ຂຽນເມື່ອ: ກ.ຍ.. 24, 2010
| ມີ
10 ຄຳເຫັນ
ແລະ
0 trackback(s)
ມາອ່ານເຫດການນີ້ “ເລື່ອງຂອງໝາ ໃຜວ່າຄົນບໍ່ກ່ຽວ”
ໃນປະຈຸບັນນີ້ ຖ້າຈະເວົ້າເລື່ອງບາບ ກັມ(ກຳ) ຫຼື ບາບບຸນ ຄຸນໂທດນີ້ ຄົນສ່ວນໃຫຍ່ແລ້ວ ຈະບໍ່ຄ່ອຍເຊື່ອ ແຕ່ກໍ່ຍັງມີອີກຄົນສ່ວນໜື່ງ ທີ່ເຊື່ອ ແລະຄົນທີ່ຈະສອນເລື່ອງນີ້ກໍ່ຂ້ອນຂ້າງຈະລຳບາກຢູ່ ອັນເປັນເຫດມາຈາກຄວາມຈະເລີນທາງດ້ານວັດຖຸ ຄົນສ່ວນຫຼາຍກໍ່ເລີຍໃຫ້ຄວາມສຳຄັນທາງດ້ານນີ້ຫຼາຍທີ່ສຸດ ຜົນທີ່ຕາມມາກໍ່ເລີຍເຮັດໃຫ້ຈິດໃຈຄົນເຮົານີ້ພັດທະນາໄປນຳບໍ່ທັນ ຈື່ງກາຍເປັນເຄື່ອງຫຼອກລວງກິເລດຂອງຄົນໃຫ້ດີ້ນດົນໄປຕາມກະແສໂລກ ທີ່ເອີ້ນວ່າ ໂລກາພິວັດ (Globalization) ຫຼື ເອີ້ນອີກຢ່າງໜື່ງວ່າ ຍຸກແຫ່ງຂໍ້ມູນຂ່າວສານ (IT : Information Technology)ນັ້ນເອງ
ເລື່ອງໝາໆມັນໄປກ່ຽວກັບຄົນ ຫຼືວ່າຄົນໄປກ່ຽວກັບໝາ ສຸດແລ້ວແຕ່ໃຜຊິເວົ້າຊິວ່າ ຕາມຄວາມຄິດ ຄວາມເຫັນຂອງໃຜຂອງມັນ ແນວວ່ານານາຈິດຕັງ, ຄັນບໍ່ນຳມາເວົ້າ ແຕ່ມັນກະເປັນຕາເວົ້າ ແລະມັນກໍ່ເກີດຂຶ້ນແລ້ວ ຈຶ່ງຂໍເອົາເລື່ອງຈິງບໍ່ຕ້ອງອີງນິຍາຍມາເວົ້າສູ່ກັນຟັງ.
ເລື່ອງນີ້ ເປັນເລື່ອງຈິງ ແລະເຣື່ອງນີ້ກໍເປັນເຣື່ອງທີ່ຊາວຕະຫຼາດທາດຫຼວງ ແລະຕະຫຼາດມືດ ຮອດນັກບໍລິໂພກອາຫານທີ່ຖືວ່າສຸດຍອດຂອງພວກເປດ ນັ້ນກໍ່ຄື ຊີ້ນໝາ.
ເຫດການນີ້ເກີດຂື້ນທີ່ເຮືອນຫ້ອງແຖວແຫ່ງໜື່ງ(ບໍ່ຢາກບອກວ່າຢູ່ໃສ) ທີ່ເຮືອນຫ້ອງແຖວ ບ້ານທາດຫຼວງໃຕ້ ບຶງທາດຫຼວງ ແຖວຫົວຂົວ ບໍລິເວນແຖວໆນັ້ນເອງ ເປັນເຮືອນໄມ້ຈັດເປັນຫ້ອງແຖວ ເພື່ອຄ້າຂາຍ ຂອງຊາວລາວແລະຈີນຈຳນວນໜື່ງ ໃນຫ້ອງແຖວຈຳນວນ 8 ຫ້ອງນັ້ນ ມີຫ້ອງໜຶ່ງມີອາຊີບຂາຍຊີ້ນໝາປິ້ງ ເປັນທີ່ຮູ້ຈັກກັນດີໃນນາມ “ປິ້ງຟານບ້ານ”, ເຂົາເຮັດອາຊີບນີ້ມາຫຼາຍສິບປີແລ້ວ.
