
ຫລຸດເພິ່ງພາ ຄົນອື່ນເຂົາ ເຮົາເພິ່ງຕົນ
ອັດຕາ ຫິ ປະຣະມັງ ປິໂຍ
ຕົນແລ ເປັນທີ່ຮັກ ຢ່າງຍິ່ງ
ຄືຄວາມຈິງ ສິ່ງນີ້ ທີ່ຄາດຫວັງ
ແມ່ນຄົນອື່ນ ຈະກຽດຫນັກ ມັກຊິງຊັງ
ແຕ່ຕົນຍັງ ເປັນທີ່ຮັກ ປະຈັກຕົນ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 27, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຖ້າຢາກເປັນຄົນງາມ ຢ່າວູ້ວາມໂກດງ່າຍ
ຖ້າຢາກເປັນຄົນສະບາຍ ຢ່າງເບື່ອຫນ່າຍຄວາມພຽນ
ຖ້າຢາກເປັນຄົນຮັ່ງມີ ຢ່າເປັນຄົນດີແຕ່ຈ່າຍ
ຖ້າຢາກເປັນຄົນນຳສະໄຫມ ຢ່າທຳລາຍວັດທະນະທຳ
ຖ້າຢາກເປັນຄົນມີກຽດ ຢ່າຢຽດຫຍາມຄົນອື່ນ
ຖ້າຢາກເປັນຄົນມີຄວາມຮູ້ ຢ່າຫລົບຫລູ່ຄູອາຈານ
ຖ້າຢາກຫາຄວາມສຳລານ ຢ່າລ້າງຜານສົມບັດ
ຖ້າຢາກເປັນຄົນມີອຳນາດ ຢ່າຂາດຄຸນນະທຳ
ຖ້າຢາກເປັນຄົນດັງ ຢ່າຫວັງຄວາມສະຫງົບ
ຢາກສົນລະວົນ ໃຫ້ມີເມຍນ້ອຍ
ຖ້າຢາກໃຫ້ເຂົາປ່ອ້ຍ ໃຫ້ໄປຂີ້ໃສ່ຫົນທາງເດີ..........ຈະເລີນພອນ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 27, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

໑. ທາງໄປນາລົກ ໂທສະ
໒. ທາງໄປເປດ, ອະສຸລະກາຍ ໂລພະ
໓. ທາງໄປເດລະສານ ໂມຫະ
໔. ທາງໄປມະນຸດ ສິນ ໕ ກຸສົນກຳມະບົດ ໑໐
໕. ທາງໄປສະຫວັນ ມະຫາກຸສົນ ໘
໖. ທາງໄປພົມມະໂລກ ສະມະຖະກຳມະຖານ
໗. ທາງໄປນິບພານ ວິປັດສະນາກຳມະຖານ

 ພໍ່ອອກແມ່ອອກຊາວພັນລາວເລືອກເອົາເດີ ຢາກໄປທາງໄດ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 23, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ວິຮິເຍນະ ທຸກຂະມະເຈຕິ
ຄົນຈະລວງທຸກໄດ້ຍ້ອນຄວາມພຽນ

....................................................
ນັກຮຽນດີ
ນັກຮຽນດີ ບໍ່ມີປັນຫາ ນັກຮຽນຂີ້ຫມາ ປັນຫາມາກມີ
ນັກຮຽນດີ ຄູຕີບໍ່ໂກດ ຖືກຄູໃສ່ໂທດ ບໍ່ໂກດຄູອາຈານ
ນັກຮຽນດີ ຄູຕີຕ້ອງຍິ້ມ ກິນໄມ້ແສ້ ໄປອິ່ມ ໆ ຕ້ອງຍິ້ມທັງນ້ຳຕາ
............................................................................................
ຢາກທຸກໃຫ້ເປັນາຍຄົນ ຢາກສົນລະວົນໃຫ້ມີເມຍນ້ອຍ
ຖ້າຢາກໃຫ້ເຂົາປ້ອຍ ໃຫ້ໄປຂີ້ໃສ່ຫົນທາງເດີ
..............................................................................
ຄວາມເປັນຢູ່ທີ່ແຕກຕ່າງ
ຢູ່ຢ່າງຄົນ ສົນໃຈ ໃນຄວາມສະອາດ
ຢູ່ຢ່າງນັກປຣາດ ສົນໃຈ ໃນຄວາມຮູ້
ຢູ່ຢ່າງຄູ ສົນໃຈ ໃນວິຊາ
ຢູ່ຢ່າງຫມາ ສົນໃຈ ໃນການນອນ
ຢູ່ຢ່າງຫນອນ ສົນໃຈ ໃນຂອງເນົ່າ
ຢູ່ຢ່າງພຣະພຸດທະເຈົ້າ ສົນໃຈ ໃນຄວາມສະອາດ ສະຫວ່າງ ແລະສະຫງົບ
.....................................................................................................
ຄົນແທ້ ໆ
ເກີດເປັນຄົນ ຄົ້ນໃຫ້ທົ່ວ
ປາກບໍ່ລົ້ນ ກົ້ນບໍ່ຮົ່ວ
ຊົ່ວບໍ່ເອົາ ເມົາບໍ່ມີ
ນີ້ລະ .........ຄົນ.

 

