ຂຽນເມື່ອ: ພ.ພ.. 14, 2010
| ມີ
7 ຄຳເຫັນ
ແລະ
0 trackback(s)
ວັດວາແຫ່ງຄວາມຫລັງ
ແປຈາກເລື້ອງສັ້ນໃນເຊີງ essay ທີ່ຂ້າພະເຈົ້າຂຽນຂຶ້ນເມື່ອປະມານຊາວປີກ່ອນ ເລື້ອງນີ້ອາຈານສອນຫ້ອງ English 1A ມັກຫລາຍ ແລະ ເມື່ອຕອນທີ່ຂ້າພະເຈົ້າເອົາລົງໃນ soc.culture.laos ເມື່ອສິບກ່ວາປີກ່ອນ ນັກຮຽນໄທມາສຶກສາຕໍ່ຂັ້ນປະຣິນຍາໂທ ແລະ ເອກຢູ່ອະເມຣິກາກໍຕິດໃຈເປັນຢ່າງຍິ່ງ ດຽວນີ້ທ່ານຜູ່ນີ້ກໍເປັນອາຈານສອນຢູ່ມະຫາວິທຍາໄລຊຽງໃຫມ່ໄປແລ້ວ
ຄິດວ່າເລື້ອງສັ້ນເລື້ອງນີ້ຈະເປັນປໂຍດແກ່ທ່ານຜູ່ອ່ານພໍສົມຄວນ ຈຶ່ງໄດ້ຖືໂອກາດແປເປັນພາສາລາວ ແລະ ກໍເອົາມາລົງໃນທີ່ນີ້ເລີຍ
ວັດວາແຫ່ງຄວາມຫລັງ
ຕຸ໋ມ ຕຸ໋ມ ສຽງດັງປານສຽງຟ້າຜ່າວ່າຍແວກອາກາດເຮັດໃຫ້ຂ້ອຍຕ້ອງຮູ້ເມື່ອລຸກຂຶ້ນຈາກການນອນຫລັບຝັນ ຢ່າງຊ້າໆຂ້ອຍຈັບເອົາຜ້າກາສະວາພັກສີເຫລືອງມາສວມໃສ່ ແລະ ກໍມຸ່ງຫນ້າໄປຫາວັດໃຫຍ່ບ່ອນທີ່ສຽງວ່າຍແວກອາກາດຜ່ານມານັ້ນ ຢູ່ຂ້າງນອກທ້ອງຟ້າຍັງຄົງມືດສນິດ ສາຍລົມເຢັນປີວມາສຽດສີໃບຫນ້າ ແລະ ບ່າຂ້າງຂວາທີ່ເປົ່າແປນຂອງຂ້ອຍ ອາດຈະເວົ້າໄດ້ວ່າບໍ່ມີສິ່ງອື່ນໃດທີ່ເຫນັງຕິງໄປມານອກຈາກຕົວຂ້ອຍ ແລະ ໃບໄມ້ທີ່ຫ້ອຍຄ້າງເທີງຕົ້ນໂພຊຶ່ງຢູ່ໃກ້ທີ່ພັກນອນຂອງຂ້ອຍ ທຸກສິ່ງຄືຈັ່ງວ່າມິດງຽບສງັດລໍຖ້າໃຫ້ຟ້າວັນໃຫມ່ຄືບຄານເຂົ້າມາ