ວັນເກີດເຫດການອັນວິນາດໃຫ້ແກ່ເຂົາ ແລະບັນດາຊາວຂ້າຂາຍ ທັງຈີນທັງລາວ ຈຳນວນ 8 ຫ້ອງກໍ່ໄດ້ ຮັບຜົນທີ່ເກີດຂື້ນ ຈາກການສູນເສຍໃນຄັ້ງນີ້ ອັນເກີດຈາກອັກຄີໄພນັ້ນເອງ.
ເລື່ອງມີຢູ່ວ່າ, ຄອບຄົວນີ້ ມີອາຊີບປິ້ງຊີ້ນໝາຂາຍ ໂດຍປົກກະຕິເຂົາກໍ່ຈະຊື້ໝາມາຂ້າເອງ ເຊີ່ງວິທີການຂ້າຂອງເຂົານັ້ນກະເປັນວິທີແປກໆ ຄື ເຂົາຈະຂ້າໝາ ດ້ວຍການເອົາໄມຄ້ອນທຸບໃຫ້ຕາຍ ແລ້ວກໍ່ເອົານ້ຳມັນເເອັດຊັງຫົດທົ່ວຕົວໝາ ເອົາໄຟຈູດ ເພື່ອເຜົາຂົນໝາ ແລ້ວຂູດຂົນອອກ.
ແຕ່ວັນນັ້ນ ເຂົາໄດ້ເຮັດເໝືອນທີ່ເຄີຍເຮັດມາ ຄືເອົາຄ້ອນທຸບຫົວໝາຈົນຕາຍ ເມື່ອເຫັນວ່າມັນຕາຍແລ້ວ ກໍ່ເອົານ້ຳມັນເເອັດຊັງມາຖອກລາດລົງແລ້ວເອົາໄຟຈູດ ແຕ່ໃນຄັ້ງນີ້ບໍ່ເປັນຈ່ັງບຸນ ຫຼືບາບກັມມາຕາມທັນບໍ່ຮູ້ ໃນຂະນະທີ່ໄຟກຳລັງລຸກທົ່ວຕົວໝາໂຕນັ້ນ, ໝາກັບຟື້ນຄືນຂຶ້ນມາ ດ້ວຍຄວາມຮ້ອນທີ່ໄຟກຳລັງລຸກ ໃໝ້ທົ່ວຕົວຢູ່ນັ້ນ ມັນກໍ່ແລ່ນຊັກຕາຍເຂົ້າໄປໃນກ້ອງລ່າງເຮືອນທີ່ຕ່ຳບໍ່ສູງເທົ່າສອກຄົງຈະໄດ້ ວ່າແຕ່ໝາແລ່ນເຂົ້າໄປກ້ອງລ່າງ ເຮືອນຫ້ອງແຖວເທົ່ານັ້ນແລ້ວ ໄຟກໍ່ລຸກໃໝ້ຂຶ້ນ ພໍປານວ່າປາຕິຫານ ຄືມັນໄໝ້ຂຶ້ນຈາກຫ້ອງໜຶ່ງ ຕໍ່ໃສ່ຫ້ອງສອງ ຈາກຫ້ອງສອງກໍ່ຕໍ່ໃສ່ຫ້ອງສາມ ລາມໄປຈົນຮອດຫ້ອງທີ່ສີ່ແລ້ວໝານັ້ນ ຈຶ່ງສິ້ນໃຈລົງດ້ວຍຄວາມທໍຣະມານ.
ສ່ວນຄົນຂ້າໜາ ເຫັນເປັນເຊັ່ນນັ້ນ ກໍບໍ່ຈັກຊິເຮັດຈັ່ງໃດ ໄດ້ແຕ່ຢືນຊະເງິະ ດ້ວຍຄວາມຕົກໃຈ ຈົນວ່າເຮືອນ ຂອງຕົນ ແລະເຮືອນຜູ້ອື່ນໄຟໄໝ້ໄປແລ້ວເຄິງໜຶ່ງ ຈຶ່ງແລ່ນໄປຂົນຍ້າຍສີ່ງຂອງ ຄົນອື່ນໆ ກໍມົວແຕ່ຍ້າຍຂອງອອກ ຈາກເຮືອນ ຍ້ອນວ່າເຮືອນໄມ້ ຈຶ່ງເຮັດໃຫ້ໄຟລຸກລາມໄປໃສ່ເຮືອນຫ້ອງອື່ນໆອີກ ຈົນສຸດທ້າຍແລ້ວໄຟໄໝ້ເຮືອນຫ້ອງແຖວນັ້ນ ໝົດໄປທຸກ ຫ້ອງຢ່າງລາບຄາບ.
ເມື່ອປະຊາຊົນ ຮູ້ເລື່ອງແລ້ວ ຕ່າງຝ່າຍຕ່າງວິພາກວິຈານໄປຕາມແຕ່ໃຜຢາກວ່າແຕ່ຄຳທີ່ຜູ້ຂຽນໄດ້ຍິນແລ້ວ ຮູ້ສຶກກິນໃຈມີ 2 ປະໂຫຍກ ຄື “ໝາມັນເອົາຄືນ” ກັບຄຳວ່າ “ເລື່ອງຂອງໝາໆ ໃຜວ່າມັນຊິບໍ່ກ່ຽວກັບຄົນ”, ທ່ານເຫັນເລື່ອງນີ້ ເປັນເຊັ່ນໃດ ກໍສຸດແລ້ວແຕ່ທ່ານຈະຄິດ ແຕ່ໝາເປັນສັດຊະນິດໜຶ່ງ ໃນ 10 ປະເພດສັດ ທີ່ພຣະສົງໃນທາງພຣະພຸດທະສາດສະໜາຫ້າມກິນ ຫຼືທີ່ເອີ້ນວ່າ ມັງສັງ 10 ຢ່າງ.
ເພາະສະນັ້ນແລ້ວ ຫາກທ່ານເຊື່ອວ່າບາບບໍ່ມີຈິງ ກໍ່ຢ່າຟ້າວປະໝາດ ບໍ່ທັນຖືກກັບໃຜ ກະຢ່າວ່າບໍ່ມີ ຄວາມຈິງແລ້ວ ບາບບຸນນີ້ ເປັນຂອງຄູ່ກັນ ມັນເກີດຂຶ້ນ ກັບມະນຸດທຸກຄົນ ໂດຍສະເພາະຄົນທີ່ຄິດຊົ່ວ, ທຳຊົ່ວ ແລະເວົ້າຊົ່ວສະເໝີມາ ຕ່າງແຕ່ວ່າມັນເກີດຊ້າເກີດໄວ, ຄົນທີ່ທຳບາບແລ້ວ ບໍ່ເຫັນຫຍັງ ກະຢ່າໄປຄິດວ່າ ເຮົາບໍ່ບາບ ຫຼືບໍ່ໄດ້ຮັບຜົນຂອງບາບ, ອີກຢ່າງໜຶ່ງຄົນທີ່ຄິດດີ ທຳດີ ເວົ້າດີແລ່້ວ ບຸນກຸສົນບໍ່ທັນເກີດ ກະຢ່າຟ້າວເສຍໃຈ ບໍ່ໄດ້ຮັບຜົນມື້ນີ້ກໍມື້ໜ້າ, ບໍ່ເດືອນນີ້ກໍເດືອນໜ້າ, ບໍ່ຊາດນີ້ ກໍຊາດໜ້າ ຫຼືຊາດຕໍ່ໆໄປ ເຊັ່ນດຽວກັບ ບາບກຳທີ່ເກີດຂຶ້ນ
ຂໍໃຫ້ທ່ານທີ່ອຸດສາຫະ ພະຍາຍາມອ່ານແຕ່ຕົ້ນ ຈົນຈົບ ໄດ້ເປັນຜູ້ມີບຸນ ວາດສະໜາ..ອາຍທີ່ຈະເຮັດຄວາມຊົ່ວ
ຢ້ານກົວສີ່ງທີ່ເປັນບາບ.... ແລ້ວຈົ່ງເປັນຜູ້ມີຄວາມຈະເລີນດ້ວຍ ສີນ ສະມາທິ ແລະປັນຍາ ຕະຫຼອດໄປ...ເທີ້ນ