ຈະເລີນພອນ ເດີໂຍມ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 23, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄອງຄູ່ຖືກວິທີມີສຸກ
ສາມີພັນລະຍາທີ່ດີ ຫລືອຜົວເມຍທີ່ດີຈະເຮັດໃຫ້ຊີວິດຄູ່ມີຄວາມສຸກ ອາດຕະມາພາບ ( I ) ຂໍຝາກຄຸນນະທັມ ສຳຫລັບຄອບເຮືອນ ຄອງຮັກໄວ້ ໓ ຂໍ້
ແລ້ວຈະເຮັດໃຫ້ຊີວິດຄູ່ ຍັງຍືນ ປາດສະຈາກການຢ່າຮ້າງ
໑. ຕ້ອງຊື່ຕົງ
໒. ຕ້ອງຈົ່ງຮັກ
໓. ຕ້ອງຫນັກແຫນ້ນ
- ຕ້ອງຊື່ຕົງຕໍ່ກັນ ບໍ່ນອກໃຈກັນ ຊື່ງແມ່ນຈະເຫັນຄົນອື່ນງາມກວ່າ ສວຍກວ່າ ຫລໍ
ກວ່າ ຜົວ ຫລື ເມຍຂອງຕົນກະບໍ່ໄປຫລົງມີໃຈໃຫ້ ຮັກສາຄວາມຮັກຂອງກັນແລະ
ກັນໄວ້ ທີມີປັນຫາຢູ່ປັດຈຸບັນນີ້ ຕ້ອງຢ່າຮ້າງກັນ ເພາະປັນຫາຄວາມບໍ່ຊື່ຕົງ
ຕໍ່ກັນ
- ຈົ່ງຮັກນັ້ນ ຈະຕ້ອງມີເຫດຜົນ ອີກຝາກຫນື່ງເຮັດຜິດເລັກນ້ອຍ ອີກຝ່າຍກໍ່ຕ້ອງ
ໃຫ້ອະໄພ ແລະພະຍາຍາມ ຫັດຮູ້ຈັກພໍໃຈ ຊື່ງກັນແລະກັນ ຢ່າໄປຄິດນອກໃຈ
ໃຫ້ຮັກກັນຈິງຈັງ
- ຫນັກແຫນ້ນ ນັ້ນໃຫ້ມີໃຈທີ່ມີເຫດຜົນ ຕໍ່ປັນຫາທີ່ເກິດຂື້ນຫລືກຳລັງຈະເກີດຂື້ນ ບໍ່
ໃຊ້ອາລົມ ແກ້ໄຂປັນຫາ ຢ່າເອົາເລື້ອງ ນອກບ້ານມາສ້າງປັນຫາໃນບ້ານ ແລະຢ່າເອົາເລື້ອງພາຍໃນບ້ານໄປເລົ່າໃຫ້ຊາວບ້ານຟັງ ວ່າ ຜົວຕົນບໍ່ດີ ເມຍຕົນ
ບໍ່ດີ ຍິງເວົ້າຍິງມີປັນຫາ ບູຮານທ່ານກ່ອນໄວ້ວ່າ ໄຟໃນບໍ່ນຳອອກ ໄຟນອກບໍ່
ໃຫ້ນຳເຂົ້າ ໄຟ ກະຄື ຄຳເວົ້າແລະປັນຫານັ້ນເອງ ໃຫ້ມີຄວາມຫນັກແຫນ້ນຕໍ່ຄຳເວົ໊າຂອງຄົນ ທີ່ຫວັງດີ ແລະບໍ່ຫວັງດີ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 22, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຈະຄົບໃຜຕ້ອງໃຄ້ຄວນ
ຄົບຄົນພານ ພານພາ ໄປຫາຜິດ
ຄົບບັນດິດ ບັນດິດພາ ໄປຫາຜົນ
ຄົບຄົນດີ ຈະໄດ້ດີ ເປັນສີແກ່ຕົນ
ຈະຄົບຄົນ ມາເປັນມິດ ຄິດໃຄ່ຄວນ

ນ້ອຍດີກວ່າຫລາຍ
ມີເພືອນດີ ພຽງຫນື່ງ ເຖີງຈະນ້ອຍ
ດີກວ່າຮ້ອຍ ເພືອນຄິດ ລິດສະຫຍາ
ເຫມືອນເກືອດີ ມີນິດຫນ່ອຍ ດ້ອຍລາຄາ
ຍັງດີກວ່າ ນ້ຳເຄັມ ເຕັມທະເລ

ນີ້ລະເພື່ອນແທ້
ເພື່ອນມີວຽກ ຊ່ວຍປະຄອງ ບໍ່ຕ້ອງໃຊ້
ເພື່ອນທຸກຈົນ ເອົາໃຫ້ ບໍ່ຕ້ອງຂໍ
ເພື່ອນຢາກພົບ ອອກໄປ ບໍ່ຕ້ອງລໍ
ເພື່ອນເສົ້າທໍ້ ປອບໃຈ ບໍ່ຕ້ອງຄວນ
ເພື່ອນມີສຸກ ທຸກທີ ຍິນດີດ້ວຍ
ເພື່ອນທຸກຊ່ວຍ ທຸກທີ ຄອຍມີສ່ວນ
ເພື່ອນເຮັດຊົ່ວ ຄອຍຊີ້ ຄວາມດີຊວນ
ເພື່ອນເຮັດຄວນ ທຸກທີ ພອຍດີໃຈ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 20, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ພຣະຍາມິຣິນຊົງຖາມເຣື່ອງຊານ
ພຣະຍາມິລິນ ຊົງຕັດຖາມບັນຫາຂໍ້ຕໍ່ໄປອີກວ່າ “ຂ້າແຕ່ພຣະນາຄະເສນເຈົ້າ ຂະນ້ອຍ ພຣະຜູ້ເປັນເຈົ້າ ກ່າວໄວ້ເປັນສິ່ງທີ່ຄວນທຳທັງສິ້ນ ສົມເດັດພຣະມະຫາມູນິນທຣ໌ ຊົງທຳສຳເຣັດແລ້ວ ທີ່ພາຍໃຕ້ຕົ້ນໄມ້ສີມະຫາ ໂພທິບັນລັງ ບໍ່ມີສິ່ງທີ່ຄວນທຳໃຫ້ຍິ່ງຂື້ນໄປອີກ ບໍ່ມິການສະສົມສິ່ງທີ່ທຳແລ້ວ ດັ່ງນີ້ມີແຕ່ປະກົດຢູ່ວ່າ ພຣະຕະຖະ ຄົດເຈົ້າໄດ້ຊົງປະທັບຢູ່ໃນທີ່ສງັດເຖິງ ໓ ເດືອນ.
ຖ້າພຣະຕະຖະຄົດເຈົ້າໄດ້ທຳສິ່ງ ທີ່ຄວນທຳໝົດແລ້ວ ຄຳວ່າ ພຣະຕະຖະຄົດເຈົ້າຊົງເຂົ້າຢູ່ໃນທີ່ສງັດ ເຖິງ ໓ ເດືອນນັ້ນກໍຜິດໄປ ຖ້າຖືການທີ່ພຣະຕະຖະຄົດເຈົ້າຢູ່ໃນທີ່ສງັດເຖິງ ໓ ເດືອນນັ້ນຖືກ ຄຳວ່າພຣະຕະຖະ ຄົດເຈົ້າໄດ້ທຳສິ່ງທີ່ຄວນກຳນົດແລ້ວນັ້ນ ກໍຜິດໄປ.
ຂ້າແຕ່ພຣະນາຄະເສນ ການຢູ່ໃນທີ່ສງັດ ຄືການເຂົ້າຊານສະມາບັດ ຍ່ອມບໍ່ມີແກ່ຜູ້ທີ່ທຳສິ່ງທີ່ຄວນທຳ ສຳເຣັດແລ້ວ ເໝືອນກັບສິ່ງທີ່ຄສວນທຳດ້ວຍຢາ ຍ່ອມບໍ່ມີແກ່ຜູ້ບໍ່ມີໂຣກ ຄວາມຈຳເປັນດ້ວຍໂພຊະນາຫານ ຍ່ອມບໍ່ມີແກ່ຜູ້ບໍ່ຫີວສະນັ້ນ ບັນຫາຂໍ້ນີ້ເປັນອຸພະໂຕໂກຕິ ມີເຖິງພຣະຜູ້ເປັນເຈົ້າແລ້ວ ຂໍໂຜດແກ້ໄຂ້ດ້ວຍເຖີດ”.
ພຣະນາຄະເສນເຖຣະ ວິສັດຊະນາວ່າ:
“ຂໍຖວາຍພຣະພອນສົມເດັດພຣະຊີນະວອນ ໄດ້ທຳສິ່ງທີ່ຄວນທຳສຳເຣັດແລ້ວ ທີ່ພາຍໃຕ້ພໂພທິພຶກສາ ບໍ່ມີສິ່ງທີ່ຄວນທຳອີກ ບໍ່ມີສິ່ງທີ່ສະສົມສິ່ງທີ່ຄວນທຳໄວ້ແລ້ວນັ້ນກໍເປັນຈິງ ຄຳທີ່ວ່າ ພຣະຕະຖະຄົດຈົ້າໄດ້ເຂົ້າ ຊານສະມາບັດຢູ່ຕລອດ ໓ ເດືອນນັ້ນກໍຈິງ ຄືເມື່ອພຣະຕະຖະຄົດເຈົ້ານັ້ນເຂົ້າຊົງຊານອັນມີຄຸນມາກ ມຄຸນອະ ເນກ ແລ້ວຈຶ່ງສຳເຣັດສັພພັນຍຸຕຍານ ເມື່ອຊົງຣະລຶກເຖິງຄຖນທີ່ຊານເຫຼົ່ານັ້ນ ໄດ້ກະທຳໄວ້ແລ້ວ ຈຶ່ງຊົງເຂົ້າ ຊານອີກ ເໝືອນກັບຜູ້ໄດ້ຮັບພອນຈາກພຣະຣາຊາ ຄືໄດ້ລາບຍົດຈາກພຣະຣາຊາແລ້ວ ເມື່ອຣະລຶກເຖິງຄຸນຂອງ ພຣະຣາຊາ ກໍໄປເຝົ້າພຣະຣາຊາຢູ່ເນື່ອງໆ ຫຼືເໝືອນກັບບູຣຸດຜູ້ເຈັບໄຂ້ ໄດ້ຫາຍເຈັບໄຂ້ເພາະໝໍຄົນໃດ ເມື່ອຣະ ລຶກເຖິງຄຸນຂອງໝໍຄົນນັ້ນ ກໍໄປຫາໝໍເນື່ອງໆ ໄປເພີ່ມຊັບໃຫ້ໝໍຄົນນັ້ນເນື່ອງໆ ສະນັ້ນ”.
ການເຂົ້າຊານສະມາບັດມີຄຸນ ໒໘
“ຂໍຖວາຍພຣະພອນ ການເຂົ້າຊານມີຄຸນ ໒໘ ເມື່ອສົມເດັດພຣະບໍຣົມມະເຊດໂຖ ຣະລຶກເຖິງຄຸນ ໒໘ ນັ້ນ ກໍຊົງເຂົ້າຍານ.
ຄຸນແຫ່ງການເຂົ້າຊານ ໒໘ ນັ້ນ ຄື
໑. ຮັກສາຕົວ(ປົວພະຍາດ)
໒. ທຳໃຫ້ອາຍຸຈະເຣີນ(ອາຍຸຍືນ)
໓. ທຳໃຫ້ເກີດກຳລັງ.
໔. ປິດເສັຍເຊິ່ງໂທດ.
໕. ກຳຈັດເສັຍເຊິ່ງສິ່ງທີ່ບໍ່ມີຍົດ.
໖. ທຳໃຫ້ເກີດຍົດ.
໗. ກຳຈັດເສັຍເຊິ່ງຄວາມບໍ່ຍິນດີໃນທັມ.
໘. ທຳໃຫ້ເກີດຄວາມຍິນດີໃນທຳ.
໙. ກຳຈັດເສັຍເຊິ່ງໄພ.
໑໐. ກະທຳໃຫ້ເກີດຄວາມກ້າຫານ.
໑໑. ກຳຈັດເສັຍເຊິ່ງຄວາມກຽດຄ້ານ.
໑໒. ທຳໃຫ້ມີຄວາມພຽນ.
໑໓. ກຳຈັດເຊິ່ງຣາຄະ.
໑໔. ຣະງັບເຊິ່ງໂທສະ.
໑໕. ກຳຈັດເສັຍເຊິ່ງໂມຫະ.
໑໖. ກຳຈັດເສັຍເຊິ່ງມານະ.
໑໗. ຖິ້ມເສັຍເຊິ່ງວິຕົກ.
໑໘. ທຳຈິດໃຫ້ມີອາຣົມເປັນໜຶ່ງ(ໜຶ່ງດຽວ).
໑໙. ທຳໃຫ້ຈິດຮັກສາໃນທີ່ສງັດ.
໒໐. ທຳໃຫ້ລ່າເລີງ.
໒໑. ທຳໃຫ້ເກີດປິຕິ.
໒໒. ທຳໃຫ້ເປັນທີ່ເຄົາຣົບ.
໒໓. ທຳໃຫ້ເກີດລາບ.
໒໔. ທຳໃກ້ເປັນທີ່ຮັກແກ່ຜູ້ອື່ນ.
໒໕. ຮັກສາໄວ້ເຊິ່ງຄວາມອົດທົນ.
໒໖. ກຳຈັດເສັຍເຊິ່ງອາສາວະແຫ່ງສັງຂານທັງຫຼາຍ.
໒໗. ເພີກຖອນເສັຍເຊິ່ງການເກີດໃນພົບຕໍ່ໄປ.
໒໘. ໃຫ້ເຖິງເຊິ່ງສາມັນຍະຜົນທັງປວງ.
ດູກ່ອນມະຫາຣາຊະ ການເຂົາຊານຍ່ອມມີຄຸນ ໒໘ ປະການດັ່ງທີ່ວ່າມານີ້ ສົມເດັດພຣະຊິນສຣີທັງຫຼາຍ ຈຶ່ງຊົງເຂົ້າຊານ.
ອີກປະການໜຶ່ງ ສົມເດັດພຣະສັມມາສັມພຸດທະເຈົ້າ ທັງຫຼາຍຊົງຕ້ອງການສະເຫວີຍສຸກອັນສງົບ ກໍຊົງ ເຂົ້າຊານ.
ອັນໜຶ່ງ, ສົມເດັດພຣະຜູ້ມີພຣະພາກເຈົ້າທັງຫຼາຍ ຍ່ອມຊົງເຂົ້າຊານໂດຍເຫດ ໔ ຄືຄວາມຢູ່ເຢັນເປັນ ສຸກ ໑ ເພື່ອຄວາມບໍ່ມີໂທດ ມີແຕ່ຫຼາກດ້ວຍຸຄຸນ ໑ ເພື່ອຄວາມຈະເຣີນແຫ່ງອະຣິຍະຢ່າງບໍ່ເຫຼືອ ໑ ເປັນຂອງທີ່ ພຣະພຸດທະເຈົ້າທັງປວງສັນຣະເສີນວ່າປະເສີດ ໑ ສົມເດັດພຣະບໍຣົມມະສາດສະດາສັມມາສັມພຸດທະເຈົ້າທັງ ຫຼາຍ ຍ່ອມຊົງເຂົ້າຊານດ້ວຍເຫດສະນີ້ ບໍ່ແມ່ນຊົງເຂົ້າຊານດ້ວຍເຫດ ທີຍັງບໍ່ມີສິ່ງທີ່ຄວນ ທຳຢູ່ ຫຼືດ້ວຍເຫດ ເພື່ອສະສົມສິ່ງທີ່ຄວນທຳ ແລ້ວຊົງເຂົ້າດ້ວຍຊົງເລັງເຫັນ ຄຸນວິເສດໂດຍແທ້ ຂໍຖວາຍພຣະພອນ”
ພຣະຍາມິຣິນທະຣາຊ ກໍນ້ອມຮັບວ່າ “ພຣະຜູ້ເປັນເຈົາໂຜດນີ້ ຂ້ານ້ອຍບໍ່ມີຂໍສົງໄສ ຂ້ານ້ອຍຈະຮັບໄວ້ ເຊິ່ງຖ້ອຍຄຳຂອງພຣະຜູ້ເປັນເຈົ້າ ດ້ວຍປະການດັ່ງນີ້”.