ຢູ່ທີ່ວັດໃຫຍ່ຕໍ່ຫນ້າຮູບອັນມະຫຶມາຂອງອົງສັມມາສັມພຸທເຈົ້າ ຄູບາສູງອາຍຸອົງນຶ່ງກໍາລັງໃຕ້ທຽນໄຂ ແລະ ຈຸດທູບທຽນຈໍານວນໃດນຶ່ງ ຈາກນັ້ນເພິ່ນກໍນໍາພາພວກຄູບາທັງຫມົດສວດມົນທ່ອງໄຫວ້ອົງພຣະສາສດາ ສຽງອັນເປັນຈັງຫວະກ້ອງກັງວານໄປທົ່ວທຸກຈອກທຸກແຈຂອງວັດ ຂ້ອຍເອງບໍ່ອາດສາມາດທີ່ຈະເຂົ້າໃຈແມ້ນແຕ່ຄໍາສວດໃດນຶ່ງເພາະວ່າຄໍາສວດນັ້ນເປັນພາສາບາລີ ພວກນັກຮຽນທັມມະເທົ່ານັ້ນທີ່ຈະເຂົ້າໃຈໄດ້ ເຖີງຢ່າງໃດກໍດີ ຄໍາສວດທີ່ໄດ້ຍິນຊ່າງຣະຣື່ນໃນໂສດປະສາດຂອງຂ້ອຍ ບາງຄັ້ງຕາຂອງຂ້ອຍກໍຈ້ອງຢ່າງບໍ່ກະພິບນໍາແປວໄຟທີ່ເຫລື້ມມິບມັບຢູ່ເທີງທຽນໄຂໃນຂະນະທີ່ວ່າດັງຂອງຂ້ອຍດູດດົມເອົາກິ່ນອັນຫອມຫວນຂອງທູບທຽນທີ່ກໍາລັງຈຸດໄຕ້ນັ້ນ
ຕອນຍັງນ້ອຍ ຂ້ອຍມັກມາທີ່ວັດກັບພໍ່ແມ່ເພື່ອຕັກບາດ ຫລືບໍ່ຊັ໋ນກໍດ້ວຍຕົວຂ້ອຍເອງເພື່ອທີ່ຈະເຕະບານຫລີ້ນຢູ່ກາງເດີ່ນວັດ ຊີວິດໃນສໄມນັ້ນຊ່າງມີຄວາມສຸກ ບາງທີອາດຈະເປັນວ່າຂ້ອຍຍັງເປັນເດັກນ້ອຍບໍ່ທັນຮູ້ຄວາມກ່ຽວກັບເລື້ອງລາວຂອງໂລກ ຫລືບາງທີພໍ່ແມ່ຂ້ອຍມີຢູ່ມີກິນພຽງພໍຈົນວ່າສິ່ງໃດກໍຕາມທີ່ຂ້ອຍຕ້ອງການ ພວກເພິ່ນກໍອາດສາມາດຫາມາໃຫ້ໄດ້ ວັດນີ້ຢູ່ບໍ່ໄກຈາກເຮືອນຂ້ອຍຢູ່ປານໃດ ດັ່ງນັ້ນເວລາໃດກໍຕາມທີ່ຂ້ອຍຮູ້ສຶກຢາກເຕະບານຂຶ້ນມາ ຂ້ອຍກໍເດ່ງຕົງໄປວັດໂລດ ເວົ້າແລ້ວດ້ວຍວ່າມີຫ້ວຍນໍ້າລຽບໄປຕາມລານວັດ ຫມາກບານຂອງຂ້ອຍກໍມັກຕົກລົງໄປໃນຫ້ວຍນໍ້າ ແລະ ກໍຫລັບຫາຍໄປກັບກະແສນໍ້ານັ້ນເລີຍ ຍອມຮັບວ່າຂ້ອຍເສັຽຫມາກບານໄປບໍ່ຫນ້ອຍແຕ່ຂ້ອຍກໍບໍ່ສົນເພາະຂ້ອຍຊື້ຫມາກບານມາເກັບສະສົມໄວ້ເປັນຫລາຍຫນ່ວຍ ແລະ ມັນກະບໍ່ຍາກທີ່ຈະຫາຜູ່ໃດນຶ່ງມາເຕະບານນໍາ ໂດຍສັດຈິງແລ້ວ ເດັກນ້ອຍໃນຄຸ້ມຂອງຂ້ອຍຢູ່ແມ່ນວ່າມັກຫລີ້ນເຕະບານໃນທຸກເວລາ ໃນທຸກສະຖານທີ່ແມ້ນກະທັ່ງເທີງທ້ອງຖນົນອີກດ້ວຍ ຜູ່ເຖົ້າຜູ່ແກ່ກໍາຊັບບອກໃຫ້ພວກເຮົາບໍ່ໃຫ້ໄປເຕະບານຫລີ້ນຢູ່ໃນເດີ່ນວັດເພາະຫມາກບານອາດຈະຟົ້ງໄປຖືກພວກຄູບາ ຊຶ່ງຫາກເປັນແນວນັ້ນ ພໍ່ແມ່ຂອງພວກເຮົາຈະໄດ້ຮັບບາບກັມໄປຕລອດຊີວິດຂອງພວກເພິ່ນເພາະບໍ່ອາດສາມາດຫ້າມປາມໃຫ້ພວກລູກຫລານຂອງຕົນທໍາຮ້າຍຮ່າງກາຍຂອງຜູ່ຊົງທັມໄດ້ ເວົ້າແລ້ວພວກເຮົາເດັກນ້ອຍກໍລະມັດລະວັງຢ່າງເຕັມທີ່ເວລາໃດກໍຕາມທີ່ເຫັນພວກຄູບາມາຢູ່ໃກ້ໆ ພວກເຮົາຮູ້ຢ່າງເຕັມອົກວ່າໂອກາດທີ່ຈະມາເຕະບານຫລີ້ນຢູ່ວັດແມ່ນຂຶ້ນກັບພວກຄູບາເພິ່ນ ດັ່ງນັ້ນພວກເຮົາຈຶ່ງໃຫ້ຄວາມເຄົາລົບຢໍາເກງພວກເພິ່ນເປັນທີ່ສຸດ ດ້ວຍເຫດນັ້ນຕາບໃດທີ່ຍັງບໍ່ມີເຫດການຮ້າຍເກີດຂຶ້ນຍ້ອນການເຕະຫມາກບານຂອງພວກເຮົາ ພວກເຮົາກໍເປັນລີງເປັນຄາງຢູ່ກາງເດີ່ນວັດຕໍ່ໄປ
ພວກຊາວບ້ານຊາວເມືອງກໍມັກມາວັດຄືກັນ ເອົາເປັນວ່າຕ່າງຄົນກໍຕ່າງມີເຫດຜົນຂອງໃຜລາວ ບາງຄົນຫັ້ນມາວັດກໍເພາະຢາກໄດ້ເລກຈາກຄູບາເພື່ອເອົາໄປຊື້ຫ໋ວຍ ເບິ່ງເຂົາເຈົ້າຂົນເອົາປ໋ອງນໍ້ານົມ ຖົງກະເຟ ແລະ ແມ້ນແຕ່ເງິນມາຫຍິບຍື່ນໃຫ້ຄູບາອົງທີ່ໂປດປານຂອງຕົນ ເຂົາເຈົ້າມັກເວົ້າວ່າຖ້າຫາກຊື້ຫ໋ວຍຖືກ ຊິປຸກກຸຕິຫລັງໃຫມ່ໃຫ້ຫລືບໍ່ຊັ໋ນກະແນວໃດກໍຕາມທີ່ຄູບາສັ່ງການມາ ເຂົາເຈົ້າຊິຫາມາໃຫ້ໄດ້ຢ່າງສົມປະສົງໂລດ ຄົນເຫລົ່ານີ້ເປັນຂາປະຈໍາຂອງວັດໃນມື້ໃດກໍຕາມທີ່ຫ໋ວຍຈະອອກ ແມ່ນວ່າມີຫນ້ອຍຄົນຫລາຍທີ່ຈະຖືກຫ໋ວຍຈໍານວນນ້ອຍນິດກໍຕາມ ເບິ່ງແລ້ວພວກເຂົາຄືວ່າຢູ່ໃນໂລກຂອງຄວາມຝັນແທນໂລກຂອງຄວາມເປັນຈິງທີ່ບໍ່ແນ່ນອນນີ້ ໃນຂະນະດຽວກັນນັ້ນ ບາງຄົນມາວັດເພາະເປັນສະຖານທີ່ງຽບສງົບ ໂດຍສະເພາະຢ່າງຍິ່ງກໍແມ່ນວ່າໃນຕອນທີ່ພວກເຮົາເດັກນ້ອຍບໍ່ໄດ້ສາລະວົນຢູ່ຫັ້ນ ພວກນີ້ຈະໄປລັກລີ້ນອນເອົາຈັກງີບໃດນຶ່ງຢູ່ກ້ອງຕົ້ນໂພໃບດົກຫນາ ແລະ ບາງຄົນກໍມາວັດເພື່ອທີ່ຈະໄດ້ເວົ້າລົມສົນທະນາກັບພວກຄູບາ ຊຶ່ງຈະດ້ວຍເຫດໃດກໍຕາມຫລັງຈາກໂອ້ລົມແລ້ວ ຄວາມກະສັບກະສົນວຸ່ນວາຍໃຈຂອງເຂົາເຈົ້າກໍຄືຈັ່ງວ່າຊວງຫາຍໄປ ໂດຍຄວາມເປັນຈິງແລ້ວ ພວກຄູບາທີ່ຈໍາພັນສາຢູ່ວັດນີ້ເປັນຊາວບ້ານທັມມະດາມາກ່ອນ ສ່ວນຫລວງຫລາຍແລ້ວພວກເພິ່ນເປັນລູກຂອງພໍ່ໄຮ່ພໍ່ນາ ເຫດທີ່ພວກເພິ່ນມາບວດເປັນພຣະກໍເພາະຕ້ອງການຢາກໄດ້ມີການສຶກສາ ຢູ່ບ້ານເມືອງເຮົານີ້ ນອກຈາກໂຮງຮຽນທີ່ທາງການມີໄວ້ໃຫ້ສະເພາະເພື່ອການສຶກສາແລ້ວ ວັດກໍເປັນສູນກາງອັນນຶ່ງຂອງການຮໍ່າຮຽນເອົາວິຊາຄວາມຮູ້ ດັ່ງນັ້ນເມື່ອບວດເປັນພຣະ ກໍມີໂອກາດທີ່ຈະໄດ້ຮຽນອ່ານ ຮຽນຂຽນ ແລະ ຮຽນເລກຜານາທີໄດ້ ທັງຫມົດເຫລົ່ານີ້ມັນກໍພຽງພໍທີ່ຈະເຮັດຜູ່ໃດນຶ່ງເປັນຄົນທີ່ອ່ານອອກຂຽນໄດ້ ແລະ ຍິ່ງໄປກ່ວານັ້ນກໍຄືເປັນພົລເມືອງທີ່ດີທີ່ສາມາດປະກອບສ່ວນຢ່າງເຕັມທີ່ຕໍ່ພາລະກິດຂອງສັງຄົມໄດ້
ຮອດເວລາຂ້ອຍໃຫຍ່ກ້າຫນ້າບານມາ ຂ້ອຍພັດບໍ່ຄ່ອຍມັກໄປວັດປານໃດ ໂຮງຮຽນໄດ້ສອນວິຊາຄວາມຮູ້ທຸກຢ່າງທີ່ຂ້ອຍຕ້ອງການໃຫ້ ຊຶ່ງນັ້ນກໍຄື ຂ້ອຍຮຽນຮູ້ວິທຍາສາດ ເລກຜານາທີ ປຣັຊຍາ ວັນນະຄະດີ ແລະ ການເມືອງການປົກຄອງ ຂ້ອຍຄິດວ່າຂ້ອຍນີ້ເປັນຄົນທັນສໄມສລັບສັບຊ້ອນແລ້ວ ດັ່ງນັ້ນຈະໃຫ້ຂ້ອຍໄປຮຽນນໍາພວກຄູບາທີ່ໄດ້ຮຽນຮູ້ພໍແປະໆບາງໆໄດ້ແນວໃດກັນ? ນັກຮຽນຮູ້ຜູ່ໃດໄປຮຽນຮູ້ນໍາພວກຄູບາຄົງຈະເປັນຄົນບໍ່ເຕັມພໍເປັນແນ່ແທ້ ຂ້ອຍສາມາດເວົ້າແນວນັ້ນໄດ້ຕໍ່ກັບຜູ່ໃດກໍຕາມຍົກເວັ້ນພໍ່ຂອງຂ້ອຍຜູ່ດຽວເທົ່ານັ້ນ ພໍ່ເພິ່ນໄດ້ຮັບການສຶກສາມາເປັນຢ່າງດີຈາກປະເທດຝຣັ່ງເສດ ແຕ່ເພິ່ນກໍບໍ່ຄືພວກນັກຮຽນຈົບມາແຕ່ເມືອງນອກຊຶ່ງມັກດູຫມິ່ນດູແຄນພວກເພື່ອນຮ່ວມຊາດຂອງຕົນເອງ ມີເທື່ອນຶ່ງເພິ່ນເວົ້າໃຫ້ຂ້ອຍໄດ້ຍິນວ່າ ຄົນເຮົາຕ່າງກໍໃສ່ຫນ້າກາກເຂົ້າຫາກັນ ເປັນຫຍັງພວກເຮົາຈຶ່ງທໍາຕົວຄືດັ່ງວ່າຕົນນັ້ນວິເສດວິໂສຕ່າງຫມູ່ກອງແທ້ ໄດ້ຍິນແນວນັ້ນລີ້ນຂອງຂ້ອຍກໍຄັນທີ່ຈະຕອບຄືນວ່າ ໃຜວ່າຄົນເຮົາບໍ່ຕ່າງກັນ?
ບາງຄົນເກີດມາພ້ອມກັບຄວາມສລາດຫລັກແຫລມ ບາງຄົນນັ້ນເກີດມາພ້ອມກັບປັນຍາທີ່ຕຶບຕື ເຊັ່ນດຽວກັບວ່າບາງຄົນນັ້ນມີເງິນມີຄໍາມັ່ງມີສີສຸກ ໃນຂະນະທີ່ບາງຄົນນັ້ນຊ່າງທຸກຍາກແສນເຂັນ ແຕ່ຂ້ອຍກໍບໍ່ກ້າເວົ້າອອກມາໄດ້ ເພາະເທົ່າທີ່ຜ່ານມາທັສນະຄວາມຄິດເຫັນ ແລະ ການກະທໍາຂອງພໍ່ຂ້ອຍຍ່ອມເປັນພະຍານບອກໄປໃນຕົວໄດ້ເປັນຢ່າງດີ
ສອງສາມປີມານີ້ ຂ້ອຍມີໂອກາດໄດ້ເຂົ້າໃຈໃນສິ່ງທີ່ພໍ່ຂອງຂ້ອຍວ່າມາໃນທີ່ສຸດ ແຕ່ມັນກໍລ້າສ່ວາຍຈົນເກີນໄປເສັຽແລ້ວ ເພາະເພິ່ນໄດ້ລາຈາກໂລກນີ້ໄປກ່ອນ ເພື່ອສນອງຕອບເຈຕນາລົມຂອງເພິ່ນ ຂ້ອຍຈຶ່ງໄດ້ບວດເປັນພຣະ ວັດທີ່ຂ້ອຍຈໍາພັນສາຢູ່ເປັນວັດດຽວກັນກັບວັດທີ່ຂ້ອຍມັກມາເຕະບານຫລີ້ນກັບພວກຫມູ່ຄູ່ ມາວັນນີ້ ວັດນີ້ກໍຍັງຄົງເຫມືອນເດີມ ແຕ່ກາລເວລາທີ່ຜ່ານພົ້ນໄປໄດ້ປະຮ່ອງຮອຍຂອງມັນໄວ້ນໍາທຸກຊິ່ນສ່ວນທີ່ມອງເຫັນ ນໍາຕັ່ງໄມ້ ນໍາໂງ່ນຫີນ ແລະ ແມ້ນແຕ່ນໍາຂີ້ເຫຍື້ອທີ່ປົກຫຸ້ມຕາມຝາກໍາແພງ ຕາມຫລັງຄາ ແລະ ຕາມຮ່ອມທາງເດີນຂອງວັດ ຍ່າງໄປຢ່າງສໍາລວມສັງວອນໃນຜ້າກາສະວາພັກສີເຫລືອງ ຂ້ອຍເຫັນຕົ້ນໄມ້ທີ່ຂ້ອຍເຄີຍເຕະຫມາກບານໃສ່ໃນທັສນະທີ່ຕ່າງເກົ່າ ຕົ້ນໄມ້ຕົ້ນນີ້ບໍ່ໄດ້ເປັນວັດຖຸສິ່ງຂອງເທົ່ານັ້ນ ແຕ່ມັນເປັນສ່ວນນຶ່ງຂອງຄົນເຮົາຄືກັນ ເບິ່ງແມ໋ ມັນເຕີບໃຫຍ່ຈົນວ່າແກ່ຊະຣາຣ່ວງໂຣຍໄປ ໃບໄມ້ຂອງມັນກໍາລັງຣ່ວງຫລົ່ນ ໃນອີກບໍ່ດົນເຫີງນານ ມັນກໍຈະພຸພັງລາລັບຈາກໂລກນີ້ໄປຄືກັບພໍ່ຂອງຂ້ອຍ
ຄົນເຮົາຄິດວ່າຕົນນັ້ນສໍາຄັນຍິ່ງ ພວກເຮົາມີສິດທີ່ຈະທໍາລາຍທຸກສິ່ງທີ່ຂວາງຫນ້າໃນນາມຂອງການພັທນາ ໃນນາມຂອງຄວາມກ້າວຫນ້າ ຫລືພຽງແຕ່ໃນນາມຄວາມເພີດເພີນຈເຣີນຕາຂອງພວກເຮົາ ເບິ່ງຄືວ່າພວກເຮົາຮອດບໍ່ຮູ້ວ່າໃນຂະນະທີ່ກໍາລັງທໍາລາຍທັມມະຊາດ ພວກເຮົານັ້ນກໍາລັງທໍາລາຍຕົນເອງໄປເທື່ອລະຫນ້ອຍ ແຕ່ເກົ່າກ່ອນນັ້ນ ມວນຫມູ່ນົກສັກກູນາໄດ້ພາກັນມາສ້າງເຮືອນຮັງຢູ່ຕາມຕົ້ນໄມ້ໃນວັດນີ້ ມາວັນນີ້ມີພຽງຕົ້ນໄມ້ບາງຕົ້ນພໍມີເຫລືອໃຫ້ເຫັນ ດັ່ງນັ້ນຈຶ່ງບໍ່ແປກທີ່ວ່າ ຈະຫາໄດ້ຍິນສຽງຂັບຂານຂອງມວນຫມູ່ນົກແມ່ນບໍ່ຄ່ອຍມີເລີຍ ນະທີ່ແຈສຸດຂອງວັດ ຫ້ວຍນໍ້າຍັງຄົງລິນໄຫລຢູ່ເຊັ່ນເດີມ ບາງຄັ້ງຢູ່ເທີງຜີວຫນ້ານໍ້າ ແສງເຮືອງຮອງຂອງຕາເວັນກໍສະທ້ອນແສງກັບຄືນ ອັນບໍ່ຕ່າງຫຍັງກັບເພັດພອຍອັນແວວວາວລ່ອງລອຍຢູ່ເທີງຜືນກະດານຮູບແຕ້ມອັນກ້ວາງໃຫຍ່ ຈາກຮີມຝັ່ງຂອງແມ່ນໍ້າ ຂ້ອຍສາມາດນັບໄດ້ເຖີງຈໍານວນຫມາກບານທີ່ໄຫລໄປກັບກະແສນໍ້ານັ້ນ
