ຂຽນເມື່ອ: ພ.ພ.. 18, 2010
| ມີ
8 ຄຳເຫັນ
ແລະ
0 trackback(s)
ທຸກຄັ້ງທີ່ແນມເຫັນຍິງໄວຊະລາຜ່ານສາຍຕາ ພາໃຫ້ຫວນຄະນຶງເຖິງແມ່ຜູ້ບັງເກີດເກົ້າ… ປີນີ້ອາຍຸຂອງເພິ່ນກ້າວຍ່າງເຂົ້າສູ່ໄວຊະລາແລ້ວ… ເຖິງເພິ່ນຈະເຖົ້າແກ່ໄປຕາມການເວລາ ແຕ່ເພິ່ນກໍຍັງເປັນພະໃນດວງໃຈຂອງລູກຊາຍທັງຫົກທີ່ເພິ່ນໄດ້ໝັ່ນພຽນລ້ຽງເກືອຈົນໃຫຍ່ກ້າໜ້າບານ ມີວຽກເຮັດງານທຳ ມີຄອບມີຄົວທີ່ເຕັມໄປດ້ວຍຄວາມສຸກ… ເສຍດາຍທີ່ພໍ່ຕ້ອງດ່ວນຈາກໄປຕັ້ງແຕ່ລູກໆຍັງເປັນເບ້ຍ ເພິ່ນຈຶ່ງບໍ່ທັນໄດ້ເຊີຍຊົມຜົນສຳເລັດໃນການສ້າງຊີວິດຂອງຜູ້ເປັນລູກ… ເມື່ອພໍ່ເສຍ ແມ່ກໍໄດ້ສູ້ຊົນໝົ້ນທຸກລ້ຽງລູກທັງຫົກປາກດ້ວຍຄວາມມານະອົດທົນຕາມລຳພັງຈົນລູກທຸກຄົນໃຫຍ່ກ້າໜ້າບານ… ແມ່ບໍ່ຮູ້ໜັງສືພໍໂຕ ແຕ່ເພິ່ນກໍມີປັດຊະຍາໃນການດຳລົງຊີວິດຢູ່ບົນໜ້າໂລກນີ້ຢ່າງໜ້າງຶກງໍ້… ທຸກເທື່ອທີ່ລູກໆມີບັນຫາທີ່ບໍ່ສາມາດແກ້ໄດ້ ແມ່ຈະເປັນເຈົ້າການຊອກຫາວິທີແກ້ ແລະເພິ່ນກໍແກ້ໃຫ້ພວກລູກດ້ວຍຜົນສຳເລັດ… ຍາມລູກໆໂສກເສົ້າເສຍໃຈ ແມ່ກໍຈະເປັນຜູ້ປອບປະໂລມໃຫ້ກຳລັງໃຈໃນການສູ້ຊີວິດ… ແມ່ໃຫ້ຄວາມຮັກທີ່ຍິ່ງໃຫຍ່ແກ່ລູກໆແບບບໍ່ມີທີ່ສິ້ນສຸດ… ດັ່ງນັ້ນ ເນື່ອງໃນວັນແມ່ທີ 8 ເດືອນ 3 ພວກລູກໆແລະຫລານໆທຸກຄົນຈຶ່ງໄດ້ພາກັນໄປສົມມາຄາລະວະ ແລະສະແດງຄວາມຮູ້ບຸນຄຸນຕໍ່ເພິ່ນ… ມື້ນັ້ນ ດວງໜ້າຂອງແມ່ປ່ຽມລົ້ນໄປດ້ວຍຄວາມສຸກທີ່ເຫັນລູກໆຫລານໆມີເຕົ້າໂຮມກັນເອົາຝ້າຍຜູກແຂນ, ເງິນຄຳກຳແກ້ວ ຕະຫລອດຮອດເຄື່ອງນຸ່ງຂອງຖືມາເປັນເຄື່ອງສົມມາ… ຢາດນໍ້າໃສໄຫລຜ່ານແກ້ມອັນຫ່ຽວແຫ້ງຂອງເພິ່ນ ດວງຕາທີ່ຝ່າຟາງແນມເບິ່ງໃບໜ້າລູກຫລານທຸກໆຄົນດ້ວຍຄວາມຮັກອັນຍິ່ງໃຫຍ່… ຝ່າມືທີ່ຜ່ານວຽກອັນໜັກໜ່ວງບໍ່ຈັກວ່າເທົ່າໃດ ລູບບົນຫົວຂອງລູກຫລານທຸກຄົນ ພ້ອມດ້ວຍສຽງອວຍພອນອັນດີງາມຕໍ່ທຸກຄົນໃຫ້ປະສົບແຕ່ຄວາມສຸກໂຊກດີ ມີຄວາມຈະເລີນກ້າວໜ້າຍິ່ງໆຂຶ້ນໄປ…