ຂຽນເມື່ອ ຂຽນເມື່ອ: ພ.ພ.. 18, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ


ຜູ້ໃດມີຄວາມດຸໝັ່ນຂະຫຍັນພຽນ ຍ່ອມຈະເຮັດໃຫ້ຊີວິດສົມຫວັງດັ່ງປາຖະໜາກວ່າຜູ້ທີ່ມີແຕ່ຄວາມຂີ້ຄ້ານ.

ຍ້ອນຄວາມຂີ້ຄ້ານເປັນຜົນຮ້າຍຕໍ່ຕົນເອງຢ່າງຫຼວງຫຼາຍ ເຮັດໃຫ້ສູນເສຍເວລາທີ່ມີຄ່າໂດຍເປົ່າປະໂຫຍດ ເຮັດໃຫ້ເສຍໂອກາດງາມໆໄປ. ແຕ່ຄວາມດຸໝັ່ນຂະຫຍັນພຽນມັກຈະເຮັດໃຫ້ໄດ້ໂອກາດດີໆສະເໝີ.

ຍ້ອນຄວາມຂີ້ຄ້ານເຮັດໃຫ້ວຽກສະສົມຄ້າງຄາ ບໍ່ສຳເລັດຕາມເປົ້າໝາຍ, ແຕ່ຄວາມດຸໝັ່ນຂະຫຍັນພຽນ ເຮັດໃຫ້ວຽກສຳເລັດລຸລ່ວງໄປດ້ວຍດີຈົນກໍ່ໃຫ້ເກີດເປັນຄວາມສຸກ ຄວາມສຳເລັດ.

ແລະຍ້ອນຄວາມຂີ້ຄ້ານເຮັດໃຫ້ຂາດຄົນຮັກນັບຖື ມີແຕ່ຄົນລັງກຽດ, ແຕ່ຄວາມດຸໝັ່ນຂະຫຍັນພຽນ ເຮັດໃຫ້ມີແຕ່ຄົນນັບໜ້າຖືຕາແລະເປັນທີ່ຮັກແພງຂອງທຸກໆຄົນ.

ພະພຸດທະເຈົ້າຈຶ່ງສອນໄວ້ວ່າ

“ຄົນຂີ້ຄ້ານບໍ່ມີຄວາມພຽນ ເຖິງຈະມີຊີວິດຢູ່ຮ້ອຍປີ ກໍສູ້ຄົນພາກພຽນ ແຕ່ມີຊີວິດຢູ່ພຽງມື້ດຽວບໍ່ໄດ້”

ດັ່ງນັ້ນ ຈົ່ງມີຄວາມດຸໝັ່ນຂະຫຍັນພຽນເປັນປະຈຳ ເພື່ອເຮັດໃຫ້ຊີວິດແລະໜ້າທີ່ການງານກ້າວໜ້າ ພົບກັບຄວາມສຳເລັດຕາມທີ່ປາຖະໜາຕະຫຼອດໄປ.

ຂຽນເມື່ອ ຂຽນເມື່ອ: ພ.ພ.. 18, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ທຸກຄັ້ງທີ່ແນມເຫັນຍິງໄວຊະລາຜ່ານສາຍຕາ ພາໃຫ້ຫວນຄະນຶງເຖິງແມ່ຜູ້ບັງເກີດເກົ້າ… ປີນີ້ອາຍຸຂອງເພິ່ນກ້າວຍ່າງເຂົ້າສູ່ໄວຊະລາແລ້ວ… ເຖິງເພິ່ນຈະເຖົ້າແກ່ໄປຕາມການເວລາ ແຕ່ເພິ່ນກໍຍັງເປັນພະໃນດວງໃຈຂອງລູກຊາຍທັງຫົກທີ່ເພິ່ນໄດ້ໝັ່ນພຽນລ້ຽງເກືອຈົນໃຫຍ່ກ້າໜ້າບານ ມີວຽກເຮັດງານທຳ ມີຄອບມີຄົວທີ່ເຕັມໄປດ້ວຍຄວາມສຸກ… ເສຍດາຍທີ່ພໍ່ຕ້ອງດ່ວນຈາກໄປຕັ້ງແຕ່ລູກໆຍັງເປັນເບ້ຍ ເພິ່ນຈຶ່ງບໍ່ທັນໄດ້ເຊີຍຊົມຜົນສຳເລັດໃນການສ້າງຊີວິດຂອງຜູ້ເປັນລູກ… ເມື່ອພໍ່ເສຍ ແມ່ກໍໄດ້ສູ້ຊົນໝົ້ນທຸກລ້ຽງລູກທັງຫົກປາກດ້ວຍຄວາມມານະອົດທົນຕາມລຳພັງຈົນລູກທຸກຄົນໃຫຍ່ກ້າໜ້າບານ… ແມ່ບໍ່ຮູ້ໜັງສືພໍໂຕ ແຕ່ເພິ່ນກໍມີປັດຊະຍາໃນການດຳລົງຊີວິດຢູ່ບົນໜ້າໂລກນີ້ຢ່າງໜ້າງຶກງໍ້… ທຸກເທື່ອທີ່ລູກໆມີບັນຫາທີ່ບໍ່ສາມາດແກ້ໄດ້ ແມ່ຈະເປັນເຈົ້າການຊອກຫາວິທີແກ້ ແລະເພິ່ນກໍແກ້ໃຫ້ພວກລູກດ້ວຍຜົນສຳເລັດ… ຍາມລູກໆໂສກເສົ້າເສຍໃຈ ແມ່ກໍຈະເປັນຜູ້ປອບປະໂລມໃຫ້ກຳລັງໃຈໃນການສູ້ຊີວິດ… ແມ່ໃຫ້ຄວາມຮັກທີ່ຍິ່ງໃຫຍ່ແກ່ລູກໆແບບບໍ່ມີທີ່ສິ້ນສຸດ… ດັ່ງນັ້ນ ເນື່ອງໃນວັນແມ່ທີ 8 ເດືອນ 3 ພວກລູກໆແລະຫລານໆທຸກຄົນຈຶ່ງໄດ້ພາກັນໄປສົມມາຄາລະວະ ແລະສະແດງຄວາມຮູ້ບຸນຄຸນຕໍ່ເພິ່ນ… ມື້ນັ້ນ ດວງໜ້າຂອງແມ່ປ່ຽມລົ້ນໄປດ້ວຍຄວາມສຸກທີ່ເຫັນລູກໆຫລານໆມີເຕົ້າໂຮມກັນເອົາຝ້າຍຜູກແຂນ, ເງິນຄຳກຳແກ້ວ ຕະຫລອດຮອດເຄື່ອງນຸ່ງຂອງຖືມາເປັນເຄື່ອງສົມມາ… ຢາດນໍ້າໃສໄຫລຜ່ານແກ້ມອັນຫ່ຽວແຫ້ງຂອງເພິ່ນ ດວງຕາທີ່ຝ່າຟາງແນມເບິ່ງໃບໜ້າລູກຫລານທຸກໆຄົນດ້ວຍຄວາມຮັກອັນຍິ່ງໃຫຍ່… ຝ່າມືທີ່ຜ່ານວຽກອັນໜັກໜ່ວງບໍ່ຈັກວ່າເທົ່າໃດ ລູບບົນຫົວຂອງລູກຫລານທຸກຄົນ ພ້ອມດ້ວຍສຽງອວຍພອນອັນດີງາມຕໍ່ທຸກຄົນໃຫ້ປະສົບແຕ່ຄວາມສຸກໂຊກດີ ມີຄວາມຈະເລີນກ້າວໜ້າຍິ່ງໆຂຶ້ນໄປ…