ຄົນເຮົາອາດຈະເວົ້າໄດ້ວ່າ ນີ້້ແມ່ນແມ່ນໍ້າທີ່ເຮົາເຄີຍເຫັນ ຄວາມເປັນຈິງແລ້ວ ມັນກັບບໍ່ເປັນແນວນັ້ນ ສິ່ງທີ່ພວກເຮົາເຫັນນີ້ເປັນພຽງມາຍາໃນສິ່ງທີ່ພວກເຮົາຕ້ອງການໃຫ້ໂລກນີ້ເປັນ ຈິດຂອງຄົນເຮົາຄືກັນກັບແມ່ນໍ້າ ເວລາທີ່ມັນບໍ່ຖືກລົບກວນ ເຮົາຈະເຫັນຮອດພື້ນຂອງແມ່ນໍ້ານັ້ນ ນີ້ຄືແກ່ນສານຂອງຊີວິດ ຄົນເຮົາເກີດມາເພື່ອທີ່ຈະເຫັນໂລກນີ້ຕາມທີ່ມັນເປັນຈິງ ບໍ່ແມ່ນຈາກຂອງເອ້ຍ້ອງປົກຫຸ້ມໃຫ້ເຫັນເປັນອື່ນ ຄວນທີ່ວ່າຄົນເຮົາເປັນຄືມວນຫມູ່ມັດສາທີ່ພຽງແຕ່ລ່ອງລອຍໄປໃນນໍ້າ ລ້ຽງຕົວເອງໃນສິ່ງທີ່ແມ່ນໍ້າມີໃຫ້ ແລະ ກໍຊື່ນຊົມໄປກັບຊີວິດທີ່ເກີດມານີ້ ໂດຍວ່າມັນບໍ່ຕ້ອງການເຄື່ອງນຸ່ງຫົ່ມທີ່ງາມອວດມາສວມໃສ່ ມັນບໍ່ຕ້ອງການສະສົມອະຫານພຽງເພື່ອວ່າປາຕົວອື່ນທີ່ຫີວແສບທ້ອງຈະໄດ້ກາຍເປັນທາດຂອງມັນ ແລະ ສໍາຄັນໄປກ່ວານັ້ນກໍຄື ມັນບໍ່ຕ້ອງການສິລທັມ ຈະຣິຍະທັມ ປຣັຊຍາ ຫລືວິທຍາສາດໃດໆ ແຕ່ມັນກໍມີຊີວິດທີ່ມີຄວາມສຸກ ແລະ ກໍກົມກືນເປັນນຶ່ງດຽວກັບທັມມະຊາດໄດ້
ຂ້ອຍຈໍາພັນສາຢູ່ວັດດ້ວຍຊີວິດທີ່ລຽບງ່າຍ ອາຫານສອງຄາບ ຄາບນຶ່ງໃນຕອນເຊົ້າໆ ແລະ ອີກຄາບນຶ່ງທີ່ຕອນໃກ້ທ່ຽງ ປະກອບໄປດ້ວຍເປືອກມັນ ແລະ ຜັກ ເຖີງວ່າບໍ່ມີຣົດຊາດ ມັນກໍເຮັດໃຫ້ຂ້ອຍດໍາລົງຊີວິດຢູ່ໄດ້ ຊຶ່ງນັ້ນກໍເປັນທີ່ພຽງພໍໃນຊີວິດ ເພາະວ່າເມື່ອບວດເປ