ຂຽນເມື່ອ ຂຽນເມື່ອ: ພ.ພ.. 3, 2010 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

ມີຫລາຍຄົນກ່າວວ່າ ຄັ້ງຫນຶ່ງທີ່ໄດ້ເກີດມາເປັນມະນຸດນັ້ນແສນຍາກລຳບາກ ແຕ່ບາງຄົນນັ້ນກັບເປັນຜູ້ທຳລາຍຊີວິດດ້ວຍມືຂອງໂຕເອງ ໂດຍບໍ່ໄດ້ຟັງແມ້ແຕ່ສຽງຫ້ອງໄຫ້ ຫລືໄດ້ເຫັນສາຍຕາອ້ອນວອນຂໍຊີວິດນ້ອຍໆ ທີ່ໂຕເອງທຳລາຍເລີຍ ດ້ວຍຄວາມເກງວ່າອາດຈະເຮັດໃຫ້ໂຕເອງເດືອດຮ້ອນຈາກການທີ່ຖືກຜູ້ອື່ນເວົ້ານຶນທາເປັນຈຳນວນຫລາຍ
ອົງພຣະສຳມາສຳພຸທເຈົ້າໄດ້ສອນໄວ້ວ່າ ( ກິດໂສ ມະນຸສະ ປະຕຶພາໂພ ) ຫມາຍຄວາມວ່າກາຮເກີອເປັນມະນຸດນັ້ນແສນຍາກ ເພາະສະນັ້ນການທີ່ມະນຸດ (ທຳແທ້ງ) ກໍ່ຊ່ຳກັບວ່າເປັນການຂ້າຫລືອທຳລາຍມຊີວຶດຄົນນັ້ນເອງເຖຶງແມ່ນວ່າຜູ້ທີ່ທຳລາຍນັ້ນຈະເປັນແມ່ ພໍ່ຜູ້ໃຫ້ກຳເນີດກໍ່ຕາມລ້ວນແຕ່ຕົກມາເປັນຫຸ້ນສ່ວນຂອງກຳອັນຮ້າຍແຮງມະຫັນຮ່ວມກັນບໍ່ແມ່ນວ່າໃຜຜູ້ຫນຶ່ງເປັນຜູ້ຮັບກຳ
ນີ້ໄປທັ້ງເບຶດເພາະວ່າເປັນການຂາດຄວາມຮັບຜິດຊອບທາງດ້ານຂອງກາຍະກຳ ວະຈີກຳ ແລະມະໂນກຳ
ເຫດເກີດຈາກການມັກມາກໃນກາມາລົມ ດ້ວຍເຫັນວ່າເປັນຂອງສະຫນຸກສະຫນານແລະບໍ່ໄດ້ຄຳເນິງເຖິງຜົນຮ້າຍທີ່ຈະຕາມມາ
ດັ່ງຄຳທີ່ເວົ້າວ່າບາບ ຜູ້ທີ່ເຮັດກຳຈະໄດ້ຮັບໂທດຫນັກທີ່ສຸດນັ້ນມີຢູ່ 5 ປະການອັນໄດ້ແກ່ 1ການຂ້າພໍ່ 2 ການຂ້າແມ່ 3 ການຂ້າພຣະອໍຣະຫັນ 4 ການເຮັດໃຫ້ພຣະຄະນະສົງເກີດຄວາມແຕກແຍກ ແລະ 5 ການເຮັດໃຫ້ພຣະວຣະກາຍຂອງພຣະພຸທະເຈົ້າຫໍ້ໂລຫິດ(ເລືອດ) ເປັນຕົນ
ສຳຫລັບການທຳແທ້ງນັ້ນຫາກປຽບກັບໂທດທີ່ສົ່ງຜົນຮ້າຍແຮງມະຫັນທັ້ງ 5 ປະການນີ້ແລ້ວກໍ່ຊ່ຳກັບວ່າໄດ້ (ຂ້າພຣະອໍຣະຫັນ) ເພາະວ່າເດັກນ້ອຍທີ່ຢູ່ໃນທ້ອງນັ້ນຍັງບໍ່ທັນໄດ້ມີໂອກາດໄດ້ສ້າງກຳອີຫຍັງເລີຍແລະບໍ່ມີເຫກປັດໃຈອີຫຍັງໃນການເຮັດບາບດັ່ງນັ້ນຊີວິດຂອງເດັກນ້ອຍທີ່ຢູ່ໃນທ້ອງກໍ່ປຽບໄດ້ກັບພຣະອໍຣະຫັນ ນັ້ນເອງ
ສ່ວນເລື່ອງຜົນຂອງກຳທີ່ເກິດຈາກການທຳແທ້ງອົງພຣະສຳມາສຳພຸທະເຈົ້າໄດ້ເວົ້າໄວ້ວ່າຜູ້ທີ່ເຄີຍທຳແທ້ງໃນເມື່ອທີ່ໂຕເອງຍັງມີຊີວິດຢູ່ກໍ່ຈະໄດ້ຮັບຜົນກຳຈາກພະຍາດຮ້າຍຫລາຍໆຢ່າງຫລືປ່ວຍຫນັກ ຫລືອາຍຸສັ້ນ ຫລືຖືກຂັດຂວາງບໍ່ໃຫ້ມີຄວາມສຸກ
ຫລືມີຄວາມຈະເລີນຢ່າງຫາສາເຫດບໍ່ໄດ້ (ປ່ວຍແບບບໍ່ມີເຫດຜົນ) ເມື່ອຕາຍໄປຕົກນາຮົກ(ລົກ)ກໍ່ຍັງຕ້ອງຮັບກຳຢູ່ແບບນີ້
ວົນວຽນໄປເລື້ອຍໆບໍ່ມີມື້ຈັກຈົບສິ້ນຈົນກວ່າວິນຍານບໍລິສຸດ (ເດັກທີ່ຖືກທຳແທ້ງ) ນັ້ນຈະອະໂຫສິກຳໃຫ້
ສຸດທ້າຍນີ້ຖ້າຫາກວ່າທ່ານບໍ່ຢາກຮັບຜົນກຳຫນັກອັນຮ້າຍແຮງຈັ່ງຊີ້ຕິດໂຕໄປທ່ານກໍ່ຕ້ອງຮູ້ຈັກຫ້າມໃຈບໍ່ໃຫ້ເຮັດຜິດໃນກາມ
ຫລົງສະຫນຸກມັກມ່ວນເປັນຄົນມັກມາກໃນກາມາລົມ ຫລືພະຍາຍາມຢິດຖືສີນຂໍ້ທີ່ 3 ເດີທີ່ເວົ້າວ່າ ກາເມສຸມິດສາຈາລາເວລະມະນີ (ເວັ້ນຈາກການເຮັດຄວາມຜິດໃນກາມ) ຈຳເອົາໄວ້ໃຫ້ໄດ້ກະພໍແລ້ວເພາະນອກຈາກຈະບໍ່ເປັນການເຮັດບາບໃຫ້ກັບໂຕເອງແລ້ວຍັງຖືໄດ້ວ່າບໍ່ເປັນການເຮັດບາບກັບຄົນອື່ນອີກເດີ
ຂໍຄວາມຈະເລີນໃນທຳ

ຈະເລີນພອນ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 6, 2010 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ທ່ານທັງຫລາຍທີ່ຢາກຄອງຄວາມເປັນມິດທີ່ດີ ແລະຢາກມີເພື່ອນທີ່ດີ ເພື່ອດຳລົງຄວາມເປັນມິດຕະພາບອັນຍາວນານ ຄວນຈະມີຄຸນນະທັມບາງຢ່າງທີ່ມີໄວ້ເພື່ອເປັນສິ່ງຜູກໃຈເພື່ອນ ແລະອີກຢ່າງໜຶ່ງກໍ່ເພື່ອສຳຫລວດເບິ່ງຕົນເອງວ່າ ເຮົາມີຄຸນສົມບັດອັນພຽງພໍຫລືບໍ່ ທີ່ຈະເປັນເພື່ອນທີ່ດີກັບຄົນທີ່ເຮົາຄົບ ໃນທາງພຣະພຸດທະສາດສະໜາມີທັມມະທີ່ ຄວນສຶກສາຢຸ່໗ ເອີ້ນວ່າກັນລະຍານະທັມມີດັ່ງນີ້.
1. ປິໂຍ: piyo: lovable; endearing.ເປັນຄົນໜ້າໄວ້ໃຈ ໜ້າຮັກ ເປັນຄົນຄວນເຂົ້າໄປສຶກສາໄຕ່ຖາມ ເພື່ອຮ່ຳຮຽນນຳ.
2. ຄຣຸ: Garu: esteemable; respectable; venerable. ໜ້າເຄົາຣົບ ເປັນຄົນທີ່ແະພຶດສົມຄວນແກ່ສະພາວະຂອງຕົນເອງ ຮູ້ສຶກອົບອຸ່ນໃຈເມື່ອໄດ້ຢູ່ໃກ້ ເປັນທີ່ເພິ່ງປອດໄພ.
3. ພາວະນີໂຍ:Bhāvanīyo: adorable; cultured; emulable ເປັນຕາໜ້າຍົກຍ້ອງ ແລະອອນຊອນໃຈເມື່ອໄດ້ຢູ່ໃກ້ ຄົນທີ່ມີຄຸນສົມບັດດີ ເປັນຜູ້ມີຄຸນນະວຸດ ຄືຄວາມເປັນຜູ້ໃຫຍ່ ເປັນຄົນມີຄວາມຮູ້ ພູມປັນຍາທີ່ແທ້ຈິງ ຄົນປະເພດນີ້ອາດຈະໝາຍເຖິງຄູອາຈານຜູ້ທີ່ທຳໜ້າທີ່ໃຫ້ການສິດສອນແກ່ນັກຮຽນ ສົມຄວນທີ່ຈະສັນລະເສີນແລະພູມໃຈ.
4. ວັຕຕາ ຈະ: Vattā ca: being a counsellor ເປັນຄົນຮູ້ຈັກເວົ້າຈາຢ່າງມີເຫດຜົນ ຮູ້ຈັກກາລະເທສະໃນການເວົ້າ ເປັນທີ່ປຶກສາທີ່ດີໃນຍາມເພື່ອນມີບັນຫາ ແລະສາມາດອະທິບາຍເຫດຜົນໃຫ້ເຂົ້າໃຈໄດ້ຢ່າງແຈ້ມແຈ້ງ.
5. ວະຈະນັກຂະໂມ: Vacanakkhamo: ເປັນຄົນທີ່ມີຄວາມອົດທົນຕໍ່ຖ້ອຍຄຳຂອງເພື່ອນ ແລະພ້ອມທີ່ຈະໃຫ້ຄຳປຶກສາເວລາເພື່ອນປະເຊີນກັບບັນຫາ ອົດທົນຕໍ່ຄຳວິພາກວິຈານ ບໍ່ເບື່ອແລະງຸດງິດໃຈ.
6. ຄຳພີຣັນຈະ ກະຖັງ ກັຕຕາ: Gambhīranca katham kattā: able to deliver deep discourses or to treat profound subjectສາມາດອະທິບັນຫາທີ່ສັບຊ້ອນໄດ້ຢ່າງລະອຍດເລິກເຊິ່ງ ແລະເຮັດໃຫ້ຜູ້ຟັງຮຽນຮູ້ເລື່ອງລາວທີ່ລະອຽດກວ່າເກົ່າອີກ.
7. ໂນ ຈັດຖາເນ ນິໂຍຊະເຢ: No catthāne niyojayeບໍ່ຊັກນຳເພື່ອນໄປໃນທາງທີ່ດີ ຜູ້ຊັກຈູງໃນທາງຈິບຫາຍຄືທາງເສື່ອມ.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 5, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

Ditthadhammikattha-samvattanika-dhamma
ທິດຖະທັມມິກັດຖາສັງວັດຕະນິກະທັມມາ (Virtues conducive to benefits in the present; virtues leading to temporal welfare)

ທັມມະທີ່ທ່ານກຳລັງຈະອ່ານຢູ່ນີ້ ເປັນຄຳສັ່ງສອນຂອງພຣະບໍຣົມສາດສະດາສັມມາສັມພຸດທະເຈົ້າ ເປັນທັມມະທີ່ເນັ້ນເຖິງວິຖີການດຳເນີນຊີວິດເພື່ອຄວາມຜາສຸກໃນຊີວິດປັດຈຸບັນ ເຊິ່ງເປັນຫຼັກການດຳເນີນຊີວິດແບບພໍພຽງ ເປັນເສດຖະກິດແບບພື້ນຖານທີ່ພຣະພຸດທະອົງເຄີຍໄດ້ປະກາດເປັນເວລາ ໒໕໔໙ ປີຜ່ານມາແລ້ວ ແຕ່ຍັງບໍ່ລ້າສະໄໝ ບາງຄັ້ງທັມມະບົດນີ້ເຄີຍປະຍຸກໃຊ້ເປັນຄາຖາມະຫາເສດຖີ ຫຼືຫົວໃຈເສດຖີໂດຍເກຈິອາຈາຣຍ໌ຕ່າງໆ ເມື່ອເວລາມີພໍ່ອອກ ແມ່ອອກມາຂໍຄາຖາ ເພິ່ນກໍໄດ້ຈົດໃຫ້ໄປພາວະນາ ບາງຄັ້ງກໍ່ໄດ້ຖືກຈາລຶກລົງໃນຜ້າຍັນ ແຕ່ຄວາມໝາຍທີ່ແທ້ຈິງແລ້ວ(ຕາມແນວຄິດຜູ້ຂຽນ) ມັນເປັນປິດສະໜາທີ່ຕ້ອງການເປີດເຜຍ ເພື່ອເຂົ້າໃຈແກ່ນແທ້ຂອງທັມ ນັ້ນກໍ່ຄືການປະຕິບັດ ຫຼາຍກວ່າການວິງວອນຂໍໃຫ້ຄາຖາມາບັນດານໂຊກລາບໃຫ້ ຖ້າເຮັດເຊັ່ນນັ້ນຢ່າຫວັງເລີຍວ່າຈະຮັ່ງມີ ຫຼືມີຢູ່ມີກິນ ຄາຖາດັ່ງກ່າວມີໃຈຄວາມວ່າ
ອຸ ອະ ກາ ສະ ເຊິ່ງຫຍໍ້ມາຈາກຫົວຂໍ້ທັມມະຕໍ່ໄປນີ້:

1. Utthānasampadā: ອຸດຖານະສັມປະທາ: ເຖິງພ້ອມດ້ວຍການໝັ່ນ ຄືຂະຫຍັນໝັ່ນພຽນໃນການປະຕິບັດໜ້າທີ່ການງານ ປະກອບອາຊີບອັນບໍລິສຸດ ມີຄວາມຊຳນານງານ ຮູ້ຈັກໃຊ້ປັນຍາສອດສ່ອງ ກວດກາ ຫາອຸບາຍ ສາມາດດຳເນີນການໃຫ້ໄດ້ຜົນດີ: To be endowed with energy and industry; achievement of diligence.
2. Ārakhasampadā: ອາຣັກຂະສັມປະທາ: ເຖິງພ້ອມດ້ວຍການຮັກສາ ຄືຮູ້ຈັກຄຸ້ມຄອງ ເກບຮັກສາໂພຄະຊັບ ແລະ ຜົນງານອັນຕົນໄດ້ສ້າງໄວ້ແລ້ວ ດ້ວຍຄວາມຂະຫຍັນໝັ່ນພຽນ ໂດຍຊອບທັມ ໂດຍກຳລັງງານຂອງຕົນ ບໍ່ໃຫ້ເປັນອັນຕະລາຍຫຼືເສື່ອມເສຍ.
3. Kalyānamittatā: ກັນລະຍານະມິຕຕະຕາ: ຄົບຄົນດີເປັນມິດ ຮູ້ຈັກເລືອກຄົບເພື່ອນທີ່ດີ ໝາຍເຖິງຜູ້ທີ່ບໍ່ພາໄປສູ່ຄວາມເສື່ອມ ເລືອກຄົບຫາສົນທະນານຳທ່ານຜູ້ຮູ້ ຜູ້ມີປະສົບການ ເພື່ອຖອດຖອນບົດຮຽນດີໆຈາກທ່ານ ເຊິ່ງເປັນຜູ້ມີ ສີນ ຈາຄະ(ເສຍສະຫຼະ) ມີປັນຍາ good company; association with good people.

4. Samajīvitā: ສະມະຊີວິຕາ: ມີຄວາມເປັນຢູ່ເໝາະສົມ ຄືຮູ້ຈັກກຳນົດລາຍໄດ້ ແລະລາຍຈ່າຍລ້ຽງຊີບແຕ່ພໍດີ ບໍ່ໃຫ້ຝືດເຄືອງຫຼືຟຸມເຟືອຍ ໃຫ້ລາຍໄດ້ເໜືອລາຍຈ່າຍ ມີປະຫຍັດມ້ຽນໄວ້: balanced livelihood; living economically.

ທັມມະຂໍ້ນີ້ເອີ້ນກັນສັ້ນໆວ່າ ທິດຖະທັມມິກັດຖະ ແປວ່າປະໂຫຍດ ສະນັ້ນ ເມື່ອທ່ານໃດລອງເອົາໄປປະພຶດປະຕິບັດ ແນ່ນອນວ່າຈະເກີດປະໂຫຍດໂດຍແທ້ຢ່າງບໍ່ຕ້ອງສົງໄສ.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 5, 2010 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຫຼິ້ກເວັ້ນກັມມະບົດ ໑໐ (ທາງໄປສະຫວັນ)

1. ເຮົາຕ້ອງບໍ່ຂ້າສັດ
2. ເຮົາຕ້ອງບໍ່ລັກຊັບ
3. ເຮົາບໍ່ປະພຶດຜິດໃນກາມ
4. ບໍ່ເວົ້າລ່າຍ ຕົວະ ແລະຫຼອກລວງ.
5. ບໍ່ເວົ້າສໍ່ສຽດ ຍຸຍົງ ສົ່ງເສີມໃຫ້ຣ້າວຣານ.
6. ບໍ່ເວົ້າຄຳຫຽາບ
7. ບໍ່ເວົ້າເພີະ ໂລເລ ຫາປະໂຫຍດບໍ່ໄດ້.
8. ບໍ່ເພັ່ງເລັງຢາກຈະລັກຊັບ ຂະໂມຍ ປຸ້ນ ຍາດແຍ້ງ ຄົດ ໂກງຊັບບຸກຄົນອື່ນ.
9. ບໍ່ຈ່ອງລ້າງຈ່ອງຜານ ອາຄາດພະຍາບາດ.
10. ບໍ່ມີຄວາມເຫັນບໍ່ກົງກັບພຣະພຸດທະເຈົ້າ (ສ່ວນທີ່ຖືກກັບວ່າຜິດ ສ່ວນທີຜິດກັບວ່າຖືກ ຄົນອື່ນຕັກເຕືອນແລ້ວບໍ່ເລີກ)

ທຳອະກຸສົນກັມມະບົດ ໑໐(ທາງໄປນະຣົກ)

1. ຂ້າສັດເປັນອາຈີນ .
2. ລັກຊັບເປັນອາຈີນ.
3. ປະພຶດຜິດໃນກາມ
4. ເວົ້າລ່າຍ ຕົວະ ແລະຫຼອກລວງ.
5. ເວົ້າສໍ່ສຽດ ຍຸຍົງ ສົ່ງເສີມໃຫ້ຣ້າວຣານ.
6. ເວົ້າຄຳຫຽາບ
7. ເວົ້າເພີະ ໂລເລ ຫາປະໂຫຍດບໍ່ໄດ້.
8. ເພັ່ງເລັງຢາກຈະລັກຊັບ ຂະໂມຍ ປຸ້ນ ຍາດແຍ້ງ ຄົດ ໂກງຊັບບຸກຄົນອື່ນ.
9. ຈ່ອງລ້າງຈ່ອງຜານ ອາຄາດພະຍາບາດ.
10. ມີຄວາມເຫັນຜິດຈາກພຣະພຸດທະເຈົ້າ (ສ່ວນທີ່ຖືກກັບວ່າຜິດ ສ່ວນທີຜິດກັບວ່າຖືກ ຄົນອື່ນຕັກເຕືອນແລ້ວບໍ່ເລີກ)

ຈະເລີນທັມ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 4, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຖ້າວ່າສິ່ງທັງປວງເປັນອະນິດຈັງ ເປັນທຸກ ແລະ ເປັນສິ່ງບໍ່ແມ່ນຕົວຕົນ ແລະແລ້ວສິ່ງໃດເປັນສິ່ງບົ່ງບອກສະພາວະທັມນັ້ນ? ມີຊາຍຄົນໜຶ່ງ ກຳລັງສັງເກດເບິ່ງສາຍນ້ຳໄຫຼ ຖ້າຫາກວ່າລາວບໍ່ປາດຖະໜາໃຫ້ນ້ຳໄຫຼຕາມທຳມະຊາດຂອງມັນ ເພື່ອປ່ຽນແປງທຳມະຊາດທີ່ບໍ່ອາດຢຸດນິ້ງໄດ້ ເຂົາຈະຕ້ອງເປັນທຸກຢ່າງມະຫັນ. ອີກຊາຍຄົນໜຶ່ງເຂົ້າໃຈວ່າ ທຳມະຊາດຂອງນ້ຳຈະຕ້ອງໄຫຼຢູ່ຢ່າງນັ້ນ ບໍ່ວ່າລາວຈະມັກ ຫຼືບໍ່ມັກໃຫ້ມັນໄຫຼ ໂດຍເຫດນີ້ ລາວຈິ່ງບໍ່ທຸກ. ເພື່ອຢາກຮູ້ສະພາວະດັ່ງກະແສນ້ຳນີ້ ຄວາມບໍ່ທ່ຽງຂອງຄວາມສຸກ ຄວາມບໍ່ມີຕົວຕົນ ຈຳເປັນຕ້ອງສະແຫວງຫາສິ່ງທີ່ທ່ຽງແລະປາສະຈາກທຸກ ເພື່ອສະແຫວງຫາຄວາມສຸກທີ່ແທ້ຈິງໃນໂລກ.

"ເມື່ອນັ້ນ", ອາດມີບາງຄົນຖາມວ່າ,"ຄວາມໝາຍຂອງຊີວິດແມ່ນຫຍັງ?"ອາຕະມາບໍ່ສາມາດບອກທ່ານໄດ້. ເປັນຫຍັງທ່ານຕ້ອງກິນ? ທ່ານກິນກໍ່ເພື່ອຈະບໍ່ໄດ້ກິນອີກ ທ່ານເກີດມາເພື່ອວ່າຈະບໍ່ຕ້ອງເກີດອີກ.

ເມື່ອເວົ້າເຖິງສະພາວະຄວາມເປັນຈິງຂອງສິ່ງທັງປວງ ຄວາມຫວ່າງເປົ່າ ຫຼື ສຸນຍະຕາ ມັນຍາກທີ່ຈະອະທິບາຍ ເມື່ອເວລາຟັງເທດແລ້ວ ເຮົາຈະຕ້ອງປະຕິບັດເພື່ອເຂົ້າໃຈ. ເປັນຫຍັງເຮົາຈິ່ງຕ້ອງປະຕິບັດ ຖ້າບໍ່ມີຄຳວ່າ ເປັນຫຍັງ ເຮົາກໍຈະພົບຄວາມສຸກ. ຄວາມທຸກກໍ່ຈະບໍ່ຕິດຕາມບຸກຄົນຜູ້ປະຕິບັດໄດ້ເຊັ່ນນີ້.

ຂັນທັງ ໕ ເປັນເໝືອນຂ້າຕະກອນ ຫາກເມື່ອໃດຢຶດຕິດກັບຮ່າງກາຍ ພວກເຮົາຈະເກີດອຸປະທານທີ່ໃຈ ແລະໃນທາງກັບກັນ. ພວກເຮົາຈະຕ້ອງຢຸດຟັງຄວາມໃຈຂອງເຮົາ ໃຊ້ສີນເພື່ອຂົ່ມໃຈ ເພື່ອສັງວອນລະວັງ ແລະເພື່ອສະຕິທີ່ຕັ້ງໝັ້ນ. ແລ້ວທ່ານກໍ່ຈະເຫັນການເກີດຂື້ນຂອງຄວາມສຸກ ແລະຄວາມທຸກ ແລະພະຍາຍາມບໍ່ຄ້ອຍຕາມທັງສອງຢ່າງນີ້ ຮູ້ແຈ້ງວ່າ ສັບພະສິ່ງເປັນອະນິດຈັງ ເປັນທຸກ ແລະເປັນຂອງບໍ່ມີຕົວຕົນ. ຮຽນຮູ້ຄວາມສະມະຖະ(ຄວາມທຸ່ນທ່ຽງ, ຄວາມນິ້ງແຫ່ງຈິດ) ໃນຄວາມສະມະຖະນີ້ກໍ່ໃຫ້ເກີດຄວາມປິຕິສຸກແຫ່ງພຸດທະ.